ການບໍລິຫານເງິນສົດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ສະພາບຄ່ອງເງິນສົດ ຖືເປັນຫົວໃຈທີ່ສຳຄັນຂອງການຍືນຍົງຄົງຕົວ ແລະ ຂະຫຍາຍຕົວຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ເຊິ່ງຜູ້ປະກອບການຕ້ອງໄດ້ຄຳນຶງ ແລະ ບໍລິຫານໃຫ້ຢູ່ລອດ ໂດຍສະເພາະແມ່ນຢູ່ໃນໄລຍະທີ່ສະພາບເສດຖະກິດບໍ່ມີຄວາມແນ່ນອນ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ບົດຄວາມທີ່ຜ່ານມາໄດ້ນໍາສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສໍາຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດ, ແຕ່ສຳລັບບົດຄວາມນີ້ ຈະລົງເລິກເພີ່ມຕື່ມສະເພາະກ່ຽວກັບການບໍລິຫານເງິນສົດເພື່ອຮັກສາສະຖານະພາບໃຫ້ຢູ່ໃນລະດັບທີ່ພຽງພໍຕາມສະພາບການທີ່ມີການຜັນແປໄດ້ຕະຫຼອດເວລາ.

ການບໍລິຫານເງິນສົດ: ໝາຍເຖິງການບໍລິຫານຈັດການທາງການເງິນທີ່ກ່ຽວຂ້ອງກັບປະສິດທິພາບຂອງການເກັບລວບລວມເງິນສົດ, ການເບີກຈ່າຍເງິນສົດ ແລະ ການລົງທຶນໃນຊັບສິນ ຜ່ານການສ້າງງົບປະມານເງິນສົດ (Budget Balance) ເພື່ອໃຊ້ໃນການຄາດຄະເນຄວາມຕ້ອງການເງິນສົດໃນອະນາຄົດ ແລະ ການຄວບຄຸມການດຳເນີນງານຕ່າງໆ ໃຫ້ເປັນໄປຕາມງົບປະມານ. ນອກຈາກນີ້, ໃນງົບປະມານເງິນສົດຂອງກິດຈະການນັ້ນຕ້ອງສັງລວມຂໍ້ມູນທີ່ກ່ຽວຂ້ອງ ເຊັ່ນ ລາຍການຄ້າຂາຍ ແລະ ບໍລິການ ທີ່ເກີດຂຶ້ນໃນແຕ່ລະເດືອນ, ຈຳນວນເງິນສົດຄົງເຫຼືອໃນບັນຊີ, ລາຍການຈ່າຍເງິນສົດ, ຍອດເງິນຄົງເຫຼືອໃນແຕ່ລະເດືອນ, ການຄາດຄະເນເງິນສົດທີ່ຕ້ອງຈ່າຍອອກໃນເດືອນຕໍ່ໆໄປ ເປັນຕົ້ນ. ໃນນີ້ ຜູ້ຂຽນ ຈະນໍາເອົາບາງແນວທາງການບໍລິຫານ ເງິນສົດທີ່ສາມາດນໍາໃຊ້ໄດ້ຈິງ ແລະ ເກີດດອກອອກຜົນແທ້ ມາໃຫ້ຜູ້ປະກອບການ ວນກ ໄດ້ນຳໄປປະຍຸກໃຊ້ໃນກິດຈະການຂອງຕົນ ເພື່ອໃຫ້ການບໍລິຫານເງິນສົດເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ ດັ່ງນີ້:

(1) ການເລັ່ງເງິນສົດຮັບເຂົ້າ: ຜູ້ປະກອບການ ວນກ ຈະຕ້ອງກໍານົດແນວທາງ ແລະ ມາດຕະການ ເພື່ອໃຫ້ເງິນສົດໄຫຼເຂົ້າສູ່ກິດຈະການໃນແຕ່ລະວັນຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເພື່ອຮັກສາສະຖານະເງິນສົດຮັບສຸດທິເປັນບວກ (ເງິນສົດຮັບຫຼາຍກວ່າເງິນສົດຈ່າຍ) ໂດຍການສ້າງງົບປະມານເງິນສົດປະຈຳວັນເພື່ອເປັນການຄວບຄຸມ, ຕິດຕາມ ແລະ ກວດກາສະຖານະການເງິນສົດໃນແຕ່ລະວັນ. ການເລັ່ງເກັບເງິນສົດຂາເຂົ້າ ສາມາດເຮັດໄດ້ໃນຫຼາຍຮູບແບບ  ໂດຍສຸມໃສ່ແຫຼ່ງເງິນສົດຕົ້ນຕໍຂອງກິດຈະການທີ່ມາຈາກລາຍໄດ້ຈາກການຂາຍເປັນ ສໍາຄັນ ຮອງລົງມາຈຶ່ງຄິດເລື່ອງການຂາຍຊັບສິນທີ່ບໍ່ຈໍາເປັນອອກ ຫຼື ການກູ້ຢືມ. ສະນັ້ນ, ຜູ້ປະກອບການ ວນກ ຈະຕ້ອງພະຍາຍາມເຮັດແນວໃດກໍໄດ້ເພື່ອໃຫ້ຍອດຂາຍສະເລ່ຍໃນແຕ່ລະເດືອນສູງກວ່າລາຍຈ່າຍ. ເຖິງຢ່າງໃດກໍຕາມ, ຍອດຂາຍ ແລະ ລາຍຈ່າຍແມ່ນເປັນພຽງແຕ່ຕົວເລກບັນຊີທີ່ອາດຈະບໍ່ໄດ້ຮັບເປັນເງິນສົດແທ້ ເພາະວ່າບາງສ່ວນຂອງຍອດຂາຍອາດຈະຕົກເປັນໜີ້ຕ້ອງຮັບທາງການຄ້າ  ໃນຂະນະທີ່ຄ່າໃຊ້ຈ່າຍບາງຢ່າງກໍອາດຈະເປັນໜີ້ຕ້ອງສົ່ງໄດ້ເຊັ່ນດຽວກັນ. ສະນັ້ນ, ເພື່ອເລັ່ງໃຫ້ເງິນສົດເຂົ້າ ຈະຕ້ອງແນ່ໃສ່ການເພີ່ມຍອດຂາຍທີ່ເກັບເງິນສົດໄດ້ ໂດຍການສົ່ງເສີມການຂາຍໃນຫຼາຍຮູບແບບ ເຊັ່ນ ການຫຼຸດລາຄາ, ແລກຊິງຂອງລາງວັນ, ມີຂອງແຈກຂອງແຖມ ແລະ ອື່ນໆ ເຊິ່ງຕ້ອງໄດ້ເຮັດກິດຈະກຳເຫຼົ່ານີ້ໃນຈຸດຂາຍເພື່ອທີ່ຈະເລັ່ງໃຫ້ລູກຄ້າຊື້ເງິນສົດໃຫ້ຫຼາຍເທົ່າທີ່ເປັນໄປໄດ້. ໃນກໍລະນີນີ້ ຈະໄດ້ຮັບຜົນປະໂຫຍດໂດຍທັນທີ ຖ້າຜູ້ປະກອບການ ເປັນຜູ້ຂາຍເອງໂດຍບໍ່ຕ້ອງຜ່ານເຄືອຂ່າຍຜູ້ຂາຍສົ່ງ ຫຼື ຜູ້ຂາຍຍ່ອຍ; ຖ້າຜູ້ປະກອບການ ຕ້ອງການຂາຍຜ່ານເຄືອຂ່າຍຜູ້ຂາຍສົ່ງ ແລະ ຜູ້ຂາຍຍ່ອຍ ກໍຈຳເປັນຕ້ອງໄດ້ມີການເຈລະຈາຕໍ່ລອງກັບເຄືອຂ່າຍເຫຼົ່ານີ້ ໃນການເລັ່ງການຊຳລະເງິນຄ່າສິນຄ້າທີ່ຂາຍໄດ້ໃຫ້ໄວຂຶ້ນ ແລະ ແນ່ນອນວ່າຈະມີການສົ່ງເສີມການຂາຍໃຫ້ແກ່ເຄືອຂ່າຍຜູ້ຄ້າຄືກັນ ເຊັ່ນ ການໃຫ້ສ່ວນຫຼຸດເງິນສົດ, ການຊຸກຍູ້ການຈ່າຍຊຳລະເງິນສົດຜ່ານກິດຈະກຳຊິງລາງວັນ​ ຫຼື ໃຫ້ສິ່ງຈູງໃຈ (Incentives) ຕ່າງໆ ເຊັ່ນ ການຈັດນຳທ່ຽວໃຫ້ແກ່ເຄືອຂ່າຍຂອງຮ້ານຄ້າທີ່ສາມາດຊຳລະເງິນສົດໄດ້ຕາມເປົ້າທີ່ໄດ້ກຳນົດໄວ້, ການສະສົມຍອດຊຳລະເງິນສົດເພື່ອຊິງລາງວັນຕອບແທນ ແລະ ອື່ນໆ ເພື່ອເປັນເຄື່ອງມືໃຫ້ເຄືອຂ່າຍຮ້ານແຕ່ລະຮ້ານມີໂອກາດແຂ່ງຂັນກັນເອງ ທັງໃນການສ້າງຍອດຂາຍ ແລະ ຍອດຊຳລະສິນຄ້າດ້ວຍເງິນສົດໃຫ້ໄວຂຶ້ນ.

(2) ການຊະລໍເງິນສົດຂາອອກ: ການແກ່ຍາວການໄຫຼອອກຂອງເງິນສົດ ເປັນອີກແນວທາງໜຶ່ງທີ່ຈະຊ່ວຍໃຫ້ກິດຈະການມີສະຖານະເງິນສົດຮັບສຸດທິເປັນບວກໄດ້ ເຊິ່ງແນວທາງນີ້ອາດຈະໃຊ້ໄດ້ດີໃນໄລຍະທີ່ສະພາບເສດ ຖະກິດໄດ້ຮັບຜົນກະທົບທາງລົບທີ່ຍອດຂາຍຫຼຸດລົງ. ການຊະລໍຈ່າຍເງິນສົດອອກຈຶ່ງເປັນແນວທາງທີ່ຈຳເປັນ ໂດຍເງິນສົດຈ່າຍອອກຕົ້ນຕໍ ເຊັ່ນ ຄ່າວັດຖຸດິບ, ຄ່າໃຊ້ຈ່າຍໃນການຜະລິດ (ຄ່າສາທາລະນຸປະໂພກຕ່າງໆ), ຄ່າໃຊ້ຈ່າຍໃນການບໍລິຫານ (ເງິນເດືອນ, ຄ່າເຊົ່າ, ຄ່າໃຊ້ຈ່າຍການຕະຫຼາດ ໆລໆ) ເຊິ່ງໃນທາງປະຕິບັດແລ້ວ ຜູ້ປະກອບການ ສາມາດດຳເນີນການໄດ້ຫຼາຍຮູບແບບ ເຊັ່ນ ລອງສະເໜີຂໍຄວາມຮ່ວມມືກັບຜູ້ຈຳໜ່າຍວັດຖຸດິບໃນການຊຳລະຄ່າວັດຖຸດິບລ່າຊ້າອອກໄປ ໂດຍແລກກັບການສັ່ງຊື້ໃນຈຳນວນທີ່ເພີ່ມຂຶ້ນທົດແທນ ໂດຍການເຊັນສັນຍາຊື້ລ່ວງໜ້າ ແຕ່ອາດໃຫ້ຜູ້ຈຳໜ່າຍວັດຖຸດິບເປັນຜູ້ເກັບໄວ້ແທນ ເພື່ອບໍ່ໃຫ້ເຄື່ອງດັ່ງກ່າວມາເກັບມ້ຽນໄວ້ສາງເຮົາຫຼາຍເກີນໄປເພາະຈະເກີດມີຕົ້ນທຶນບໍລິຫານສາງເພີ່ມໄດ້ ໂດຍໃຫ້ຜູ້ສະໜອງນຳສົ່ງໃຫ້ເປັນງວດໆຕາມແຜນການຜະລິດ ເຊິ່ງໃນກໍລະນີນີ້ ຈະໃຊ້ກັບວັດຖຸດິບທີ່ຈຳເປັນຕ້ອງໄດ້ໃຊ້ແນ່ນອນ ແລະ ບໍ່ໝົດອາຍຸງ່າຍ; ນອກນີ້ຍັງມີ ການຜ່ອນຊຳລະຄ່າໃຊ້ຈ່າຍໃນການຜະລິດບາງລາຍການ ທີ່ສາມາດດຳເນີນການໄດ້ ຫຼື ການຊຳລະເປັນບັດເຄຣດິດແທນຈ່າຍເງິນສົດ, ການເລື່ອນຊຳລະຄ່າເຊົ່າຕ່າງໆເປັນລາຍປີແທນລາຍເດືອນໂດຍແລກປ່ຽນກັບການຕໍ່ສັນຍາເຊົ່າໄລຍະຍາວຂຶ້ນ, ການຂໍຄວາມຮ່ວມມືກັບພະນັກງານໃນການຈ່າຍເງິນເດືອນລ່າຊ້າອອກໄປ ແຕ່ຊົດເຊີຍດອກເບ້ຍໃຫ້ສຳລັບຄົນທີ່ສາມາດໃຫ້ຄວາມຮ່ວມມືກັບກິດຈະການໄດ້, ການໃຫ້ວັນພັກທົດແທນການຈ່າຍໂບນັດ, ການເພີ່ມປະສິດທິພາບໃນການວັດຜົນງານຂອງພະນັກງານເພື່ອສາມາດໃຫ້ຄ່າຕອບແທນພະນັກງານໄດ້ຢ່າງເໝາະສົມ ໂດຍຈະຕ້ອງມີການກຳນົດຕົວຊີ້ວັດຜົນງານ (KPI) ຢ່າງເປັນຮູບປະທຳ ແລະ ໄດ້ຜົນຈິງ ເຊິ່ງຈະເຮັດໃຫ້ຜູ້ປະກອບການ ສາມາດໄຈ້ແຍກພະນັກງານທີ່ມີປະສິດທິພາບໃຫ້ຄົງຢູ່ກັບອົງກອນ ແລະ ຕັດຮອນຄ່າໃຊ້ຈ່າຍທີ່ບໍ່ເໝາະສົມອອກໄດ້ ເປັນຕົ້ນ. (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 170 ເດືອນ ຕຸລາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Cash management of SMEs

Cash liquidity is the key in sustainability and growth of SMEs. Entrepreneurs must always consider this fact and manage it well in order to survive, especially when we living in the era full of economic uncertainties, for instance impacts from the COVID-19 pandemic. In the previous article, the writer discussed about the importance of financial liquidity and how to manage it well for business. This article will go more in-depth about how to manage and maintain a proper level of cash in order to deal with any uncertainty which can occur at any time.

Cash management refers to effective methods of financial management by taking into consideration of the accumulation of cash, cash payment and asset investment through budget balance to calculate demand for future cash, while controlling budget spending. Business owners must take into consideration of every aspect of their cash information, for example cash incurred from sales and service in each month, amount of cash remained in account, cash spending, remaining balance in each month and the estimated amount of cash to be spent next month. In this article, the writer would like to share with you some practical ways in managing cash so that you can improvise these methods in effectively managing cash of your own business.

(1) Accelerate incoming cash: SME entrepreneurs must come up with ways and measures to accelerate incoming cash in a continuous and consistent manner in order to maintain their positive cash flow (more incoming than outgoing money). They can do so by creating daily budget balance in order to control, monitor and inspect their daily cash flow statement. There are many ways in accelerating incoming cash. One can focus on accumulating cash from their primary source of income, selling unnecessary assets or taking loans. Therefore, entrepreneurs must do whatever it takes to keep their average sales volume above spending. Nevertheless, sales volume and spending may only appear to you as number, not cash because some part of sales volume may come to you in the form of receivable debt and some part of spending may go to payable debt as well. In order to accelerate incoming cash, entrepreneurs need focus primarily on sales that give them cash, such as sales promotions like discount, drawing prize, giveaway and so on, to encourage people to make as many purchases in cash as possible. If business owners carry out all the sales on their own, they will receive full amount of cash for themselves. However, if they decide to sell their goods via wholesalers and retailers, they have to make sure that to receive cash quickly. Entrepreneurs might have to motivate wholesalers and retailers to make payment in cash by giving them discount, drawing prize or other incentives, such as a trip for distributors who achieve sales target, prize for those who achieve the target amount of cash payment and so on. This will serve as a tool in motivating distributions in your business network to compete with each other in boosting product sales and cash payment further.

(2) Slow outgoing cash: to prolong outgoing cash is another way to give your business positive cash flow. This method is highly effective, especially when your business is experiencing negative sales volume. Therefore, to slow down cash payment is really necessary, particularly payment on materials, production cost (utility cost), administrative cost (salary, rental fee, marketing cost, etc). In practice, entrepreneurs can handle with these costs in a number of ways, for example to request material suppliers to extend their payment due date longer in exchange for a big order. Entrepreneurs may sign a contract with the suppliers, while letting the suppliers keep the materials in order to avoid stocking problem and cost. Supply of materials can be divided into installments based on a production plan of the entrepreneurs. However, this can only be applied to materials which will surely be used and have a longer expiry date. In addition, entrepreneurs can negotiate for payment in installments for some items or pay with a credit card instead of cash, pay rental fee by year not by month in exchange for a longer rent, request for assistance from staff members who can receive late salary payment, while giving them interest as a compensation, and offer staff members more day offs instead of bonus. Entrepreneurs can also increase the effectiveness of staff assessment in order to help them determining a proper level of remuneration using KPI. This way, entrepreneurs will know which staff member is more effective and should be kept, while eliminating unnecessary costs.(More interview details can be found in Target Magazine issue 170 October 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments