ໃນໄລຍະທີ່ຄໍາກໍາລັງຢູ່ໃນຊ່ວງຂາຂຶ້ນແບບນີ້ ມາສໍາຫຼວດເປັນທຶນສຳຮອງໃນແຕ່ລະປະເທດວ່າປະເທດໃດມີຄໍາສໍາຮອງຫຼາຍທີ່ສຸດໃນ 10 ປະເທດທໍາອິດ. ຈາກຜົນສໍາຫຼວດ ແລະ ການຈັດອັນດັບ ຄໍາສໍາຮອງຈາກ World Gold Council ຫຼ້າສຸດ ປີ 2019 ພົບວ່າ ປະເທດທີ່ມີການຖືຄອງຄໍາສໍາຮອງຫຼາຍທີ່ສຸດໃນໂລກຍັງແມ່ນ: ອັນດັບ 1 ສະຫະລັດອາເມລິກາ ມີຄຳເປັນທຶນສຳຮອງ ຈໍານວນ 8.133,5 ຕັນ, ເຊິ່ງຈໍານວນຄໍາສໍາຮອງນີ້ ຫຼາຍກວ່າ 3 ອັນດັບຕໍ່ໄປລວມກັນ ໂດຍຄໍາສ່ວນໃຫຍ່ຂອງສະຫະລັດອາເມລິກາຈະຖືກເກັບໄວ້ທີ່ Fort Knox ແຫຼ່ງເກັບຄຳຂອງສະຫະລັດອາເມລິກາທີ່ໃຫຍ່ທີ່ສຸດໃນໂລກ ຕັ້ງຢູ່ທາງຕອນເໜືອຂອງລັດ Kentucky ນອກຈາກນັ້ນ ຍັງມີບ່ອນອື່ນໆເຊັ່ນ: Philadelphia Mint, Denver Mint, ສໍານັກງານ San Francisco Assay ແລະ West Point Bullion Deposit ເປັນຕົ້ນ. ອັນດັບ 2 ປະເທດເຢຍລະມັນ ມີຄຳເປັນທຶນສຳຮອງ ຈໍານວນ 3.366,8 ຕັນ. ໃນປີ 2017 ເຢຍລະມັນຍ້າຍຄໍາ 674 ...
Read More »General
ກອງປະຊຸມປຶກສາວຽກງານຄົນເຊື້ອຊາດລາວ ຢູ່ຕ່າງປະເທດ
ໃນວັນທີ 3 ສີງຫາ 2020 ຢູ່ສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໄດ້ຈັດກອງປະຊຸມຂຶ້ນ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຮສ.ດຣ ສົມອົກ ກິ່ງສະດາ, ຮອງປະທານ ສູນກາງແນວລາວສ້າງຊາດ, ທ່ານ ຫຽມ ພົມມະຈັນ ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍຄະນະເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫລຸບການເຄື່ອນໄຫວຂອງຄະນະທີ່ປືກສາຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ, ຜ່ານຮ່າງບົດປະກອບຄໍາເຫັນ ຕໍ່ກອງປະຊຸມຄົບຄະນະທົ່ວປະເທດ ຄັ້ງທີ 5 ສະໄໜທີ X ແລະ ການຈັດຕັ້ງຜັນຂະຫຍາຍແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 29/ຫສພ ລົງວັນທີ 21 ພະຈິກ 2019 ວ່າດ້ວຍທິດຊີ້ນໍາຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດໃນໄລຍະໄໜ່. ແຫຼ່ງຂໍ້ມູນ:ຂປລ
Read More »ດ່ວນ!!! ສາງສິນຄ້າໃນຈີນ ພັງລົງເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ
ເກີດເຫດສາງສິນຄ້າ ພັງລົງ ໃນເມືອງຮາບິນ ມົນທົນເຮີຍຫລົງຈຽງ ທາງຕາເວັນອອກສ່ຽງເໜືອຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດ ໃນເບື້ອງຕົ້ນ 4 ຄົນ ແລະ ມີຜູ້ເຄາະຮ້າຍ 9 ຄົນ ຕິດຢູ່ຊາກອາຄານ ທີ່ເປັນຂອງບໍລິສັດ ຜະລິດອາຫານແຫ່ງໜຶ່ງ ໃນເຂດເຕົ່າລີ່. ເຫດການດັ່ງກ່າວ ເກີດຂຶ້ນ ເມື່ອບໍ່ດົນມານີ້. ປັດຈຸບັນ ເຈົ້າໜ້າທີ່ ກູ້ໄພກວ່າ 350 ຄົນ ພວມລະດົມກຳລັງ ຄົ້ນຫາຜູ້ສູນຫາຍ. ສ່ວນເຈົ້າຂອງສາງສິນຄ້າ ຖືກເຈົ້າໜ້າທີ່ ຕຳຫລວດ ຄວບຄຸມຕົວເອົາໄວ້ ແລະ ຢູ່ລະຫວ່າງການສືບສວນ ສອບສວນ. ແຫຼ່ງຂໍ້ມູນ: ChinaNews.co
Read More »ການປ່ອຍເນື້ອໃນທີ່ບໍ່ອະນຸຍາດ ໂດຍເຜີຍແຜ່ຜ່ານອິນເຕີເນັດ ອາດຕິດຄຸກໄດ້…
ກະຊວງໄປສະນີໂທລະຄົມມະນາຄົມ ແລະ ສື່ສານ ແຈ້ງໃຫ້ຮູ້ວ່າ: ການຫຼິ້ນອິນເຕີເນັດ ຫຼືສື່ສັງຄົມອອນລາຍ ມີທັງປະໂຫຍດ ແລະ ໂທດ, ຖ້າຮ້າຍແຮງອາດສ່ຽງເຖິງຂັ້ນຕິດຄຸກ ເຊັ່ນການປ່ອຍຂ່າວ ຫຼືເນື້ອໃນທີ່ບໍ່ອະນຸຍາດຕາມການລະບຸໄວ້ໃນມາດຕາ 10 ຂອງດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານທາງອິນເຕີເນັດ (ດຳລັດ 327/ລບ). ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດໃນມາດຕາທີ 10 ປະກອບມີເນື້ອໃນທີ່ມີລັກສະນະຕົວະຍົວະ, ຫຼອກລວງ ຫຼືຊວນເຊື່ອປະຊາຊົນ ຢູ່ທັງທັງພາຍໃນ ແລະ ຕ່າງປະເທດໃນການຕໍ່່ຕ້ານພັກ ແລະ ລັດ ຫຼືມ້າງເພສັັນຕິພາບ, ຄວາມເປັນເອກະລລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ວັດທະນາຖາວອນ, ເນື້ອໃນທີ່ມີລັກສະນະຍຸຍົງ ແລະ ສົ່ງເສີມການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ຄາດຕະກຳ ແລະ ປັ່ນປ່ວນຕໍ່ສັງຄົມ. ພາບປະກອບເທົ່ານັ້ນ ນອກຈາກນັ້ນ, ຍັງຫ້າມໂຄສະນາບິດເບືອນຄວາມຈິງ ແລະ ປ່າວຂາວອະກຸສົນ ເພື່ອສ້າງຄວາມແບ່ງແຍກ ລະຫວ່າງຊົນເຜົ່າ ຫຼືລະຫວ່າງຊາດ, ຫ້າມເຜີຍແຜ່ຮູບພາບລາມົກ, ຮູບຕັດຕໍ່່ ແລະ ຮູບພາບອື່ນໆ ທີ່ກົດໝາຍລາວຫ້າມ ຫຼືແຕະຕ້ອງຮີດຄອງປະເພນີອັນດີງາມຂອງຊາດ, ເຜີຍແຜ່ຄວາມລັບຂອງຊາດ, ທາງການທະຫານ ຫຼືຄວາມລັບດ້ານອື່ນ ທີ່ກຳນົດໄວ້ໃນລະບຽບກົດໝາຍຂອງປະເທດລາວ ແລະ ອື່ນໆ. ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: ...
Read More »ລັດເຊຍ ແລະ ຈີນ ເລີ່ມຢຸດໃຊ້ເງິນ ໂດລາ…
ລັດເຊຍ ແລະ ຈີນ ເລີ່ມທີ່ຈະຕີຕົວອອກຈາກການເພິ່ງພາເງິນໂດລາສະຫະລັດມາຫຼາຍປີແລ້ວ ແຕ່ເລີ່ມຊັດເຈນຂຶ້ນໃນໄລຍະຫຼັງ, ຈາກການລາຍງານຂອງສຳນັກຂ່າວ RT ພົບວ່າ ໃນໄຕມາດທຳອິດຂອງປີ 2020 ສ່ວນແບ່ງຂອງເງິນໂດລາໃນການຄ້າລະຫວ່າງປະເທດຫຼຸດລົງຕໍ່າກວ່າ 50% ເປັນຄັ້ງທຳອິດ. ຖ້າທຽບກັບ 4 ປີ ຜ່ານມາ ເງິນໂດລາມີສັດສ່ວນຫຼາຍກວ່າ 90% ຂອງການເຮັດທຸລະກຳ ແລະ ທຸລະກິດ ລະຫວ່າງ ລັດເຊຍ-ຈີນ. ໜັງສືພິມ Izvestia ຂອງລັດເຊຍລາຍງານວ່າ ສັດສ່ວນການໃຊ້ເງິນໂດລາຫຼຸດລົງເຫຼືອ 46% ໃນຕອນນີ້ ໂດຍຫຼຸດລົງຈາກ 75% ໃນປີ 2018, ສ່ວນການຊຳລະເງິນທາງການຄ້າໃນຕອນນີ້ແມ່ນໃຊ້ເງິນສະກຸນອື່ນຫຼາຍຂຶ້ນເຖິງ 54% ໂດຍໃນຈຳນວນນີ້ ໃຊ້ເງິນຢວນຂອງຈີນປະມານ 17 %, ເງິນ ຢູໂຣ 30% ແລະ ເງິນຣູເບິນອຂອງລັດເຊຍ 7%. ສາເຫດທີ່ການໃຊ້ເງິນໂດລາຫຼຸດລົງກໍເພາະສົງຄາມການຄ້າລະຫວ່າງຈີນກັບສະຫະລັດອາເມລິກາ ແລະ ຍັງມີໂອກາດທີ່ສະຫະລັດຈະໃຊ້ສະກຸນເງິນເປັນອາວຸດໂຈມຕີປະເທດຄູ່ກໍລະນີ. ໃນເດືອນ ມັງກອນ ປີ 2020 ເຊີເກ ລາຟຣອຟ ລັດຖະມົນຕີປະເທດລັດເຊຍກ່າວວ່າ: ລັດເຊຍຍັງຈະມີນະໂບບາຍຫຼຸດການໃຊ້ເງິນໂດລາລົງ ແລະ ຈະຫາທາງໃຊ້ສະກຸນເງິນທ້ອງຖິ່ນໃຫ້ຫຼາຍທີ່ສຸດ. ພ້ອມກັນນັ້ນ, ...
Read More »ທູດລາວ ປະຈຳ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ການນຳແຂວງ ເຊິນລາ ແລະ ແຂວງດ້ຽນບຽນ
ໃນວັນທີ 28 ກໍລະກົດ – 01 ສິງຫາ 2020 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ການນຳແຂວຽເຊິນລາ ແລະ ແຂວງດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ຟາມວັນຖຸຍ ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊິນລາ ແລະ ທ່ານ ມົວອາເຊິນ ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງດ້ຽນບຽນ ທີ່ຫ້ອງວ່າການປົກຄອງແຂວງຂອງແຕ່ລະແຂວງ. ການນຳທັງສອງແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ, ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ຫວຽດນາມ-ລາວ ກໍ່ຄືການຮ່ວມມື ລະຫວ່າງ ...
Read More »ຟີລິບປິນ ປະກາດໃຊ້ມາດຕະການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ
ຕາມແຫລ່ງຂ່າວຈາກ ຟີລິບປິນ,ທ່ານ ໂຣດຣີໂກ ດູເຕີເຕ, ປະທານາທິບໍດີ ຟີລິບປິນ ປະກາດ ໃຫ້ນະຄອນຫລວງ ມະນິລາ ແລະ ແຂວງໃກ້ຄຽງອີກ 4 ແຂວງ ກັບມາໃຊ້ ມາດຕະການ ຄວບຄຸມ ພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ເປັນໄລຍະເວລາ 14 ວັນ ເລີ່ມແຕ່ວັນທີ 4ສິງຫານີ້ ເປັນຕົ້ນໄປ ຫລັງຈາກ ຍອດຜູ້ຕິດເຊື້ອ ໂຄວິດ-19 ໃນປະເທດ ເພີ່ມຂຶ້ນເກີນ 100.000 ຄົນ. ການອອກຄຳສັ່ງ ດັ່ງກ່າວ ມີຂຶ້ນຫລັງຈາກ ກະຊວງ ສາທາລະນະສຸກ ເປີດເຜີຍ ຍອດຜູ້ຕິດເຊື້ອ ລາຍໃໝ່ ຢູ່ທີ່ 5.032 ຄົນ ເຊິ່ງເປັນສະຖິຕິ ການພົບ ຜູ້ຕິດເຊື້ອ ລາຍວັນ ສູງທີ່ສຸດ ຂອງປະເທດ ໂດຍຜູ້ຕິດເຊື້ອ ກວ່າເຄິ່ງໜຶ່ງ ຫລື 2.737 ຄົນ ຢູ່ໃນເຂດ ເມໂທຣ ມະນິລາ. ແຫຼ່ງຂໍ້ມູນ: “https://www.facebook.com/plugins/post.php?
Read More »ອາເມລິກາ ພົບໂຣກລະບາດ ຊາລໂມເນລລາ (Salmonella) ລະບາດ 34 ລັັດ…
ໃນຂະນະທີ່ Covid-19 ກຳລັງລະບາດໜັກຢູ່ໃນສະຫະລັດອາເມລິກາ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈຳນວນຫຼາຍ ເປັນອັນດັບທີ 1 ຂອງໂລກ, ຫຼ້າສຸດ ອາເມລິກາພົບເຊື້ອພະຍາດ ຊາລໂມເນລລາ (Salmonella) ເຊິ່ງເປັນພະຍາດຕິດເຊື້ອຈາກແບັດທີເຣຍ. ສຳນັກງານຄະນະກົມອາຫານ ແລະ ຢາ ຂອງອາເມລິກາກ່າວວ່າ: ພົບຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວໃນ 34 ລັດ ໂດຍ ລັດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໄດ້ແກ່ ລັດໂອເຣກອນ ມີຈຳນວນຜູ້ປ່ວຍ 71 ກໍລະນີ, ຢູທາຫ໌ 61 ກໍລະນີ ແລະ ແຄລິຟໍເນຍ 49 ກໍລະນີ, ໂດຍລວມແລ້ວສະຫະລັດອາເມລິກາມີຜູ້ປ່ວຍເຖິງ 396 ກໍລະນີ ແລະ ຜູ້ປ່ວຍທີ່ຕ້ອງຮັບການຮັກສາຢູ່ໂຮງໝໍມີ 59 ຄົນ. ນອກຈາກອາເມລິກາແລ້ວ ແຄນນາດາຍັງຖືກລູກຫຼົງໄປນຳ ເພາະສຳນັກງານສາທາລະນະສຸກຂອງແຄນນາດາລາຍງານວ່າ: ພົບຜູ້ຕິດເຊື້ອພະຍາດ ຊາລໂມເນລລາ (Salmonella) ຈຳນວນ 114 ກໍລະນີ ແລະ ບໍ່ຕໍ່າກ່ວາ 16 ຄົນ ທີ່ຕ້ອງໄດ້ເຂົ້າຮັບການຮັກສາຢູ່ໂຮງໝໍ. ຈາກການກວດສອບສາເຫດຂອງເຊື້ອພະຍາດພົບວ່າ ຫົວຜັກບົ່ວແດງທີ່ປູກໃນລັດແຄລິຟໍເນຍ ອາດຈະເປັນຕົ້ນເຫດການລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍ ຕົ້ນທາງມາຈາກ ...
Read More »ທູຊອນ ຈາກໝາຫຼົງທາງສູ່ພະນັກງານໃໝ່ຂອງ ຮຸນໄດ (Hyundai)
ຈາກວິກິດ Covid-19 ເຮັດໃຫ້ສັດລ້ຽງຖືກປ່ອຍຖິ້ມ ເຊິ່ງໝາໂຕນີ້ກໍເຊັ່ນດຽວກັນ ມັນມີອາຍຸ 1 ປີ ໂດຍມັນຖືກເຈົ້າເອົາມາປ່ອຍໄວ້ຢູ່ຖະໜົນໃນເມືອງເຊີຣາ ປະເທດບຣາຊິວ. ຈາກນັ້ນ ມີພະນັກງານຄົນໜຶ່ງ ຂອງສູນ Show room ລົດ Hyundai ພາໄປໄວ້ສູນ ໂດຍໄດ້ຕັ້ງຊື້ໃໝ່ໃຫ້ວ່າ ທູຊອນ (Tucson) ແລະ ພະນັກງານທຸກຄົນຊ່ວຍກັນລ້ຽງ, ຊື້ເຄື່ອງຫຼິ້ນໃຫ້ ພ້ອມທັງພາໄປພົບສັດຕະວະແພດ ທູຊອນ ປັບຕົວເຂົ້າສູ່ສະພາບແວດລ້ອມພະນັກງານ ແລະ ລູກຄ້າຂອງບໍລິສັດ Hyundai ເປັນຢ່າງດີ, ມັນເຮັດໂຕສຸພາບຮຽບຮ້ອຍ ແລະ ບໍ່ມັກສ້າງບັນຫາ ພ້ອມທັງຍັງສະຫຼາດໃນການຕ້ອນຮັບລູກຄ້າຢ່າງເປັນມິດ ເຮັດໃຫ້ ທູຊອນ ໄດ້ຮັບຄວາມຮັກຈາກທຸກຄົນ ຄວາມພັກດີມີ service mind ແລະ ຄວາມໜ້າຮັກຂອງ ທູຊອນ ເຮັດໃຫ້ຜູ້ຈັດການຕັດສິນໃຈບັນຈຸທູຊອນ ໃຫ້ເປັນພະນັກງານໃມ່ຂອງ Hyundai ພ້ອມທັງເຮັດບັດປະຈຳໂຕພະນັກງານໃຫ້ອີກດ້ວຍ ເຊິ່ງທູຊອນ ເຮັດໜ້າທີ່ໄດ້ທຸກຢ່າງ ທັງພະນັກງານຕ້ອນຮັບ,ລູກຄ້າສຳພັນ ແລະ ບໍລິການລູກຄ້າຕ່າງໆ ແຫຼ່ງຂໍ້ມູນ: Marketing Oops
Read More »ຢູເອັນ ເຕືອນໂລກພວມຮັບມືກັບໄພພິບັດດ້ານການສຶກສາ…
ຕາມແຫລ່ງຂ່າວຈາກ ສະຫະປະຊາຊາດ ໃນວັນທີ 4 ສິງຫານີ້ ທ່ານ ອັນໂຕນີໂອ ກູແຕເຣສ, ເລຂາທິການສະຫະປະຊາຊາດ(ສປຊກ່າວເຕືອນວ່າ: ໂລກ ພວມຮັບມືກັບໄພພິບັດ ດ້ານການສຶກສາຈາກການປິດໂຮງຮຽນ ໃນໄລຍະ Covid-19 ແຜ່ລະບາດ ແລະ ການໃຫ້ນັກຮຽນ ໄດ້ກັບຄືນສູ່ ຫ້ອງຮຽນ ຢ່າງປອດໄພ ຄືສິ່ງທີ່ສຳຄັນອັນດັບແຖວໜ້າ. ຈົນເຖິງ ກາງເດືອນກໍລະກົດ ມີໂຮງຮຽນ ຕ້ອງປິດແລ້ວຈຳນວນ 160 ກວ່າປະເທດ ສົ່ງຜົນກະທົບຕໍ່ນັກຮຽນຫລາຍກວ່າ 1.000 ລ້ານຄົນ ໃນຂະນະທີ່ ເດັກນ້ອຍບໍ່ຕໍ່າກ່ວາ 40 ລ້ານຄົນ ຍັງບໍ່ໄດ້ເຂົ້າຮຽນ ໃນຊັ້ນກ່ອນໄວຮຽນ. ຕົວເລກດັ່ງກ່າວ ບໍ່ໄດ້ລວມເດັກອີກ 250 ລ້ານກວ່າຄົນ ທີ່ບໍ່ໄດ້ຮຽນຢູ່ກ່ອນແລ້ວ ຕັ້ງແຕ່ກ່ອນ ຈະເກີດການລະບາດ Covid-19 ແລະ ມີນັກຮຽນລະດັບມັດທະຍົມໃນປະເທດ ພວມພັດທະນາພຽງ 1/4 ເທົ່ານັ້ນ ທີ່ໄດ້ຮຽນຈົບມີທັກສະພື້ນຖານ ກ່ອນອອກຈາກໂຮງຮຽນ. ທ່ານ ເລຂາທິການ ສປຊ ກ່າວຕື່ມວ່າ: ໂລກພວມພົບກັບໄພພິບັດໃຫຍ່ ທີ່ອາດທຳລາຍຂີດຄວາມສາມາດ ຂອງມະນຸດ ເປັນບ່ອນທຳລາຍຄວາມກ້າວໜ້າໄປຫລາຍສິບປີ ແລະ ...
Read More »