ໃຜມັກດື່ມກາເຟ!!! ຄວນອ່ານ 5 ປະໂຫຍດຂອງການດື່ມກາເຟ.

  1. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້ ມີນັກວິໄຈພິສູດວ່າໃນກາເຟດໍາ ຫຼື ກາເຟທີ່ເຮົາຊົງກິນໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມສາມາດປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້.

2. ດື່ມກາເຟເປັນປະຈຳສາມາດປ້ອງກັນພະຍາດຫອບຫືດ ເຊິ່ງພະຍາດນີ້ມີສາເຫດມາຈາກກພູມແພ້ຊະນິດໜຶ່ງ ໂດຍທົ່ວໄປແລ້ວຮ່າງກາຍມະນຸດຈະບໍ່ມີອາການຂອງພະຍາດຫອບຫືດໄດ້ງ່າຍໆ ແຕ່ຖ້າຫາກປະສາດສຳຮອງຖືກກະຕຸ້ນກໍຈະເກີດອາການຫອບທັນທີ, ດັ່ງນັ້ນເມື່ອທ່ານດື່ມກາເຟເຂົ້າໄປໃນຮ່າງກາຍ ຄາເຟອີນທີ່ມີຢູ່ໃນກາເຟກໍຈະຊ່ວຍລະງັບການຕຶງຄຽດຂອງປະສາດສຳຜັດສຳຮອງ ຫຼຸດອາການເກີດຫອບຫືດໄດ້ເປັນຢ່າງດີ.

 

3. ການດື່ມກາເຟເປັນປະຈຳສາມາດຫຼຸດອາການເກີດພະຍາດຕັບທີ່ເປັນສາເຫດຈາກການດື່ມເຫຼົ້າຫຼາຍ ຕາມທີ່ນັກວິຊາການສຳຫຼວດແລ້ວຈຶ່ງຄົ້ນພົບວ່າ: ກາເຟຊ່ວຍຫຼຸດຜົນຮ້າຍທີ່ຈະມີຕໍ່ຕັບໄດ້.

 

3. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນມະເຮັງຕັບ ມະເຮັງລຳໄສ້ ແລະ ມະເຮັງໃນຜົ້ງປາກ ຈາກຜົນການທົດລອງຂອງນັກວິໄຈຄົ້ນພົບວ່າໃນກາເຟມີປະສິດທິພາບປ້ອງກັນພະຍາດໃນຂັ້ນຕົ້ນ ໂດຍສະເພາະໃນຄາເຟອີນທີ່ມີຢູ່ໃນກາເຟຈະມີກົດ”ອະຊີຕິກ” ທີ່ຊ່ວຍປ້ອງກັນພະຍາດດັ່ງກ່າວໄດ້.

4. ການດື່ມກາເຟເປັນປະຈຳຊ່ວຍຂັບໄລ່ຄວາມຊະລາ “ອົກຊີແຊນ”ເປັນສານທີ່ສຳຄັນທີ່ຮ່າງກາຍຂອງມະນຸດຕ້ອງການຫຼາຍກໍແມ່ນຄວາມຈິງ ແຕ່ໃນທາງກົງກັນຂ້າມກັນຖ້າຮ່າງກາຍມີ”ອົກຊີແຊນ”ຫຼາຍເກີນໄປຈະເຮັດໃຫ້ມີໂອກາດເປັນພະຍາດມະເຮັງສູງ ແລະ ເຖົ້າໄວ ແຕ່ຖ້າທ່ານດື່ມກາເຟໃນປະລິມານທີ່ເໝາະສົມຈະເຮັດໃຫ້ຫຼຸດຜ່ອນການເກີດມະເຮັງໄດ້ ແລະ ຍັງກະຕຸ້ນການເຜົາຜານໃນຮ່າງກາຍໄດ້ເປັນຢ່າງດີ.

5.  ການດື່ມກາເຟເປັນປະຈຳຊ່ວຍຫຼຸດອັດຕາໄຂມັນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຍັງສາມາດຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ອີກດ້ວຍ

ເຫັນຄຸນປະໂຫຍດຂອງກາເຟແລ້ວເປັນແນວໃດແດ່? ທ່ານລອງປ່ຽນການດື່ມກາເຟ ຈາກທີ່ເຄີຍດື່ມແບບໃສ່ນໍ້າຕານ ແລະ ຄຣີມທຽມຫຼາຍໆ ໃຫ້ຄ່ອຍໆຫຼຸດຜ່ອນລົງແລ້ວທ່ານຈະໄດ້ຄຸນປະໂຫຍດທີ່ດີຈາກກາເຟ ຈົນທ່ານເອງກໍຄາດບໍ່ເຖິງ.  ທ່ານກໍສາມາດຫາດື່ມໄດ້ງ່າຍໆຕາມຮ້ານທົ່ວໄປ ແຕ່ຖ້າຄິດບໍ່ອອກ ທາເກັດແນະນຳເລີຍ ຮ້ານ Kaogee Cafe ເປັນຮ້ານທີ່ລວບລວມ  ເຄື່ອງດື່ມກາເຟລາວ ຊັ້ນດີ ມີລະດັບເປັນກາເຟລາວແທ້ ຈາກພູພຽງບໍລິເວນ ນອກນີ້, ຮ້ານ Kaogee Cafe ຍັງມີເຄື່ອງດື່ມເພື່ອສຸະພາບ ແລະ ເຂົ້າຈີ້ ຫຼາກຫຼາຍເມນູ ໄວ້ໃຫ້ທຸກທ່ານໄດ້ລອງຊີມ.

ຮ້ານ   Kaogee Cafe ມີ 5 ສາຂາ ໃນນະຄອນຫຼວງວຽງຈັນໃກ້ກັບສາຂາໃດ ໄປສາຂານັ້ນເລີຍ.  (ຫຼັງໂຮງຮຽນ ມສ ວຽງຈັນ, ເພຍວັດ, ສີຫອມ, ໜອງບອນ) ແລະ 1 ສາຂາທີ່ແຂວງຫຼວງພະບາງ; (ແລະ ໄວໆນີ້ ນະຄອນຫຼວງກໍຈະເປັນອີກ 1 ສາຂາ ສະພານທອງ).

Comments