General

ມີ 2 ປັດໃຈຫຼັກ ເປັນເເຮງຈູງໃຈໃນການເຮັດວຽກຂອງພະນັກງານ ຜູ້ບໍລິຫານຄວນຮູ້……

ມື້ນີ້, ແອັດ ນັ່ງຫຼິ້ນເຟສບຸກ ເລື່ອນໄປເລື່ອນມາ  ພໍດີເລື່ອນໄປພົບ ຜູ້ໃຊ້ເຟສບຸກ ຜູ້ໜຶ່ງຊື່ Lin Phaviny ໄດ້ໂພສ ຄວາມຮູ້ທີ່ນ່າສົນໃຈສຸດໆ ຄືໄດ້ແບ່ງປັນ ທິດສະດີ 2 ປັດໃຈ ຂອງຄວາມພຶງພໍໃຈຂອງພະນັກງານໃນການເຮັດວຽກ ເຊິ່ງແອັດເຫັນວ່າ ມັນຖືກຕ້ອງທີ່ສຸດເລີຍມາແຊຣ໌ຕໍ່ໃຫ້ແຟນເພສໄດ້ຮູ້ກັນ ແລະ ແຊຣ໌ຕໍ່ໆໄປເພື່ອໃຫ້ຜູ້ບໍລິຫານມາອ່ານແນ່ເດີ້!!! ເນື້ອໃນມີດັ່ງນີ້: ຜູ້ບໍລິຫານຫຼາຍຄົນ ຄົງຈະເຄີຍມີຄໍາຖາມວ່າ ແມ່ນຫຍັງທີ່ເຮັດໃຫ້ ພະນັກງານຄົນໜຶ່ງ ຢູ່ກັບ ອົງກອນ ໄດ້ດົນ ໂດຍທີ່ ຄ່າຕອບແທນບໍ່ສູງ ແລະ ແມ່ນຫຍັງ ທີ່ເຮັດໃຫ້ ພະນັກງານເລືອກທີ່ຈະລາອອກ ທັ້ງທີ່ໄດ້ຮັບຄ່າຕອບແທນສູງ ແລະ ມີຕໍາແໜ່ງສາຍງານທີ່ແນ່ນອນ. ເດືອນກ່ອນ ຂ້ອຍໄດ້ມີໂອກາດເເລກປ່ຽນ ກັບຜູ້ບໍລິຫານໜຸ່ມນ້ອຍ Bob Chen ທີ່ສືບທອດກິດຈະການຈາກ ພໍ່ ຂອງເພິ່ນ ແລະ ໄດ້ເວົ້າໃຫ້ຟັງວ່າ ເພິ່ນມີພະນັກງານ ຫຼາຍຄົນ ທີ່ເຮັດວຽກຮ່ວມກັນໄດ້ສິບກວ່າປີ. ສ່ວນອາທິດນີ້ ຂ້ອຍໄດ້ມີໂອກາດເຂົ້າຮ່ວມກຸ່ມ ຊັບພະຍາກອນມະນຸດ ທີ່ ອ້າຍ ໂຕຕຸ່ນ ToToon Sittiphone Thapesuphanh ສ້າງຂຶ້ນເພື່ອແລກປ່ຽນຄວາມຮູ້, ປະສົບການ ...

Read More »

ບໍລິສັດໃນຍີ່ປຸ່ນ ເປີດຕົວ AI ກວດຈັບ “ຄົນທີ່ຈະລາອອກ”

ເຕັກໂນໂລຊີ ດຽວນີ້ລໍ້າໜ້າໄປອີກຂັ້ນ ສາມາດກວດຈັບ ບຸກຄົນທີ່ຄິດຈະລາອອກຈາກການເຮັດວຽກໄດ້ ແລ້ວຕໍ່ໄປນີ້ມະນຸດກັບຫຸ່ນຍົນຈະຕ່າງກັນບ່ອນໃດ? ວ່າບໍ່!!! ອາດີດເລື່ອງທີ່ເຄີຍຄິດວ່າ: ມະນຸດເທົ່ານັ້ນຈຶ່ງຈະເຮັດໄດ້ ແຕ່ເມື່ອເວລາຜ່ານໄປ ຄວາມຄິດນັ້ນ ອາດຈະບໍ່ເປັນຈິງສະເໝີໄປ….. ເພາະໃນປັດຈຸບັນ, ບໍລິສັດ Recruit Holdings ຜູ້ໃຫ້ບໍລິການຈັດຫາພະນັກງານຂອງຍີ່ປຸ່ນ ໄດ້ປະກາດເປີດຕົວປັນຍາປະດິດ AI ທີ່ໃຊ້ໃນການກວດເບິ່ງພະນັກງານທີ່ຈະລາອອກ. ເປັນຫຍັງ ບໍລິສັດຈຶ່ງຕ້ອງສ້າງ AI ຂຶ້ນມາເຮັດໜ້າທີ່ນີ້? ເນື່ອງຈາກວ່າຖ້າໃຫ້ພະນັກງານໄປກວດສອບພາຍໃນອົງກອນຂອງຕົວເອງ ເຊິ່ງມີພະນັກງານບໍ່ຫຼາຍ ກວດເບິ່ງວ່າຄົນໃດກຳລັງຈະລາອອກກໍສາມາດເຮັດໄດ້ບໍ່ຍາກ. ແຕ່ຖ້າເປັນບໍລິສັດຂະໜາດໃຫຍ່ທີ່ມີພະນັກງານຫຼາຍພັນຄົນເດ!!! ພະນັກງານຄົນນັ້ນກໍຄືຈະກວດສອບບໍ່ໄຫວແນ່ນອນ.  ສິ່ງສຳຄັນບໍລິສັດກໍບໍ່ຢາກສິ້ນເປືອງທີ່ຈະຈ້າງຄົນມາເພື່ອຕິດຕາມວ່າພະນັກງານຄົນໃດ ກຳລັງຈະລາອອກແທ້ໆ. ທາງອອກທີ່ດີຂອງບໍລິສັດ ກໍຄືການສ້າງຫຸ່ນຍົນມາເຮັດໜ້າທີ່ນີ້ແທນ. ແລ້ວ AI ຈະກວດສອບເລື່ອງນີ້ໄດ້ແນວໃດ? AI ຈະເຮັດການກວດສອບຂໍ້ມູນທັງໝົດຂອງພະນັກງານທີ່ມີຢູ່ໃນປັດຈຸບັນ, ບໍ່ວ່າຈະເປັນເລື່ອງຂອງພຶດຕິກຳແຕ່ລະບຸກຄົນ, ຊົ່ວໂມງການເຮັດວຽກ ແລະ ຜົນງານທີ່ເກີດຂຶ້ນ. ພ້ອມກັບການນໍາມາປຽບທຽບກັບຂໍ້ມູນພະນັກງານທີ່ເຄີຍລາອອກໄປແລ້ວ, ຫຼັງຈາກນັ້ນ ລະບົບຈະເຮັດການປະເມີນຜົນ ແລະ ລາຍງານຄົນທີ່ມີແນວໂນ້ມຈະລາອອກໃນໄລຍະ 6 ເດືອນທີ່ຜ່ານມາພ້ອມກັບການບອກເຖິງສາເຫດຫຼັກທີ່ສົ່ງຜົນໃຫ້ພະນັກງານມີແນວໂນ້ມທີ່ຈະລາອອກອີກດ້ວຍ. ເຊິ່ງຖ້າ AI ສາມາດຮູ້ໄດ້ຢ່າງມີປະສິດທິພາບແລ້ວກໍຈະເຮັດໃຫ້ເກີດປະໂຫຍດຕໍ່ບໍລິສັດເປັນຢ່າງດີ, ເພາະໃນຫຼາຍໆຄັ້ງການລາອອກຂອງພະນັກງານມັກຈະເພີ່ມໂອກາດສ່ຽງທີ່ວຽກງານຈະບໍ່ມີປະສິດທິພາບ ແລະ ມີຄວາມລ່າຊ້າຂອງວຽກງານ ແລະ ສິ່ງທີ່ເປັນຫ່ວງທີ່ສຸດໃນຍຸກນີ້ກໍຄື ການຮົ່ວໄຫຼຂອງຂໍ້ມູນໄປຍັງບໍລິສັດຄູ່ແຂ່ງ. ສະຫຼຸບ ເຕັກໂນໂລຊີຫຸ່ນຍົນກຳລັງເຂົ້າມາໃນທຸກໆອຸດສາຫະກຳ ແລະ ການເຂົ້າມາກໍຈະເຮັດໃຫ້ເກີດການເຕີບໂຕຂຶ້ນໃນອຸດສາຫະກຳນັ້ນໆເລື່ອງໃດທີ່ມະນຸດຄິດວ່າ ຫຸ່ນຍົນຍັງບໍ່ສາມາດເຮັດໄດ້ໃນອະນາຄົດຈະບໍ່ເປັນແບບນັ້ນສະເໝີໄປ. ...

Read More »

ເປີດຮັບສະໝັກທຶນ ໄປສຶກສາຕໍ່ ທີ່ອົດສະຕຣາລີ ອ່ານດ່ວນ….

ເປີດຮັບສະໝັກແລ້ວ ທຶນການສຶກສາ Australia Endeavour Leadership Program 2019 ປິດຮັບສະໝັກວັນທີ 15/11/2018 ລາຍລະອຽດ ແລະ ວິທີການສະໝັກອອນລາຍທີ່: https://internationaleducation.gov.au/…/…/Pages/default.aspx https://www.thaiwahclub.com/news/396/Endeavour-Scholarships-Leadership-Program-2019/ ເປີດຮັບສະຫມັກແລ້ວ ທຶນການສຶກສາ Australia Endeavour Leadership Program 2019ປິດຮັບສະຫມັກວັນທີ່ 15/11/2018ລາຍລະອຽດ ແລະ… Posted by Lao Youth Radio FM 90.0 Mhz on Wednesday, September 26, 2018  

Read More »

ແອັດມິນກຽມຮັບຊັບ!!! ເມື່ອ Facebook ຈະເປີດນຳໃຊ້ລະບົບນີ້…..

ແອັດມິນກຽມຮັບຊັບ!!! ເມື່ອ Facebook ຈະເກັບຄ່າບໍລິການຈາກສະມາຊິກ… ເມື່ອບໍ່ດົນມານີ້ ໃນກາງເດືອນ ມິຖຸນາ 2018 ທີ່ຜ່ານມາ ເວັບໄຊ  THEVERGE.COM  ໄດ້ລາຍງານຂ່າວກ່ຽວກັບວ່າ: Facebook ກໍາລັງທົດສອບລະບົບ Subscription Group ກໍຄືຄົນທີ່ຈະເຂົ້າກຸ່ມຈະຕ້ອງເສຍເງິນ  ຫຼື ເຂົ້າກຸ່ມຟຣີ ແຕ່ມີເນື້ອໃນບາງຢ່າງທີ່ຕ້ອງຈ່າຍຈຶ່ງຈະອ່ານໄດ້ ສ່ວນຄ່າບໍລິການລາຍເດືອນທີ່ແອັດມິນ ອາດຈະເກັບແມ່ນຢູ່ລະຫວ່າງ 4.99 ເຖິງ 22.99 ໂດລາສະຫະລັດ/ເດືອນ ກຸ່ມ Facebook ທີ່ຈະຕ້ອງຈ່າຍເງິນຈຶ່ງເຂົ້າໄປເບິ່ງຂໍ້ມູນໄດ້ ແລະ ຢູ່ໃນກຸ່ມນັ້ນເປັນລະບົບໃໝ່ຂອງ Facebook ຈະເປັນກຸ່ມທີ່ແອັດມິນຈະສົ່ງຂໍ້ມູນທີ່ໜ້າສົນໃຈໃຫ້ ແລກປ່ຽນກັບຄ່າຕອບແທນເປັນລາຍເດືອນເປັນຕົ້ນ….. ທີມງານ Facebook ກໍາລັງເລີ່ມທົດສອບລະບົບນີ້ກັບ Group ທົດລອງບາງກຸ່ມ ໂດຍໃຫ້ຊື່ວ່າ “Subscription Group” ໂດຍສາມາດເຮັດເປັນກຸ່ມຍ່ອຍ ຕໍ່ຍອດຈາກກຸ່ມທີ່ເຂົ້າຟຣີ ໃນເມື່ອກ່ອນໄດ້ອີກດ້ວຍ. ຕົວຢ່າງເຊັ່ນ ປັດຈຸບັນກຸ່ມ “ຮັກສາສຸຂະພາບ” ທີ່ທຸກຄົນສາມາດເຂົ້າເປັນສະມາຊິກໄດ້ ແຕ່ເມື່ອມີລະບົບໃໝ່ນີ້ມາ ແອັດມິ້ນກໍອາດຈະເປີດກຸ່ມຍ່ອຍເຊັ່ນ “ແນະນໍາສິນຄ້າທີ່ຂາຍດີ”  ໃນກຸ່ມນັ້ນອີກເທື່ອໜຶ່ງ (ເປັນກຸ່ມຍ່ອຍ)  ໂດຍເກັບຄ່າສະມາຊິກ ຊຶ່ງກໍອາດຈະມີຫຼາຍຄົນທີ່ຍອມຈ່າຍເພື່ອເຂົ້າຮ່ວມ. ຈາກຕົວຢ່າງນີ້ ແນ່ນອນວ່າໃນກຸ່ມແບບເສຍເງິນນີ້ ແອັດມິນກໍຕ້ອງເຮັດວຽກໜັກຂຶ້ນຕຶ່ມຈາກເກົ່າ ທີ່ພຽງແຕ່ແຊຂ່າວທີ່ໜ້າສົນໃຈມາລົງແຕ່ລະມື້, ...

Read More »

Marketing 4.0 ແມ່ນແນວໃດ? ນັກການຕະຫຼາດຍຸກນີ້ຄວນຮູ້….

ທ່ານຮູ້ສຶກຄືກັນບໍ່ວ່າ: ປັດຈຸບັນນີ້, ບ້ານເຮົາໄປທາງໃດກໍຈະມັກເວົ້າເລື່ອງຂ່າວສານ ທີ່ເປັນກະແສດັງໃນໂລກອອນໄລ໌ ຖ້າໃຜບໍ່ຫຼິ້ນ ຫຼື ​ຕິດຕາມຂ່າວສັງຄົມຈາກ Social media ໃນຍຸກນີ້ ກໍຄືຄົນນັ້ນ ບໍ່ຮູ້ເລື່ອງຫຍັງ, ຕົກຍຸກ, ບໍ່ທັນສະໄໝອີຫລີ. ດັ່ງນັ້ນ, ເຮົາຮູ້ແລ້ວວ່າ ຄົນໃນຍຸກນີ້ສ່ວນຫຼາຍຈະໃຊ້ຊີວິດໃນການເສບຂ່າວຈາກທາງອອນໄລ໌ ຫຼາຍທີ່ສຸດ. ສະນັ້ນ, ນັກການຕະຫຼາດໃນຍຸກນີ້ກໍຕ້ອງຫັນປ່ຽນທິດແນວຄວາມຄິດເອົາສິນຄ້າຂອງຕົນເອງໄປໂຄສະນາຢູ່ໃນອອນໄລ໌ ຫຼາຍຂຶ້ນ ຈາກແຕ່ກ່ອນທີ່ແມ່ນຢູ່ຕາມແຕ່ໜ້າຮ້ານ ຫຼື ໄປຫາລູກຄ້າໂດຍກົງເທົ່ານັ້ນ. ສະນັ້ນ, ຍຸກນີ້ ເຂົາຈຶ່ງເອິ້ນວ່າ: ຍຸກ 4.0 ມີຫຼາຍໆຄົນອາດເຂົ້າໃຈແລ້ວວ່າ  Marketing 4.0 ແມ່ນ ການຕະຫຼາດທາງອອນໄລ໌ ຫຼື ການຂາຍຜ່ານ Social ແຕ່ມື້ນີ້ ຈະມາໃຫ້ຮູ້ຈັກຄຳວ່າ Marketing 4.0  ແບບເລິກໆ ກໍຄື “ການຕະຫຼາດທີ່ເອົາເຕັກໂນໂລຊີຕ່າງໆເຂົ້າມາຊ່ວຍ ເພື່ອໃຫ້ເຂົ້າເຖິງຜູ້ບໍລິໂພກ ຫຼື ລູກຄ້າ ໄດ້ຫຼາຍຂຶ້ນ” ການຂາຍສິນຄ້າ ຫຼື ການເຮັດການຕະຫຼາດຈະບໍ່ແມ່ນມີແຕ່ຢູ່ໜ້າຮ້ານອີກຕໍ່ໄປ ແຕ່ມັນຈະກ້າວມາສູ່ໂລກອອນໄລ໌ພ້ອມ. ໝາຍຄວາມວ່າ Marketing 4.0 ເປັນວິທີ່ ທີ່ນັກການຕະຫຼາດຈະຕ້ອງຄົ້ນທາງເຮັດການຕະຫຼາດທາງແບບ Online+Offline ທີ່ມີຄວາມສຳພັນລະຫວ່າງບໍລິສັດ ແລະ ລູກຄ້າ ...

Read More »