Author Archives: Paeng KC

3 ເທັກນິກ! ຊື້ໂຄສະນາ “Facebook” ແນວໃດ? ບໍ່ຕ້ອງເສຍເງິນແບບສູນເປົ່າ…

    ສະຫຼາດ! ຊື້ໂຄສະນາ Facebook… ຫຼັງຈາກເມື່ອຕົ້ນປີ Facebook ໄດ້ປະກາດປັບ Algorithm ຄັ້ງໃຫຍ່! ເຮັດໃຫ້ຫຼຸດຈໍານວນຄົນເຂົ້າເຖິງ (Reach) ເພຈຫຼຸດລົງເລື້ອຍໆ ເຊິ່ງສົ່ງຜົນກະທົບໂດຍກົງເຮັດໃຫ້ຜູ້ບໍລິໂພກ ຫຼືຜູ້ໃຊ້ Facebook ເຫັນບົດຄວາມ, ຜະລິດຕະພັນ ແລະ ສິນຄ້າຫຼຸດລົງເຊັ່ນດຽວກັນ… ຈົນເຮັດໃຫ້ເຈົ້າຂອງສິນຄ້າຍອມທີ່ ຊື້ໂຄສະນາ ເພື່ອແລກກັບການເຂົ້າເຖິງຂອງຜູ້ໃຊ້ Facebook; ແຕ່ການຊື້ໂຄສະນານັ້ນບໍ່ແມ່ນວ່າຈະໄດ້ຮັບຜົນດີສະເໝີໄປ ເພາະປະສິດທິພາບຂອງ ໂຄສະນາ ຂຶ້ນຢູ່ກັບຫຼາຍອົງປະກອບ ບໍ່ວ່າຈະເປັນຮູບ, ຂໍ້ຄວາມໂຄສະນາ ແລະ ການກໍານົດກຸ່ມເປົ້າໝາຍເປັນຕົ້ນ. ມື້ນີ້ຜູ້ຂຽນເລີຍຢາກຈະຍົກໃຫ້ເຫັນ 3 ເທັກນິກສໍາຄັນ ທີ່ຈະເຮັດໃຫ້ການຊື້ໂຄສະນາຈາກ Facebook ມີປະສິດທິພາບຫຼາຍຂຶ້ນ (ອ້າງອິງຈາກ: Digimusketeers (ປະເທດໄທ) ສະຖານບັນອົບຮົມຕະຫຼາດອອນລາຍ ບຸກຄະລາກອນມືອາຊີບ ແລະ ມີປະສົບການຫຼາຍກວ່າ 10 ປີ) Say NO for “Boost Post” ຫຼາຍຄົນມັກຕິດກັບດັກປໍ້າ Like-Comment-Share ການມີ Like/Comment/Share ທີ່ຫຼາຍ ບໍ່ໄດ້ໝາຍຄວາມວ່າຍອດການຂາຍຂອງທ່ານຈະຫຼາຍໄປນໍາ… ເຮົາສາມາດແບ່ງປະຊາກອນໃນ Facebook ອອກເປັນ 2 ...

Read More »

ຕົວຊ່ວຍ SME ຊອກພະນັກງານທີ່ແມ່ນ! ໄດ້ງ່າຍໆພຽງກົດ LINE JOBS…

ຕົວຊ່ວຍ SME ຊອກພະນັກງານທີ່ແມ່ນ! ໄດ້ງ່າຍໆພຽງກົດ LINE JOBS… ປັດຈຸບັນ ແນວໂນ້ມການປ່ຽນວຽກຂອງຄົນລຸ້ນໃໝ່ຄ້ອນຂ້າງສູງ ກາຍເປັນປະເດັນສໍາຄັນທີ່ທຸລະກິດຕ້ອງຫາທາງຮັບມື! ເພາະປັດຈຸບັນເປັນຍຸກທີ່ເອີ້ນວ່າ ເປັນຍຸກຂອງ Millennials ເປັນພວກ The Job-Hopping Generation ຫຼືຄົນທີ່ມັກປ່ຽນວຽກເປັນປະຈໍາ. ແນວໂນ້ມດັ່ງກ່າວຈຶ່ງສົ່ງຜົນກະທົບແກ່ທຸລະກິດໂດຍກົງ; ໃນບັນດາປະເທດທີ່ພັດທະນາແລ້ວ (ໃນອານາຄົດອາດຈະສົ່ງຜົນມາເຖິງທຸລະກິດໃນບ້ານເຮົາ) ເຮັດໃຫ້ຕ້ອງຊອກພະນັກງານໃໝ່ຢູ່ເປັນປະຈໍາ ເຮັດໃຫ້ເຈົ້າຂອງທຸລະກິດ, ຜູ້ປະກອບການ ໂດຍສະເພາະ SME ຈໍາເປັນຕ້ອງມີຊ່ອງທາງເພີ່ມປະສິດທິພາບໃນການຊອກຄົນເຮັດວຽກ ເພື່ອຮັບພະນັກງານໃໝ່ເຂົ້າມາເສີມຕຶ່ມທີມ… ແຕ່ມັນກໍມີບັນຫາຫຼາຍຢ່າງເຊັ່ນ ຄວາມຊັກຊ້າ, ລາຄາຄ້ອນຂ້າງແພງ, ຊ່ອງທາງການສະໝັກວຽກບໍ່ມີປະສິດທິພາບ; ດ້ວຍເຫດນີ້ Application LINE ຈຶ່ງເບິ່ງເຫັນໂອກາດ ແລະ ຊ່ອງທາງທີ່ຈະເກີດຂຶ້ນ ຈຶ່ງໄດ້ເປີດຕົວ “LINE JOBS” Platform ໃໝ່ ທີ່ຈະເຊື່ອມຕໍ່ຜູ້ຊອກວຽກ ແລະ ຜູ້ຈ້າງສໍາລັບວຽກບໍລິການດ້ວຍຄວາມງ່າຍ, ໄວ ແລະ ມີປະສິດທິພາບ… “LINE JOBS” ເປັນບໍລິການຊອກວຽກຜ່ານ Application LINE ທີ່ໃຊ້ເທັກໂນໂລຊີທີ່ເອີ້ນວ່າ “Machine Leaning” ຜູ້ສະໝັກວຽກທົ່ວປະເທດສາມາດຊອກວຽກທີ່ຕ້ອງການໄດ້ໃນ LINE JOBS ຜ່ານ ...

Read More »

ຍຸດທະສາດໃໝ່!!! ຂອງ Brand ດັງລະດັບໂລກ ທີ່ຈະມັດໃຈລູກຄ້າ

H&M ປະກາດໃຊ້ຖົງເຈ້ຍ ແທນຖົງຢາງພາສ໌ຕິກ H&M ເປັນແບຣນຜູ້ຄ້າຍ່ອຍລາຍລ່າສຸດທີ່ປະກາດສົງຄາມກັບພາສ໌ຕິກ ດ້ວຍການໃຊ້ຖົງເຈ້ຍແທນການໃຊ້ຖົງຢາງພາສ໌ຕິກເປັນທີ່ຮຽບແລ້ວ.   ໃນຖາມກາງບັນຫາໂລກຮ້ອນ ແລະ ຖົງຢາງພາສ໌ຕິກລົ້ນໂລກ ເຮັດໃຫ້ແບຣນໃຫຍ່ໆຂອງໂລກເລີ່ມຕື່ນຕົວຕໍ່ບັນຫານີ້ທີ່ສຸດ, ໄດ້ມີການປັບຕົວ ແລະ ໄດ້ປະກາດນະໂຍບາຍໃນການຫຼຸດໃຊ້ພາສ໌ຕິກບໍ່ວ່າຈະເປັນທໍ່ດູດພາສ໌ຕິກ ແລະ ຖົງຢາງພາສ໌ຕິກ ເພື່ອເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ ແລະ ອີກຢ່າງໜຶ່ງກໍຄືການສ້າງຍຸດທະສາດ ເຮັດໃຫ້ພາບລັກຂອງແບຣນນັ້ນໆດີຂຶ້ນ. ລ່າສຸດ H&M  ແບຣນ Fast Fashion ຊື່ດັງໄດ້ປະກາດແຜນວ່າຈະຍົກເລິກໃຊ້ຖົງຢາງພາສ໌ຕິກໃຫ້ໝົດ ແລ້ວປ່ຽນມາໃຊ້ຖົງເຈ້ຍແທນ. ໂດຍແຜນການນີ້ແມ່ນເລີ່ມຕັ້ງແຕ່ມື້ນີ້ ວັນທີ 29 ຕຸລາ 2018 ແລະ ຈະຂະຫຍາຍໄປທຸກສາຂາທົ່ວໂລກໃຫ້ສຳເລັດໃນຕົ້ນເດືອນທັນວາ 2018 ນີ້. ທາງ H&M ກ່າວວ່າ: ການຫັນປ່ຽນມາໃຊ້ຖົງເຈ້ຍນັ້ນ ກໍເພື່ອຕ້ອງການສ້າງຄວາມປ່ຽນແປງໃນອຸດສາຫະກຳແຟຊັນ ຄາດວ່າຈະສາມາດສ້າງແຮງກະຕຸ້ນໃນການຂາຍໄດ້ຢ່າງດີອີກ ເພາະເທຣນການຮັກໂລກຮັກສາສິ່ງແວດລ້ອມກຳລັງມາແຮງ ແລະ ເຮັດໃຫ້ສັງຄົມມາຄິດໃນເລື່ອງນີ້ຫຼາຍຂຶ້ນອີກ. ກ່ອນໜ້ານີ້ H&M ແມ່ນໄດ້ເກັບເງິນເພີ່ມຕື່ມເລັກໜ້ອຍ ເມື່ອລູກຄ້າຕ້ອງການຖົງຢາງພາສ໌ຕິກ  ໄດ້ເລີ່ມເຮັດກິດຈະກຳນີ້ຕັ້ງແຕ່ປີ 2015 ມາ ແລ້ວນຳເງິນທີ່ໄດ້ນັ້ນໄປບໍລິຈາກເພື່ອການກຸສົນ ໂດຍປັດຈຸບັນ ອົງການ Unicef  ໄດ້ຮັບເງິນຈາກ H&M ແລ້ວທັງໝົດຫຼາຍກວ່າ 1.9 ລ້ານໂດລາ. By Ratirita

Read More »

ລະບົບ ຄຸ້ມຄອງລາຍຮັບສ່ວຍສາອາກອນ”TaxRIS”ເປີດນຳໃຊ້ເປັນທາງການແລ້ວ!!!!

ແຈ້ງການ!!! ເປີດການນໍາໃຊ້ ລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບ ສ່ວຍສາອາກອນ ລະບົບໃຫມ່ ທັນສະໄຫມ TaxRIS ປ້ອງກັນການຮົ່ວໄຫຼຂອງການຈ່າຍສ່ວຍສາອາກອນ ໄປຫາກຸ່ມຄົນບໍ່ດີ ! ກະຊວງການເງິນ ອອກແຈ້ງການລົງວັນທີ 22 ຕຸລາ 2018 ເຖິງ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເລື່ອງ: ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ “TaxRIS”(ລະບົບໃໝ່) ລາຍລະອຽດເພີ່ມຕື່ມ ສາມາດກວດສອບໄດ້ ຕາມແຈ້ງການ ຂ້າງລຸ່ມນີ້ ຫຼື ເຂົ້າຢ້ຽມຊົມເວັບໄຊທ໌ taxservice.mof.gov.la

Read More »

ເປີດຕົວຢ່າງເປັນທາງການ! Smart Phone Huawei Mate 20 ແລະ Huawei Mate 20 pro…

ສໍາລັບທ່ານໃດທີ່ກໍາລັງເບິ່ງຫາ Smart Phone ດີໆ, ແບັດທົນໆ, ຊາດເຂົ້າໄວ, ຫຼິ້ນບໍ່ມີສະດຸດ, ແຖມໜ້າຈໍໃຫຍ່ໆເໝາະກັບການໃຊ້ງານທຸກສະຖານະການ ເຮົາຂໍແນະນໍາເລີຍ Huawei Mate 20 ແລະ Huawei Mate 20 pro; ຈາກບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢູ່ລາວຢ່າງເປັນທາງການແລ້ວໃນວັນທີ 23 ຕຸລາ ທີ່ຜ່ານມາ ທີ່ຫ້ອງການຫົວເຫວີຍ ປະຈໍາປະເທດລາວ. ໂດຍການເປັນປະທານຂອງ ທ່ານ ຫຍາງລຽງ ຮອງຜູ້ອໍານວຍການ ບໍລິສັດຫົວເຫວີຍ ເທັກໂນໂລຍີລາວ ຈໍາກັດແຕ່ພຽງຜູ້ດຽວ. ພາຍໃນງານ ທ່ານ ວັນກົງ ສີສະຫວັດ ຜູ້ຈັດການຝ່າຍຂາຍ ທຸລະກິດຜະລິດຕະພັນ ເພື່ອຜູ້ບໍລິໂພກ ຫົວເຫວີຍປະຈໍາລາວ ໄດ້ແນະນໍາໃຫ້ຮູ້ເຖິງຄຸນນະສົມບັດໃນການໃຊ້ງານ ແລະ ຄວາມແຕກຕ່າງຈາກ Smart Phone ລຸ້ນອື່ນໆທີ່ວາງຂາຍຕາມທ້ອງຕະຫຼາດ; ບໍ່ວ່າຈະເປັນລະບົບການຖ່າຍຮູບທີ່ເໜືອກວ່າ,​ ສາມາດຈັດພາບໄດ້ເຖິງ 25 ໂໝດ, ແບັດເຕີຣີ່ທີ່ກິນໄຟໜ້ອຍກວ່າພຽງ 7 ນາໂມແມັດ (ລຸ້ນທົ່ວໄປແມ່ນ 10 ນາໂນແມັດ ກໍຖືວ່າຕໍ່າແຮງແລ້ວ) ແຖມແບັດເຕີຣີ່ຍັງສູງເຖິງ 4.000 ແລະ 4.200 ...

Read More »

ຮູ້ຈັກກັບ! MINISO ກັບຍຸດທະສາດຕີຕະຫຼາດຄອງໃຈຄົນທົ່ວໂລກ! ລວມທັງຄົນລາວ…

 ຄົນລາວຕິດໃຈ MINISO ຍ້ອນຫຍັງ? ເມື່ອເວົ້າເຖິງຮ້ານຂາຍເຄື່ອງຍ່ອຍຍອດນິຍົມສໍາລັບຄົນລາວທຸກມື້ນີ້ ແນ່ນອນວ່າ 1 ໃນນັ້ນຄົງໜີບໍ່ພົ້ນ MINISO… ເພາະຂຶ້ນຊື່ວ່າເປັນຮ້ານທີ່ມີຄົບທຸກຢ່າງຢູ່ໃນນັ້ນເລີຍກໍວ່າໄດ້ ເຮັດໃຫ້ບາງຄົນທີ່ເຄີຍຕິດໃຈ M point, J mart, world mart… ກໍຫັນມາຕິດໃຈ MINISO ກັນໝົດ; ເຖິງວ່າຫາກໍເປີດຕົວຢູ່ລາວໄດ້ບໍ່ດົນແຕ່ກໍສາມາດຕີຕະຫຼາດ ໄດ້ໄວ ແລະ ຄອງໃຈຄົນລາວໄປແລ້ວຫຼາຍຄົນ. ແລະ ເມື່ອບໍ່ດົນມານີ້ (ວັນທີ 30 ກັນຍາ ທີ່ຜ່ານມາ) MINISO ຮ້ານຂາຍເຄື່ອງຍ່ອຍ ສັນສາດຈີນ ໄດ້ປະກາດເຊັນສັນຍາຮ່ວມ ເຊິ່ງເປັນສັນຍາການລົງທຶນຮ່ວມທາງຍຸດທະສາດກັບ Tencent ແລະ Hillhouse Capital ເຊິ່ງໄດ້ຮັບເງິນລົງທຶນໄປ 1.000 ລ້ານຫຢວນ. ທໍາຄວາມຮູ້ຈັກກັບ MINISO ບໍລິສັດ MINISO ກໍ່ຕັ້ງຂຶ້ນໃນປີ 2013 ໂດຍ 2 ຜູ້ບໍລິຫານຄື Miyake Junya ດີຊາຍເນີ່ຍີ່ປຸ່ນ ແລະ Ye Guofu ອາດີດດີຊາຍເນີ່ທີ່ຜົນຕົວມາເປັນນັກທຸລະກິດ ເຮັດໃຫ້ເປັນຮ້ານທີ່ໃສ່ໃຈເລື່ອງດີຊາຍຫຼາຍ. MINISO ເປີດຍຸດທະສາດບຸກຕະຫຼາດປະເທດຈີນເມື່ອປີ ...

Read More »

ໂອນເງິນເຂົ້າຜິດບັນຊີ ມີສິດທວງເອົາເງິນຄືນໄດ້ບໍ່?

ໃນຊີວິດປະຈຳວັນ ຫຼາຍທ່ານຫຼີກບໍ່ໄດ້ເລື້ອງຫຼົງໆ ລືມໆ ຖ້າຫາກທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານຕ້ອງກັງວົນໃຈວ່າ: ຈະມີສິດເອົາຄືນໄດ້ບໍ່? ຈະເອົາຄືນໄດ້ແນວໃດ? ຖ້າເຂົາຖອນໄປຈ່າຍໝົດແລ້ວບໍ່ມີເງິນຄືນໃຫ້ເດ ຈະເຮັດແນວໃດ? ດ້ານກົດໝາຍ ມີການກໍານົດໄວ້ຄືແນວໃດ?. ແນ່ນອນ ຕາມກົດໝາຍ ຖ້າທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານມີສິດທວງເອົາເງິນຄືນໄດ້ ແລະ ຜູ້ທີ່ຮັບເງິນນັ້ນກໍຕ້ອງສົ່ງເງິນດັ່ງກ່າວນັ້ນຄືນໃຫ້ຜູ້ທີ່ຫຼົງໂອນເງິນມານັ້ນ ໂດຍບໍ່ມີເງື່ອນໄຂໃດໆ. ຫຼາຍທ່ານອາດຈະໂຕ້ຖຽງວ່າ: ໂອນເງິນເຂົ້າບັນຊີຂອງຄົນອື່ນ ກໍຖືວ່າເປັນເງິນຂອງຄົນອື່ນ ເພາະເຈົ້າຂອງບັນຊີແມ່ນເປັນເຈົ້າກຳມະສິດຂອງເງິນໃນບັນຊີຕົນ, ນັ້ນເປັນພຽງການໂຕ້ຖຽງໃນແງ່ມຸມຄວາມເຂົ້າໃຈສ່ວນຕົວເທົ່ານັ້ນ. ເຫດຜົນທີ່ມີສິດທວງເອົາເງິນຄືນໄດ້ນັ້ນແມ່ນມີ 2 ເຫດຜົນຄື: ຂໍ້ຜູກພັນນອກສັນຍາ ແລະ ຄວາມຮັບຜິດຊອບທາງອາຍາ. ເຫດຜົນຂໍ້ຜູກພັນນອກສັນຍາ: ແມ່ນໄດ້ກໍານົດໄວ້ໃນ ມາດຕາ 99 ຂອງ ກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບເລກທີ 01/ສພຊ ລົງວັນທີ 08 ທັນວາ 2008 ໂດຍໄດ້ກຳນົດໄວ້ວ່າ: “ບຸກຄົນໃດ ຫາກໄດ້ຮັບຊັບສິ່ງຂອງ ຂອງຜູ້ອື່ນໂດຍເຈດຕະນາ ທັງໆທີ່ຮູ້ວ່າ ຕົນບໍ່ມີສິດຮັບຊັບສິ່ງຂອງນັ້ນແລ້ວ ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫຼື ມູນຄ່າຂອງຊັບສິ່ງຂອງນັ້ນ ຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງໝາກຜົນ ຫຼື ລາຍໄດ້ ນັບແຕ່ວັນໄດ້ຮັບເປັນຕົ້ນໄປ”. ...

Read More »

10 ເທັກນິກ! ນໍາພາທຸລະກິດໃຫ້ລອດຕາຍ ໃນທຸກຍຸກທຸກສະໄໝ…

ຢູ່ລອດໄດ້ທຸກຍຸກ ທຸກສະໄໝ!!! ບັນດາທ່ານ ໃນຍຸກນີ້ເປັນຍຸກທີ່ຫຼາຍຄົນຕ່າງກໍຫັນມາເຮັດທຸລະກິດຫຼາຍຂຶ້ນ ແລະ ຫຼັກການໃນການເຮັດທຸລະກິດໃນຍຸກສະໄໝນີ້ ເອີ້ນໄດ້ວ່າມີຢູ່ຫຼາກຫຼາຍເຄັດລັບທີ່ຈະເຮັດໃຫ້ທຸລະກິດຂອງທ່ານປະສົບຄວາມສໍາເລັດໄດ້; ເຊິ່ງຄວາມຈິງແລ້ວ ບໍ່ມີໃຜຊີ້ໄດ້ຊັດເຈນວ່າ ມາຈາກປັດໃຈ ຫຼືອົງປະກອບຕາຍຕົວວ່າ ຖ້າເຮັດຕາມຫຼັກການນີ້ແລ້ວທ່ານຈະປະສົບຄວາມສໍາເລັດໄດ້. ແຕ່ໃນການເຮັດທຸລະກິດກໍມີຂໍ້ຄິດທີ່ຈໍາເປັນຄື ຕ້ອງອາໄສຄວາມຮູ້ ແລະ ຄວາມເຂົ້າໃຈ ລວມໄປເຖິງ ຄວາມຮັກ ໃນທຸລະກິດທີ່ເຮັດປະສົບປະສານກັນ ຈຶ່ງຈະເຮັດໃຫ້ທຸລະກິດຂອງທ່ານສາມາດຢູ່ລອດໄດ້. ເຊິ່ງມື້ນີ້ຜູ້ຂຽນຈຶ່ງຢາກຍົກ 10 ເທັກນິກ ທີ່ຈະເຮັດໃຫ້ທຸລະກິດຂອງທ່ານປະສົບຄວາມສໍາເລັດ ບໍ່ວ່າຈະໃນຍຸກສະໄໝໃດ… ລອງມາເບິ່ງວ່າມີຫຍັງແດ່? ທຸລະກິດຕ້ອງປັບຕົວຢູ່ຕະຫຼອດເວລາ ຄວນມີການບໍລິຫານວຽກ ແລະ ຊັບພະຍາກອນບຸກຄົນໃຫ້ເປັນລະບຽບ ຄວນພັດທະນາສິນຄ້າ ເພື່ອໃຫ້ກົງກັບຄວາມຕ້ອງການຂອງຜູ້ບໍລິໂພກຢູ່ສະເໝີ ຄວນນໍານະວັດຕະກໍາເຄື່ອງຈັກ ຫຼືເທັກໂນໂລຊີສະໄໝໃໝ່ເຂົ້າມາໃຊ້ ເພື່ອເພີ່ມມາດຕະຖານການຜະລິດໃຫ້ກັບທຸລະກິດຂອງທ່ານ ໃຊ້ຫຼັກການອອກແບບໃຫ້ມີຄວາມທັນສະໄໝ ແລະ ເໝາະສົມກັບກຸ່ມເປົ້າໝາຍ ການຮັກສາຄຸນນະພາບ ແລະ ບໍລິການລູກຄ້າໃຫ້ດີທີ່ສຸດຢ່າງສະເໝີຕົ້ນສະເໝີປາຍ ນັ້ນຄືຈຸດຂາຍ ໝັ່ນສໍາຫຼວດຄວາມຕ້ອງການຂອງຜູ້ບໍລິໂພກເປັນຫຼັກ ແລ້ວຈຶ່ງຄ່ອຍຜະລິດສິນຄ້າ ທີ່ກົງກັບຄວາມຕ້ອງການຂອງຜູ້ບໍລິໂພກ ຄວນມີການຈັດກິດຈະກໍາທາງການຕະຫຼາດເພື່ອກະຕຸ້ນຍອດຂາຍເຊັ່ນ: ຈັດ Promotions ຫຼຸດ ແລກ ແຈກ ແຖມ ເປັນໄລຍະ ໄລຍະ ໃຊ້ສື່ສັງຄົມອອນລາຍໃນການໂປຼໂມດທຸລະກິດໃຫ້ເກີດປະໂຫຍດສູງສຸດ ມີການບໍລິການຫຼັງການຂາຍເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ບໍລິໂພກໄລຍະຍາວ. ຂອບໃຈທີ່ມາ: Smart SMEs Chanel

Read More »

5 ອາຊີບທີ່ AI ບໍ່ມີທາງຍາດໄປຈາກຄົນໄດ້ເດັດຂາດ…

ນີ້ຄືອາຊີບຂອງຄົນເທົ່ານັ້ນ!!! ຫຼາຍໆຄົນຄົງໄດ້ອ່ານມາຫຼາຍກ່ຽວກັບ ອາຊີບທີ່ຈະຖືກຫຸ່ນຍົນ AI ຍາດໄປ! ຈົນເຮັດໃຫ້ຫຼາຍຄົນຄິດໄປໄກວ່າ ອະນາຄົດຈະມີອາຊີບເຫຼືອໃຫ້ຄົນໄດ້ເຮັດບໍ່? ແຕ່ສໍາລັບບ້ານເຮົາແລ້ວກໍບໍ່ມີຫຍັງຕ້ອງຢ້ານຂະໜາດນັ້ນຢູ່ແລ້ວ… ແຕ່ແນວໃດກໍຕາມກໍຍັງມີອີກຫຼາຍອາຊີບທີ່ເຊື່ອວ່າ ຫຸ່ນຍົນ AI ບໍ່ສາມາດຍາດໄປຈາກຄົນໄດ້ ເພາະອາຊີບເຫຼົ່ານີ້ຕ້ອງແມ່ນຄົນເທົ່ານັ້ນຈຶ່ງສາມາດເຮັດໄດ້ ແລະ ອາຊີບເຫຼົ່ານັ້ນກໍໄດ້ແກ່: ແພດ, ໝໍ ສໍາພັດຂອງຄົນຕໍ່ຄົນໃນວົງການແພດນັ້ນ ເປັນເລື່ອງຍາກທີ່ເຄື່ອງຈັກຈະມາເຮັດວຽກແທນຄົນໃນສ່ວນນີ້ໄດ້… ໃນການຈັດອັນດັບທີ່ເຄື່ອງຈັກຈະມາເຮັດວຽກແທນຄົນດ້ວຍລະບົບອັດຕະໂນມັກນັ້ນພົບວ່າ ອາຊີບແພດ, ໝໍ ຍັງຫ່າງໄກຈາກການຖືກແທນທີ່ ແມ່ນຢູ່ວ່າຄວາມສາມາດຂອງເຄື່ອງຄອມພິວເຕີໃນການວິເຄາະຂໍ້ມູນ ເພື່ອການຈ່າຍຢາ, ຄ່າຮັກສາຈະແມ່ນຍໍາ ແລະ ດີຂຶ້ນເລື້ອຍໆ ແຕ່ຄົນປ່ວຍກໍຍັງບໍ່ເຊື່ອໝັ້ນທີ່ຈະຮັບການວິເຄາະ ແລະ ຮັກສາຈາກສິ່ງທີ່ບໍ່ແມ່ນຄົນແນ່ນອນ… ເພາະຄົນຍັງຕ້ອງການຄວາມເຂົ້າໃຈ ແລະ ໃສ່ໃຈ ໂດຍສະເພາະການເຮັດໃຫ້ຜູ້ປ່ວຍຍອມຮັບຊ່ວງເວລາທີ່ໂຫດຮ້າຍບາງເລື່ອງໄດ້ ເຊິ່ງລະບົບອັດຕະໂນມັດບໍ່ສາມາດເຮັດເລື່ອງທີ່ອ່ອນໂຍນແບບນີ້ໄດ້. ຄູເຝິກກິລາລະດັບເຍົາວະຊົນ ການສ້າງນັກກິລາລະດັບເຍົາວະຊົນເປັນເລື່ອງທີ່ລະອຽດອ່ອນ ເພາະການຈັດການກັບເດັກນ້ອຍໄວລຸ້ນ ບໍ່ວ່າຈະເປັນຜູ້ຊາຍ ຫຼືຍິງ ລ້ວນແລ້ວແຕ່ຕ້ອງມີວິທີໃນການຈັດການແຕກຕ່າງກັນອອກໄປ ການທີ່ຈະເຝິກນັກກິລາເຫຼົ່ານີ້ໃຫ້ຢູ່ໃນລະບຽບວິໄນໄດ້ນັ້ນ ຕ້ອງໃຊ້ຫຼັກຈິດຕະວິທະຍາຂັ້ນສູງຈຶ່ງສາມາດຈັດການໄດ້; ເລື່ອງແບບນີ້ຕ້ອງໃຊ້ປະສົບການຂອງຄູເຝິກ ໃນການເຮັດກິດຈະກໍາຮ່ວມກັບເດັກນ້ອຍ. ເຊິ່ງເປັນເລື່ອງທີ່ຫຸ່ນຍົນບໍ່ສາມາດເຮັດໄດ້ ເພາະການປ່ອຍໃຫ້ເດັກນ້ອຍເຫຼົ່ານີ້ໄດ້ຮັບຄໍາແນະນໍາຈາກ ລະບົບອັດຕະໂນມັດຍິ່ງຈະເຮັດໃຫ້ທຸກຢ່າງຍາກຂຶ້ນ. ສະນັ້ນ ວຽກແບບນີ້ຈຶ່ງຕ້ອງເປັນຄົນເທົ່ານັ້ນ. ຊ່າງເສີມສວຍ ວຽກດ້ານນີ້ມີຄວາມພະຍາຍາມມາໄລຍະໜຶ່ງແລ້ວ ທີ່ຢາກໃຫ້ຫຸ່ນຍົນມາຕັດຜົມ, ແຕ່ງໜ້າໃຫ້ຄົນ ແຕ່ເລື່ອງນີ້ກໍເປັນວຽກສິນລະປະອີກວຽກໜຶ່ງເຊັ່ນກັນ ຫຸ່ນຍົນອາດຈະເຮັດໄດ້ໃນຮູບແບບທີ່ກໍານົດໄວ້ເທົ່ານັ້ນ, ແຕ່ບໍ່ສາມາດອອກແບບໃຫ້ເຂົ້າກັບແຕ່ລະຄົນໄດ້; ການຕັດຜົມທີ່ມີຫຼາຍກວ່າ 150.000 ...

Read More »

ມາຮຽນຮູ້!!! 3 ແນວຄິດປ່ຽນແປງທຸລະກິດ ໃຫ້ຢູ່ລອດໃນຍຸກນີ້

ສະບາຍດີທ່ານຜູ້ອ່ານ!!! ທີ່ຢາກເປັນເຈົ້າຂອງທຸລະກິດ ຫຼື ກຳລັງເປັນເຈົ້າຂອງທຸລະກິດ ຫຼື ຜູ້ທີ່ເຮັດວຽກໃຫ້ກັບອົງກອນໃດໜຶ່ງ ທີ່ຕິດຕາມອ່ານເປັນປະຈຳ ຂໍບອກເລີຍວ່າ: ຍຸກນີ້ເປັນຍຸກທີ່ເຕັກໂນໂລຊີເຂົ້າມາມີບົດບາດທີ່ສຸດໃນທຸກໆທຸລະກິດ ສົ່ງຜົນໃຫ້ເກີດປາກົດການປ່ຽນແປງ ຫຼື ຕ້ອງປະຕິຮູບ (Transformation) ຂອງອົງກອນຕ່າງໆ ເປັນການປັບຕົວເພື່ອໃຫ້ຢູ່ລອດໃນທຸລະກິດ ສະນັ້ນ, ຈະຕ້ອງຮຽນຮູ້ການປ່ຽນແປງ (Transform )  ດ້ວຍຄວາມຄິດສັງສັນ.  ປັດຈຸບັນ,​ຈຶ່ງເປັນວຽກໜັກທີ່ເຮັດໃຫ້ນັການຕະຫຼາດຕ້ອງຮັບມືກັບຄວາມປ່ຽນແປງທີ່ເກີດຂຶ້ນແບບມືອາຊີບ ຕ້ອງພັດທະນາຄວາມຄິດສັງສັນໃຫ້ມິປະສິດທິພາບ ແລະ ຄວນສົ່ງຜົນໃນດ້ານບວກ ໃຫ້ແງ່ຄິດປະສົບການ ແລະ ວິຖີຊີວິດຂອງຜູ້ບໍລິໂພກ ດັ່ງນີ້: ຕ້ອງໃສ່ ຄວາມຄິດສ້າງສັນ ຕັ້ງແຕ່ເລີ່ມຕົ້ນສ້າງວິໄສທັດ ຂອງການເຮັດທຸລະກິດ ຢູ່ໃນທຸລະກິດທົ່ວໄປປົກກະຕິມີ 4 ອົງປະກອບຄື:  ວິໄສທັດຂອງບໍລິສັດ (Company Vision), ຍຸດທະສາດທາງທຸລະກິດ (Business Strategy), ຍີ່ຫໍ້ (Brand ) ແລະ ການສື່ສານ (Communication) ແຕ່ກ່ອນ ສ່ວນຂອງ ຄວາມຄິດສ້າງສັນ Creative ຈະຢູ່ໃນສ່ວນ ການສື່ສານ Communication  ຖ້າແບຣນໃດມີການໃຊ້ຖືວ່າດີ ແລະ ມີການສື່ສານທີ່ທັນສະໄໝ ແຕ່ໃນຍຸກນີ້ Creative ເລີ່ມຈະມາຢູ່ໃນສ່ວນຕັ້ງແຕ່ການສ້າງ ແບຣນຂຶ້ນມາ. “ເຕັກໂນໂລຊີ ເຂົ້າມາມີບົດບາດໃນເລື່ອງການສື່ສານຜ່ານຊ່ອງທາງຕ່າງໆ ...

Read More »