ຈະຫຼວດເອກະຊົນ SpaceX​ ໃນໂຄງການ NASA ກັບຄືນແລ້ວ…

ຍານອາວະກາດ SpaceX Dragon ທີ່ບັນທຸກນັກອາວະກາດ Doug Hurley ແລະ Bob Behnken ໄດ້ກັບຄືນລົງມາໃນເຂດອ່າວແມັກຊິໂກ ທາງທິດໃຕ້ຂອງ Pensacola ເທິງຊາຍຝັ່ງທະເລ Florida. ປະທານາທິບໍດີ Donald Trump ຜູ້ທີ່ເຂົ້າຮ່ວມການເປີດຕົວ ຍານອາວະກາດແຄບຊູນດັ່ງກ່າວ ໃນສອງເດືອນທີ່ຜ່ານມາ, ໄດ້ກ່າວຊົມເຊີຍການກັບມາທີ່ປອດໄພ. ທ່ານໄດ້ກ່າວວ່າ: "ມັນດີທີ່ສຸດທີ່ນັກອາວະກາດຂອງອົງການ NASA ກັບຄືນສູ່ໂລກ ຫຼັງຈາກທີ່ປະສົບຜົນສຳເລັດໃນພາລະກິດເປັນເວລາສອງເດືອນ." ພ້ອມກັນນັ້ນ, ຄາດວ່າຄວາມຕ້ອງການດ້ານການຂົນສົ່ງມະນຸດທັງໝົດ ທີ່ຢູ່ໜ້າແຜ່ນດິນໂລກໄປສູ່ດາວຕ່າງໆໃນອະນາຄົດ ຈະຖືກຈ້າງຈາກບໍລິສັດເອກະຊົນເຊັ່ນ SpaceX​.
ອົງການຂອງລັດຖະບານກ່າວວ່າ ການເຮັດສັນຍາກັບຜູ້ໃຫ້ບໍລິການດ້ວຍວິທີນີ້ຈະຊ່ວຍປະຢັດເງິນໄດ້ຫລາຍພັນລ້ານໂດລາສະຫະລັດ ເຊິ່ງສາມາດຫັນໄປສູ່ ການນຳນັກບິນອາວະກາດບິນໄປທີ່ດວງຈັນ ແລະ ດາວອັງຄານ, ເຊິ່ງເປັນສ່ວນໜຶ່ງຂອງໂປແກຣມ Artemis. ຍານອາວະກາດ Dragon ໄດ້ຍິງສົ່ງສູ່ສະຖານີອາວະກາດ ໃນທ້າຍເດືອນພຶດສະພາ ຜ່ານມາ ໂດຍຈະຫຼວດ Falcon 9, ເຊິ່ງຖືກສະໜອງ ໂດຍ SpaceX ພ້ອມກັນນັ້ນ ຍັງຈະໄດ້ຮັບການປັບປຸງໃຫ້ບິນອີກຄັ້ງໃນປີໜ້າ.
ພາລະກິດຂອງ Hurley ແລະ Behnken ຄືໄດ້ຮັບໃຊ້ ໂດຍການສາທິດການສິ້ນສຸດຂອງຍານບໍລິການ ຂອງບໍລິສັດ, ເຊິ່ງເປັນເຈົ້າຂອງໂດຍຜູ້ປະກອບການເຕັກໂນໂລຊີ Elon Musk ແລະ ຈະຖືກຂາຍໃຫ້ Nasa ຕັ້ງແຕ່ນີ້ເປັນຕົ້ນໄປ. ຜູ້ບໍລິຫານອົງການ Nasa Jim Bridenstine ຊົມເຊີຍຄວາມພະຍາຍາມຂອງທຸກໆຄົນທີ່ມີສ່ວນຮ່ວມໃນພາລະກິດຂອງ Hurley ແລະ Behnken, ຫຼັງຈາກນັ້ນກໍໄດ້ກ່າວເຖິງຊົມເຊີຍການປ່ຽນແປງດ້ານປັດຊະຍາຂອງອົງການຂອງລາວ.

ແຫຼ່ງຂໍ້ມູນ: https://www.bbc.com/news/science-environment-53621102

Comments