ຮ້ານເຄື່ອງສໍາອາງເກົາຫຼີໃຕ້ມີຄວາມຄິດໃຫ້ລູກຄ້າລອງສິນຄ້າຜ່ານ ‘ແວ່ນ AR’ ສ້າງປະສົບການຊື້ເຄື່ອງຍຸກ Touchless

ໃນສະຖານະການແບບນີ້ການຈະຢິບຈັບ ຫຼື ສໍາຜັດຫຍັງກໍຕ້ອງລະມັດລະວັງເປັນພິເສດດັ່ງນັ້ນເພື່ອແກ້ໂຈດນີ້ທາງຮ້ານເຄື່ອງສໍາອາງຂອງເກົາລີໃຕ້ແຫ່ງໜຶ່ງໃນກຸງໂຊຢ່າງຮ້ານ Amorepacific ຈຶງເກີດໄອເດຍນໍາເທດໂນໂລຍີ AR (Augmented reality) ມາຕິດຕັ້ງໃນແວ່ນໃຫ້ລູກຄ້າໄດ້ລອງສິນຄ້າແບບບໍ່ຈໍາເປັນຕ້ອງນໍາມາສໍາຜັດກັບໃບໜ້າຂອງຕົນເອງ.


ແວ່ນ AR ນີ້ຈະຊ່ວຍໃຫ້ເລືອກເຄື່ອງສໍາອາງໄດ້ຈາກຈໍແວ່ນໂດຍຈະຖ່າຍໃບໜ້າຂອງລູກຄ້າ ແລະ ວິເຄາະແນະນໍາສິນຄ້າທີ່ມີພື້ນຖານມາຈາກຜິວ ແລະ ລະບຸຕໍາແໜ່ງຂອງຮອຍຕ່າງໆທັງຮອຍສິວ, ຮອບຫ່ຽວ ຫຼື ຮອບຄໍ້າ ຈາກນັ້ນຈະສະແດງພາບຈໍາລອງຕົວຈິງໃຫ້ລູກຄ້າສາມາດເຫັນພາບໄດ້ວ່າເມື່ອລູກຄ້າໃຊ້ສິນຄ້າທີ່ເລືອກແລະຈະເປັນແນວໃດ ເໝາະກັບລູກຄ້າ ຫຼື ບໍ່ ແມ້ລູກຄ້າໃສໜ້າກາກໄວ້ກໍຕາມ.

GLENDALE, CA – SEPTEMBER 28: A view of the atmosphere at ‘Riley Rose celebrates store opening at Glendale Galleria with Jordyn Woods’ on September 28, 2017 in Glendale, California. (Photo by Emma McIntyre/Getty Images for Riley Rose )


ນອກຈາກນີ້ ທາງຮ້ານຍັງໄດ້ໃສ່ QR Code ໄວ້ທີ່ຜະລິດຕະພັນທຸກຢ່າງເພື່ອໃຫ້ລູກຄ້າສາມາດຕວດສອບລາຍລະອຽດສິນຄ້າຜ່ານໂທລະສັບຂອງຕົນ ແທນການສອບຖາມຈາກພະນັກງານຮ້ານ ເຊິ່ງຊ່ວຍລົດການເຂົ້າໃກ້ ອລະ ສື່ສານກັບຄົນອື່ນໆໄດ້.


ເຖິງລູກຄ້າຈະມີການຈົ່ມວ່າ ເສຍດາຍທີ່ບໍ່ໄດ້ລອງເຄື່ອງສໍາອາງໃສ່ໜ້າຂອງຕົນເອງ ແຕ່ຫຼາຍຄົນກໍຄິດວ່າວິທີນີ້ສະດວກ ວ່ອງໄວ ທີ່ສໍາຄັນຄື ລົດຄວາມສ່ຽງຈາກການແພ່ລະບາດຂອງໄວຣັສ COVID-19 ອີກດ້ວຍ.

ແຫຼ່ງຂໍ້ມູນ: Marketing Oops

Comments