Author Archives: Paeng KC

ມືທຶນໃຫ້ໄປສຶກສາຕໍ່ຟຣີ 100% ທີ່ປະເທດຍີ່ປຸ່ນ ສະໝັກເລີຍ….

ທຶນການສຶກສາຂອງລັດຖະບານ ແຂວງ ໄອຈິ ປະເທດຍີ່ປຸ່ນ  ເປີດໃຫ້ທ່ານໄດ້ສະໝັກຮຽນແລ້ວ ! ຟຣີ ທຸກຢ່າງ ! ໄລຍະເວລາຮຽນ 2 ປີ ປິດຮັບສະໝັກ: 05/05/2019 ລາຍລະອຽດ ແລະ ວິທີການສະໝັກທີ່:  https://www.pref.aichi.jp/…/…/aichi-scholarship-program.html ທີ່ມາ: Lao Youth Radio FM 90.0 Mhz ທຶນການສຶກສາຂອງລັດຖະບານ ແຂວງ ໄອຈິ ປະເທດຍີ່ປຸ່ນ ເປີດໃຫ້ທ່ານໄດ້ສະຫມັກຮຽນແລ້ວ ! ຟຮີທຸກຢ່າງ ! ໄລຍະເວລາຮຽນ 2… Posted by Lao Youth Radio FM 90.0 Mhz on Wednesday, March 27, 2019

Read More »

ເພາະເຕັກໂນໂລຊີເຂົ້າມາປ່ຽນແປງຊີວິດຂອງຄົນໃນຍຸກປັດຈຸບັນ ເຮັດໃຫ້ວິທີການດໍາລົງຊີວິດຂອງຄົນຍຸກນີ້ແຕກຕ່າງໄປຈາກເກົ່າ!!! ມາເບິ່ງ 5 ສິ່ງສຸດຍອດ! ທີ່ຜູ້ບໍລິໂພກຍຸກນີ້ຕ້ອງການ…

5 ເລື່ອງສຸດຍອດ! ທີ່ຜູ້ບໍລິໂພກຍຸກໃໝ່ຕ້ອງການ…   ດ້ວຍຄວາມສະຫຼາດຂອງເຕັກໂນໂລຊີ ເຮັດໃຫ້ເກີດມີຜູ້ຊ່ວຍອັດສະລິຍະຂຶ້ນມາຢ່າງຫຼວງຫຼາຍ ເພື່ອມາເພີ່ມຄວາມສະດວກສະບາຍໃຫ້ກັບຄົນນັບມື້ນັບເພີ່ມຂຶ້ນ ແລະ ຍ້ອນມັກໃນຄວາມສະດວກສະບາຍຂອງຄົນຈຶ່ງເຮັດໃຫ້ເກີດຄວາມຕ້ອງການບໍ່ມີມື້ສິ້ນສຸຸດ. ໃນໂລກຂອງການພັດທະນາທາງດ້ານເຕັກໂນໂລຊີກໍມີການພັດທະນາບໍ່ມີມື້ສິ້ນສຸດເຊັ່ນກັນ, ແຕ່ໃນການພັດທະນານັ້ນຕ້ອງເບິ່ງວ່າ ແມ່ນຫຍັງທີ່ຈະຖືກໃຈ ແລະ ເປັນທີ່ຕ້ອງການຂອງຄົນຍຸກນີ້! ແມ່ນຫຍັງທີ່ຄົນຍຸກນີ້ສົນໃຈ ຖ້າຢາກຮູ້ນໍາມາເບິ່ງນໍາກັນ!!! ອະໄວຍະວະສັ່ງວຽກ ຜູ້ບໍລິໂພກຍຸກໃໝ່ຕ້ອງການໃຊ້ພາສາກາຍ, ສຽງ, ການສໍາພັດ ແລະ ທ່າທາງຕ່າງໆ ໃນການສັ່ງເຕັກໂນໂລຊີໃຫ້ຕອບສະໜອງຄວາມຕ້ອງການໄດ້ ເຊັ່ນດຽວກັນກັບຄົນເຮັດ ຫູຟັງມະຫັດສະຈັນ ຄົນຍຸກນີ້ຕ້ອງການຫູຟັງໄຮ້ສາຍ ທີ່ສາມາດໃສ່ໄດ້ຕະຫຼອດເວລາບໍ່ເວັ້ນແຕ່ເວລານອນ ມີຟັງຊັ່ນພິເສດເຊັ່ນ ສາມາດເລືອກໄດ້ວ່າຕ້ອງການຟັງສຽງໃຜແບບແຈ້ງໆ ແລະ ຕັດສຽງຄົນທີ່ບໍ່ຢາກໄດ້ຍິນ, ແປພາສາທຸກພາສາໄດ້ແບບທັນເວລາ ເພື່ອການສື່ສານທີ່ດີຂຶ້ນ ແລະ ປິດກັ້ນສຽງກົນຂອງຄົນໃນຄອບຄົວໄດ້ເພື່ອໃຫ້ນອນຫຼັບດີຂຶ້ນ ຫຸ່ນຍົນເຮັດວຽກແທນ ອີກເລື່ອງສຸດຍອດ ທີ່ຄົນຍຸກໃໝ່ຕ້ອງການຄື ການມີຫຸ່ນຍົນ ຫຼືເຕັກໂນໂລຊີເຂົ້າມາເຮັດວຽກແທນເພື່ອທີ່ຕົວເອງຈະໄດ້ມີເວລາພັກຜ່ອນຫຼາຍຂຶ້ນ ໃນຂະນະທີ່ຍັງຄົງມີລາຍໄດ້ເປັນປົກກະຕິເຊັ່ນ ເຕັກໂນໂລຊີຊ່ວຍໃຫ້ລົດຂັບໄດ້ເອງ ໂດຍທີ່ຄົນຂັບບໍ່ຕ້ອງຂັບເອງ ຫຼືການໃຊ້ຫຸ່ນຍົນມາເປັນຕົວແທນໃນການເຮັດວຽກໄດ້ ໂດຣນ ເດລິເວີຣີ່ ເພາະຫິວແລ້ວຖ້າບໍ່ໄດ້ ອີກນະວັດຕະກໍາສຸດຍອດທີ່ຄົນຍຸກໃໝ່ຢາກໃຫ້ເກີດຄື ການສົ່ງອາຫານເດລິເວີຣີ່ ດ້ວຍໂດຣນ ເປັນການຄາດເດົາວ່າຮ້ານຂາຍຍ່ອຍອອນລາຍຈະຫັນມາໃຊ້ວິທີນີ້ເພື່ອຊ່ວຍຫຼຸດເວລາໃນການສົ່ງສິນຄ້າໃຫ້ເຖິງມືຜູ້ບໍລິໂພກພາຍໃນ 5 ປີ ແບັດເຕີຣີ່ໄຮ້ກັງວົນ ເນື່ອງຈາກ Smart Phone ກາຍເປັນປັດໃຈສໍາຄັນໃນການໃຊ້ຊີວິດ ຜູ້ບໍລິໂພກຍຸກໃໝ່ຈຶ່ງຕ້ອງການແບັດເຕີຣີ່ທີ່ໃຊ້ໄດ້ຢ່າງຍາວນານ ໂດຍບໍ່ຕ້ອງກັງວົນເລື່ອງການຊາດອີກຕໍ່ໄປ ...

Read More »

ແອັບດັງ TikTok ຖືກໜ່ວຍງານ FTC ປັບໃໝ 5.7 ລ້ານໂດລາສະຫະລັດຍ້ອນ…..

ແອັບ TikTok ລົບຄຼິບທັງໝົດທີ່ໂພສໂດຍເດັກນ້ອຍອາຍຸ 13 ປີອອກໝົດ ແລະ ຍັງອອກກົດລະບຽບໃໝ່ ຫ້າມເດັກຕໍ່າກວ່າ 13  ສະໝັກສ້າງໂປຣຟາຍ ແອັບທີ່ກຳລັງດັງໄປທົ່ວໂລກຄືແອັບ TikTok ຫາກໍຖືກໜ່ວຍງານ FTC  (Federal Trade Commission) ຂອງສະຫະລັດປັບໃໝ 5.7 ລ້ານໂດລາ ໃນຂໍ້ຫາ ລະເມີດກົດໝາຍຄຸ້ມຄອງຂາດການເບິ່ງແຍງຂໍ້ມູນສ່ວນຕົວຂອງເດັກນ້ອຍ ແລະ ບໍ່ມີການຂໍຄຳເຫັນດີຈາກຜູ້ປົກຄອງກ່ອນທີ່ຈະເກັບຂໍ້ມູນຂອງເດັກ. ເຮັດໃຫ້ລ່າສຸດ  TikTok ຕ້ອງໄດ້ລົບຄຼິບທັງໝົດທີ່ໂພສໂດຍເດັກນ້ອຍອາຍຸ 13 ປີອອກ ແລະ ຍັງໄດ້ອອກກົດລະບຽບໃໝ່ ຫ້າມເດັກຕໍ່າກວ່າ 13 ສະໝັກສ້າງໂປຟາຍ,​ຫ້າມໂພສ, ຫ້າມສົ່ງຂໍ້ຄວາມ ແລະ ຫ້າມຄອມເມັ້ນໃດໆອີກຕໍ່ໄປ. ນອກຈາກນີ້,​ ຍັງມີການລົບໂປຣຟາຍຂອງເດັກກນ້ອຍຕໍ່າກວ່າ 13 ທີ່ມີນັ້ນໝົດ ໂດຍບໍ່ໄດ້ແຈ້ງເຕືອນກ່ອນ ເຖິງຢ່າງໃດກໍຕາມ ເດັກຕໍ່າກວ່າ 13 ຍັງສາມາດເປີດແອັບ TikTok ນີ້ມາເບິ່ງຄຼິບຂອງຄົນອື່ນໆໄດ້ທົ່ວໄປ. ທີ່ມາ:  theverge.com/2019/2/27/18243510/tiktok-age-young-user-videos-ftc-settlement-13-childrens-privacy-law

Read More »

ລັດຖະບານ ເປີດໃຫ້​ຈອງ​ພັນທະບັດ​ຈຳນວນ​ 700 ​ຕື້​ກ່ວາກີບ

ບໍລິສັດ ຫຼັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ​ຮ່ວມ​ກັບ ບໍລິສັດ ຫຼັກ​ຊັບ ​ທຄຕລ-​ກທ ຈຳກັດ ແລະ ບໍລິສັດ ຫຼັກ​ຊັບ​ລາວ-ຈີນ ຈັດ​ພິທີ​ຖະແຫຼງ​ຂ່າວ​ເປີດ​ຈອງ​ພັນທະບັດ​ລັດຖະບານ​ທີ່​ອອກ​ໂດຍ​ກະຊວງ​ການ​ເງິນ​ໂດຍ​ຜ່ານ​ຕະຫຼາດ​ຫຼັກ​ຊັບ​ລາວ​ໃນ​ມູນ​ຄ່າ 714.870.000.000 ກີບ ໃນ​ວັນ​ທີ 25 ມີນາ 2019 ທີ່ ຕະຫຼາດ​ຫຼັກ​ຊັບ​ລາວ ເປັນ​ກຽດ​ຖະແຫຼງ​ຂ່າວ​ຂອງ​ທ່ານ ສົມບູນ ອິນ​ທະ​ປັດ​ຖາ ຫົວໜ້າ​ຫ້ອງການ​ກະຊວງ​ການ​ເງິນ ແລະ ທ່ານ ອາ​ນຸ​ກອນ ສຸ​ທຳ​ມະ​ວົງ ຮັກສາ​ການ​ຜູ້ອຳນວຍການ​ບໍລິສັດ ຫຼັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ ມີ​ທ່ານ​ນາງ ວຽງ​ດາ​ລີ ສຸ​ພານຸ​ວົງ ຮອງ​ຫົວໜ້າ​ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ພ້ອມ​ດ້ວຍ​ສື່​ມວນ​ຊົນ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ທ່ານ ອາ​ນຸ​ກອນ ສຸ​ທຳ​ມະ​ວົງ ໄດ້​ຖະແຫຼງ​ຂ່າວ​ວ່າ: ວັນ​ທີ 25 ມີນາ 2019 ເປັນ​ມື້​ທຳ​ອິດ​ໃນ​ການ​ເປີດ​ຈອງ​ພັນທະບັດ​ລັດຖະບານ​ຜ່ານ​ຕະຫຼາດ​ຫຼັກ​ຊັບ​ລາວ ເຊິ່ງ​ການ​ເປີດ​ຈອງ​ນີ້​ແມ່ນ​ຈະ​ດຳເນີນ​ຮອດ​ວັນ​ທີ 5 ເມສາ 2019 ເລີ່ມ​ແຕ່ 8:30-15:30 ໂມງ ສາມາດ​ຈອງ​ຊື້​ໄດ້​ທີ່​ສຳນັກງານ​ຂອງ​ບໍລິສັດ​ຫຼັກ​ຊັບ​ທັງ 3 ແຫ່ງ ທີ່​ອາຄານ​ຕະຫຼາດ​ຫຼັກ​ຊັບ​ລາວ ນະຄອນຫຼວງ​ວຽງ​ຈັນ ການ​ອອກ​ພັນທະບັດ​ຄັ້ງ​ນີ້​ມີ​ມູນ​ຄ່າ 714.870.000.000 ກີບ ລາຄາ​ກຳນົດ ...

Read More »

Startup ຖ້າຢາກຢູ່ລອດ! ເມື່ອບໍ່ໄດ້ຮັບຄວາມນິຍົມ ກໍຕ້ອງຮູ້ຈັກປັບຕົວ ບໍ່ດັ່ງນັ້ນອາດຈະຕາຍໄປໃນທີ່ສຸດ!!!

3 Startup ທີ່ອາດຈະຕາຍໄປກັບປີເກົ່າ   ເມື່ອໂລກຂອງເຕັກໂນໂລຊີມີການພັດທະນາຢ່າງໄວວາ ແລະ ບໍ່ຢຸດຢັ້ງ ມີສິ່ງໃໝ່ເກີດຂຶ້ນມາຢ່າງຫຼວງຫຼາຍ ເຮັດໃຫ້ສິ່ງເກົ່າທີ່ບໍ່ໄດ້ຮັບການພັດທະນາ ຫຼືພັດທະນາແລ້ວບໍ່ໄດ້ຮັບຄວາມນິຍົມຖືກລົບເລື່ອນໄປ ແລະ ອາດຈະຕາຍໄປໃນທີ່ສຸດ. ຫຼ້າສຸດ Pcmag ເວັບໄຊ້ຂ່າວສານດ້ານເຕັກໂນໂລຊີ ໄດ້ເຜີຍແຜ່ບົດຄວາມ 3 ສິ່ງທີ່ມີທ່າອ່ຽງວ່າ ຈະຕາຍໄປຈາກປີ 2018 ແລະ ສິ່ງທໍາອິດທີ່ລະບຸໄວ້ໃນບົດຄວາມນັ້ນຄື: Amazon ບໍ່ແມ່ນແຫຼ່ງຊ໊ອບປິ່ງອອນລາຍຍອດຮິດອີກຕໍໄປ ເພາະໃນໄລຍະຜ່ານມາ Amazon ມີບັນຫາດ້ານການຈັດສົ່ງສິນຄ້າ ເຮັດໃຫ້ລູກຄ້າເກີດຄວາມບໍ່ພໍໃຈ ແລະ ຫັນໄປຊ໊ອບປິ່ງອອນລາຍຜ່ານຊ່ອງທາງອື່ນແທນ ຕໍ່ມາຄື Skype for Business ຖືກແທນທີ່ດ້ວຍການ VDO Call ຜ່ານ Microsoft Teams ເພາະໃຊ້ງ່າຍກວ່າ ແລະ Microsoft ຈະຍົກເລີກ Application ເຕືອນຄວາມຈໍາ Wander list ຍ້ອນເຫັນວ່າ ເປັນແອັບທີ່ມີປະສິດທິພາບຕໍ່າ,​ ມີຄວາມຫຼ້າສະໄໝ ສຸດທ້າຍຄື Snapchat ເນື່ອງຈາກໃນປີທີ່ຜ່ານມາ ແອັບດັ່ງກ່າວຂາດທຶນຢ່າງເຫັນໄດ້ຊັດເຈນ ບໍ່ພຽງເທົ່ານີ້ ຟີເຈີ່ Stories ຄອນເທັ້ນເສຍພາຍໃນ 24 ...

Read More »

ຄຸນປະໂຫຍດດີໆຂອງອາຫານເຊົ້າທີ່ທ່ານຄວນຮູ້! 

ເມື່ອອາຍຸເພີ່ມຂຶ້ນການຮັກສາສຸຂະພາບຈຶ່ງເປັນສິ່ງທີ່ຈຳເປັນທີ່ສຸດ ແລະ ການທີ່ຈະຮັກສາສຸຂະພາບໄດ້ດີນັ້ນ ທ່ານຈຳເປັນຈະຕ້ອງເປັນຄົນທີ່ມີວິໄນໃສ່ໃຈໃນການກິນ ຄວນເລືອກອາຫານທີ່ມີປະໂຫຍດ ສະອາດ ບໍ່ຄວນກິນມັນ ແລະ ຫວານຈົນເກີນໄປ, ສຳລັບທ່ານໃດທີ່ມີບັນຫາເລື່ອງນໍ້າໜັກ ມີນໍ້າໜັກເກີນ ຈົນແພດຕ້ອງສັ່ງໃຫ້ກິນຢ່າງລະມັດລະວັງ ເພື່ອສຸຂະພາບທີ່ດີ ມື້ນີ້ເຮົາມີຄຸນປະໂຫຍດໃນການກິນອາຫານເຊົ້າແຕ່ສາມາດຊ່ວຍຫຼຸດນໍ້າໜັກຂອງທ່ານໄດ້ ແລະ ຍັງມີຄຸນປະໂຫຍດດີໆໃນການກິນອາຫານເຊົ້າມາຝາກ ຈະມີຄຸນປະໂຫຍດຢ່າງໃດແດ່ ລອງມາເບິ່ງໄດ້ເລີຍ… ກະຕຸ້ນຈິດໃຈໃຫ້ແຈ່ມໃສ-ມີຄວາມຈື່ຈຳດີ ການວິໄຈຂອງ  National Weight Control Registry ພົບວ່າ 78% ຂອງຄົນທີ່ຫຼຸດນ້ຳໜັກໄດ້ມັກຈະເປັນຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນບໍ່ເກີນ 1 ຊົ່ວໂມງ ເຊິ່ງນອກຈາກຈະເປັນຜົນປະໂຫຍດເລຶ່ອງຫຼຸດຄວາມຕຸ້ຍແລ້ວຜົນການວິໄຈພົບອີກວ່າ ຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນ 1 ຊົ່ວໂມງມີທ່າອ່ຽງອາລົມແຈ່ມໃສ ຈິດໃຈເບີກບານ ລວມທັງມີທັກສະການຮຽນຮູ້ ແລະ ຈື່ຈຳໄດ້ດີຂຶ້ນກວ່າປົກກະຕິນຳອີກ ແລະ ຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງ ບໍ່ເຈັບບໍ່ໄຂ້ໄດ້ງ່າຍ ແຖມຍັງຊ່ວຍໃຫ້ຫຼຸດນ້ຳໜັກໄດ້ງ່າຍຂຶ້ນອີກດ້ວຍ ຊ່ວຍຫຼຸດນ້ຳໜັກໄດ້ດີ ການກິນອາຫານເຊົ້າໃນຊົ່ວໂມງທຳອິດຂອງການຕື່ນນອນຈະຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໃຫ້ເປັນປົກກະຕິ ໃນເວລາດຽວກັນນ້ຳຕານໃນເລືອດຈະຊ່ວຍປຸກລະບົບເຜົາຜານໃຫ້ຕື່ນມາເຮັດວຽກດ້ວຍຄວາມດຸໝັ່ນແຂງແຮງໄປໄດ້ໝົດມື້, ແຕ່ຖ້າທ່ານອົດອາຫານເຊົ້າ ລະດັບນ້ຳຕານໃນເລືອດທີ່ຢູ່ໃນລະດັບຕ່ຳຕັ້ງແຕ່ຕອນຕື່ນນອນຈະເຮັດໃຫ້ທ່ານຫວັ່ນໄຫວໄປກັບອາການແຄລໍລີ່ສູງ ແລະ ນ້ຳຫວານໄດ້ງ່າຍຂຶ້ນ ດັ່ງນັ້ນໃຜທີ່ຢາກຫຼຸດນ້ຳໜັກຄວນກິນອາຫານເຊົ້າຫຼັງຈາກຕື່ນນອນປະມານ 1 ຊົ່ວໂມງເດີ້. ຖ້າທ່ານບໍ່ມີເວລາທັນພໍທີ່ຈະມາແຕ່ງອາຫານໃນທຸກໆຕອນເຊົ້າໆ ໃຫ້ລູກໃຫ້ຫຼານ ຫຼື ຕົນເອງ. ຂໍແນະນຳເລີຍ ໃຫ້ມາແວ່ທີ່ ຮ້ານ Kaogee Cafe ...

Read More »

ແຈ້ງການ!!! ໃຫ້ເຂັ້ມງວດ ການນຳໃຊ້ອິນເຕີ້ເນັດຂອງ ພຣະສົງ-ສາມະເນນ

ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໄດ້ອອກໜັງສືແຈ້ງການເຖິງເຈົ້າຄະນະແຂວງ ແລະ ນະຄອນຫຼວງໃນຂອງເຂດທົ່ວປະເທດ ເພື່ອໃຫ້ເຂັ້ມງວດກວດຂັນ ພະສົງ-ສາມະເນນ ໃນການນຳໃຊ້ເຕັກໂນໂລຊີອິນເຕີເນັດຕ່າງໆ ໂດຍເນື້ອໃນຂອງໜັງສືແຈ້ງການລະບຸວ່າ: ຫ້ອງການບໍລິຫານງານ ອົງການພຸເທະສາສະໜາສຳພັນ ແຫ່ງ ສປປ ລາວ ຂໍນະມັດສະການແຈ້ງການມາຍັງພະອາຈານ ເຈົ້າຄະນະແຂວງ ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ ປັດຈຸບັນ ການນໍາໃຊ້ສື່ສານເຕັກໂນໂລຊີມີເດຍ, ອິນເຕີເນັດ, ເຟສບຸກ, ວັອສແອັບ ແລະ ສື່ອອນລາຍຕ່າງໆ ແມ່ນມີການນາໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນຳໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ສົມຄວນ ແລະ ບໍ່ສົມຄວນ ສໍາຫຼັບພະສົງ-ສາມະເນນ ໃນສະມະນະສັນຍາ ແລະ ສະມະນະເພດ. ດັ່ງນັ້ນ ຈຶ່ງນະມັດສະການ ແຈ້ງການມາຍັງ ອາຈານ ເຈົ້າຄະນະແຂວງ, ນະຄອນຫຼວງ ໃນຂອບເຂຕ ທົ່ວປະເທດ ໄດ້ຈັດຕັ້ງປະຕິບັດ ໂດຍເຂັ້ມງວດກວດຂັນ ກັບພະສົງ-ສາມະເນນທັງຫຼາຍ ໃຫ້ນໍາໃຊ້ຢ່າງມີສະຕິ ແລະ ເໝາະສົມ ແກ່ຄວາມເປັນສະມະນະຂອງຕົນ ຕາມທາງຄວນ ເຊິ່ງລາຍລະອຽດຕ່າງໆ ມີໃນກົດລະບຽບ ວ່າດ້ວຍການນໍາໃຊ້ອິນເຕີເນັດ, ສື່ສານອອນລາຍ ຂອງພະສົງສາມະເນນ ...

Read More »

ສປປ ລາວ ຖືກໄດ້ອັນດັບທີ 105 ເປັນປະເທດທີ່ມີຄວາມສຸກໃນໂລກ

ສະຫະປະຊາຊາດ ໄດ້ຈັດອັນດັບປະເທດທີ່ມີຄວາມສຸກທີສຸດໃນໂລກ. ຕາມບົດລາຍງານ World Happiness Report 2019 ສະບັບວັນທີ 20 ມີນາ 2019 ໂດຍຄັດເລືອກ ຈາກ 8 ຕົວຊີ້ວັດ ຂອງ 156 ປະເທດທົ່ວໂລກ ໃນໄລຍະແຕ່ປີ 2016-2018 ຄື: 1.ລວມຍອດຜະລິດຕະພັນພາຍໃນ (Log GDP per capita) 2. ສະຫວັດດີການສັງຄົມ ( Social support ) 3. ອາຍຸຍືນສະເລ່ຍ ( Healthy life expectancy at birth ) 4.ຄວາມມີອິດສະຫຼະພາບໃນການດໍາລົງຊີວິດ ( Freedom to make life choices ) 5. ຄວາມເອື້ອເຟື້ອເພື່ອແຜ່ກັນໃນສັງຄົມ ( Generosity ) 6.ການສໍ້ລາດບັງຫຼວງຕໍ່າທີສຸດ ( Perceptions of corruptoin ) ...

Read More »

ກອງປະຊຸມລັດຖະບານ ປະຈໍາເດືອນມີນາ ໄດ້ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີນາ 2019 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ແລະ ປິດລົງໃນວັນທີ 21 ມີນານີ້ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນຄື: 1. ບົດລາຍງານຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດ ການຮ່ວມມືຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງໃນປີ 2018 ແລະ ທິດທາງຮ່ວມມືປີ 2019. 2. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ. 3. ຮ່າງດຳລັດ ວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອ. 4. ຮ່າງກົດໝາຍ ວ່າດ້ວຍເອກະສານແຫ່ງຊາດສະບັບໃໝ່. 5. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນສະບັບປັບປຸງ. 6. ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ ສະບັບສ້າງໃໝ່. 7. ຮ່າງກົດໝາຍ ວ່າດ້ວຍອາກອນຊົມໃຊ້ ສະບັບສ້າງໃໝ່. ກອງປະຊຸມລັດຖະບານໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບພົ້ນເດັ່ນຈາກຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະການເພີ່ມຂຶ້ນຂອງມົນລະພິດທາງອາກາດເຊິ່ງເກີິນມາດຕະຖານກໍານົດ ເປັນຕົ້ນຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ ...

Read More »

ຂ່າວດີ !!! ມີເຝິກອົບຮົມ ຟຣີ…ຟຣີ…ຟຣີ ສະໝັກເລີຍ.

ເຝິກອົບຮົມສຳລັບແມ່ຍິງທີ່ເປັນເຈົ້າຂອງທຸລະກິດຂະໜາດນ້ອຍ ຫຼື ຂະໜາດນ້ອຍໆ…….ມີໜ້າຮ້ານ ຫຼື ບໍ່ມີໜ້າຮ້ານ ທ່ານກໍ່ສາມາດເຂົ້າຮ່ວມເຝິກອົບຮົມໄດ້. ຫົວຂໍ້ການເຝິກອົບຮົມ: “ການຕະຫຼາດ ແລະ ການຕະຫຼາດອອນໄລ” #marketing ວັນທີເຝິກອົບຮົມ 27-29 ມີນາ (3) 2019 ເວລາ: 8:30 – 16,00 ສົນໃຈລົງທະບຽນໄດ້ເລີນຕາມລິ້ງນີ້ https://goo.gl/forms/WpR96TeK8IjQrlMk1 ຈັດໂດຍ: Women’s Entrepreneurial Center ສູນຜູ້ປະກອບການແມ່ຍິງ ຂໍ້ມູນເພີ່ມເຕີມໂທ: 021451669

Read More »