General

ອິນເດຍ ມີຜູ້ຕິດເຊື້ອ Covid-19 ມື້ນີ້ 62,170 ຄົນ ຕົວເລກທັງໝົດທະລຸ 2 ລ້ານ ກໍລະນີ…

ຜູ້ຕິດເຊື້ອ Covid-19 ໃນອິນເດຍ ເພີ່ມຂຶ້ນເລື້ອຍໆ ເປັນອັນດັບທີ 3 ຂອງໂລກ ເຊິ່ງໃນນັ້ນ, ລວມມີຕິດເຊື້ອ Covid-19 ຈຳນວນ 2 ລ້ານ ກໍລະນີ, ມີຕົວເລກການເສຍຊີວິດໄປແລ້ວ 40,700 ກໍລະນີ ແລະ ຕົວເລກຜູ້ຕິດເຊື້ອໃໝ່ ໃນວັນທີ 07 ສິງຫາ 2020 ມື້ດຽວ ຢູ່ທີ່ 62,170 ຄົນ, ລວມທັງໝົດ ເປັນ 2,025,409 ກໍລະນີ. ສະຖິຕິ ສະເລ່ຍ ຕິດເຊື້ອ 1 ລ້ານຄົນ ພາຍໃນໄລຍະເວລາ 20 ມື້. ແຫຼ່ງຂໍ້ມູນ: BBC

Read More »

ສນກ ຕ້ອງເຕົ້າໂຮມຜູ້ປະກອບການທຸລະກິດນໍ້າມັນ ໃຫ້ເຄື່ອນໄຫວ ສອດຄ່ອງຕາມລະບຽບກົດໝາຍ

ໃນວັນທີ 5 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໄດ້ຈັດກອງປະຊຸມຂອງສະມາຄົມດັ່ງກ່າວຂຶ້ນ, ເຊິ່ງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນ ຕໍ່ສະ ມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໂດຍເນັ້ນໃຫ້ຄະນະບໍລິຫານງານ ສນກ ເອົາໃຈ ໃສ່ເປັນຈຸດໃຈກາງເຕົ້າໂຮມ ບັນດາຜູ້ປະກອບການທຸລະກິດນໍ້າມັນ ໃຫ້ມີການເຄື່ອນໄຫວທີ່ສອດຄ່ອງຕາມລະບຽບກົດໝາຍ ແລະ ສືບຕໍ່ຜັນຂະຫຍາຍດໍາລັດ 331/ນຍ ໃຫ້ເຂັ້ມງວດ, ພ້ອມເປັນຂົວຕໍ່ປະ ສານງານກັບຂະແໜງການກ່ຽວຂ້ອງກັບລັດຖະບານ ເພື່ອເຮັດແນວໃດ ໃຫ້ສາມາດຂັບເຄື່ອນທຸລະກິດ ນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນ, ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ. ໃນຕໍ່ໜ້າການເປີດນໍາໃຊ້ໂຮງກັ່ນນໍ້າມັນແຫ່ງທໍາອິດ ຕ້ອງໃຫ້ມີການປະສານງານກັນລະອຽດ ໂດຍສະເພາະການກໍານົດໂຄງສ້າງລາຄາຂາຍ ໃຫ້ສົມເຫດສົມຜົນ, ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້. ທ່ານ ອະນຸສິນ ພົນເສນາ ປະທານ ສນກ ໄດ້ໃຫ້ຮູ້ວ່າ: ...

Read More »

ອົງການ​ກວດ​ສອບ​ແຫ່ງ​ລັດກວດພົບລາຍ​​ຮັບ​ເພີ່ມ 3.808,38 ຕື້​ກີບ ແລະ ລາຍ​ຈ່າຍ​ເພີ່ມ 9.990,73 ຕື້​ກີບ

ປະທານອົງການກວດສອບແຫ່ງລັດ ທ່ານນາງວຽງທອງ ສີພັນດອນ ໄດ້ກ່າວໃນພິທີສະຫຼອງ ວັນສ້າງຕັ້ງ ອົງການກວດສອບແຫ່ງລັດ ໂດຍການເປັນປະທານ ຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ວ່າ ໃນໄລຍະຜ່ານມາ ອົງການກວດສອບແຫ່ງລັດ ສາມາດດໍາເນີນການກວດສອບ ບັນດາກະຊວງ ອົງການ ແຂວງ ນະຄອນຫຼວງ ທະນາຄານ ວິສາຫະກິດ ແລະ ໂຄງການກູ້ຢືມເງິນຕ່າງປະເທດ ໄດ້ທັງໝົດ 810 ເທື່ອ ຊຶ່ງໄດ້ກວດສອບເຫັນ ລາຍຮັບເພີ່ມ 3.808,38 ຕື້ກີບ, ແລະ ລາຍຈ່າຍເພີ່ມເຖິງ 9.990,73 ຕື້ກີບ. ເນື່ອງໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໜັກໃຫ້ອົງການກວດສອບ ສ້າງນັກກວດສອບຢ່າງມີຄຸນນະພາບ, ມີຈັນຍາບັນ, ຈັນຍາທໍາ ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມທ່ຽງທໍາ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ພົບພຣະພຸດທະຮູບເກົ່າແກ່ຈຳນວນຫຼາຍ ທີ່ ຜາແກ້ວ ແຂວງໄຊຍະບູລີ

ວັນທີ 6 ສິງຫາ 2020, ເພຈ Art and Culture of Laos ໄດ້ນຳສະເໜີ ເລື່ອງການຄົ້ນພົບພຣະພຸດທະຮູບເກົ່າແກ່ ໂດຍໄດ້ລະບຸວ່າ: ວັນທີ 04 ສິງຫາ 2020 ໄດ້ມີພະນັກງານຜູ້ໜຶ່ງ ຊື່ວ່າ ຕຸ້ຍ ຫຼັງຈາກເລີກວຽກແລ້ວ ຈຶ່ງໄດ້ໄປຊັກຊວນຫມູ່ຄູ່ຈຳນວນ 4 ຄົນ ໄປໃສ່ມອງເຈຍ ຢູ່ເທິງຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ໄດ້ພົບພຣະພຸດທະຮູບຈຳນວນຫລາຍ ຢູ່ໃນຖ້ຳແຫ່ງນັ້ນ. ຫຼັງຈາກນັ້ນ, ຈຶ່ງໄດ້ໄປແຈ້ງນາຍບ້ານເຖົ້າແກ່ນາຍໂຮມໃຫ້ຮັບຊາບ ຕົກມາຮອດວັນທີ 05 ສິງຫາ 2020 ໂດຍການຊີ້ນຳຂອງຄະນະເຈົ້າເມືອງປາກລາຍ ເຫັນສົມຄວນນຳໄປເກັບຮັກສາໄວ້ທີ່ວັດ ເພື່ອຄວາມເປັນສິຣິມຸງຄຸນ ແລະ ຄວາມປອດໄພ. ແຫຼ່ງຂໍ້ມູນ: Art and Culture of Laos

Read More »

ເມືອງລະຄອນເພັງ ທຳລາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງສຳອາງຕ້ອງຫ້າມ

ແຫລ່ງຂ່າວຈາກ ຖວທ ເມືອງລະຄອນເພັງ ໃຫ້ຮູ້ວ່າ: ວັນທີ 5 ສິງຫາ 2020 ນີ້, ຫ້ອງການສາທາລະນະສຸກ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຈູດທຳລາຍລິດຕະພັນເຄື່ອງສຳອາງທີ່ມີສານຕ້ອງຫ້າມ, ອາຫານໝົດອາຍຸ, ເສື່ອມຄຸນນະພາບ, ບໍ່ມີສະຫລາກ ແລະ ບໍ່ຮັບປະກັນຄຸນນະພາບ ຢູ່ເດີ່ນຫ້ອງການສາທາລະນະສຸກເມືອງ. ໃນນັ້ນ ປະກອບມີ ອາຫານກະປ໋ອງ, ໜີ່, ນົມ, ນໍ້າແປບຊີ, ເຄື່ອງດື່ມຕ່າງໆ ແລະ ເຄື່ອງສຳອາງຈໍານວນໜຶ່ງ. ທັງນີ້ ກໍເພື່ອເຮັດໃຫ້ປະຊາຊົນ ເມືອງລະຄອນເພັງ ໄດ້ບໍລິການຊົມໃຊ້ ຜະລິດຕະພັນປະເພດອາຫານເຄື່ອງດື່ມ ແລະ ເຄື່ອງສຳອາງ ທີ່ຮັບປະກັນຄຸນນະພາບ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ແຫຼ່ງຂໍ້ມູນ: ຂປລ

Read More »

ຄວາມຄືບໜ້າການປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງ ຢູ່ລາວ…

ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ເປົ້າໝາຍການພັດ ທະນາແບບຍືນຍົງຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ກ່ຽວຂ້ອງ ໃນວັນທີ 6 ສິງຫາ ທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມໂດຍ, ທ່ານ ທອງຜ່ານ ສະຫວັນເພັດ,ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະ ຫວັນນະເຂດ. ກອງປະຊຸມຄັ້ງນີ້, ແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດກ່ຽວກັບຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມຄັ້ງນີ້, ຄະນະຜູ້ແທນຈາກບັນດາແຂວງພາກກາງ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານ. ການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າ ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ເຊິ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກ ເປັນບູລິມະສິດຕົ້ນຕໍ ...

Read More »

ການຫຼຸດລົງຂອງ GDP ໃນໄຕມາດທີ 2 ຂອງປະເທດສະວີເດັນ ຮ້າຍແຮງທີ່ສຸດໃນປະຫວັດສາດໃໝ່…

ລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດສະວີເດັນຫຼຸດລົງເຖິງ 8,​6% ໃນໄຕມາດທີ 2 ຂອງປີ, ອີງຕາມການຄາດຄະເນ ຈາກຫ້ອງການສະຖິຕິພາຍໃນປະເທດ ໃນວັນທີ 5 ສິງຫາ ຜ່ານມາ ເຊິ່ງບັນທຶກເປັນການຫຼຸດລົງປະຈຳໄຕມາດ ທີ່ຮ້າຍແຮງທີ່ສຸດໃນປະຫວັດສາດໃໝ່. ການຫຼຸດລົງແມ່ນຮ້າຍແຮງກວ່າຄັ້ງຜ່ານໆມາ ເຖິງແມ່ນວ່າໄຕມາດທີ 4 ຂອງ ປີ 2008 ໃນເວລາທີ່ປະເທດພົບວິກິດການການເງິນໂລກ ແມ່ນຫຼຸດລົງພຽງແຕ່ 3.8%. ເຖິງຢ່າງໃດກໍຕາມ, ເສດຖະກິດຂອງປະເທດສະວີເດັນ ຍັງມີປະສິດທິພາບຫຼາຍກວ່າບັນດາປະເທດໃນເອີຣົບໃນໄລຍະ 3 ເດືອນ ຜ່ານມາ. ທ່ານ David Oxley, ນັກເສດຖະສາດ ຂອງເອີຣົບທີ່ Capital Economics ກ່າວຕໍ່ CNBC ຜ່ານທາງອີເມວວ່າ: “ການຫຼຸດລົງຂອງ GDP ປະເທດສະວີເດັນ ບໍ່ມີການຮັບມືກັບການລະບາດຂອງພະຍາດ Covid-19, ເຖິງແມ່ນວ່າລັດຖະບານຈະວາງມາດຕະການ Lockdonw ກໍຕາມ”. ທ່ານກ່າວຕື່ມວ່າ: “ເຖິງຢ່າງໃດກໍ່ຕາມ, ເສດຖະກິດໃນ 6 ເດືອນຕົ້ນປີ ແມ່ນຍັງມີຄວາມແຕກຕ່າງກັນ ກັບເວດຖະກິດພາກໃຕ້ຂອງເອີຣົບ”. Robert Bergqvist, ຫົວໜ້າ ນັກເສດຖະສາດຂອງທະນາຄານ SEB, ...

Read More »

ກວດພົບສານຟໍມາລິນ (ຟອກໂມນໃສ່ສົບຄົນຕາຍ) ຢູ່ຕະຫລາດແຫ່ງຫນື່ງໃນແຂວງວຽງຈັນ

ແຟນເພຈ ສະບາຍດີແຂວງວຽງຈັນ ໄດ້ໂພສເຕືອນຜູ້ທີ່ມັກກິນປາໝຶກແດງ ແລະ ຍໍ່ຂາວ ທີ່ມີສານຟໍມາລິນ ຫຼື ຟອກໂມນດອງສົບ ໂດຍເພຈດັ່ງກ່າວໄດ້ລະບຸວ່າ: ກວດພົບສານຟໍມາລິນ(ຟອກໂມນໃສ່ສົບຄົນຕາຍ) ຢູ່ຕະຫລາດແຫ່ງຫນື່ງໃນແຂວງວຽງຈັນ. ສຳລັບປາໝຶກແດງ ແມ່ນພົບຫຼາຍໃນປະເພດຕໍາສົ້ມຕ່າງໆ ສ່ວນຍໍ່ຂາວແມ່ນພົບເຫັນຕາມຮ້ານອາຫານບຸບເຟ້ ຮ້ານລາບ ແລະ ຮ້ານຊີ້ນຈຸ່ມ. ເຕືອນຜູ້ບໍລິໂພກ ເພາະສານຟໍມາລິນມີຜົນກະທົບຮ້າຍແຮງຕໍ່ຮ່າງກາຍ ແລະ ອາດເຮັດໃຫ້ເສຍຊີວິດໄດ້ ຖ້າຫາກໄດ້ຮັບສານໃນປະລິມານຫຼາຍ. ແຫຼ່ງຂໍ້ມູນ: ແຟນເພຈ ສະບາຍດີແຂວງວຽງຈັນ

Read More »

ປະຊາຊົນບໍ່ມີທີ່ຢູ່ອາໄສເຖິງ 300.000 ຄົນຈາກເຫດລະເບີດໃນລີບັງ

ຕາມ​ຂ່າວ​ຈາກ ​ເບຣຸດ, ທ່ານ ມາ​ຣວານ ອັບ​ບູດ, ຜູ້​ວ່າການ ​ນະຄອນຫລວງ​ ເບຣຸດ ​ຂອງ​ລີ​ບັງ ເປີດ​ເຜີຍ ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ​ເຫດ​ລະ​ເບີດຄັ້ງ​ໃຫຍ່ນີ້ ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເກີ​ນ 100 ຄົນ, ບາດ​ເຈັບ 4.000 ກວ່າ​ຄົນ ​ແລະ ​ເຮັດ​ໃຫ້​ປະຊາຊົນ ​ບໍ່​ມີ​ທີ່ຢູ່​ອາ​ໄສ 250.000-300.000 ຄົນ ​ສ້າງ​ຄວາມ​ເສຍ​ຫາຍ ຄິດ​ເປັນ​ມູນ​ຄ່າ ປະມານ 3-5 ຕື້​ໂດ​ລາ ​ສະ​ຫະລັດ. ​ເນື່ອງ​ຈາກ ​ບໍລິ​ເວນ​ເກີດລະ​ເບີດ ທີ່​ທ່າ​ກຳປັ່ນ ​ສ້າງຄວາມ​ເສຍ​ຫາຍ​ເປັນ​ວົງ​ກວ້າ​ງ ​ໄປ​ເຖິງ​ເຄິ່ງ​ເມືອງຫລວງ ​ຂອງ​ປະ​ເທດ ທີ່ມີ​ພື້ນ​ທີ່ 19,8 ກິ​ໂລ​ຕາແມັດ ​ເຊິ່ງ​ເປັນ​ເຂດ​ ທີ່​ມີ​ຄວາມ​ສຳຄັນ​ ທີ່​ສຸດ​ຂອງ​ປະ​ເທດ ​ເພາະ​ເປັນ​ສູນ​ກາງ​ທາງ​ເສດຖະກິດ, ການ​ເມືອງ, ວັດທະນະທຳ ​ແລະ ກິ​ດຈະ​ກຳ ​ທາງ​ສັງຄົມ ມີ​ປະຊາກອນ​ ທັງ​ໝົດ 2,5 ລ້ານ​ຄົນ ​ໃນ​ເບຣຸດ ​ແລະ ​ເຂດຕົວ​ເມືອງ ທີ່ມີ​ຫລາກ​ຫລາຍ​ ທາງ​ດ້ານ​ສາສະໜາ.

Read More »

ຄົນເກົາຫຼີໃຕ້ ພາກັນນໍາເງິນເຂົ້າໄມໂຄເວບເພື່ອຂ້າເຊື້ອ Covid-19 ຈົນໄໝ້…

ທະນາຄານກາງເກົາຫຼີໃຕ້ກັງວົນ ປະຊາຊົນພາກັນນໍາເງິນເຂົ້າໄມໂຄເວບ ແລະ ຕູ້ຊັກຜ້າ ເພື່ອຂ້າເຊື້ອ Covid-19 ຈົນໄດ້ຮັບເສຍຫາຍເປັນຈໍານວນຫຼາຍ. ສໍານັກຂ່າວ Reuters ລາຍງານວ່າ: ທະນາຄານກາງເກົາຫຼີໃຕ້ເປີດເຜີຍວ່າ ຊາວເກົາຫຼີໃຕ້ນໍາເງິນທີ່ເສຍຫາຍກັບມາປ່ຽນທີ່ທະນາຄານເພິ່ມຂຶ້ນ 3 ເທົ່າ ໃນໄລຍະ 6 ເດືອນທີ່ຜ່ານມາ ເມື່ອທຽບກັບໄລຍະເວລາດຽວກັນຂອງປີກ່ອນ ແລະ ຄາດວ່າເງິນທີ່ເສຍຫາຍສ່ວນໃຫຍ່ເກີດຈາກຄວາມພະຍາຍາມໃນການຂ້າເຊື້ອ Covid-19 ເຊັ່ນ: ການນໍາເຂົ້າໄມໂຄເວຟ ຫຼືຕູ້ຊັກຜ້າ. ເຈົ້າໜ້າທີ່ຂອງທະນາຄານເກົາຫຼີເຜຍວ່າ ມູນຄ່າຂອງເງິນທີ່ໄໝ້ໄປ ໄດ້ຮັບຄວາມເສຍຫາຍທີ່ລູກຄ້ານໍາມາປ່ຽນທີ່ທະນາຄານລະຫວ່າງເດືອນ ມັງກອນ ຫາ ເດືອນ ມິຖຸນາ ທີ່ຜ່ານມາ ເພິ່ມຂຶ້ນຈາກ 480 ລ້ານວອນ ເປັນ 1.320 ລ້ານວອນ, ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ແລ້ວທະນາຄານກາງລະບຸວ່າ ໂດຍລວມແລ້ວມູນຄ່າຂອງເງິນ ແລະ ຫຼຽນທີ່ເສີຍຫາຍຢູ່ທີ່ 2,69 ລ້ານລ້ານວອນ ໂດຍໃນຈໍານວນນີ້ມີການແລກຄືນເປັນມູນຄ່າ 6.500 ລ້ານວອນໃນຊ່ວງເຄິ່ງປີຂອງປີນີ້. ສະນັ້ນ, ໃນເດືອນ ມີນາ ທີ່ຜ່ານມາ ທະນາຄານເກົາຫຼີໃຕ້ໄດ້ກັກເງິນ ແລະ ຫຼຽນໄວ້ 2 ອາທິດ ເພື່ອກໍາຈັດເຊື້ອ Covid-19 ກ່ອນນໍາກັບມາໃຊ້ໃໝ່ ແລະ ...

Read More »