ໂສມໜ້າໃໝ່ຂອງທະນາຄານຮ່ວມພັດທະນາ JDB

ທະນາຄານຮ່ວມພັດທະນາ ຫຼື JDB ເປັນທະນາຄານເອກະຊົນລາວ ທີ່ໄດ້ຮັບຄວາມນິຍົມຈາກລູກຄ້າ ໂດຍໄດ້ຍົກສູງການບໍລິການ ໃຫ້ເປັນທີ່ປະທັບໃຈ ທັນຍຸກທັນສະໄໝ ໄດ້ມາດຕະຖານສາກົນ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ ພັດທະນາຜະລິດຕະພັນ ຢ່າງຫຼວງຫຼາຍ ດ້ວຍລະບົບເທັກໂນໂລຍີທີ່ທັນສະໄໝ  ສ້າງຜົນປະໂຫຍດໃຫ້ແກ່ທຸກຝ່າຍ ສາມາດເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນ ແລະ ເປັນການປະກອບສ່ວນທີ່ສໍາຄັນ ໃນການພັດທະນາປະເທດຊາດ. ທະນາຄານຮ່ວມພັດທະນາໄດ້ມີການປ່ຽນແປງດ້ານການບໍລິຫານ ແລະ ການບໍລິການລູກຄ້າຂອງຕົນໃຫ້ແທດເໝາະກັບສະພາບການຕົວຈິງຂອງສັງຄົມ ເຮັດໃຫ້ທະນາຄານຮ່ວມພັດທະນາ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

        ທ່ານ ວິໄລ ສີພະພອນ ເກີດໃນວັນທີ່ 20 ສິງຫາ 1962 ທີ່ແຂວງຫຼວງພະບາງ, ປະຈຸບັນ ຢູ່ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ,

ດ້ານການສຶກສາ: ຈົບປະລິນຍາໂທ ຈາກໂຮງຮຽນ ເສດຖະກິດແຫ່ງຊາດ ອະດິດສະຫະພາບໂຊຫວຽດ,

ດ້ານພາສາຕ່າງປະເທດ : ອັງກິດ, ລັດເຊຍ, ແລະ ໄທ .

ດ້ານປະສົບການ:

1990-1995 ເປັນພະນັກງານ ຢູ່ທະນາຄານການຄ້າຕ່າງປະເທດລາວ.

1995-1997 ເປັນຮອງຫົວໜ້າຂະແໜງເງິນກູ້

1997-2003 ເປັນຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງຄໍາມ່ວນ.

2003-2008 ເປັນຮອງຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ສາຂານະຄອນຫຼວງ ວຽງຈັນ.

2008-2009 ເປັນຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງໄຊຍະບູລີ.

2009-2011  ເປັນຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ສາຂາດົງໂດກ.

2012-2014  ເປັນຮອງຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ, ທັງເປັນປະທານສະພາບໍລິຫານ ບໍລິສັດປະກັນໄພ ລາວຫວຽດ.

2014-2016 ເປັນຮອງຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ຫຼື JDB

2015-2018 ເປັນທີ່ປຶກສາ ປະທານສະພາບໍລິຫານ ແລະ ຊີ້ນໍາວຽກງານກວດກາຂອງທະນາຄານຮ່ວມພັດທະນາ

2019-2020 ເປັນຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ.

     ທ່ານ ວິໄລ ສີພະພອນ ແມ່ນຜູ້ໜຶ່ງທີ່ມີປະສົບການສູງ ໃນດ້ານວຽກງານທະນາຄານມາຫຼາຍກວ່າ 30 ປີ ຈາກທະນາຄານການຄ້າຕ່າງປະເທດລາວ, ແລະ ທະນາຄານຮ່ວມພັດທະນາ  ມີຜົນງານດີເດັ່ນຫຼາຍດ້ານ ເຮັດໃຫ້ທະນາຄານຮ່ວມພັດທະນາມີຊື່ສຽງໂດ່ງດັງຢູ່ໃນສັງຄົມ  ທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກ ທ່ານເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ຈຶ່ງໄດ້ແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໃນປີ 2019 ເພື່ອຂັບເຄື່ອນທຸລະກິດຂອງທະນາຄານຮ່ວມພັດທະນາ ໃຫ້ມີຜົນກໍາໄລ ຈົນເປັນທີ່ໜ້າພໍໃຈ,  ທ່ານ ວິໄລ ສີພະພອນ ເປັນຄົນລຽບງ່າຍມີມະນຸດສໍາພັນດີ ຖະໜອມຖ່ອມຕົນ ຄົບຫາຄົນໄດ້ທຸກລະດັບ ສ້າງຄວາມສາມັກຄີພາຍໃນໄດ້ດີ ເປັນທີ່ຍອມຮັບ ຈາກພະນັກງານພາຍໃນທະນາຄານ ແລະ ທະນາຄານອ້ອມຂ້າງ ເພິ່ນໄດ້ຫັນເອົາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຕ່າງໆມາຮ່ວມມືກັນ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ກັບລູກຄ້າ, ຈະສ້າງທະນາຄານຮ່ວມພັດທະນາໃຫ້ ກາຍເປັນຂອງມະຫາຊົນ , ມີຄວາມທັນສະໄໝ ໄດ້ມາດຕະຖານສາກົນ  ບໍລິການໃນທຸກລະດັບຢ່າງປະທັບໃຈ ແລະ ເປັນທີ່ຮູ້ຈັກພາຍໃນຂົງເຂດ ແລະ ໃນໂລກ .

ທະນາຄານຮ່ວມພັດທະນາ ໄດ້ປັບປຸງການບໍລິການແບບຄົບວົງຈອນ ໃຫ້ຄວາມສະດວກວ່ອງໄວ ພັດທະນາຜະລິດຕະພັນທີ່ຫຼວງຫຼາຍ ໄວ້ຄອຍບໍລິການລູກຄ້າ ເປັນຕົ້ນແມ່ນການບໍລິການຝາກເງິນ, ການຖອນເງິນ ແລະ ການໂອນເງິນ, ຊໍາລະສະສາງ ພາຍໃນ ແລະ ຕ່າງປະເທດ ATM Pool ຜ່ານລະບົບ LAPNet ແລະ ອື່ນໆ ພາຍໃຕ້ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປ ລາວ ເຊັ່ນ: ຜະລິດຕະພັນເຄື່ອງຮູດບັດ ( EDC )  QR Code, ບັດ ATM, VISA, Master Card, UPI  JDB Yes, Internet Banking, Online Statement, ຊໍາລະຄ່າໄຟຟ້າ, ນໍ້າປະປາ ແລະ ເຊົ່າສິນເຊື່ອ, ນອກຈາກນັ້ນຍັງໄດ້ປ່ອຍສິນເຊື່ອ ເພື່ອຊຸກຍູ້ສົ່ງເສີມ ຜູ້ປະກອບການ ຮ້ານຂາຍເຄື່ອງ, ບໍລິສັດທີ່ຕິດພັນກັບໂຄງການລັດຖະບານ ແລະ ໂຄງການຕ່າງປະເທດ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ SME. ນອກຈາກນີ້ຍັງໄດ້ໃຫ້ສິນເຊື່ອ ພະນັກງານ ລັດຖະກອນ,  ກໍາມະກອນທົ່ວໄປ ສໍາລັບຜູ້ທີ່ມີລາຍໄດ້ໂດຍເປີດບັນຊີຜ່ານທະນາຄານ ເພື່ອຕອບສະໜອງແຫຼ່ງທຶນເຂົ້າໃນການສ້າງເສດຖະກິດຄອບຄົວອີກດ້ວຍ.      

        ປະຈຸບັນທະນາຄານຮ່ວມພັດທະນາ ມີພະນັກງານທັງໝົດ 600ກວ່າ ຄົນ ເພີ່ມຂື້ນຈາກປີ 2012 ເຊິ່ງມີພຽງ ແຕ່ 160 ຄົນ,  ໜ່ວຍບໍລິການເພີ່ມຂຶ້ນ ຈາກ 4 ໜ່ວຍບໍລິການ ມາເປັນ 60 ກວ່າໜ່ວຍບໍລິການ ທີ່ກະຈ່າຍຢູ່ໃນທົ່ວປະເທດ ເຊິ່ງສະແດງໃຫ້ເຫັນວ່າ ທະນາຄານຮ່ວມພັດທະນາ ໄດ້ມີການເຕີບໃຫຍ່ ຂະຫຍາຍຕົວ ຢ່າງກ້າວກະໂດດ.   ທະນາຄານຮ່ວມພັດທະນາ ໄດ້ພັດທະນາ ລະບົບ IT ໃຫ້ເປັນລະບົບທີ່ທັນສະໄໝຂຶ້ນກວ່າເກົ່າ ນັບແຕ່ປີ 2014 ເປັນຕົ້ນມາ ຄືປ່ຽນແປງລະບົບທະນາຄານ ຈາກລະບົບ Core Banking ເກົ່າ ( Core works ) ປ່ຽນມານຳໃຊ້ລະບົບ  Core Banking ໃໝ່ ຄືລະບົບ (Oracle Flexcube) ເຊິ່ງເປັນລະບົບທີ່ ທັນສະໄໝ ໄດ້ມາດຕະຖານສາກົນ ການປັບປຸງ ລະບົບຖານຂໍ້ມູນ, ການພັດທະນາ internet Banking ແລະ Mobile Banking , ການພັດທະນາລະບົບບັດ , ATM, Debit ແລະ Credit ໃຫ້ມີມາດຕະຖານສາກົນ , ການເຮັດທຸລະກໍາ ທາງດ້ານການເງິນ ຜ່ານມືຖືໄດ້.

JDB ບໍລິການລູກຄ້າ ດ້ວຍໃຈພາຍໃຕ້ມາດຕະຖານສາກົນ IOS

      ທະນາຄານຮ່ວມພັດທະນາ ຫຼື JDB ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງພ້ອມທັງໄດ້ ປ່ຽນແປງຮູບແບບການບໍລິການໃຫ້ແທດເໝາະກັບສະພາບເສດຖະກິດສັງຄົມຂອງປະເທດເຮົາ ຊຶ່ງໄດ້ເອົາໃຈໃສ່ວຽກງານການບໍລິການ ໃຫ້ເປັນທີ່ປະທັບໃຈ  ແລະ ໄດ້ຮັບໃບຢັ້ງຢືນ ISO 9001 : 2015 ສ້າງຄວາມໝັ້ນໃຈໃຫ້ກັບລູກຄ້າທຸກລະດັບ ທັງພາກລັດ ແລະ ເອກະຊົນ ເຊັ່ນ : ໄດ້ອອກຜະລິດຕະພັນສິນເຊື່ອ ໂດຍສະໜອງຄວາມຕ້ອງການ ໃຫ້ເຂົ້າເຖິງກຸ່ມລູກຄ້າເປົ້າໝາຍ ທັງພາກລັດ ແລະ ເອກະຊົນ , ເງິນກູ້ເພື່ອນັກສຶກສາພາຍໃນ ແລະ ຕ່າງປະເທດ, ເງິນກູ້ພະນັກງານ, ເງິນກູ້ຫັນຊັບເປັນທຶນ, ເງິນກູ້ SME, ເງິນກູ້ Corporate ແລະ ອື່ນໆ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 171 ເດືອນ ພະຈິກ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

The new face of Joint Development Bank

Joint Development Bank has been growing substantially

Joint Development Bank or JDB is one of the most popular private banks in Laos who has been modernizing its services and impressing customers with the international standard. The bank takes customer demand seriously by offering a variety of products with advanced technology to benefit many parties, while growing together and contributing to the national development. Joint Development Bank has undergone numerous changes in terms of its administration and customer service in order to catch up with the actual social situation making the bank grow continuously.

Mr. Vilay Siphaphone was born on August 20, 1962 in Luang Prabang Province. Currently, he is living in Phontongsavath Village, Chanthabouly District, Vientiane Capital.

Education: Master Degree from the School of National Economy, Former Soviet Union.

Language: English, Russian and Thai.

Experience:

1990-1995 – Staff member at BCEL.

1995-1997 – Deputy Head of Loan Unit.

1997-2003 – Managing Director of BCEL, Khammouan Branch.

2003-2008 – Deputy Managing Director of BCEL, Vientiane Capital Branch.

2008-2009 – Managing Director of BCEL, Xayabouly Branch.

2009-2011 – Managing Director of BCEL, Dongdok Branch.

2012-2014 – Deputy Managing Director of BCEL Head Office, Chairman of Board of Directors of Lao-Viet Insurance Company.

2014-2016 – Deputy Managing Director of Joint Development Bank (JDB) Head Office.

2015-2018 – Consultant and Head of Inspection Unit of Joint Development Bank.

2019-2020 – General Managing Director of Joint Development Bank.

            Mr. Vilay Siphaphone has more than 30 years of experience in banking gained from BCEL and Joint Development Bank. He has made significant achievements contributing positively to the social reputation of Joint Development Bank. For this reason, Mr. Ekkaphan Phaphithak, Chairman of Board of Directors, entrusted Mr. Vilay with the position of General Managing Director of Joint Development Bank in 2019 in order to drive the business forward with satisfactory profit. Mr. Vilay Siphaphone is easy-going, friendly and humble, who can get along with anyone. He is very good at building solidarity making him well accepted among staff members within and outside the bank. He has encouraged a number of business units and entrepreneurs to cooperate with the bank in creating maximum benefit for customers. He intends to build Joint Development Bank as the bank that truly serves people with modernity and international standard. The bank aims to impress people at all levels, while gaining regional and international recognition.

            Joint Development Bank has been improving its services to comprehensively accommodate a wide range of demand, while ensuring fastness, convenience and a variety of choices for customers. For instance, money deposit, withdrawal, transfer and payment service both domestically and internationally via ATM Pool, LAPNet and so on. They also offer products which are administered by the Bank of the Lao PDR, such as electronic data capture machine (EDC), QR code system, ATM card, VISA card, Master card, UPI, JDB Yes, Internet banking, online statement, utility payment service and credit leasing. They also grant loans to support general entrepreneurs, companies that work on public and foreign projects, and small and medium sized enterprises (SMEs). Moreover, they offer loans to public officials and workers in general who open an account with the bank in order to financially support their family economy.

            Currently, Joint Development Bank has more than 600 staff members, which increased substantially from 160 in 2012. Their service point went up from 4 in the past to 60 at the moment, which are scattered across the country. This fact well reflects the substantial growth of Joint Development Bank. Furthermore, Joint Development Bank has been developing its IT system since 2014 by shifting from the old Core Banking System (Core Works) to the new Core Banking System (Oracle Flexcube) which meets the international standard to improve its database, Internet and mobile banking, card system: ATM, debit and credit card, mobile financial transaction, and so on.

JDB serves customers with heart under the ISO

            Joint Development Bank or JDB has been expanding continuously and undergoing changes in terms of its service to catch up with the actual socio-economic situation of Laos. The bank has been concentrating on making its services impressive and trustworthy to customers at all levels from both public and private sector as certified by the ISO 9001:2015. It has launched numerous credit products to respond to demand of its target customers from both public and private sector, such as student loan for those who study within and outside the country, staff loan, asset loan, SME loan, corporate loan and so on..(More interview details can be found in Target Magazine issue 171 November 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments