ເຕັກນິກການນອນໃຫ້ເກີດປະສິດທິພາບສູງສຸດ

ທ່ານເຄີຍສົງໃສບໍ່ວ່າ ເປັນຫຍັງຊ່ວງເວລາຕອນເຊົ້າທີ່ຕ້ອງດຶງຕົນເອງໃຫ້ລຸກຈາກບ່ອນນອນຈຶ່ງເປັນໜຶ່ງໃນຊ່ວງເວລາທີ່ລໍາບາກທີ່ສຸດໃນແຕ່ລະມື້ ຫຼາຍທ່ານອາດໃຫ້ເຫດຜົນໄປໃນທາງດຽວກັນວ່າ ຍ້ອນນອນບໍ່ພຽງພໍ ແຕ່ທ່ານເຄີຍສັງເກດຕົນເອງບໍ່ວ່າ ບາງມື້ເຖິງຈະນອນເປັນເວລາດົນສົມຄວນແລ້ວ ເມື່ອຕື່ນຂຶ້ນມາກໍຍັງຮູ້ສຶກອ່ອນເພຍ ສະລຶມສະລື ບໍ່ສົດຊື່ນ ບາງມື້ນອນໜ້ອຍກວ່າ ແຕ່ພັດຮູ້ສຶກວ່າຕື່ນມາແລ້ວຍັງສົດຊື່ນຫຼາຍກວ່າມື້ນອນຫຼາຍ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນໍາການຄົ້ນຄວ້າທີ່ໜ້າສົນໃຈກ່ຽວກັບ ຮອບວຽນການນອນຕາມຫຼັກການ 90 ນາທີ ມາແບ່ງປັນ ເພື່ອຊ່ວຍໄຂຂໍ້ຂ້ອງໃຈໃຫ້ບັນດາຜູ້ອ່ານ ແລະ ລອງນໍາໄປປັບໃຊ້ໃຫ້ເກີດປະໂຫຍດໃນຊີວິດປະຈໍາວັນ.

ແນ່ນອນວ່າ ການນອນຖືເປັນການພັກຜ່ອນທີ່ດີທີ່ສຸດ ແລະ ຈໍາເປັນຕໍ່ຮ່າງກາຍເປັນຢ່າງຍິ່ງ ເພາະຫາກນອນພຽງພໍກັບຄວາມຕ້ອງການຂອງຮ່າງກາຍແລ້ວ ຈະສົ່ງຜົນໃຫ້ຮ່າງກາຍມີສຸຂະພາບດີຂຶ້ນ ຍ້ອນຮ່າງກາຍໄດ້ຮັບການຟື້ນຟູ ຊ່ວຍເຮັດໃຫ້ລະບົບຕ່າງໆຂອງຮ່າງກາຍເຮັດວຽກໄດ້ຢ່າງເປັນປົກກະຕິ ບໍ່ວ່າຈະເປັນ ການຟຶື້ນຟູການເຜົາຜານພະລັງງານ ການຈະເລີນເຕີບໂຕ ພູມຄຸ້ມກັນ ລະບົບປະສາດ ແລະ ສະໝອງທີ່ເປັນພາກສ່ວນສຳຄັນໃນ ການການຮຽນຮູ້ ແລະ ຈົດຈໍາ ໆລໆ ພ້ອມທັງສົ່ງຜົນໃຫ້ຈິດໃຈປອດໂປ່ງ ສົດຊື່ນ ແລະ ອາລົມດີ ເພື່ອກຽມພ້ອມໃນການເລີ່ມຕົ້ນມື້ໃໝ່ ແລະ ພ້ອມຮັບມືກັບສະຖານະການຕ່າງໆທີ່ເກີດຂຶ້ນໃນລະຫວ່າງມື້.

ທ່ານຮູ້ ຫຼື ບໍ່ວ່າ ການນອນຫຼັບທີ່ພຽງພໍນັ້ນ ບໍ່ໄດ້ໝາຍເຖິງແຕ່ໄລຍະເວລາທີ່ພຽງພໍເທົ່ານັ້ນ  ແຕ່ໝາຍເຖິງການນອນພຽງພໍຢ່າງມີຄຸນນະພາບ ຈຶ່ງຈະເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນຢ່າງມີປະສິດທິພາບສູງສຸດ. ຈາກຜົນການຄົ້ນຄວ້າຫຼາຍໆບົດຈາກຕ່າງປະເທດພົບວ່າ ໄລຍະເວລາໃນການນອນບໍ່ແມ່ນປັດໄຈດຽວທີ່ເຮັດໃຫ້ເຮົາຕື່ນມາແລ້ວສົດຊື່ນໄດ້ ຍັງມີປັດໄຈທີ່ກ່ຽວຂ້ອງກັບຄຸນນະພາບ ແລະ ຮອບວຽນຂອງການນອນນໍາອີກ. ໃນທາງວິທະຍາສາດແລ້ວ ໃນຂະນະທີ່ຄົນເຮົານອນຫຼັບ ສະໝອງຈະຍັງເຮັດວຽກເປັນຮອບວຽນ ໂດຍໃນແຕ່ລະຮອບຈະໃຊ້ເວລາ ປະມານ 90 ນາທີ ໂດຍໝູນວຽນຊໍ້າຕະຫຼອດຄືນ ຊຶ່ງເຮັດໃຫ້ເກີດມີຊ່ວງເວລາ ຫຼັບເລິກ ແລະ ຫຼັບຕື້ນ ສະຫຼັບກັນໄປ, ຫາກເຮົາຕື່ນຂຶ້ນມາໃນຊ່ວງຫຼັບເລິກ ເຮົາມັກຈະມີອາການອ່ອນເພຍ ສະລຶມສະລື ບໍ່ສົດຊື່ນ ແລະ ຕື່ນຍາກກວ່າປົກກະຕິ, ແຕ່ຫາກເຮົາຕື່ນຂຶ້ນມາໃນຊ່ວງຫຼັບຕື້ນ ຮ່າງກາຍກໍຈະສົດຊື່ນ ຕື່ນຕົວ ແລະ ບໍ່ຢາກນອນອີກ, ໂດຍການນອນແບ່ງອອກເປັນ 2 ຊ່ວງໃຫຍ່ ຄື:

  1. ຊ່ວງເວລາຂອງການນອນຫຼັບທີ່ບໍ່ມີການເໜັງຕີງຂອງໜ່ວຍຕາໄປມາຢ່າງວ່ອງໄວ (Non Rapid Eye Movement ຫຼື NON REM) ເປັນຊ່ວງເລີ່ມຕົ້ນຂອງການນອນ ຊຶ່ງແບ່ງອອກເປັນ 3 ໄລຍະຍ່ອຍ ຄື:
  2. ໄລຍະທີ 1 ເປັນຊ່ວງເລີ່ມຫຼັບ ໂດຍທົ່ວໄປຈະໃຊ້ເວລາປະມານ 5-10 ນາທີ ຊຶ່ງເກີດຂຶ້ນຫຼັງຈາກເຮົາເລີ່ມຫຼັບຕາ ສະໝອງຈະເລີ່ມເຮັດວຽກຊ້າລົງ ຖ້າຖືກປຸກໃຫ້ຕື່ນກໍຍັງຈະບໍ່ຄ່ອຍຮູ້ສຶກມຶນງົງປານໃດ ຫຼື ຍັງຮູ້ສຶກວ່າບໍ່ທັນໄດ້ນອນຫຼັບເທື່ອ ດັ່ງນັ້ນ ການນອນໃນຊ່ວງນີ້ບໍ່ຄ່ອຍມີຜົນກັບຮ່າງກາຍຫຼາຍປານໃດ.
  3. ໄລຍະທີ 2 ເປັນຊ່ວງທີ່ຫົວໃຈເລີ່ມເຕັ້ນຊ້າລົງ ອຸນຫະພູມຮ່າງກາຍເລີ່ມຫຼຸດລົງເລັກໜ້ອຍ ໂດຍຈະໃຊ້ເວລາປະມານ 20 ນາທີ ໃນຊ່ວງນີ້ສະໝອງສ່ວນທີ່ມີໜ້າທີ່ກ່ຽວຂ້ອງກັບຄວາມຈໍາ ຄວາມສົນໃຈ ການຮັບຮູ້ຕ່າງໆ ຄວາມຄິດ ພາສາ ແລະ ສະຕິ ແມ່ນຈະຍັງເຮັດວຽກຢູ່. ສະນັ້ນ ບາງຄັ້ງ ການໄດ້ນອນໃນເວລາສັ້ນໆພຽງ 30-40 ນາທີ ກໍພຽງພໍໃນການກະຕຸ້ນການເຮັດວຽກຂອງສະໝອງໃນສ່ວນການເກັບກໍາຂໍ້ມູນ ເພີ່ມສະມາທິ ແລະ ຍັງຕື່ນມາແບບບໍ່ສະລຶມສະລືຫຼາຍ ເນື່ອງຈາກ ສະໝອງຍັງຮັບຮູ້ການເຄື່ອນໄຫວຈາກພາຍນອກຢູ່ ເຊັ່ນ ສຽງ ແລະ ການສໍາພັດ.
  4. ໄລຍະທີ 3 ເປັນຊ່ວງຫຼັບເລິກ ຮ່າງກາຍຈະໄດ້ພັກຜ່ອນຫຼາຍທີ່ສຸດໃນຊ່ວງນີ້ ຊຶ່ງຮໍໂມນການຈະເລີນເຕີບໂຕ (Growth Hormone) ຈະຫຼັ່ງອອກມາຫຼາຍທີ່ສຸດໃນຊ່ວງນີ້ ເພື່ອມາຟື້ນຟູຮ່າງກາຍຈາກການສູນເສຍພະລັງງານໃນແຕ່ລະມື້. ຊ່ວງນີ້ ເປັນຊ່ວງທີ່ຮ່າງກາຍຕອບສະໜອງຕໍ່ສິ່ງລົບກວນພາຍນອກໜ້ອຍຫຼາຍ ຖ້າຖືກປຸກໃຫ້ຕື່ນໃນຊ່ວງນີ້ຈະຮູ້ສຶກອ່ອນເພຍ ມຶນງົງ ແລະ ສະລຶມສະລືທີ່ສຸດ, ລວມໄລຍະເວລາຂອງການນອນຫຼັບແບບ NON REM ຈະຕົກຢູ່ປະມານ 80 ນາທີ.
  5. ຊ່ວງເວລາຂອງການນອນຫຼັບທີ່ມີການເໜັງຕີງຂອງໜ່ວຍຕາໄປມາຢ່າງວ່ອງໄວ (Repid Eye Movement ຫຼື REM) ໃນໄລຍະນີ້ ສະໝອງຄົນເຮົາຈະເຮັດວຽກໃກ້ຄຽງກັບຕອນທີ່ຕື່ນ ເຮັດໃຫ້ເກີດຄວາມຝັນຂຶ້ນໄດ້ ແລະ ສ່ວນຫຼາຍຄົນຈະມັກຝັນໃນຊ່ວງນີ້ ໂດຍໄລຍະເວລາຂອງການນອນຫຼັບແບບ REM ຈະຕົກຢູ່ປະມານ 10 ນາທີ.

ໂດຍສະເລ່ຍແລ້ວ ຄົນເຮົາຈະນອນປະມານ 5 ຮອບ ຫຼື ປະມານ 7 ຊົ່ວໂມງເຄິ່ງ ເຖິງແມ່ນວ່າ ເຮົາຈະນອນບໍ່ຄົບ 5 ຮອບກໍຕາມ ຫາກເຮົາສາມາດຕື່ນຂຶ້ນມາໃນຊ່ວງຫຼັບຕື້ນ ຫຼື REM ໄດ້ ກໍຈະເຮັດໃຫ້ສົດຊື່ນໄດ້ເຊັ່ນກັນ ເພາະໃນຊ່ວງນີ້ສະໝອງຂອງເຮົາຈະຕື່ນງ່າຍ ເຮັດໃຫ້ບໍ່ມີອາການມຶນງົງ ອ່ອນເພຍ ງຸດງິດ ຊຶ່ງເປັນສາເຫດໃຫ້ນອນໜ້ອຍແຕ່ກໍຍັງຕື່ນມາແບບສົດຊື່ນນັ້ນເອງ. ເມື່ອຮູ້ແລ້ວວ່າ ຮອບວຽນການນອນຂອງຄົນເຮົາຄື 90 ນາທີ ເຮົາກໍນໍາເອົາເວລາທີ່ເຮົາຕ້ອງການຕື່ນເປັນຕົວຕັ້ງ ແລະ ນັບຖອຍຫຼັງໄປເທື່ອລະ 90 ນາທີ ເຮົາກໍຈະຮູ້ວ່າ ເຮົາຄວນເຂົ້ານອນໃນເວລາຈັກໂມງ ເພື່ອໃຫ້ເວລາຕື່ນນອນຂອງເຮົາກົງກັບຊ່ວງເວລາຫຼັບຕື້ນພໍດີ. ຕົວຢ່າງ ເຮົາຕ້ອງການຕື່ນ 6 ໂມງເຊົ້າ ເຮົາກໍຄວນນອນຕອນ 21:00 ຫຼື 22:30 ຫຼື 24:00 ຫຼື 1:30 ໂມງ ຊຶ່ງຄິດເປັນ 6, 5, 4, 3 ຮອບ ຕາມລໍາດັບ. ສໍາລັບຄົນທີ່ນອນຍາກ ຄວນເພື່ອເວລາໄວ້ປະມານ 10-15 ນາທີກ່ອນໜ້າ ເພື່ອເຮັດໃຫ້ການນອນຂອງທ່ານອອກມາສົມບູນທີ່ສຸດ.

Business executive sleeping at his desk in office

ເຖິງວ່າ ໄລຍະເວລາໃນການນອນຈະດົນປານໃດກໍຕາມ ແຕ່ຫາກທ່ານນອນຫຼັບບໍ່ເລິກ ຫຼື ນອນຫຼັບໆຕື່ນໆ ຍ່ອມເຮັດໃຫ້ຄຸນນະພາບໃນການນອນຂອງທ່ານຫຼຸດລົງແນ່ນອນ. ການເພີ່ມຄຸນນະພາບໃນການນອນຈຶ່ງມີຄວາມສໍາຄັນ ເພື່ອເຮັດໃຫ້ການນໍາໃຊ້ຫຼັກການຮອບວຽນການນອນ 90 ນາທີ ໃຫ້ໄດ້ຮັບໝາກຜົນຫຼາຍທີ່ສຸດ ໂດຍປະກອບມີອົງປະກອບດ້ານຮ່າງກາຍ ຈິດໃຈ ແລະ ສະພາບແວດລ້ອມໃນຫ້ອງນອນ ດັ່ງລຸ່ມນີ້:

  • ການຈັດຕາຕາລາງເວລານອນໃຫ້ເໝາະສົມ ໂດຍພະຍາຍາມເຂົ້ານອນ ແລະ ຕື່ນນອນໃນເວລາເດີມທຸກມື້ ເຖິງຈະເປັນມື້ເຂົ້າການ ຫຼື ມື້ພັກການ ຊຶ່ງຈະເຮັດໃຫ້ຮ່າງກາຍເກີດຄວາມສົມດຸນ ແລະ ລຶ້ງເຄີຍ ຈາກນັ້ນການນອນ ແລະ ການຕື່ນຈະເປັນໄປໂດຍອັດຕະໂນມັດ.
  • ການອອກກໍາລັງກາຍເປັນປະຈໍາ ແຕ່ບໍ່ຄວນອອກກໍາລັງກາຍໜັກໆໃນເວລາໃກ້ຈະເຂົ້ານອນ ຢ່າງໜ້ອຍ 2 ຊົ່ວໂມງ ເພາະຮ່າງກາຍຈະເຜົາຜານພະລັງງານ ແລະ ຫຼັ່ງຮໍໂມນກະຕຸ້ນປະສາດໃຫ້ຮ່າງກາຍຕື່ນຕົວ.
  • ການຈັດຫ້ອງນອນໃຫ້ເປັນບ່ອນນອນ ບໍ່ຄວນໃຊ້ຫ້ອງນອນເປັນຫ້ອງເຮັດວຽກ ຫ້ອງນອນຕ້ອງໃຫ້ຄວາມຮູ້ສຶກສະບາຍ  ມີອຸນຫະພູມເໝາະສົມ ອາກາດຖ່າຍເທ ສາມາດປິດແສງສະຫວ່າງ ແລະ ສຽງດັງເຂົ້າມາລົບກວນເທົ່າທີ່ຈະເປັນໄດ້, ຫຼີກລ້ຽງການນໍາໃຊ້ເຄື່ອງມືເອເລັກໂຕຣນິກທີ່ມີຄວາມຖີ່ສູງໃນບ່ອນນອນ ເຊັ່ນ ຄອມພິວເຕີ ໂທລະສັບ ແທັບເລັດ ກ່ອນເຂົ້ານອນ ເພາະຄວາມຖີ່ ແລະ ແສງໄຟ ອາດກະຕຸ້ນການເຮັດວຽກຂອງສະໝອງໃຫ້ຕື່ນ ເຮັດໃຫ້ນອນຫຼັບຍາກຕື່ມອີກ.
  • ຫຼີກລ້ຽງອາຫານ ຫຼື ເຄື່ອງດື່ມທີ່ມີຄາເຟອີນ ເຊັ່ນ ຊາ ກາເຟ ນໍ້າອັດລົມ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍສະເພາະໃນຊ່ວງບ່າຍໄປ ຫຼື ຢ່າງໜ້ອຍ 6 ຊົ່ວໂມງກ່ອນນອນ ເພາະສານນິໂກຕິນ ແລະ ຄາເຟອີນ ສົ່ງຜົນໂດຍກົງຕໍ່ການນອນບໍ່ຫຼັບ ໂດຍໄປກະຕຸ້ນປະສາດສ່ວນກາງໃຫ້ມີການຕື່ນຕົວ ແລະ ຫາກໄດ້ຮັບສານຄາເຟອີນຫຼາຍກວ່າ 150 ມິລີກຣາມ ຕໍ່ມື້ ຈະເຮັດໃຫ້ນອນຫຼັບຍາກ ຫຼື ຫຼັບບໍ່ເລິກ.
  • ຫຼີກລ້ຽງການກິນອາຫານ ຫຼື ດື່ມນໍ້າໃນປະລິມານຫຼາຍກ່ອນເຂົ້ານອນ 2 ຊົ່ວໂມງ ເພາະຊ່ວງທີ່ເຮົານອນຫຼັບ ຮ່າງກາຍຕ້ອງເຮັດວຽກໜັກໃນການຍ່ອຍອາຫານທີ່ເຮົາກິນເຂົ້າໄປ ຫຼື ຕ້ອງລຸກເຂົ້າຫ້ອງນໍ້າ ເຮັດໃຫ້ນອນຫຼັກບໍ່ເລິກ.

ສະຫຼຸບລວມແລ້ວ ຄຸນນະພາບໃນການນອນນັ້ນ ມີຄວາມສໍາຄັນບໍ່ໜ້ອຍໄປກວ່າໄລຍະເວລາໃນການນອນ ເພື່ອ  ຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງ. ໃນຍຸກທີ່ຜູ້ຄົນສ່ວນໃຫຍ່ ອາດເຮັດໃຫ້ຫຼາຍຄົນຈໍາເປັນຕ້ອງສະຫຼະຊ່ວງເວລາໃນການພັກຜ່ອນລົງ ຍ້ອນການແຂ່ງຂັນທີ່ສູງດ້ານວຽກງານ ການສຶກສາ ແລະ ການເຮັດທຸລະກິດ ຊຶ່ງອາດເຮັດສຸຂະພາບອ່ອນເພຍ ແລະ ເປັນຕົ້ນເຫດຂອງການເຈັບປ່ວຍອື່ນໆຕາມມາ ຜູ້ຂຽນກໍຫວັງຢ່າງຍິ່ງວ່າ ຫຼັກການຮອບວຽນໃນການນອນທີ່ໄດ້ສະເໜີໃນບົດຄວາມນີ້ ຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍໃຫ້ແກ່ທ່ານຜູ້ອ່ານສາມາດເອົາໄປປັບໃຊ້ ເພື່ອເຮັດໃຫ້ຕົນເອງມີຊ່ວງເວລາໃນການພັກຜ່ອນທີ່ມີຄຸນນະພາບ ແລະ ມີປະສິດທິພາບສູງສຸດ.

Techniques for effective sleep

Have you ever wondered why it is so difficult just to get up from bed in every morning? Many might say that it is because you do not have enough sleep. Sometimes, even when you already had sufficient sleep, you would still wake up feeling tired, sleepy and unfreshed. On the contrary, you may sometimes feel more freshed even though you slept less the night before. In this article, the writer would like to look through interesting researches regarding the 90-minute sleep cycle in order to come up with answers to your curiosity as well as techniques for you to improvise in your everyday’s life. Obviously, sleep is the best mode of relaxation which is mandatory for health. Enough sleep will give you good health as it is the time when your body recovers from exhaustion and repairs any system error in order for it to function normally. Sleep can help you recover energy you burned out during the day, boost physical growth, strengthen immune and psychological system, including brain which is the most important part in learning and memorizing information. Having enough sleep will also clear your head, and make you feel freshed and happy, while enabling you to start your new day and handle with countless problems that may occur efficiently.

Do you know that effective sleep is not measured only by hour of sleep, but quality as well? According to many researches overseas, hour of sleep is not the only factor that makes you feel freshed after waking up. They also look at other factors, namely quality and sleep cycle. Scientifically, our brain will function in cycle while we sleep. It takes about 90 minutes for each round of cycle and it remains like this throughout the night. Sleepers will experience deep and light sleep interchangably. If we wake up during the deep-sleep cycle, we are more likely to feel tired, sleepy and unfreshed making it more difficult to get up. On the opposite, if we wake up during the light-sleep cycle, our body will be awaken faster, while making us feeling more freshed. Sleep is divided into 2 cycles:

  • Non Rapid Eye Movement or NON REM is the initial stage of sleep which can be divided into sub-phases, such as:
  • Phase 1 is the begining of sleep. Usually, this phase will take about 5-10 minutes and should happen right after we close our eyes. At this moment, our brain will slow down its function, but remain operative mostly. If we are awakened during this phase, we will not experience any feeling of confusion or sleepiness. Therefore, this phase of sleep does not really pose any impact on our body.
  • Phase 2 is when our heart starts beating more slowly with a slight drop of body temperature. This phase takes about 20 minutes. At this moment, our part of brain associated to memory, interest, understanding, thinking, language and concentration will remain operative. Thus, a short nap for about 30-40 minutes is enough to stimulate our brain function, particularly in collecting information and boosting concentration. Waking up from this short nap, sleepers will not experience sleepiness either because our brain still acknowledges surrounding sounds, touches and movements.
  • Phase 3 is the deep-sleep cycle. This is the time when our body rest most effectively. Growth hormone is released mostly during this moment in order to recover our energy lost during the day. This is when our body reacts to the surroundings the least. If we are awakened during this time, we will experience a high level of exhaustion, confusion and sleepiness. Totally, NON REM takes about 80 minutes.
  • Rapid Eye Movement or REM is when our brain will function similarly to when we are awake. This is when most people start having dreams. Totally, REM takes about 10 minutes.

On average, people will sleep through about 5 cycles or 7 hours and a half per night. Even though we do not complete the 5 cycles sometimes, we may still experience freshness if we get up during the light-sleep cycle or REM. REM is when our brain can be awakened easily with less confusion, fatique and irritation. Now that we know that each round of our sleep cycle completes in 90 minutes, we can figure out what time to go to bed based on the time to wake up by tracing it back 90 minutes each round. For instance, if we would like to wake up at 6 in the morning, we should go to bed at 21:00 or 22:30 or 24:00 or 1:30 or have 6, 5, 4, 3 rounds of sleep respectively. For those who have sleeping difficulty, they should go to bed at least 10-15 minutes earlier in order to complete their sleep as planned.

No matter how long you sleep, if you do not sleep deep enough or keep waking up during your sleep, the quality of your sleep will obviously decline. As a result, sleep quality improvement is highly important for the 90-minute principle to be effective. To enhance your sleep quality, physical, mental and environmental aspects below should be taken into consideration:

  • Set a proper sleeping time by trying to go to bed and wake up at the same time every day, does not matter if it is weekdays or weekends. This method will create a proper balance to your body making sleeping and waking become automatic.
  • Do exercise regularly, but not too much, especially before bed. You should do exercise at least 2 hours before bed because during exercise, your body will burn energy and release hormones that wake your body up.
  • Your bedroom should serve as a place to sleep only, not as a workplace. Your bedroom should makes you feel relaxed, has proper temperature, well ventilated, and can protect you from disburbing light and noise. You should avoid keeping electronic devices with high frequency near you, for example a computer, mobile phone and tablet. Such high frequency and screen light can wake your brain up, and make it hard for you to fall asleep again.
  • Avoid consuming food or drinks with cafeine, namely coffee, soft drink and alcoholic bevarages, particuarly in the afternoon or at least 6 hours before bed. Because nicotin and cafeine directly affect your ability to sleep by stimulating the central nervous system, having just 150 miligrams of such substances per day will make it hard for you to fall asleep or have deep sleep.
  • Avoid consuming too much food or water at least 2 hours before bed. This will make your body works hard digesting food during your sleep and you may not have enough deep sleep as you have to go to a restroom more often.

In summary, sleep quality is as crucial as hour of sleep in order to stay healthy. In this era when most people have to sacrifice their resting time to stay competitive academically and professionally, some have become weaker and experienced countless diseases. The writer really hopes that the cycle principle shared in this article should, more or less, prove helpful to you. Please make use of these techniques in order to maximize your sleep quality and effectiveness.

Comments