ຂໍ້ອ້າງ! ເປັນອຸປະສັກກ້ອນໃຫຍ່ທີ່ກີດກັນຜູ້ປະກອບການໃຫ້ບໍ່ກ້າທີ່ຈະລອງເຮັດສິ່ງໃໝ່ໆ ແລະ 5 ສິ່ງຕໍ່ໄປນີ້ ເປັນຂໍ້ອ້າງທີ່ຄົນມັກໃຊ້ຈົນເຮັດໃຫ້ຕົນເອງເລີ່ມທຸລະກິດບໍ່ໄດ້ຈັກເທື່ອ!!!

ເປັນຫຍັງຫຼາຍຄົນຈຶ່ງເລີ່ມເຮັດທຸລະກິດບໍ່ໄດ້!!!

“ຂໍ້ອ້າງ ຫຼືຄໍາແກ້ຕົວ” ເປັນສິ່ງທີ່ຄົນມັກໃຊ້ເມື່ອບໍ່ກ້າ ຫຼືບໍ່ຢາກລົງມືເຮັດສິ່ງໃດສິ່ງໜຶ່ງ ເພື່ອໃຫ້ຕົນເອງຮູ້ສຶກສະບາຍໃຈ ໂດຍສະເພາະກັບໂລກທຸລະກິດ ຖືວ່າເປັນອຸປະສັກກ້ອນໃຫຍ່ທີ່ຄອຍກີດກັນຫຼາຍໆຄົນ ໃຫ້ບໍ່ກ້າທີ່ຈະລອງເຮັດສິ່ງໃໝ່ໆ ແລະ ກ້າວອອກຈາກພື້ນທີ່ທີ່ເຄີຍຢູ່! ມາເບິ່ງ! 5 ຂໍ້ອ້າງຍອດນິຍົມ ທີ່ຢຸດຄົນບໍ່ໃຫ້ເລີ່ມທຸລະກິດ!!!

  1. ຍັງບໍ່ແມ່ນເວລາເໝາະສົມ

ຄວາມລັບທີ່ຜູ້ປະກອບການຕ້ອງຮູ້ອີກຢ່າງໜຶ່ງຄື ບໍ່ເຄີຍມີເວລາທີ່ເໝາະສົມໃນການເລີ່ມຕົ້ນລົງມືເຮັດທຸລະກິດ ຫຼາຍຄົນອາດຈະເລີ່ມເຮັດທຸລະກິດຕັ້ງແຕ່ຍັງໄວໜຸ່ມ ໃນຂະນະທີ່ບາງຄົນ ເລີ່ມເຮັດທຸລະກິດກໍກ້າວເຂົ້າສູ່ໄລຍະສຸດທ້າຍຂອງຊີວິດແລ້ວ. ສ່ວນຄົນທີ່ບໍ່ລົງມືເຮັດຈັກເທື່ອຈະມີຂໍ້ອ້າງເຂົ້າຕົວເອງຢູ່ສະເໝີ ບໍ່ວ່າຈະເປັນ ມີເງິນຍັງບໍ່ພໍ, ປະສົບການໜ້ອຍ, ບໍ່ມີເວລາ, ບໍ່ມີແຮງບັນດານໃຈ, ບໍ່ໝັ້ນໃຈ, ຢາກມີທັກສະຫຼາຍກວ່ານີ້ກ່ອນ… ຫຼາຍຢ່າງທີ່ຍົກຂຶ້ນມາ. ດັ່ງນັ້ນ ຖ້າບໍ່ຢາກປ່ອຍໃຫ້ຄວາມຝັນຫຼຸດມືໄປ ແລະ ເສຍເວລາໄປຟຣີໆ ຄວນມີຄວາມສັດທາວ່າ ຕອນນີ້ແຫຼະ! ຄືເວລາທີ່ແມ່ນ ແລະ ຈົ່ງກ້າວອອກໄປເຮັດໃນສິ່ງທີ່ຕັ້ງເປົ້າເອົາໄວ້.

  1. ຖ້າມັນໄປບໍ່ລອດຈະເຮັດແນວໃດ?

ອີກໜຶ່ງຂໍ້ອ້າງທີ່ຢຸດຄົນມາຫຼາຍນັ້ນກໍຄື ຖ້າເຮັດທຸລະກິດແລ້ວຖ້າໄປບໍ່ລອດຈະເຮັດແນວໃດ? ເຖິງວ່າຄວາມເປັນຈິງຈະໂຫດຮ້າຍ 80% ຂອງທຸລະກິດ ມັກຈະໄປບໍ່ລອດພາຍໃນ 18 ເດືອນທໍາອິດ ຫຼື 1 ​ປີເຄິ່ງເທົ່ານັ້ນ. ແຕ່ສິ່ງໜຶ່ງທີ່ຜູ້ປະກອບການຄວນມີຄື ການຍອມຮັບໃນຄວາມເປັນໄປໄດ້ທີ່ຈະມີຄວາມລົ້ມເຫຼວເກີດຂຶ້ນ ແລະ ຖ້າເຮັດໄປແລ້ວມັນໄປບໍ່ລອດ ຢ່າງໜ້ອຍກໍຖືວ່າໄດ້ຮຽນຮູ້ບາງຢ່າງກ່ຽວກັບຕົວເອງ ກ່ຽວກັບທຸລະກິດ ແລະ ຊີວິດ. ເຊິ່ງຈະຊີ້ນໍາໄປສູ່ການເຮັດທຸລະກິດຢ່າງອື່ນ ຫຼືບອກໃຫ້ຮູ້ວ່າ ທາງນີ້ບໍ່ແມ່ນສໍາລັບທ່ານ ເຊິ່ງຖ້າບໍ່ເຄີຍລອງກໍຈະບໍ່ມີທາງຮູ້ເລີຍ.

  1. ບໍ່ມີເງິນຫຼາຍພໍ

ຫຼາຍຄົນປາຖະໜາຢາກຈະມີທຸລະກິດເປັນຂອງຕົວເອງ, ມັກເປັນຫົວໜ້າຄອບຄົວ ແລະ ຕ້ອງອາໄສການມີເງິນເດືອນປະຈໍາເພື່ອນໍາມາໃຊ້ຈ່າຍໃນຊີວິດ ດັ່ງນັ້ນ “ເງິນ” ຈຶ່ງກາຍເປັນອີກໜຶ່ງປັດໃຈຫຼັກທີ່ສ້າງຄວາມກັງວົນໃຫ້ກັບຄົນເຫຼົ່ານັ້ນ. ໃນການເລີ່ມຕົ້ນເຮັດທຸຸລະກິດ ທາງທີ່ດີສໍາລັບຜູ້ທີ່ຢາກຈະເຂົ້າມາເຮັດທຸລະກິດແທ້ໆ ຄວນເກັບເງິນໃຫ້ໃຊ້ໄດ້ເຖິງ 18 ເດືອນ ໂດຍທີ່ບໍ່ມີລາຍຮັບເຂົ້າມາໃຫ້ໄດ້, ເພາະຖືເປັນໄລຍະເວລາທີ່ສ່ຽງສໍາລັບການເຮັດທຸຸລະກິດ ວ່າໄປໄດ້ ຫຼືບໍ່? ແລະ ຖ້າຫາກມັນໄປບໍ່ໄດ້ ກໍສາມາດທີ່ຈະປິດກິດຈະການ ແລະ ຊອກວຽກໃໝ່ເຮັດໄດ້.

  1. ຄົນອື່ນບໍ່ຄິດວ່າເຮົາເປັນຜູ້ປະກອບການ

ສິ່ງທໍາອິດເລີຍທີ່ຈະເຂົ້າມາຢືນຢູ່ໃນວົງການນີ້ ຕ້ອງເບິ່ງຂ້າມຄວາມຄິດຂອງຄົນອື່ນທີ່ມີຕໍ່ຕົນເອງ. ເພາະເຖິງວ່າແນວໃດຄົນພວກນີ້ກໍມັກຈະສົງໄສໃນຊີວິດຂອງຄົນອື່ນຢູ່ສະເໝີ ຖ້າຫຼີກລ່ຽງໄດ້ກໍຄວນຫຼີກລ່ຽງ ແຕ່ສິ່ງສໍາຄັນຫຼາຍກວ່ານັ້ນຄື ການລົງມືເຮັດທຸລະກິດໃຫ້ເກີດຂຶ້ນແທ້ ເຊິ່ງຈະຊ່ວຍປ່ຽນຄວາມຄິດຂອງຄົນທີ່ບໍ່ເຊື່ອໃນຕົວເອງ ໃຫ້ຫັນມາເບິ່ງໃນຖານະຂອງການເປັນຜູ້ປະກອບການຄົນໜຶ່ງໄດ້.

  1. ຄິດວ່າມັນຍາກເກີນໄປ

ແນ່ນອນວ່າການເຮັດທຸລະກິດເປັນເລື່ອງທີ່ຍາກ ແລະ ອາດຈະເປັນສິ່ງທີ່ຍາກທີ່ສຸດໃນຊີວິດສໍາລັບຄົນບາງຄົນ ເພາະຈະເຮັດໃຫ້ບໍ່ໄດ້ຫຼັບໄດ້ນອນ, ຜິດກັບຄົນຮັກ, ບໍ່ມີເວລາໃຫ້ລູກ ແລະ ອາດຈະຕ້ອງສູນເສຍເງິນ ແຕ່ຖ້າຢ້ານທີ່ຈະຕ້ອງພົບກັບສິ່ງເຫຼົ່ານີ້ ກໍບໍ່ຕ້ອງໄປຄິດເຖິງການເຮັດທຸລະກິດເລີຍ. ເພາະຖ້າມັນງ່າຍທຸກຄົນກໍຄົງຈະເປັນເຈົ້າຂອງທຸລະກິດໝົດ ສະນັ້ນ ຈົ່ງຊື່ສັດກັບຕົນເອງ, ຫາກເຊື່ອວ່າເຮັດໄດ້ກໍຄວນເປີດປະຕູອອກໄປ ແລະ ເຮັດໃນສິ່ງທີ່ຕ້ອງການ.

ຂອບໃຈທີ່ມາ: www.smethailandclub.com

Comments