Magazine

ໄຊຊະນະເບື້ອງຕົ້ນ ໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

ຂໍໃຫ້ທ່ານເລົ່າຄືນໂດຍຫຍໍ້ກ່ຽວກັບໄຊຊະນະຂອງປະເທດລາວຕໍ່ກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງ COVID-19 ທີ່ຜ່ານມາແນ່ວ່າພວກເຮົາໄດ້ມີວິທີຮັບມືຕົ້ນຕໍຄືແນວໃດ? ຄືບັນດາທ່ານໄດ້ຮັບຊາບແລ້ວທ່ານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວກ່ຽວກັບໄຊຊະນະເບື້ອງຕົ້ນໃນການຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 10 ມິຖຸນາ 2020. ມາຮອດມື້ນີ້ໄດ້ 95 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອຢູ່ໃນປະເທດພວກເຮົາ;ມາດຕະການອັນສຳຄັນກໍຄືວິທີການອັນຕົ້ນຕໍໃນການຮັບມືກັບພະຍາດ COVID-19 ຂອງລາວແມ່ນ: 1. ພວກເຮົາໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດໄວ້ກ່ອນຄືພວກເຮົາເຄີຍໃຊ້ຄຳເວົ້າວ່າ: ປ້ອງກັນດີກວ່າແກ້ ຫຼື ຕັດໄຟແຕ່ຕົ້ນລົມ….ເປັນຕົ້ນ. ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນແຕ່ລະໄລຍະຢ່າງມີການຄິດໄລ່; 2. ການນຳຂັ້ນສູງສຸດໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງໃນການປະຕິບັດມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່.3. ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້.4. ປະຊາຊົນທຸກຖ້ວນໜ້າເຂົ້າຮ່ວມຢ່າງມີສະຕິດ້ວຍຄວາມເປັນເຈົ້າ, ດ້ວຍຄວາມຕື່ນຕົວສູງ, ລວມທັງປະກອບສ່ວນທາງດ້ານວັດຖຸປັດໃຈ, ກຳລັງແຮງທັງກາຍ ແລະ ໃຈຫຼາຍຮູບ, ຫຼາຍວິທີທີ່ກວ້າງຂວາງ, ປະດິດສ້າງທີ່ອຸດົມສົມບູນເຂົ້າໃນການຕໍ່ສູ້ກັບ COVID-19 ຢ່າງເປັນຂະບວນຟົດຟື້ນ ດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ.5. ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບເຊັ່ນ: ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ພາຫະນະສື່ມວນຊົນ, ...

Read More »

ການຄ້າເທິງມືຖື (M-Commerce) ເພື່ອນຮູ້ໃຈໃນພາວະວິກິດ Covid-19

ເຕັກໂນໂລຊີ ເປັນອີກສິ່ງໜຶ່ງທີ່ວິວັດທະນາການຢ່າງໄວວາ ເຊິ່ງພວກເຮົາປະຕິເສດບໍ່ໄດ້ເລີຍວ່າ ການຮູ້ທັນເຕັກໂນໂລຊີນັ້ນ ມັນສ້າງຜົນປະໂຫຍດຢ່າງມະຫາສານແກ່ຜູ້ທີ່ສາມາດນໍາມາປະຍຸກໃຊ້ໄດ້ດີຂະໜາດໃດ!! ໂດຍສະເພາເພາະໃນພາວະວິກິດຮ້າຍແຮງ ຂອງການແຜ່ລະບາດຂອງເຊື້ອຈຸນລະໂລກປອດອັກເສບ ສາຍພັນໃໝ່ ໂຄວິດ-19 ທີ່ເຮັດໃຫ້ປະຊາຊົນຕ້ອງເວັ້ນໄລຍະຫ່າງທາງສັງຄົມ ແລະ ກັກໂຕເອງຢູ່ພາຍໃນບ່ອນພັກອາໄສ ທຸລະກິດທີ່ມີຄວາມການເພີ່ມຂຶ້ນແບບກ້າວກະໂດດ ຈຶ່ງແມ່ນການຄ້າເທິງມືຖື ສະນັ້ນ ບົດຄວາມໃນເດືອນນີ້ ວາລະສານ ທາເກັດ ຈະພາບັນດາທ່ານໄປຮູ້ຈັກກັບ “M-Commerce” (Mobile Commerce) ຫຼື ການຄ້າເທິງມືຖື ເຊິ່ງວ່າຈະເປັນແນວໃດນັ້ນເຮົາລອງມາເບິ່ງນໍາກັນເລີຍ…       ສໍາລັບທຸລະກິດການຄ້າຜ່ານທາງໂທລະສັບມືຖື (Smart Phone) ແມ່ນເລີ່ມເຂົ້າມາຢູ່ໃນການດໍາລົງຊີວິດຂອງພວກເຮົາໄດ້ຫຼາຍປີແລ້ວ ແລະ ຜູ້ຄົນກໍລື້ງເຄີຍກັບການຊື້ເຄື່ອງດ້ວຍມືຖື ຜ່ານທາງ Application ທີ່ໃຫ້ບໍລິການ ຫຼື Website ສໍາລັບມືຖື ພ້ອມທັງສາມາດຊໍາລະເງິນຜ່ານທາງມືຖືຢ່າງສະດວກສະບາຍ ພຽງແຕ່ໃຊ້ນິ້ວກົດເພື່ອສັ່ງຊື້ ກໍຈະມີຄົນມາສົ່ງຮອດເຮືອນແລ້ວ… ແຕ່ທ່ານຮູ້ຫຼືບໍ່ວ່າ ພຶດຕິກໍາທໍາມະດາ ແລະ ສະດວກສະບາຍທີ່ທ່ານໄດ້ຮັບໃນມື້ນີ້ ຄືຕົວຊີ້ບອກວ່າ: “ໂລກໜ່ວຍນີ້ໄດ້ປ່ຽນໄປຕະຫຼອດການຍ້ອນເຕັກໂນໂລຊີ” ຕົວຢ່າງ: Application ສັ່ງເຄື່ອງ Online ເຊັ່ນ: Shopee, Lazada, shopdee Taobao Lao, Ebuy Lao ນອກຈາກນັ້ນຍັງມີ ...

Read More »

ສູນພັດທະນາສີມືສຳລັບແມ່ຍິງ ຊ່ວຍສ້າງອາຊີບ ແລະ ສົ່ງເສີມການອະນຸຮັກດ້ານຫັດຖະກຳ

ສູນພັດທະນາສີມືສຳລັບແມ່ຍິງ (ຫຼືເມື່ອກ່ອນເອີ້ນວ່າ ສູນເຝິກອົບຮົມວິຊາຊີບຫ້ວຍຫົງສຳລັບແມ່ຍິງ) ບໍ່ໄກຈາກຕົວເມືອງຫຼາຍປານໃດ ຊຶ່ງຕັ້ງຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ສູນນີ້ໄດ້ສ້າງຕັ້ງຂຶ້ນໃນປີ 1998 ພາຍໃຕ້ການສະໜັບສະໜູນໂດຍບາງອົງການຈັດຕັ້ງຈາກປະເທດຍີ່ປຸ່ນ. ລະຫວ່າງປີ 1999-2001, ອົງການ ຮ່ວມມືສາກົນ JICA ກໍໄດ້ໃຫ້ການຊ່ວຍເຫຼືອຕື່ມ ໃນການກໍ່ສ້າງອາຄານບາງສ່ວນ ທັງຊ່ວຍພັດທະນາລະບົບ ການເຝິກອົບຮົມການຕໍ່າຫູກ ແລະ ຍ້ອມສີທຳມະຊາດ.       ສູນດັ່ງກ່າວສ້າງຕັ້ງຂຶ້ນ ເພື່ອຈຸດປະສົງໃນການເຝິກອົບຮົມວິຊາຊີບການຍ້ອມສີທຳມະຊາດ ແລະ ການຕໍ່າຫູກ ແກ່ແມ່ຍິງຈາກເຂດຊົນນະບົດຜູ້ທີ່ດ້ອຍໂອກາດ, ຄົນທຸກຍາກ ຫຼື ຜູ້ທີ່ມີຄວາມພິການທາງຮ່າງກາຍ. ນັບແຕ່ໄດ້ຮັບການສ້າງຕັ້ງ, ສູນໄດ້ເຝິກອົບຮົບໃຫ້ແກ່ແມ່ຍິງເປົ້າໝາຍຈຳນວນ 856 ຄົນ ຊຶ່ງຕໍ່ມາຫຼາຍຄົນ ກໍສາມາດສ້າງທຸລະກິດເປັນຂອງຕົນເອງໄດ້ ແລະ ຍົກລະດັບຊີວິດການເປັນຢູ່ແກ່ຄອບຄົວໄດ້ເປັນຢ່າງດີ. ພ້ອມນີ້, ກໍຍັງເພື່ອພັດທະນາຄວາມຮູ້ຄວາມສາມາດ ໃຫ້ແກ່ຊາວຊ່າງຫັດຖະກຳໃຫ້ເປັນຄູເຝິກດ້ານການຍ້ອມສີທຳມະຊາດ ແລະ ເພື່ອອະນຸຮັກດ້ານຫັດຖະກຳແຜ່ນແພພື້ນເມືອງ ໃຫ້ຍືນຍົງ. ກ່ຽວກັບຫຼັກສູດການເຝິກອົບຮົມ, ການຍ້ອມສີທຳມະຊາດຮຽກຮ້ອງໃຫ້ມີຄູຄູເຝິກທີ່ມີທັກສະ ແລະ ປະສົບການສູງ ເພື່ອຖ່າຍທອດຄວາມຮູ້ດັ່ງກ່າວ ເປັນຕົ້ນແມ່ນການກະກຽມ ແລະ ເລືອກວັດຖຸດິບຈາກພືດທີ່ດີມີຄຸນນະພາບ, ການເຮັດນ້ຳສີຍ້ອມທຳມະຊາດ, ການຟອກເສັ້ນໄໝ ແລະ ເຕັກນິກການຍ້ອມສີ ເພື່ອເຮັດໃຫ້ຜະລິດຕະພັນມີຄຸນນະພາບດີ, ຄົງທົນ, ງົດງາມ ແລະ ...

Read More »

ແນວທາງແກ້ໄຂສະພາບຄ່ອງທາງການເງິນ ສຳລັບທຸລະກິດເພື່ອຮັບມືຜົນກະທົບຈາກ ໂຄວິດ-19

ໃນໄລຍະຜ່ານມາ, ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໄດ້ແຜ່ລະບາດໄປທົ່ວໂລກດ້ວຍຈັງຫວະທີ່ໜ້າວິຕົກກັງວົນ ຊຶ່ງສົ່ງຜົນຕໍ່ການຢຸດຊົ່ວຄາວທາງເສດຖະກິດ ແລະ ຄວາມເຊື່ອໝັ້ນຕໍ່ການໃຊ້ຊີວິດປະຈຳວັນຂອງປະຊາຊົນ. ການເຄື່ອນໄຫວຂອງພາກທຸລະກິດຕ່າງໆ ກໍໄດ້ຮັບຜົນກະທົບໄປຕາມໆກັນ ໂດຍສະເພາະແມ່ນພາກການຜະລິດ, ການບໍລິການ ແລະ ທ່ອງທ່ຽວ. ການຢຸດຊົ່ວຄາວດັ່ງກ່າວ ໄດ້ສົ່ງຜົນກະທົບ ຕໍ່ການບໍລິຫານສະພາບຄ່ອງທາງການເງິນຂອງທຸລະກິດທັງໃນຂອດເງິນທຶນສຳລັບການດຳເນີນງານ ແລະ ການຊຳລະຄືນເງິນກູ້ຢືມ. ເຊິ່ງບົດຄວາມນີ້ ຈະສັງລວມເອົາຂໍ້ມູນກ່ຽວກັບ ນະໂຍບາຍສິນເຊື່ອທີ່ທະນາຄານແຫ່ງ ສປປ ລາວ (ທຫລ), ທະນາຄານທຸລະກິດ ແລະ ສະຖາບັນການເງິນ ໄດ້ປະກາດໃຊ້ ເພື່ອຊ່ວຍເຫຼືອພາກທຸລະກິດ ຫຼື ລູກໜີ້ ໃຫ້ສາມາດຮັບມືກັບສະຖານະການເສດຖະກິດຝືດທີ່ພວມປະສົບຢູ່ໃນປັດຈຸບັນ. ນະໂຍບາຍຈາກ ທຫລ: “ທຫລ” ໄດ້ອອກຂໍ້ຕົກລົງວ່າດ້ວຍນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19 ເລກທີ: 238/ທຫລ ລົງວັນທີ 26 ມີນາ 2020 ຊຶ່ງໄດ້ກໍານົດນະໂຍບາຍແກ້ໄຂຜົນກະທົບໃຫ້ແກ່ລູກໜີ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ໃຫ້ສາມາດສືບຕໍ່ດໍາເນີນທຸລະກິດຈົນກ້າວສູ່ສະພາບປົກກະຕິ ໂດຍເລັ່ງໃສ່ກຸ່ມລູກຄ້າເງິນກູ້ທີ່ໄດ້ຢຸດເຊົາການດໍາເນີນກິດຈະການທັງໝົດ ຫຼື ບາງສ່ວນ ເນື່ອງຈາກມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງລັດຖະບານໃນໄລຍະຜ່ານມາ. ໃນຂໍ້ຕົກລົງດັ່ງກ່າວໄດ້ລະບຸນະໂຍບາຍສິນເຊື່ອທີ່ສໍາຄັນ ຄື: 1) ການປັບປຸງໂຄງສ້າງໜີ້ດ້ວຍການກໍານົດອາຍຸສັນຍາຄືນໃໝ່, ເລື່ອນກໍານົດ ...

Read More »

Grace Lao ອາຊີບເສີມທີ່ສາມາດເພີ່ມຄຸນຄ່າໃຫ້ກັບຜະລິດຕະພັນຊຸມຊົນ

ຄວາມປ່ຽນແປງຂອງພາວະເສດຖະກິດ ໂດຍສະເພາະເມື່ອເກີດວິກິດການແບບກະທັນຫັນ ດັ່ງການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ສົ່ງຜົນກະທົບຮ້າຍແຮງໄປທຸກບ່ອນທົ່ວໂລກ ຈົນເຮັດໃຫ້ກິດຈະການຕ່າງໆຕ້ອງຢຸດດຳເນີນການຊົ່ວຄາວ ສ່ຽງຂາດທຶນ ບັນດາລູກຈ້າງກໍມີຄວາມສ່ຽງ ຖືກປົດອອກຈາກວຽກງານໄດ້ຕະຫຼອດເວລາ ໂດຍບໍ່ເລືອກວ່າເປັນສາຍອາຊີບໃດ ສະນັ້ນ ເພື່ອສ້າງຄວາມໝັ້ນຄົງທາງດ້ານເງິນ ການສ້າງລາຍຮັບຈາກຫຼາຍຊ່ອງທາງ ຫຼື ການທີ່ທ່ານມີ “ອາຊີບເສີມ” ຈຶ່ງຊ່ວຍຫຼຸດຜ່ອນຄວາມສ່ຽງຂອງທ່ານລົງ ແລ້ວຍັງຮັບປະກັນຊີວິດການເປັນຢູ່ຂອງທ່ານໃນອະນາຄົດອັນບໍ່ແນ່ນອນໄດ້ນຳອີກ ຄືດັ່ງ ເລື່ອງລາວຂອງສອງສາວ ເຈົ້າຂອງຍີ່ຫໍ້ ເກຣສລາວ (Grace Lao) ຜະລິດຕະພັນບຳລຸງຜິວຈາກທຳມະຊາດ ປາສະຈາກສານເຄມີ ທີ່ຄໍລຳເຮົາຈະມາແນະນຳໃຫ້ທ່ານຜູ້ອ່ານຮູ້ຈັກໃນສະບັບນີ້ ໂດຍແບຣນເກຣສລາວ (Grace Lao) ເລີ່ມຕົ້ນຈາກ ທ່ານນາງ ເທບພະພອນ ບຸນຖາວອນ (ນ້ອຍ) ເພິ່ນເປັນພະນັກງານສັງກັດຢູ່ກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເພິ່ນມີໂອກາດໄດ້ເດີນທາງໄປຢ້ຽມຢາມຜູ້ຜະລິດສິນຄ້າລາວ ໃນຫຼາຍແຂວງທົ່ວປະເທດ ເຮັດໃຫ້ເພິ່ນໄດ້ເຫັນວ່າ ສິນຄ້າທ້ອງຖິ່ນຫຼາຍປະເພດ ມີຄວາມພິເສດ ໜ້າສົນໃຈ ແລະ ໜ້າຈະໄດ້ຂາຍຫຼາຍກວ່ານີ້ ແຕ່ພວກເຂົາເຈົ້າຍັງມີຂໍ້ຈຳກັດ ເລື່ອງການຕະຫຼາດ, ການໂຄສະນາ ແລະການອອກແບບຫຸ້ມຫໍ່ ຜະລິດຕະພັນ ໃຫ້ໂດດເດັ່ນ ຕ້ອງຕາ ຕ້ອງໃຈຜູ້ຊົມໃຊ້ ເມື່ອເຫັນແນວນັ້ນ ...

Read More »

ການຄ້າເທິງມືຖື (M-Commerce) ເພື່ອນຮູ້ໃຈໃນພາວະວິກິດ Covid-19

ເຕັກໂນໂລຊີ ເປັນອີກສິ່ງໜຶ່ງທີ່ວິວັດທະນາການຢ່າງໄວວາ ເຊິ່ງພວກເຮົາປະຕິເສດບໍ່ໄດ້ເລີຍວ່າ ການຮູ້ທັນເຕັກໂນໂລຊີນັ້ນ ມັນສ້າງຜົນປະໂຫຍດຢ່າງມະຫາສານແກ່ຜູ້ທີ່ສາມາດນໍາມາປະຍຸກໃຊ້ໄດ້ດີຂະໜາດໃດ!! ໂດຍສະເພາເພາະໃນພາວະວິກິດຮ້າຍແຮງ ຂອງການແຜ່ລະບາດຂອງເຊື້ອຈຸນລະໂລກປອດອັກເສບ ສາຍພັນໃໝ່ ໂຄວິດ-19 ທີ່ເຮັດໃຫ້ປະຊາຊົນຕ້ອງເວັ້ນໄລຍະຫ່າງທາງສັງຄົມ ແລະ ກັກໂຕເອງຢູ່ພາຍໃນບ່ອນພັກອາໄສ ທຸລະກິດທີ່ມີຄວາມການເພີ່ມຂຶ້ນແບບກ້າວກະໂດດ ຈຶ່ງແມ່ນການຄ້າເທິງມືຖື ສະນັ້ນ ບົດຄວາມໃນເດືອນນີ້ ວາລະສານ ທາເກັດ ຈະພາບັນດາທ່ານໄປຮູ້ຈັກກັບ “M-Commerce” (Mobile Commerce) ຫຼື ການຄ້າເທິງມືຖື ເຊິ່ງວ່າຈະເປັນແນວໃດນັ້ນເຮົາລອງມາເບິ່ງນໍາກັນເລີຍ…       ສໍາລັບທຸລະກິດການຄ້າຜ່ານທາງໂທລະສັບມືຖື (Smart Phone) ແມ່ນເລີ່ມເຂົ້າມາຢູ່ໃນການດໍາລົງຊີວິດຂອງພວກເຮົາໄດ້ຫຼາຍປີແລ້ວ ແລະ ຜູ້ຄົນກໍລື້ງເຄີຍກັບການຊື້ເຄື່ອງດ້ວຍມືຖື ຜ່ານທາງ Application ທີ່ໃຫ້ບໍລິການ ຫຼື Website ສໍາລັບມືຖື ພ້ອມທັງສາມາດຊໍາລະເງິນຜ່ານທາງມືຖືຢ່າງສະດວກສະບາຍ ພຽງແຕ່ໃຊ້ນິ້ວກົດເພື່ອສັ່ງຊື້ ກໍຈະມີຄົນມາສົ່ງຮອດເຮືອນແລ້ວ… ແຕ່ທ່ານຮູ້ຫຼືບໍ່ວ່າ ພຶດຕິກໍາທໍາມະດາ ແລະ ສະດວກສະບາຍທີ່ທ່ານໄດ້ຮັບໃນມື້ນີ້ ຄືຕົວຊີ້ບອກວ່າ: “ໂລກໜ່ວຍນີ້ໄດ້ປ່ຽນໄປຕະຫຼອດການຍ້ອນເຕັກໂນໂລຊີ” ຕົວຢ່າງ: Application ສັ່ງເຄື່ອງ Online ເຊັ່ນ: Shopee, Lazada, shopdee Taobao Lao, Ebuy Lao ນອກຈາກນັ້ນຍັງມີ ...

Read More »

ລົດໄຟລາວ-ຈີນ ເລີ່ມເປັນຮູບເປັນຮ່າງແລ້ວ

ນັບຕັ້ງແຕ່ເລີ່ມລົງມືການກໍ່ສ້າງເສັ້ນທາງລົດໄຟລາວ – ຈີນ ໃນເດືອນທັນວາປີ 2016 ເປັນຕົ້ນມາ,ບັນດາວິສາຫະກິດລາວ ແລະ ຈີນທີ່ເຂົ້າຮ່ວມການກໍ່ສ້າງໄດ້ຕັ້ງໜ້າ ພ້ອມທັງຈັດຕັ້ງປະຕິບັດຢ່າງສຸດຄວາມສາມາດເພື່ອໃຫ້ບັນລຸເປົ້າໝາຍຂອງການນໍາສອງປະເທດທີ່ຮ່ວມຕົກລົງກັນ, ໂດຍໄດ້ເອົາໃຈໃສ່ດ້ານຄວາມປອດໄພ ແລະ ຄຸນນະພາບເປັນຫຼັກ, ເອົາຊະນະສະພາບແວດລ້ອມດ້ານທໍລະນີສາດທີ່ສັບຊ້ອນ, ສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະສິ່ງທ້າທາຍໃນການປົກປັກຮັກສາສິ່ງແວດລ້ອມ.ໃນໄລຍະທ້າຍປີ 2019 ການກໍ່ສ້າງພື້ນຖານວຽກງານໂຍທາທີ່ສຳຄັນໄດ້ສຳເລັດ; ໃນໄລຍະບຸນປີໃໝ່ຈີນ 2020 ກໍໄດ້ສືບຕໍ່ປະຕິບັດວຽກງານຢ່າງຕໍ່ເນື່ອງ ແລະ ຈັດຕັ້ງກຳມະກອນກໍ່ສ້າງຫຼາຍກວ່າ 10.000ຄົນເພື່ອເຮັດວຽກໃຫ້ສໍາເລັດທັງເວັນ ແລະ ຄືນ. ສ່ວນໄລຍະທີ່ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ທຸກໜ່ວຍງານກໍໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ພ້ອມທັງໄດ້ຈັດສັນວຽກງານໃຫ້ມີປະສິດທິພາບສູງ ແລະ ຮັບປະກັນຄວາມຄືບໜ້າຂອງໂຄງການ. ໃນວັນທີ 15 ມີນາ 2020 ບໍລິສັດວິສະວະກຳໄຟຟ້າ ອູຮັນ ລົດໄຟແຫ່ງ ສປ ຈີນ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງວິສະວະກໍາລະບົບຕາຂ່າຍຫຼັງສະຖານີຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ສໍາເລັດການຕິດຕັ້ງເສົາຕາຂ່າຍທຳອິດຢູ່ເຂດຫຼັກ 52 ເມືອງໂພນໂຮງແຂວງວຽງຈັນ, ເຊິ່ງເປັນຂີດໝາຍວ່າວິສະວະກໍາໄຟທັງ 4 ເຊິ່ງປະກອບມີ: ສື່ສານ, ສັນຍານ, ໄຟຟ້າ ແລະ ການນໍາໃຊ້ໄຟຟ້າ ຫຼັງສະຖານີໂຄງການເສັ້ນທາງລົດໄຟ ຈີນ-ລາວ ໄດ້ເຂົ້າສູ່ໄລຍະການກໍ່ສ້າງຢ່າງເປັນທາງການ. ທ່ານ ສີ ຈີ້ຫົງ (Xi ...

Read More »

ກົດໝາຍວ່າດ້ວຍການນັບໄລຍະເວລາເຮັດວຽກ ຂອງບໍລິກອນທີ່ເຮັດວຽກແບບບໍ່ເຕັມເວລາ (Part Time)

ໃນແງ່ກົດໝາຍ ໄລຍະເວລາ ໝາຍເຖິງ ເວລາໃດໜຶ່ງທີ່ເວົ້າເຖິງຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດຂອງເວລາ ຕົວຢ່າງ: ຜູ້ຈັດງານ ຕົກລົງກັບຄ່າແຮງງານຂອງ ບໍລິກອນ (ຜູ້ເສີບອາຫານ ແລະ ເຄື່ອງດື່ມ) ເປັນຊົ່ວໂມງໆລະ 50.000 ກີບ ສຳລັບງານລ້ຽງງານໜຶ່ງ. ຄຳຖາມມີຢູ່ວ່າຈະນັບເວລາແນວໃດ, ເລີ່ມຈາກຈຸດໃດໄປສິ້ນສຸດຢູ່ຈຸດໃດ, ສະນັ້ນ ໃນສະບັບນີ້ ຂ້າພະເຈົ້າ ຂໍແລກປ່ຽນ ສົນທະນາກ່ຽວກັບ “ການເລີ່ມນັບໄລຍະເວລາ” ຊຶ່ງອາດເປັນຂໍ້ມູນໃໝ່ສໍາລັບທ່ານຜູ້ອ່ານ ຄໍລຳກົດໝາຍທຸລະກິດຂອງພວກເຮົາໃນເດືອນນີ້.  ທີ່ຜ່ານມາ ການເລີ່ມນັບໄລຍະເວລາ ຍັງບໍ່ທັນໄດ້ຖືກກຳນົດໄວ້ໃນກົດໝາຍຢ່າງຈະແຈ້ງ ແລະ ຊັດເຈນເທື່ອ, ແຕ່ໄດ້ຖືກກຳນົດໄວ້ ໃນປະມວນກົດໝາຍແພ່ງສະບັບທຳອິດຂອງ ສປປ ລາວ ຊຶ່ງໄດ້ຮັບຮອງຈາກສະພາແຫ່ງຊາດ ໃນວັນທີ 6 ທັນວາ 2018 ແລະ ໄດ້ປະກາດໃຊ້ໃນວັນທີ 18 ມັງກອນ 2019 ແລະ ລົງໃນຈົດໝາຍເຫດທາງລັດຖະການໃນວັນທີ 11 ພຶດສະພາ 2020 ຊຶ່ງມີຜົນສັກສິດໃນວັນທີ 27 ພຶດສະພາ 2020ນີ້. ມາດຕາ 47: ກຳນົດກ່ຽວກັບການເລີ່ມນັບໄລຍະເວລາ ຊຶ່ງຂ້າພະເຈົ້າ ຂໍສະເໜີເນື້ອໃນສັງລວມດັ່ງນີ້: ...

Read More »

ສິ່ງທ້າທາຍໃໝ່ ທາງການຕະຫຼາດ

ສະຖານະການລະບາດຂອງເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ທີ່ເຮັດໃຫ້ຜູ້ບໍລິໂພກບໍ່ສາມາດໃຊ້ຊີວິດແບບປົກກະຕິດັ່ງທີ່ຜ່ານມາໄດ້ ອີງຕາມຫຼັກການແລ້ວ ຫາກຜູ້ບໍລິໂພກ ຕ້ອງໃຊ້ຊີວິດຢູ່ກັບສິ່ງໃດດົນເກີນ 6 ເດືອນ ສິ່ງນັ້ນຈະກາຍເປັນພຶດຕິກຳຖາວອນ ເຊິ່ງທຸກມື້ນີ້ການກັກຕົວຢູ່ເຮືອນ, ການເຮັດວຽກຢູ່ເຮືອນ ກໍກຳລັງກາຍເປັນວິຖີຊີວິດໃໝ່ ທີ່ເອີ້ນວ່າ “New Normal” ທີ່ກະທົບຕໍ່ແຜນການຕະຫຼາດຂອງທຸກໆຫົວໜ່ວຍທຸລະກິດໃຫ້ໃຊ້ບໍ່ໄດ້ຜົນອີກຕໍ່ໄປ. ແຕ່ທ່ານຮູ້ບໍ່ວ່າ ໃນທາງການຕະຫຼາດແລ້ວ ເມື່ອໃດກໍຕາມທີ່ລູກຄ້າມີການປ່ຽນແປງພຶດຕິກຳໃໝ່ ມີບັນຫາໃໝ່ ແມ່ນຖືວ່າເປັນໂອກາດຂອງນັກການຕະຫຼາດ ເພາະຫາກສາມາດຊອກຫາວິທີແກ້ໄຂບັນຫາຕ່າງໆເຫຼົ່ານີ້ໃຫ້ລູກຄ້າໄດ້ ມັນກໍໝາຍເຖິງ ຫົນທາງຢູ່ລອດຂອງທຸລະກິດ ແລະ ລາຍຮັບມະຫາສານຈະໄຫຼເຂົ້າມາທັນທີ ສະນັ້ນ ໃນເດືອນນີ້ ຄໍລຳເຮົາຈະພາທ່ານຜູ້ອ່ານໄປທຳຄວາມເຂົ້າໃຈສິ່ງທ້າທາຍໃໝ່ໆ ຈາກວິຖີດຳລົງຊິວິດແບບໃໝ່ນີ້ ເພື່ອໃຫ້ທ່ານສາມາດນຳມາປັບປຸງແຜນການຕະຫຼາດ ເພື່ອໃຫ້ທັນກັບສະຖານະການທີ່ປ່ຽນແປງຢ່າງໄວວານີ້.  ຫຼັງຈາກລັດຖະບານລາວໄດ້ປະກາດມາດຕະການປິດເມືອງ (Lockdown) ກໍເຮັດໃຫ້ຜູ້ບໍລິໂພກ ຕົກຢູ່ໃນພາວະຢ້ານການຕິດເຊື້ອ ເຊິ່ງສົ່ງຜົນໃຫ້ເກີດພຶດຕິກຳໃໝ່ ເອີ້ນວ່າ “4 ບໍ່” (4 No) ດັ່ງຕໍ່ໄປນີ້: No Touch: ບໍ່ສຳຜັດ ຫຼຸດຜ່ອນການຈັບບາຍ ໃກ້ຊິດ ໂອ້ລົມກັບຜູ້ອື່ນ ຈາກຄວາມກັງວົນຕໍ່ເຊື້ອພະຍາດ ສະນັ້ນ ຍຸດທະສາດເກົ່າ ກໍຄືການຈັດງານ”ອີເວັ້ນ” ການຕະຫຼາດທີ່ເນັ້ນສ້າງປະສົບການທາງກົງໃຫ້ແກ່ລູກຄ້າ ໃນການຊົມໃຊ້ສິນຄ້າ ແລະ ບໍລິການ ກໍຕ້ອງປ່ຽນໄປ ເພາະຂະນະນີ້ ບໍ່ມີໃຜຢາກມີປະສົບການຮ່ວມກັບຄົນອື່ນອີກແລ້ວ. ...

Read More »

ໂຄວິດ-19 ກະທົບອຸດສາຫະກໍາປຸງແຕ່ງບໍ່ໜ້ອຍ

ການລະບາດຂອງພະຍາດໂຄວິດ-19 ຖືວ່າແຜ່ລາມອອກໄປເປັນວົງກວ້າງໃນທົ່ວໂລກ ຊຶ່ງນອກຈາກ ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍແລ້ວ ຍັງສົ່ງຜົນກະທົບ ທາງດ້ານເສດຖະກິດຫຼາຍພໍສົມຄວນ. ທະນາຄານໂລກ ໄດ້ປະເມີນວ່າ ເສດຖະກິດລາວ ໃນປີ 2020 ນີ້ ອາດຈະເຕີບໂພພຽງແຕ່ 1% ເທົ່ານັ້ນ. ແຕ່ຖ້າການລະບາດ ຫາກຍັງສືບຕໍ່ຍືດເຍື້ອ ແລະ ຮຸນແຮງ ຢູ່ໃນພາກພື້ນ ແລະ ທົ່ວໂລກ ອາດເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດລາວຕິດລົບເຖິງ 1,8%. ໃນນີ້, ຜົນກະທົບຄາດວ່າ ຜ່ານຫຼາຍຊ່ອງທາງ ຫຼື ຫຼາຍຂະແໜງເສດຖະກິດ ລວມທັງ ຂະແໜງ ທ່ອງທ່ຽວ, ອຸດສາຫະກຳ, ການຄ້າ ແລະ ການລົງທຶນ ຕະຫຼອດເຖິງ ການຄຸ້ມຄອງ ເສດຖະກິດມະຫາພາກ ນຳອີກ. ສະນັ້ນ ໂອກາດນີ້ ຈຶ່ງຢາກມາແລກປ່ຽນກັນກ່ຽວກັບບາງຜົນກະທົບຕໍ່ຂະແໜງອຸດສາຫະກຳ ປຸງແຕ່ງ (manufacturing). ຂະແໜງນີ້ ກວມເອົາປະມານ 9% ຂອງຍອດລວມ ຜະລິດຕະພັນພາຍໃນ (Gross Domestic Products – GDP), ມີໂຮງຈັກໂຮງງານທົ່ວປະເທດ 28.000 ແຫ່ງ ...

Read More »