ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນ 2)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ໃນເດືອນກ່ອນ, ຂ້າພະເຈົ້າ ໄດ້ສະເໜີກ່ຽວກັບການຟື້ນຟູວິສາຫະກິດເບື້ອງຕົ້ນໄປແລ້ວ, ມື້ນີ້ ຂ້າພະເຈົ້າຂໍສືບຕໍ່ແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດ ຕາມກົດໝາຍດັ່ງກ່າວ ຄື:

3.       ຜູ້ມີສິດຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍວິສາຫະກິດ ມີໃຜແດ່?

  1. ວິສາຫະກິດເອງ: ວິສາຫະກິດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ;
  2. ຂາຮຸ້ນ ຫຼື ຜູ້ຖືຮຸ້ນ: ຂອງວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍທີ່ຕາງໜ້າໃຫ້ຢ່າງໜ້ອຍ 20% ຂອງຮຸ້ນທີ່ມີສິດລົງຄະແນນສຽງທັງໝົດ ໃນກໍລະນີທີ່ວິສາຫະກິດນັ້ນບໍ່ຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍ;
  3. ສະມາຊິກສະຫະກອນ: ຕາງໜ້າໃຫ້ຢ່າງໜ້ອຍໜຶ່ງສ່ວນຫ້າຂອງສະມາຊິກທັງໝົດໃນກໍລະນີທີ່ສະຫະກອນມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບໍ່ສາມາດຊຳລະໜີ້ສິນ.

          1. ວິສາຫະກິດແນວໃດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ?

ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ໝາຍເຖິງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຂາດສະພາບຄ່ອງທາງການເງິນຊຶ່ງຢູ່ໃນສະພາບທີ່ບໍ່ສາມາດຊຳລະໜີ້ສິນຂອງຕົນເມື່ອເຖິງກຳນົດເວລາ. ຕົວຢ່າງ: ໂຮງແຮມ A ປະສົບບັນຫາຈາກສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ບໍ່ມີລູກຄ້າຫຼາຍເດືອນ ເຮັດໃຫ້ວິສາຫະກິດປະສົບບັນຫາຂາດທຶນຮອນຢ່າງໜັກໜ່ວງໃນການດຳເນີນທຸລະກິດ ເຊັ່ນ ຕ້ອງໄດ້ຊຳລະໜີ້ສິນການກູ້ຢືມຈາກທະນາຄານແຕ່ວິສາຫະກິດບໍ່ມີຄວາມສາມາດຊໍາລະໄດ້ແລ້ວ ຫຼື ຕ້ອງຊຳລະຄ່າວັດຖຸເຄື່ອງຂອງທີ່ສັ່ງເຂົ້າມາປະກອບໃນໂຮງແຮມ, ຄ່າແຮງງານພະນັກງານ ແລະ ໜີ້ສິນອື່ນໆ ທີ່ໂຮງແຮມ A ບໍ່ສາມາດຊຳລະໜີ້ສິນໄດ້. ໃນກໍລະນີນີ້ເພື່ອເຮັດໃຫ້ວິສາຫະກິດສາມາດໄດ້ສືບຕໍ່ດຳເນີນໄປໄດ້ ຫຼື ກອບກູ້ວິສາຫະກິດຂອງຕົນ, ວິສາຫະກິດ-ໂຮງແຮມ A ສາມາດຮ້ອງຂໍຕໍ່ສານຮ້ອງຂໍຟື້ນຟູວິສາຫະກິດໄດ້.

Business Corporate Colleagues Co-workers Job Concept

ສ່ວນວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ໝາຍເຖິງວິສາຫະກິດທີ່ຍັງບໍ່ໄດ້ຢູ່ໃນສະພາວະລົ້ມລະ ລາຍເທື່ອ ແຕ່ວິສາຫະກິດນັ້ນຫາກຮູ້ແລ້ວວ່າ ຕົນເອງມີຄວາມຫຍຸ້ງຍາກທາງດ້ານການເງິນ ບໍ່ສາມາດໃຊ້ແທນໜີ້ສິນໄດ້ ແລະ ອາດຈະຕົກຢູ່ໃນສະພາວະລົ້ມລະລາຍໃນອະນາຄົດໃກ້ໆ. ຕົວຢ່າງ: ວິສາຫະກິດ B ດຳເນີນທຸລະກິດຂົນສົ່ງໂດຍ ສານປະສົບບັນຫາທາງດ້ານການເງິນເນື່ອງມາຈາກສະພາບການແຜ່ລະບາດຂອງພະຍາດປອດອັກເສບໂຄວິດ-19, ພໍມີເງື່ອນໄຂສາມາດໃຊ້ໜີ້ສິນຄ່າຊື້ລົດເມໂດຍສານຈຳນວນ 10 ຄັນ ທີ່ກູ້ຢືມຈາກທະນາຄານ ໄດ້ອີກແຕ່ເດືອນສອງເດືອນ ແຕ່ໃນຕໍ່ໜ້າຖ້າຍັງບໍ່ສາມາດດຳເນີນທຸລະກິດໄດ້ປົກກະຕິ, ວິສາຫະກິດ B ອາດຈະກ້າວເຂົ້າຢູ່ສະພາບບໍ່ສາມາດໃຊ້ແທນໜີ້ສິນດັ່ງກ່າວໄດ້.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 170 ເດືອນ ຕຸລາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

What is enterprise reorganization? (Part 2)

The Law on Enterprise Reorganization and Bankruptcy entered into effect in June 2020. Last month, I initially presented readers about the enterprise reorganization, and today I will continue sharing some of the important principles of the enterprise reorganization in accordance with the law as follows:

3.         Who has standing to claim for enterprise reorganization or bankruptcy?

  1. The enterprise itself: the enterprise that is in the state of bankruptcy or being close to bankruptcy;
  2. Partners or Shareholders: of the enterprise that is in the state of bankruptcy or being close to bankruptcy representing at least 20% of total shares entitled to vote in case that the enterprise does not request for reorganization or bankruptcy itself;
  3. Members of union: including at least one fifth of all members requesting for reorganization or bankruptcy in case such union encounters financial difficulties or fails to repay its debts.     
Businessman Enterpreneur Motivation Objective Concept

            1. Which enterprises are considered in the state of bankruptcy or being close to bankruptcy?

An enterprise that is in the state of bankruptcy refers to the enterprise which encounters financial difficulties or is insolvent and is unable to repay its debts when due. For example, Hotel A faced problems due to the COVID-19 pandemic and there has been no guest for several months, causing the hotel to be insolvent and the hotel has to repay its debts such as debt to a bank but the hotel is unable to repay; equipment or item cost procured for the purpose of running the hotel business; or salary and other debts that the hotel fails to repay. In this case, in order for the hotel to continue its business or recover, the Hotel A may request for reorganization with a competent court.

An enterprise that is in the state of being close to bankruptcy refers to the enterprise which does not yet enter into bankruptcy but it faces the financial difficulties, is unable to repay its debts and may enter into bankruptcy in the near future. For example, the Enterprise B operates a passenger transport business but it encounters financial difficulties due to the COVID-19 pandemic, and is able to repay its debts to a bank for a few months. If the business cannot operate as normal, the Enterprise B may reach the position where it cannot repay its debts..(More interview details can be found in Target Magazine issue 170 October 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments