Author Archives: Paeng KC

ລັດຖະບານລາວ ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງປອກຕຸຍການ

ໃນຕອນແລງວັນທີ 18 ມີນາ 2019  ໄດ້ມີິພິທີເປີດໂຕ ແລະ ຫ້ອງການກົງສຸນກິດຕິມະສັກປະເທດ ໂປຕູເກດ ທີ່ນະຄອນຫຼວງວຽງຈັນ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການ ຢູ່ທີ່ຕຶກ ເຄແອນຊີ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່່ວມຂອງ ເອກອັກຄະລັກສະທູດ ໂປຕຸເກດ ທ່ານ  Francisco Vazpatto  ປະຈຳບາງກອກ, ແຂກການນຳຈາກກະຊວງການຕ່າງປະເທດ, ສະຖານທູດຕ່າງໆປະຈຳລາວ, ຄອບຄົວວົງໄຊ ແລະ ແຂກຈາກພາກສ່ວນທຸລະກິດເຂົ້າຮ່ວມງານ. ໃນການປະຕິບັດໜ້າທີ່ກົງສຸນກິດຕິມະສັກຢູ່ໃນຂອບເຂດການເຄື່ອນໄຫວກວມເອົາທັງໝົດສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ລັດຖະບານໄດ້ຮັບຮອງ  ທ່ານ ນາງ ຈັນທະຈອນ ວົງໄຊ ຈະໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມຄອງ ເປັນທາງກົງສຸນທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ໃນຖານະເປັນກົງສຸນກິດຕິມະສັກຂອງຕ່າງປະເທດ ໂດຍການຮັບຮອງຂອງລັດຖະບານ ສປປ ລາວ ແລະ ປະເທດ ໂປຕຸເກດ. ທ່ານ ນາງ ຈັນທະຈອນ ວົງໄຊ ມີທຸລະກິດຄອບຄົວໃນກຸ່ມ KC Group ແລະ ເຮັດທຸລະກິດຮ່ວມທຶນນຳພາຍໃນ ແລະ ຕ່າງປະເທດ ເປັນເວລາ 20 ...

Read More »

ກວດພົບຜູ້ສໍ້ລາດບັງຫຼວງ 1.000 ກ່ວາຄົນ ໃນປີຜ່ານມາ

ປີ 2018 ສະພາແຫ່ງຊາດ (ສພຊ) ກວດພົບເຫັນຜູ້ສໍ້ລາດບັງຫຼວງ 1.002 ຄົນໃນຈຳນວນທົ່ວປະເທດ ເຊິ່ງຂໍ້ມູນດັ່ງກ່າວໄດ້ເຜີຍແຜ່ໃນກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2018 ແລະ ທິດທາງແຜນການປີ 2019 ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2018 ໂດຍຈັດຂຶ້ນໃນວັນທີ 18 ມີນາ 2019 ທີ່ຫ້ອງວ່າການສູນກາງພັກ ຫຼັກ 6 ໂດຍການເປັນປະທານຂອງ ທ່ານ ສົມພູ ດວງສະຫວັນ ປະທານກວດກາພັກ-ລັດ ສພຊ ມີທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ຄະນະປະຈຳພັກ ສພຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສິນທະລາ ຫຼ້າສຸກສະໄໝ ກຳມະການກວດກາຄະນະພັກ ຫົວໜ້າກົມກວດກາ ຄະນະເລຂາທິການສະພາແຫ່ງຊາດ ໄດ້ກ່າວວ່າ: ໃນ 1 ປີຜ່ານມາ ຄະນະກວດກາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຊີ້ນຳໆພາການຄົ້ນຄວ້າເຊື່ອມຊືມ ແລະ ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກົດລະບຽບ ແລະ ບັນດານິຕິກຳກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຂັ້ນ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ເຊິ່ງໄດ້ສະແດງອອກໃນຜົນສຳເລັດແຕ່ລະດ້ານເປັນຕົ້ນການຕິດຕາມກວດກາວຽກງານການບໍລິຫານລັດຂັ້ນຕ່າງໆໃນປີ 2018 ...

Read More »

ໃຜມັກດື່ມກາເຟ!!! ຄວນອ່ານ 5 ປະໂຫຍດຂອງການດື່ມກາເຟ.

ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້ ມີນັກວິໄຈພິສູດວ່າໃນກາເຟດໍາ ຫຼື ກາເຟທີ່ເຮົາຊົງກິນໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມສາມາດປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້. 2. ດື່ມກາເຟເປັນປະຈຳສາມາດປ້ອງກັນພະຍາດຫອບຫືດ ເຊິ່ງພະຍາດນີ້ມີສາເຫດມາຈາກກພູມແພ້ຊະນິດໜຶ່ງ ໂດຍທົ່ວໄປແລ້ວຮ່າງກາຍມະນຸດຈະບໍ່ມີອາການຂອງພະຍາດຫອບຫືດໄດ້ງ່າຍໆ ແຕ່ຖ້າຫາກປະສາດສຳຮອງຖືກກະຕຸ້ນກໍຈະເກີດອາການຫອບທັນທີ, ດັ່ງນັ້ນເມື່ອທ່ານດື່ມກາເຟເຂົ້າໄປໃນຮ່າງກາຍ ຄາເຟອີນທີ່ມີຢູ່ໃນກາເຟກໍຈະຊ່ວຍລະງັບການຕຶງຄຽດຂອງປະສາດສຳຜັດສຳຮອງ ຫຼຸດອາການເກີດຫອບຫືດໄດ້ເປັນຢ່າງດີ.   3. ການດື່ມກາເຟເປັນປະຈຳສາມາດຫຼຸດອາການເກີດພະຍາດຕັບທີ່ເປັນສາເຫດຈາກການດື່ມເຫຼົ້າຫຼາຍ ຕາມທີ່ນັກວິຊາການສຳຫຼວດແລ້ວຈຶ່ງຄົ້ນພົບວ່າ: ກາເຟຊ່ວຍຫຼຸດຜົນຮ້າຍທີ່ຈະມີຕໍ່ຕັບໄດ້.   3. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນມະເຮັງຕັບ ມະເຮັງລຳໄສ້ ແລະ ມະເຮັງໃນຜົ້ງປາກ ຈາກຜົນການທົດລອງຂອງນັກວິໄຈຄົ້ນພົບວ່າໃນກາເຟມີປະສິດທິພາບປ້ອງກັນພະຍາດໃນຂັ້ນຕົ້ນ ໂດຍສະເພາະໃນຄາເຟອີນທີ່ມີຢູ່ໃນກາເຟຈະມີກົດ”ອະຊີຕິກ” ທີ່ຊ່ວຍປ້ອງກັນພະຍາດດັ່ງກ່າວໄດ້. 4. ການດື່ມກາເຟເປັນປະຈຳຊ່ວຍຂັບໄລ່ຄວາມຊະລາ “ອົກຊີແຊນ”ເປັນສານທີ່ສຳຄັນທີ່ຮ່າງກາຍຂອງມະນຸດຕ້ອງການຫຼາຍກໍແມ່ນຄວາມຈິງ ແຕ່ໃນທາງກົງກັນຂ້າມກັນຖ້າຮ່າງກາຍມີ”ອົກຊີແຊນ”ຫຼາຍເກີນໄປຈະເຮັດໃຫ້ມີໂອກາດເປັນພະຍາດມະເຮັງສູງ ແລະ ເຖົ້າໄວ ແຕ່ຖ້າທ່ານດື່ມກາເຟໃນປະລິມານທີ່ເໝາະສົມຈະເຮັດໃຫ້ຫຼຸດຜ່ອນການເກີດມະເຮັງໄດ້ ແລະ ຍັງກະຕຸ້ນການເຜົາຜານໃນຮ່າງກາຍໄດ້ເປັນຢ່າງດີ. 5.  ການດື່ມກາເຟເປັນປະຈຳຊ່ວຍຫຼຸດອັດຕາໄຂມັນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຍັງສາມາດຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ອີກດ້ວຍ ເຫັນຄຸນປະໂຫຍດຂອງກາເຟແລ້ວເປັນແນວໃດແດ່? ທ່ານລອງປ່ຽນການດື່ມກາເຟ ຈາກທີ່ເຄີຍດື່ມແບບໃສ່ນໍ້າຕານ ແລະ ຄຣີມທຽມຫຼາຍໆ ໃຫ້ຄ່ອຍໆຫຼຸດຜ່ອນລົງແລ້ວທ່ານຈະໄດ້ຄຸນປະໂຫຍດທີ່ດີຈາກກາເຟ ຈົນທ່ານເອງກໍຄາດບໍ່ເຖິງ.  ທ່ານກໍສາມາດຫາດື່ມໄດ້ງ່າຍໆຕາມຮ້ານທົ່ວໄປ ແຕ່ຖ້າຄິດບໍ່ອອກ ທາເກັດແນະນຳເລີຍ ຮ້ານ Kaogee Cafe ເປັນຮ້ານທີ່ລວບລວມ  ເຄື່ອງດື່ມກາເຟລາວ ຊັ້ນດີ ...

Read More »

ຄັ້ງທຳອິດຂອງໂລກ!! ຜ່າຕັດສະໝອງຄົນໄລຍະໄກ 3.000 ກິໂລແມັດ ຜ່ານລະບົບ 5ຈີ

ສຳນັກຂ່າວ ອາຣທີ ລາຍງານ ເມື່ອວັນທີ 17 ມີນາ 2019 ວ່າ ດຣ ຫລິງ ຈື້ເປ່ຍ ເຮັດການຜ່າຕັດຝັງອຸປະກອນກະຕຸ້ນເສັ້ນປະສາດລົງໃນສະຫນອງຂອງຄົນເຈັບໂລກພາກິນສັນຄົນຫນື່ງທີ່ຢູ່ໂຮງຫມໍກອງທັບປົດປ່ອຍປະຊາຊົນໃນນະຄອນປັກກິ່ງ ເມື່ອວັນເສົາທີ 16 ມີນາຜ່ານມາ ໃນຂະນະທີ່ໂຕທ່ານຢູ່ທີ່ເກາະໄຫຫລຳ ຊື່ງຫ່າງອອກໄປກວ່າ 3.000 ກິໂລແມັດ ໂດຍການຜ່າຕັດໃຊ້ເວລາປະມານ 3 ຊົ່ວໂມງ ແລະປະສົບຄວາມສຳເລັດ ຂ່າວລະບຸວ່າ ດຣ ຫລິງໃຊ້ຫຸ່ນຍົນທີ່ເຊື່ອມຕໍ່ກັບເຄືອຂ່າຍ 5ຈີ ທີ່ພັດທະນາໂດຍບໍລິສັດ ຫົວເວີ່ຍ ຜູ້ຜະລິດອຸປະກອນໂທລະຄົມມະນາຄົມລາຍໃຫ່ຍຂອງຈີນ ຊື່ງລະບົບໃຫ່ມນີ້ເຮັດໃຫ້ເວລາໃນການຮັບສົ່ງຂໍ້ມູນໃກ້ຄຽງກັບເວລາແທ້ຫລາຍທີ່ສຸດໂດຍ ດຣ ຫລິງລະບຸວ່າ “ເກືອບບໍ່ຮູ້ສຶກເລີຍວ່າຄົນເຈັບຢູ່ຫ່າງອອກໄປເຖິງ 3.000 ກິໂລແມັດ” ທັງນີ້ ສະຖາບັນການແພດທົ່ວໂລກທົດລອງໃຊ້ຫຸ່ນຍົນເຮັດການຜ່າຕັດໄລຍະໄກ (telesurgery) ມາແລ້ວຫລາຍຄັ້ງລວມທັງລະບົບ “da vinci Surgical System” ຂອງອາເມຣິກາ ແຕ່ເທັກໂນໂລຢີເຫຼົ່ານີ້ຍັງບໍ່ແຜ່ຫລາຍໃນເຊີງພານິດເນື່ອງຈາກ ມີສຽງວິພາກວິຈານກ່ຽວກັບບັນຫາໃນການໃຊ້ງານຫລາກຫລາຍ ແຕ່ການມາຂອງເທັກໂນໂລຢີ 5ຈີ ເຮັດໃຫ້ບັນຫາການ “ດີເລ” ໃນການຮັບສົ່ງຂໍ້ມູນລະຫວ່າງການຜ່າຕັດຫລຸດລົງຢ່າງຫລາຍດ້ວຍຊ່ວງຄວາມຖີ່ຄລື່ນທີ່ກ້ວາງແລະຄວາມຫນ່ວງຕ່ຳ ໂດຍ 5ຈີ ເປີດໂຕໃນການຜ່າຕັດໄລຍະໄກຄັ້ງທຳອິດເມື່ອເດືອນມັງກອນເມື່ອແພດຊາວຈີນຄົນຫນື່ງປະສົບຄວາມສຳເລັດໃນການຜ່າຕັດຕັບຂອງສັດທົດລອງທີ່ມະຫາວິທະຍາໄລແພດຝູຈ້ຽນ ໃນຊ່ວງກາງເດືອນມີນາ ເຄືອຂ່າຍ 5ຈີ ກໍ່ຖືກໃຊ້ໃນການຜ່າຕັດຕັບມະນຸດຈາກໄລຍະໄກເປັນຄັ້ງທຳອິດ ໂດຍຫມໍຢູ່ທີ່ນະຄອນປັກກິ່ງ ...

Read More »

ເສັ້ນທາງເປ່ເພ ແມ່ນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານ

ເສັ້ນທາງເປ່ເພ ແມ່ນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມເປົ້າໝາຍຢູ່ດ່ານ ແຂວງຄຳມ່ວນ ການເກັບລາຍຮັບຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 3 ຢູ່ແຂວງຄຳມວ່ນແມ່ນມາຈາກ 10 ພາກສ່ວນໃຫ່ຍເຊັ່ນ : ຈາກຄ່າເຊັກພິເສດ, ນ້ຳມັນເຊື້ອໄຟ, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ, ສິນຄ້ານຳເຂົ້າ-ສົ່ງອອກຕໍ່, ທຳນຽມພາຫະນະເຂົ້າ, ທຳນຽມພາຫະນະອອກ, ທຳນຽມຜ່ານດ່ານສາກົນ ແລະ ຈາກຄັງແຮນ້ຳມັນເຊື້ອໄຟ. ຜ່ານການປະຕິບັດການເກັບລາຍຮັບ 2 ເດືອນຕົ້ນປີ 2019, ປະຕິບັດໄດ້ 38.655.292.300 ກີບ. ທ່ານ ສົມຫວັງ ສົມຈິນດາ ຫົວໜ້າພາສີ ຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ແຂວງຄຳມວ່ນໄດ້ກ່າວຕໍ່ທິມງານວຽງຈັນທາມຫວ່າງມໍ່ໆນີ້ວ່າ : ສິ່ງທ້າທາຍຫຼືທີ່ເປັນອຸປະສັກໃນການເກັບລາຍຮັບຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ແມ່ນ ບັນຫາພື້ນຖານໂຄງຮ່າງໂດຍສະເພາະແມ່ນເສັ້ນທາງເລກທີ 12 ຢູ່ເຂດນາພ້າວຊຶ່ງມີໄລຍະທາງ 15 ກິໂລແມັດ, ເຂດດັ່ງກ່າວ ໄດ້ກໍ່ໃຫ້ເກີດອຸບັດເຫດ ແລະ ການຂົນສົ່ງສິນຄ້າຫຼ້າຊ້າຫຼາຍຍ້ອນເສັ້ນທາງເປ່ເພ, ທາງນ້ອຍ ແລະ ຄົດລ້ຽວຫຼາຍຖ້າເສັ້ນທາງດີຈະເຮັດໃຫ້ການເກັບລາຍຮັບເພີ່ມຂື້ນຍ້ອນດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ມີຂໍ້ໄດ້ປຽບຍ້ອນວ່າເປັນສູນກາງສົ່ງອອກສິນຄ້າໄປປະເທດທີ 3 ເຊັ່ນ: ສິນຄ້າໄທຜ່ານລາວໄປປະເທດຫວຽດນາມ ແລະ ສົ່ງຕໍ່ໄປຈີນ, ສິນຄ້າຫວຽດນາມ ຜ່ານລາວໄປປະເທດໄທ, ນອກນັ້ນສິນຄ້າຢູ່ລາວຍັງໄດ້ສົ່ງອອກໄປສອງປະເທດດັ່ງກ່າວຊຶ່ງໄປໄທແມ່ນຜ່ານຂົວມິດຕະພາບ, ...

Read More »

ເຊີນຜູ້ປະກອບການລາວ ຮ່ວມເຈລະຈາທຸລະກິດ ໃນງານສະແດງສິນຄ້າ-ອາຫານ ລະດັບໂລກທີ່ປະເທດໄທ

ກົມສົ່ງເສີມການຄ້າ ລະຫວ່າງປະເທດກະຊວງພານິດ ຮ່ວມມືກັບ ຫໍການຄ້າໄທ ແລະ Coelnmesse ປະເທດເຢຍລະມັນ ຈັດງານສະແດງສິນຄ້າອາຫານ ແລະ ເຄື່ອງດື່ມລະດັບໂລກ  “THAIFEX – World of Food ASIA 2019” ທີ່ປະເທດໄທ. ໃນວັນທີ 15 ມີນາ ທີ່ຜ່ານມາ ຢູ່ທີ່ສູນການຄ້າໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານຖະແຫຼງຂ່າວ ເພື່ອເຊີນຊວນ ຜູ້​ປະ​ກອບກ​ານ ສ ປປ ລາວ ຮ່ວມເຈລະຈາທຸລະກິດກັບຜູ້ຜະລິດ, ຜູ້ສົ່ງອອກ-ນຳເຂົ້າ ແລະ ຕົວແທນຈຳໜ່າຍສິນຄ້າໃນທຸລະກິດກະສິກຳ, ອາຫານ ແລະ ເຄື່ອງດື່ມຈາກປະເທດໄທ ແລະ ທົ່ວໂລກຫຼາຍກວ່າ ໂດຍງານຈະຈັດຂຶ້ນລະຫວ່າງວັນທີ 28 ພຶດສະພາ – 1 ມິຖຸນາ 2019 ເວລາ 10:00-18:00 ທີ່ຕຶກ IMPACT Challenger 1-3 ແລະ ຕຶກ IMPACT EXHIBITION HALL 5-12 ສູນສະແດງສິນຄ້າ ແລະ ...

Read More »

ຝຸ່ນລະອອງ pm 2.5 ເລີ່ມຫຼຸດລົງແລ້ວ!!! ພ້ອມເຜີຍສາເຫດທີ່ແທ້ຈິງຂອງການເກີດຝຸ່ນລະອອງດັ່ງກ່າວ…

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງຂ່າວ ສະພາບມົນລະພິດທາງອາກດ ສະບັບເລກທີ 1880/ກຊສ.ຫກ ລົງວັນທີ 15 ມີນາ 2019 ໃຫ້ຮູ້ວ່າ: ລະຫວ່າງວັນທີ 9-14 ມີນາ 2019 ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃກ້ຄຽງ ໄດ້ເກີດມີສະພາບໝອກຄວັນປົກຫຸ້ມບໍລິເວນກວ້າງ ເຊິ່ງໄດ້ວັດແທກຄຸນນະພາບອາກາດຢູ່ສະຖານີວັດແທກກົມອຸຕຸນິຍົມ ແລະ ອຸທົກກະສາດ ໂດຍວັດແທກຢ່າງຕໍ່ເນື່ອງຕະຫຼອດ 24 ຊົ່ວໂມງ ໃນແຕ່ລະວັນ ໄດ້ຊີ້ໃຫ້ເຫັນວ່າ ຄ່າຝຸ່ນລະອອງຂະໜາດ 2,5 ໄມຄຮອນ ຫຼື PM-2,5 ສູງກວ່າມາດຕະຖານ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເລີ່ມແຕ່ວັນທີ 11 ມີນາ 2019 ເປັນຕົ້ນມາ ເຫັນວ່າຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ PM-2,5 ສູງເຖິງ 108,9 µg/m3 ໃນວັນທີ 12 ມີນາ ສູງຂຶ້ນເຖິງ 172,1 µg/m3 ເຊິ່ງສູງກວ່າຄ່າມາດຕະຖານສິ່ງແວດລ້ອມຂອງ ສປປ ລາວ ທີ່ກຳນົດໄວ້ 50 µg/m3 ຫຼື ສູງກວ່າມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ...

Read More »

ຂໍ້ອ້າງ! ເປັນອຸປະສັກກ້ອນໃຫຍ່ທີ່ກີດກັນຜູ້ປະກອບການໃຫ້ບໍ່ກ້າທີ່ຈະລອງເຮັດສິ່ງໃໝ່ໆ ແລະ 5 ສິ່ງຕໍ່ໄປນີ້ ເປັນຂໍ້ອ້າງທີ່ຄົນມັກໃຊ້ຈົນເຮັດໃຫ້ຕົນເອງເລີ່ມທຸລະກິດບໍ່ໄດ້ຈັກເທື່ອ!!!

ເປັນຫຍັງຫຼາຍຄົນຈຶ່ງເລີ່ມເຮັດທຸລະກິດບໍ່ໄດ້!!! “ຂໍ້ອ້າງ ຫຼືຄໍາແກ້ຕົວ” ເປັນສິ່ງທີ່ຄົນມັກໃຊ້ເມື່ອບໍ່ກ້າ ຫຼືບໍ່ຢາກລົງມືເຮັດສິ່ງໃດສິ່ງໜຶ່ງ ເພື່ອໃຫ້ຕົນເອງຮູ້ສຶກສະບາຍໃຈ ໂດຍສະເພາະກັບໂລກທຸລະກິດ ຖືວ່າເປັນອຸປະສັກກ້ອນໃຫຍ່ທີ່ຄອຍກີດກັນຫຼາຍໆຄົນ ໃຫ້ບໍ່ກ້າທີ່ຈະລອງເຮັດສິ່ງໃໝ່ໆ ແລະ ກ້າວອອກຈາກພື້ນທີ່ທີ່ເຄີຍຢູ່! ມາເບິ່ງ! 5 ຂໍ້ອ້າງຍອດນິຍົມ ທີ່ຢຸດຄົນບໍ່ໃຫ້ເລີ່ມທຸລະກິດ!!! ຍັງບໍ່ແມ່ນເວລາເໝາະສົມ ຄວາມລັບທີ່ຜູ້ປະກອບການຕ້ອງຮູ້ອີກຢ່າງໜຶ່ງຄື ບໍ່ເຄີຍມີເວລາທີ່ເໝາະສົມໃນການເລີ່ມຕົ້ນລົງມືເຮັດທຸລະກິດ ຫຼາຍຄົນອາດຈະເລີ່ມເຮັດທຸລະກິດຕັ້ງແຕ່ຍັງໄວໜຸ່ມ ໃນຂະນະທີ່ບາງຄົນ ເລີ່ມເຮັດທຸລະກິດກໍກ້າວເຂົ້າສູ່ໄລຍະສຸດທ້າຍຂອງຊີວິດແລ້ວ. ສ່ວນຄົນທີ່ບໍ່ລົງມືເຮັດຈັກເທື່ອຈະມີຂໍ້ອ້າງເຂົ້າຕົວເອງຢູ່ສະເໝີ ບໍ່ວ່າຈະເປັນ ມີເງິນຍັງບໍ່ພໍ, ປະສົບການໜ້ອຍ, ບໍ່ມີເວລາ, ບໍ່ມີແຮງບັນດານໃຈ, ບໍ່ໝັ້ນໃຈ, ຢາກມີທັກສະຫຼາຍກວ່ານີ້ກ່ອນ… ຫຼາຍຢ່າງທີ່ຍົກຂຶ້ນມາ. ດັ່ງນັ້ນ ຖ້າບໍ່ຢາກປ່ອຍໃຫ້ຄວາມຝັນຫຼຸດມືໄປ ແລະ ເສຍເວລາໄປຟຣີໆ ຄວນມີຄວາມສັດທາວ່າ ຕອນນີ້ແຫຼະ! ຄືເວລາທີ່ແມ່ນ ແລະ ຈົ່ງກ້າວອອກໄປເຮັດໃນສິ່ງທີ່ຕັ້ງເປົ້າເອົາໄວ້. ຖ້າມັນໄປບໍ່ລອດຈະເຮັດແນວໃດ? ອີກໜຶ່ງຂໍ້ອ້າງທີ່ຢຸດຄົນມາຫຼາຍນັ້ນກໍຄື ຖ້າເຮັດທຸລະກິດແລ້ວຖ້າໄປບໍ່ລອດຈະເຮັດແນວໃດ? ເຖິງວ່າຄວາມເປັນຈິງຈະໂຫດຮ້າຍ 80% ຂອງທຸລະກິດ ມັກຈະໄປບໍ່ລອດພາຍໃນ 18 ເດືອນທໍາອິດ ຫຼື 1 ​ປີເຄິ່ງເທົ່ານັ້ນ. ແຕ່ສິ່ງໜຶ່ງທີ່ຜູ້ປະກອບການຄວນມີຄື ການຍອມຮັບໃນຄວາມເປັນໄປໄດ້ທີ່ຈະມີຄວາມລົ້ມເຫຼວເກີດຂຶ້ນ ແລະ ຖ້າເຮັດໄປແລ້ວມັນໄປບໍ່ລອດ ຢ່າງໜ້ອຍກໍຖືວ່າໄດ້ຮຽນຮູ້ບາງຢ່າງກ່ຽວກັບຕົວເອງ ກ່ຽວກັບທຸລະກິດ ແລະ ຊີວິດ. ເຊິ່ງຈະຊີ້ນໍາໄປສູ່ການເຮັດທຸລະກິດຢ່າງອື່ນ ...

Read More »

ຫຼັງຈາກທີ່ເຮັດທຸລະກິດໄປໄດ້ໄລຍະໜຶ່ງ ຫຼາຍຄົນຄົງຄິດເຖິງການຂະຫຍາຍກິດຈະການໃຫ້ເຕີບໃຫຍ່ຂຶ້ນ ແຕ່ຖ້າຫາກຂາດການວາງແຜນທີ່ດີ ຫຼືຮີບຮ້ອນເກີນໄປ ອາດຈະສ່ຽງຕໍ່ການສູນເສຍທຸລະກິດທັງໝົດທີ່ມີຢູ່!!! ຖ້າບໍ່ຢາກຜິດພາດຕ້ອງຮູ້ຈັກກັບຄໍຖາມ 4 ຂໍ້ສໍາຄັນຕໍ່ໄປນີ້!!!

4 ຄໍາຖາມຄວນຄິດ! ກ່ອນເລີ່ມຕົ້ນທຸລະກິດໃໝ່…   ໃນການເຮັດທຸລະກິດ ເມື່ອເຫັນວ່າເລີ່ມໄປໄດ້ດີກໍຢາກຈະຂະຫຍາຍກິດຈະການໃຫ້ເຕີບໃຫຍ່ຂຶ້ນ, ຢາກເປີດຮ້ານໃໝ່ ມີຫຼາຍສາຂາແຕກອອກ ເພື່ອເຈາະລູກຄ້າກຸ່ມໃໝ່ ແຕ່ຖ້າຫາກຂາດການວາງແຜນທີ່ເໝາະສົມ ຫຼືຮີບຮ້ອນຈົນເກີນໄປອາດຈະສ່ຽງຕໍ່ການສູນເສຍທຸລະກິດທີ່ມີທັງໝົດ. ດັ່ງນັ້ນ ກ່ອນທີ່ຈະຄິດເດີນໄປທາງໜ້າຢ່າລືມຖາມຄໍາຖາມ 4 ຂໍ້ສໍາຄັນດັ່ງຕໍ່ໄປນີ້: ຖ້າບໍ່ຢາກໃຫ້ທຸລະກິດຕາຍໄປດ້ວຍມືຂອງຕົນເອງ!!! ທຸລະກິດທີ່ມີຢູ່ນັ້ນຄວບຄຸມໄດ້ແລ້ວບໍ່? ຜູ້ປະກອບການເກືອບທຸກຄົນໄຟ່ຝັນວ່າ ຢາກມີບໍລິສັດທີ່ສ້າງເງິນໄດ້ຫຼາຍໝື່ນລ້ານ ແຕ່ກ່ອນຈະໄປເຖິງຈຸດນັ້ນໄດ້ສິ່ງໜຶ່ງທີ່ຄວນເຮັດຄື ຢ່າເຮັດຫຍັງເກີນຕົວ ຖ້າຢາກຂະຫຍາຍກິດຈະການກໍຕ້ອງພິຈາລະນາໃຫ້ດີວ່າ ທ່ານມີຄວາມສາມາດໃນການເຮັດວຽກໃໝ່ນັ້ນ ຫຼືບໍ່? ຖ້າວຽກທີ່ມີຢູ່ມັນລົ້ນມືຢູ່ແລ້ວ ກໍບໍ່ຄວນຊອກເຂົ້າມາເພີ່ມອີກ ແລະ ຄວນຫັນມາເບິ່ງທຸລະກິດທີ່ມີຢູ່ໃນມືແລ້ວນັ້ນ ວ່າສາມາຄວບຄຸມຫຼາຍພໍແລ້ວ ຫຼືຍັງ? ຫາກຍັງຄວນຄິດວ່າຈະເພີ່ມຊັບພະຍາກອນຫຍັງເຂົ້າມາ ເພື່ອຊ່ວຍໃຫ້ທຸລະກິດມີການຄວບຄຸມຫຼາຍຂຶ້ນຈະດີກວ່າ ຈ່າຍໄຫວບໍ່? ຖ້າຢາກຂະຫຍາຍກິດຈະການແທ້. ຄໍາເວົ້າທີ່ວ່າ “ທ່ານຕ້ອງໃຊ້ເງິນເພື່ອຊອກເງິນ” ນັ້ນບໍ່ໄດ້ເກີນຄວາມຈິງເລີຍໃນໂລກຂອງການເຮັດທຸລະກິດ ເຊັ່ນດຽວກັນກັບຄວາມຕ້ອງການທີ່ຢາກຂະຫຍາຍກິດຈະການ ເຖິງວ່າອາດຈະຊ່ວຍໃຫ້ມີລາຍໄດ້ຫຼາຍຂຶ້ນ ແຕ່ກໍໍບໍ່ແມ່ນເລື່ອງທີ່ຈະເກີດຂຶ້ນແບບທັນທີ ນອກຈາກນີ້ ການຂະຫຍາຍແຕ່ລະເທື່ອກໍຕ້ອງໃຊ້ເງິນ ບໍ່ວ່າຈະເປັນຄ່າດໍາເນີນການເປີດກິດຈະການ, ຄ່າສ້າງສັນສິນຄ້າໃໝ່ ຫຼືຄ່າຈ້າງທີມເຮັດການຕະຫຼາດ. ຫາກບໍ່ມີເງິນຫຼາຍພໍ ທຸລະກິດເກົ່າບໍ່ສ້າງກໍາໄລ ແລະ ບໍ່ສາມາດເຂົ້າເຖິງແຫຼ່ງທຶນໄດ້ ເພື່ອໃຊ້ຈ່າຍສໍາລັບສ່ວນນີ້ ການຂະຫຍາຍກິດຈະການກໍຄົງບໍ່ແມ່ນເລື່ອງງ່າຍທີ່ຈະເຮັດແລ້ວປະສົບຄວາມສໍາເລັດ ດັ່ງນັ້ນ ຄວນກວດສອບສະພາບທາງການເງິນສະເໝີ ກ່ອນທີ່ຈະຕັດສິນໃຈໃນການຂະຫຍາຍທຸລະກິດ. ຄູ່ແຂ່ງຂະຫຍາຍຕົວໄປແລ້ວ ຫຼືຍັງ? ເຈົ້າຂອງທຸລະກິດສາມາດຮຽນຮູ້ໄດ້ຫຼາຍສິ່ງຫຼາຍຢ່າງ ໄດ້ຈາກການເບິ່ງຄູ່ແຂ່ງ ເພາະຖືວ່າມີກຸ່ມລູກຄ້າເປົ້າໝາຍດຽວກັນ ບໍ່ວ່າຈະເປັນຄວາມສໍາເລັດ ...

Read More »

ການທີ່ທຸລະກິດລົ້ມເຫຼວບາງຄັ້ງບໍ່ແມ່ນຍ້ອນສິນຄ້າບໍ່ດີ ຫຼືເຮັດການຕະຫຼາດບໍ່ຖືກວິທີ ແຕ່ເປັນຍ້ອນນິໄສສ່ວນຕົວຂອງຜູ້ປະກອບການເອງຫຼາຍກວ່າ… ມາເບິ່ງ 3 ນິໄສພື້ນຖານທີ່ສົ່ງຜົນເຮັດໃຫ້ທຸລະກິດໄປບໍ່ລອດໄດ້!!!

ນິໄສສ່ວນຕົວທີ່ເຮັດໃຫ້ທຸລະກິດໄປບໍ່ລອດ!!! ເກັບບັນຫາໄວ້ຄົນດຽວ ອາດຈະບໍ່ຢາກໃຫ້ຄົນຟັງມາຄິດຫຼາຍ ຫຼືຢາກຫຼີກລ່ຽງຄວາມຄັດແຍ່ງ ແຕ່ໃນໂລກຂອງທຸລະກິດ ການເປັນຜູ້ປະກອບການທີ່ບໍ່ຍອມເອີ່ຍປາກເວົ້າເຖິງບັນຫາທີ່ເກີດຂຶ້ນ ຈະເຮັດໃຫ້ຫຸ້ນສ່ວນເກີດຄວາມເຂົ້າໃຈຜິດ ແລະ ຮູ້ສຶກບໍ່ໄວ້ວາງໃຈ ລວມເຖິງເຮັດໃຫ້ຕ້ອງພົບພາວະຕຶງຄຽດເພາະແບກບັນຫາໄວ້ຄົນດຽວ.   ເວົ້າອ້ອມ ເມື່ອເຖິງເວລາທີ່ຕ້ອງຢຸດຈ້າງພະນັກງານ ຜູ້ປະກອບການຈະພະຍາຮັກສານໍ້າໃຈດ້ວຍການບໍ່ເວົ້າໂດຍກົງເຖິງສິ່ງທີ່ເກີດຂຶ້ນ ເຊິ່ງບາງຄັ້ງອາດຈະເຮັດໃຫ້ທຸກຢ່າງຮ້າຍແຮງລົງໄດ້ ສິ່ງທີ່ຄວນເຮັດຄື ເຮັດໃຫ້ພະນັກງານຮູ້ສຶກວ່າ ໄດ້ຮັບຄວາມໃສ່ໃຈໃນຄວາມຮູ້ສຶກດ້ວຍການເວົ້າເຖິງສາເຫດທີ່ຕ້ອງຢຸດຈ້າງ ຢ່າງກົງໄປກົງມາ ພ້ອມທັງຮັບຟັງຄວາມໃນໃຈຂອງພວກເຂົາ.   ບໍ່ກຽມຕົວ ຜູ້ປະກອບການສ່ວນຫຼາຍຂາດການກຽມຕົວ ໃນການຮັບມືກັບສິ່ງທີ່ບໍ່ຄາດຄິດວ່າຈະເກີດຂຶ້ນເຊັ່ນ: ລືມສິ່ງທີ່ຕ້ອງເວົ້າໃນຫ້ອງປະຊຸມເພາະມົວໄປໂຟກັສສິ່ງທີ່ເຮັດໃຫ້ອາລົມບໍ່ດີ ແລະ ໃນທີ່ສຸດກໍເລືອກທີ່ຈະຍ່າງອອກໄປຈາກຫ້ອງປະຊຸມ ເພາະຄິດສິ່ງທີ່ຈະເວົ້າບໍ່ອອກ, ການກະທໍານີ້ຈະສົ່ງຜົນໃຫ້ຜູ້ທີ່ກ່ຽວຂ້ອງກັບທຸລະກິດເກີດຄວາມບໍ່ພໍໃຈໄດ້ ສະນັ້ນ ເພື່ອປ້ອງກັນບັນຫານີ້ ຜູ້ປະກອບການຕ້ອງຂຽນສິ່ງທີ່ຈະເວົ້າລົງໃນເຈ້ຍ ນອກຈາກຈະເຮັດໃຫ້ບໍ່ລືມແລ້ວ ຍັງເປັນການສໍາຫຼວດວ່າ ສິ່ງທີ່ຈະເວົ້ານັ້ນຄົບຖ້ວນແລ້ວບໍ່   ເມື່ອຮູ້ແບບນີ້ແລ້ວ ຜູ້ປະກອບການທ່ານໃດທີ່ມີນິໄສພື້ນຄ້າຍກັບທີ່ເວົ້າມາຂ້າງເທິງ ກໍໃຫ້ຮີບປ່ຽນດ່ວນ ຖ້າບໍ່ຢາກເຮັດໃຫ້ທຸລະກິດຕາຍໄປພ້ອມກັບນິໄສທີ່ຄິດຢູ່ຄົນດຽວວ່າດີທີ່ສຸດແລ້ວ. ຂອບໃຈທີ່ມາ: www.smethailandclub.com  

Read More »