Magazine

ມາເບິ່ງ…!! ແນວຄິດການພັດທະນາຂອງ ສປ ຈີນ ມີຄຸນນະພາບສູງຂຶ້ນສູ່ລະດັບໃໝ່…

ປະເທດໃດໜຶ່ງຄັດເລືອກແນວຄິດການພັດທະນາແບບໃດ, ກໍຈະມີສະພາບການພັດທະນາແບບນັ້ນ. ກ່ອນໜ້ານີ້ 5 ປີ, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ສະເໜີແນວຄິດການພັດທະນາຄື: ການພັດທະນາດ້ວຍການປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດປະຕູສູ່ພາຍນອກແລະແບ່ງປັນກັນ, ເຊິ່ງເປັນການໃຫ້ທິດຊີ້ນຳທາງທິດສະດີ ແລະ ການເຄື່ອນໄຫວແກ່ການພັດທະນາດ້ວຍຄຸນນະພາບສູງ. ໃນໄລຍະ 5 ປີຜ່ານມາ, ການລົງທຶນດ້ານການຄົ້ນຄວ້າເພື່ອການພັດທະນາຂອງຈີນໄດ້ເພີ່ມຂຶ້ນຈາກ 2,06% ຂອງ GDP ຂອງຈີນເປັນ 2,23%, ທຶນຄົ້ນຄວ້າພື້ນຖານເພີ່ມຂຶ້ນເກືອບໜຶ່ງເທົ່າ, ດັດຊະນີປະດິດສ້າງໃໝ່ລະດັບໂລກໄດ້ຫຍັບຂຶ້ນຈາກອັນດັບທີ 29 ເປັນອັນດັບທີ 14. ໃນໄລຍະ 5 ປີຜ່ານມາ, ຊາວກະສິກອນຫຼາຍກວ່າ 100 ລ້ານຄົນໄດ້ກາຍເປັນຊາວເມືອງໃໝ່; ຮອດທ້າຍປີ 2019, ລະດັບການຫັນເປັນຕົວເມືອງຂອງປະຊາກອນຈີນໄດ້ຖືກຍົກສູງຂຶ້ນເປັນ 60,6%, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015 ເພີ່ມຂຶ້ນ 4,5%; ເງື່ອນໄຂການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ, ການພັດທະນາແບບປະສານສົມທົບລະຫວ່າງຕົວເມືອງແລະຊົນນະບົດກັນໄດ້ເກີດມີສະພາບການໃໝ່. ໃນໄລຍະ 5 ປີຜ່ານມາ, ການພັດທະນາແບບສີຂຽວຂອງຈີນໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ປີ 2019, ການສິ້ນເປືອງໃຊ້ພະລັງງານຕໍ່ຫົວໜ່ວຍ GDP ທຽບໃສ່ປີ 2015 ໄດ້ຫຼຸດລົງ ...

Read More »

“ໜຶ່ງແລວໜຶ່ງເສັ້ນທາງ” ດີຫຼືບໍ່? ມີແຕ່ປະເທດທີ່ເຂົ້າຮ່ວມຈຶ່ງມີສິດປະກອບຄຳຄິດເຫັນທີ່ສຸດ…

ໃຜໆກໍຮູ້ດີແລ້ວວ່າ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຜະລິດຕະພັນສາທາລະນະທົ່ວໂລກທີ່ຈີນສະໜອງໃຫ້ແກ່ປະຊາຄົມໂລກ. ນັບມາຮອດເດືອນພຶດສະພາປີນີ້, ໃນທົ່ວໂລກມີ 138 ປະເທດແລະ 30 ອົງການຈັດຕັ້ງສາກົນໄດ້ເຊັນເອກກະສານຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ 200 ສະບັບ. ນີ້ແມ່ນປະຊາຄົມໂລກໃຫ້ການສະໜັບສະໜູນແລະມີຄວາມໝັ້ນໃຈຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍການກະທຳຕົວຈິງ.ຂໍຍົກກເອົາປະເທດລາວເປັນຕົວຢ່າງ. ປະເທດລາວແມ່ນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວໃນອາຊີຕາເວັນອອກສຽງໃຕ້, ການທີ່ “ປະເທດລາວກຳນົດຍຸດທະສາດການຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ” ແມ່ນຍຸດທະສາດການພັດທະນາຂອງລັດຖະບານສປປລາວ, ທັງແມ່ນຄວາມໃຝ່ຝັນອັນແຮງກ້າໃນການພັດທະນາຂອງປະຊາຊົນລາວ. ສະນັ້ນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດລາວ, ຈີນ-ລາວໄດ້ຮ່ວມກັນຊຸກຍູ້ການຮ່ວມມືກັນສ້າງພື້ນຖານໂຄງລ່າງ, ໃນນັ້ນເສັ້ນທາງລົດໄຟຈີນ-ລາວແລະທາງດ່ວນວຽງຈັນ-ວັງວຽງຕ່າງກໍຈະກໍ່ສ້າງໃຫ້ສຳເລັດ ແລະ ເປີດແລ່ນລົດໄດ້ໃນທ້າຍປີໜ້າແລະທ້າຍປີນີ້, ເຊິ່ງທາງສອງເສັ້ນນີ້ຈະຊ່ວຍໃຫ້ປະເທດລາວສາມາດເຊື່ອມໂຍງເຂົ້າກັບຕາໜ່າງເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນດ້ວຍທ່ວງທ່າອັນໃໝ່ອ່ຽມ. ເມື່ອບໍ່ດົນມານີ້, ຜູ້ນຳຂອງປະເທດລາວຍັງໄດ້ເວົ້າຕໍ່ຜູ້ນຳຈີນວ່າ: ເສັ້ນທາງສອງເສັ້ນດັ່ງກ່າວມີຄວາມໝາຍສຳຄັນທາງດ້ານຍຸດທະສາດສຳລັບສປປລາວ ເພື່ອຫັນປ່ຽນສະພາບທີ່ເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຫຼາຍປະເທດອ້ອມຂ້າງ. ນອກຈາກນັ້ນ, ປະຊາຊົນທ້ອງຖິ່ນກໍໄດ້ພາກັນເຂົ້າຮ່ວມເຮັດວຽກນຳໂຄງການແລະມີລາຍຮັບຫຼາຍສົມຄວນ. ແຕ່ວ່າ, ເມື່ອຜະລິດຕະພັນສາທາລະນະດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກທົ່ວໂລກ, ນັກການເມືອງອາເມຣິກາທີ່ຍຶດຖືແນວຄິດສົງຄາມເຢັນພັດໄດ້ເສກສັນປັ້ນແຕ່ງຄວາມຫຼອກລວງອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ”. ປະເທດທີ່ເຂົ້າຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຕົກຢູ່ໃນສະພາບ: “ກັບດັກໜີ້ສິນ” ແທ້ຫຼືບໍ່? ຄວາມຈິງຈະເປັນຫຼັກຖານທີ່ດີທີ່ສຸດ. ເລີ່ມແຕ່ຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເມື່ອປີ 2013 ເປັນຕົ້ນມາ, ຕົວເລກສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ໃນໜີ້ສິນຂອງປະເທດແລະເຂດແຄວ້ນທີ່ກ່ຽວຂ້ອງນັ້ນ, ໜີ້ສິນກ່ຽວກັບໂຄງການຮ່ວມມືກັບຈີນແມ່ນໜ້ອຍທີ່ສຸດ, ນັບມາຮອດປັດຈຸບັນບໍ່ມີປະເທດໃດໄດ້ຕົກເຂົ້າສູ່ສະພາບອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ” ຍ້ອນການຮ່ວມມືກັບຈີນ. ສຳລັບຫຼາຍປະເທດໃນໂລກແລ້ວ, “ໜຶ່ງແລວໜຶ່ງເສັ້ນທາງ” ມີຄວາມໝາຍແນວໃດ? ພຶດຕິກຳຕົວຈິງໃນ ...

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນທີ 1)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ມື້ນີ້ ຂ້າພະເຈົ້າຂໍແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດຕາມກົດໝາຍດັ່ງກ່າວ ຄື: 1. ການຟື້ນຟູວິສາຫະກິດ ແມ່ນຫຍັງ? ການຟື້ນຟູວິສາຫະກິດ ແມ່ນການແກ້ໄຂບັນຫາຂອງວິສາຫະກິດ ທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍ່ສາມາດຊຳລະໜີ້ສິນໄດ້ຂອງຕົນໄດ້. ຕົວຢ່າງ: ບໍລິສັດບໍລິການຈັດງານປະຊາສຳພັນແຫ່ງໜຶ່ງປະສົບຄວາມຫຍຸ້ງຍາກຈາກການຂາດສະພາບຄ່ອງຂອງທາງດ້ານການເງິນຢ່າງໜັກໜ່ວງ ຍ້ອນສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ການດໍາເນີນທຸລະກິດຂອງບໍລິສັດ, ລູກຄ້າຂອງບໍລິສັດຍົກເລີກ ງານປະຊາສຳພັນສິນຄ້າ, ບໍລິສັດຕ້ອງໄດ້ຊໍາລະເງິນກູ້ຢືມຈາກທະນາຄານ, ບໍລິສັດຕ້ອງແບກຫາບເງິນເດືອນກຳມະກອນ ແລະ ພະນັກງານບໍລິສັດ ແລະ ອືື່ນໆ ນີ້ເປັນສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍລິສັດ ກຳລັງປະສົບບັນຫາ ແລະ ເຫັນວ່າຕົນເອງອາດຈະຕົກຢູ່ໃນ “ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ”. ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ແມ່ນສະພາບທີ່ວິສາຫະກິດຍັງບໍ່ທັນຢູ່ໃນສະພາວະລົ້ມລະ ລາຍ ແຕ່ວິສາຫະກິດດັ່ງກ່າວຮູ້ວ່າຕົ້ນມີຄວາມຫຍຸ້ງຍາກທາງດ້ານເງິນ ຈະບໍ່ສາມາດໃຊ້ແທນໜີ້ສິນໄດ້ ແລະ ອາດຈະລົ້ມລະລາຍໃນອະນາຄົດອັນໃກ້ໆນີ້. ເມື່ອມີຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຢູ່ໃນສະພາບທີ່ໃກ້ຈະຢູ່ໃນສະພາວະລົ້ມລາຍລາຍດັ່ງກ່າວ ວິສາຫະກິດເອງ, ເຈົ້າໜີ້ຂອງວິສາຫະກິດ, ບັນດາກຳມະກອນ, ຫຼື ພະນັກງານ/ກຳມະກອນຂອງວິສາຫະກິດສາມາດຮ້ອງຂໍຕໍ່ສານໃຫ້ຟື້ນຟູວິສາຫະກິດດັ່ງກ່າວ. 2. ເປັນຫຍັງຈຶ່ງຕ້ອງຂໍຟື້ນຟູວິສາຫະກິດ? ການຟື້ນຟູວິສາຫະກິດຈະຊ່ວຍ: (1). ເຮັດໃຫ້ເຈົ້າຂອງກິດຈະການ ຫຼື ບໍລິສັດໃດໜຶ່ງໄດ້ສາມາດສືບຕໍ່ດຳເນີນທຸລະກິດຂອງຕົນໄດ້ຕາມ “ແຜນຟື້ນຟູວິສາຫະກິດ”, ຖ້າໄດ້ຮັບການອະນຸມັດຈາກບັນດາເຈົ້າໜີ້; ແລະ (2). ໄດ້ຮັບການປົກປ້ອງຊັບສິນຂອງຕົນຈາກການດຳເນີນການທາງດ້ານກົດໝາຍຂອງເຈົ້າໜີ້ ເພື່ອເຮັດໃຫ້ລູກໜີ້ໄດ້ສືບຕໍ່ດຳເນີນກິດຈະການຂອງຕົນຕາມແຜນຟື້ນຟູວິສາຫະກິດ, ...

Read More »

ບາດກ້າວສູ່ການເປັນຜູ້ປະກອບການ

ຜູ້ທີ່ໃຝ່ຝັນຢາກເປັນຜູ້ປະກອບການທັງຫຼາຍ ມັກຈະຄິດວ່າ ການເຮັດທຸລະກິດໃດໜຶ່ງ ຈະຕ້ອງເລີ່ມຈາກແນວຄວາມຄິດ ໃໝ່ໆ ກ່ຽວກັບສິນຄ້າ ຫຼືບໍລິການ ຕ້ອງມີທຶນຮອນຫຼາຍໆ ແລ້ວກໍເປີດບໍລິສັດໃນສະຖານທີ່ງາມໆຫຼູຫຼາ ເພື່ອສ້າງຄວາມເຊື່ອໝັ້ນ ຊອກຫາທີ່ປຶກສາທີ່ມີຊື່ສຽງມາຊ່ວຍແນະນຳວິທີການດຳເນີນທຸລະກິດ ກໍພຽງພໍແລ້ວ ທີ່ຈະກາຍເປັນຜູ້ປະກອບການ ແລະ ສາມາດນຳພາທຸລະກິດກ້າວໄປສູ່ຄວາມສຳເລັດໄດ້ ແຕ່ທ່ານຮູ້ບໍ່ວ່າຄວາມຈິງບໍ່ແມ່ນແນວນັ້ນ ເພາະຄົນທີ່ຄິດແບບນີ້ສ່ວນໃຫຍ່ ເປັນຜູ້ທີ່ຍັງບໍ່ທັນໄດ້ເລີ່ມລົງມືເຮັດທຸລະກິດໃດໜຶ່ງເທື່ອ ເນື່ອງຈາກ ການເລີ່ມກໍ່ຕັ້ງທຸລະກິດຕົວຈິງ ແນວຄວາມຄິດກ່ຽວກັບສິນຄ້າ ຫຼືບໍລິການ ເປັນພຽງສ່ວນໜຶ່ງເທົ່ານັ້ນ ແລະ ໃນໄລຍະເລີ່ມຕົ້ນດຳເນີນທຸລະກິດທຸລະກິດໃໝ່ໆ ທ່ານກໍອາດຍັງບໍ່ຈຳເປັນຕ້ອງລົງທຶນຈຳນວນຫຼວງຫຼາຍບາດດຽວ, ມາຮອດນີ້ ທ່ານອາດຈະກຳລັງສົງໄສວ່າ ແລ້ວການເປັນຜູ້ປະກອບການ ຈະຕ້ອງເລີ່ມຈາກຫຍັງແທ້? ເຊິ່ງມື້ນີ້ ຄໍລຳ Entrepreneurship ຂອງພວກເຮົາ ຈະມາແນະນຳກ່ຽວກັບ ບາດກ້າວຂອງການເປັນຜູ້ປະກອບການ ໃນຄວາມເປັນຈິງ ວ່າຄວນຈະເລີ່ມຕົ້ນຈາກຈຸດໃດແທ້ ບາດກ້າວທີ 1: ເລີ່ມຈາກຕົວທ່ານເອງ ໃນທຸກໆການເລີ່ມຕົ້ນທຸລະກິດ ຕົວທ່ານເອງ ຄືສິ່ງທີ່ສຳຄັນທີ່ສຸດ ບໍ່ແມ່ນຄວາມຄິດກ່ຽວກັບສິນຄ້າ ຫຼື ບໍລິການ ແຕ່ແມ່ນຕົວທ່ານ ທີ່ແນມເຫັນເປົ້າໝາຍຢ່າງຊັດເຈນ ນຳພາທີມງານເດີນໜ້າຢ່າງມີວິໄສທັດ ເປັນຜູ້ທີ່ຕັດສິນໃຈຢ່າງເດັດດ່ຽວ ວ່າຈະສ້າງທຸລະກິດນີ້ຂຶ້ນມາ ໂດຍຍອມຮັບຄວາມສ່ຽງ ຄວາມກົດດັນ ສຸມທຸກເຫື່ອແຮງ ແລະ ທຸກໆແນວຄວາມຄິດ ເພື່ອແກ້ໄຂບັນຫາ ຜ່ານຜ່າອຸປະສັກ ແລະ ...

Read More »

ການບໍລິຫານສະພາບຄ່ອງທາງການເງິນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ວນກ)

ສະພາບຄ່ອງດ້ານການເງິນ ຖືວ່າເປັນສິ່ງທີ່ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຄວນມີຄວາມຮູ້ ແລະ ຄວາມເຂົ້າໃຈໃນການວິເຄາະສະພາບຄ່ອງທາງການເງິນ ເພື່ອໃຊ້ໃນການກຳນົດຍຸດທະສາດ ແລະ ການວາງແຜນດ້ານການເງິນ, ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການຂາດສະພາບຄ່ອງທາງການເງິນທີ່ອາດຈະນຳໄປສູ່ບັນຫາທີ່ບໍ່ມີທີ່ສິ້ນສຸດໃນອະນາຄົດໄດ້. ບົດຄວາມນີ້ຈະນຳສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສຳຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດສາມາດເດີນແມ່ນແລ່ນສະດວກໄດ້ໃນແຕ່ລະສະພາບການທີ່ມີການຜັນປ່ຽນໄປຕະຫຼອດເວລາ. ສະພາບຄ່ອງທາງການເງິນ ໝາຍເຖິງຄວາມຄ່ອງຕົວ ຫຼື ຄວາມສາມາດໃນການປ່ຽນສິນຄ້າ ຫຼື ຊັບສິນເປັນເງິນສົດໄດ້; ໃນນັ້ນ, ເງິນສົດ ແມ່ນຖືວ່າເປັນຊັບສິນທີ່ມີສະພາບຄ່ອງສູງ ເພາະເງິນຖືວ່າເປັນຊັບສິນທີ່ຍອມຮັບໂດຍທົ່ວໄປ ສາມາດໃຊ້ໃນການແລກປ່ຽນໄດ້ງ່າຍ, ວ່ອງໄວ ແລະ ມີຕົ້ນທຶນຕໍ່າ. ດ້ວຍເຫດນັ້ນ, ສະພາບຄ່ອງທາງການເງິນສູງ ໝາຍຄວາມວ່າຊັບສິນທີ່ວິສາຫະກິດມີສາມາດປ່ຽນເປັນເງິນໄດ້ໄວ. ຕົວຢ່າງ, ການຂາຍສິນຄ້າທີ່ມີໃນສາງເພື່ອເກັບເງິນສົດ, ການຊື້ຮຸ້ນເພື່ອລົງທຶນແລ້ວຂາຍອອກເພື່ອເກັບເງິນສົດ. ການທີ່ຈະມີສະພາບຄ່ອງທາງການເງິນສູງ ຫຼື ຕໍ່າ ນັ້ນຂຶ້ນກັບໄລຍະເວລາໃນການປ່ຽນຊັບສິນເປັນເງິນສົດ ເຊິ່ງຂຶ້ນກັບຄວາມຕ້ອງການຂອງຊັບສິນເຫຼົ່ານັ້ນທີ່ຫຼາຍ ຫຼື ໜ້ອຍໃນແຕ່ລະໄລຍະ ໂດຍທົ່ວໄປແລ້ວມັກຖືກເອີ້ນວ່າ ອຸປະສົງ (Demand) ແລະ ອຸປະທານ (Supply) ກໍຄືຄວາມສໍາພັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍໃນຕະຫຼາດ. ເມື່ອສິນຄ້າມີຄວາມຕ້ອງການສູງ ນອກຈາກສາມາດຂາຍໄດ້ໃນລາຄາທີ່ສູງແລ້ວຍັງມີຜູ້ທີ່ສົນໃຈຊື້ຫຼາຍຄົນ ກໍຈະມີສະພາບຄ່ອງສູງ ແລະ ເຮັດໃຫ້ສະພາບຄ່ອງທາງການເງິນສູງໄປຕາມກັນ; ກົງກັນຂ້າມ ເມື່ອຜະລິດຕະພັນທີ່ບໍ່ເປັນທີ່ນິຍົມໃນຕະຫຼາດ ກໍອາດຈະເຮັດໃຫ້ສະພາບຄ່ອງຂອງຊັບສິນນັ້ນຕໍ່າລົງໄດ້ ...

Read More »

ທ່ານ Arnaud Caulier ປະທານສະພາການຄ້າ ແລະ ອຸດສະຫະກຳເອີຣົບ ປະຈຳ ສປປ ລາວ

ສະພາການຄ້າເອີຣົບ ເຮັດໜ້າທີ່ເປັນໜ່ວຍງານຜູ້ຕາງໜ້າ ໃຫ້ແກ່ປະຊາຄົມທຸລະກິດເອີຣົບໃນ ສປປ ລາວ ສຳລັບ ວາລະສານທາເກັດ ສະບັບເດືອນກັນຍາ ນີ້, ພວກເຮົາໄດ້ຮັບກຽດສຳພາດ ທ່ານ Arnaud Caulier, ທີ່ໄດ້ຖືກຮັບເລືອກໃຫ້ດຳລົງຕຳແໜ່ງ ປະທານສະພາການຄ້າ ແລະ ອຸດສະຫະກຳເອີຣົບ ປະຈຳ ສປປ ລາວ, ເຊິ່ງເພິ່ນຈະມາແບ່ງປັນວິໄສທັດຂອງ ສະພາການຄ້າເອີຣົບ ກັບພວກເຮົາໃນມື້ນີ້. ຂໍໃຫ້ທ່ານເລົ່າປະຫວັດຄວາມເປັນມາ ແລະ ພາລະກິດຂອງ ສະພາການຄ້າເອີຣົບໃນ ລາວ ສູ່ພວກເຮົາຟັງໄດ້ບໍ່? ສະພາການຄ້າ ແລະ ອຸດສະຫະກຳເອີຣົບ ປະຈຳ ສປປ ລາວ (ສະພາການຄ້າເອີຣົບ) ຖືກສ້າງຕັ້ງຂຶ້ນໃນປີ 2011 ໂດຍບັນດານັກທຸລະກິດຈາກເອີຣົບ, ເພື່ອສົ່ງເສີມ ສະຫະພາບເອີຣົບ ໃຫ້ກາຍເປັນຄູ່ຮ່ວມທຸລະກິດຂອງ ສປປ ລາວ. ນັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ, ສະພາການຄ້າເອີຣົບຂອງພວກເຮົາມີຈຸດປະສົງໃນການສະໜັບສະໜູນປະຊາຄົມທຸລະກິດເອີຣົບ ໃນລາວ, ເພື່ອສົ່ງເສີມການຄ້າ ລະຫວ່າງ ສະຫະພາບເອີຣົບ ແລະ ລາວ. ພ້ອມກັນນັ້ນ, ຍັງສົ່ງເສີມໃຫ້ລາວກາຍເປັນເປົ້າໝາຍການລົງທຶນຂອງນັກລົງທຶນຈາກເອີຣົບ ນຳອີກ. ມາຮອດປັດຈຸບັນ, ສະພາການຄ້າເອີຣົບເຮັດໜ້າທີ່ເປັນໜ່ວຍງານຜູ້ຕາງໜ້າຫຼັກໃຫ້ແກ່ ປະຊາຄົມທຸລະກິດເອີຣົບ ໃນ ສປປ ...

Read More »

ເປັນໄປໄດ້ ຫຼື ບໍ່ໄດ້ ຂຶ້ນຢູ່ກັບທັດສະນະແນວຄິດຂອງທ່ານເອງ Possibility Mindset

ຄວາມເປັນໄປໄດ້ (Possibility) ເປັນຄຳເວົ້າທີ່ມັກໄດ້ຍິນເລື້ອຍໆ ເຊິ່ງໝາຍເຖິງ ໂອກາດ ຫຼື ຄວາມອາດສາມາດທີ່ຈະເປັນໃນສິ່ງໃດໜຶ່ງ ເຊັ່ນວ່າ: ອາດປະສົບຜົນສຳເລັດ ຫຼື ອາດຈະບໍ່ສຳເລັດຜົນ, ອາດຈະມີຜົນກະທົບ ທາງດ້ານລົບ ຫຼື ດ້ານບວກ ແຕ່ຖ້າໃຫ້ເວົ້າເປັນຕົວເລກ ສິ່ງທີ່ຊ່ວຍເຮັດໃຫ້ທ່ານຜູ້ອ່ານພໍຄິດພາບອອກກໍຄົງເປັນ ຄຳເວົ້າທີ່ວ່າ “ມີໂອກາດ 50-50%”. ໃນໄລຍະທີ່ຜ່ານມາ ຜູ້ຂຽນກໍໄດ້ມີໂອກາດອ່ານປື້ມເຫຼັ້ມໜຶ່ງ ທີ່ໄດ້ກ່າວ ເຖິງຄຳວ່າ “Possibilist” ທີ່ມີຄວາມໝາຍວ່າ “ບຸກຄົນທີ່ເຊື່ອໃນຄວາມເປັນໄປໄດ້” ເຊິ່ງເປັນຜູ້ທີ່ບໍ່ຄາດຫວັງ ໂດຍບໍ່ມີເຫດຜົນ ແລະ ບໍ່ຢ້ານ ໂດຍບໍ່ມີເຫດຜົນເຊັ່ນກັນ, ບຸກຄົນດັ່ງກ່າວມີຂະບວນການໃຊ້ຄວາມຄິດ ແລະ ຕັດສິນໃຈ ບົນພື້ນຖານຂອງເຫດຜົນທີ່ມີຄວາມເປັນໄປໄດ້ ເຊິ່ງເປັນທັດສະນະຄະຕິທີ່ໜ້າສົນໃຈ ຈົນຢາກເອົາມາ ບອກເລົ່າໃຫ້ທ່ານຜູ້ອ່ານຟັງກ່ຽວແນວຄິດຄວາມເປັນໄປໄດ້ (Possibility Mindset) ວ່າມີອິດທິພົນແນວໃດຕໍ່ ການປະສົບຜົນສຳເລັດ. ບຸກຄົນທີິ່ປະສົບຜົນສຳເລັດບໍ່ວ່າໃນສາຍງານ ຫຼື ທຸລະກິດໃດໜຶ່ງ ເຊັ່ນ: ນັກເທນນິສຊື່ດັງ ເຊເລນ້າ ວິວລ້ຽມ (Serena Williams), ນັກຮ້ອງລະດັບໂລກ ບີຢອນເຊ່ (Beyonce), ນັກທຸລະກິດ ແລະ ນັກລົງທຶນຊື່ດັງ ຣິຊາດ ບຣານຊັນ ...

Read More »

ການເຮັດວຽກຢູ່ເຮືອນໃຫ້ມີປະສິດທິພາບ

ຄຳວ່າ “ການເຮັດວຽກຢູ່ເຮືອນ (Work From Home)” ອາດຍັງເປັນເລື່ອງໃໝ່ສຳລັບສັງຄົມລາວ, ແຕ່ໃນຕ່າງປະເທດ ຮູບແບບການເຮັດວຽກແບບນີ້ ເລີ່ມມີມາໄລຍະໜຶ່ງແລ້ວ ແລະ ເລີ່ມມີທ່າອ່ຽງສູງຂຶ້ນເລື້ອຍໆ ເພາະມີຫຼາຍໜ້າວຽກທີ່ບໍ່ຈໍາເປັນຕ້ອງອາໄສສໍານັກງານຫ້ອງການໃນການເຮັດວຽກ ຊຶ່ງພະນັກງານກໍສາມາດເລືອກທີ່ຈະເຮັດວຽກຢູ່ເຮືອນໄດ້ ໂດຍໃຊ້ເຕັກໂນໂລຊີເຂົ້າຊ່ວຍໃນການສື່ສານກັບທີມງານ ເປັນການໃຫ້ອິດສະລະທາງດ້ານການຈັດສັນເວລາ ແລະ ດ້ານຄວາມຄິດ ໃຫ້ພະນັກງານມີຄວາມສຸກກັບການເຮັດວຽກຫຼາຍຂຶ້ນ ຊຶ່ງສົ່ງຜົນຕໍ່ປະສິດທິພາບການເຮັດວຽກທີ່ເພີ່ມຂຶ້ນນັ້ນເອງ. ສຳລັບ ສປປ ລາວ ແນວຄິດການເຮັດວຽກຢູ່ເຮືອນ ເລີ່ມມາມີບົດບາດສໍາຄັນໃນສະຖານະການແຜ່ລະບາດຂອງເຊື້ອພະຍາດປອດອັກເສບປອດ   ສາຍພັນໃໝ່ (COVID-19) ໃນຕົ້ນປີທີ່ຜ່ານມາ ເມື່ອລັດຖະບານເລັງເຫັນຄວາມສໍາຄັນຂອງການເວັ້ນໄລຍະຫ່າງທາງສັງຄົມ (Social Distancing) ເພື່ອຫຼຸດຜ່ອນການແຜ່ກະຈາຍການຕິດເຊື້ອພະຍາດໃນວົງກວ້າງ ໂດຍໄດ້ປະກາດພັກການຮຽນການສອນຂອງສະຖາບັນການສຶກສາຕ່າງໆ ພ້ອມທັງໃຫ້ພາກລັດ ແລະ ທຸລະກິດເອກະຊົນບາງສ່ວນຢຸດດຳເນີນງານ ຫຼື ເຮັດວຽກຢູ່ເຮືອນ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳເອົາເຕັກນິກບາງປະການມາໃຫ້ບັນດາຜູ້ອ່ານ ເພື່ອທີ່ຈະສາມາດນໍາໄປປັບໃຊ້ໃຫ້ການເຮັດວຽກຢູ່ເຮືອນຂອງທ່ານມີປະສິດທິພາບຍິ່ງຂຶ້ນ. -ການກຳນົດພື້ນທີ່ເຮັດວຽກທີ່ຊັດເຈນ: ການຈັດສັນພື້ນທີ່ເຮັດວຽກເປັນບາດກ້າວທໍາອິດທີ່ສໍາຄັນ ເພາະມັນມີຜົນທາງຈິດໃຈ ແລະ ຊ່ວຍເຕືອນສະໝອງຂອງເຮົາໃຫ້ສາມາດໄຈ້ແຍກພື້ນທີ່ເຮັດວຽກ ແລະ ພື້ນທີ່ພັກຜ່ອນໄດ້ ຊຶ່ງເຮັດໃຫ້ເຮົາມີສະມາທິໃນການເຮັດວຽກໄດ້ດີກວ່າ ການຕອບ”ອີເມວ”ຫົວໜ້າ ເພື່ອນຮ່ວມງານ ລູກຄ້າ ຢູ່ໂຕະຕັ່ງໜ້າໂທລະພາບ ຫຼື ນັ່ງເຮັດວຽກທີ່ເປັນຕົວເລກຫຼາຍໆຢູ່ໂຕະກິນເຂົ້າ ຫຼື ປະຊຸມວີດີໂອທາງໄກຢູ່ເທິງຕຽງນອນ ຢ່າງແນ່ນອນ. ຖ້າເຮືອນຂອງທ່ານບໍ່ມີຫ້ອງເຮັດວຽກໂດຍສະເພາະ ໃຫ້ທ່ານລອງສໍາຫຼວດມຸມໃດໜຶ່ງໃນເຮືອນທີ່ເໝາະສົມທີ່ຈະເປັນບ່ອນເຮັດວຽກ ຢ່າງໜ້ອຍແມ່ນໃຫ້ມີໂຕະ ...

Read More »

ເຄັດລັບຄວາມສໍາເລັດໃນການສ້າງທຸລະກິດ 100 ປີ ແບບຈິດວິນຍານຍີ່ປຸ່ນ

ຄູເຊັ່ງມີປະສົບການໃນການໄປສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ປະເທດຍີ່ປຸ່ນລວມກັນທັງໝົດເປັນເວລາ 12 ປີ. ຄູເຊັ່ງສາມາດສໍາຜັດໄດ້ເຖິງຄວາມມີລະບຽບວິໄນສູງ ແລະ ຄວາມຕື່ນຕົວສູງຂອງຄົນຍີ່ປຸ່ນ. ໂດຍສະເພາະແມ່ນລະບຽບວິໄນທາງດ້ານການບໍລິຫານເວລາ. ຄົນຍີ່ປຸ່ນຈະຕົງຕໍ່ເວລາ, ຮັກສາຄໍາໝັ້ນສັນຍາ ແລະ ເປັນບຸກຄົນທີ່ມີຄວາມຮັບຜິດຊອບສູງ. ທັງນີ້ການຝຶກຝົນລະບຽບວິໄນນັ້ນບໍ່ໄດ້ເກີດຂຶ້ນພາຍໃນມື້ດຽວ, ຄົນຍີ່ປຸ່ນຖືກຝຶກຝົນຫຼໍ່ຫຼອມລະບຽບວິໄນມາຕັ້ງແຕ່ຍັງນ້ອຍໆໂດຍການລ້ຽງດູຈາກພໍ່ແມ່ ແລະ ຈາກໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານເປັນຕົ້ນມາ. ໂດຍສະເພາະແມ່ນການເຮັດກິດຈະກໍາຕ່າງໆ, ການຮຽນໃນບ້ານ, ການຮຽນຢູ່ໂຮງຮຽນ, ການຮັບປະທານອາຫານ, ການຊ່ວຍວຽກເຮືອນພໍ່ແມ່, ການເບິ່ງໂທລະພາບ, ການເຂົ້ານອນ ແລະ ອື່ນໆແມ່ນຕ້ອງເຮັດໃຫ້ຖືກຕ້ອງຕາມເວລາທີ່ວາງເອົາໄວ້ທຸກໆມື້ຈົນກາຍເປັນກິດຈະວັດປະຈໍາ, ເປັນຄວາມລຶ້ງເລີຍ, ແລະ ເປັນນິໄສທີ່ດີນັ້ນເອງ. ບົດຄວາມໃນຫົວຂໍ້ຈິດວິນຍານຂອງການມີລະບຽບວິໄນສູງນີ້, ຄູເຊັ່ງຂໍເລີ່ມຕົ້ນດ້ວຍການຖາມຄໍາຖາມກັບບັນດາທ່ານຜູ້ອ່ານ 4 ຂໍ້ດັ່ງຕໍ່ໄປນີ້, ແລ້ວຂໍໃຫ້ພວກທ່ານຕອບຄໍາຖາມຄູເຊັ່ງໃນໃຈ. 1.) ເປັນຫຍັງຄົນເຮົາທີ່ໄດ້ຮັບໂອກາດມີເວລາ 24 ຊົ່ວໂມງເທົ່າກັນ, ແຕ່ລະຄົນໃຊ້ 24 ຊົ່ວນີ້ສ້າງປະໂຫຍດ, ສ້າງຄຸນຄ່າ, ສ້າງປະສິດຕິຜົນ ແລະ ຜົນໄດ້ຮັບທີ່ແຕກຕ່າງກັນ? ເຖິງວ່າຈະແມ່ນໜ້າວຽກອັນດຽວກັນ. ບາງຄົນເຮັດອອກມາໄດ້ດີເລີດ, ໂດດເດັ່ນ ແລະ ສຸດຍອດແບບບໍ່ມີບ່ອນຕິໃນເວລາອັນສັ້ນພຽງແຕ່ 1 ຊົ່ວໂມງເທົ່ານັ້ນ. ແຕ່ບາງຄົນເຖິງຈະໃຊ້ເວລາ 24 ຊົ່ວໂມງ ແຕ່ເຮັດຫຍັງອອກມາກໍ່ບໍ່ໄດ້ດີ, ທໍາມະດາ, ບໍ່ໄດ້ເລື່ອງ ແລະ ...

Read More »

ການບໍລິຫານໜີ້ສິນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໂດຍການສ້າງໜີ້ດ້ວຍການກູ້ຢືມເງິນຈາກທະນາຄານທຸລະກິດ ແລະ ສະຖາບັນການເງິນ ຖືເປັນທາງເລືອກໜຶ່ງທີ່ເປັນທີ່ນິຍົມກັນ ແລະ ສາມາດສ້າງເງື່ອນໄຂຕົວຈິງໃຫ້ທະນາຄານສາມາດອະນຸມັດເງິນກູ້ໃຫ້ແກ່ ວນກ ໄດ້. ເມື່ອທຸລະກິດມີໜີ້ສິນໃນໂຄງສ້າງຖານະການເງິນຂອງຕົນ, ຖ້າບໍ່ສາມາດຄຸ້ມຄອງໄດ້ເໝາະສົມ ກໍຈະສົ່ງຜົນກະທົບຕໍ່ກັບການຢູ່ລອດ ແລະ ຂະຫຍາຍຕົວຂອງທຸລະກິດຕົວຈິງໄດ້. ສະນັ້ນ, ເຈົ້າຂອງທຸລະກິດ ວນກ ຈຳເປັນຕ້ອງໄດ້ສຶກສາກ່ຽວກັບການຄຸ້ມຄອງໜີ້ສິນຂອງຕົນເອງ ເພື່ອໃຫ້ຮູ້ວ່າຈະນຳໃຊ້ເງິນກູ້ແບບໃດຈຶ່ິງຈະແທດເໝາະກັບລັກສະນະທຸລະກິດຂອງຕົນ ທັງນີ້ກໍເພື່ອຮູ້ຈັກວິທີຈັດສັນບໍລິຫານໃຫ້ສາມາດປ້ອງກັນການຂາດສະພາບຄ່ອງ ແລະ ຫຼີກລ່ຽງການມີໜີ້ສິນຫຼາຍເກີນໄປຈົນບໍ່ສາມາດແບກຫາບພາລະເງິນຕົ້ນ ແລະ ດອກເບ້ຍໄດ້. ດັ່ງນັ້ນ, ບົດຄວາມນີ້ ຈະໄດ້ແນະນຳໃຫ້ແກ່ຜູ້ອ່ານໄດ້ຮັບຮູ້ແນວທາງການນຳໃຊ້ເງິນກູ້ຢືມ ແລະ ການບໍລິຫານໜີ້ສິນຂອງ ວນກ ໃຫ້ເໝາະສົມຕາມຈຸດປະສົງຂອງການນຳໃຊ້ຕົວຈິງຂອງ ວນກ. ເມື່ອ ວນກ ໄດ້ກູ້ຢືມເງິນເພື່ອການລົງທຶນຂັບເຄື່ອນຂອດການຜະລິດ ແລະ ການບໍລິການຂອງຕົນ ບໍ່ວ່ານຳໃຊ້ເຂົ້າໃນການຊື້ເຄື່ອງຈັກ, ພາຫະນະ, ປຸກສ້າງອາຄານຫ້ອງການ, ຊື້ວັດຖຸດິບ, ລົງທຶນໃນປັດໄຈການຜະລິດອື່ນ ແລະ ເປັນເງິນທຶນໝູນວຽນຂອງທຸລະກິດ, ພັນທະການຊຳລະຄືນເງິນຕົ້ນ ແລະ ດອກເບ້ຍຖືເປັນພາລະທີ່ເປັນເງົາຕາມຕົວຂອງ ວນກ ທີ່ຕ້ອງໄດ້ມີເງິນສົດພຽງພໍເພື່ອສົ່ງມອບຄືນໃນແຕ່ລະໄລຍະຕາມທີ່ໄດ້ກຳນົດໄວ້ໃນສັນຍາເງິນກູ້ ໂດຍການບໍລິຫານໜີ້ສິນຂອງຕົນໃຫ້ເໝາະສົມຕາມປະເພດເງິນກູ້ ແລະ ວົງເງິນສິນເຊື່ອ ດັ່ງນີ້:  1. ນໍາໃຊ້ເງິນກູ້ໃຫ້ສອດຄ່ອງກັບປະເພດໜີິ້ສິນ: ເຈົ້າຂອງ ວນກ ...

Read More »