General

ທ່ານຮູ້ແລ້ວບໍ? ພະຍາດຖອກທ້ອງຊໍາເຮື້ອ ເປັນສາເຫດໜຶ່ງທີ່ເຮັດໃຫ້ເດັກນ້ອຍລາວເຕ້ຍ…

ອົງການອຸຍນິເຊັບ ມີຄວາມກັງວົນກ່ຽວກັບເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ທີ່ມີເດັກນ້ອຍຫຼາຍຄົນເປັນພະຍາດຖອກທ້ອງຊໍາເຮື້ອ, ເຊິ່ງເປັນສາເຫດທີ່ພາໃຫ້ເດັກນ້ອຍລາວເຕ້ຍ. ທ່ານ ນາງ ບີອາເຕ ດັດສະເຕລ ຮັກສາການຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ເຂົ້າໃນພິທີປະກາດ ແຂວງ ບໍລິຄຳໄຊ, ເປັນແຂວງຢຸດຕິການຖ່າຍຊະຊາຍ ທີ່ໄດ້ຈັດຂື້ນເມື່ອບໍ່ດົນມານີ້ວ່າ:​ ການສິ້ນສຸດການຖ່າຍຊະຊາຍ ແມ່ນບາດກ້າວທຳອິດ ຂອງການກ້າວໄປສູ່ການມີສຸຂະອະນາໄມຮອບດ້ານ ແລະ ອົງການອຸຍນີເຊັບ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງພາລະກິດນີ້, ໂດຍມີຊຸມຊົນເປັນເຈົ້າການ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ໃຫ້ການສະນັບສະໜູນ. ຫຼັງຈາກທີ່ມີການປະກາດ ທີ່ມີຄວາມໝາຍໃນຄັ້ງນີ້, ພວກເຮົາຈະຕ້ອງສືບຈັດຕັ້ງການປະຕິບັດວຽກສຸຂະອະນາໄມ ແລະ ຮັກສາສະຖານະພາບຢຸດຕິການຖ່າຍຊະຊາຍນີ້, ເຊິ່ງຈະຊ່ວຍໃຫ້ແຂວງບັນລຸເປົ້າໝາຍສຸຂະອະນາໄມຮອບດ້ານ ໂດຍທຸກຄອບຄົວມີ ແລະ ນຳໃຊ້ວິດຖ່າຍຂອງຕົນເອງ, ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງມີຫຼາຍແຫຼ່ງຂອງ ສ ປປ ລາວ ທີ່ມີບັນຫາເລື່ອງສຸຂາອະນາໄມ ເຊິ່ງຜົນສຳຫຼວດດັດຊະນີໝາຍສັງຄົມ-II ຊີ້ໃຫ້ເຫັນວ່າ 1,5 ລ້ານຄົນ ໃນ ສປປ ລາວ ຍັງຖ່າຍຊະຊາຍ. ທ່ານ ນາງ ບີອາເຕ ໄດ້ກ່າວຕື່ມອີກວ່າ: ນອກນັ້ນ ອົງການອຸຍນີເຊັບ ຍັງຫ່ວງກ່ຽວກັບເດັກນ້ອຍ ທີ່ເປັນພະຍາດຖອກທ້ອງຊຳເຮື້ອ ...

Read More »

ຮ້ານເຄື່ອງສໍາອາງເກົາຫຼີໃຕ້ມີຄວາມຄິດໃຫ້ລູກຄ້າລອງສິນຄ້າຜ່ານ ‘ແວ່ນ AR’ ສ້າງປະສົບການຊື້ເຄື່ອງຍຸກ Touchless

ໃນສະຖານະການແບບນີ້ການຈະຢິບຈັບ ຫຼື ສໍາຜັດຫຍັງກໍຕ້ອງລະມັດລະວັງເປັນພິເສດດັ່ງນັ້ນເພື່ອແກ້ໂຈດນີ້ທາງຮ້ານເຄື່ອງສໍາອາງຂອງເກົາລີໃຕ້ແຫ່ງໜຶ່ງໃນກຸງໂຊຢ່າງຮ້ານ Amorepacific ຈຶງເກີດໄອເດຍນໍາເທດໂນໂລຍີ AR (Augmented reality) ມາຕິດຕັ້ງໃນແວ່ນໃຫ້ລູກຄ້າໄດ້ລອງສິນຄ້າແບບບໍ່ຈໍາເປັນຕ້ອງນໍາມາສໍາຜັດກັບໃບໜ້າຂອງຕົນເອງ. ແວ່ນ AR ນີ້ຈະຊ່ວຍໃຫ້ເລືອກເຄື່ອງສໍາອາງໄດ້ຈາກຈໍແວ່ນໂດຍຈະຖ່າຍໃບໜ້າຂອງລູກຄ້າ ແລະ ວິເຄາະແນະນໍາສິນຄ້າທີ່ມີພື້ນຖານມາຈາກຜິວ ແລະ ລະບຸຕໍາແໜ່ງຂອງຮອຍຕ່າງໆທັງຮອຍສິວ, ຮອບຫ່ຽວ ຫຼື ຮອບຄໍ້າ ຈາກນັ້ນຈະສະແດງພາບຈໍາລອງຕົວຈິງໃຫ້ລູກຄ້າສາມາດເຫັນພາບໄດ້ວ່າເມື່ອລູກຄ້າໃຊ້ສິນຄ້າທີ່ເລືອກແລະຈະເປັນແນວໃດ ເໝາະກັບລູກຄ້າ ຫຼື ບໍ່ ແມ້ລູກຄ້າໃສໜ້າກາກໄວ້ກໍຕາມ. GLENDALE, CA – SEPTEMBER 28: A view of the atmosphere at ‘Riley Rose celebrates store opening at Glendale Galleria with Jordyn Woods’ on September 28, 2017 in Glendale, California. (Photo by Emma McIntyre/Getty Images for Riley ...

Read More »

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ 1 ພ້ອມຄັດເລືອກ…

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ I ພ້ອມຄັດເລືອກຄະນະບໍລິຫານງານຂອງສະມາຄົມ ໃນວັນທີ 1 ເດືອນ ສິງຫາ 2020. ສະມາຄົມສົ່ງເສີມຜູ້ປະກອບການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງຂອງລາວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂື້ນ ທີ່ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 57 ທ່ານ ຍິງ 17 ທ່ານ, ເປັນກຽດເຂົ້າຮ່ວມໃນງານມີທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ວາລະໄຊ ເລັ່ງສະຫວັດ, ຫົວໜ້າກົມ ການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ແສງອາລຸນ ຍົດລືໄຊ, ຮອງຫົວໜ້າກົມ ພັດທະນາ ແລະ ບໍລິຫານລັດ, ກະຊວງພາຍໃນ, ທ່ານ ນາງ ຈັນທະຈອນ ວົງໄຊ, ...

Read More »

Lord & Taylor ຫ້າງສັບພະສິນຄ້າເກົ່າແກ່ທີ່ສຸດຂອງສະຫະລັດອາເມລິກາຍື່ນຟ້ອງລົ້ມລະລາຍ…

Lord & Taylor ເຊິ່ງເປັນຫ້າງສັບພະສິນຄ້າທີ່ເກົ່າແກ່ທີ່ສຸດຂອງສະຫະລັດໄດ້ເຂົ້າຮ່ວມກັບຜູ້ຄ້າຍ່ອຍ ໃນການລົ້ມລະລາຍໃນໄລຍະການລະບາດຂອງພະຍາດ Covid-19, Lord & Taylor ຖືກຊື້ກິດຈະການໂດຍການເລີ່ມຕົ້ນເຊົ່າເສື້ອຜ້າອອນລາຍຊື່ Le Tore. Lord & Taylor ພະຍາຍາມທີ່ຈະຄົ້ນຄືນກ່ຽວຂ້ອງກັບລູກຄ້າເກົ່າ ຜູ້ທີ່ອຸດໜູນສິນຄ້າມາດົນຫຼາຍປີ, ປີຜ່ານມາ Le Tote ເຊິ່ງຕັ້ງຢູ່ໃນຊານຟານຊິສໂກ້ ຈາກນັ່ັ້ນ ຊື້ບໍລິສັດໃນແຄນນາດາເປັນມູນຄ່າ $100 ລ້ານໂດລາສະຫະລັດ ເຊິ່ງຊື້ຈາກສະຖານທີ່ 38 ແຫ່ງ ແລະ ຫວັງວ່າຈະສົ່ງເສີມຫ້າງສັບພະສິນຄ້າທີ່ມີຊື່ສຽງ. ແຕ່ການລະບາດຂອງ Covid-19 ທີ່ຮ້າຍແຮງ ໄດ້ເຮັດໃຫ້ມີຜົນກະທົບໜັກຕໍ່ນັກລົງທຶນ ລວມທັງຜູ້ຄ້າຍ່ອຍ brick-and-mortar, ໂດຍສະເພາະຮ້ານເຄື່ອງແຕ່ງກາຍ ໃນຂະນະທີ່ຜູ້ຄົນໃຊ້ເວລາຫຼາຍເດືອນເກັບໂຕຢູ່ເຮືອນ, ການຂາຍເສື້ອຜ້າກໍໄດ້ປິດໂຕລົງ.ບໍລິສັດ ລວມເຖິງຜູ້ປົກຄອງຂອງ Ann Taylor and Loft, J. Crew, Neiman Marcus, J.C. Penney, Brooks Brothers and New York & Co. ຢູ່ໃນໝວດບໍລິສັດທີ່ຫັນໄປດໍາເນີນຢືນຄະດີລົ້ມລະລາຍ, ຕອນນີ້ Lord ...

Read More »

ການນໍາເຂົ້າສິ່ງເສດເຫລືອ ຢາງພລາສະຕິກ ຕ້ອງມີໃບ ຢັ້ງຢືນນໍາເຂົ້າ ຈາກກົມອຸດສາຫະກໍາ ແລະ ຫັດຖະກໍາ…

ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກບົດແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫລືອຢາງພລາສະຕິກ, ເລກທີ 0682/ອຄ.ກອຫ, ລົງວັນທີ 17 ກໍລະກົດ 2020. ເພື່ອຮັບປະກັນໃຫ້ການຄຸ້ມຄອງ ການດໍາເນີນກິດ ຈະການໂຮງງານປຸງແຕ່ງສິ່ງເສດເຫລືອຢາງພລາສະຕິກ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ແນ່ໃສ່ຫລຸດຜ່ອນຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານຢູ່ໃນໂຮງງານ ແລະ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ພ້ອມກັນນີ້, ເພື່ອເປັນການປະກອບສ່ວນແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ. ການຂໍອະນຸຍາດນໍາເຂົ້າສິ່ງເສດເຫລືອຢາງພລາສະຕິກ ແມ່ນໃຫ້ຍື່ນໜັງສືສະເໜີ ຂໍນໍາເຂົ້າເປັນແຕ່ລະກໍລະນີ ເຖິງກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍລະອຽດຄວນປະກອບເອກະສານ ດັ່ງນີ້: ແຜນການເຄື່ອນໄຫວປະຈໍາປີ, ໃບສັ່ງຊື້ສິນຄ້າ, ໃບສະ ເໜີລາຄາ, ໃບຢັ້ງຢືນຄວາມສະອາດຂອງສິ່ງເສດເຫລືອຢາງປລາສະຕິກ ຈາກເຈົ້າໜ້າທີ່ພາກລັດ ຫລື ອົງກອນໃດໜຶ່ງທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ, ຮູບຖ່າຍສິ່ງເສດເຫລືອຢາງປລາສະຕິກທີ່ຈະນໍາເຂົ້າ, ໃບມອບສິດຜູ້ມາພົວພັນເອກະສານ, ສໍາເນົາທະບຽນວິສາຫະກິດ, ສໍາເນົາໃບຢັ້ງຢືນດ້ານສິ່ງແວດລ້ອມໂຮງງານ, ສໍາເນົາໃບຢັ້ງຢືນດໍາເນີນກິດຈະການໂຮງງານ ແລະ ສໍາເນົາໃບມອບພັນທະພາສີ, ອາ ...

Read More »

ຈະຫຼວດເອກະຊົນ SpaceX​ ໃນໂຄງການ NASA ກັບຄືນແລ້ວ…

ຍານອາວະກາດ SpaceX Dragon ທີ່ບັນທຸກນັກອາວະກາດ Doug Hurley ແລະ Bob Behnken ໄດ້ກັບຄືນລົງມາໃນເຂດອ່າວແມັກຊິໂກ ທາງທິດໃຕ້ຂອງ Pensacola ເທິງຊາຍຝັ່ງທະເລ Florida. ປະທານາທິບໍດີ Donald Trump ຜູ້ທີ່ເຂົ້າຮ່ວມການເປີດຕົວ ຍານອາວະກາດແຄບຊູນດັ່ງກ່າວ ໃນສອງເດືອນທີ່ຜ່ານມາ, ໄດ້ກ່າວຊົມເຊີຍການກັບມາທີ່ປອດໄພ. ທ່ານໄດ້ກ່າວວ່າ: "ມັນດີທີ່ສຸດທີ່ນັກອາວະກາດຂອງອົງການ NASA ກັບຄືນສູ່ໂລກ ຫຼັງຈາກທີ່ປະສົບຜົນສຳເລັດໃນພາລະກິດເປັນເວລາສອງເດືອນ." ພ້ອມກັນນັ້ນ, ຄາດວ່າຄວາມຕ້ອງການດ້ານການຂົນສົ່ງມະນຸດທັງໝົດ ທີ່ຢູ່ໜ້າແຜ່ນດິນໂລກໄປສູ່ດາວຕ່າງໆໃນອະນາຄົດ ຈະຖືກຈ້າງຈາກບໍລິສັດເອກະຊົນເຊັ່ນ SpaceX​. ອົງການຂອງລັດຖະບານກ່າວວ່າ ການເຮັດສັນຍາກັບຜູ້ໃຫ້ບໍລິການດ້ວຍວິທີນີ້ຈະຊ່ວຍປະຢັດເງິນໄດ້ຫລາຍພັນລ້ານໂດລາສະຫະລັດ ເຊິ່ງສາມາດຫັນໄປສູ່ ການນຳນັກບິນອາວະກາດບິນໄປທີ່ດວງຈັນ ແລະ ດາວອັງຄານ, ເຊິ່ງເປັນສ່ວນໜຶ່ງຂອງໂປແກຣມ Artemis. ຍານອາວະກາດ Dragon ໄດ້ຍິງສົ່ງສູ່ສະຖານີອາວະກາດ ໃນທ້າຍເດືອນພຶດສະພາ ຜ່ານມາ ໂດຍຈະຫຼວດ Falcon 9, ເຊິ່ງຖືກສະໜອງ ໂດຍ SpaceX ພ້ອມກັນນັ້ນ ຍັງຈະໄດ້ຮັບການປັບປຸງໃຫ້ບິນອີກຄັ້ງໃນປີໜ້າ. ພາລະກິດຂອງ Hurley ແລະ Behnken ຄືໄດ້ຮັບໃຊ້ ໂດຍການສາທິດການສິ້ນສຸດຂອງຍານບໍລິການ ຂອງບໍລິສັດ, ເຊິ່ງເປັນເຈົ້າຂອງໂດຍຜູ້ປະກອບການເຕັກໂນໂລຊີ ...

Read More »

ສື່ມວນຊົນທົ່ວປະເທດ ສຳເລັດການຝຶກອົບຮົມກ່ຽວກັບການປົກປ້ອງເດັກ ແລະ ການປ້ອງກັນພະຍາດໂຄວິດ-19…

ໃນວັນທີ 31 ກໍລະກົດ 2020 ຜ່ານມາ ທີ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ ໄດ້ມີພິທີປິດກອງປະຊຸມປະຈຳປີ ວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັກ, ຄົນລາວ ລຸ້ນປີ 2030 ຂຶ້ນ ແລະ ການປ້ອງກັນພະຍາດໂຄວິດ-19 ພາຍຫລັງທີ່ໄດ້ດຳເນີນມາເປັນເວລາ 2 ວັນເຄິ່ງ ດ້ວຍຜົນສໍາເລັດອັນຈົບງາມ.ກອງປະຊຸມໃນຄັ້ງນີ້, ບັນດາສື່ມວຊົນທີ່ມາຈາກທົ່ວປະເທດໄດ້ຮັບຟັງຂໍ້ມູນຄວາມຮູ້ຫລາຍຢ່າງຈາກວິທະຍາກອນທັງ 5 ທ່ານ, ໂດຍສະເພາະ ແມ່ນການຂຽນຂ່າວຜ່ານສື່ອອນລາຍ ພ້ອມແບ່ງກຸ່ມເຮັດກິດຈະກຳລົງສໍາພາດຕົວຈິງ ໃນຫລາຍຂະແໜງການ ເປັນຕົ້ນແມ່ນ ສໍາພາດຄະນະສະເພາະກິດຂັ້ນແຂວງ, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ ແລະ ລົງຢ້ຽມຢາມຊຸມຊົນ, ໂຮງຮຽນ, ໂຮງໝໍ, ຊາຍແດນຂອງແຂວງອຸດົມໄຊ ແລ້ວນໍາຂໍ້ມູນດັ່ງກ່າວມາເຮັດບົດຂ່າວ, ວີດີໂອຂ່າວ ແລ້ວນຳສະເໜີໃຫ້ວິທະຍາກອນໄດ້ມີຄວາມເຫັນ ເພື່ອປັບປຸງວິທີການຂຽນຂ່າວຂອງບັນດາສື່ມວນຊົນ ໃຫ້ມີປະສິດທິພາບດີຂຶ້ນ. ໃນໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ສຸລິໂຍ ແສງງາມ ຫົວໜ້າໜ່ວຍງານບົດຄວາມ ໜັງສືພິມວຽງຈັນໃໝ່ ໄດ້ໃຫ້ຮູ້ວ່າ: ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມສໍາຄັນໃນການຍົກລະດັບ ໃນການລາຍງານການຂຽນຂ່າວ ເພື່ອເຮັດໃຫ້ທັນເຫດການ, ກະທັດຮັດ ແລະ ສາມາດສ່ອງແສງເຖິງສະພາບຄວາມເປັນຈິງໃນສັງຄົມ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ...

Read More »

ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວຫຼຸດລົງ…

ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຂ້າງຢູ່ ສປປ ລາວ (ຄກຊລ) ແຈ້ງໃຫ້ຮູ້ວ່າ: ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວໂດຍສະເພາະຈາກລະເບີດລູກຫວ່ານຫຼຸດລົງໃນແຕ່ລະປີ ຈາກ 119 ຄົນ ໃນປີ 2010 ຍັງເຫຼືອ 25 ຄົນ ໃນປີ 2019 ແລະ ຫຼຸດຍັງເຫຼືອ 18 ຄົນ ໃນປີ 2020. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານ ຄກຊລ ໄດ້ກ່າວໃນຖະແຫຼງຂ່າວ ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ ເພືີ່ອລະນຶກເຖິງວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການຕ້ານລະເບີດລູກຫວ່ານ ຄົບຮອບ 10 ປີ (01 ສິງຫາ 2010-01 ສິງຫາ 2020) ວ່າ: ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການຕ້ານລະເບີດລູກຫວ່ານ ເປັນການສະແດງເຖິງຄວາມສາມັກຄີ ແລະ ຄວາມເປັນຈິດໜຶ່ງໃຈດຽວ ໃນການປະຕິບັດພັນທະສາກົນຕໍ່ມວນມະນຸດໂລກ ແນໃສ່ເຮັດໃຫ້ໂລກມີຄວາມປອດໄພ ຈາກລະເບີດລູກຫວ່ານ ເປັນພື້ນຖານໃຫ້ເກີດສັນຕິພາບ ແລະ ຢຸດຕິຄວາມທໍລະມານຂອງປະຊາຊົນຈາກໄພຂົ່ມຂູ່ຂອງລະເບີດລູກຫວ່ານ. ທ່ານຄຳແພງໄດ້ກ່າວຕື່ມວ່າ: ປະເທດລາວເປັນປະເທດທີ 2 ທີ່ໄດ້ລົງນາມເຊັນສົນທິສັນຍາດັ່ງກ່າວ, ...

Read More »

ຈີນ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 127 ຄົນ…

ຕາມ​ແຫ​ລ່ງຂ່າວ​ ຈາກ​ຊິນ​ຮວາ​ຂອງ​ຈີນ, ວັນ​ທີ 31 ກໍລະກົດ​ ນີ້, ຄະນະ​ກຳມະການ ​ສຸຂະພາບ ​ແຫ່ງ​ຊາດ​ຈີນ ລະບຸ​ວ່າ: ຈີນ ກວດ​ພົບຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ລາຍ​ໃໝ່ ​ເພີ່ມ​ອີກ 127 ຄົນ ​ເປັນ​ສະ​ຖິຕິ​ລາຍ​ວັນສູງ​ທີ່​ສຸດ​ ໃນ​ຮອບ​ກວ່າ 4​ ເດືອນ​ຜ່ານ​ມາ.​​ ໃນ​ນີ້ ​ເປັນ​ຜູ້​ຕິດ​ເຊື້ອ ​ຈາກ​ທ້ອງ​ຖິ່ນ 123 ຄົນ ​ ລວມມີ ​ໃນ​ເຂດ​ ປົກຄອງ​ຕົນ​ເອງ ຊິນ​ຈຽງ ອຸຍ​ກູ 112 ຄົນ ​ແລະ ມົນທົນ ​ຫລີ​ວໜິງ 11 ຄົນ ພ້ອມ​ທັງມີຜູ້​ຕິດ​ເຊື້ອ​ ຈາກ​ຕ່າງປະ​ເທດອີກ 4 ຄົນ. ຂະນະ​ນີ້ ຈີນ ມີ​ຜູ້​ຕິດ​ເຊື້ອ​ສະ​ສົມ​ ທັງ​ໝົດ 84.292 ຄົນ.

Read More »

20 ຕົວເມືອງນີ້ ໄປໃສກະບໍ່ພົ້ນສາຍຕາ CCTV …

ໃນຖານະທີ່ເປັນເມືອງທີ່ມີປະຊາກອນຫຼາຍທີ່ສຸດ ອັນດັບທໍາອິດເຮົາມາເບິ່ງກັນວ່າເມືອງທີ່ມີປະຊາກອນຫຼາຍທີ່ສຸດໃນໂລກປຽບທຽບກັນແນວໃດ ເມື່ອທຽບກັບຈໍານວນກ້ອງໝ່ວຍ 1 ຕໍ່ຄົນ 1.000 ຄົນ. Tokyo (ຍີ່ປຸ່ນ) ກ້ອງ 39.504 ໜ່ວຍ ສໍາລັບ 37.393.129 ຄົນ = 1,06 ໜ່ວຍຕໍ່ 1.000 ຄົນDelhi (ອິນເດຍ) ກ້ອງ 429.500 ໜ່ວຍ ສໍາລັບ 30.290396 ຄົນ = 14,18 ໜ່ວຍຕໍ່ 1.000 ຄົນShanghai (ຈີນ) ກ້ອງ 1.000.000 ໜ່ວຍ ສໍາລັບ 27.058.480 ຄົນ = 0,22 ໜ່ວຍຕໍ່ 1.000 ຄົນSão Paulo (ບາຊິວ) ກ້ອງ 4.823 ໜ່ວຍ ສໍາລັບ 22.043.028 ຄົນ = 0.22 ໜ່ວຍຕໍ່ 1.000 ຄົນMexico City (ແມັກຊິໂກ) ກ້ອງ ...

Read More »