General

ມີນັກຮຽນທັງໝົດ 64,340 ຄົນ ທີ່ສອບເສັງຈົບຊັ້ນມັດຖະຍົມສຶກສາຕອນປາຍໃນປີນີ້…

ການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ສໍາຫຼັບສົກສຶກສາ 2019-2020 ມີ 4 ວິຊາສອບເສັງຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ຊີວະສາດ ແລະ ວິຊາ ພູມສາດ. ໂດຍມີນັກຮຽນທັງໝົດ 64.340 ຄົນ (ຍິງ 30.035ຄົນ), ໃນນັັ້ນມີນັກຮຽນສອບເສັງ ບີແລ່ງ (Classes Bilingues) 207 ຄົນ (ຍິງ 117 ຄົນ), ເຊິ່ງມີສູນສອບເສັງທັງໝົດ 294 ຄົນ ຢູ່ໂຮງຮຽນ 778 ແຫ່ງໃນຂອບເຂດທົ່ວປະເທດ. ບັນດາສູນສອບເສັງຕ່າງໆໃນທົ່ວປະເທດໄດ້ເປີດການສອບເສັງຈົບຊັ້ນ ມ7 ໃນຕອນເຊົ້າມື້ວານນີ້ ວັນທີ 29 ແລະ ຈະສິ້ນສຸດມື້ນີ້ ວັນທີ 30 ກໍລະກົດ 2020 ໂດຍໃຊ້ເວລາໃນການສອບເສັງທັງໝົດ 2 ມື້. ສະເພາະຢູ່ນະຄອນຫຼວງວຽງຈັນປະກອບມີ 22 ສູນສອບເສັງ ຢູ່ໂຮງຮຽນ 93 ແຫ່ງ ແລະ ມີຈໍານວນນັກຮຽນ ສອບເສັງທັງໝົດ 9.753 ຄົນ ຍິງ 4.889 ...

Read More »

ຟີລິບປິນ ຂ້າໄກ່ ເກືອບ 39.000 ໂຕ ພາຍຫລັງ ກວດພົບ ເຊື້ອໄວຣັສ ໄຂ້ຫວັດໃຫຍ່ ໃນຟາມໄກ່…

ຕາມແຫຼ່ງຂ່າວ ມານິລາ ຂອງ ຟີລິບປິນ, ວັນທີ 29 ກໍລະກົດ ຜ່ານມາ ໃຫ້ຮູ້ວ່າ ໃນໄລຍະເວລາ 4 ເດືອນຜ່ານມາ ພາຍຫລັງກວດພົບເຊື້ອໄວຣັສ ໄຂ້ຫວັດໃຫຍ່ຊະນິດ A, ສາຍພັນໃໝ່ H5N6 ໃນຟາມໄກ່  ຢູ່ເມືອງ ຊານຫລຸຍ ແຂວງ ປັມປັງກາ  ທາງພາກເໜືອຂອງນະຄອນຫລວງມານີລາ ເຮັດໃຫ້ຕ້ອງຂ້າໄກ່ ເກືອບ 39.000 ໂຕ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໄຂ້ຫວັດສັດປິກ. ພາບປະກອບຂ່າວເທົ່ານັ້ນ ທີມງານແພດ ແລະ ເຈົ້າໜ້າທີ່ສັດຕະວະແພດ ໄດ້ນຳໃຊ້ມາດຕະການຄວບຄຸມຢ່າງຮີບດ່ວນ ເພື່ອກຳຈັດເຊື້ອໄວຣັສ ດັ່ງກ່າວ. ໃນເດືອນ ມີນາ ທີ່ຜ່ານມາ, ກະຊວງກະສິກຳຟິລິບປີນ ໄດ້ກວດພົບ ການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກຈາກເຊື້ອໄວຣັສ ສາຍພັນດຽວກັນ ຢູ່ຟາມນົກກະທາ ໃນເມືອງ ນາເອນ, ແຂວງ ນູເວບາເອຊີຮາ ເຮັດໃຫ້ນົກກະທາຕາຍ ປະມານ 1.500 ໂຕ ແລະ ອີກ 12.000 ຕ້ອງຖືກຂ້າ. ພາບປະກອບຂ່າວເທົ່ານັ້ນ ແຫຼ່ງຂໍ້ມູນ: ຮຽບຮຽງຈາກ ຂປລ

Read More »

ທຳລາຍສະຖິຕິສູງສຸດ!!! ອຸນຫະພູມເກີນ 50 ອົງສາ ໃນອີຣັກ …

ຈາກຂໍ້ມູນ BEN DOMENSINO ໃຫ້ຮູ້ວ່າ ໃນວັນທີ 29 ກໍລະກົດ 2020 ຜ່ານມາ ໄດ້ມີມວນອາກາດຮ້ອນທີ່ສຸດໃນບາງພື້ນທີ່ ເຮັດໃຫ້ມີອາກາດຮ້ອນເອົ້າໃນຫລາຍມື້ ໂດຍທຳລາຍສະຖິຕິອຸນຫະພູມສູງສຸດໃນພາກຕາເວັນອອກກາງ. ໃນວັນທີ 28 ກໍລະກົດ ຜ່ານມາ, ຢູ່ທີ່ Baghdad ມີອຸນຫະພູມສູງເຖິງ 51,8 ອົງສາ ເຊິ່ງໄດ້ສ້າງສະຖິຕິໃໝ່ສຳລັບນະຄອນຫຼວງຂອງອີຣັກ. ນອກຈາກນັ້ນ, ຍັງມີລາຍງານກ່ຽວກັບອຸນຫະພູມສູງຂຶ້ນຢູ່ໃນເຂດອື່ນໆ ຂອງພາກຕາເວັນອອກກາງໃນໄລຍະຕົ້ນອາທິດນີ້. ຮູບແບບການຄາດຄະເນຊີ້ໃຫ້ເຫັນວ່າ ອຸນຫະພູມຈະຕໍ່າກ່ວາ 50 ອົງສາ ໃນປະເທດອີຣັກໃນຫຼາຍມື້ຜ່ານມາ, ໂດຍມີອຸນຫະພູມຕໍ່າສຸດໃນເວລາກາງຄືນໃນບາງພື້ນທີ່ ເຊິ່ງອຸນຫະພູມທີ່ສູງທີ່ສຸດຈະເກີດຂື້ນໃນພາກຕາເວັນອອກຂອງປະເທດ ໂດຍທາດບາຫຼອດສາມາດສູງເຖິງປະມານ 53 ອົງສາ ຮູບພາບ: ການຄາດຄະເນອຸນຫະພູມພື້ນທີ່ ໃນຕາເວັນອອກກາງ ອີງຕາມຮູບແບບ ECMWF-HRES. ອີງຕາມອົງການອຸຕຸນິຍົມໂລກແມ່ນເຫັນວ່າສະຖິຕິຜ່ານມາ ອຸນຫະພູມທີ່ສູງທີ່ສຸດທີ່ໄດ້ບັນທຶກສຳລັບພາກພື້ນອາຊີແມ່ນຢູ່ທີ່ 53,9 ອົງສາ ທີ່ເມືອງ Mitribah, ໃນວັນທີ 21 ກໍລະກົດ 2016. ແຫຼ່ງຂໍ້ມູນ: https://www.eldersweather.com.au/news/532200

Read More »

ສະເໜີ ປ່າສະຫງວນແຫ່ງຊາດ ນໍ້າປຸຍ ເປັນມໍລະດົກອາຊຽນ…

ປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ ໄດ້ຖືກສ້າງຕັ້ງຂຶ້ນຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 164/ນຍ, ລົງວັນທີ 29 ຕຸລາ 1993 ມີເນື້ອໃນທັງໝົດ 191.200 ເຮັກຕາ ກວມເອົາ 3 ເມືອງຄື: ເມືອງພຽງ, ເມືອງປາກລາຍ ແລະ ເມືອງທົ່ງມີໄຊ; ເປັນເຂດທີ່ສໍາຄັນໃນການອະນຸລັກສັດປ່າ ເປັນຕົ້ນ: ຊ້າງ, ເມີຍ, ເສືອຫຼາຍຊະນິດ, ເຍືອງ, ໝີ, ທະນີ ໂດຍສະເພາະແມ່ນມີປະຊາກອນຊ້າງຈໍານວນຫຼາຍ ໃນບັນດາປ່າສະຫງວນແຫ່ງຊາດຂອງ ສປປ ລາວ ແລະ ເປັນປ່າສະຫງວນແຫ່ງຊາດເຂດດຽວທີ່ຍັງມີທະນີມືຂາວ. ນອກຈາກນັ້ນຍັງມີນົກ, ສັດມີນົມ, ສັດເລືອຄານຫຼາຍກວ່າຮ້ອຍຊະນິດ ແລະ ມີໄມ້ຫຼາຍຊະນິດທີ່ສໍາຄັນ ແລະ ຫາຍາກລະດັບໂລກ. ເພື່ອແນໃສ່ການປົກປັກຮັກສາຄຸນຄ່າດ້ານການອະນຸລັກ ກໍ່ຄືພືດ ແລະ ສັດປ່າ ຂອງປ່າສະຫງວນແຫ່ງຊາດນໍ້າປຸຍ ໃຫ້ມີຄວາມຍືນຍົງໂດຍການມີສ່ວນຮ່ວມຂອງຫຼາຍພາກສ່ວນ ໂດຍສະເພາະແມ່ນປະຊາຊົນທີ່ອາໄສຢູ່ຂອບເຂດປ່າສະຫງວນ ເພື່ອສ້າງໃຫ້ເປັນອຸທິຍານມໍລະດົກອາຊຽນ ເພື່ອປົກປັກຮັກສາຄຸນຄ່າຊີວະນາໆພັນໃຫ້ມີຄວາມຍືນຍົງ ແລະ ເກີດຜົນປະໂຫຍດແກ່ຊຸມຊົນທ້ອງຖິ່ນ. ໃນວັນທີ 28 ກໍລະກົດ 2020 ນີ້ ຢູ່ທີ່ຫ້ອງປະຊຸມກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜ່ານຮ່າງແຜນຈັດສັນ-ຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍຂຶ້ນຢ່າງເປັນເປັນທາງການ ...

Read More »

ມາຮູ້ຈັກກັບ Questionstorm ວິທີ່ລະດົມຄວາມຄິດແບບໃໝ່ ທີ່ອົງກອນໃຫຍ່ໆເຊັ່ນ: Netflix, Airbnb ແລະ ອື່ນໆ ເລືອກໃຊ້…

ເມື່ອເຮົາຕ້ອງການລະດົມຄວາມຄິດເພື່ອແກ້ໄຂບັນຫາເລື່ອງວຽກງານ ຫຼື ທຸລະກິດ ສ່ວນໃຫຍ່ມັກຈະໃຊ້ການ ‘Brainstorm’ ແຕ່ນັ້ນອາດບໍ່ແມ່ນວິທີທີ່ດີ ແລະ ມີປະສິດທິພາບສະເໝີໄປ ເພາະຕອນນີ້ມີ ‘Questionstorm’ ເຊິ່ງເປັນການລະດົມຄວາມຄິດທີ່ອົງກອນລະດັບໂລກທີ່ເຂົ້າມາ Disrupt ທຸລະກິດ ເຊັ່ນ Netflix, Airbnb ແລະ ອີກຫຼາຍໆອົງກອນນິຍົມໃຊ້ກັນເປັນຫຍັງ Brainstorm ແບບເກົ່າເຖິງຍັງບໍ່ດີພໍ? ບົດຄວາມໜຶ່ງໃນ Harvard Business Review ລະບຸວ່າ: ການ Brainstorm ເປັນການລະດົມຄວາມຄິດເພື່ອຫາຄໍາຕອບເປັນເລື່ອງໜ້າເບື່ອ ເຊິ່ງຄໍາຕອບທີ່ໄດ້ໃນຄັ້ງທໍາອິດນັ້ນບໍ່ຈໍາເປັນຕ້ອງຖືກຕ້ອງ ນອກຈາກນີ້ວິທີດັ່ງກ່າວເປັນການຫາຄໍາຕອບດ້ວຍການລະດົມຄວາມຄິດໃຫ້ໄດ້ຫຼາຍທີ່ສຸດ ຈາກນັ້ນຄ່ອຍມາເລືອກຄໍາຕອບທີ່ດີເໝາະສົມ ຈຶ່ງເຮັດໃຫ້ຫຼາຍຄົນບໍ່ກ້າສະແດງຄວາມຄິດເຫັນ ເພາະຢ້ານໂຕເອງເບິ່ງບໍ່ດີ ຫາກສະເໜີຄວາມຄິດເຫັນບາງຢ່າງອອກໄປ ແລະ ບາງຄົນກໍງົດເວັ້ນສະເໜີຄວາມຄິດດີໆ ເພື່ອຫຼີກລ້ຽງການຖືກມອບໝາຍງານຈາກຫົວໜ້າ. ໃນຂະນະທີ່ Questionstorm ເປັນການລະດົມຄວາມຄິດດ້ວຍການສ້າງຄໍາຖາມ ຄົນສະແດງຄວາມຄິດເຫັນບໍ່ຕ້ອງຢ້ານຖືກຜິດ ເພາະບໍ່ມີໃຜຮູ້ວ່າຄໍາຕອບທີ່ຖືກຕ້ອງເປັນແນວໃດ ເຮັດໃຫ້ໜ້າຕື່ນເຕັ້ນ ແລະ ສ້າງແຮງບັນດານໃຈໃຫ້ມີໂອກາດເກີດໄອເດຍທີ່ໜ້າສົນໃໝ່. 4 ຂັ້ນຕອນສູ່ Questionstormສໍາລັບ Questionstorm ໄດ້ຖືກກ່າວເຖິງໃນໜັງສື A More Beautiful Question ຂອງ Warren Berger ເຊິ່ງນໍາສະເໜີ 4 ຂັ້ນຕອນທີ່ບໍລິສັດຊັ້ນນໍາໃຊ້ຕັ້ງຄໍາຖາມເພື່ອແກ້ບັນຫາ ...

Read More »

ຮອງນາຍົກຫ່ວງເລື່ອງງົບປະມານຊົດເຊີຍຊ່ວຍເຫຼືອຜູ້ຖືກຜົນກະທົບຈາກສັນເຂື່ອນແຕກ ຢູ່ເມືອງສະໜາມໄຊ ເກີດມີຊ່ອງຫວ່າງສວຍໂອກາດຕ່າງໆ…

ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອົງການປົກຄອງແຂວງອັດຕະປື ແລະ ເມືອງສະໜາມໄຊ ເພີ່ມທະວີການກວດກາດ້ານຄວາມໂປ່ງໃສຂອງພາກສ່ວນຕ່າງໆ ໃນການຄຸ້ມຄອງທຶນຮອນ, ຊັບສິນ, ງົບປະມານຊົດເຊີຍ, ຊ່ວຍໃຫ້ຜູ້ຖືກຜົນກະທົບ ຈາກສັນເຂື່ອນເຊປຽນເຊນໍ້ານ້ອຍ ແຕກໃນວັນທີ 23 ກໍລະກົດ 2018 ຜ່ານມາ ບໍ່ໃຫ້ເກີດມີຊ່ອງວ່າງສວຍໂອກາດຕ່າງໆ. ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ໄດ້ເປັນປະມານກອງປະຊຸມຖອດຖອນບົດຮຽນກ່ຽວກັບຜົນການກວດກາ, ການສືບສວນ-ສອບສວນ ສາເຫດຄູກັນນໍ້າ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງອັດຕະປື. ເນື່ອງໃນໂອກາດດັ່ງກ່າວ ທ່ານຮອງນາຍົກໄດ້ເນັ້ນໃຫ້ກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໃນການອະນຸມັດ, ຮັບຮອງການກໍ່ສ້າງໂຄງການພັດທະນາໄຟຟ້າໃນຕໍໜ້າ, ຫຼີກລ່ຽງການເຮັດແບບຟ້າວຟັ່ງ ຫຼືເອື່ອຍອີງໃສ່ແຕ່ການສະໜອງຂໍ້ມູນຈາກເຈົ້າຂອງໂຄງການ ຫຼືບໍລິສັດພຽງແຕ່ຝ່າຍດຽວ, ຕ້ອງເພີ່ມທະວີບັນດາວຽກງານຄຸ້ມຄອງ ບັນດາໂຄງການໄຟຟ້າ, ບ່ອນໃດທີ່ໄດ້ມີການອະນຸຍາດໃຫ້ພັດທະນາກໍຕ້ອງມີການຄຸ້ມຄອງ, ຕິດຕາມ-ກວດກາ ໃຫ້ເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ, ຕ້ອງມີລະບຽບການ ແລະ ມາດຕະການລະອຽດຈະແຈ້ງ, ຂະນະຮັບຜິດຊອບ ແລະ ກະຊວງທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ ປະສານສົມທົບກັບແຂວງອັດຕະປື, ກໍຄືເມືອງສະໜາມໄຊ, ...

Read More »

ໄຟໄໜ້ຕະຫຼາດບ້ານແດນສະຫວັນ ເສຍຫາຍເບື້ອງຕົ້ນ 53 ຮ້ານ ມູນຄ່າ 4 ຕື້ກວ່າກີບ…

ການນໍາເມືອງເຊໂປນລົງເກັບກໍາຂໍ້ມູນ, ປະເມີນຄວາມເສຍຫາຍ ແລະ ຊອກວິທີແກ້ໄຂຜົນກະທົບ ຈາກເຫດການໄຟໄໜ້ຕະຫຼາດບ້ານແດນສະຫວັນ, ເມືອງເຊໂປນ,​ ແຂວງສະຫວັນນະເຂດ ໃນວັນທີ 28 ກໍລະກົດ 2020 ວ່າ: ຜ່ານການລົງເກັບກຳຂໍ້ມູນຄວາມເສຍຫາຍເບື້ອງຕົ້ນ ໃນເນື້ອທີ່ 8098 ຕາແມັດ ຮ້ານຄ້າທີ່ຮັບຜົນເສຍຫາຍເບື້ອງຕົ້ນຈຳນວນຈຳນວນ 53 ຮ້ານ ເຂົ້າມາລາຍງານແລ້ວ 30 ຮ້ານ ມູນຄ່າປະມານ 4.320.000.000 ກີບ, ຍັງບໍ່ທັນມາລາຍງານຄວາມເສຍຫາຍ ຈຳນວນ 23 ຮ້ານ.​ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ ໄດ້ຊີ້ນຳມອບໝາຍໜ້າທີ່ໃຫ້ຂະແໜງການທີ່ກ່ຽວຂ້ອງ, ປະສານສົບທົບອໍານາດການປົກຄອງບ້ານ, ດ່ານ ຕໍມໍ, ດ່ານພາສີ, ເຂດການຄ້າແດນສະຫວັນ, ລົງກວດກາ ແລະ ເກັບກຳຂໍ້ມູນ ປະເມີນຜົນເສຍຫາຍຈາກອັກຄີໄພ ຕະຫຼາດບ້ານແດນສະຫວັນ ເມືອງເຊໂປນ, ຊອກຫາຈັດສັນຕະຫຼາດຊົ່ວຄາວ ເພື່ອໃຫ້ປະຊາຊົນຄ້າຂາຍ ພືດ, ຜັກ, ອາຫານສົດ-ແຫ້ງ; ສຳລັບຮ້ານຄ້າຂາຍເສື້ອຜ້າ, ຂາຍສິນຄ້າອື່ນທີ່ຈຳເປັນຕ້ອງໄດ້ມີຫ້າງຮ້ານແໜ້ນໜາ ແມ່ນຈະໄດ້ຄົ້ນຄວ້າພາຍຫຼັງ, ສະຖານທີ່ ຕະຫຼາດຊົ່ວຄາວນັ້ນຕ້ອງມີໄຟຟ້າ, ນໍ້າໃຊ້, ຫ້ອງນ້ຳ, ມີຄວາມປອດໄພ, ສຳລັບ ສິ່ງເສດເຫຼືອ ...

Read More »

ລັດຖະບານລາວ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ກຸ່ມຄົນດ້ອຍໂອກາດ…

ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກປົກປ້ອງສັງຄົມ ໂດຍສະເພາະແມ່ນກຸ່ມຄົນດ້ອຍໂອກາດ ສະແດງອອກໃນໄລຍະຜ່ານມາ ສປປ ລາວ ໄດ້ເປັນພາຄີກັບປະຊາຄົມສາກົນ ແລະ ອາຊຽນ ໃນການຮັບຮອງ ແລະ ຈັດຕັ້ງປະຕິບັດ ບັນດາສົນທິສັນຍາ ແລະ ຂໍ້ແນະນໍາທີ່ພົວພັນເຖິງການປົກປ້ອງທາງສັງຄົມ ເປັນຕົ້ນຖະແຫລງການສາກົນວ່າດ້ວຍສິດທິມະນຸດ, 5 ໃນ 8 ສົນທິສັນຍາສິດທິພື້ນຖານຂອງແຮງງານ, ສົນທິສັນຍາສາກົນ ວ່າດ້ວຍສິດທິດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ຂໍ້ແນະນໍາຂອງອົງການແຮງງານສາກົນວ່າດ້ວຍ ການປົກປ້ອງສັງຄົມຂັ້ນພື້ນຖານ ສະບັບເລກທີ 202 ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ແລະ ຮັບຮອງຖະແຫລງການອາຊຽນວ່າດ້ວຍການເພີ່ມທະວີການປົກປ້ອງສັງຄົມ ແລະ ຖະແຫລງການອື່ນໆໃນຂອບອາຊຽນ. ພາບປະກອບຂ່າວເທົ່ານັ້ນ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຜ່ານວີດີໂອຄອນຟາເຣນ ຕໍ່ທ່ານ ນາງ ຊີຕາ ສໍາລິດ (SitaSumrit) ຫົວໜ້າພະແນກຫລຸດຜ່ອນຄວາມທຸກຍາກ ແລະ ບົດບາດຍິງ-ຊາຍ, ...

Read More »

ຖືກ ຫຼື ແພງ!!! ລາຄາວັກຊິນ Covid-19 ເທື່ອທຳອິດ ຕ້ອງສັກຄົນລະ 2 ເຂັມ…

ປັດຈຸບັນ, ມີການທົດລອງໃຊ້ວັກຊິນປ້ອງກັນ Covid-19 ຫຼາຍປະເທດ, ໃນນັ້ນ ບໍລິສັດ ໄບອອນເທັກ ປະເທດເຢຍລະມັນ ຮ່ວມກັບບໍລິສັດໄຟເຊີ ສະຫະລັດອາເມລິກາ ກໍໄດ້ພັດທະນາວັກຊິນເຂຊັ່ນດຽວກັນ ໂດຍເລື່ອງຮູບແບບຂອງການໃຊ້ງານ ແລະ ລາຄາ ວັກຊີນແຕ່ລະແບບທີ່ກຳລັງທົດສອບຢູ່ຕອນນີ້ໃຫ້ຜົນທີ່ໃກ້ຄຽງກັນ ໂດຍສ່ວນໃຫຍ່ຈະເຫັນຜົນວ່າມີລະດັບພູມຄຸ້ມກັນສູງພຽງພໍຫຼັງສັກວັກຊີນເຂັມທີ 2. ດ່ັ່ງນັ້ນ, ຈຶ່ງຄາດວ່າຕ້ອງສັກວັກຊີນຄົນລະ 2 ຄັ້ງ ຫ່າງກັນ 1 ເດືອນ ແລະ ເມື່ອບໍ່ດົນມານີ້ໄດ້ມີການເປີດເຜີຍຜົນການເຈລະຈາສຳຄັນທີ່ບົ່ງບອກເຖິງແນວໂນ້ມລາຄາຂອງວັກຊິນ ໂດຍລັດຖະບານສະຫະລັດອາເມລິກາໄດ້ຕົກລົງສັ່ງຊື້ວັກຊິນ ທີ່ພັດທະນາໂດຍບໍລິສັດ ໄບອອນເທັກ ປະເທດເຢຍລະມັນ ຮ່ວມກັບບໍລິສັດໄຟເຊີ ສະຫະລັດອາເມລິກາ ເປັນການກວດຈອງເຊື້ອວັກຊິນລ່ວງໜ້າ, ຫາກວັກຊິນປະສົບຄວາມສຳເລັດໄດ້ມີການລະບຸລາຄາຂອງວັກຊິນໄວ້ເລີຍ ໂດຍໄດ້ສັ່ງຊື້ວັກຊິນຈຳນວນ 100 ລ້ານເຂັມ (ສຳລັບສັກໃນຄົນ 50 ລ້ານຄົນ) ຢູ່ທີ່ລາຄາ 2,000 ລ້ານໂດລາສະຫະລັດ ເທົ່າກັບເຂັມລະ 20 ໂດລາສະຫະລັດ. ປະເມີນກັນຕອນນີ້ວ່າ ວັກຊິນປ້ອງກັນ Covid-19 ລາຄາເຂັມລະ 20 ໂດລາສະຫະລັດ ຫຼືເປັນເງິນກີບປະມານ 181,500ກີບ (ໄລ່ໃນລາຄາ 1 ໂດລາ 9,069 ກີບ) ເຊິ່ງໃນນັ້ນຕ້ອງສັກຄົນລະ ...

Read More »

ຍີ່ປຸ່ນຍ້າຍ 30 ບໍລິສັດຈາກຈີນເຂົ້າອາຊຽນ ໃນນັ້ນໄດ້ຍ້າຍ 15 ບໍລິສັດ ເຂົ້າຫວຽດນາມ…

ຍີ່ປຸ່ນສະໜັບສະໜຸນ 30 ບໍລິສັດ ຍ້າຍຖານຈາກຈີນເຂົ້າອາຊຽນ ໂດຍມີຂໍ້ມູນວ່າໄດ້ຍ້າຍເຂົ້າຫວຽດນາມຫຼາຍເຖິງ 15 ບໍລິສັດ, ສ່ວນບໍລິສັດທີ່ເຫຼືອອາດຈະຍ້າຍໄປປະເທດໄທ ຫຼື ມຽນມາ ໃນຂະນະທີ່ອີກ 57 ໂຄງການຈະຍ້າຍຖານກັບຍີ່ປຸ່ນ ປະເທດຍີ່ປຸ່ນ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຢູ່ຮ່າໂນ້ຍ ປະເທດຫວຽດນາມ ລາຍງານອ້າງອີງຂໍ້ມູນສື່ຕ່າງປະເທດວ່າ ອົງການສົ່ງເສີມການຄ້າຕ່າງປະເທດຂອງຍີ່ປຸ່ນ (Jetro) ລະບຸວ່າ ບໍລິສັດຂອງຍີ່ປຸ່ນ 15 ຈາກ 87 ລາຍການ ໄດ້ຮັບການສະນັບສະໜຸນຈາກລັດຖະບານ ໃນການຍ້າຍໂຮງງານໄປທີ່ຫວຽດນາມ. ໂດຍ Jetro ເຜີຍວ່າ ການຍ້າຍໂຮງງານດັ່ງກ່າວ ເພື່ອປັບປຸງຊ່ອງວ່າງໃນຕ່ອງໂສ້ອຸປະທານຂອງຍີ່ປຸ່ນທີ່ເກີດຈາກການແຜ່ລະບາດຂອງ COVID-19. ນອກຈາກນີ້, ໂຄງການຍ້າຍຖານການຜະລິດໄປອາຊີ ເພື່ອເສີມສ້າງຄວາມຮ່ວມມືທາງເສດຖະກິດ ແລະ ອຸດສາຫະກຳລະຫວ່າງຍີ່ປຸ່ນ ແລະ ປະເທດໃນອາຊຽນ. ໃນຂະນະທີ່ Bloomberg ລາຍງານວ່າ ລັດຖະບານຍີ່ປຸ່ນຈະຖ່າຍເງິນໃຫ້ແກ່ບໍລິສັດບາງແຫ່ງ ເພື່ອຍ້າຍໂຮງງານອອກຈາກປະເທດຈີນກັບໄປປະເທດຍີ່ປຸ່ນ ຫຼືປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ວັດຖຸູປະສົງເພື່ອປັບປຸງຕ່ອງໂສ້ອຸປະທານ ແລະ ຫຼຸດການເພິ່ງພາການຜະລິດໃນປະເທດຈີນອີກດ້ວຍ. Nikkei ລະບຸວ່າ ລັດຖະບານຍີ່ປຸ່ນຈະຖ່າຍເງິນທັງໝົດ 70,000 ລ້ານເຢນ (635 ລ້ານ ໂດລາສະຫະລັດ ໃຫ້ກັບ ...

Read More »