ບາງມາດຕະການ ແກ້ໄຂອັດຕາເງິນເຟີ້

  • ໃນບົດຊີ້ແຈງກ່ຽວກັບສະພາບເງິນຕາຕ່າງປະເທດ; ອັດຕາແລກປ່ຽນ; ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂນັ້ນ ທ່ານ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 24 ມິຖຸນາ – 02 ກໍລະກົດ 2020 ຜ່ານມານີ້ ໂດຍມີບາງມາດຕະການດັ່ງນີ້:

ສັງລວມແລ້ວ ໃນໄລຍະ 2 ເດືອນຕົ້ນປີ 2020 , ປັດໄຈຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ ເພີ່ມຂຶ້ນ ແມ່ນໄດ້ຮັບແຮງກົດດັນທັງເບື້ອງຄວາມຕ້ອງການ (Demand Pull), ໃນສະພາບທີ່ພື້ນຖານການຜະລິດພາຍໃນຍັງບໍ່ເຂັ້ມແຂງ ສົມທົບກັບທຸກປະເທດປະຕິບັດມາດຕະການການປິດປະເທດ ແລະ ສຸມໃສ່ແກ້ໄຂບັນຫາພະຍາດລະບາດໂຄວິດ-19 ໄດ້ເຮັດໃຫ້ຄວາມຕ້ອງການ ໂດຍສະເພາະ ສະບຽງອາຫານ, ສິນຄ້າອຸປະໂພກ-ບໍລິໂພກທີ່ຈໍາເປັນພື້ນຖານໃນຊີວິດປະຈໍາວັນ, ສິນຄ້າປະເພດຢາ ແລະອຸປະກອນປ້ອງກັນພະຍາດ ຍິ່ງມີສູງຂຶ້ນ ໃນຂະນະທີ່ຕ່ອງໂສ້ການຜະລິດ ແລະ ການຈໍລະຈອນຂອງຫຼາຍສິນຄ້່າໄດ້ຮັບຜົນກະທົບ ແລະ ການຢຸດສະງັກ; ພ້ອມກັນນັ້ນ, ປັດໄຈຈາກແຮງກົດດັນດ້ານຕົ້ນທຶນ (Cost Push) ກໍມີຜົນ ເນື່ອງຈາກການປັບຂຶ້ນລາຄາຂອງສິນຄ້າບາງປະເພດຢູ່ປະເທດຜູ້ສົ່ງອອກ ຕາມສະພາບກົນໄກການສະໜອງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສົມທົບກັບການອ່ອນຄ່າຂອງຄ່າເງິນກີບທຽບໃສ່ປີຜ່ານມາ ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້ານໍາເຂົ້າເພີ່ມຂຶ້ນ ສົ່ງຜົນໃຫ້ຕົ້ນທຶນການຜະລິດສິນຄ້າບາງສ່ວນເພີ່ມຂຶ້ນ ຍ້ອນສິນຄ້າປະເພດວັດຖຸດິບຕ່າງໆເຊັ່ນ: ປຸ໋ຍວິທະຍາສາດ, ແນວພັນພືດ, ແນວພັນສັດ, ຢາປ້ອງກັນພະຍາດ ຍັງຕ້ອງໄດ້ອາໄສການນໍາເຂົ້າເປັນຫຼັກ. ນອກຈາກນີ້, ອັດຕາເງິນເຟີ້ຂອງ ສປປ ລາວ ຍັງໄດ້ຜົນມາຈາກປັດໄຈດ້ານຈິດຕະສາດ ທີ່ມີຜົນມາຈາກສະພາບຄວາມກັງວົນຕໍ່ສະພາບການລະບາດຂອງພະຍາດໂຄວິດ-19, ຄວາມກັງວົນຕໍ່ໄລຍະເວລາໃນການປິດປະເທດ, ຄວາມບໍ່ເຊື່ອໝັ້ນຕໍ່ພື້ນຖານການຜະລິດຂອງປະເທດ ແລະ ອື່ນໆ ທີ່ພາໃຫ້ເກີດມີປາກົດການກັກຕຸນສິນຄ້າອຸປະໂພກ-ບໍລິໂພກ ສົ່ງຜົນກະທົບໃຫ້ສິນຄ້າບາງປະເພດຂາດຕະຫຼາດ ແລະ ມີລາຄາເພີ່ມສູງຂຶ້ນຢ່າງກ້າວກະໂດດ. ບັນດາປັັດໄຈເຫຼົ່ານັ້ນໄດ້ສົ່ງຜົນໃຫ້ດັດສະນີລາຄາສິນຄ້າໃນໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ແມJນເຫຼົ້າເພີ່ມຂຶ້ນສູງ ສະເລ່ຍການ 10% ເປັນຕົ້ນແມ່ນລາຄາເຂົ້າສານ ທີ່ໄດ້ເພີ່ມຂຶ້ນສະເລ່ຍ 22%, ຊີ້ນໝູເພີ່ມຂຶ້ນ 19%, ສັດປີກ ເພີ່ມຂຶ້ນສະເລ່ຍເກືອບ 12%, ພ້ອມທັງສົ່ງຜົນໃຫ້ດັດສະນີລາຄາໃນໝວດເຄື່ອງໃຊ້ໃນເຮືອນ, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ, ໝວດຮັກສາສຸຂະພາບ ແລະ ຢາ ໄດ້ເພີ່ມຂຶ້ນສະເລ່ຍ 4,79%, 4,66%, 4,24% ຕາມລໍາດັບ.

   ຈາກສະພາບອັດຕາແລກປ່ຽນ  ແລະ ອັດຕາເງິນເຟີ້ ດັ່ງກ່າວນັ້ນ, ເພື່ອຫຼຸດຜ່ອນຜົນກະທົບທີ່ຈະສືບຕໍ່ເປັນສິ່ງທ້າທາຍຕໍ່ກັບການຮັກສາສະເຖຍລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ໃນເງື່ອນໄຂຂອງປະເທດເຮົາຄືດັ່ງໃນປັດຈຸບັນ, ທະນາຄານແຫຼ່ງ ສປປ ລາວ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເວົ້າສະເພາະກໍຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້ ບໍ່ສ້າງແຮງກົົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ. ໃນນີ້, ຈະຈັດຕັ້ງປະຕິບັດມາດຕະການກະຕຸ້ນເສດຖະກິດດ້ວຍການສະໜອງແຫຼ່ງທຶນຜ່ານທະນາຄານທຸລະກິດ ເພື່ອໄປປ່ອຍໃຫ້ແກ່ບຸກຄົນ-ນິຕິບຸກຄົນ ທີ່ເຮັດແທ້ທໍາຈິງ ໃຫ້ສາມາດເຂົ້າຫາແຫຼ່ງທຶນ ທີ່ມີຕົ້ນທຶນຕໍ່າ ໄດ້ສະດວກຍິ່ງຂຶ້ນ ຢ່າງເປັນຮູບປະທໍາ ໂດຍສະເພາະແມ່ນການປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງການຜະລິດຕະພັນກະສິກໍາ ແລະ ອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກ.

   ໄປຄຽງຄູ່ກັນນີ້, ທະນາຄານແຫ່ງ ສປປ ລາວ ຈະເລັ່ງໃຫ້ສາມາດປະຕິບັດກົນໄກການແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບ ທະນາຄານກາງ ຂອງ ສປ. ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມເຕີມ ເພື່ອສ້າງເງື່ອນໄຂເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫຼຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງໃນອັດຕາສ່ວນທີ່ຫຼາຍ ແລະ ສືບຕໍ່ປະສານຂໍການຮ່ວມມືກັບທຸກພາກສ່ວນກຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະເເສເງິນເຂົ້າ-ອອກປະເທດໃຫ້ໄດ້ດີຍິ່ງຂຶ້ນ.

   ພ້ອມກັນນີ້, ເພື່ອເຮັດໃຫ້ນະໂຍບາຍເງິນຕາ ແລະ ນະໂຍບາຍການເງິນມີຄວາມກົມກຽວເປັນວິທະຍາສາດ ແລະ ສອດຄ່ອງກັບກົນໄກຕະຫຼາດ ທະນາຄານແຫ່ງ ສປປ ລາວ ຈະປະສານສົມທົບກັບກະຊວງການເງິນ ເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານແຫ່ງ ສປປ ລາວ ເພື່ອດຸ່ນດ່ຽງງົບປະມານ. ກົນໄກດັ່ງກ່າວນີ້ຈະສາມາດຫຼຸດຜ່ອນຜົນກະທົບ-ຄວາມກົດດັນ ຕໍ່ກັບຄວາມສ່ຽງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ທີ່ອາດຈະເພີ່ມສູງຂຶ້ນນັ້ນໄດ້. ໃນທາງກົງກັນຂ້າມຖ້າຫາກນໍາໃຊ້ກົນໄກດຸ່ນດ່ຽງດ້ວຍການລ່ວງໜ້າຈາກທະນາຄານແຫ່ງ ສປປ ລາວ ໂດຍກົງ ຄືດັ່ງທີ່ໄດ້ປະຕິບັດຜ່ານມາ ແມານຍິ່ງຈະເພີ່ມຄວາມສ່ຽງທັງສອງດ້ານຂຶ້ນໄປອີກ.

   ນອກຈາກນີ້, ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ປະສານສົມທົບ ແລະ ເຮັດວຽກຢ່າງເປັນປົກກະຕິ ກັບພາກສ່ວນຮັບຜິດຊອບ ເປັນຕົ້ນ ກະຊງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເພື່ອຮ່ວມແກ້ໄຂບັນຫາທີ່ຕິດພັນກັບການຮັກສາສະເຖຍລະພາບທາງດ້ານລາຄາ ໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ທັນສະພາບ; ເນື່ອງຈາກວ່າການຮັກສາສະເຖຍລະພາບທາງດ້ານລາຄາຂອງປະເທດໃດກໍຈະບໍ່ສາມາດບັນລຸໄດ້ດ້ວຍນະໂຍບາຍເງິນຕາ ແລະ ນະໂຍບາຍແລກປ່ຽນເທົ່ານັ້ນ ຕ້ອງໄດ້ອາໄສການຮ່ວມມືຢ່າງກົມກຽວ ແລະ ສະໜິດແໜ້ນຈາກທຸກພາກສ່ວນກ່ຽວຂ້ອງ; ຊຶ່ງທຸກພາກສ່ວນກ່ຽວຂ້ອງຕ້ອງຄວບຄຸມລາຄາສິນຄ້າ ທີ່ເປັນປັດໄຈເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນນັ້ນ ໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ ພ້ອມທັງເພີ່ມທະວີການຄວບຄຸມການນໍາເຂົ້າສິນຄ້າ ທີ່ບໍ່ຈໍາເປັນ ຊຶ່ງຈະສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດ ເພີ່ມຫຼາຍຂຶ້ນ ແລະ ກະທົບຕໍ່ຄ່າເງິນກີບ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 171 ເດືອນ ພະຈິກ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Some measures addressing the inflation rate

  • According to a report on the situation of foreign currency, exchange rate, inflation rate and solution measures for these problems, Governor of Bank of the Lao PDR explained at the 9th Ordinary Session of the 8th Legislature of the National Assembly held from June 24 to July 02, 2020, with some of the following measures:

In summary for the first 2 months of 2020, factors that drove the inflation rate of the Lao PDR higher were firstly, pressure from demand pull. In the situation when domestic production was not strong enough plus the implementation of COVID-19 preventive measures, including a lockdown, has pushed forward demand, particularly for food, consumer goods for daily use, medications and personal protective equipment, while negatively affecting and ceasing the production chains and good movement. Secondly, cost push reflected in the price increase of products in some export countries based on supply mechanism which was affected by the COVID-19 pandemic plus the depreciation of kip when compared with the previous year has raised the import and production cost due to the price increase of raw materials, namely scientific fertilizer, crop species, animal species and medications which need to be imported mainly. Moreover, the inflation rate of Laos went up partly because of psychological factor in terms of concern of people about the COVID-19 pandemic, concern about the lockdown duration, lack of trust upon the national production base and so on. These worries have led to merchandise hoarding causing product shortage and product prices to go up dramatically. The above-mentioned factors have caused price index of food and non-alcoholic drink products to rise for 10% on average, for instance the price increase of rice for 22% on average, pork for 19% and poultry for 12%. The factors have also pushed forward the average price of household appliances, clothes and shoes, as well as health products and medications for 4.79%, 4.66% and 4.24% respectively.

In order to mitigate impacts caused by the above-mentioned currency exchange and inflation situation which will continue to challenge the ability to maintain financial stability of the Lao PDR, Bank of the Lao PDR has decided to implement its currency exchange policy as planed in order to ensure a proper pace of currency value expansion so that it will not drive the inflation rate higher, while contributing to the economic growth. BOL will implement a measure to stimulate the economy by supplying loan financing via commercial banks to individuals and legal entities who intend to do business seriously, especially in agriculture, livestock, production, processing industry, consumer goods, tourism and associated services, handicraft and other forms of export-oriented business, to access financial support more easily and practically.

At the same time, Bank of the Lao PDR will accelerate the implementation of mechanism in exchanging between kip and yuan with the Central Bank of China, while expanding cooperation of with central banks of Lao trading partners further. This will help increasing foreign currency liquidity for Laos, while reducing pressure and high ratio of dependency solely on one particular currency. BOL will continue to request for cooperation from all concerned sectors in implementing the Law on Foreign Exchange Management strictly in order to better manage both incoming and outgoing cashflow.

For currency exchange and monetary policy to work incompatibly and scientifically in correspondence with the market mechanism, Bank of the Lao PDR will collaborate with the Ministry of Finance in issuing a treasury bond to be bidden at BOL as a tool for balancing budget. This mechanism will help decreasing impacts and pressure upon risks associated to exchange rate and inflation which may increase. On the contrary, if the advanced balancing mechanism usually implemented by Bank of the Lao PDR directly continues to be carried out, Laos will face even greater risksMore interview details can be found in Target Magazine issue 171 November 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments