ອົງການອຸຍນິເຊັບ ມີຄວາມກັງວົນກ່ຽວກັບເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ທີ່ມີເດັກນ້ອຍຫຼາຍຄົນເປັນພະຍາດຖອກທ້ອງຊໍາເຮື້ອ, ເຊິ່ງເປັນສາເຫດທີ່ພາໃຫ້ເດັກນ້ອຍລາວເຕ້ຍ.

ທ່ານ ນາງ ບີອາເຕ ດັດສະເຕລ ຮັກສາການຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ເຂົ້າໃນພິທີປະກາດ ແຂວງ ບໍລິຄຳໄຊ, ເປັນແຂວງຢຸດຕິການຖ່າຍຊະຊາຍ ທີ່ໄດ້ຈັດຂື້ນເມື່ອບໍ່ດົນມານີ້ວ່າ: ການສິ້ນສຸດການຖ່າຍຊະຊາຍ ແມ່ນບາດກ້າວທຳອິດ ຂອງການກ້າວໄປສູ່ການມີສຸຂະອະນາໄມຮອບດ້ານ ແລະ ອົງການອຸຍນີເຊັບ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງພາລະກິດນີ້, ໂດຍມີຊຸມຊົນເປັນເຈົ້າການ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ໃຫ້ການສະນັບສະໜູນ.

ຫຼັງຈາກທີ່ມີການປະກາດ ທີ່ມີຄວາມໝາຍໃນຄັ້ງນີ້, ພວກເຮົາຈະຕ້ອງສືບຈັດຕັ້ງການປະຕິບັດວຽກສຸຂະອະນາໄມ ແລະ ຮັກສາສະຖານະພາບຢຸດຕິການຖ່າຍຊະຊາຍນີ້, ເຊິ່ງຈະຊ່ວຍໃຫ້ແຂວງບັນລຸເປົ້າໝາຍສຸຂະອະນາໄມຮອບດ້ານ ໂດຍທຸກຄອບຄົວມີ ແລະ ນຳໃຊ້ວິດຖ່າຍຂອງຕົນເອງ, ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງມີຫຼາຍແຫຼ່ງຂອງ ສ ປປ ລາວ ທີ່ມີບັນຫາເລື່ອງສຸຂາອະນາໄມ ເຊິ່ງຜົນສຳຫຼວດດັດຊະນີໝາຍສັງຄົມ-II ຊີ້ໃຫ້ເຫັນວ່າ 1,5 ລ້ານຄົນ ໃນ ສປປ ລາວ ຍັງຖ່າຍຊະຊາຍ.

ທ່ານ ນາງ ບີອາເຕ ໄດ້ກ່າວຕື່ມອີກວ່າ: ນອກນັ້ນ ອົງການອຸຍນີເຊັບ ຍັງຫ່ວງກ່ຽວກັບເດັກນ້ອຍ ທີ່ເປັນພະຍາດຖອກທ້ອງຊຳເຮື້ອ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ, ເຊິ່ງເປັນສາເຫດທີ່ພາໃຫ້ມີອັດຕາເດັກເຕ້ຍ,
ແຫຼ່ງຂໍ້ມູນ: ສິງຄຳ