Author Archives: Paeng KC

ລາວ-ຈີນ ຮ່ວມພັດທະນາທາງດ່ວນວຽງຈັນ -ບໍ່ເຕ່ນ-ບໍ່ຫານ

 ພິທີເຊັນສັນຍາຮ່ວມມື ວ່າດ້ວຍການພັດທະນາໂຄງການທາງດ່ວນ ຈາກນະຄອນຫລວງວຽງຈັນ ຫາຊາຍແດນ ສປປ ລາວ ກັບ ສປ ຈີນ (ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ) ໄດ້ມີຂຶ້ນ ໃນວັນທີ 28 ພຶດສະພານີ້ ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫລວງວຽງຈັນ, ໂດຍທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວແຜນການ ແລະ ການລົງທຶນ ແລະ ທ່ານ ເສິນ ເວີນຊານ ປະທານກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນ ແຂວງຢຸນນານ ຈຳກັດ ສປ ຈີນ. ຊຶ່ງມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ທ່ານ ຮວນ ເສີງຢາ ເຈົ້າແຂວງຢຸນນານ, ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວເຂົ້າຮ່ວມນໍາດ້ວຍ. ໂຄງການທາງດ່ວນດັ່ງກ່າວ, ໄລຍະທຳອິດແມ່ນ ແຕ່ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ...

Read More »

ເຂື່ອນນ້ຳງື່ມ 1 ກຽມແຜນຮັບມືປະລິມານນ້ຳໃນລະດູຝົນ

ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນນ້ຳງື່ມໄດ້ຮັບຜົນກະທົບຈາກການລະບາຍນ້ຳອອກຈາກເຂື່ອນ ເຮັດໃຫ້ມີນ້ຳຖ້ວມເຄື່ອງປູກຂອງຝັງ ແລະ ເຮືອນຊານຂອງປະຊາຊົນເສຍຫາຍພໍສົມຄວນ. ເພື່ອຮັບປະກັນບໍ່ໃຫ້ເກີດເຫດການຄືປີຜ່ານມາ ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ກຽມແຜນຮັບມືແຕ່ຫົວທີ ໂດຍຈະເລັ່ງເຄື່ອງຈັກຕະຫຼອດ 24 ຊົ່ວໂມງ ເພື່ອບີບໃຫ້ປະລິມານນ້ຳໃນທ້ອງອ່າງໃຫ້ຫຼຸດລົງ. ທ່ານ ແລວເງິນ ຈັນທະບູລີ ຫົວໜ້າພະແນກຄຸ້ມຄອງຝ່າຍຜະລິດເຂື່ອນໄຟຟ້ານ້ຳງື່ມ 1 ກ່າວຕໍ່ສື່ມວນຊົນທີ່ລົງໄປທັດສະນະຢ້ຽມຢາມລະຫວ່າງວັນທີ 27 – 28 ພຶດສະພາ 2019 ວ່າ: ເຂື່ອນນ້ຳງື່ມ 1 ສ້າງຕັ້ງຂຶ້ນໃນປີ 1968 ແລະ ສຳເລັດໃນປີ 1971 ກ່ອນຈະຍົກລະດັບການພັດທະນາມາເປັນແຕ່ລະໄລຍະ ຈົນເຮັດໃຫ້ປັດຈຸບັນມີທັງໝົດ 8 ເຄື່ອງຈັກມີກຳລັງການຜະລິດທັງໝົດ 275 ເມກາວັດ ( MW ) ເພື່ອສະໜອງໃຫ້ກັບລະບົບສົ່ງໄຟຟ້າພາກກາງ 1 ນະຄອນຫຼວງວຽງຈັນ ກ່ອນທີ່ຈະມີການແຈກຢາຍໃຫ້ກັບສັງຄົມໄດ້ຊົມໃຊ້. ແນວໃດກໍດີ, ໃນປີ 2018 ຜ່ານມາ ຈາກຝົນທີ່ຕົກລິນຕິດຕໍ່ກັນຍາວນານເຮັດໃຫ້ປະລິມານນ້ຳໃນເຂື່ອນເພີ່ມຂຶ້ນ ເຊັ່ນດຽວກັບນ້ຳຂອງ. ການເພີ່ມຂຶ້ນຂອງນ້ຳໃນໜ້າເຂື່ອນຈົນເຖິງຈຸດລະດັບທີ່ມີຄວາມສ່ຽງຈຶ່ງໄດ້ແຈ້ງການຈາກລັດຖະບານໃຫ້ປ່ອຍນ້ຳອອກເຮັດໃຫ້ປະຊາຊົນທີ່ຢູ່ກ້ອງເຂື່ອນຫຼາຍບ້ານທີ່ອາໄສຕາມນ້ຳງື່ມໄດ້ຮັບຜົນກະທົບ, ເຄື່ອງປູກຂອງຝັງໄດ້ຮັບຄວາມເສຍຫາຍ. ຈາກບົດຮຽນປີຜ່ານມາ ເຊິ່ງລັດຖະບານກໍຄືລັດວິສາຫະກິດ ໄຟຟ້າລາວ ໄດ້ວາງທິດທາງແກ້ໄຂແຕ່ຫົວທີເພື່ອປ້ອງກັນແຕ່ຫົວທີ ໂດຍໃຫ້ເຂື່ອນໄດ້ເລີ່ມເດີນເຄື່ອງ 24 ຊົ່ວໂມງ ນັບແຕ່ເດືອນທີ່ມີຝົນຕົກຄືເດືອນພຶດສະພານີ້ ...

Read More »

ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບອຸປະກອນກໍ່ສ້າງ ມູນຄ່າ 1,29 ຕື້ກີບ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຈ້ງໃຫ້ຮູ້ວ່າ: ໃນໂອກາດ ທີ່ລົງເຄື່ອນໄຫວເຮັດວຽກ ຢູ່ 4 ແຂວງພາກໃຕ້ ເມື່ອບໍ່ດົນມານີ້, ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບອຸປະກອນກໍ່ສ້າງໃຫ້ແຂວງອັດຕະປື ມູນຄ່າ 1,29 ຕື້ກີບ, ຕາງໜ້າຮັບໂດຍ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ເພື່ອນຳໄປມອບໃຫ້ປະຊາຊົນ ທີ່ປະສົບໄພພິບັດໄປຕໍ່ເຕີມ ເຮັດເທີບມຸງເຮືອນ.

Read More »

ນະຄອນຫຼວງ ເລັ່ງປ່ຽນໝໍ້ນັບໄຟທັນສະໄໝ ຈະມີຄວາມຍຸຕິທຳໃຫ້ສອງຝ່າຍ

ເພື່ອ​ເຮັດ​ໃຫ້​ສອງ​ຝ່າຍ​ຄື​ຜູ້​ສະ­ໜອງ ແລະ ຜູ້​ຊົມ­ໃຊ້​ໄຟ­ຟ້າ​ມີ​ຄວາມ​ຍຸ­ຕິ​ທຳ​ບໍ່​ເອົາ​ລັດ​ເອົາ​ປຽບ​ກັນ​ລະ­ຫວ່າງ​ຜູ້​ຂາຍ ແລະ ຜູ້​ໃຊ້ ປັດ­ຈຸ­ບັນ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນຫຼວງ​ວຽງ​ຈັນ (ນວ) ກຳ­ລັງ​ເລັ່ງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຕິດ​ຕັ້ງ​ໝໍ້­ນັບ­ໄຟ​ສະ­ມາດ​ມີ​ເຕີ (ກົງ​ເຕີ) ຫຼື AMI ທີ່​ທັນ​ສະ­ໄໝ​ໃຫ້​ຜູ້​ຊົມ­ໃຊ້​ໃນ​ຂອບ​ເຂດ 4 ເມືອງ​ໃນ​ຄື: ເມືອງ​ໄຊ​ເສດ​ຖາ ຈັນ­ທະ​ບູ​ລີ ສີ​ສັດ­ຕະ​ນາກ ແລະ ເມືອງ​ສີ​ໂຄດ​ຕະ­ບອງ ຕາມ​ແຜນ­ການ ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2019. ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ມະ­ຫາ­ຊົນ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນ­ຫຼວງ ໄດ້​ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ນີ້​ວ່າ: ໂຄງ­ການ​ຕິດ​ຕັ້ງ​ໝໍ້­ນັບ­ໄຟ​ທັນ​ສະ­ໄໝ​ໃຫ້​ປະ­ຊາ­ຊົນ ນວ ໂດຍ​ສະ­ເພາະ 4 ເມືອງ​ໃນ ຕາມ​ຕົວ​ເລກ​ທີ່​ຈະ​ຕິດ​ຕັ້ງ​ປ່ຽນ​ແທນ 50.000 ໜ່ວຍ​ທີ່​ເປັນ​ໝໍ້­ນັບ­ໄຟ​ດິ​ຈີ​ຕອນ ເພື່ອ​ປ່ຽນ​ແທນ​ໝໍ້­ນັບ­ໄຟ​ອາ­ນາ​ລອກ 130.000 ກວ່າ​ໜ່ວຍ ກວມ​ເອົາ 40% ໂຄງ­ການ​ນີ້​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ເມືອງ​ຈັນ­ທະ​ບູ​ລີ ກ່ອນ­ໝູ່​ໂດຍ​ກຳ­ນົດ​ເອົາ​ບ້ານ​ໜອງ​ສ້າງ​ທໍ່ ແລະ ບ້ານ​ອາ​ນຸ ເລີ່ມ​ເດືອນ​ທັນ­ວາ 2018 ແລະ ສຳ­ເລັດ​ເດືອນ​ກຸມ­ພາ 2019 ປະ­ຕິ­ບັດ​ໄດ້ 1.000 ກວ່າ​ໜ່ວຍ ຈາກ​ນັ້ນ ເດືອນ​ມີ­ນາ 2019 ກໍ​ສືບ­ຕໍ່​ຂະ­ຫຍາຍ​ໄປ​ຍັງ​ບ້ານ​ອື່ນໆ​ໃນ 4 ...

Read More »

ກະຊວງການເງິນ ແຈ້ງການ!!! ໃຫ້ມາປ່ຽນເລກປະຈຳຕົວຜູ້ເສຍອາກອນ ຈາກ 9 ຕົວເລກ ມາເປັນ 12 ຕົວເລກ

ແຈ້ງການ ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເລື່ອງ: ການປ່ຽນເລກປະຈຳຕົວຜູ້ເສຍອາກອນ ຈາກ 9 ຕົວເລກ ມາເປັນ 12 ຕົວເລກ  

Read More »

ມາເລເຊຍ ຈະຈັດສົ່ງຂີ້ເຫຍື້ອ 3 ພັນໂຕນ ກັບຄືນປະເທດຕົ້ນທາງ ສ່ວນຫຼາຍເປັນພັດທະນາແລ້ວ.

ອີງຕາມແຫຼ່ງຂ່າວ ກົວລາລຳເປີ, ວັນທີ 28 ພຶດສະພາ, ມາເລເຊຍ ຈະສົ່ງຂີ້ເຫຍືອປະເພດຢາງ ທີ່ບໍ່ສາມາດ ນຳໃຊ້ຄືນໃໝ່ໄດ້ ປະມານ 3.300 ໂຕນ ກັບໄປຍັງ ປະເທດຕົ້ນທາງເຊັ່ນ: ສ.ອາເມລິ ກາ, ອັງກິດ, ການາດາ ແລະ ອົດສະຕຣາລີເພື່ອບໍ່ໃຫ້ມາເລເຊຍ ກາຍເປັນສະຖານທີ່ ຖີ້ມຂີ້ເຫຍື້ອ ສຳລັບກຸ່ມປະເທດຮັ່ງມີ. ທ່ານນາງເຫຍົາບີ ຫຍິນ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ສິ່ງແວດລ້ອມຂອງມາເລເຊຍ ກ່າວເມື່ອວັນອັງຄານ ລະຫວ່າງການລົງພື້ນທີ່ທ່າເຮືອເປີລາບູຮັນກລັງ ຫຼື ພອດກລັງ ໃນລັດສະລັງງໍ ທາງພາກຕາເວັນຕົກຂອງປະເທດ ເພື່ອສໍາຫຼວດຕູ້ຄອນເທນເນີຫຼາຍຮ້ອຍຕູ້ ເຊິ່ງພາຍໃນເຕັມໄປດ້ວຍຂີ້ເຫຍື້ອຫຼາຍຊະນິດທີ່ສ່ວນໃຫຍ່ເປັນພລາສຕິກທີ່ຍາກແກ່ການຣີໄຊເຄິລ ແລະ ຍັງມີ “ຂີ້ເຫຍື້ອເປັນພິດ” ປົນເປື້ອນມານຳ. ໂດຍ ທ່ານນາງເຫຍົາ ກ່າວວ່າ ຂີ້ເຫຍື້ອເຫຼົ່ານີ້ ປະເທດຕົ້ນທາງ “ລັກລອບ” ຂົນສົ່ງມາຖິ້ມທີ່ມາເລເຊຍຕະຫຼອດໄລຍະເວລາຫຼາຍປີ ທີ່ຜ່ານມາ ຈາກການສໍາຫຼວດໃນເບື້ອງຕົ້ນ ທ່ານເຫຍົາ ແລະ ເຈົ້າໜ້າທີ່ຂອງໜ່ວຍງານທີ່ກ່ຽວຂ້ອງລົງມະຕິວ່າ ຈະສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ ລວມ 69 ຕູ້ ປະເມີນນ້ໍາໜັກໄດ້ປະມານ 3 ພັນໂຕ້ນ ຄືນກັບໄປປະເທດຕົ້ນທາງ ...

Read More »

ຊອກຮູ້ແຜນພັດທະນາເສດຖະກິດສັງຄົມ ປີ 2019

ປີ 2019 ລັດຖະບານ ຖືວ່າເປັນປີປ່ຽນແປງທີ່ສໍາຄັນໃນການກໍ່ສ້າງແຜນລາຍຮັບ-ລາຍຈ່າຍ ໂດຍອີງໃສ່ຄວາມສາມາດທາງດ້ານງົບປະມານຕົວຈິງ ແນ່ໃສ່ຫຼຸດຜ່ອນການຂາດດຸນງົບປະມານ. ໃນບົດລາຍງານລວມກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ແຜນງົບປະມານແຫ່ງລັດ; ແຜນເງິນຕາ ປີ 2018 ແລະ ທິດທາງແຜນການ ປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດຊຸດທີ່ VIII ( ຄັ້ງກໍານົດ 20 ພະຈິກ – 21 ທັນວາ 2018 ) ທີ່ສະເໜີໂດຍ: ທ່ານ ສົມດີ ດວງດີ , ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ມີບາງຈຸດເວົ້າເຖິງແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2019 ໄວ້ວ່າ: ໂດຍລວມແລ້ວສະພາບເສດຖະກິດຂອງໂລກໃນປີ 2109 ຄາດວ່າຈະເຕີບໂຕໃນຈັງຫວະດຽວກັນປີ 2018 ຄືປະມານ 3,9%, ການສົ່ງອອກແຮ່ທາດຕ່າງໆຈະປັບໂຕຂຶ້ນ, ລາຄານໍ້າມັນຈະສູງຂຶ້ນ. ບັນຫາທີ່ທ້າທາຍ ແລະ ເປັນຄວາມສ່ຽງຕໍ່ເສດຖະກິດບັນດາປະເທດກໍາລັງພັດທະນາແມ່ນສົງຄາມການຄ້າ ລະຫວ່າງ ສະຫະລັດອາເມຣິກາ ກັບບັນດາປະເທດຄູ່ຄ້າທີ່ເກີນດູນການຄ້າກັບສະຫະລັດ, ການເພີ່ມຂຶ້ນຂອງອັດຕາດອກເບ້ຍ ຂອງຕະຫຼາດການເງິນສາກົນ, ຫຼາຍປະເທດກໍາລັງພັດທະນາ ປະເຊີນກັບວິກິດການທາງດ້ານໜີ້ສິນ ແລະ ອັດຕາແລກປ່ຽນ, ຊິ່ງອາດຈະແຜ່ລາມກ້ວາງອອກ ກະທົບໃສ່ເສດຖະກິດໂລກໂດຍລວມ. ...

Read More »

ຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດຕ້ອງຜ່ານການຢັ້ງຢືນມາດຕະຖານເຕັກນິກກ່ອນ

ອີງຕາມ ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ເປັນຕົວແທນຈຳໜ່າຍ ຫຼື ນຳເຂົ້າອຸປະກອນ DTH ຕ້ອງຢື່ນໃບຄຳຮ້ອງ ແລະ ເອກະສານປະກອບ ຂໍອະນຸຍາດດຳເນີນກິດຈະການນຳ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ). ກ່ອນນຳເຂົ້າ ແລະ ຈຳໜ່າຍ ອຸປະກອນ DTH, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດເປັນຕົວແທນຢ່າງຖືກຕ້ອງນຳກະຊວງ ປທສ ມີຈຸດປະສົງນຳເຂົ້າອຸປະກອນ DTH ຕ້ອງນຳເອົາອຸປະກອນຄົບຊຸດມາພ້ອມດ້ວຍຄູ່ມືນຳໃຊ້ມາຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກຈາກ ກະຊວງ ປທສ. ຖ້າບໍ່ມີໃບຢັ້ງຢືນມາດຕະຖານເຕັກນິກ ແມ່ນບໍ່ສາມາດໄປຂໍອະນຸຍາດນຳເຂົ້ານຳ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້. ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ ...

Read More »

ແຈ້ງເຕືອນ!!! ກຽມຮັບມືກັບຝົນຕົກໜັກ,ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ວັນທີ 30 ພຶດສະພາ – 2 ມິຖຸນານີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ,  ແລະ ລົມພັດແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ທີ່ຈະເຖິງນີ້ ພ້ອມທັງແນະນຳໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າໄດ້ ເນື່ອງຈາກມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ່າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ...

Read More »

ແຈ້ງການ!!!! ກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ

ປະເທດລາວໃນພາບລວມ ແຕ່ລະປີເຮົາຍັງຂາດດູນການຄ້າຢູ່ຍ້ອນເຮົາເປັນປະເທດນ້ອຍ ແລະ ກຳລັງພັດທະນາ ການຜະລິດເພື່ອສົ່ງອອກຍັງມີປະລິມານບໍ່ຫຼາຍ. ສະນັ້ນ, ເພື່ອຊຸກຍູ້ຂະບວນການສົ່ງອອກໃຫ້ມີມູນຄ່າສູງຂຶ້ນ ລັດຖະບານມີນະໂຍບາຍພິເສດໃຫ້ຜູ້ປະກອບການທີ່ຜະລິດສິນຄ້າສົ່ງເສີມບາງປະເພດສາມາດສົ່ງອອກໂດຍບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ. ເພື່ອເປັນການສົ່ງເສີມ ແລະ ເອື້ອອຳນວຍຄວາມສະດວກຢ່າງເຕັມສ່ວນ ແກ່ການສົ່ງອອກຜະລິດຕະພັນສິນຄ້າຂອງປະເທດເຮົາ, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1051/ຫອຄ. ກທຄວ ລົງວັນທີ 27 ພຶດສະພາ 2019 ເຖິງເຈົ້າໜ້າທີ່ທະບຽນວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າຂັ້ນເມືອງ ເລື່ອງກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ. ແຈ້ງການລະບຸໄວ້ວ່າ: ການສົ່ງອອກສິນຄ້າ ເປັນກິດຈະການທີ່ລັດສົ່ງເສີມ ແລະ ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ ໂດຍໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ລະບຸກິດຈະການດັ່ງກ່າວລົງດ້ານຫຼັງໃບທະບຽນວິສາຫະກິດເລີຍ ເວັ້ນເສຍແຕ່ກິດຈະການສົ່ງອອກເປັນສິນຄ້າທີ່ລັດເກືອດຫ້າມ ຫຼື ຜະລິດຕະພັນສິນຄ້າ ທີ່ຂະແໜງກ່ຽວຂ້ອງ ມີກົດໝາຍ ຫຼື ລະບຽບການກຳນົດເປັນຢ່າງອື່ນ. ການລະບຸກິດຈະການສົ່ງອອກສິນຄ້າ ໃສ່ດ້ານຫຼັງໃບທະບຽນວິສາຫະກິດນັ້ນ ຕ້ອງຂຽນໃຫ້ຈະແຈ້ງວ່າ: ສົ່ງອອກສິນຄ້າໃດເຊັ່ນ: ສົ່ງອອກເຂົ້າ, ກາເຟ ເປັນຕົ້ນ ຫ້າມລະບຸແບບລວມໆ. ແນວໃດກໍ່ຕາມໃນແຈ້ງການຍັງບໍ່ມີລະບຸຊັດເຈນກ່ຽວກັບລາຍການສິນຄ້າທີ່ສາມາດສົ່ງອອກໄດ້ໂດຍບໍ່ຈຳເປັນຂໍໃບອະນຸຍາດວ່າມີຫຍັງແດ່ ໃນຈຸດນີ້ແອັດມິນຂໍຕິດໜີ້ໄວ້ຈະນຳຂໍ້ມູນມາຝາກທ່ານຜູ້ອ່ານຕາມພາຍຫຼັງ. ທີ່ມາ: ແຈ້ງການກິດຈະການສົ່ງອອກສິນຄ້າທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ Posted ...

Read More »