ທະນາຄານມາຣູຮານເຈແປນລາວ (MJBL) ຜູ້ນໍາດ້ານການທະນາຄານດິຈິຕ໋ອນໃນ ລາວ

ກ່ຽວກັບ MJBL

MJBL ແມ່ນທະນາຄານຍີ່ປຸ່ນ 100 ສ່ວນຮ້ອຍ, ເຊິ່ງໄດ້ຮັບໃບອະນຸຍາດໃຫ້ດຳເນີນການໃນ ສປປ ລາວ ຢ່າງຖືກຕ້ອງຄົບຖ້ວນ. ບັນດາຜູ້ຖືຮຸ້ນ ແລະ ເຈົ້າຂອງທະນາຄານແມ່ນມາຈາກ ກຸ່ມບໍລິສັດມາຣູຮານ – ໜຶ່ງໃນກຸ່ມທຸລະກິດທີ່ໃຫຍ່ທີ່ສຸດໃນ ຍີ່ປຸ່ນ. ພວກເຮົາດຳເນີນທຸລະກິດໃນ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍໃຕ້ ບໍລິສັດມາຣູຮານລົງທຶນອາຊີ (MIA) – ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ ພ້ອມທັງຍັງດຳເນີນທຸລະກິດດ້ານການເງິນໃນ ພາກພື້ນອິນດູຈີນ, ເຊັ່ນວ່າ ທະນາຄານມາຣູຮານເຈແປນລາວ ໃນ ສປປ ລາວ, ທະນາຄານ Sathapana ແລະ ບໍລິສັດ Sathapana ຈຳກັດ ຢູ່ ກຳປູເຈຍ.

ໃນປັດຈຸບັນ, ຂ້າພະເຈົ້າແມ່ນຜູ້ບໍລິຫານສູງສຸດຂອງ ທະນາຄານມາຣູຮານເຈແປນລາວ ພ້ອມທັງຍັງເປັນໜຶ່ງໃນຄະນະບໍລິຫານງານຂອງ ທະນາຄານ Sathapana ຢູ່ ກຳປູເຈຍ ນຳອີກ. ກຸ່ມທຸລະກິດຂອງພວກເຮົາພວມຂະຫຍາຍໂຕຢ່າງຕໍ່ເນື່ອງ ແລະ ພວກເຮົາກໍເຊື່ອໝັ້ນສະພາບເສດຖະກິດຂອງ ພາກພື້ນອິນດູຈີນ ສ່ອງແສງໃຫ້ເຫັນຜ່ານການຂະຫຍາຍໂຕຂອງທຸລະກິດທັງໝົດຂອງພວກເຮົາ, ໂດຍສະເພາະຢູ່ ກຳປູເຈຍ ທີ່ມີ 172 ສາຂາແລ້ວໃນປັດຈຸບັນ, ເຊິ່ງເຮັດໃຫ້ພວກເຮົາກາຍເປັນທຸລະກິດທີ່ມີສາຂາຫຼາຍທີ່ສຸດອັນດັບສອງຢູ່ ກຳປູເຈຍ. ສຳລັບ ທຸລະກິດການເງິນຈຸນລະພາກຢູ່ ມຽນມາ, ພວກເຮົາກໍຂະຫຍາຍໂຕໄວເຊັ່ນດຽວກັນ ແລະ ໃນຕອນນີ້ມີ 50 ສາຂາແລ້ວ. ສ່ວນທຸລະກິດທະນາຄານຢູ່ ລາວ ເຊິ່ງຫາກໍ່ເລີ່ມຕົ້ນໃໝ່ເມື່ອທຽບໃສ່ບ່ອນອື່ນ, ພວກເຮົາແມ່ນໜຶ່ງໃນທະນາຄານ 44 ແຫ່ງໃນ ສປປ ລາວ ແລະ ແມ່ນໜຶ່ງໃນທະນາຄານ 15 ແຫ່ງທີ່ໄດ້ຮັບໃບອານຸຍາດໃຫ້ດຳເນີນການຢ່າງຖືກຕ້ອງຄົບຖ້ວນ. ພວກເຮົາໄດ້ເລີ່ມດຳເນີນທຸລະກິດມາເປັນເວລາ 7 ປີແລ້ວ. ຕໍ່ຈາກນີ້ໄປກໍ່ຈະເປັນການເດີນທາງທີ່ໜ້າຕື່ນເຕັ້ນຂຶ້ນຕື່ມ ເນື່ອງຈາກວ່າທະນາຄານຂອງພວກເຮົາຈະປ່ຽນແປງຮູບໂສມໄປຢ່າງໃຫຍ່ຫຼວງ.

ກ່ຽວກັບ ຜູ້ບໍລິຫານ…

ຂ້າພະເຈົ້າ ປະກອບອາຊີບ ນາຍທະນາຄານ ມາເປັນເວລາ 23 ປີແລ້ວ ແລະ ໃຊ້ເວລາ 23 ປີທີ່ຜ່ານມາເຮັດວຽກໃນຂະ ແໜງການທະນາຄານການຄ້າ. ດ້ວຍເຫດນີ້, ຂ້າພະເຈົ້າ ຈຶ່ງມີຄວາມເຂົ້າໃຈ ແລະ ປະສົບການໃນຂະແໜງການທະນາ ຄານການຄ້າຢ່າງເລິກເຊິ່ງ. ກ່ອນທີ່ຂ້າພະເຈົ້າ ຈະມາເຮັດວຽກກັບ ມາຣູຮານ, ຂ້າພະເຈົ້າຢູ່ກັບ ກຸ່ມທະນາຄານມາເລເຊຍ, ເຊິ່ງແມ່ນໜຶ່ງໃນກຸ່ມທຸລະກິດທະນາຄານທີ່ໃຫຍ່ທີ່ສຸດຂອງ ມາເລເຊຍ. ທີ່ຜ່ານມາ, ຂ້າພະເຈົ້າໄດ້ເຮັດວຽກທະນາຄານມາໝົດທຸກຢ່າງແລ້ວ, ໂດຍສະເພາະວຽກງານທີ່ກ່ຽວຂ້ອງກັບວົງຈອນສິນເຊື່ອທັງໝົດ, ເຊັ່ນວ່າຈາກວຽກຂາຍ, ວຽກສິນເຊື່ອ, ວຽກດຳເນີນການອະນຸມັດສິນເຊື່ອ, ວຽກທວງໜີ້ສິນເຊື່ອໄປຈົນເຖິງວຽກງານຄຸ້ມຄອງສິນເຊື່ອ. ນອກຈາກວຽກງານໃນວົງຈອນສິນເຊື່ອທັງໝົດແລ້ວ, ຂ້າພະເຈົ້າ ຍັງໄດ້ມີໂອກາດເຮັດວຽກດ້ານການຕະຫຼາດ, ພັດທະນາບຸກຄະລາກອນດີເດັ່ນ, ຄຸ້ມຄອງບຸກຄະລາກອນດີເດັ່ນ  ແລະ ວຽກງານດ້ານໄອທີທີ່ຂ້າພະເຈົ້າໄດ້ເປັນຜູ້ນຳພາປັບປ່ຽນລະບົບເຕັກໂນໂລຊີພາຍໃນທະນາຄານ ບໍ່ວ່າຈະເປັນການວາງລະບົບພື້ນຖານຂອງທະນາຄານທັງໝົດ, ສ້າງຄັງເກັບຂໍ້ມູນທຸລະກິດ, ຊ່ອງທາງການພົວພັນທາງໄກ ແລະ ອື່ນໆ. ຂ້າພະເຈົ້າຍັງມີປະສົບການໃນວຽກງານດ້ານດິຈິຕ໋ອນ ໂດຍຊ່ວຍຍູ້ດັນໃຫ້ເກີດນະວັດຕະກຳ ລວມທັງປະສົບການໃໝ່ທົ່ວທະນາຄານ. ນອກຈາກນັ້ນ, ຂ້າພະເຈົ້າ ຍັງເປັນຜູ້ກວດສອບຄວາມປອດໄພວຽກງານອອນລາຍ ແລະ ທັງຍັງເປັນປະທານຂອງ ສະພາບຸກຄະລາກອນດີເດັ່ນ ນຳອີກ. ສະຫຼຸບລວມແລ້ວ, ຂ້າພະ ເຈົ້າມີປະສົບການເຮັດວຽກມາເກືອບໝົດທຸກຢ່າງໃນຂະແໜງການທະນາຄານການຄ້າ. ນອກຈາກນັ້ນ, ຂ້າພະເຈົ້າ ຍັງເຄີຍບໍລິຫານ ພະແນກກະຈາຍສິນຄ້າ; ພະແນກລະບຽບການທຸລະກິດ ແລະ ຕຳແໜ່ງສຸດທ້າຍຢູ່ ທະນາຄານມາເລເຊຍ ແມ່ນ ຮອງຜູ້ອຳນວຍການ ຂອງທະນາຄານດັ່ງກ່າວ. ເມື່ອປີກາຍນີ້, ຂ້າພະເຈົ້າໄດ້ຕັດສິນໃຈເຂົ້າຮ່ວມກັບ ທະນາຄານມາຣູຮານເຈແປນລາວ, ເຊິ່ງສຳນັກງານໃຫຍ່ຢູ່ ໂຕກຽວ ເປັນຜູ້ຮັບເອົາຂ້າພະເຈົ້າເຂົ້າເຮັດວຽກນຳ. ດ້ານການສຶກສາ, ຂ້າພະເຈົ້າຈົບການສຶກສາລະດັບປະລິນຍາຕີສອງສາຂາຄື: ການເງິນ ແລະ ການຕະຫຼາດຈາກ ອົດສະຕາລີ ແລະ ປະລິນຍາໂທໃນສາຂາບໍລິຫານທຸລະກິດຈາກ ອັງກິດ. ຂ້າພະເຈົ້າເຊື່ອໝັ້ນວ່າການຮຽນຮູ້ແມ່ນບໍ່ມີທີ່ສິ້ນສຸດ. ເຖິງແມ່ນວ່າຈະເຮັດວຽກແລ້ວ, ຂ້າພະເຈົ້າຍັງສືບຕໍ່ຮ່ຳຮຽນເອົາໃບປະກາດບໍລິຫານການເງິນ ຫຼື CCP ຕື່ມອີກ. ຂ້າພະເຈົ້າສາມາດຮັບຜິດຊອບໄດ້ທັງວຽກງານທະນາຄານສຳລັບທຸລະກິດລາຍໃຫຍ່ ແລະ ລາຍຍ່ອຍ. ໃບປະກາດທີ່ກ່າວມາຂ້າງເທິງແມ່ນອອກໃຫ້ໂດຍ ສະຖາບັນການທະນາຄານອາຊີ. ເມື່ອປະມານໜຶ່ງປີກ່ອນມາ ລາວ, ຂ້າພະເຈົ້າໄດ້ຖືກຮັບຮອງໃຫ້ເປັນນາຍທະນາຄານຢ່າງຖືກຕ້ອງຕາມກົດໝາຍໂດຍສະຖາບັນການທະນາຄານໃນ ອັງກິດ ແລະ ສະຖາບັນການທະນາຄານອາຊີ. ດ້ວຍເຫດນີ້, ໃບປະກາດທີ່ອອກໃຫ້ໂດຍບັນດາສະຖາບັນການທະນາຄານເຫຼົ່ານີ້ຈຶ່ງເປັນໜຶ່ງໃນລາງວັນທີ່ຊົງກຽດທີ່ສຸດໃນອຸດສະຫະກຳການທະນາຄານ. ຄວາມຈິງແລ້ວ, ນີ້ຖືໄດ້ວ່າເປັນລາງວັນອັນສູງສຸດໃນໂລກເພື່ອເປັນການຢັ້ງຢືນມາດຕະຖານລະດັບຄຳໃນຂະແໜງການທະນາຄານ. ນອກຈາກນັ້ນ, ຂ້າພະເຈົ້າຍັງໄດ້ຮັບມອບໝາຍວຽກໃຫ້ໄປປະຈຳການຢູ່ປະເທດຕ່າງໆເຊັ່ນວ່າ: ອົດສະຕາລີ, ນິວຊີແລນ, ສິງກະໂປ, ຟິລິບປິນ ແລະ ໄຕ້ຫວັນ. ຂ້າພະເຈົ້າຍັງໄດ້ສ້າງສູນພັດທະນານອກປະເທດໃຫ້ແກ່ ພະແນກ IT ຢູ່ ອິນເດຍ ນຳອີກ.

ທະນາຄານສາຂາທຳອິດທີ່ໃຫ້ບໍລິການແບບດິຈິຕ໋ອນເຕັມຮູບແບບ ທີ່ບໍ່ໃຊ້ເອກະສານທັດສະນະ ກ່ຽວກັບ ການທະນາຄານໃນອະນາຄົດໃນ ລາວ…

ພວກເຮົາຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ເປີດໂຕເປັນທະນາຄານສາຂາທຳອິດທີ່ໃຫ້ບໍລິການແບບດິຈິຕ໋ອນເຕັມຮູບແບບ ທີ່ບໍ່ໃຊ້ເອກະສານ. ຂ້າພະເຈົ້າ ຄິດວ່າອາດຈະເປັນສາຂາທຳອິດໃນ ພາກພື້ນອາຊີປາຊີຟິກ ແລະ ໜຶ່ງໃນຈຳນວນພຽງໜ້ອຍດຽວໃນໂລກດ້ວຍຊ້ຳ. ພວກເຮົາໄດ້ສ້າງຕົວຕົນໃຫ້ແກ່ການບໍລິການໃນຮູບແບບ NeoBank, ເຊິ່ງດັ້ງເດີມເປັນການບໍລິການແບບດິຈິຕ໋ອນ ທີ່ບໍ່ມີຕົວຕົນ, ໂດຍນຳເອົາລະບົບດັ່ງກ່າວມາໃຊ້ໃນທະນາຄານຂອງພວກເຮົາ. ຂ້າພະເຈົ້າ ຄິດວ່າພວກເຮົາອາດແມ່ນໜຶ່ງໃນບໍ່ເທົ່າໃດທະນາຄານໃນໂລກທີ່ເຮັດແບບນີ້ໄດ້ ແລະ ນີ້ແມ່ນເຫດຜົນທີ່ພວກເຮົາພາກພູມໃຈໃນແຜນການອອກແບບ ແລະ ສ້າງທະນາຄານດິຈິຕ໋ອນໃນ ລາວ. ສິ່ງນີ້ເຮັດໃຫ້ ສປປ ລາວ ປາກົດໂຕໃນແຜນທີ່ໂລກ ແລະ ເປັນທີ່ຮັບຮູ້ເປັນໄປທົ່ວໂລກທີ່ມີທະນາຄານຮູບແບບນີ້ດຳເນີນການຢູ່. ຄວາມຈິງແລ້ວຂ້າພະເຈົ້າໄດ້ປະກາດຂໍ້ມູນດັ່ງກ່າວລົງໃນ LinkedIn ໄປແລ້ວ, ເຊິ່ງກໍ່ໄດ້ຮັບຄວາມສົນໃຈ ແລະ ຄຳຊົມເຊີຍຈຳນວນຫຼາຍຈາກຜູ້ຄົນໃນຫຼາກຫຼາຍສາຂາອາຊີບທົ່ວໂລກ. ສຳລັບ ສປປ ລາວ ແລ້ວ, ພວກເຮົາບໍ່ໄດ້ເຮັດໃຫ້ປະເທດນີ້ປາກົດໂຕໃນແຜນທີ່ໂລກພຽງຢ່າງດຽວ, ແຕ່ທີ່ສຳຄັນໄປກວ່ານັ້ນແມ່ນພວກເຮົາໄດ້ສະແດງໃຫ້ເຫັນວ່າເປັນຫຍັງພວກເຮົາຈຶ່ງລົງທຶນໃນ ລາວ ລວມທັງອະນາຄົດຂອງ ລາວ ຈະເປັນໄປຄືແນວໃດ ຕາມທັດສະນະໃນຂະແໜງການທະນາຄານການຄ້າ ຍ້ອນວ່າທະນາຄານມີບົດບາດອັນສຳຄັນຕໍ່ເສດຖະກິດຂອງທຸກປະເທດ. ພວກເຮົາຮູ້ສຶກວ່າ ລາວ ຈະມີອະນາຄົດດ້ານການທະນາຄານທີ່ໜ້າຕື່ນຕາຕື່ນໃ ຈດ້ວຍສອງປັດໄຈຄື: ທຳອິດ, ສປປ ລາວ ແມ່ນປະເທດເສດຖະກິດໃໝ່ ແລະ ທັງຍັງເປັນໜຶ່ງໃນປະເທດທີ່ນ້ອຍທີ່ສຸດທີ່ມີປະຊາກອນພຽງແຕ່ 7 ລ້ານຄົນ. ຖ້າທ່ານພິຈາລະນາຈາກ ພາກພື້ນອິນດູຈີນ ແລະ ອາຊຽນ, ລາວ ກໍ່ຍັງເປັນໜຶ່ງໃນປະເທດທີ່ນ້ອຍທີ່ສຸດຢູ່ດີ. ເຖິງແມ່ນວ່າບາງຄົນອາດເບິ່ງຄວາມຈິງຂໍ້ນີ້ເປັນຈຸດອ່ອນຂອງ ລາວ, ຂ້າພະເຈົ້າ ຄິດວ່ານີ້ອາດເປັນຈຸດແຂງໃຫ້ແກ່ທຸລະກິດຂອງພວກເຮົາກໍ່ເປັນໄດ້ດ້ວຍຫຼາຍເຫດຜົນ. ເຫດຜົນທີໜຶ່ງ, ປະຊາກອນທັງໝົດ 7 ລ້ານຂອງ ລາວ ມີພຽງແຕ່ 1 ລ້ານຄົນ ເທົ່ານັ້ນທີ່ມີບັນຊີທະນາຄານ. ນີ້ໝາຍເຖິງໂອກາດໃນການຂະຫຍາຍຈຳນວນຜູ້ຖືບັນຊີທະນາຄານໄດ້ອີກຢ່າງໜ້ອຍ 2-3 ລ້ານຄົນ. ຖ້າບໍ່ນັບເດັກນ້ອຍ, ຜູ້ເຖົ້າ ແລະ ຜູ້ທີ່ຍັງຢູ່ໃນໄວຮຽນແລ້ວ, ທ່ານຈະມີໂອກາດໃນການຂະຫຍາຍຖານລູກຄ້າໄດ້ເຖິງ 50 ສ່ວນຮ້ອຍຂອງປະຊາກອນທັງໝົດ ຫຼື ປະມານ 3.5 ລ້ານຄົນໃນສະພາວະທີ່ອັດຕາຜູ້ຖືບັນຊີທະນາຄານຍັງຕ່ຳຢູ່. ເຫດຜົນທີສອງ, ສປປ ລາວ ແມ່ນໜຶ່ງໃນປະເທດດ້ອຍພັດທະນາທີ່ ລັດຖະບານ ວາງເປົ້າໝາຍໃນການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໃນປີ 2024. ນີ້ຈະກາຍເປັນໂອກາດທີ່ດີ ເນື່ອງຈາກວ່າໃນອີກ 4 ປີຕໍ່ໜ້າ, ທຸກພາກສ່ວນຈະສຸມໃສ່ທຸກຄວາມພະຍາຍາມໃນການຍົກສູງເສດຖະກິດ, ຍອດຜະລິດຕະພັນລວມພາຍໃນ ແລະ ກໍາລັງການຜະລິດໃນຂະແໜງການຕ່າງໆ. ນີ້ຈຶ່ງເປັນໂອກາດດີໃຫ້ແກ່ພວກເຮົາ ເພາະເມື່ອທ່ານຍັງນ້ອຍ ແລະ ດ້ອຍປະສົບການຢູ່, ທ່ານບໍ່ຈຳເປັນຕ້ອງແບກຫາບຊື່ສຽງ ແລະ ຄວາມກົດດັນທີ່ມີມາກ່ອນເຮັດໃຫ້ທ່ານສາມາດກ້າວໄປທາງໜ້າໄດ້ໄວຂຶ້ນ. ໃນທາງກົງກັນຂ້າມ, ຖ້າທ່ານເປັນປະເທດໃຫຍ່ ຫຼື ອົງກອນໃຫຍ່, ມັນແທບຈະເປັນໄປບໍ່ໄດ້ເລີຍທີ່ຈະສ້າງການປ່ຽນແປງຂຶ້ນ ຍ້ອນຂະໜາດເສດຖະກິດ ແລະ ເງິນທຶນມະຫາສານທີ່ຕ້ອງລົງທຶນເຂົ້າໃນລະບົບ ແລະ ພື້ນຖານໂຄງລ່າງ. ດ້ວຍເຫດນີ້, ລາວ ໃນຖານະປະເທດເສດຖະກິດໃໝ່ຈຶ່ງແທດເໝາະກັບ ທະນາຄານມາຣູຮານເຈແປນ ທີ່ເປັນທະນາຄານນ້ອງໃໝ່ເຊັ່ນດຽວກັນ. ນີ້ເຮັດໃຫ້ຂ້າພະເຈົ້າຕື່ນເຕັ້ນໄປກັບອະນາຄົດຂອງທຸລະກິດຂອງພວກເຮົາຢູ່ ລາວ. ເຫດຜົນທີສາມ ແລະ ເປັນເຫດຜົນທີ່ສຳຄັນທີ່ສຸດ, ເຊິ່ງກ່ຽວພັນກັບການແຜ່ລະບາດຂອງພະຍາດ COVID-19, ຂ້າພະເຈົ້າ ຮູ້ສຶກເປັນກັງວົນ ແລະ ເປັນຫ່ວງເປັນໃຍ ຍ້ອນທຸກຄົນ ລວມທັງທຸລະກິດທັງໝົດກຳລັງຕົກຢູ່ໃນສະພາບການທີ່ຍາກລຳບາກ.

ເຖິງຢ່າງໃດກໍ່ຕາມ, ການແຜ່ລະບາດໃນຄັ້ງນີ້ໄດ້ສ້າງໂອກາດໃຫ້ແກ່ ທະນາຄານມາຣູຮານເຈແປນ. ດັ່ງທີ່ທຸກຄົນຮູ້, ການແຜ່ລະບາດໄດ້ສົ່ງຜົນກະທົບຕໍ່ 220 ປະເທດທົ່ວໂລກເຮັດໃຫ້ມີການປິດຊາຍແດນ. ຂ້າພະເຈົ້າ ຄິດວ່າວິກິດການນີ້ໄດ້ສ້າງສະພາບການທີ່ທຸກປະເທດມີໂອກາດທີ່ເທົ່າທຽມກັນ ແລະ ສຳລັບ ລາວ ແລ້ວ, ນີ້ຈຶ່ງເປັນໂອກາດທີ່ດີທີ່ຈະຊ່ວຍຍູ້ດັນການຫັນປ່ຽນໄປສູ່ລະບົບດິຈິຕ໋ອນ. ໃນຖານະເປັນທະນາຄານຊັ້ນນຳໃນ ລາວ ທີ່ເປັນຜູ້ນຳພາເຮັດວຽກຮ່ວມກັບບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອຫັນປ່ຽນໄປສູ່ການເຮັດທຸລະກຳຕ່າງໆຜ່ານລະບົບດິຈິຕ໋ອນເພີ່ມຂຶ້ນ, ພວກເຮົາໄດ້ສ້າງໂອກາດອັນດີໃຫ້ແກ່ ລາວ, ໂດຍສະເພາະບັນດາຫ້າງຮ້ານທຸລະກິດ ແລະ ວິສາຫະກິດຕ່າງໆ. ໂດຍລວມແລ້ວ, ສິ່ງນີ້ຈະເປັນຜົນດີປະກອບສ່ວນໃຫ້ແກ່ການຂະຫຍາຍໂຕຂອງປະເທດທີ່ຖືເປັນປັດໄຈກໍ່ໃຫ້ເກີດຄວາມຕ້ອງການດ້ານເງິນທຶນ, ການຊໍາລະສະສາງ, ທັກສະດ້ານການເງິນ, ການຄຸ້ມຄອງການເງິນ ແລະ ການເຂົ້າເຖິງການບໍລິການດ້ານການເງິນເພີ່ມຂຶ້ນ. ສິ່ງເຫຼົ່ານີ້ແມ່ນຂອບເຂດວຽກງານທີ່ ມາຣູຮານ ມີຄວາມກະຕືລືລົ້ນ ແລະ ຕັ້ງໃຈທີ່ຈະປະກອບສ່ວນຊ່ວຍ. ປະເດັນສຸດທ້າຍທີ່ຈະກ່າວເຖິງແມ່ນມຸມມອງກ່ຽວກັບ ພາກພື້ນອິນດູຈີນ ຫຼື ກຸ່ມປະເທດ CLM ທີ່ປະກອບມີ: ກຳປູເຈຍ, ລາວ ແລະ ມຽນມາ. ສປປ ລາວ ມີຍອດຜະລິດຕະພັນຕໍ່ຫົວຄົນ ສູງສຸດທີ່ຫຼາຍຄົນບໍ່ຮູ້ ແລະ ບໍ່ເຄີຍກ່າວເຖິງ, ແລະ ເປັນປັດໄຈທີ່ສຳຄັນຕໍ່ປະເທດ. ລາວ ມີໂອກາດທີ່ດີຫຼາຍດ້ານ, ໂດຍສະເພາະໃນຂະແໜງການທະນາຄານ. ເຖິງແມ່ນວ່າປະເທດນີ້ຈະໜາແໜ້ນໄປດ້ວຍສະຖາບັນການເງິນຈຸລະພາກທີ່ມີຫຼາຍກວ່າ 400 ແຫ່ງ, ສິ່ງທີ່ພວກເຮົາກຳລັງຊອກຫາແມ່ນຊ່ອງທາງ ແລະ ຊ່ອງວ່າງທີ່ຂາດຫາຍ ເພື່ອເຕີມເຕັມຄວາມຕ້ອງການໃຫ້ແກ່ລູກຄ້າ ແລະ ຫ້າງຮ້ານທຸລະກິດຕ່າງໆທີ່ທະນາຄານອື່ນບໍ່ສາມາດສະໜອງໃຫ້ໄດ້.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 170 ເດືອນ ຕຸລາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

MARUHAN Japan Bank Lao, leading digital banking in Laos

Introduction to MJBL

MJBL is a 100% owned Japanese bank, fully licensed and incorporated in Lao PDR, our share holders and owners are MARUHAN Corporation—one of the largest conglomerates in Japan. We are present in Southeast Asia under Maruha Investment Asia (MIA)—that is based in Singapore and has financial institution presence in Indochina—MARUHAN Japan Bank Lao in Laos, Sathapana Bank and Sathapana Limited in Cambodia.

I am currently the CEO of MARUHAN Japan Bank Lao and I also sit on the Board of Directors of Sathapana Bank in Cambodia. Our group is now expanding and we strongly believe in the economies of Indochina and all our businesses are expanding especially in Cambodia –we are now 172 branches that has made us second largest branch network in Cambodia, in Myanmar as a Microfinance—we are also expanding very fast to 50 Branches and in Lao which is actually our youngest bank, we are one of the 44 banks in Laos out of which 15 are fully licensed incorporated bank in Laos. We have been operating for about 7 years now, but of course now is a very exciting journey, because we are going through a massive transformation, we will really change the bank.

About CEO…

I am a career banker of 23 years, I’ve spent the last 23 years in commercial banking, I have a very deep exposure and experience in commercial bank. So, I spent the last 23 years before I came to Maruhan, I was with the Malaysian Banking Group one of the largest Malaysian Banking Group. In this previous organizations I have done almost everything in the bank, I’ve gone through the whole Credit Cycles , starting from Sales to credit to Credit processing to Credit Collections and Credit Control, the whole Credit Cycle I have also done Marketing, Talent Development, Talent Management, IT I also led technology transformation in a group, to put in the Core Banking System, Enterprise Data Warehouse, tele- channel. I also spent time in Digital, driving innovations, driving digital experience across the group. I also check the cyber security council I am also a chairman of the Talent Council, so I almost everything in a commercial bank. I have also run Distribution; I have headed Business Compliance and my last role in the bank was Deputy Managing Director of the Bank. A year ago, I came to join Maruhan Japan Bank Lao. I was actually employed by our headquarters in Tokyo. For my Academic Background I did my Academics for Finance and Marketing I did two majors in Australia and I did my Master for Business Administration in UK. I am a believer of life-long learning so I do study and learning at the same time. Even if I started working, I got myself a professional qualification as a certified credit professional. I can do both Corporate and Retail, this certification is given by Asian Institute of Chartered Bankers and just a year ago before I came to Laos I was conferred as a Chartered Banker by the Chartered banking Institute in UK and also Asian Institute of Chartered Bankers. So, this Chartered banking certification is one of the most prestigious awards in banking industry—for banking it is actually the highest qualification you can get in the world. It’s a gold standard of banking. I have also been into many work assignments like Australia, New Zealand, Singapore, Philippines and Taiwan and I also built our off-shore development center for our IT in India.

first fully digital and paperless banking branch On Perspective on Future Banking in Laos…

We are indeed very happy that we were able to launch our first fully digital and paperless banking branch.  I think its probably first in Asia Pacific and maybe one of the first few in the World. Whereby we have actually brought to live a NeoBank—is fully digital and cloud-based there is no Physical presence so we have actually made a hybrid we brought a Neobank into a physical premise, I think we are probably one of the first few in the world that have actually done this, and why we are proud to do this whole Digital Bank was design and built in Laos. That has made Laos to be in the World Map, and people all over the world have recognized that Laos has actually now has a bank like this—it was actually posted at my LinkedIn account and has garnered attention and compliments from different professionals all over the world. Let’s talk about Laos—I think we have not only put this beautiful country in the World Map but more importantly is that, Why we are investing this in Laos, what is the future of Laos —from a commercial perspective as a Bank, since bank plays a very integral role in the economy of every country, and we feel that the future is very exciting because of the few factors—First factor is, Laos is a very young economy, and one of the smallest country with 7 Million population. If you would look at Indochina and ASEAN it is one of the smallest and probably the last frontier. Some people see this as a very negative thing but I see this as a Positive thing–  one is if you would look at lao with 7 Million population only about 1 Million have bank accounts and that means opportunity is another at least 2-3 Million taking away population of children, elderly and people who are still studying it will give you at least 50 percent of the population that is probably around 3.5 Million and banked population is still very low. Number two reason is that— Laos being one of the least develop country (LDC) which I understand that Government would like to graduate from this at year 2024—that would be a good thing and opportunity because that means in the next four years everybody will very focus to uplift the economy , the GDP, the productivity of the Lao Economy, – and why this is good is that I think when you are young you are small that means who don’t have legacy, you don’t have baggage that means you can move faster, if you are a big organization big country it is very hard to change because it is so huge and have invested so much in system and infrastructure. So Laos is a very young country and MARUHAN Japan Bank is a very young bank and that is why I am very excited with this opportunity. And the Third thing and most important– about the CoVID-19 pandemic which is very sad and I feel empathy, everybody is going through a very difficult times and even businesses. But this pandemic has given MARUHAN Japan Bank an opportunity because when the pandemic hit globally all 220 countries in the world are affected, borders are closed. I think it kind a neutralizes and level the playing field for a lot of country and because of that Laos has a good opportunity – because of the Pandemic Digitalization has a very good chance, so being one of the leading banks in Laos that has really leading the way for digitalization, payments and working with SME to transform businesses-has presented good opportunity for Laos and importantly businesses and entrepreneurs.  Overall, this will be good as the country grows there will be demand for capital, payments, lending, consumption and productivity. There will also be opportunities for advisory, financial literacy, financial management and financial inclusion and these are the areas that Maruhan is very passionate about and we want to contribute along this space.

Last important point is that if you would look at the Indochina mainly the countries of CLM Cambodia, Laos and Myanmar. Laos has the highest GDP a lot of people don’t know that and never talked about it, but that is a very good factor for the country. There is really a good opportunity in Laos, in banking but of course, it is very crowded more than 400 microfinance in the country but of course what we need to do is to find the niche, find the space to fulfill the needs of consumers and businesses that the other banks are not providing.(More interview details can be found in Target Magazine issue 170 October 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments