Author Archives: Paeng KC

ມາຮູ້ຈັກ!!! ປະຫວັດຕົ້ນກຳເນີດຂອງເຂົ້າຈີ່

ຫຼາຍຄົນເຄີຍສົງໃສບໍ່? ວ່າເປັນຫຍັງຢູ່ບ້ານເຮົາ ຈຶ່ງມີເຂົ້າຈີ່ແບບຝຣັ່ງກິນເປັນອາຫານ ທັງທີເປັນອາຫານຂອງຄົນຕ່າງປະເທດມັກກິນ ແລະ ເຮົາຄົນລາວ ແມ່ນກິນໄດ້ສະບາຍງ່າຍໆ ຈະເປັນເຂົ້າເຊົ້າ, ສວາຍ, ແລງ ຫຼື ເປັນຂອງກິນຫຼິ້ນກໍໄດ້, ກິນຄວບຄູ່ກັບກາເຟ ຫຼື ໂອວັນຕິນ ກໍດີ ແລະ ກໍມີຄົນລາວຫຼາຍຄົນເຮັດເປັນທຸລະກິດ ສ້າງລາຍໄດ້ໃຫ້ກັບຄອບຄົວເປັນຢ່າງດີ. ສຳລັບ, ເຂົ້າຈີ່ລາວແທ້ໆ ແມ່ນເຮົາຮູ້ຈັກກັນດີ  ກໍຄື ເຂົ້າຈີ່ (ເຂົ້າປີ້ງ) ທີ່ເຮັດດ້ວຍ ເຂົ້າໜຽວ ມາປັ້ນທາເກືອ ປີ້ງໃຫ້ສຸກດ້ວຍໄຟ ແລ້ວ ທາໃສ່ໄຂ່ ຫຼື ປາແດກ  ທີ່ເຮົາເຫັນຂາຍກັນທຸກມື້ນີ້ ແລະ ກໍຈັດມີບຸນປະເພນີລາວເຮົາ ກໍຄື ບຸນເຂົ້າຈື່ ເປັນບຸນປະຈຳເດືອນ 3 ລາວນັ້ນເອງ. ແຕ່ສຳລັບ ເຂົ້າຈີ່ທົ່ວໄປ ກໍຕໍ່ເນື່ອງຈາກການຕົກເປັນຫົວເມືອງຂຶ້ນຂອງຝຣັ່ງທີ່ເຂົ້າມາໃນແຫຼມອິນດູຈີນ ໃນສະໄໝກ່ອນນັ້ນແຫຼະ!! ນອກຈາກການດື່ມກາເຟ ແລ້ວ ທີ່ຝຣັ່ງໄດ້ນຳເອົາແນວພັນມາປູກ ຢູ່ທີ່ພູພຽງບໍລະເວນແລ້ວ  ກໍຍັງມີອາຫານຫຼາກຫຼາຍຢ່າງທີ່ເຂົ້າມາພ້ອມໆກັນໃນຂົງເຂດນີ້ໂດຍສະເພາະ “ເຂົ້າຈີ່”  ທີ່ກິນຄູ່ກັບກາເຟ  ເຮັດໃຫ້ປະເທດລາວ ກໍໄດ້ຮັບອິດທິພົນນີ້ເຊັ່ນດຽວກັນຄື ກັບປະເທດອື່ນໆອ້ອມຂ້າງ ແຕ່ເນື່ອງຈາກໄດ້ມີການປຸງແຕ່ງຕ່າງໆ ຂອງວັດຖຸດິບສ່ວນປະກອບທີ່ຊອກຫາໄດ້ງ່າຍໆພາຍໃນເຂດນີ້ ແລະ ດັດແປງໃຫ້ຖືກປາກຄົນໃນເຂດນີ້ ຈົນກາຍເປັນເຂົ້າຈີ່ປາເຕ້, ...

Read More »

ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ (ຕໍ່)

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5 ເອກະສານສໍາຄັນຄື: ລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ. ຕໍ່ກັບບົດລາຍງານກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ, ກອງປະຊຸມເຫັນວ່າລາຄາໄຟຟ້າ ເປັນປັດໃຈທີ່ສໍາຄັນຫຼາຍຕໍ່ການພັດທະນາປະເທດ, ເປັນໂຄງປະກອບຕົ້ນທຶນທໍາການຜະລິດ, ເປັນປັດໃຈດຶງດູດການລົງທຶນ, ສົ່ງເສີມການຜະລິດພາຍໃນ, ປັບປຸງຍຸກລະດັບຊີວິດການປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ອື່ນໆ. ສະນັ້ນ ຕ້ອງໄດ້ມີການປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ແທດເໝາະກັບສະພາບການຕົວຈິງ ໃນໄລຍະແຕ່ນີ້ຮອດປີ ...

Read More »

ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5ເອກະສານສໍາຄັນຄື: ລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ. ຕໍ່ກັບບົດລາຍງານຄວາມຄືບໜ້າ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ກອງປະຊຸມເຫັນດີ ຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຄົບຖ້ວນ, ...

Read More »

ຜູ້ນຳລັດເຊຍ ຈະປະຊຸມສຸດຍອດກັບ ຜູ້ນຳເກົາຫລີເໜືອ ໃນມື້ອື່ນນີ້…

ສຳນັກຂ່າວເອພີລາຍງານຈາກນະຄອນມອສໂກປະເທດລັດເຊຍ ໃນວັນທີ 23 ເມສາ 2019 ວ່າ: ວັງເຄຣມລິນທຳນຽບປະທານາທິບໍດີລັດເຊຍຖະແຫຼງວ່າ ປະທານາທິບໍດີວາລາດີເມຍ ປູຕິນ ແຫ່ງລັດເຊຍຈະພົບເຈລະຈາກັບ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫລີເໜືອໃນການປະຊຸມສຸດຍອດ ຈະມີຂຶ້ນໃນວັນພະຫັດ ວັນທີ 25 ເມສານີ້ ທີ່ເມືອງວາລາດິວອສຕອຄ ເມືອງທ່າແຄມຝັ່ງປາຊິຟິກ ທາງຕາເວັນອອກ ຂອງລັດເຊຍ ເຊິ່ງມີການກຽມດ້ານສະຖານທີ່ໄວ້ຮຽບຮ້ອຍແລ້ວ ແຕ່ຍັງຂໍປົກປິດໄວ້ກ່ອນດ້ວຍເຫດຜົນດ້ານຄວາມປອດໄພ. ທ່ານ ຢູຣິ ອູຊາຄອຟ ທີ່ປຶກສາວັງເຄຣມລິນຖະແຫຼງວ່າ ການເຈລະຈາຫາລືຈະມຸ່ງເນັ້ນໄປທີ່ປະເດັນທີ່ຍັງຕົກລົງກັນບໍ່ໄດ້ວ່າດ້ວຍໂຄງການນິວເຄຼຍເກົາຫລີເໜືອ ໂດຍລັດເຊຍຈະຫາທາງລວມກຳລັງໄປໃນແນວທາງທີ່ເປັນບວກ ເຊິ່ງເຄີຍຖືກຂັດຂວາງຈາກຝ່າຍປະທານາທິບໍດີໂດນັລ ທຣັມ ຂອງອາເມຣິກາຈາກການປະຊຸມສຸດຍອດທີ່ຜ່ານມາກັບຜູ້ນຳເກົາຫລີເໜືອ ນອກຈາກນັ້ນລັດເຊຍ ຈະຫາທາງທີ່ຈະຊ່ວຍສ້າງ ຫຼື ກຳນົດເງື່ອນໄຂ ແລະ ບັນຍາກາດທີ່ດີເພື່ອໃຫ້ບັນລຸຂໍ້ຕົກລົງຂອງບັນຫາເທີງຄາບສະໝຸດເກົາຫລີ ທີ່ປຶກສາວັງເຄຣມລິນຍັງຊີ້ໃຫ້ເຫັນແຜນລັດເຊຍ-ຈີນ ທີ່ສະເໜີແນວທາງເທື່ອລະຂັ້ນຕອນຂອງການແກ້ບັນຫານິວເຄຼຍເກົາຫລີເໜືອ ແລະ ຮຽກຮ້ອງໃຫ້ຜ່ອນຄາຍມາດຕະການຂວ້ຳບາດເກົາຫລີເໜືອ ແລະ ຫຼັກປະກັນດ້ານຄວາມໝັ້ນຄົງໃຫ້ກັບເກົາຫລີເໜືອ ນອກຈາກນັ້ນແລ້ວ ການລະງັບການທົດລອງນິວເຄຼຍເກົາຫລີເໜືອ ແລະ ຫຼຸດລະດັບການຮ່ວມຊ້ອມຮົບອາເມຣິກາກັບເກົາຫລີໃຕ້ຈະຊ່ວຍຜ່ອນຄາຍຄວາມເຄັ່ງຕຶງ ແລະ ສ້າງເງື່ອນໄຂສຳລັບຄວາມຄືບໜ້າໃນການເຈລະຈາເປັນລຳດັບຕໍ່ໄປວາລະຂອງການຫາລືລະຫວ່າງປະທານາທິບໍດີຣັດເຊຍກັບຜູ້ນຳເກົາຫລີເໜືອຍັງລວມເຖິງຄວາມຮ່ວມມືທະວີພາຄີ ເພາະມູນຄ່າການຄ້າລະຫວ່າງລັດເຊຍກັບເກົາຫລີເໜືອນັ້ນນ້ອຍຫຼາຍເມື່ອປີຜ່ານມາໂຕເລກຢູ່ທີ່ 34 ລ້ານໂດລາ ເທົ່ານັ້ນ ສາເຫດສຳຄັນນັ້ນເປັນເພາະມາດຕະການຂວ້ຳບາດຂອງນານາຊາດນັ້ນເອງ ທີ່ມາ: ABC Laos ...

Read More »

ແຈ້ງເຕືອນໄພ!!! ພາຍຸລະດູຮ້ອນໃນໄລຍະວັນທີ 25 – 27 ເມສາ 2019

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມອອກແຈ້ງການ ເລກທີ 0511/ອກຕທ ແຈ້ງເຕືອນໄພພາຍຸລະດູຮ້ອນໃນໄລຍະວັນທີ 25 – 27 ເມສາ 2019 ເນື່ອງຈາກວ່າມວນອາກາດຮ້ອນເອົ້າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ພ້ອມດຽວກັນນັ້ນສອງກະແສລົມຕາເວັນຕົກ ແລະກະແສລົມຕາເວັນອອກສຽງໃຕ້ພັດປົກຄຸມເຂດພາກເຫນືອ ຫາ ພາກກາງ, ຊື່ງຈະເຮັດໃຫ້ມີພາຍຸລະດູຮ້ອນເກີດຂື້ນໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ,ຫມາກເຫັບຕົກ, ຟ້າຜ່າ ແລະລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະພາກກາງ ໃນໄລຍະວັນທີ່ 25 ຫາ 27 ເມສາ 2019 ນີ້ ດັ່ງນັ້ນ, ຈື່ງແຈ້ງເຕືອນອຳນາດການປົກຄອງແລະປະຊາຊົນບັນດາເຜົ່າທີ່ອາໃສຢູ່ບັນດາແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຫມາກເຫັບຕົກ, ຟ້າຜ່າ ແລະລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຫລັງຄາເຮືອນເປ່ເພ ພ້ອມນີ້ໍ່ໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫ່ຍ ຫຼື ຢູ່ກາງເດີນທີ່ກວ້າງ ເພາະມີຄວາມສ່ຽງໃຫ້ເກີດຟ້າຜ່າ.

Read More »

ບັນດານັກຂາຍຄວນລະວັງຫຍັງແດ່?!!!!! (ໃຜເປັນແມ່ຄ້າ-ພໍ່ຄ້າອອນໄລ໌ ອ່ານເລີຍ)

ໃນຊີວິດປະຈໍາວັນຂອງພວກເຮົາ ອາດເຫັນການໂຄສະນາ ກ່ຽວກັບ ສິນຄ້າ ຫຼື ການບໍລິການ ຫຼາກຫຼາຍຮູບແບບ, ຫຼາຍສີສັນ ເຊິ່ງເປັນການເຮັດການຕະຫຼາດ ເພື່ອເພີ່ມຍອດຂາຍ, ດຶງດູດລູກຄ້າ ຫຼື ເຮັດໃຫ້ສິນຄ້າ ຫຼື ການບໍລິການຂອງຕົນເບິ່ງແລ້ວ ດີ, ມີຄຸນນະພາບ ໂດຍຜ່ານຫຼາຍຊ່ອງທາງ ເຊັ່ນ: ການຂາຍໂດຍກົງ, ໂທລະພາບ, ວິທະຍຸ, ປ້າຍໂຄສະນາ, ເຟສ໌ບຸກ (Facebook), ອິນສ໌ຕາແກຼມ (Instagram) ຫຼື ຜ່ານສື່ສັງຄົມອອນລາຍອື່ນໆ. ແຕ່ທ່ານຮູ້ບໍ່ວ່າ ຖ້າຫາກ ການໂຄສະນາດັ່ງກ່າວຫາກ ເກີນຄວາມເປັນຈິງ, ບໍ່ຖືກຕ້ອງ ເຊັ່ນ: ເປັນການໂຄສະນາຊວນເຊື່ອ ເພື່ອອວດອ້າງສັບພະຄຸນຂອງສິນຄ້າ ຫຼື ການບໍລິການ ເຊັ່ນ: ໃຊ້ແລ້ວຂາວ, ກິນແລ້ວຮຸ່ນດີ ດັ່ງນີ້ເປັນຕົ້ນ ແຕ່ເມື່ອໃຊ້ແລ້ວ ແມ່ນ ບໍ່ດີ ຫຼື ບໍ່ມີຄຸນນະພາບ ຄືກັບການໂຄສະນາໄວ້ ເຊິ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ຜູ້ອຸປະໂພກ ຫຼື ຜູ້ບໍລິໂພກ ແມ່ນ ເປັນຄວາມຜິດທາງອາຍາ ເຊິ່ງອາດຈະຖືກລົງໂທດຕັດອິດສະຫຼະພາບ (ຕິດຄຸກ) ຫຼື ປັບໃໝ ຕາມທີ່ກົດໝາຍໄດ້ກຳນົດໄວ້ດັັ່ງນີ້: ...

Read More »

ຂໍ້ຄິດເຫັນສໍາຄັນເພື່ອຈັດການບັນຫາທ້າທາຍຂອງທຸລະກິດທີ່ພວມເຕີບໂຕ (ຕໍ່)

ສືບຕໍ່ມາຈາກສະບັບກ່ອນ, ທຸລະກິດທີ່ພວມເຕີບໃຫຍ່ມັກຈະພົບບັນຫາທ້າທາຍຫຼາຍດ້ານ ສິ່ງສໍາຄັນທີ່ທຸລະກິດຕ້ອງໄດ້ສະດຸ້ງໄວຕໍ່ກັບການປ່ຽນແປງ ແລະ ຕອບໂຕ້ໃຫ້ທັນການ ໂດຍສະເພາະ ການຕິດຕາມຕະຫຼາດຢ່າງຕໍ່ເນື່ອງ; ການວາງແຜນລ່ວງໜ້າ; ການໄຫຼວຽນເງິນສົດ ແລະ ການຄຸ້ມຄອງການເງິນ; ການແກ້ໄຂບັນຫາ; ລະບົບທີ່ຖືກຕ້ອງເໝາະສົມ; ທັກສະຄວາມຮູ້ ແລະ ທັດສະນະຄະຕິ;​ ແລະ ຍິນດີຕ້ອນຮັບກັບການປ່ຽນແປງ. ໃນນີ້, ສາມບັນຫາທໍາອິດ ແມ່ນໄດ້ນໍາສະເໜີ ໃຫ້ກັບທ່ານຜູ້ອ່ານແລ້ວໃນສະບັບກ່ອນ, ມາໃນສະບັບນີ້ ເຮົາຈະມາລົງເລິກຕື່ມກ່ຽວກັບສີ່ບັນຫາເພີ່ມຕື່ມຄື: ການແກ້ໄຂບັນຫາ (Problem solving): ໃນການດໍາເນີນທຸລະກິດແຕ່ລະວັນ ມັກຈະມີບັນຫາທ້າທາຍໃໝ່ໆເກີດຂຶ້ນສະເໝີ ແລະ ຝ່າຍຄຸ້ມຄອງຈັດການຕ້ອງໄດ້ໃຊ້ເວລາເພື່ອແກ້ໄຂບັນຫາທີ່ເກີດຂຶ້ນນັ້ນຕາມຄວາມສໍາຄັນ ແລະ ເລັ່ງດ່ວນ. ໃນເວລາທີ່ທຸລະກິດຂອງທ່ານພວມເຕີບໃຫຍ່,​ ການໃຊ້ເວລາເພື່ອຊອກຫາຄວາມຈິງຕໍ່ກັບຂໍ້ຂ້ອງໃຈ ຫຼື ຄວາມບໍ່ພໍໃຈຂອງລູກຄ້າ ອາດຈະຊ່ວຍປົກປ້ອງສາຍພົວພັນໜຶ່ງໄວ້, ແຕ່ວ່າ ການສຸມໃສ່ການຈ້າງພະນັກງານຂາຍທີ່ຖືກຕ້ອງ ອາດຈະເປັນການວາງຮາກຖານທີ່ເຂັ້ມແຂງສໍາລັບຍອດຂາຍໃໝ່ທີ່ຫຼວງຫຼາຍໃນຊຸມປີຕໍ່ໜ້າໄດ້. ໃນຂະນະທີ່ ທຸລະກິດພວມເຕີບໂຕ, ທ່ານຍັງຕ້້ອງໄດ້ສະດຸ້ງໄວຕໍ່ກັບບັນຫາ ແລະ ບູລິມະສິດໃໝ່ໆ. ຕົວຢ່າງ: ທຸລະກິດຂອງທ່ານອາດຈະມີຄວາມສ່ຽງເພີ່ມຂຶ້ນ, ຖ້າຫາກທ່ານ ບໍ່ດໍາເນີນບາດກ້າວໃດໜຶ່ງ ເພື່ອຮັບປະກັນວ່າ ຊັບສິນທາງປັນຍາຂອງທ່ານ ເຊັ່ນ ສິດທິບັດ ຫຼື ເຄື່ອງໝາຍການຄ້າຂອງທ່ານນັ້ນ ໄດ້ຖືກປົກປ້ອງຢ່າງເໝາະສົມ. ຖ້າຫາກທ່ານສຸມໃສ່ແຕ່ລະ “ແຄມເປນ”ດ້ານການຕະຫຼາດ, ທ່ານອາດຈະຕ້ອງໄດ້ນໍາໃຊ້ຊັບພະຍາກອນເພີ່ມຕື່ມ ...

Read More »

ອາກາດຮ້ອນໆແບບນີ້!!! ຈະຮັກສາລົດທີ່ເຮົາຮັກແນວໃດ ເພື່ອຄວາມປອດໄພ (ອ່ານເລີຍ)

ໃນໄລຍະອາກາດຮ້ອນໆແບບນີ້, ມີຫຼາຍຄົນເປັນຫ່ວງເລື່ອງລົດ ໂດຍສະເພາະແມ່ນຕົວເຄື່ອງ ແລະ ຢາງລົດ ອາດມີບັນຫາ ເພາະເສັ້ນທາງກໍຮ້ອນ ແລະ ຖ້າຕ້ອງເດີນທາງໄກ ຫຼື ຂີ່ລົດໄປໄກ ກໍບໍ່ຢາກເກີດເລື່ອງຂອງຢາງລົດ, ກົງລົດຫົວ ແລະ ອື່ນໆຕາມມາ…. ແນ່ນອນ. ສະນັ້ນ, ມືນີ້ ທາງທີມງານທາເກັດຈະມາແນະນໍາວີທີກວດ ແລະ ເບິ່ງແຍງຮັກສາອຸປະກອນປະຈໍາລົດ ເພື່ອໃຫ້ການເດີນທາງໃນໄລຍະລະດູຮ້ອນນັ້ນສະດວກສະບາຍຂຶ້ນ. ເລືອກຕິດຟີມກັນແສງທີ່ໄດ້ມາດຕະຖານ. ມີຄຸນສົມບັດໃນການຫຼຸດຄວາມຮ້ອນ ແລະ ສະທ້ອນແສງໃນລະດັບທີ່ເໝາະສົມ ຈະຫຼຸດຄວາມຮ້ອນ, ​ແສງແດດທີ່ເຮັດໃຫ້ຜູ້ຂັບຂີ່ຕ້ອງໄດ້ໃຊ້ສາຍຕາເບິ່ງເສັ້ນທາງ ເຊິ່ງມັນຈະສົ່ງຜົນໃຫ້ຜູ້ຂັບຂີ່ຢາກນອນງ່າຍກວ່າປົກກະຕິ ແລະ ບໍ່ຄວນຕິດຕັ້ງຟີມກັນແສງທີ່ສະທ້ອນແສງຫຼາຍເກີນໄປ.   ໝັ່ນທໍາຄວາມສະອາດແກ້ວໜ້າລົດ ແລະ ຫຼັງລົດຢູ່ຕະຫຼອດ. ສີດນໍ້າຢາເຊັດແກ້ວໜ້າ-ຫຼັງແລ້ວໃຊ້ຜ້າແຫ້ງ, ເຈ້ຍໜັງສືພິມ ເຊັດທໍາຄວາມສະອາດແລ້ວເປີດໃບປັດນໍ້າຝົນທໍາຄວາມສະອາດແກ້ວໜ້າ-ຫຼັງ ໂດຍຕື່ມນໍ້າຢາທໍາຄວາມສະອາດ ຫຼື ຢາສະຜົມລົງໄປໃນກະປຸກນໍ້າປັດໜ້າລົດເລັກນ້ອຍ ຈະຊ່ວຍລ້າງສິ່ງເປີ້ເປື້ອນ ແລະ ຂີ້ຝຸ່ນຕ່າງໆໄດ້ສະອາດຫຼາຍຂຶ້ນ ຊ່ວຍເຮັດໃຫ້ເບິ່ງເສັ້ນທາງໄດ້ແຈ້ງຂຶ້ນ ແຕ່ບໍ່ຄວນໃຊ້ທີ່ປັດນໍ້າຝົນທໍາຄວາມສະອາດໃນເວລາທີ່ແກ້ວແຫ້ງ ເພາະຈະເຮັດໃຫ້ແກ້ວໜ້າລົດເປັນຮອຍຂູດຂີດ ສົ່ງຜົນກະທົບຕໍ່ການເບິ່ງເຫັນເສັ້ນທາງ. ກວດເຊັກຍາງລົດໃຫ້ຢູ່ໃນສະພາບພ້ອມໃຊ້ງານຕະຫຼອດ. ໃນໄລຍະລະດູຮ້ອນພື້ນຖະໜົນມີອຸນຫະພູມສູງກວ່າປົກກະຕິ ເຮັດໃຫ້ອາກາດພາຍໃນຍາງລົດເພີ່ມຂຶ້ນ ຈະສົ່ງຜົນໃຫ້ຍາງເສື່ອມສະພາບໄວກວ່າປົກກະຕິ ແລະ ສ່ຽງຕໍ່ການເກີດລະເບີດໄດ້.   ກວດເຊັກເບິ່ງນໍ້າໃນໝໍ້ນໍ້າຢູ່ຕະຫຼອດ. ກວດເຊັກເບິ່ງນໍ້າໃຫ້ຢູ່ໃນລະດັບທີ່ເໝາະສົມ ບໍ່ໜ້ອຍ ຫຼື ຕໍ່າກວ່າເກນທີ່ກໍານົດ ...

Read More »

ກຽມສະເຫຼີມສະຫຼອງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 25 ປີ ຢ່າງຍິ່ງໃຫຍ່

ສປປ ລາວ ແລະ ລາຊະອານາຈັກໄທ ຈະຈັດກິດຈະກຳສະເຫຼີມສະຫຼອງຄົບຮອບ 25 ປີ ຂອງການເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຢູ່ບ້ານ ທ່ານາແລ້ງ ນະຄອນຫຼວງວຽງຈັນ. ການສະເຫຼີມສະຫຼອງແມ່ນຈະເລີ້ມແຕ່ວັນທີ 26-27 ເມສານີ້, ກິດຈະກໍາຈະມີພິທີທາງສາດສະໜາ, ການແຂ່ງຂັນລົດຖີບ, ການແລ່ນມາລາທອນ, ການແຂ່ງຂັນກ໊ອບມິດຕະພາບ, ການສະແດງທາງດ້ານວັດທະນາທຳລະຫວ່າງ 3 ປະເທດ ລາວ-ໄທ-ອົດສະຕາລີ, ງານວາງສະແດງສິນຄ້າລາວ-ໄທ ແລະ ອື່ນໆ. ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເປັນຂົວທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ແຂວງ ໜອງຄາຍ ປະເທດໄທ ຂົວດັ່ງກ່າວເປັນການຮ່ວມມືລະຫວ່າງລັດຖະບານຂອງ 3 ປະເທດ ລາວ, ໄທ ແລະ ອົດສະຕາລີ ຊຶ່ງມູນຄ່າການກໍ່ສ້າງປະມານ 42 ລ້ານໂດລາ ອົດສະຕາລີ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ອົດສະຕາລີ, ການກໍ່ສ້າງໄດ້ເລີ້ມແຕ່ປີ 1991 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 8 ເມສາ 1994. ...

Read More »

ມີທຶນໃຫ້ສະໝັກໄປຮຽນຕໍ່ປະລິນຍາເອກ ຢູ່ປະເທດໄທ ແລະ ຍີ່ປຸ່ນ.

ໂອກາດການໄດ້ໄປຮໍ່າຮຽນສຶກສາຕໍ່ ເອົາຄວາມຮູ້ຢູ່ຕ່າງປະເທດ ຢູ່ບ້ານເຮົາດຽວນີ້ມີເລື້ອຍໆ ແລ້ວແຕ່ເຮົາຈະເລືອກສາຍຮຽນຕໍ໋ຕາມຄວາມມັກຮັກ ແລະ ຖືກສາຍອາຊີບຂອງເຮົາໃນປັດຈຸບັນ, ເຮົາສາມາດສະໝັກຂໍທຶນໄດ້ ສຳລັບທຶນນີ້, ເປັນທຶນລະດັບປະລິນຍາເອກ ໃນດ້ານທີ່ກ່ຽວກັບ ວິສະວະກໍາ ແລະ ໄອທີ ສາມາດສະໝັກໄດ້. ທຶນດຽວໄດ້ໄປຮຽນຢູ່ສອງປະເທດ ຄື 2 ປີ ຢູ່ປະເທດໄທ ແລະ ອີກ 2 ປີ ຮຽນຢູ່ຍີ່ປຸ່ນ ປິດຮັບສະໝັກ: 31/05/2019 ລາຍລະອຽດ ແລະ ວິທີການສະໝັກກົດຕາມລິ້ງນີ້ເລີຍ: http://www2.siit.tu.ac.th/ictprojects/siitjaist/

Read More »