ການຄ້າລາວ-ຫວຽດນາມເຕີບໂຕໄວ ແລະ ໜັກແໜ້ນໃນແບບເກີນດຸນ

ສອງຊາດລາວ-ຫວຽດນາມ ໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນ ມາແຕ່ບູຮານນະການ ແລະ ພິເສດໃນປະຫວັດສາດແຫ່ງການພົວພັນອັນຍາວນານນັ້ນກໍແມ່ນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມ ສາມັກຄີພິເສດນັບແຕ່ສະໄໝຕໍ່ສູ້ກູ້ຊາດ ແລະ ການຖະນຸຖະໜອມ-ເພີ່ມພູນຄູນສ້າງມາຢ່າງສະເໝີຕົ້ນສະເໝີປາຍ. ດັ່ງຄໍາສອນທີ່ເປັນຕໍານານຂອງທ່ານປະທານ ໂຮ່ຈີ່ມິນ ທີ່ວ່າ “ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າ ທັງແມ່ຂອງ-ບໍ່ເລິກປຸນປານໄດ້” ແລະ ທ່ານປະທານ ໄກສອນ ພົມວິຫານ ທີ່ວ່າ “ຕາບໃດແມ່ນໍ້າຂອງ ບໍ່ເຫືອດແຫ້ງ ເຂີນຂາດແປນຊາຍ ສາຍພູຫຼວງແສນສູງ ບໍ່ຕໍ່າລົງເປັນຄັງຫຍ້າ ຮົງຮາວັງເວີນກວ້າງ ບໍ່ແປນດິນກະທ້າງໄຕ່ ສອງສາຍໃຈລາວ-ຫວຽດນາມ ພີ່ນ້ອງ ບໍ່ໄກຂ້າງຫ່າງກັນນັ້ນແລ້ວ”. ມາຮອດວັນທີ 5 ກັນຍາ 2020 ແມ່ນວັນຄົບຮອບການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 58 ປີ ແລະ ວັນທີ 18 ກໍລະກົດ 2020 ແມ່ນວັນຄົບຮອບການເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 43 ປີ, ເຊິ່ງສະແດງເຖິງໝາກຜົນ ແລະ ບາດກ້າວຂະຫຍາຍຕົວຂອງການຮ່ວມມືຂອງສອງປະເທດມາຢ່າງຕໍ່ເນື່ອງ.

ເມື່ອມາເບິ່ງຄືນຂໍ້ມູນທາງການຄ້າລະຫວ່າງລາວ-ຫວຽດນາມໃນລະຫວ່າງ 2004-2018, ຕະຫຼອດ 15 ປີທີ່ຜ່ານ ມາ ມູນຄ່າການຄ້າລວມໄດ້ສຶບຕໍ່ເຕີບໂຕ ຈາກລະດັບພຽງ 188 ລ້ານໂດລາໃນຊ່ວງປີ 2004-2006 ຂຶ້ນເປັນ 3.537 ລ້ານໂດລາໃນຊ່ວງປີ 2016-2018 ຫຼືວ່າ ຂະຫຍາຍຕົວຂຶ້ນສູງເຖິງເກືອບ 19 ເທົ່າຕົວ. ການຂະຫຍາຍຕົວໄວ ຂອງການຄ້າລາວ-ຫວຽດນາມໄດ້ພາໃຫ້ອັດຕາກວມໃນການຄ້າທັງໝົດກັບທຸກໆປະເທດ ໄດ້ເພີ່ມສູງຂຶ້ນ ຈາກລະດັບບໍ່ຮອດ 8% ໃນຊຸມປີ 2004-2006 ມາຢູ່ລະດັບປະມານ 12%, ເຊິ່ງໃຫຍ່ອັນດັບທີ 3 ຮອງຈາກອັນດັບທີ 1 ປະເທດໄທ ທີ່ກົງກັນຂ້າມມີ ອັດຕາກວມທີ່ຫຼຸດລົງໂດຍທຽບຖານ ແລະ ອັນດັບທີ 2 ປະເທດຈີນ ທີ່ໄດ້ເພີ່ມສູງຂຶ້ນດ້ວຍຈັງຫວະທີ່ໄວກວ່າ. ສິ່ງທີ່ສໍາຄັນທີ່ສຸດນັ້ນແມ່ນດຸນການຄ້າ, ການສົ່ງອອກຂອງ ລາວໄປຫວຽດນາມມີມູນຄ່າເຖິງວ່າບໍ່ສູງຫຼາຍ ແຕ່ກໍຖືໄດ້ວ່າເຕີບໂຕໄວໃນຊ່ວງປີ 2004 ຫາ 2012 ແລະ ເຄີຍຂາດດຸນ ໂດຍສະເພາະຊຸມປີ 2010-2012. ນັບແຕ່ຊຸມປີ 2013 ເປັນຕົ້ນມາ, ການສົ່ງອອກຈາກລາວໄປ ຫວຽດນາມໄດ້ເຕີບໂຕດ້ວຍຈັງຫວະທີ່ໄວຂຶ້ນຢ່າງກ້າວກະໂດດ ໂດຍສະເພາະ ການສົ່ງອອກແຮ່ທາດ ຕ່າງໆ ແລະ ສິນຄ້າກະສິກໍາ ເປັນຕົ້ນແມ່ນ ຢາງພາລາ, ກາເຟ, ສາລີແຂງ, ມັນຕົ້ນ, ເຂົ້າ ແລະ ງົວ. ຍອດມູນຄ່າການສົ່ງອອກ ໃນຊ່ວງປີ 2016-2018 ມີຂະໜາດ 2.146 ລ້ານໂດລາ, ເຊິ່ງຂະຫຍາຍຕົວສູງຫຼາຍ ເຖິງເກືອບ 18 ເທົ່າຕົວ ເມື່ອທຽບຖານການສົ່ງອອກໃນຊ່ວງປີ 2004-2006, ໃນຂະນະທີ່ ຍອດມູນຄ່າການນໍາເຂົ້າແມ່ນເຕີບໂຕ ດ້ວຍຈັງຫວະທີ່ຊ້າກວ່າໃນໄລຍະດຽວກັນ. ສະນັ້ນ, ດຸນການຄ້າລາວ-ຫວຽດນາມມີສະພາບເກີນດຸນ ຫຼືວ່າ ຕິດບວກຕະຫຼອດມາໃນຊຸມປີຫຼັງ, ເຊິ່ງໄດ້ປະກອບສ່ວນສໍາຄັນໃນການຫຼຸດຜ່ອນບັນຫາ ການຂາດດຸນການຄ້າລາວ-ໄທ ທີ່ຊໍາເຮື້ອມາດົນນານ.

ໃນທາມກາງສະພາບຄວາມຫຍຸ້ງຍາກຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ໃນວັນທີ 5-6 ກໍລະກົດ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປພົບປະຢ້ຽມຢາມ ທ່ານ Nguyen Xuan Phuc ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ການນໍາພັກ-ລັດຂອງ ສສ ຫວຽດນາມ, ເຊິ່ງສອງຝ່າຍໄດ້ຕີລາຄາສູງການຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ພ້ອມທັງປຶກສາຫາລືກ່ຽວກັບການຟື້ນຟູເສດຖະກິດ-ການຄ້າລະຫວ່າງສອງປະເທດ. ໃນຕໍ່ໜ້າ, ໂຄງການສໍາຫຼວດ ແລະ ພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມຈອດເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ໂຄງການເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ທີ່ມີຄວາມຍາວປະມານ 707 ກິໂລແມັດ ແລະ ຄາດຄະເນວ່າ ຈະມີມູນຄ່າກໍ່ສ້າງສູງກວ່າ 4.5 ຕື້ໂດລາ, ໂຄງການສ້າງເສັ້ນທາງລົດໄຟຈາກເມືອງທ່າແຂກ ແຂວງຄໍາມ່ວນ ໄປສູ່ ຊາຍແດນຫວຽດນາມ ແລະ ເຊື່ອມຕໍ່ກັບທ່າເຮືອ Vung Ang ແຂວງ Ha Tinh ເຂດພາກກາງຂອງ ສສ ຫວຽດນາມ ທີ່ມີຄວາມຍາວປະມານ 270 ກິໂລແມັດ (ຝັ່ງລາວ 150 ກມ ແລະ ຝັ່ງຫວຽດນາມ 120 ກມ) ທີ່ໄດ້ເລີ່ມສໍາຫຼວດມາແຕ່ເດືອນຕຸລາ 2019 ແລະ ຄາດຄະເນວ່າຈະໄດ້ເລີ່ມກໍ່ສ້າງໃນທ້າຍປີ 2021 ແລະ ສໍາເລັດໃນປີ 2024. ເມື່ອບັນດາໂຄງການໃຫຍ່ເຫຼົ່ານີ້ສໍາເລັດ, ເຊື່ອແນ່ວ່າການຄ້າລະຫວ່າງສອງປະເທດລາວ-ຫວຽດນາມຈະຍິ່ງຖືກຊຸກຍູ້ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວດ້ວຍຈັງຫວະທີ່ໄວຂຶ້ນກວ່າເກົ່າຢ່າງແນ່ນອນ.

ຕາຕະລາງ 1: ສະພາບລວມຂອງການຄ້າລາວ-ຫວຽດນາມລະຫວ່າງ 2004 ຫາ 2018

 ການສົ່ງອອກການນໍາເຂົ້າດຸນການຄ້າມູນຄ່າລວມອັດຕາກວມໃນ ການຄ້າທັງໝົດ
ຫົວໜ່ວຍ: ລ້ານໂດລາ%
2004-200612068521887,57
2007-2009309261475708,08
2010-2012517743-2261.26010,15
2013-20151.3361.2351012.57112,65
2016-20182.1461.3917553.53712,21

ແຫຼ່ງທີ່ມາ: UN Comtrade and ASEAN DataStats (2020) (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 170 ເດືອນ ຕຸລາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Witnessing the solid growth and surplus ofLao-Vietnamese trade

Laos and Vietnam have been cooperating with each other as good neighbors since the ancient time. When we look back at our long history of great friendship, since the liberation of our two countries, we have been nurturing these good relations in a continuous manner. Our special relations are well reflected in the sayings of the two great leaders. President Ho Chi Minh said that “Love between Laos and Vietnam is deeper than the depth of Mekong can ever compare.” President Kaysone Phomvihane also said that “as long as the Mekong and the Annamite Range still stand, Lao-Vietnamese brotherhood will never be apart.” In 2020, Laos and Vietnam celebrated the 58th anniversary of their diplomatic relations on September 5 and the 43rd anniversary of their Treaty of Friendship and Cooperation on July 18. Both events highlighted outstanding achievements of the two countries derived from great cooperation which has been strengthened continuously.

When we look back at the trade statistics between Laos and Vietnam during the past 15 years from 2004 to 2018, the number had been growing steadily from just 188 million US dollar between 2004 and 2006 to 3.537 billion US dollar between 2016 and 2018, increased for 19 times. Such rapid growth of trade between Laos and Vietnam has augmented the overall trade coverage between Laos and every country up from nearly 8% between 2004 and 2006 to approximately 12%. Currently, Vietnam is ranked 3rd after Thailand, which is witnessing a drop of the overall trade coverage, and China, which is experiencing a rapid growth in trade as well. What is more important here is trade balance. Despite a relatively low value of export to Vietnam, the number went up sharply from 2004 to 2012 before experiencing deficit, especially between 2010 and 2012. Since 2013, Lao export to Vietnam has been rising dramatically, particularly in mineral resources and agricultural commodities, such as rubber, coffee, corn, cassava, rice and cattle. Whereas export value between 2016 and 2018 reached 2.146 billion US dollar, went up for 18 times when compared with the number between 2004 and 2006, import in the same period witnessed a slower growth. Therefore, Laos has been enjoying trade surplus with Vietnam in recent years. Such positive trade balance has contributed to addressing the chronic Lao-Thai trade deficit.

In the mid of this difficult time due to the global COVID-19 pandemic, Mr. Thongloun Sisoulith, Prime Minister of the Lao PDR, together with his high-ranking delegation paid a visit to Vietnam from July 5 to 6, 2020 and met with the Vietnamese Prime Minister, Mr. Nguyen Xuan Phuc, and other leaders of the Vietnamese party and government. Both sides highly valued each other’s COVID-19 preventive measures, while discussing on how to recover their economies after the pandemic. In the future, projects surveying and developing infrastructure in order to improve connectivity, especially the 707-KM Vientiane-Hanoi Expressway costed 4.5 billion dollar, and 270-KM railway project (150KM on the Lao side and 120KM on the Vietnamese side) running from Thakhek District, Khammouan Province, to the Vietnamese border and connect to the Port of Vung Ang, Ha Tinh Province, in the central part of Vietnam, which started their survey in October 2019, are expected to begin construction in the end of 2021 and will be completed in 2024. Once all these large projects finish, it is believed that Lao-Vietnamese trade will continue to grow much faster than before.

Table 1: Overall Trade Statistics between Laos and Vietnam from 2004 to 2018

 ExportImportTrade BalanceTotal ValueTotal Trade Coverage
Unit: million dollar%
2004-200612068521887,57
2007-2009309261475708,08
2010-2012517743-2261.26010,15
2013-20151.3361.2351012.57112,65
2016-20182.1461.3917553.53712,21

Source: UN Comtrade and ASEAN DataStats (2020)(More interview details can be found in Target Magazine issue 170 October 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments