ຢູເອັນ ເຕືອນໂລກພວມຮັບມືກັບໄພພິບັດດ້ານການສຶກສາ…

ຕາມ​ແຫ​ລ່ງຂ່າວ​ຈາກ ສະຫະປະຊາ​ຊາດ ໃນວັນ​ທີ 4 ສິງຫາ​ນີ້ ທ່ານ ອັນ​ໂຕ​ນີ​ໂອ ກູ​ແຕ​ເຣສ, ​ເລຂາທິການສະຫະ​ປະຊາ​ຊາດ(ສປຊກ່າວ​ເຕືອນ​ວ່າ: ​ໂລກ ພວມຮັບມືກັບ​ໄພພິບັດ​ ດ້ານ​ການ​ສຶກສາຈາກ​ການ​ປິດ​ໂຮງຮຽນ​ ໃນ​ໄລຍະ​ Covid-19 ​ແຜ່​ລະບາດ ​ແລະ ການ​ໃຫ້​ນັກຮຽນ ​ໄດ້​ກັບ​ຄືນ​ສູ່​ ຫ້ອງ​ຮຽນ ​ຢ່າງ​ປອດ​ໄພ ຄື​ສິ່ງ​ທີ່​ສຳຄັນ​ອັນ​ດັບ​ແຖວ​ໜ້າ.

ຈົນ​ເຖິງ​​ ກາງເດືອນ​ກໍລະກົດ ມີ​ໂຮງຮຽນ ​ຕ້ອງ​ປິດ​ແລ້ວຈຳນວນ 160 ກວ່າ​ປະ​ເທດ ສົ່ງ​ຜົນ​ກະທົບຕໍ່​ນັກຮຽນ​ຫລາຍ​ກວ່າ 1.000 ລ້ານ​ຄົນ ໃນຂະນະ​ທີ່ ​ເດັກນ້ອຍບໍ່ຕໍ່າກ່ວາ 40 ລ້ານ​ຄົນ​ ຍັງບໍ່​ໄດ້​ເຂົ້າຮຽນ ​ໃນ​ຊັ້ນກ່ອນ​ໄວ​ຮຽນ.

ຕົວ​ເລກ​ດັ່ງກ່າວ​ ບໍ່​ໄດ້​ລວມ​ເດັກ​ອີກ 250 ລ້ານ​ກວ່າ​ຄົນ ທີ່​ບໍ່​ໄດ້​ຮຽນຢູ່ກ່ອນ​ແລ້ວ ຕັ້ງ​ແຕ່​ກ່ອນ ຈະ​ເກີດ​ການລະບາດ ​Covid-19 ​ແລະ ມີ​ນັກຮຽນລະດັບ​ມັດທະຍົມ​ໃນ​ປະ​ເທດ​ ພວມ​ພັດທະນາ​ພຽງ 1/4 ​ເທົ່າ​ນັ້ນ ທີ່​ໄດ້​ຮຽນ​ຈົບມີທັກ​ສະພື້ນຖານ ກ່ອນ​ອອກ​ຈາກ​ໂຮງຮຽນ. ທ່ານ ​ເລຂາທິການ ສປຊ ກ່າວ​ຕື່ມ​ວ່າ: ​ໂລກ​ພວມ​ພົບ​ກັບ​ໄພພິບັດ​ໃຫຍ່ ​ທີ່​ອາດ​ທຳລາຍ​ຂີດ​ຄວາມ​ສາມາດ ​ຂອງ​ມະນຸດ ​ເປັນ​ບ່ອນ​ທຳລາຍ​ຄວາມ​ກ້າວໜ້າ​ໄປ​ຫລາຍ​ສິບ​ປີ ​ແລະ ​ເຮັດ​ໃຫ້ຄວາມ​ບໍ່​ເທົ່າ​ທຽມ​ກັນ ຍິ່ງ​ເພີ່ມ​ຂຶ້ນ.


ແຫຼ່ງຂໍ້່ມູນ: ສະ​ໄຫວ (ຂປລ)

Comments