ສ້າງກຸ່ມຕົວແທນລູກຄ້າ (Customer Persona) ເຄື່ອງມືສຳຄັນໃນການກຳນົດກຸ່ມລູກຄ້າເປົ້າໝາຍຂອງທ່ານ

ສະບາຍດີທ່ານຜູ້ອ່ານວາລະສານທາເກັດ ທີ່ຕິດຕາມຄໍລຳ Branding & Marketing ຂອງພວກເຮົາເປັນປະຈຳ ໃນເດືອນນີ້ ພວກເຮົາກໍຍັງຄົງຈະເວົ້າກ່ຽວກັບການຕະຫຼາດດິຈິຕອນ ເພື່ອໃຫ້ບັນດາຜູ້ປະກອບການໄດ້ນຳໄປໃຊ້ ຫັນປ່ຽນທຸລະກິດ ມາສູ່ດິຈິຕອນແພລັດຟອມ ເພື່ອຜ່ານຜ່າວິກິດທາງເສດຖະກິດ ແລະ ພະຍາດລະບາດ ໂຄວິດ-19 ໄປພ້ອມໆກັນ ເຊິ່ງໃນເດືອນນີ້ ຂ້າພະເຈົ້າຈະມາເວົ້າເຖິງບັນຫາທີ່ຜູ້ປະກອບການຫຼາຍໆທ່ານເບິ່ງຂ້າມ ເວລາເຮັດການຕະຫຼາດດິຈິຕອນ ນັ້ນກໍຄື ການທຳຄວາມເຂົ້າໃຈ ແລະ ຮູ້ຈັກລູກຄ້າຂອງທ່ານໃຫ້ເລິກເຊິ່ງ ເພາະຫາກເຮົາບໍ່ມີຂໍ້ມູນເຫຼົ່ານີ້ແລ້ວ ເຮົາຈະຮູ້ໄດ້ແນວໃດວ່າ ຄວນວາງຍຸດທະສາດການຕະຫຼາດໄປໃນທິດທາງໃດຈຶ່ງຈະຖືກຕ້ອງ?

ເຄື່ອງມືທີ່ຈະເຮັດໃຫ້ທ່ານເຂົ້າໃຈລູກຄ້າເປົ້າໝາຍໄດ້ຢ່າງເລິກເຊິ່ງ ນັ້ນກໍຄື Customer Persona ເຊິ່ງແມ່ນການນຳໃຊ້ຂໍ້ມູນການວິໄຈທາງການຕະຫຼາດ ແລະ ການເກັບຂໍ້ມູນພຶດຕິກຳຂອງລູກຄ້າ ແລ້ວນຳມາກຳນົດບຸກຄະລິກ ແລະ ລັກສະນະຂອງກຸ່ມເປົ້າໝາຍ ເພື່ອສ້າງໃຫ້ເປັນຕົວແທນກຸ່ມເປົ້າໝາຍ ຫຼື ລູກຄ້າໃນອຸດົມຄະຕິ ຊ່ວຍໃຫ້ນັກການຕະຫຼາດ ຫຼື ຜູ້ປະກອບການ ສາມາດເຫັນພາບຂອງກຸ່ມລູກຄ້າເປົ້າໝາຍ ແລະ ຄວາມຄາດຫວັງຂອງພວກເຂົາໄດ້ຊັດເຈນຂຶ້ນ. ສຳລັບທຸລະກິດທີ່ລັກສະນະຂອງລູກຄ້າບໍ່ຄ່ອຍແຕກຕ່າງກັນຫຼາຍ ການສ້າງ Customer Persona ກໍພຽງແຕ່ດຶງເອົາຄຸນລັກສະນະຂອງລູກຄ້າສ່ວນໃຫຍ່ ທີ່ເປັນຕົວແທນຂອງລູກຄ້າຫຼັກ ເຂົ້າມາວິເຄາະ ແຕ່ສຳລັບທຸລະກິດທີ່ມີລູກຄ້າທີ່ແຕກຕ່າງກັນຫຼາຍກຸ່ມ ການສ້າງ  Customer Persona ກໍຈຳເປັນຕ້ອງມີຫຼາຍກວ່າ 1 ຊຸດ ເພື່ອໃຫ້ເຫັນພາບຄຸນລັກສະນະຂອງກຸ່ມລູກຄ້າຫຼັກ ໃນແຕ່ລະກຸ່ມທີ່ແຕກຕ່າງກັນໄດ້ຊັດເຈນນຳອີກ

ຂໍ້ດີຂອງ Customer Persona ໄດ້ແກ່:

  1. ຊ່ວຍໃຫ້ທ່ານວາງແຜນຍຸດທະສາດການຕະຫຼາດໄດ້ງ່າຍຂຶ້ນ – ເພາະເຂົ້າໃຈລູກຄ້າ ແລະ ຄວາມຄາດຫວັງຂອງເຂົາເຈົ້າ ທ່ານສາມາດກຳນົດຈຸດຂາຍ ວາງລາຄາ ແລະ ຊ່ອງທາງໃນການເຊື່ອມຕໍ່ກັບລູກຄ້າໄດ້ງ່າຍຂຶ້ນ ທັງເພື່ອການຂາຍ ແລະ ການສື່ສານ
  2. ທ່ານເຂົ້າເຖິງລູກຄ້າໄດ້ຫຼາຍຂຶ້ນ ແລະ ເຈາະຈົງຂຶ້ນ – ການເຈາະຈົງບຸກຄະລິກຂອງກຸ່ມເປົ້າໝາຍໃຫ້ຊັດເຈນ ເຮັດໃຫ້ທ່ານວາງແຜນ ສື່ສານ ທີ່ຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າໄດ້ຢ່າງຖືກຕ້ອງ
  3. ທ່ານວາງເປົ້າໝາຍອົງກອນໄດ້ແນ່ນອນຂຶ້ນ – ສາມາດພັດທະນາສິນຄ້າ ແລະ ບໍລິການໃຫ້ຕອບໂຈດລູກຄ້າຢ່າງມີທິດທາງທີ່ຊັດເຈນ
  4. ຊ່ວຍໃຫ້ທ່ານຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ມີປະໂຫຍດ – ທ່ານສາມາດຕັດລາຍຈ່າຍ ການສື່ສານ ກິດຈະກຳ ທີ່ບໍ່ກ່ຽວຂ້ອງກັບກຸ່ມເປົ້າໝາຍອອກໄປໄດ້ ເມື່ອຮູ້ຈັກກຸ່ມເປົ້າໝາຍຢ່າງເລິກເຊິ່ງ
  5. ສ້າງຄວາມໄດ້ປຽບທາງການແຂ່ງຂັນໃຫ້ທຸລະກິດທ່ານ –  ທຸລະກິດທີ່ເຂົ້າໃຈລູກຄ້າ ສາມາດເຂົ້າໄປຢືນໃນໃຈຂອງເຂົາເຈົ້າ ຍ່ອມໄດ້ປຽບທາງການແຂ່ງຂັນຫຼາຍກວ່າຄູ່ແຂ່ງ

ການເຮັດ Customer Persona ຈຶ່ງເປັນຂະບວນການທີ່ສຳຄັນຫຼາຍ ໃນການວາງແຜນຍຸດທະສາດການຕະຫຼາດ ການສື່ສານຂໍ້ມູນອອກໄປຫາລູກຄ້າຢ່າງເຈາະຈົງ ຖືກຕ້ອງຕາມຄາດໝາຍ ຖືກບ່ອນ ຖືກເວລາ ຍັງຊ່ວຍໃຫ້ການເຮັດວຽກໂດຍລວມຂອງອົງກອນດີຂຶ້ນໄປຕື່ມອີກ ຕໍ່ໄປເຮົາຈະມາຮຽນຮູ້ວິທີການສ້າງ Customer Persona

ວິທີການສ້າງ Customer Persona ມີດັ່ງຕໍ່ໄປນີ້:

  1. ສ້າງຈາກກຸ່ມລູກຄ້າທີ່ມີຢູ່ແລ້ວ: ດ້ວຍການສຳພາດລູກຄ້າດ້ວຍຊຸດຄຳຖາມຕ່າງໆ ເພື່ອໃຫ້ໄດ້ຂໍ້ມູນຈາກປາກລູກຄ້າ ຫຼືສາມາດຮັບຮູ້ວ່າ ກຸ່ມຜູ້ສົນໃຈມີອາຍຸ ເພດ ຄວາມສົນໃຈ ແລະ ອື່ນໆແບບນີ້ ນອກຈາກນັ້ນ ກໍຍັງສາມາດໃຊ້ຂໍ້ມູນຈາກການເກັບຜ່ານດິຈິຕອນແພລັດຟອມ, ຂໍ້ມູນແບບວິເຄາະຈາກສື່ສັງຄົມອອນລາຍ (Social Media Analytics) ຂໍ້ມູນແບບວິເຄາະຈາກກູເກິນ (Google Analytics), ຂໍ້ມູນຖານລູກຄ້າ ຫຼື ດ້ວຍການໂທສອບຖາມ ແລະ ອື່ນໆ ເພື່ອໃຫ້ສາມາດສ້າງຂໍ້ມູນທີ່ມີຄວາມຄົບຖ້ວນ.
  2. ສ້າງຈາກກຸ່ມລູກຄ້າທີ່ຍັງບໍ່ທັນມີ: ວິທີນີ້ແມ່ນສ້າງຈາກການລະດົມສະໝອງ ເຊິ່ງເລີ່ມຈາກການວາງເປົ້າໝາຍຂອງສິນຄ້າ ຫຼື ບໍລິການ ວາງລະດັບໂຄງການຂຶ້ນມາ ແລະ ສຳພາດຜູ້ທີ່ກ່ຽວຂ້ອງກັບໂຄງການທັງໝົດອອກມາ ເພື່ອໃຫ້ໄດ້ພາບລວມຂອງມຸມມອງແຕ່ລະທ່ານໃຫ້ກາຍເປັນພາບດຽວ ແລ້ວນຳມາທຽບກັບພາບລວມ ຫຼືທ່າອ່ຽງຂອງທຸລະກິດ ແລະ ຂະແໜງອຸດສາຫະກຳທີ່ທ່ານຈະເຂົ້າຮ່ວມ ລວມທັງສຶກສາຂໍ້ມູນກ່ຽວກັບການຕະຫຼາດ ສຸດທ້າຍຈຶ່ງສະຫຼຸບລວມ

ເມື່ອໄດ້ຂໍ້ມູນລວມແລ້ວ ກໍໃຫ້ນຳຂໍ້ມູນເຫຼົ່ານັ້ນມາໄຈ້ແຍກອອກ ຕາມອົງປະກອບດັ່ງລຸ່ມນີ້:

(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 170 ເດືອນ ຕຸລາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

create customer persona as an important tool in determining your target customers

            Greetings dear readers of Target Magazine, especially regular followers of Branding & Marketing Column. This month, I will still continue to talk about digital marketing so that entrepreneurs can make use of some introduced techniques in moving their business to digital platforms in order to overcome economic crisis driven by the COVID-19 pandemic. For this month, I will touch upon issues that most entrepreneurs have overlooked when conducting digital marketing i.e. to try to understand and know your customers more deeply. Without these pieces of information, how can we correctly plan our marketing strategy?

Tool that will help you understanding your target customers more deeply is customer persona, which is made by utilizing information regarding market analysis and customer behavior to create personality and characteristic of the target group. This method is to build a representative target group or ideal customers in order for marketers or entrepreneurs to vision target customers and their expectations more clearly. For business that customers are slightly different in terms of characteristic, entrepreneurs can come up with customer persona that reflects characteristic of the majority. However, for business that customers are hugely different in terms of personality, entrepreneurs must come up with more than 1 set of customer persona in order to be able to distinctively see the personality of their main clients.

Advantages of having customer persona:

  1. Help you plan your strategy more easily because you will understand your customers and their expectations better which is useful in determining a point of sales, price and channel in connecting with consumers for the purpose of selling and communicating with them.
  2. Help you reach certain customers more. Ability to specify a target group clearly will help you plan your communication in response to their demand more accurately.
  3. Help you set your organizational objective more clearly, while developing products and services in response to customer demand more effectively.
  4. Help you reduce unnecessary spending, while cutting communication and activity costs that are unrelated to your target customers once you realize who your target is.
  5. Help you gain advantage in business competition. Business that understands customers well is more likely to be accepted by consumers than competitors.

Creating customer persona is, therefore, a very crucial process in planning a marketing strategy and accurately conveying messages to a certain group of customers in the right place and at the right time. It will also help bettering the overall performance of an organization. Next, let us learn how to make customer persona together.

Steps in creating customer persona:

  1. Make use of existing customers: you can do so by interviewing customers with questions in order to gain direct data from them or to learn their interest based on age, gender and so on. Moreover, you can make use of information collected through digital platforms, social media analytics, google analytics, database, direct phone call and so on to create the complete profile.
  2. Acquire information from non-customers: this method can be done through brainstorming. You can start by setting an objective for your products or services, while setting a specific project to work on. Then interview people involved in the project in order to collect each person’s viewpoint before combining them into a single overall perception. Such perception will be used to compare with the trend of business or industry that you are planning to enter. Finally, you should study marketing information before summarizing all data collected.

Once you have all the information needed, you should divide them based on the following elements:(More interview details can be found in Target Magazine issue 170 October 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments