General

ປີ 2019 ລັດຖະບານ ຈັດງົບປະມານ 500 ຕື້ກີບ ຟື້ນຟູໄພພິບັດ ໃນ 4 ຂະແໜງການ ທີ່ເປັນບູລິມະສິດ

ໃນວັນທີ 12 ມິຖຸນາ 2019 ທີ່ນະຄອນວງວຽງຈັນ, ໄດ້ຈັດກອງປະຊຸມ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ (ຄພຊ) ໂດຍການເປັນປະທານ ຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ ), ມີບັນດາທ່ານ ຮອງລັດຖະມົນຕີ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ, ພ້ອມດ້ວຍ ຂະແໜງການ ກຽ່ວຂ້ອງ ເຂົ້າຮ່ວມ. ລັດຖະບານ ໄດ້ອະນຸມັດເງິນ ແກ້ໄຂສຸກເສີນ 100 ຕື້ກີບ ຈັດແບ່ງໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງໂຍທາທິການ ແລະ ຂົນສົ່ງ, ໄດ້ຫັນງົບປະມານ ລົງທຶນໂຄງການ ຂອງລັດ ປີ 2019 ເຂົ້າໃນການແກ້ໄຂ ຟື້ນຟູຫລັງໄພພິບັດ ມູນຄ່າ 500 ຕື້ກີບ ເພື່ອແກ້ໄຂຟື້ນຟູໃນ 4 ຂະແໜງ ...

Read More »

ລາວ-ອັງກິດ ເຊັນສັນຍາຮ່ວມມື ເປີດໂຮງຮຽນ Pingu’s English Laos

ວັນທີ 12 ມິຖຸນາ 2019, ທີ່ລອນດອນ, ປະເທດອັງກິດ ໄດ້ຈັດພິທີເຊັນສັນຍາຮ່ວມມື ເປີດໂຮງຮຽນ Pingu’s English In Laos ລະຫວ່າງ ກຸ່ມບໍລິສັດລິນກົວໂຟນ (Linguaphone Group) ສະຫະຣາຊະອານາຈັກອັງກິດ ແລະ ບໍລິສັດ K&C Group Sole Co.,LTDປະເທດລາວ. ຝ່າຍລາວລົງນາມໂດຍ ທ່ານ ນາງ ເກດສະຫັວນ ປັນຍາທິບ ອຳນວຍການບໍລິສັດ K&C Group  ສຳລັບຝ່າຍອັງກິດລົງນາມໂດຍ ທ່ານ Derek Price, ປະທານບໍລິສັດ Linguaphone Group.  ການເຊັນສັນຍາຮ່ວມມືເປີດໂຮງຮຽນ Pingu’s English In Laos ຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍທ່ານ Rt. Hon Ed Vaizey M.P ທູດການຄ້າອັງກິດ ປະຈຳລາວ, ກຳປູເຈຍ ແລະ ຫວຽດນາມ, ທ່ານ ພົງສະຫວັນ ສີສຸລາດ ເອກອັກຄະລັດຖະທູດລາວ ...

Read More »

ລັດຖະບານ ຮຽກຮ້ອງໃຫ້ບໍລິສັດຊື້-ຂາຍລົດ ຕິດລາຄາ ແລະ ຊຳລະເປັນເງິນກີບເທົ່ານັ້ນ.

ຕະຫຼາດພາຫະນະບ້ານເຮົາຍອດຈຳໜ່າຍແມ່ນຂະຫຍາຍຕົວຢ່າງຕໍ່ເນື່ອງແຕ່ສ່ວນຫຼາຍຍັງນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຕິດປະກາດລາຄາ ແລະຊຳລະສະສາງ ຊຶ່ງເປັນການກະທຳທີ່ຂັດກັບລະບຽບກົດໝາຍ ທັງເປັນຫຼຸດຄຸນຄ່າເງິນກີບລາວລົງ. ແນວໃດກໍດີຈາກສະພາບບັນຫາຄືດັ່ງກ່າວ ໃນປີນີ້ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ຊຸກຍູ້ສົ່ງເສີມພາກລັດ ແລະພາກທຸລະກິດເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ ຮັບຊຳລະເປັນເງິນກີບ ໂດຍຜ່ານລະບົບທະນາຄານຫຼາຍຂຶ້ນ. ຢ່າງໃດກໍຕາມ ຈາກສະພາບສັງຄົມ ທີ່ມີຄວາມເຄີຍຊິນກັບການນຳໃຊ້ເງິນຕາຕ່າງປະເທດບວກກັບສະຕິເຄົາລົບ ກົດໝາຍຍັງບໍ່ສູງຕະຫຼອດຮອດການຄຸ້ມຄອງຕາມລະບຽບກົດໝາຍຍັງບໍ່ທັນເຂັ້ມງວດ ຈິ່ງເຮັດໃຫ້ປັດຈຸບັນໃນສັງຄົມຍັງມີການນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຊຳລະສະສາງຢ່າງກວ້າງຂວາງຂະນະດຽວກັນນັ້ນບາງຫົວໜ່ວຍທຸລະກິດທີ່ມີມູນຄ່າສູງໂດຍສະເພາະຮ້ານຊື້-ຂາຍລົດ ແມ່ນຍັງມີການຮ້ອງປະກາດລາຄາ ແລະ ຊຳລະເປັນເງິນຕາຕ່າງປະເທດ ແຕ່ຖ້າຊຳລະເປັນເງິນກີບຜູ້ຂາຍກໍກຳນົດໃນອັດຕາແລກປ່ຽນສູງ ຊຶ່ງຖືເປັນການເອົາປຽບຜູ້ຊື້ຢ່າງຫຼີກລຽງບໍ່ໄດ້.   ສະນັ້ນ, ທາງ ທຫລ ຈະກຳນົດລະບຽບການເຄື່ອນຍ້າຍເງິນສົດ ພ້ອມທັງສືບຕໍ່ຊຸກຍູ້ ສົ່ງເສີມພາກລັດ ແລະພາກທຸລະກິດມູນຄ່າສູງເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ຮັບ ແລະ ຊຳລະເປັນເງິນກີບ ໂດຍ ຜ່ານລະບົບທະນາຄານ ຊຶ່ງຈະມີການປັບປຸງການຊຳລະຮ່ວມກັນຂອງບັນດາທະນາຄານທຸລະກິດໃຫ້ກວ້າງຂວາງຜ່ານຕູ້ເອທີເອັມ ແລະສ້າງຜະລິດຕະພັນໃໝ່ໆ ເພື່ອສ້າງແຮງຈູງໃຈໃຫ້ມີການຊຳລະຜ່ານລະບົບທະນາຄານຫຼາຍຂຶ້ນ.ແຕ່ທັງນີ້ທັງນັ້ນ ພໍ່ແມ່ປະຊາຊົນ ລວມທັງຜູ້ປະກອບການເອງກໍດີຈົ່ງໄດ້ມີສະຕິຄວາມເປັນເຈົ້າສູງຕໍ່ການນຳໃຊ້ເງິນກີບ ເພື່ອເປັນສ່ວນໜຶ່ງໃນການສ້າງຄຸນຄ່າໃຫ້ກັບເງິນກີບລາວໄດ້ທຽບເທົ່າກັບເງິນຕາຕ່າງປະເທດ. ປັດຈຸບັນ ທຫລ ໄດ້ມີມາດຕະການຄຸ້ມຄອງ ໂດຍສະເພາະແມ່ນກຳນົດວົງເງິນທີ່ຈຳກັດໃນການແລກປ່ຽນເອົາເງິນຕາຕ່າງປະເທດຢູ່ບັນດາທະນາຄານ ແຕ່ບັນດາຮ້ານແລກປ່ຽນທົ່ວໄປຍັງເຫັນວ່າເປີດແລກປ່ຽນແບບເສລີຢູ່ໂດຍໃນອັດຕາທີ່ຂ້ອນຂ້າງສູງສົມຄວນຖ້າທຽບໃສ່ອັດຕາອ້າງອີງຂອງ ທຫລ ໃນແຕ່ລະວັນບັນຫານີ້ທະນາຄານແຫ່ງ ສປປ ລາວ ກໍຄວນເບິ່ງຕື່ມ. ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດສະບັບປີ 2014 ມາດຕາ 49 ກ່ຽວກັບມາດຕະການປັບໃໝ ໄດ້ລະບຸໄວ້ວ່າ ຖ້າຫາກບຸກຄົນໃດ, ນິຕິບຸກຄົນໃດ ແລະການຈັດຕັ້ງທີ່ຕິດປະກາດ ຫຼື ໂຄສະນາລາຄາ ...

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2019

ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນເດືອນເມສາ ປີ 2019 ປະຕິບັດໄດ້ປະມານ 852 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 493 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 358 ລ້ານໂດລາສະຫະລັດ. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນເມສາ ປີ 2019 ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ມັນຕົ້ນ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ,  ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໜາກໄມ້ ແລະ ໜາກໄມ້ເປືອກແຂງທີ່ບໍລິໂພກໄດ້, ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 41.08% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ). ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ...

Read More »

ກຽມພົບກັບ ງານຕະຫຼາດນັດແຮງງານ (Job Fair 2019) ຈະຈັດຂຶ້ນໃນກາງ ເດືອນຕຸລານີ້

ໃນຕອນບ່າຍຂອງມື້ນີ້, ວັນທີ 7 ມິຖຸນາ 2018 ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບການຈັດງານຕະຫຼາດນັດແຮງງານ Job Fair 2019 ທີ່ຫ້ອງປະຊຸມ ພະແນກແຮງງານນະຄອນຫຼວງວຽງຈັນ, ໂດຍການແຫຼ່ງຂ່າວຂອງທ່ານ ນາງ  ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ສີບຸນທໍາ ສີບຸນມີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ. ເຊິ່ງງານຕະຫຼາດແຮງງານ ຫຼື Job Fair 2019 ນີ້ ຈະໄດ້ມີຂຶ້ນໃນວັນທີ 16-20 ຕຸລາ 2019 ທີ່ຈະມາເຖິງນີ້  5 ມື້ເຕັມ ຢູ່ທີ່ສູນການຄ້າ ລາວ-ໄອເຕັກ ຕືກເກົ່າ. ນັກຮຽນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່ໃຫ້ເໝາະກັບຕົນເອງ ແມ່ນບໍຄວນພາດງານນີ້. ເຊິ່ງນອກຈາກ, ຈະໄດ້ຊົມບູດງານວາງສະແດງຈາກສຳນັກງານ,​ອົງກອນຕ່າງໆທີ່ຕ້ອງການຮັບພະນັກງານເພີ່ມແລ້ວ ພາຍໃນງານນີ້,​ຍັງມີກິດຈະກຳຫຼາກຫຼາຍກ່ຽວກັບເລື່ອງແຮງງານດັ່ງນີ້: ຈັດເວທີສົນທະນາໃນຫົວຂໍ້ຕ່າໆເຊັ່ນ:  1. ຮຽນຫຍັງ? ຈຶ່ງຈະມີວຽກເຮັດ (ການສ້າງແຮງບັນດານໃຈໃຫ້ຊີວິດ), 2 ຫົວຂໍ້: ຫຼຸດຜ່ອນການວ່າງງານ ...

Read More »

ທີມນັກກິລາບານເຕະເດັກນ້ອຍລາວ ໄດ້ຮັບຂັນລາງວັນການແຂ່ງຂັນ ຢູ່ພັດທະຍາ, ປະເທດໄທ

ໃນວັນເສົາ ວັນທີ 1 ມິຖຸນາ 2019 ທີ່ຜ່ານມາ, ຄູເຝິກ  Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວ ທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10)  ໄປແຂ່ງຂັນໃນງານ BSS INTERNATIONAL TOURNAMENT 2019 ທີ່ພັດທະຍາ, ປະເທດໄທ. ໃນການແຂ່ງຂັນຄັ້ງນີ້, ມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ , ເຊິ່ງມີລຸ້ນອາຍຸຕັ້ງແຕ່ 7 ປີ ຫາ 12 ປີ. ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ. ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 ປີ ກໍສາມາດມີຜົນງານການແຂ່ງຂັນໃນຄັ້ງນີ້ໄດ້ດີຫຼາຍ ເຮັດໃຫ້ທີມ U11 ທີ່ມີຜົນງານການຫຼິ້ນທີ່ດີ ແລະ ໄດ້ຮັບຫຼຽນໄຊ ແລະ ຂັນລາງວັນລຸ້ນ “2008 Age Group Plate Winners”ມາຝາກຄົນລາວທຸກໆຄົນອີກດ້ວຍ. ສຳລັບການແຂ່ງຂັນບານເຕະໃນລະດັບໂຮງຮຽນນານາຊາດໃນເທື່ອນີ້ ...

Read More »

ສະໜາມບິນສາກົນວັດໄຕ ປະກາດເປັນສະໜາມບິນປອດຄວັນຢາສູບແຫ່ງທໍາອິດໃນລາວ

ພິທີປະກາດສະໜາມບິນສາກົນວັດໄຕ ປອດຄວັນຢາສູບຢ່າງເປັນທາງການ ຖືກຈັດຂຶ້ນໃນວັນທີ 31 ພຶດສະພາ 2019 ທີ່ອາຄານຜູ້ໂດຍສານສາກົນ ໂດຍມີທ່ານສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານປອ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ພ້ອມດ້ວຍ ຜູ້ຕາງໜ້າອົງການອະນາໄມໂລກ, ຜູ້ຕາງໜ້າສະມາພັນຄວບຄຸມຢາສູບອາຊຽນ, ແລະ ຜູ້ບໍລິຫານ ເຈົ້າໜ້າທີ່ສາຍການບິນຕ່າງໆ ຕະຫຼອດຮອດພະນັກງານປະຈໍາສະໜາມບິນສາກົນວັດໄຕເຂົ້າຮ່ວມ. ໃນພິທີ, ທ່ານ​ດ໋ອກເຕີ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບສະໜາມບິນສາກົນວັດໄຕທຸກພາກສ່ວນ ທີ່ໄດ້ປະກາດໃຫ້ສະໜາມບິນແຫ່ງນີ້ເປັນສະໜາມບິນປອດຄວັນຢາສູບ. ອົງການອະນາໄມໂລກ ໄດ້ກໍານົດເອົາວັນທີ 31 ພຶດສະພາຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນງົດສູບຢາໂລກ ແລະ ສປປ ລາວ ກໍມີສ່ວນຮ່ວມເຊັ່ນດຽວກັນ. ວັນງົດສູບຢາໃນປີນີ້ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ພາຍໃຕ້ຄໍາຂວັນ ການສູບຢາ ພາໃຫ້ເປັນພະຍາດປອດ ຫຼື tobacco and lung health, ທັງນີ້ເພື່ອເປັນການປຸກລະດົມ ແລະ ໃຫ້ຄວາມຮູ້ກ່ຽວກັບຄວາມອັນຕະລາຍຂອງການສູບຢາ ແລະການໄດ້ຮັບຄວັນຢາສູບ ...

Read More »

ລັດຖະບານລາວ ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ

ໃນຕອນເຊົ້າມື້ນີ້ 31 ພຶດສະພາ 2019, ຢູ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມລາວ-ຢີ່ປຸ່ນ ຫຼື ໄອຊີທີຊີ ຫຼັກ 5, ນະຄອນຫຼວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່ ແລະ ເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໄດ້ຈັດງານສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍີງ, ແລະ ແມ່ແລະເດັກ, ໂດຍມີການນໍາພັກ-ລັດ, ຜູ້ຕາງໜ້າຈາກອົງການຢູນີເຊັບປະຈໍາລາວ, ແລະ ນັກຮຽນທີ່ມາຈາກ 7 ແຂວງ ໃນທົ່ວປະເທດ ພ້ອມດ້ວຍຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງອີນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍີງລາວ ທັງເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່ ແລະເດັກ ໄດ້ຂຶ້ນມີຄໍາເຫັນວ່າ: “ການຈັດງານສະເຫຼີມສະຫຼອງວັນເດັກສາກົນ, ວັນທີ 1 ມິຖຸນາ ໃນຄັ້ງນີ້ ເປັນໂອກາດດີສໍາລັບປະເທດຂອງພວກເຮົາ ຮ່ວມກັບ ປະເທດຕ່າງໆໃນໂລກ ໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ...

Read More »

4 ສາເຫດຫຼັກ ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງ (ແລ້ວເຮົາຈະມີວິທີແກ້ໄຂໄດ້ແນວໃດ?)

ຄ່າຄອງຊີບທີ່ສູງ ຜູ້ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີລາຍຮັບຂັ້ນຕ່ຳ 1. 85 ລ້ານກີບຕໍ່ເດືອນ ຈຶ່ງສາມາດປະຄອງຕົວຢູ່ໄດ້; ສາເຫດຫຼັກແມ່ນເກີດຈາກສິນຄ້າທີ່ຈຳໜ່າຍຢູ່ທ້ອງຕະຫຼາດຍັງເພິ່ງການນຳເຂົ້າ, ສ່ວນການຜະລິດຢູ່ພາຍໃນຍັງມີໜ້ອຍ, ສິນຄ້າທີ່ຜະລິດເອງມີລາຄາທີ່ແພງ. ອີງຕາມບົດຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກ່ຽວກັບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ( ນວ ) ພົບວ່າ: ຄ່າຄອງຊີບຂັ້ນຕ່ຳຢູ່ນະຄອນຫຼວງວຽງຈັນ ມີຄ່າສະເລ່ຍປະມານ 1.85 ລ້ານກີບຕໍ່ເດືອນ.  ໃນນັ້ນ, ລວມມີຄ່າອາຫານ 9 ແສນກີບຕໍ່ຄົນຕໍ່ເດືອນ, ຄ່າທີ່ພັກອາໄສ 3 ແສນກີບ, ຄ່ານ້ຳມັນເຊື້ອໄຟ 150.000 ກີບຕໍ່ຄົນຕໍ່ເດືອນ ແລະ ຄ່າໃຊ້ຈ່າຍອື່ນໆໃນການດຳລົງຊີວິດປະຈຳວັນ. ບົດຄົ້ນຄວ້າດັ່ງກ່າວໄດ້ກຳນົດກຸ່ມຕົວຢ່າງ: ຈຳນວນ 60 ຄົນ ທີ່ເປັນພະນັກງານລັດຖະກອນ, ກຳມະກອນ, ນັກສຶກສາ ໂດຍໄດ້ດຳເນິີນການສຳພາດເຈາະເລິກກຸ່ມຕົວຢ່າງໃນເດືອນກຸມພາ 2019. ບົດຄົ້ນຄວ້າດັ່ງກ່າວຍັງໄດ້ປຽບທຽບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ສູງກວ່າຄ່າຄອງຊີບຢູ່ນະຄອນຫຼວງບາງກອກ ປະເທດໄທ ເຖິງ 16% ແລະ ສູງກວ່ານະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ເຖິງ 42%. ສ່ວນສາເຫດທີ່ເຮັດໃຫ້ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງນັ້ນ ບົດວິໄຈດັ່ງກ່າວໄດ້ວິເຄາະ 4 ສາເຫດຫຼັກ ຄື: ...

Read More »

ສະຫຼຸບ!!! ຜົນການສືບສວນ-ສອບສວນສາເຫດຄູກັນນໍ້າເຂື່ອນ ເຊປຽນ -ເຊນໍ້ານ້ອຍແຕກຟັງ

ໃນວັນທີ 28 ພຶດສະພານີ້, ຢູ່ສຳນັກງານນາຍົກລັດຖະມົນຕີ  ທ່ານ ສິງເພັດ ບຸນສະຫວັດທິພັນ, ຮອງປະທານອົງການກວດກາລັດຖະບານ, ຮອງປະທານຄະນະສືບສວນສອບສວນແຫ່ງຊາດ ຊີ້ໃຫ້ເຫັນວ່າ: ອຸບັດເຫດຄູກັນນ້ຳໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງຢູ່ເມືອງ ສະໜາມໄຊແຂວງ ອັດຕະປືທີ່ເກີດຂື້ນໃນເວລາປະມານ 20 ໂມງ ໃນວັນທີ 23 ກໍລະກົດ 2018 ຊຶ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ຄູກັນນໍ້າແຕກພັງກໍ່ຕາມ ແຕ່ໃນເວລາການແຕກພັງໄດ້ເລີ້ມຕົ້ນຂືຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າຍັງຕ່ຳກ່າວລະດັບສັນເຂື່ອນຫຼາຍ, ສະນັ້ນບໍ່ສາດມາດເອີ້ນເຫດການແຕກພັງຄັ້ງນີ້ ວ່າເປັນເຫດສຸດວິໄສ ( Force Majeure) ຕາມທີ່ກຳນົດໄວ້ໃນສັນຍາສຳປະທານ. ຄະນະຊ່ຽວຊານເອກກະລາດກວດພົບວ່າ ສາເຫດຕົ້ນຕໍຂອງການແຕກພັງ ແມ່ນ: – ຄວາມສາມາດໃນການຊຶມ ນໍ້າສູງຂອງຮາກຖານຂອງເຂື່ອນກັນນໍ້າ D – ຊັ້ນດິນຖືກກັດເຊາະໄດ້ງ່າຍ: ປະກົດມີຮູທໍ່ນ້ອຍໆ ທີ່ມີການເຊື່ອມຕໍ່ເຊິ່ງກັນ ແລະ ກັນໃນຊັ້ນດິນ – ການເພີ່ມຂື້ນຂອງລະດັບນໍ້າໃນໄລຍະການເກັບກັກນໍ້າໃນອ່າງ ກະແສການຊຶມຂອງນໍ້າ ຕາມເສັ້ນທາງໄຫຼຂອງນໍ້າຕາມທາງນອກກໍ່ເລີ່ມຂື້ນໃນຮາກຖານຂອງເຂື່ອນກັນນໍ້າ D – ກ່ຽວຂ້ອງກັບຄວາມສາມາດໃນການຊຶມຂອງນໍ້າສູງຂອງດິນ ‘ເຫດຜົນດັ່ງກ່າວສົ່ງຜົນໃຫ້ ມີການກັດເຊາະພາຍໃນຮາກຖານ ແລະເຮັດໃຫ້ດິນລາເຕຣິດ (Laterite) ອ່ອນໂຕລົງ’ ເມື່ອເປັນແນວໃນ ເຮັດໃຫ້ຄວາມສະເຖຍລະພາບຂອງເຂື່ອນ ບໍ່ສາມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫຼແບບເລິກໝູນ (Deep Rotational ...

Read More »