ວິຖີຊີວິດແບບໃໝ່ ທີ່ຜູ້ປະກອບການຕ້ອງທຳຄວາມເຂົ້າໃຈ

ຄວາມທ້າຍທາຍທີ່ສຸດ ຂອງບັນດາຜູ້ປະກອບການບ້ານເຮົາໃນຕອນນີ້ ແມ່ນໜີບໍ່ພົ້ນເລື່ອງ ການຮັກສາທຸລະກິດໃຫ້ຢູ່ລອດປອດໄພ ຈົນກວ່າຈະຜ່ານພົ້ນວິກິດການພະຍາດລະບາດ ໂຄວິດ-19 ນີ້ໄປໃຫ້ໄດ້ ເຊິ່ງຜ່ານມາເກືອບປີກໍຍັງບໍ່ທັນມີໃຜບອກໄດ້ວ່າວິກິດການຄັ້ງນີ້ ຈະແກ່ຍາວໄປຕື່ມອີກດົນປານໃດ ອາດຈະແມ່ນອີກ 6 ເດືອນ, 1 ປີ ຫຼືຫຼາຍກວ່ານັ້ນ. ໃນສະຖານະການແນວນີ້ ຜູ້ປະກອບການສ່ວນຫຼາຍກໍຮູ້ຢູ່ແລ້ວວ່າ ຕ້ອງໄດ້ປັບຕົວ ປ່ຽນແປງທຸລະກິດໃຫ້ທ່ວງທັນກັບສິ່ງທີ່ເກີດຂຶ້ນ ເຖິງວ່າຍັງບໍ່ທັນພ້ອມ ແລະ ຍັງບໍ່ຮູ້ວ່າຕ້ອງຫັນປ່ຽນໄປໃນທິດທາງໃດ.

ແຕ່ກໍມີສິ່ງໜຶ່ງທີ່ຖືກກ່າວເຖິງຫຼາຍ ແລະ ຜູ້ປະກອບການເອງກໍຕ້ອງໄດ້ທຳຄວາມເຂົ້າໃຈ ເພື່ອນຳໄປເປັນສ່ວນໜຶ່ງໃນການກຳນົດທິດທາງປັບປຸງທຸລະກິດໂດຍດ່ວນກໍຄື ວິຖີຊີວິດແບບໃໝ່ ຫຼື New Normal ແຕ່ແນວໃດກໍຕາມການນຳໃຊ້ ແນວຄິດວິຖີຊີວິດແບບໃໝ່ເຫຼົ່ານີ້ ກໍແຕກຕ່າງກັນໄປໃນແຕ່ລະອົງກອນ ເພາະວິທີການປັບຕົວທີ່ໃຊ້ໄດ້ດີໃນອົງກອນໜຶ່ງ ບໍ່ໄດ້ໝາຍຄວາມວ່າ ຈະສາມາດໃຊ້ໄດ້ດີກັບອົງກອນອື່ນໆ. ສະນັ້ນ ມື້ນີ້ຂ້າພະເຈົ້າຈຶ່ງມານຳສະເໜີສິ່ງທີ່ຜູ້ປະກອບການຄວນຮູ້ ກ່ອນນຳໄປຕີໂຈດຂອງ ວິຖີຊີວິດແບບໃໝ່ ເພື່ອນຳມາໃຊ້ກຳນົດແຜນຍຸດທະສາດຂອງທ່ານໃນໄລຍະຕໍ່ໄປ

ວິຖີຊີວິດແບບໃໝ່ແມ່ນຫຍັງ?

ແມ່ນຮູບແບບການດຳເນີນຊີວິດແບບໃໝ່ ທີ່ແຕກຕ່າງຈາກອາດີດ ເນື່ອງຈາກຖືກກະທົບຈາກບາງສິ່ງ ເຊັ່ນ: ການແຜ່ລະບາດຂອງພະຍາດ ໂຄວິດ-19 ຈົນເຮັດໃຫ້ແບບແຜນ ແລະ ແນວທາງປະຕິບັດທີ່ຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິ ແລະ ເຄີຍຄາດໝາຍລ່ວງໜ້າໄດ້ ຕ້ອງປ່ຽນແປງໄປສູ່ວິຖີໃໝ່ ພາຍໃຕ້ມາດຕະຖານໃໝ່ທີ່ບໍ່ຄຸ້ນເຄີຍ ເຊິ່ງກວມເອົາ ວິທີຄິດ, ວິທີຮຽນຮູ້, ວິທີສື່ສານ, ວິທີປະຕິບັດ ແລະ ການບໍລິຫານຈັດການຕ່າງໆ. ໂດຍວິຖີຊີວິດແບບໃໝ່ທີ່ເກີດຂຶ້ນຫຼັງຈາກ ໂຄວິດ-19 ໄດ້ແກ່:

  1. ພຶດຕິກຳການໃຊ້ອິນເຕີເນັດ: ມີບົດບາດຫຼາຍຂຶ້ນໃນຊີວິດປະຈຳວັນ ບໍ່ວ່າຈະເປັນການຮຽນອອນລາຍ ຫຼື ການເຮັດວຽກຢູ່ເຮືອນ, ການປະຊຸມອອນລາຍ, ການສັ່ງຊື້ສິນຄ້າ ແລະອາຫານ, ການເຮັດທຸລະກຳທາງການເງິນ, ການເບິ່ງຮູບເງົາອອນລາຍ ແລະອື່ນໆ.
  2. ການຮັກສາໄລຍະຫ່າງທາງສັງຄົມ: ການລະມັດລະວັງ ບໍ່ໃກ້ຊິດກັນຫຼາຍເກີນໄປ ການເດີນທາງໄປບ່ອນສາທາລະນະໜ້ອຍລົງ ເນັ້ນເຮັດກິດຈະກຳຢູ່ເຮືອນຫຼາຍຂຶ້ນ ຫຼຸດຜ່ອນການເດີນທາງທ່ອງທ່ຽວ ແລະອື່ນໆ.
  3. ການເອົາໃຈໃສ່ສຸຂະພາບ: ຂອງຄົນໃນສັງຄົມຈະເພີ່ມຫຼາຍຂຶ້ນ ເຊັ່ນ ການໃສ່ໜ້າກາກອານາໄມ, ການລ້າງມື, ການຕິດຕາມສັງເກດສຸຂະພາບຂອງຕົນເອງເປັນປະຈຳ, ການຊື້ປະກັນສຸຂະພາບ, ລວມໄປເຖິງການເລືອກກິນອາຫານທີ່ມີປະໂຫຍດ ແລະ ເພີ່ມກິດຈະກຳອອກກຳລັງກາຍຫຼາຍຂຶ້ນ.
  4. ການໃຊ້ຈ່າຍຢ່າງມີສະຕິ: ເອົາໃຈໃສ່ທ້ອນເງິນ, ຊື້ປະກັນຊີວິດ ແລະ ລົງທຶນຢ່າງປອດໄພ, ການຊື້ສິນຄ້າຟຸມເຟືອຍຈະຫຼຸດຜ່ອນລົງ ຄົນສ່ວນຫຼາຍຈະປ່ຽນມາຊື້ສິນຄ້າທີ່ຈຳເປັນ, ຄຸ້ມຄ່າ, ມີຄຸນນະພາບສູງ ແລະ ດີຕໍ່ສຸຂະພາບຫຼາຍຂຶ້ນ.

ການນຳໃຊ້ແນວຄິດວິຖີຊີວິດແບບໃໝ່ໄປປັບປຸງທຸລະກິດນັ້ນ ຜູ້ປະກອບການຕ້ອງຮູ້ຈັກໄຈ້ແຍກວ່າ ອັນໃດແມ່ນວິຖີຊີວິດແບບໃໝ່ ທີ່ເກີດຂຶ້ນຊົ່ວຄາວ? ແລະ ອັນໃດແມ່ນວິຖີຊີວິດແບບໃໝ່ ທີ່ຈະກາຍເປັນທຳນຽມປະຕິບັດຂອງສັງຄົມຕໍ່ໄປ ເຊັ່ນ: ການຊື້ເຄື່ອງອອນລາຍ, ການປະຊຸມອອນລາຍ ສິ່ງເຫຼົ່ານີ້ເປັນໄປໄດ້ວ່າ ຈະກາຍເປັນວິຖີຊີວິດແບບໃໝ່ ທີ່ຖືກສືບຕໍ່ປະຕິບັດ ເນື່ອງຈາກມັນຊ່ວຍໃຫ້ຊີວິດສະດວກສະບາຍຂຶ້ນ, ປອດໄພຂຶ້ນ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງ ແລະ ອື່ນໆ ສ່ວນການຮຽນອອນລາຍ ກໍອາດຖືກສືບຕໍ່ປະຕິບັດໃນບັນດາປະເທດທີ່ມີຄວາມພ້ອມດ້ານບຸກຄະລາກອນ ເຕັກໂນໂລຊີ ແລະ ອຸປະກອນສື່ສານແລ້ວ ແຕ່ສຳລັບບ້ານເຮົາທີ່ປະຊາກອນສ່ວນໃຫຍ່ຍັງບໍ່ທັນເຂົ້າເຖິງເຕັກໂນໂລຊີ ການຮຽນອອນລາຍກໍເປັນວິຖີຊີວິດແບບໃໝ່ທີ່ເກີດຂຶ້ນຊົ່ວຄາວ. ສ່ວນການຮັກສາໄລຍະຫ່າງທາງສັງຄົມ, ການໃສ່ໜ້າກາກອະນາໄມ ແລະ ການເດີນທາງ ແນ່ນອນວ່າ ເມື່ອມີວັກຊີນແລ້ວ ກໍຈະກັບສູ່ສະພາບປົກກະຕິ ເພາະຄົນສ່ວນໃຫຍ່ຕ້ອງການສະແຫວງຫາຄວາມສຸກ ຄວາມມ່ວນຊື່ນ ຈາກການເຂົ້າສັງຄົມ ການພົບປະໂອ້ລົມກັນ ແລະ ການເດີນທາງທ່ອງທ່ຽວ.

ເມື່ອຜູ້ປະກອບການ ໄດ້ທຳຄວາມເຂົ້າໃຈ ວິເຄາະ ແລະ ຄາດຄະເນການປ່ຽນແປງຂອງວິຖີຊີວິດແບບໃໝ່ ທີ່ຈະເກີດຂຶ້ນໃນອະນາຄົດໄດ້ແລ້ວ ສິ່ງສຳຄັນກໍຕ້ອງຮູ້ຈັກວິເຄາະອົງປະກອບຂອງແຕ່ລະອົງກອນ ແລະ ວິເຄາະພຶດຕິກຳຂອງກຸ່ມລູກຄ້າສະເພາະຂອງທ່ານນຳອີກ ວ່າມີທ່າອ່ຽງປ່ຽນໄປໃນທິດທາງໃດ ເພາະພຶດຕິກຳຂອງລູກຄ້າຈະເປັນຕົວກຳນົດຍຸດທະສາດທຸລະກິດໃໝ່, ເຊິ່ງຂະນະນີ້ ເຮົາກໍເຫັນວ່າຫຼາຍໆທຸລະກິດແມ່ນໄດ້ຫັນປ່ຽນໄປສູ່ດິຈິຕອນແພລັດຟອມ ແຕ່ກໍເປັນພຶດຕິກຳທີ່ຖືກກະຕຸ້ນດ້ວຍເງື່ອນໄຂຂອງພະຍາດລະບາດ ໃນຂະນະດຽວກັນ ກໍຍັງມີລູກຄ້າອີກຫຼາຍໆກຸ່ມພວມຄຶດຮອດປະສົບການຈາກການຊື້ສິນຄ້າ ແລະບໍລິການແບບເຊິ່ງໜ້າ (offline). ສະນັ້ນ ການທຳຄວາມເຂົ້າໃຈຄວາມຕ້ອງການຂອງລູກຄ້າຂອງທ່ານໃຫ້ເລິກເຊິ່ງ ຈຶ່ງເປັນໄຟເຍືອງທາງທີ່ສຳຄັນທີ່ສຸດສຳລັບທຸລະກິດທ່ານ.

ນອກຈາກນີ້ ໃນຍຸກແຫ່ງວິຖີຊີວິດແບບໃໝ່ ການປັບປ່ຽນພາຍໃນອົງກອນເອງກໍເປັນເລື່ອງສຳຄັນ ທີ່ຜູ້ປະກອບການບໍ່ຄວນເບິ່ງຂ້າມ ແຕ່ຄວນຈະພິຈາລະນາປັບປ່ຽນຈາກ 3 ອົງປະກອບດັ່ງຕໍ່ໄປນີ້:

  1. ຍຸດທະສາດ: ເມື່ອເກີດພະຍາດລະບາດ ໂຄວິດ-19 ແນ່ນອນວ່າກະທົບຕໍ່ແຜນຍຸດທະສາດ ປີ 2020 ທີ່ທຸກໆອົງກອນໄດ້ວາງໄວ້ ໃຫ້ບໍ່ສາມາດດຳເນີນການຕໍ່ໄປ, ການຍອມຮັບ ແລະປັບປ່ຽນຕາມສິ່ງແວດລ້ອມທາງທຸລະກິດທີ່ປ່ຽນໄປ ຈຶ່ງເປັນສິ່ງທີ່ຜູ້ປະກອບການຕ້ອງໄດ້ພິຈາລະນາເປັນອັນດັບທຳອິດ.
  2. ແນວຄິດຂອງຄົນໃນອົງກອນ: ພະນັກງານໃນອົງກອນຕ້ອງຮຽນຮູ້ທີ່ຈະນຳໃຊ້ ທຳຄວາມເຂົ້າໃຈເຖິງຄວາມສຳຄັນຂອງເຕັກໂນໂລຊີດິຈິຕອນ ຄົ້ນຄິດທີ່ຈະນຳມາປັບໃຊ້ໃຫ້ເກີດປະໂຫຍດສູງສຸດຕໍ່ອົງກອນ ໂດຍເຈົ້າຂອງອົງກອນມີໜ້າທີ່ເປັນຜູ້ນຳພາ.
  3. ວັດທະນະທຳອົງກອນ: ແນ່ນອນວ່າ ການເຮັດວຽກຢູ່ເຮືອນ ຫຼື ການເຮັດວຽກນອນສະຖານທີ່ ກຳລັງກາຍເປັນວິທີການເຮັດວຽກໃໝ່ຂອງຫຼາຍໆອົງກອນ. ສະນັ້ນ ການສ້າງວິໄນ ຄວາມເຊື່ອໝັ້ນ ໄວ້ວາງໃຈເຊິ່ງກັນແລະກັນ ການປັບຕົວໃຫ້ວ່ອງໄວ ໃຫ້ກາຍເປັນວັດທະນະທຳອົງກອນໃໝ່ ຈຶ່ງຈະເຮັດໃຫ້ວຽກມີປະສິດທິພາບໄດ້, ເຊິ່ງສິ່ງທີ່ຜູ້ປະກອບການຈະຕ້ອງພິຈາລະນາຕື່ມອີກກໍຄື ວິທີການວັດແທກຜົນການເຮັດວຽກແບບໃໝ່ ທົດແທນການນັບມື້ເຮັດວຽກ ເວລາເຂົ້າ-ອອກຫ້ອງການ ເຊິ່ງອາດໃຊ້ວິທີຕັ້ງເປົ້າໝາຍທີ່ຊັດເຈນ ວັດແທກຈາກຜົນງານຕົວຈິງກໍໄດ້.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 171 ເດືອນ ພະຈິກ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

New Normal a new way of life that entrepreneurs need to understand.

Subhead: entrepreneurs must be able to distinguish which is a temporary New Normal and which is a new way of life which will become the social custom in the future?

The most challenging thing for Lao entrepreneurs at the moment is to ensure their business survival until the COVID-19 crisis subsides. After nearly a year of the outbreak, nobody can actually tell when the crisis will end. It may prolongs for another 6 months, 1 year or even more than that. In this situation, many entrepreneurs already know well that they have to adapt and adjust their business promptly matching with what actually happened whether they are ready and know which direction to go or not.

One thing that has been widely spoken of which entrepreneurs need to understand in order to define their business direction is New Normal or a new way of life. However, different organizations adapt to the concept of New Normal differently. One method that works for this company does not mean that it will be equally effective for another. Thus, I would like to touch upon things that entrepreneurs should know before formulating their business strategy reflecting New Normal.

What is New Normal?

New Normal is a new way of life which is different from the past driven by something, for example the COVID-19 pandemic, forcing people to change their usual plans and behaviors with expected outcomes into new ways under an unfamiliar standard which includes the way of thinking, learning, communicating, implementing and administering things. Below are some new behaviors occurred in the COVID-19 era:

  1. Internet usage: the Internet has been playing an increasing role in our daily life in terms of online learning or work from home, teleconference, online shopping for goods and food, financial transaction, watching movies and so on.
  2. Social distancing: people are more concerned about space and being in a public place. As a result, they decide to stay and do activities at home more than travelling outside.
  3. Health concern: people are more concerned about health as they put on a mask, wash their hands, monitor their health status on a daily basis, buy health insurance, eat healthy food and exercise more.
  4. Cautious spending: people pay more attention on saving, buy life insurance and make safe investment. They buy less luxurious goods, while turning towards more necessary products with high quality that are worthwhile and healthy.

To effectively improve a business reflecting the concept of New Normal, entrepreneurs must know how to distinguish a temporary New Normal from a new way of life which will become the social custom in the future, such as online shopping or teleconference. These behaviors are more likely to become new practices which will continue in order to make life more convenient and safe, while saving time and cost lost from travelling and so on. Online learning can become a permanent New Normal for countries with personnel and technological readiness. In Laos, such learning method is still considered temporary due to its people’s ability to access to necessary technological tools. Social distancing, mask wearing and traveling restriction will certainly be lifted as soon as people have a vaccine. Naturally, all of us are constantly seeking happiness and enjoyment which can be acquired via socializing and traveling.

Once entrepreneurs are able to comprehend, analyze and foresee future changes driven by New Normal, they have to study how New Normal will shape the organizational structure of each business as well as consumer behaviors in order to formulate a new business strategy mirroring such changes. Whereas we are now seeing people moving towards digital platforms more driven by the pandemic, there are still clients who prefer the traditional trading method or offline shopping. As a result, to deeply understand customer demand is the key for our business success.

In this New Normal era, organizational adjustment is also very crucial that entrepreneurs should never overlook considering the following 3 elements:

  1. Strategy: COVID-19 has obviously affected and prevented every company from proceeding their strategic plan in 2020. The ability to adapt well to changes in the business environment is, therefore, a top priority that entrepreneurs should consider.
  2. Staff perception: staff members must understand the importance of digital technology, while learning how to use it effectively to create maximum benefit for their organization under the leadership of business owner.
  3. Company culture: apparently, work from home or work outside is becoming a new mode of work for many organizations. Therefore, firms must build a new company culture when people are working with strict disciplines, trusting each other and adapting quickly to changes in order to boost their business effectiveness. One thing that entrepreneurs have to take into consideration now is to come up with a new way of measuring work performance shifting from counting days and times of arriving and leaving office to setting up clear work objectives and measuring work performance based on actual outcomes.(More interview details can be found in Target Magazine issue 171 November 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments