General

ບຣາຊິວ ເດີນໜ້າຮັບນັກທ່ອງທ່ຽວ ເຖິງຈະເປັນປະເທດຜູ້ຕິດເຊື້ອ Covid-19 ອັນດັບທີ 2 ຂອງໂລກ …

ທາງການບຣາຊິວເປີດການສັນຈອນທາງອາກາດລະຫວ່າງປະເທດ ຮັບນັກທ່ອງທ່ຽວຕ່າງປະເທດ ເຖິງແມ່ນວ່າຜູ້ຕິດເຊື້ອ Covid-19 ຍັງພຸ່ງຂຶ້ນສູງເປັນອັນດັບ 2 ຂອງໂລກ. ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທາງການບຣາຊິວ ເປີດນ່ານຟ້າຮັບນັກທ່ອງທ່ຽວຕ່າງປະເທດເຂົ້າປະເທດ ນັບຕັ້ງແຕ່ວັນທີ 29 ກໍລະກົດຜ່ານມາ ຫຼັງຈາກທີ່ໄດ້ຫ້າມທ້ຽວບິນພານິດເຂົ້າປະເທດຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ. ພາຍໃຕ້ກົດໝາຍສະບັບໃໝ່ນີ້ ບຣາຊິວເປີດພົມແດນຮັບນັກທ່ອງທ່ຽວຮັບນັກທ່ອງທ່ຽວຈາກທຸກປະເທດ ໂດຍຕ້ອງມີປະກັນສຸຂະພາບຄວບຄຸມຕະຫຼອດໄລຍະເວລາທີ່ທ່ອງທ່ຽວຢູ່ໃນບຣາຊິວ, ແຕ່ນອກຈາກຂໍ້ກຳນົດດັ່ງກ່າວທາງການບຣາຊິວບໍ່ໄດ້ເປີດເຜີຍລາຍລະອຽດ ໃນການຕັດສິນໃຈ ເປີດພົມແດນທ່າມກາງການລະບາດຢ່າງໜັກຂອງ Covid-19. ເຖິງຢ່າງໃດກໍຕາມ ເຖິງວ່າບຣາຊິວຈະເປີດຮັບນັກທ່ອງທ່ຽວຈາກທຸກປະເທດ, ແຕ່ຫຼາຍປະເທດສ່ວນໃຫຍ່ຍັງບໍ່ໄດ້ເປີດຮັບນັກທ່ອງທ່ຽວຈາກບຣາຊິວ ເນື່ອງຈາກບຣາຊິວ ເປັນພື້ນທີ່ລະບາດໜັກ. ໃນປັດຈຸບັນ, ບຣາຊິວ ມີຜູ້ຕິດເຊື້ອ Covid-19 ຫຼາຍທີ່ສຸດເປັນອັນດັບທີ 2 ຂອງໂລກ ຮອງຈາກສະຫະລັດອາເມລິກາ ໂດຍຕົວເລກຜູ້ຕິດເຊື້ອສະສົມ ໃນວັນທີ 30 ກໍລະກົດ ຜ່ານມາ ມີທັງໝົດ 2,555,518 ກໍລະນີ ແລະ ຍັງພົບຜູ້ຕິດເຊື້ອທຳລາຍສະຖິຕິລາຍວັນ. ພ້ອມກັນນັ້ນ, ປະເທດເພື່ອນບ້ານຂອງ ບຣາຊິວ ທີ່ມີການລະບາດນ້ອຍກ່ວາບຣາຊິວ ຍັງປິດນ່ານຟ້າ. ແຫຼ່ງຂໍ້ມູນ:​ Posttoday

Read More »

ບຣາຊິວ ເດີນໜ້າຮັບນັກທ້ອງທ່ຽວ ເຖິງຈະເປັນປະເທດຜູ້ຕິດເຊື້ອ Covid-19 ອັນດັບທີ 2 ຂອງໂລກ …

ທາງການບຣາຊິວເປີດການສັນຈອນທາງອາກາດລະຫວ່າງປະເທດ ຮັບນັກທ່ອງທ່ຽວຕ່າງປະເທດ ເຖິງແມ່ນວ່າຜູ້ຕິດເຊື້ອ Covid-19 ຍັງພຸ່ງຂຶ້ນສູງເປັນອັນດັບ 2 ຂອງໂລກ. ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທາງການບຣາຊິວ ເປີດນ່ານຟ້າຮັບນັກທ່ອງທ່ຽວຕ່າງປະເທດເຂົ້າປະເທດ ນັບຕັ້ງແຕ່ວັນທີ 29 ກໍລະກົດຜ່ານມາ ຫຼັງຈາກທີ່ໄດ້ຫ້າມທ້ຽວບິນພານິດເຂົ້າປະເທດຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ. ພາຍໃຕ້ກົດໝາຍສະບັບໃໝ່ນີ້ ບຣາຊິວເປີດພົມແດນຮັບນັກທ່ອງທ່ຽວຮັບນັກທ່ອງທ່ຽວຈາກທຸກປະເທດ ໂດຍຕ້ອງມີປະກັນສຸຂະພາບຄວບຄຸມຕະຫຼອດໄລຍະເວລາທີ່ທ່ອງທ່ຽວຢູ່ໃນບຣາຊິວ, ແຕ່ນອກຈາກຂໍ້ກຳນົດດັ່ງກ່າວທາງການບຣາຊິວບໍ່ໄດ້ເປີດເຜີຍລາຍລະອຽດ ໃນການຕັດສິນໃຈ ເປີດພົມແດນທ່າມກາງການລະບາດຢ່າງໜັກຂອງ Covid-19. ເຖິງຢ່າງໃດກໍຕາມ ເຖິງວ່າບຣາຊິວຈະເປີດຮັບນັກທ່ອງທ່ຽວຈາກທຸກປະເທດ, ແຕ່ຫຼາຍປະເທດສ່ວນໃຫຍ່ຍັງບໍ່ໄດ້ເປີດຮັບນັກທ່ອງທ່ຽວຈາກບຣາຊິວ ເນື່ອງຈາກບຣາຊິວ ເປັນພື້ນທີ່ລະບາດໜັກ. ໃນປັດຈຸບັນ, ບຣາຊິວ ມີຜູ້ຕິດເຊື້ອ Covid-19 ຫຼາຍທີ່ສຸດເປັນອັນດັບທີ 2 ຂອງໂລກ ຮອງຈາກສະຫະລັດອາເມລິກາ ໂດຍຕົວເລກຜູ້ຕິດເຊື້ອສະສົມ ໃນວັນທີ 30 ກໍລະກົດ ຜ່ານມາ ມີທັງໝົດ 2,555,518 ກໍລະນີ ແລະ ຍັງພົບຜູ້ຕິດເຊື້ອທຳລາຍສະຖິຕິລາຍວັນ. ພ້ອມກັນນັ້ນ, ປະເທດເພື່ອນບ້ານຂອງ ບຣາຊິວ ທີ່ມີການລະບາດນ້ອຍກ່ວາບຣາຊິວ ຍັງປິດນ່ານຟ້າ. ແຫຼ່ງຂໍ້ມູນ:​ Posttoday

Read More »

ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ຊີ້ນໍາໃຫ້ພັດທະນາຕະຫຼາດທຶນ ກ້າວສູ່ຄວາມເຂັ້ມແຂງ

ຂປລ. ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 31 ກໍລະກົດ 2020 ທີ່ສຳນັກງານ ຄຄຊ (ສ.ຄຄຊ) ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ; ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານ ຄຄຊ-ຜູ້ປະຈຳການ; ບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ພາກສ່ວນກ່ຽວຂ້ອງ. Health workers wearing protective clothing are pictured at a makeshift rapid testing centre for the ...

Read More »

ຫວຽດນາມ ພົບເຊື້ອ Covid-19 ທີ່ຕິດຕໍ່ກັນ ແບບທີ່ບໍ່ເຄີຍພົບມາກ່ອນ…

“ການລະບາດຂອງເຊື້ອໄວຣັສ Covid-19 ນັ້ນສົ່ງຜົນກະທົບຕໍ່ຄົນທັງໂລກ ແລະ ຍັງຄົງແພ່ລະບາດຢ່າງຕໍ່ເນື່ອງ ເຮັດໃຫ້ມີຍອດຜູ້ຕິດເຊື້ອເພິ່ມຂຶ້ນ ແລະ ທີ່ໜ້າເປັນຫ່ວງລ່າສຸດມີລາຍງານວ່າ ຫວຽດນາມພົບຜູ້ຕິດເຊື້ອ Covid-19 ສາຍພັນໃໝ່ທີ່ບໍ່ເຄີຍພົບມາກ່ອນ” ການແພ່ລະບາດຂອງ Covid-19 ໃນຫວຽດນາມກໍາລັງເປັນທີ່ກັງວົນ ເພາະກ່ອນໜ້ານີ້ເກືອບ 100 ວັນ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອລາຍໃໝ່ແຕ່ວ່າພໍມີຜູ້ຕິດເຊື້ອ ກໍພົບຜູ້ຕິດເຊື້ອເພີ່ມຢ່າງຕໍ່ເນື່ອງ. ຫຼ້າສຸດທາງດ້ານສະຖານກົງສຸນໃຫຍ່ທີ່ ເມືອງໂຮຈິມິນ ລາຍງານສະຖານະການການແພ່ລະບາດຂອງ Covid-19 ໃນເຂດກົງສຸນ ສະຖານະເວລາ 16:00 ໂມງ ວັນທີ 30 ກໍລະກົດ 2020 ໄດ້ໃຫ້ຂໍ້ມູນວ່າ ຫວຽດນາມພົບຜູ້ຕິດເຊື້ຶອ Covid-19 ລາຍໃໝ່ລະຫວ່າງວັນທີ 24-30 ກໍລະກົດ 2020 ຈໍານວນ 43 ຄົນ ໂດຍທັງໝົດໄດ້ຮັບເຊື້ຶອສາຍພັນທີ່ບໍ່ເຄີຍມີການກວດພົບໃນຫວຽດນາມດັ່ງນີ້: ຜູ້ຕິດເຊື້ອ ໃນເມືອງດານັງ 33 ຄົນຜູ້ຕິດເຊື້ອ ໃນແຂວງກວາງຫງາຍ 2 ຄົນຜູ້ຕິດເຊື້ອ ໃນແຂວງກວາງນາມ 3 ຄົນຜູ້ຕິດເຊື້ອ ໃນເມືອງໂຮຈິມິນ ທີ່ໄດ້ຮັບເຊື້ອຈາກເມືອງດານັງ 2 ຄົນຜູ້ຕິດເຊື້ອໃນ ຮ່າໂນ້ຍ 2 ຄົນຜູ້ຕິດເຊື້ອ ໃນແຂວງດັງກລັກ ...

Read More »

ລັດຖະບານສືບຕໍ່່ມາດຕະການຕ້ານພະຍາດ Covid-19 ອອກໄປອີກ 1 ເດືອນ…

ລັດຖະບານສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 ໄປອີກ 1 ເດືອນ ເພາະເຫັນວ່າຍັງມີຄວາມສ່ຽງໃນການນໍາເຂົ້າເຊື້ອພະຍາດດັ່ງກ່າວ ຈາກການເດີນທາງ ເຂົ້າ-ອອກ ນັບຕັ້ງແຕ່ວັນທີ 01-3 ສິງຫາ 2020 ເພື່ອປ້ອງກັນບໍ່ໃຫ້ມີການພົບຜູ້ຕິດເຊື້ອຮອບ 2. ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຕາງໜ້າໃຫ້ລັດຖະບານລາວ ຖະແຫຼງຂ່າວໃນຕອນບ່າຍຂອງວັນທີ 30 ກໍລະກົດ ຜ່ານມາ ກ່ຽວກັບການສືບຕໍ່ປະຕິບັດ ບັນດາມາດຕະການຜ່ອນຜັນດັ່ງກ່າວ ໂດຍມີເນື້ອໃນບາງຕອນທີ່ວ່າ: ຫຼາຍປະເທດໃນໂລກຍັງມີການແຜ່ລະບາດຂອງພະຍາດເປັນວົງກ້ວາງ, ບາງປະເທດ ພະຍາດດັ່ງກ່າວໄດ້ກັບມາລະບາດເປັນຮອບທີ 2 ກໍມີ, ຖ້າພວກເຮົາບໍ່ຄຸ້ມຄອງການເດີນທາງ ເຂົ້າ-ອອກ ປະເທດ ຢ່າງຮັດກຸມ ກໍຈະມີຄວາມສ່ຽງໃນການນໍາເຂົ້າເຊື້ອພະຍາດ ຈາກຜູ້ເດີນທາງມາຈາກຕ່າງປະເທດ ຄືດັ່ງທີ່ມີກໍລະນີເດີນທາງເຂົ້າມາໃນເດືອນກໍລະກົດ ເຊິ່ງໄດ້ພົບຜູ້ຕິດເຊື້ອເດີນທາງມາແຕ່ ສ ເກົາຫຼີ 1 ຄົນ ເປັນຄົນສັນຊາດເກົາຫຼີ. ລັດຖະບານໄດ້ຕົກລົງ ແລະ ຊີ້ນຳດັ່ງນີ້: ໃຫ້ສືບຕໍ່່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ...

Read More »

ອາເມລິກາເຈັບສາຫັດໃນໄຕມາດ​ 2 ແບບບໍ່ເຄີຍມີມາກ່ອນ…

GDP ຂອງໄຕມາດທີ 2 ໃນຕອນເຊົ້າວັນທີ 30 ກໍລະກົດ ຜ່ານມາ ອາການບາດເຈັບສາຫັດທີ່ບໍ່ເຄີຍມີມາກ່ອນຂອງສະຫະລັດອາເມລິກາ ເພາະເສດຖະກິດກຳລັງປະສົບກັບຄວາມຫຍຸ້ງຍາກຍ້ອນວ່າໄພພິບັດການລະບາດຂອງພະຍາດ Covid-19, ເຊິ່ງມີລາຍງານຄາດວ່າຈະມີການຫຼຸດລົງປະມານ 35% ຂອງລາຍຮັບລວມຍອດຜະລິດຕະພັນພາຍໃນໃນໄຕມາດທີ 2. ບັນດານັກວິເຄາະກ່າວວ່າ ເສດຖະກິດຂອງສະຫະລັດຈະປະສົບກັບຄວາມຫຍຸ້ງຍາກລວມມີຫຼາຍປັດໄຈ ທັງການໃຊ້ຈ່າຍຂອງຜູ້ບໍລິໂພກ, ການລົງທຶນທາງທຸລະກິດ, ທີ່ຢູ່ອາໃສ, ການຄ້າ ແລະ ລາຍຈ່າຍຂອງລັດຖະບານ. Scott Anderson ຫົວໜ້ານັກເສດຖະສາດຂອງ Bank of the West ກ່າວວ່າ “ແນ່ນອນ,​ ພວກເຈົ້າຈະພົບເຫັນແຕ່ຕົວເລກຮ້າຍແຮງທີ່ສຸດໄປທົ່ວທຸກກະດານຂ່າວ”. ເສດຖະກິດທີ່ຫຼຸດລົງທີ່ສຸດຂອງປະເທດ ຍັງຄາດວ່າຈະເປັນໄລຍະສັ້ນທີ່ສຸດ, ດ້ວຍການເຕີບໂຕຂອງການຈ້າງງານ, ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ມາດຕະການທີ່ສຳຄັນອື່ນໆທີ່ໄດ້ກັບມາຢ່າງໄວວາ ໃນເດືອນພຶດສະພາ ແລະ ເດືອນມິຖຸນາ ຫຼັງຈາກຫຼຸດລົງ ໃນເດືອນເມສາ ຍ້ອນວ່າລັດຕ່າງໆໄດ້ອະນຸຍາດໃຫ້ທຸລະກິດເປີດຄືນໃໝ່, ແຕ່ວ່າບັນດາກໍລະນີທີ່ຕິດເຊື້ອ Covid-19 ທີ່ແຜ່ລາມອອກໄປທົ່ວພາກໃຕ້ ແລະ ພາກຕາເວັນຕົກ ໄດ້ສົ່ງຜົນໃຫ້ຢ່າງໜ້ອຍ 20 ລັດຢຸດຊົ່ວຄາວ ຫຼື​ ເລື່ອນແຜນການດຳເນີນທຸລະກິດ ເຮັດໃຫ້ມີຜົນຕໍ່ການຟື້ນຕົວທີ່ຄາດວ່າຈະເກີດຂື້ນໃນປີຕໍ່ໄປ. ການຫຼຸດລົງບາງສ່ວນຂອງເສດຖະກິດຄາດວ່າ ຈະໄດ້ຮັບການຊີ້ແຈງຈາກບົດລາຍງານ ກ່ຽວກັບການຮຽກຮ້ອງຂອງຜູ້ບໍ່ມີວຽກເຮັດງານທຳ ໃນອາທິດທີ່ຜ່ານມາ ເຊິ່ງເປັນມາດຕະການທີ່ບໍ່ດີຂອງການຢຸດເຊົາການຈ້າງງານ. ...

Read More »

ທົ່ວໂລກ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນກວ່າ 17 ລ້ານຄົນ

ຕາມ​ຂ່າວຈາກ​ເວັບ​ໄຊ Worldometer ລາຍ​ງານ​ໃນ​ວັນ​ທີ 30 ກໍລະກົດນີ້ ຍອດຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທົ່ວ​ໂລກ ​ເພີ່ມຂຶ້ນເຖິງ 17.188.001 ຄົນ ​ແລະ ຍອດ​ຜູ້​ເສຍ​ຊີວິດ ​ເພີ່ມ​ຂຶ້ນ 670.207 ຄົນ​ໃນ​ນີ້ ສ.ອາ​ເມລິ​ກາ ມີ​ຜູ້​ຕິດ​ເຊື້ອ ສູງ​ທີ່​ສຸດ​ ໃນ​ໂລກ 4.568.037 ຄົນ, ຮອງ​ລົງ​ມາ ບຣາຊິນ 2.484.649 ຄົນ, ອິນ​ເດຍ 1.535.335 ຄົນ, ຣັດ​ເຊຍ 828.990 ຄົນ ອາ​ຟຣິກາ​ໃຕ້ 459.761 ຄົນ ​ແລະ ​ເມັກ​ຊິກ 402.697 ຄົນ ຕາມ​ລຳດັບ. ທ່ານ ​ແອນ​ໂທ​ນີ ຟໍຊີ, ຜູ້ອຳນວຍການ ​ສະ​ຖາ​ບັນພູມ​ແພ້ ​ແລະ ​ໂລກ​ຕິດ​ຕໍ່ ​ແຫ່ງ​ຊາດ ສ.ອາ​ເມ​ລິ​ກາ​ ເຕືອນ​ວ່າ: ຊາວ​ອາ​ເມ​ລິ​ກາ ​ໃນ​ຫລາຍ​ລັດ ​ໂດຍ​ສະ​ເພາະ ​ລັດ​ໂດ​ໄຮ​ໂອ, ​ເທ​ນ​ເນສຊີ ​ເຄນ​ທັກ​ກີ ​ແລະ ອິນ​ເດຍນາ ຄວນ​ເຕື່ອນຕົວເພື່ອ​ປ້ອງ​ກັນບໍ່​ໃຫ້​ມີ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ​ເພີ່ມ​ສູງ​ຂຶ້ນ ...

Read More »

ສານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຕ້າຍການຄ້າມະນຸດລະດັບຊາດ…

ສານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຕ້າຍການຄ້າມະນຸດລະດັບຊາດ ກ່າວເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ປະຈໍາປີ 2020. 30 ກໍລະກົດ 2020 ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍເນື່ອງໃນໂອກາດວັນສາກົນຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ຂໍອວຍພອນໄຊອັນປະເສີດມາຍັງພວກທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນວັນສາກົນເພື່ອຕ້ານການຄ້າມະນຸດ ໃນໂອກາດນີ້ດ້ວຍ. ດັ່ງທີ່ຮູ້ນຳກັນແລ້ວວ່າ ບັນຫາການຄ້າມະນຸດ ເປັນອາຊະຍາກຳທີ່ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍ່ຄືສົນທິສັນຍາສາກົນ ຊື່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍເປັນປະເທດໜຶ່ງ ທີ່ມີບັນຫາການຄ້າມະນຸດ ເຊິ່ງສ່ວນຫລາຍ ເປັນປະເທດຕົ້ນທາງ ແລະ ທາງຜ່ານຂອງການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກຂອງພົນລະເມືອງ, ...

Read More »

ທຸລະກິດຂາຍຍ່ອຍຂອງຍີ່ປຸ່ນກະຕຸ້ນບົດບາດ “ຜູ້ສູງອາຍຸ” ເພີີ່ມອາຍຸກະສຽນເປັນ 80 ປີ ໃຊ້ວິທີຕໍ່່ສັນຍາລາຍປີ…

ຍີ່ປຸ່ນ ເປັນປະເທດທີ່ມີຜູ້ສູງອາຍຸສົມບູນຫຼາຍ ແລະ ຍັງເປັນປະເທດທີ່ປະສົບກັບບັນຫາຂາດແຄນພະນັກງານຢ່າງຕໍ່່ເນື່ອງ, ເພາະວິກິດບັນຫາອັດຕາການເກີດຕ່ໍາ ເຮັດໃຫ້ຫຼາຍໆທຸລະກິດປະກາດເພີ່ມອາຍຸກະສຽນວຽກເປັນ 65 ປີ ໃນປັດຈຸບັນ ລວມເຖິງທຸລະກິດຄ້າຂາຍຍ່ອຍ ເຊິ່ງທີ່ຜ່ານມາ ເກືອບຈະທຸກຮ້ານຄ້າໄດ້ປິດໃຫ້ບໍລິການໄວຂຶ້ນ ເພາະບໍ່ມີພະນັກງານ ເຮັດວຽກກະເດິກ. ຫຼ້າສຸດ ຮ້ານຄ້າໃນຍີ່ປຸ່ນ ປະກາດກຽມຈະເພີ່ມອາຍຸການເຮັດວຽກຂອງພະນັກງານ ໃຫ້ສາມາດເຮັດວຽກໄດ້ຮອດ 80 ປີ ຈາກການລາຍງານຂອງ Nikkei Asian Review ລະບຸວ່າ: ຮ້ານຄ້າຂາຍເຄື່ອງໃຊ້ໄຟຟ້າ Nojima ໃນຍີ່ປຸ່ນ ເປັນຮ້ານທຳອິດ ທີ່ເພີ່ມອາຍຸຄົນເຮັດວຽກຈາກ 65 ເປັນ 80 ປີ ແຕ່ຂຶ້ນກັບຄວາມສະມັກໃຈຂອງຜູ້ເຊັນສັນຍາ. ພ້ອມກັນນັ້ນ, ຂໍ້ສະເໜີດັ່ງກ່າວໄດ້ເລີ່ມໃຊ້ກັບພະນັກງານທຸກຄົນ ປະມານ 3,000 ຄົນແລ້ວ ເຊິ່ງຄວບຄຸມທຸກຕຳແໜ່ງງານ ໄປຈົນເຖິງພະນັກງານຂາຍໃນຮ້ານ. ກ່ອນໜ້ານີ້, ລັດຖະບານຍີ່ປຸ່ນໄດ້ຍົກບັນຫານີ້ໃຫ້ເປັນວາລະແຫ່ງຊາດ ເພາະຫຼາຍອຸດສາຫະກຳ ຂາດແຄນຄົນເຮັດວຽກຈຳນວນຫຼາຍ ຈົນເຮັດໃຫ້ລັດຖະບານປະກາດຮັບສະມັກພະນັກງານຕ່າງປະເທດ ໂດຍແຕ່ລະປີເປີດໃຫ້ໂຄຕ້າເພີ່ມຂຶ້ນ (ພາຍໃຕ້ເງື່ອນໄຂຂອງທັກສະວຽກນັ້ນໆ). Mature worker writing on clipboard in supermarket ໃນຂະນະທີ່ ທຸລະກິດສ່ວນໃຫຍ່ ທີ່ອອກນະໂຍບາຍເພີ່ມອາຍຸກະສຽນວຽກ ປັບເພີ່ມອາຍຸເປັນ ...

Read More »

ນ້ຳຖ້ວມຢູ່ອິນເດຍ ເສຍຊີວິດ 110 ກວ່າຄົນ…

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ກໍລະກົດຜ່ານມາວ່າທາງການອິນເດຍ ແຈ້ງວ່າ: ເກີດມີຝົນຕົກໜັກຈົນເຮັດໃຫ້ນ້ຳຖ້ວມຫຼາຍເຂດໃນລັດອັດສຳ ແລະ ລັດພິຫານ ເຊິ່ງເປັນສອງລັດທຸກຍາກທີ່ສຸດໃນປະເທດອິນເດຍ ເຮັດໃຫ້ປະຊາຊົນປະມານ 8 ລ້ານຄົນຕ້ອງເດືອດຮ້ອນ, ໃນຂະນະດຽວກັນກໍມີຜູ້ເສຍຊີວິດເຖິງ 111 ຄົນ, ສ່ວນສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຍັງຮຸນແຮງຂຶ້ນນັບມື້. ຂະນະທີ່ ແມ່ນ້ຳ ບຣາມາພູຕຣາ ( Brahmaputra ) ໃນລັດອັດສຳ ທາງຕາເວັນອອກສ່ຽງເໜືອຂອງປະເທດມີລະດັບນ້ຳສູງເກີນລະດັບອັນຕະລາຍແລ້ວໃນຫຼາຍພື້ນທີ່, ສ່ວນລັດພິຫານທີ່ຕັ້ງຢູ່ທາງທິດຕາເວັນອອກຍັງມີຝົນຕົກໜັກຕໍ່ເນື່ອງ, ສຳນັກງານອຸຕຸນິຍົມວິທະຍາອິນເດຍ ເປີດເຜີຍວ່າ: ຕັ້ງແຕ່ເຂົ້າສູ່ລະດູມໍລະສຸມ ໃນວັນທີ 1 ມິຖຸນາເປັນຕົ້ນມາ ລັດອັດສຳ ແລະ ລັດພິຫານມີຝົນຕົກຫຼາຍກວ່າເກນປົກກະຕິ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມຫຼາຍຄັ້ງ. ແຫຼ່ງຂໍ້ມູນ:​

Read More »