ຈີນ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 127 ຄົນ…

ຕາມ​ແຫ​ລ່ງຂ່າວ​ ຈາກ​ຊິນ​ຮວາ​ຂອງ​ຈີນ, ວັນ​ທີ 31 ກໍລະກົດ​ ນີ້, ຄະນະ​ກຳມະການ ​ສຸຂະພາບ ​ແຫ່ງ​ຊາດ​ຈີນ ລະບຸ​ວ່າ: ຈີນ ກວດ​ພົບຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ລາຍ​ໃໝ່ ​ເພີ່ມ​ອີກ 127 ຄົນ ​ເປັນ​ສະ​ຖິຕິ​ລາຍ​ວັນສູງ​ທີ່​ສຸດ​ ໃນ​ຮອບ​ກວ່າ 4​ ເດືອນ​ຜ່ານ​ມາ.​​

ໃນ​ນີ້ ​ເປັນ​ຜູ້​ຕິດ​ເຊື້ອ ​ຈາກ​ທ້ອງ​ຖິ່ນ 123 ຄົນ ​ ລວມມີ ​ໃນ​ເຂດ​ ປົກຄອງ​ຕົນ​ເອງ ຊິນ​ຈຽງ ອຸຍ​ກູ 112 ຄົນ ​ແລະ ມົນທົນ ​ຫລີ​ວໜິງ 11 ຄົນ ພ້ອມ​ທັງມີຜູ້​ຕິດ​ເຊື້ອ​ ຈາກ​ຕ່າງປະ​ເທດອີກ 4 ຄົນ. ຂະນະ​ນີ້ ຈີນ ມີ​ຜູ້​ຕິດ​ເຊື້ອ​ສະ​ສົມ​ ທັງ​ໝົດ 84.292 ຄົນ.

Comments