ມາດຕະການ ເພີ່ມທະວີການຈັດເກັບລາຍຮັບ

  • ການຈັດເກັບລາຍຮັບປີ 2020 ບໍ່ໄດ້ຕາມຄາດໝາຍຍ້ອນການລະບາດຂອງພະຍາດໂຄວິດ-19 ແຕ່ເຖິງຢ່າງໃດກໍ່ຕາມ ລັດຖະບານກໍ່ມີຄວາມພະຍາຍາມຈະເຮັດໃຫ້ການເກັບລາຍຮັບໃຫ້ໄດ້ຕາມຄວາມເປັນຈິງ.

ໃນເວລາຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ VIIII ຂອງສະພາແຫ່ງຊາດ ຊຸດທີ່ VIII ທີ່ດໍາເນີນແຕ່ວັນທີ 24 ມິຖຸນາ – 02 ກໍລະກົດ 2020 ຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນໄດ້ຊີ້ແຈງວ່າ: ຂ້າພະເຈົ້າ ຂໍຊີ້ແຈງ ກ່ຽວກັບ ນະໂຍບາຍ, ມາດຕະການ ໃນການເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ ແລະ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ ທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ ຊຶ່ງກະຊວງການເງິນ ໄດ້ມີບາງນະໂຍບາຍ ແລະ ມາດຕະການ ທາງດ້ານການເງິນ-ງົບປະມານ ໃນ 6 ເດືອນສຸດທ້າຍ ປີ 2020 ທີ່ສາມາດສັງລວມໄດ້ດັ່ງນີ້:

  1. ນະໂຍບາຍ ແລະ ມາດຕະການ ໃນການເພີ່ມທະວີການຈັດເກັບລາຍຮັບ:
  2. ສືບຕໍ່ເຮັດວຽກງານແນວຄິດການເມືອງຄະນະພັກ-ຄະນະນໍາ, ຕໍ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພະນັກງານທຸກຂັ້ນ ຂອງຂະແໜງການເງິນທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຖືຜົນປະໂຫຍດສ່ວນລວມຂອງປະເທດຊາດເປັນຫຼັກ, ມີຈັນຍາບັນໃນການປະຕິບັດວຽກງານ, ເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍລັດຖະກອນ, ບັນດາຂໍ້ມູນ, ວິໄນຂະແໜງການເງິນຢ່າງເຂັ້ມງວດ, ດໍາເນີນການປັບປຸງກົງຈັກການຈັດຕັ້ງຂອງບາງກົມ ເພື່ອໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ໄປຄຽງຄູກັບການປະເມີນຜົນພະນັກງານ-ລັດຖະບານ ຕາມຜົນງານ ແລະ ຜົນສໍາເລັດຕໍ່ວຽກງານທີ່ໄດ້ມອບໝາຍ.
  3. ສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ສືບຕໍ່ເລັ່ງຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝໃຫ້ກວ້າງຂວາງກວ່າເກົ່າ ເພື່ອຍົກສູງປະສິດທິພາບໃນການຈັດເກັບ ແລະ ທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການມອບພັນທະໃຫ້ຫຼາຍຂຶ້ນ, ພ້ອມນັ້ນ ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງຖານລາຍຮັບທີ່ມີແລ້ວ ໂດຍສຸມໃສ່ຫົວໜ່ວຍທຸລະກິດທີ່ສາມາດສ້າງລາຍຮັບໄດ້ດີ ແລະ ບໍ່ໄດ້ຮັບຜົນ ຈາກພະຍາດລະບາດ ໂຄວິດ-19 ໃນໄລຍະດໍານເນີນມາດຕະການ ຕາມຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ເພື່ອໃຫ້ມອບລາຍຮັບເຂົ້າງົບປະມານຢ່າງຄົບຖ້ວນ ໄປຄຽງຄູ່ກັບການຂະຫຍາຍຖານລາຍຮັບໃໝ່ໃຫ້ກວ້າງອອກ, ພ້ອມທັງສັງລວມຄືນຜົນກະທົບຕໍ່ລາຍຮັບຕົວຈິງ ແລະ ຕີລາຄາຜົນການນໍາໃຊ້ມາດຕະການລາຍຮັບຜ່ານມາ ໂດຍສ່ອງແສງໃຫ້ເຫັນ ຄວາມຄືບໜ້າຂອງການຂະຫຍາຍລະບົບຄຸ້ມຄອງດັ່ງກ່າວ ແລະ ປະສິດທິພາບຂອງການຫັນເປັນທັນສະໄໝ ທີ່ສາມາດຍູ້ດັນການເກັບລາຍຮັບເພື່ອຮັບຮອງລາຍຈ່າຍພື້ນຖານທີ່ສໍາຄັນ.
  4. ສືບຕໍ່ປະສານສົມທົບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປັບປຸງ ລັດຖະບັນຢັດຂອງປະທານປະເທດ ເລກທີ 03/ປປທ ວ່າດ້ວຍອັດຕາການເກັບຄ່າທໍານຽມ ແລະ ຄ່າບໍລິການ ເພື່ອເປັນພື້ນຖານທ່າແຮງໃນການຈັດເກັບລາຍຮັບ.
  5. ສືບຕໍ່ຊຸກຍູ້ໃຫ້ຜູ້ເສຍອາກອນແຈ້ງ-ມອບອາກອນດ້ວຍຕົນເອງຜ່ານລະບົບອີເລັກໂຕຣນິກ ແລະ ຜ່ານເວບໄຊຫຼາຍຂຶ້ນ ແລະ ຂະຫຍາຍຖານລາຍຮັບ ດ້ວຍການຫັນບັນດາຫົວໜ່ວຍທຸລະກິດ ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ໃຫ້ຖືກຕ້ອງ ແລະ ໂປ່ງໃສ ໂດຍເລີ່ມຈາກນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃຫ່ຍ ທີ່ມີເງື່ອນໄຂ.
  6. ສືບຕໍ່ສຸມໃສ່ ຄຸ້ມຄອງເກັບອາກອນປະເພດຕ່າງໆ ເປັນຕົ້ນ: ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ຈາກການສະໜອງບໍລິການຊົມໃຊ້ໄຟຟ້າ, ໂທລະສັບ, ອິນເຕີເນັດ ແລະ ຢາສູບ.
  7. ເພີ່ມທະວີການຄຸ້ມຄອງຈັດເກັບລາຍຮັບ ຈາກຖານໃໝ່ ເປັນຕົ້ນ ໂຮງງານຊີມັງ ແຂວງ ຫຼວງພະບາງ ແລະ ແຂວງ ອຸດົມໄຊ, ໂຄງການທາງດ່ວນວຽງຈັນ-ວັງວຽງ ແລະ ໂຄງການຂະໜາດໃຫຍ່ອື່ນຂອງລັດ. ພ້ອມທັງອາກອນລາຍໄດ້ ຈາກການຖືກຫວຍລາງວັນພັດທະນາ, ເກັບອາກອນຈາກຜະລິດຕະພັນເບຍ ທີ່ໃຫ້ລ້າ ແລະ ແຈກແຖມໃຫ້ແກ່ລູກຄ້າ.
  8. ປັບປຸງແບບແຜນການເຄື່ອນໄຫວວິສາຫະກິດລັດລົງທຶນທີ່ມີປະສິດຜົນຕໍ່າ, ປັບປຸງໂຄງສ້າງທຶນ ແລະ ການບໍລິຫານ ເຮັດໃຫ້ວິສາຫະກິດລັດລົງທຶນມີປະສິດທິຜົນກວ່າເກົ່າ.
  9. ສືບຕໍ່ກໍານົດຖານຂໍ້ມູນລາຄາແຈ້ງພາສີຂອງສິນຄ້າທີ່ມີຄວາມສ່ຽງ ເພື່ອໃຫ້ນໍາໃຊ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ໂດຍນໍາໃຊ້ເຄື່ອງມືໃນການຄຸ້ມຄອງ ແລະ ກວດສອບລາຄາແຈ້ງພາສີ, ພ້ອມທັງ ເພີ່ມທະວີວຽກງານກວດສອບຄືນການແຈ້ງພາສີ ໂດຍສຸມໃສ່ບັນດາບໍລິສັດ ແລະ ໝວດສິນຄ້າ  ທີ່ມີຄວາມສ່ຽງໃນການລັກລອບ, ໂດຍສະເພາະນໍ້າມັນເຊື້ອໄຟ, ສິນຄ້າອຸປະໂພກບໍລິໂພກ ແລະ ເຄື່ອງໃຊ້ໄຟຟ້າ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 170 ເດືອນ ຕຸລາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Measures in increasing income collection

  • Income collection in 2020 has not reached its target due to the COVID-19 pandemic. However, government has been trying its best to collect income based on the actual situation.

When addressing to the 8th Ordinary Session of the National Assembly 8th Legislature held from June 24 to July 2, 2020, Mr. Somdy Douangdy, Deputy Prime Minister and Minister of Finance, said that “I would like to explain policies and measures in increasing income collection together with the limitation of spending, while mobilizing fund from both domestic and international donors. The mobilized fund will be used in maintaining budget balance and addressing government’s financial difficulty in repaying domestic and international debt.” Ministry of Finance has issued some financial policies and measures to be implemented during the last 6 months of 2020 as following:

  1. Policies and measures in increasing income collection:
  • Continue to urge party members and government officials at all levels in the financial sector to achieve political tasks under the guidance of party and leading committee with high sense of responsibility. Always focus on national interest first, while performing work with ethics and respect in compliance with the Law on Civil Servant, information, and disciplines set by the financial sector strictly. Continue to improve organizational structure of some department in order to handle well with tasks in the new period. Conduct performance assessment for officials and government based on their previous work results and achievements.
  • Concentrate on studying and exploring hidden income sources in order to replace the lost income sources. Continue to accelerate the income collection by applying advanced system widely with an aim of upgrading the effectiveness of income collection, while making it easier for entrepreneurs to pay tax to the government. Moreover, we must focus on carefully urging the existing income base, particularly business units that are still making good profit and have not been affected by measures under the Prime Minister’s Order No. 06/PM in preventing the COVID-19 outbreak, to continue paying tax in full. We should also attempt to expand new income base further, while summarizing previous effects upon our actual income. Evaluate results of the previous income collection measures in order to see the progress and effectiveness of such advanced income collection management system whether it could push our income further to support fundamental spending or not.
  • Continue to collaborate with relevant sectors to study the improvement of the Presidential Ordinance No. 03/PO on Income Collection and Service Fee as another fundamental push for income collection.
  • Continue to urge tax payers to declare and pay tax via electronic system and website more. Further expand income base by adding business units into the accurate and transparent VAT system. This will begin in Vientiane first before moving to other major provinces that meet our criteria.
  • Continue to concentrate on collecting different types of tax, namely VAT and consumer tax on electricity, telephone, Internet and tobacco.
  • Increase income collection of new sources, such as from cement factories in Luang Prabang and Oudomxay, Vientiane-Vangvieng Expressway Project and other major projects of the government. Further collect income tax from the winning lotteries as well as from free-giveaway beer products.
  • Improve business plans for ineffective state enterprises, while restructuring their financial and administrative system in order to enhance their effective operation.
  • Continue to set clear tax rates for risky products and use them as standard rates nationwide by utilizing a tax declaration management and inspection tool. Ensure accurate tax collection by re-inspecting tax declaration focusing on companies and goods with high risk of smuggling, such as fuels, consumer goods and electric appliances.(More interview details can be found in Target Magazine issue 170 October 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments