General

10 ເດືອນ ດ່ານສາກົນພູເກືອ ເກັບລາຍປະຕິບັດໄດ້ 27.7 ຕື້ກວ່າກີບ……

ທ່ານ ໂພໄຊ ສຸລິວົງສາ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ ແຂວງອັດຕະປື ໄດ້ໃຫ້ຮູ້ໃນວັນທີ 26 ພະຈິກ 2020 ນີ້້ວ່າ: ຕະຫຼອດໄລຍະ 10 ເດືອນຜ່ານມາ ຄະນະຮັບຜິດຊອບດ່ານສາກົນພູເກືອໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ ການຈັດເກັບລາຍຮັບ ແມ່ນໄດ້ປະຕິບັດຕາມກົດໝາຍງົບປະມານຢ່າງເຂັ້ມງວດ ເຮັດໃຫ້ການເກັບລາຍຮັບຂອງດ່ານສາກົນພູເກືອ ປະຕິບັດໄດ້ 27.725.911.987 ກີບ, ລາຍຮັບສ່ວນໃຫຍ່ ແມ່ນໄດ້ຈາກພາສີ 27.489.217.987 ກີບ. ຖ້າທຽບໃສ່ແຜນການປີ ເບື້ອງຕົ້ນ ແມ່ນປະຕິບັດໄດ້ຕາມລະດັບຄາດໝາຍ ຖ້າປະຕິບັດຕາມແຜນການມອບເພີ່ມໃຫ້ໃໝ່ ຈຳນວນ 35,5 ຕື້ກີບແລ້ວແມ່ນບໍ່ສຳເລັດຕາມແຜນການ, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການເກັບລາຍຮັບບໍ່ໄດ້; ລາຍຮັບທີ່ເກັບໄດ້ສ່ວນຫຼາຍແມ່ນໄດ້ມາຈາກການນຳເຂົ້ານ້ຳມັນເຊື້ອໄຟ, ສ່ວນການມອບເງິນແມ່ນມອບຜ່ານເອເລັກໂຕນິກ (ບັດສະມາດແທັກ) ພ້ອມນີ້ ການເກັບອາກອນປະຕິບັດໄດ້ 162 ລ້ານກວ່າກີບ. ໃນນີ້ ອາກອນທາງກົງ ແລະ ທາງອ້ອມ 68 ລ້ານກວ່າກີບ, ຈາກຄ່າຈົດທະບຽບແລະ ຄ່າທຳນຽມຕ່າງໆ ປະຕິບັດໄດ້ 93 ລ້ານກວ່າກີບ, ລາຍຮັບຄ່າບໍລິການນອກເວລາ ແຜນການປີ 500ລ້ານກີບ, ໃນໄລຍະ 10 ເດືອນຜ່ານມາ ...

Read More »

Elon Musk ເປັນບຸກຄົນທີ່ລໍ່າລວຍອັນດັບ 2 ຂອງໂລກ ດ້ວຍມູນຄ່າພາຍໃນປີດຽວສູງເຖິງ……….

Elon Musk ຜູ້ກໍ່ຕັ້ງ Tesla ແຊງໜ້າ Bill Gates ຜູ້ຮ່ວມກໍ່ຕັ້ງ Microsoft ຈົນກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດ ເປັນອັບດັບ 2 ຂອງໂລກຕາມດັດສະນີ Bloomberg Billionaires Index Musk ອາຍຸ 49 ປີ ມີມູນຄ່າສຸດທິເພີ່ມ 100,​3 ພັນລ້ານໂດລາໃນປີ 2020 ຊຶ່ງຫຼາຍກວ່າບຸກຄົນອື່ນໆ ໃນການຈັດອັນດັບບຸກຄົນທີ່ລໍ່າລວຍທີ່ສຸດ 500 ອັນດັບທຳອິດຂອງໂລກຂອງ Bloomberg ລາຍງານຈາກ Bloomberg News ໃນການເພີ່ມຄັ້ງຫຼ້າສຸດມູນຄ່າສຸດທິຂອງ Musk ເພີ່ມຂຶ້ນ 7,​2 ພັນລ້ານໂດລາກ້າວຂຶ້ນທີ 127,​9 ພັນລ້ານໂດລາ. ການເພີ່ມຂຶ້ນຂອງດັດສະນີຈາກບຸກຄົນທີ່ລໍ່າລວຍທີ່ສຸດອັນດັບທີ 35 ໃນເດືອນ ມັງກອນ ເປັນຜົນມາຈາກ Tesla ຊຶ່ງມີມູນຄ່າຕະຫຼາດເກືອບ 500 ພັນລ້ານໂດລາ ປະມານ 3 ໃນ 4 ຂອງມູນຄ່າສຸດທິຂອງ Musk ປະກອບດ້ວຍຫຸ້ນຂອງ Tesla. Musk ຍັງເປັນຮອງຈາກ Jeff Bezos ...

Read More »

ລັດຖະບານ ໄດ້ກຳນົດວຽກງານຈຸດສຸມ ຂອງ ເດືອນທັນວາ 2020…………

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ສໍາລັບວຽກງານຈຸດສຸມປະຈໍາເດືອນທັນວາ 2020, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະ ແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດດັ່ງນີ້: ໃຫ້ກະຊວງການຕ່າງປະເທດສືບຕໍ່ກະກຽມແຜນການເຄື່ອນໄຫວໃຫ້ແກ່ການນໍາພັກ-ລັດໃນການເຂົ້າຮ່ວມກອງປະຊຸມສາກົນທີ່ຈະຈັດຂຶ້ນໃນທ້າຍປີ 2020 ໃຫ້ມີເນື້ອໃນລະອຽດຮັດກຸມ; ໃຫ້ກະຊວງການເງິນ ສືບຕໍ່ຕິດຕາມການຈັດເກັບລາຍຮັບງົບປະມານໃຫ້ໄດ້ຕາມແຜນການທີ່ກໍານົດເປັນຕົ້ນການເຊົ່າສໍາປະທານ, ພັນທະຕາມກົດໝາຍຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານການຊອກຄົ້ນ, ສໍາຫລວດ ຫລື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫລວງໄຟຟ້າ, ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ມີຄວາມຄືບໜ້າ ແລະ ການຫັນບັນດາຫົວໜ່ວຍວິຊາການຈໍານວນໜຶ່ງທີ່ມີລາຍຮັບໃຫ້ກຸ້ມຕົນເອງດ້ານງົບປະມານ; ໃຫ້ຄະນະຮັບຜິດຊອບຕາມຂໍ້ຕົກລົງເລກທີ 98/ນຍ,ລົງວັນທີ 20 ຕຸລາ 2020 ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ ຮີບຮ້ອນເລັ່ງລັດການຂຶ້ນບັນຊີບັນດາລັດວິສາຫະກິດ, ໂຄງການໄຟຟ້າ, ໂຄງການບໍ່ແຮ່, ທີ່ດິນ ແລະ ຊັບສິນອື່ນໆຂອງລັດ ເພື່ອຄົ້ນຄວ້າການຫັນເປັນທຶນ, ແກ້ໄຂສະພາບຄ່ອງຂອງການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ແລະ ສ້າງລາຍຮັບໃຫ້ແກ່ລັດ; ໃຫ້ຄະນະສະເພາະກິດສົ່ງເສີມການລົງທຶນແລະ ການຜະລິດສິນຄ້າສືບຕໍ່ປັບປຸງສະພາບແວດລ້ອມ ໃນການລົງທຶນໃຫ້ດີຂຶ້ນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນ ...

Read More »

ຈຳປາສັກ ກວດກາຄືນການນຳໃຊ້ທີ່ດິນ ແລະ ໂຄງການລົງທຶນ…….

ໃນວັນທີ 23 ພະຈິກ 2020 ທີ່ຫ້ອງປະຊຸມ ຫລັກ 4 ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານ ຕຽງທອງ ສີສຸວັນນະແສງ ຮອງຫົວໜ້າກົມກວດກາລັດທ້ອງຖິ່ນ ອົງການກວດກາລັດຖະບານ ພ້ອມຄະນະ, ສົມທົບກັບຄະນະກວດກາພັກ-ລັດ ແຂວງຈຳປາສັກ ເພື່ອລາຍງານການສືບຕໍ່ລົງເຄື່ອນໄຫວກວດກາ ຢູ່ແຂວງຈຳປາສັກ. ການລົງມາເຄື່ອນໄຫວຂອງຄະນະໜ່ວຍງານກວດກາໃນຄັ້ງນີ້ ແຜນວຽກຕົ້ນຕໍແມ່ນສືບຕໍ່ດຳເນີນການເຄື່ອນໄຫວກວດກາ ບັນດາຂໍ້ຕົກລົງຂອງການນຳຂັ້ນສູງ ແຂວງຈຳປາສັກ ສະໄໝທີ VII ຈຳນວນໜຶ່ງທີ່ຍັງຄ້າງ ເປັນຕົ້ນການຕົກລົງຫັນສິດນຳໃຊ້ທີ່ດິນໃຫ້ບຸກຄົນ, ນິຕິບຸກຄົນ, ການຕົກລົງປະຕິບັດນະໂຍບາຍ, ການແຕ່ງຕັ້ງຄະນະກຳມະການອື່ນໆ, ນັບທັງການຕົກລົງກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ. ພ້ອມນັ້ນ, ຈະໄດ້ລົງກວດກາຄືນແຕ່ລະໂຄງການໃຫ້ລະອຽດຈະແຈ້ງ ລວມທັງ ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ແລະ ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມຂອງ ຢູ່ນະຄອນປາກເຊ, ລວມທັງແບບການຈັດສັນສວນສາທາລະນະລຽບແຄມຂອງ ຂອງໂຄງການດັ່ງກ່າວ. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວຕ້ອນຮັບ ແລະ ໄດ້ຊີ້ນຳໃຫ້ ພາກສ່ວນຂອງແຂວງຈຳປາສັກ ກໍຄື ຄະນະກວດກາພັກ-ລັດແຂວງ ສົມທົບກັບຂະແໜງການກ່ຽວຂ້ອງ, ໃນການອຳນວຍຄວາມສະດວກ ແລະ ແບ່ງຄວາມຮັບຜິດຊອບລະຫວ່າງ ສູນກາງ ແລະ ...

Read More »

ທາງ​ດ່ວນ ຫ້ວຍ​ຊາຍ-​ບໍ່​ເຕັນ ແລະ ນວ-​ປາກ​ເຊ ພວມຢູ່ໃນຂັ້ນຕອນສຶກສາ…….

ສະຫາຍ ນາງ ວິໄລ​ຄຳ ໂພ​ສາ​ລາດ ຄະນະ​ປະຈຳປະທານ​ກວດກາ​ພັກ ຮອງ​ລັດຖະ ມົນຕີ​ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ໄດ້​ຕາງ ໜ້າ​ໃຫ້​ຄະນະ​ພັກ, ຄະ​ນະນໍາ ຕະຫຼອດ​ຮອດ​ສະມາຊິກ​ພັກ, ພະນັກງານ ທົ່ວ​ຂະແໜງ ຍທຂ ໄດ້​ໃຫ້​ສໍາ​ພາດ​ກ່ຽວ​ກັບ ວຽກງານພັດທະນາ​ໂຄງ​ລ່າງ​ພື້ນຖານ​ຄົມມະນາຄົມ​ຕໍ່​ນັກ​ຂ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ວຽກ​ງານ​ຍົກ​ລະດັບ ແລະ ພັດທະນາ​ໂຄງ​ລ່າງ​ພື້ນຖານ​ຄົມມະນາຄົມ ໄດ້​ສືບ​ຕໍ່​ເອົາໃຈໃສ່​ປັບປຸງ ຍົກ​ລະດັບ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ໃຫ້​ໄດ້​ມາດຕະຖານ​ອາ​ຊຽນ ຫຼື ທຽບ​ເທົ່າ​ກັບ​ບັນດາ​ປະເທດ​ອ້ອມ​ຂ້າງ ແລະ ເຊື່ອມ​ຈອດ​ທາງ​ຫຼວງ​ແຫ່ງ​ຊາດ​ກັບ​ທາງ​ຫຼວງ​ທ້ອງຖິ່ນ ແລະ ເຂົ້າ​ເຂດ​ຈຸດ​ສຸມ​ການ​ຜະ​ລິດ. ໃນ​ນີ້, ເສັ້ນທາງ​ອະນຸ​ພາກ​ພື້ນ​ທີ່​ເປັນ​ແລວ​ເສດຖະກິດ ເຊື່ອມ​ຈອດ​ຕາເວັນ​ອອກ​ຕາເວັນຕົກ ແລະ ເໜື​ອ-​ໃຕ້ ແມ່ນ​ໄດ້​ສໍາ​ເລັດ​ການ​ກໍ່ສ້າງ​ເສັ້ນທາງ 13 ເ​ໜືອ (ໄລ​ຍະ​ແຕ່​ອຸດົມ​ໄຊ​- ປາກ​ມອງ), ການ​ສ້ອມແປງ​ທາງ​ເລກ 9 (ນະຄອນ​ໄກສອນ​ ພົມ​ວິ​ຫານ​-​ຊາຍ​ແດນ​ຫວຽດນາມ), ກໍ່ສ້າງ​ທາງ 16B (ເຊ​ກອງ​-​ດາກ​ຈຶ​ງ-​ຊາຍ​ແດນ​ຫວຽດນາມ), ກໍ່ສ້າງ​ທາງ​ເລກ 1A (ບຸນ​ເ​ໜື​ອ- ລານ​ຕຸຍ); ສໍາ​ເລັດ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໂຄງການ​ກໍ່ສ້າງ ທາງ​ເລກ 8 ແລະ ທາງ​ເລກ 12; ພວມ​ຈັດ​ຕັ້ງ​ປະຕິບັດ​ໂຄງການ ກໍ່ສ້າງ​ຂະຫຍາຍ​ເສັ້ນທາງ 13 ...

Read More »

IMF ກຽມການປ່ອຍເງິນກູ້ໃຫ້ ເອຢິບ 1.6 ພັນລ້ານໂດລາ….

ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ປະກາດວ່າໄດ້ບັນລຸຂໍ້ຕົກລົງກັບເອຢິບ ໃນການທົບທວນຜົນການດຳເນີນງານໂຄງການປະຕິຮູບເສດຖະກິດຄັ້ງທຳອິດ ຂໍ້ຕົກລົງ ຊຶ່ງຮ່າງຂຶ້ນໂດຍຜູ້ຊ່ຽວຊານທີ່ນຳໂດຍ Uma Ramakrishnan ຂອງ IMF ຈະໄດ້ຮັບການອະນຸມັດຈາກຄະນະກຳມະການບໍລິຫານກອງທຶນໃນອີກບໍ່ພໍເທົ່າໃດອາທິດຕໍ່ໜ້າ, ເມື່ອໄດ້ຮັບການອະນຸມັດສິດທິພິເສດ ໃນການວາດພາບເພີ່ມຕື່ມ ທີ່ຈະມອບໃຫ້ແກ່ເອຢິບອີກ 1,​6 ພັນລ້ານໂດລາ. ພາລະກິດຂອງ IMF ຕໍ່ເອຢິບສຳເລັດຈາກກອງປະຊຸມທາງໄກ ຕັ້ງແຕ່ວັນທີ 4 ເຖິງ 15 ພະຈິກ ກອງທຶນໄດ້ຫາລືກັບລັດຖະບານເອຢິບກ່ຽວກັບການພັດທະນາທາງເສດຖະກິດຄັ້ງຫຼ້າສຸດ ແລະ ລຳດັບຄວາມສຳຄັນ ຂອງນະໂຍບາຍໃນບໍລິບົດຂອງໂຄງການເສດຖະກິດສະບັບທຳອິດ ສຳລັບການທົບທວນຜົນການດຳເນີນງານຂອງເອຢິບ ຊຶ່ງ IMF ສະໜັບສະໜູນດ້ວຍ 12 ສັນຍາ; ໃນການກຽມຄວາມພ້ອມດ້ານສິນເຊື່ອລາຍເດືອນມູນຄ່າ 5,​2 ພັນລ້ານໂດລາ. Mohamed Maait ລັດຖະມົນຕີວ່າການກະຊວງການເງິນຂອງເອຢິບກ່າວວ່າ: ຜົນການດຳເນີນງານທາງເສດຖະກິດຂອງເອຢິບໃນແງ່ຂອງການລະບາດໃຫຍ່ໄດ້ຮັບການຍ້ອງຍໍຈາກສະຖາບັນລະຫວ່າງປະເທດລວມເຖິງ IMF, ຫຼັງຈາກດັດສະນີຊີ້ວັດເສດຖະກິດຂອງປະເທດອອກມາດີກວ່າທີ່ຂາດການໄວ້. Maait ກ່າວຕື່ມວ່າ: ການຍ້ອງຍໍດັ່ງກ່າວເກີດຂຶ້ນຊ້ຳແລ້ວຊ້ຳອີກໃນລາຍງານ IMF ຫຼ້າສຸດທີ່ອອກມາວັນທີ 22 ພະຈິກນີ້ ຫຼັງຈາກການປະຊຸມທົບທວນຄັ້ງທຳອິດໃນຊ່ວງ 2 ອາທິດທີ່ຜ່ານມາ ຊຶ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການກຽມຄວາມພ້ອມດ້ານສິນເຊື່ອເພີ່ມຕື່ມ. ຜົນໄດ້ຮັບຈະສະທ້ອນໃນດ້ານບວກຕໍ່ບັນຍາກາດການລົງທຶນຂອງເອຢິບໂດຍສະເພາະຢ່າງຍິ່ງໃນດ້ານການເງິນ, ທຸລະກິດລະຫວ່າງປະເທດ ແລະ ໃນທ້ອງຖິ່ນ ແລະ ຈະຊ່ວຍດຶງດູດການລົງທຶນເພີ່ມຂຶ້ນ, ...

Read More »

ເຊື່ອມຊຶມນິຕິກຳການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ…

ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມ ເຊື່ອມຊຶມນິຕິກຳກ່ຽວກັບບັນດາເອກະສານຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ ທົ່ວແຂວງຈຳປາສັກ ໃນອາທິດຜ່ານມານີ້, ໂດຍການເປັນປະທານຂອງທ່ານ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະຫ້ອງການ, ກອງບັນຊາການ ປກສ ເມືອງ, ປກສ ນະຄອນປາກເຊ, ໂຮງຮຽນ ປກສ ຊັ້ນສູງເລກ 4, ກອງພັນປ້ອງກັນເຄື່ອນທີ່ ແລະ ພະນັກງານວິຊາການເຂົ້າຮ່ວມ. ທ່ານ ພັທ ບຸນເລີດ ແກ້ວບົວພາ ຫົວໜ້າກອງພະລາທິການ ປກສ ແຂວງ ຈຳປາສັກ ກ່າວວ່າ: ການເຊື່ອມຊຶມບັນດາເອກະສານການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວໃນຄັ້ງນີ້ ເພື່ອແນໃສ່ໃຫ້ບັນດາກົມກອງອ້ອມຂ້າງ ປກສ ແຂວງ ໂດຍສະເພາະແມ່ນເຮັດໃຫ້ພະນັກງານວິຊາການຮັບຮູ້ ແລະ ເຂົ້າໃຈ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບຖືກຕ້ອງ ແລະ ສອດຄ່ອງກັບວຽກງານການເງິນ ທີ່ໄດ້ກຳນົດໄວ້. ພ້ອມທັງ ແນໃສ່ຫັນເຂົ້າສູ່ລະບົບບັນຊີລາຍຮັບ ໂດຍຜ່ານປະຕູດຽວ ແລະ ເຮັດໃຫ້ການຄຸ້ມຄອງ, ການຕິດຕາມກວດກາ, ການເກັບລາຍຮັບ, ຄ່າທຳນຽມ, ຄ່າທຳນຽມ, ...

Read More »

ຕະຫຼາດຮຸ້ນຂອງໄທ ຟື້ນຕົວຊ້າ ຍ້ອນຂາດ FAANG…..

KKP Research ໂດຍ ກຽດຕິນາ ຄິນະພັດ ເຜີຍວ່າ ບໍລິສັດສ່ວນໃຫຍ່ ໃນຕະຫຼາດຮຸ້ນຂອງໄທ ຢູ່ໃນພາກເສດຖະກິດດັ່ງເດີມ (Old Economy) ທີ່ອາໄສຕົ້ນທຶນຈາກຕະຫຼາດ ເປັນສ່ວນໃຫຍ່ ແລະ ຍັງມີບາງບໍລິສັດ ທີ່ການເຂົ້າເຖິງເຕັກໂນໂລຍີ ແລະ ຂໍ້ມູນຂ່າວສານ ບໍ່ຮອດ 3% ຂອງມູນຄ່າຕະຫຼາດ ຈຶ່ງເຮັດໃຫ້ຕະຫຼາດຮຸ້ນຂອງໄທຟື້ນຕົວຫຼັງໂຄວິດຊ້າ ກວ່າຕະຫຼາດຕ່າງປະເທດທີ່ມີເຕັກໂນໂລຊີເປັນແຮງຍູ້ດັນ. ໃນຊ່ວງທີ່ຜ່ານມາ ເຖິງວ່າສະຖານະການໂຄວິດ-19 ເລີ່ມຫຼຸດລົງໃນຫຼາຍປະເທດ ແຕ່ດັດສະນີຕະຫຼາດຮຸ້ນໄທບໍ່ສາມາດຟື້ນຕົວກັບສູ່ສະພາບກ່ອນໂຄວິດ ແຕ່ກົງກັນຂ້າມກັບຫຼາຍປະເທດ ເຖິງວ່າຍັງປະເຊີນກັບບັນຫາໂຄວິດທີ່ຮຸນແຮງກວ່າໄທ ແຕ່ຕະຫຼາດຮຸ້ນກັບຟື້ນຕົວໄດ້ຢ່າງວ່ອງໄວກວ່າ ໂດຍສະເພາະຕະຫຼາດຮຸ້ນໃນເຂດເສດຖະກິດທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ລະດັບສູງເຊັ່ນ: ສະຫະລັດອາເມລິກາ, ຈີນ, ຍີ່ປຸ່ນ, ເກົາຫຼີ ຫຼື ໄຕ້ຫວັນ ລ້ວນແຕ່ກັບມາຟື້ນຕົວໄດ້ຢ່າງວ່ອງໄວ. ຄວາມແຕກຕ່າງໃນການຟື້ນຕົວສະແດງໃຫ້ເຫັນ ເຖິງໂຄງສ້າງຂອງຕະຫຼາດຮຸ້ນໄທ ທີ່ຍັງຂາດບໍລິສັດຊັ້ນນຳ ທີ່ມຸ້ງເນັ້ນຄວາມເປັນຜູ້ນຳທາງເຕັກໂນໂລຊີ ໂດຍບໍລິສັດທີ່ມີຂະໜາດໃຫຍ່ທີ່ສຸດ 10 ອັນດັບທຳອິດໃນຕະຫຼາດຮຸ້ນໄທ ອາດກ່າວໄດ້ວ່າເກືອບທັງໝົດທຸກບໍລິສັດໃຫຍ່ ຍັງຢູ່ໃນພາກເສດຖະກິດແບບດັ່ງເດີມ. ຖ້າສົມທຽບກັບບໍລິສັດຍັກໃຫຍ່ໃນປະເທດສະຫະລັດ ເປັນກຸ່ມບໍລິສັດທີ່ນຳໃຊ້ເຕັກໂນໂລຊີ ລະດັບຊັ້ນນຳ 5 ແຫ່ງ ຫຼື ທີ່ເອີ້ນວ່າ FAANG ເປັນແກນກາງ ທີ່ປະກອບດ້ວຍ Facebook, Amazon, ...

Read More »

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ສະມາຄົມນັກທຸລະກິດແມ່ຍິງ (ສະຫລຸບວຽກງານ 5 ປີ ແຫ່ງການຂະຫຍາຍຕົວຜ່ານມາ)

ເພື່ອສະຫລຸບວຽກງານ 5 ປີ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ​ໃສ່ແຜນງານຕໍ່ໜ້າ ສະມາຄົມນັກທຸລະກິດແມ່ຍິງໄດ້ຈັດ ກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນ ວັນທີ 18 ພະຈິກ 2020, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພ້ອມດຽວກັນນີ້ຍັງມີບັນດາສະມາຊິກສາມາຄົມນັກທຸລະກິດຍິງສູນກາງ, ແຂວງ, ນະຄອນຫລວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມທຸລະກິດຍິງ (ສທຍ) ທັງເປັນປະທານກອງປະຊຸມ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຮ່ວມກັນເພື່ອຮອງຮັບເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມນັກທຸລະກິດແມ່ຍິງ, ຈຸດດີທີ່ເປັນທ່າແຮງຂອງສະມາຄົມທຸລະກິດແມ່ຍິງ ທີ່ພວກເຮົາຄວນຈະໄດ້ເສີມຂະຫຍາຍເຂົ້າໃນການເຄື່ອນໄຫວກິດຈະກໍາຕ່າງໆຂອງສະມາຄົມທຸລະກິດແມ່ຍິງຕໍ່ໄປຕາມແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ. ພ້ອມກັນນີ້ພວກເຮົາຍັງຈະໄດ້ພ້ອມກັນຕີລາຄາຢ່າງພາວະວິໄສ, ຕໍ່ກັບຂໍ້ຄົງຂ້າງ, ອຸປະສັກທີ່ຍັງມີຢູ່ໃນສະມາຄົມຂອງພວກເຮົາໃນ 5 ປີຜ່ານມາ(2015-2020), ພວກເຮົາໄດ້ຊອກຫາສາເຫດ ...

Read More »

ເສັ້ນທາງລົດໄຟລາວ-ຈີນ ຍັງພົບບັນຫາທ້າທາຍດ້ານຄວາມປອດໄພ…..

ວັນທີ 14 ພະຈິກ 2020​ ຜ່ານມາ ທ່ານ Xiao Qian Wen ອໍານວຍການໃຫຍ່ບໍລິສັດທາງລົດໄຟຕິດຕາມ ໄດ້ລາຍງານຄວາມຄືບໜ້າການກໍ່ສ້າງໂຄງການເສັ້ນທາງລົດໄຟລາວ-ຈີນ ຕໍ່ຄະນະ ສະມາຊິກສະພາແຫ່ງຊາດ ເນື່ອງໃນໂອກາດຢ້ຽມຢາມ ໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ດ້ານການກໍ່ສ້າງໂດຍລວມທັງໝົດ ແມ່ນສໍາເລັດ 88% ເຊິ່ງລວມທັງການວາງລາງ, ເຈາະອຸໂມງ, ສ້າງສະຖານີ, ໂຄງສ້າງຂົວ ແລະ ລະບົບຄວາມປອດໄພ ເຊິ່ງຄາດວ່າຈະໃຫ້ສຳເລັດ ພ້ອມເປີດນໍາໃຊ້ທ້າຍປີ 2021. ໃນຂະນະດຽວກັນທ່ານໄດ້ຍົກໃຫ້ເຫັນເຖິງບັນຫາທ້າທາຍບາງຢ່າງກ່ຽວກັບລະບົບຄວາມປອດໄພ ຄືໄລຍະຜ່ານມາມີບາງທ້ອງຖິ່ນຍັງຂາດເອົາໃຈໃສ່ ຕໍ່ລະບຽບ ແລະ ຫລັກການດ້ານຄວາມປອດໄພຕໍ່ຊີວິດ ແລະ ໂຄງການ ເຊັ່ນ ລັກເຮັດຂົວຕັດຜ່ານຂ້າມລາງລົດໄຟເອງ ໂດຍບໍ່ແຈ້ງພາກສ່ວນກ່ຽວຂ້ອງ, ປ່ອຍໃຫ້ສັດລ້ຽງເຂົ້າໄປໃນຂອບເຂດທາງລົດໄຟ ແລະ ລັກເອົາຫົວນັອດຈັບລາງລົດໄຟ,​ ມ້າງຮົວກັ້ນ ນັບວ່າເປັນບັນຫາພື້ນຖານຕໍ່ຄວາມປອດໄພ ອາດນຳໄປສູ່ການເກີດອຸປະຕິເຫດ ແລະ ຜົນເສຍຫາຍອັນມະຫາສານໃນພາຍພາກໜ້າໄດ້.​ ດັ່ງນັ້ນ, ທ່ານກ່າວວ່າ ວຽກງານດ້ານຄວາມປອດໄພຖືເປັນຄວາມສຳຄັນສຸດ ແລະ ຍັງເປັນບັນຫາທ້າທາຍເປັນທີ່ສຸດ ພ້ອມນັ້ນ ທ່ານໄດ້ຮຽກຮ້ອງໃຫ້ ບັນດາສະມາຊິກສະມາຊິກສະພາແຫ່ງຊາດແຕ່ລະເຂດ ຊ່ວຍເປັນກະບອກສຽງໂຄສະນາດ້ານຄວາມປອດໄພໃຫ້ກັບປະຊາຊົນທີ່ຢູ່ອ້ອມເສັ້ນທາງຜ່ານລົດໄຟລາວ-ຈີນ ໃຫ້ຫຼາຍຂຶ້ນ.​ ທ່ານ ສາຍທອງ ແກ້ວດວງດີ ...

Read More »