Lord & Taylor ຫ້າງສັບພະສິນຄ້າເກົ່າແກ່ທີ່ສຸດຂອງສະຫະລັດອາເມລິກາຍື່ນຟ້ອງລົ້ມລະລາຍ…

Lord & Taylor ເຊິ່ງເປັນຫ້າງສັບພະສິນຄ້າທີ່ເກົ່າແກ່ທີ່ສຸດຂອງສະຫະລັດໄດ້ເຂົ້າຮ່ວມກັບຜູ້ຄ້າຍ່ອຍ ໃນການລົ້ມລະລາຍໃນໄລຍະການລະບາດຂອງພະຍາດ Covid-19, Lord & Taylor ຖືກຊື້ກິດຈະການໂດຍການເລີ່ມຕົ້ນເຊົ່າເສື້ອຜ້າອອນລາຍຊື່ Le Tore.

Lord & Taylor ພະຍາຍາມທີ່ຈະຄົ້ນຄືນກ່ຽວຂ້ອງກັບລູກຄ້າເກົ່າ ຜູ້ທີ່ອຸດໜູນສິນຄ້າມາດົນຫຼາຍປີ, ປີຜ່ານມາ Le Tote ເຊິ່ງຕັ້ງຢູ່ໃນຊານຟານຊິສໂກ້ ຈາກນັ່ັ້ນ ຊື້ບໍລິສັດໃນແຄນນາດາເປັນມູນຄ່າ $100 ລ້ານໂດລາສະຫະລັດ ເຊິ່ງຊື້ຈາກສະຖານທີ່ 38 ແຫ່ງ ແລະ ຫວັງວ່າຈະສົ່ງເສີມຫ້າງສັບພະສິນຄ້າທີ່ມີຊື່ສຽງ.

ແຕ່ການລະບາດຂອງ Covid-19 ທີ່ຮ້າຍແຮງ ໄດ້ເຮັດໃຫ້ມີຜົນກະທົບໜັກຕໍ່ນັກລົງທຶນ ລວມທັງຜູ້ຄ້າຍ່ອຍ brick-and-mortar, ໂດຍສະເພາະຮ້ານເຄື່ອງແຕ່ງກາຍ ໃນຂະນະທີ່ຜູ້ຄົນໃຊ້ເວລາຫຼາຍເດືອນເກັບໂຕຢູ່ເຮືອນ, ການຂາຍເສື້ອຜ້າກໍໄດ້ປິດໂຕລົງ.ບໍລິສັດ ລວມເຖິງຜູ້ປົກຄອງຂອງ Ann Taylor and Loft, J. Crew, Neiman Marcus, J.C. Penney, Brooks Brothers and New York & Co. ຢູ່ໃນໝວດບໍລິສັດທີ່ຫັນໄປດໍາເນີນຢືນຄະດີລົ້ມລະລາຍ, ຕອນນີ້ Lord & Taylor ແລະ Le Tote ກໍຢູ່ໃນລາຍການນີ້ເຊັ່ນກັນ.

The parking lot of a Lord & Taylor is seen empty in Paramus, New Jersey, U.S., on Friday, April 10, 2020. Huge daily infection spikes are slowing in Bergen County, with New Jersey’s most Covid-19 cases, another big sign that the curve is flattening, Governor Phil Murphy said. Photographer: Michael Nagle/Bloomberg via Getty Images


ເກືອບ 200 ປີ ທີ່ Lord & Taylor ໄດ້ຮັບການຍ້ອງຍໍໃຫ້ເປັນ first personal shoppers ແມ່ນການຂາຍບໍລິສັດໃຫ້ກັບບໍລິສັດທີ່ເລີ່ມຕົ້ນທີ່ມີອາຍຸ 7 ປີນັ້ນ ແມ່ນຄວາມພະຍາຍາມຄັ້ງສຸດທ້າຍຂອງບໍລິສັດທີ່ຈະກັບມາຕັ້ງໂຕ. ໃນປີຜ່ານມາ, ກ່ອນທີ່ຈະຂາຍບໍລິສັດໃຫ້ Le Tote, Lord & Taylor ໄດ້ປິດຮ້ານຫຼັກທີ່ຖະໜົນ 5th Avenue ແມນຮັດຕັ້ນ ແລະ ຂາຍອາຄານທີ່ຫຼູຫຼາໃຫ້ກັບ WeWork.

ແຫຼ່ງຂໍ້ມູນ: https://www.npr.org/sections/

Comments