Author Archives: Paeng KC

ສະພາແຫ່ງຊາດ ຕ້ອງການລັດຖະກອນໃໝ່ 10 ຕໍາແໜ່ງດັ່ງນີ້….

ຄະນະເລຂາທິການສະພາແຫ່ງຊາດ ກົມຈັດຕັ້ງ-ພະນັກງານ ອອກແຈ້ງການໃນວັນທີ 2 ເມສາ 2019 ເລື່ອງ: ການເປີດຂາຍແບບຟອມສະໝັກ ເຂົ້າເປັນລັດຖະກອນ ປະຈໍາປີ 2019. ແຈ້ງເຖິງບັນການັກສຶກສາ ຫຼື ບຸກຄົນທີ່ຕ້ອງການສະໝັກເຂົ້າເປັນລັດຖະກອນຂອງ ສະພາແຫ່ງຊາດ ຮັບຊາບວ່າ ສະພາແຫ່ງຊາດ ຈະເປີດຂາຍແບບຟອມສະໝັກ ເພື່ອສອບເສັງເຂົ້າເປັນລັດຖະກອນ ຂອງສະພາແຫ່ງຊາດ ປະຈໍາປີ 2019 ໃນວັນສຸກທີ 5 ເມສາ 2019 ທີ່ສະພາແຫ່ງຊາດ ຕາມຕໍາແໜ່ງດັ່ງນີ້: 1.ເສດຖະສາດທົ່ວໄປ 2.ການບໍລິຫານໂຮງແຮມ-ການທ່ອງທ່ຽວ 3.ຊ້າງເຕັກນິກໄຟຟ້າ 4.ບໍລິຫານຫ້ອງການ ຫຼື ເລຂານຸການ 5.ອັກສອນສາດ ( ອັງກິດ, ຈີນ, ຫວຽດນາມ ) 6.ກົດໝາຍຍຸຕິທໍາ 7.ກໍ່ສ້າງ-ຂົວທາງ 8.ການຈັດຕັ້ງສິ່ງແວດລ້ອມ 9.ບັນຊີແຫ່ງຊາດ 10.ຊົນເຜົ່າວິທະຍາ ຫຼື ປະຫວັດສາດມະນຸດວິທະຍາ.

Read More »

ຢາກໄດ້ທຶນ 100% ໄປຮຽນຕໍ່ ຢູ່ອັງກິດ, ອາເມລິກາ, ເອີຣົບ ສະໝັກດ່ວນ….

ມີທຶນດີດີ ມາແນະນໍາ ! ເປັນທຶນເຕັມ 100% ! ສາມາດສະໝັກເລືອກໄປຮຽນໄດ້ ຢູ່ປະເທດອັງກິດ, ອາເມລິກາ, ເອີຣົບ, ອື່ນໆ ! ແຕ່ລະປີ ເຄີຍມີຄົນລາວສະໝັກໄດ້ 4-5 ຄົນ ! ປິດຮັບສະໝັກ: 15/05/2019 ລາຍລະອຽດການສະໝັກທີ່: www.opensocietyfoundations.org/…/civil-society-leadership-a… Civil Society Leadership Awards Deadline: May 15 Visit: www.opensocietyfoundations.org/…/civil-society-leadership-a… The Civil Society Leadership Awards (CSLA) is now open for application from candidates who want to carry out post-graduate studies. Exceptional students who have strong commitment to make positive social changes in ...

Read More »

ເປີດຕົວ!!! ສາຍການບິນໃໝ່ລາຄາປະຢັດ ສະກູ໊ດ ບິນກົງຈາກລາວ-ສິງກະໂປ

ສະກູ໊ດ(Scoot) ແມ່ນສາຍການບິນລາຄາປະຢັດຂອງສາຍການບິນສິງກະໂປ (Singapore Airlines) ໄດ້ເປີດຖ້ຽວບິນປະຖົມມະເລີກເສັ້ນທາງຈາກລາວຫາສິງກະໂປແລ້ວໃນມື້ວານນີ້ ວັນທີ 1 ເມສາ 2019 ແລະ ໄດ້ຈັດພິທີການຖະແຫຼງຂ່າວເປີດຖ້ຽວບິນປະຖົມມະເລິກຢູ່ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂດມິນິກໂກ, ເອກອັກຄະລັດຖະທູດປະເທດສິງກະໂປປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ,  ທ່ານ ວິນັອດຄານັນ, ປະທານເຈົ້າໜ້າທີ່ບໍລິຫານຝ່າຍການຄ້າຂອງສະກູ໊ດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ. ສາຍການບິນ ສະກູ໊ດ(Scoot) ແມ່ນມີການບໍລິການສາມຖ້ຽວບິນຕໍ່ອາທິດເສັ້ນທາງຈາກນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຫາສິງກະໂປ. ການບໍລິການນີ້ຖືກໂອນມາຈາກສາຍການບິນພັນທະມິດກໍ່ຄືສາຍການບິນຊິວຄ໌ແອຣ໌ (SilkAir) ເຊິ່ງໃນປັດຈຸບັນ, ສະກູ໊ດແມ່ນສາຍການບິນດຽວເທົ່ານັ້ນທີ່ໃຫ້ບໍລິການບິນກົງເສັ້ນທາງລາວ-ສິງກະໂປ. ສະກູ໊ດໄດ້ເລີ່ມໃຫ້ບໍລິການຄັ້ງທຳອິດໃນເດືອນມິຖຸນາ 2012 ເປັນເວລາ 7 ປີມາແລ້ວ ແລະໄດ້ຮັບລາງວັນຊະນະເລີດຫຼາຍລາງວັນເຊັ່ນ: ລາງວັນສາຍການບິນລາຄາປະຢັດທີ່ດີທີ່ສຸດ (ພາກພື້ນອາຊີ-ປາຊີຟິກ) ໂດຍ AirlineRatings.com ຕັ້ງແຕ່ປີ 2015 ຫາ 2018 ແລະຕິດ 10 ອັນດັບທຳອິດຂອງສາຍການບິນລາຄາປະຢັດທີ່ດີທີ່ສຸດໃນໂລກໃນປີ 2015 ແລະ 2018 ໂດຍສະກາຍແທຼກ (Skytrax). ໃນມື້ວານນີ້ ເຮືອບິນລຸ້ນ A320 ທີ່ມີຊື່ວ່າເຢວໂລເທວ (Yellow Tail) ມາຮອດສະໜາມບິນຫຼວງພະບາງ ...

Read More »

ຍ້ອນເປັນມືໃໝ່ທີ່ຫາກໍເລີ່ມຕົ້ນເປັນເຈົ້າຂອງທຸລະກິດ ເຮັດໃຫ້ຜູ້ປະກອບການຫຼາຍຄົນຕ້ອງພົບກັບບັນຫາຈົນຕ້ອງສະຢຸດລະຫວ່າງທາງ! ມາເບິ່ງນໍາກັນວ່າ! ຖ້າຢາກເລີ່ມທຸລະກິດແລ້ວໄປຕໍ່ໄດ້ຕ້ອງເຮັດແນວໃດແດ່?

ເລີ່ມຕົ້ນທຸລະກິດແນວໃດ? ໃຫ້ໄປຕໍ່ໄດ່້ ໃນການເລີ່ມຕົ້ນທຸລະກິດ ຜູ້ປະກອບການຫຼາຍຄົນມັກຈະສະດຸດ ແລະ ປະສົບບັນຫາໃນການດໍາເນີນທຸລະກິດໃນໄລຍະເລີ່ມຕົ້ນ ບໍ່ວ່າຈະເປັນເລື່ອງທຶນ, ການບໍ່ມີຄວາມຮູ້ທາງທຸລະກິດ, ການຕັດສິນໃຈທີ່ບໍ່ລະມັດລະວັງ ບໍ່ຮອບຄອບ. ເຊິ່ງບາງຄົນເມື່ອພົບບັນຫາແລ້ວ ສາມາດແກ້ໄຂບັນຫາໄດ້ຖືກຈຸດ ກໍເຮັດໃຫ້ທຸລະກິດສາມາດໄປຕໍ່ໄດ້ ຂະນະທີ່ບາງຄົນຕ້ອງສະດຸດຢຸດລະຫວ່າງທາງ… ມາເບິ່ງນໍາກັນວ່າ ຖ້າຢາກເລີ່ມທຸລະກິດແລ້ວໄປຕໍ່ໃຫ້ໄດ້ຕ້ອງເຮັດແນວໃດ? ມີ Model ທຸລະກິດທີ່ຊັດເຈນ ງ່າຍໆເລີຍຄື ຈະສ້າງສິນຄ້າຫຍັງ, ກຸ່ມເປົ້າໝາຍຄືໃຜ, ຈະເຮັດການຕະຫຼາດທາງໃດ, ໂຄງສ້າງຕົ້ນທຶນມີຫຍັງແດ່, ຕ້ອງໃຊ້ຊັບພະຍາກອນຫຍັງແດ່ ແລະ ອື່ນໆ. ເຊິ່ງຜູ້ປະກອບການຕ້ອງຕອບຄໍາຖາມເຫຼົ່ານີ້ໃຫ້ໄດ້ກ່ອນ ເພາະນັ້ນໝາຍເຖິງທ່ານຮູ້ວ່າ ກໍາລັງເຮັດຫຍັງຢູ່ ເບິ່ງຄູ່ແຂ່ງວ່າມີໃຜແດ່ ວິເຄາະຄູ່ແຂ່ງວ່າຄ້າຍຄື ຫຼືແຕກຕ່າງຈາກເຮົາບ່ອນໃດ, ບາງຄົນອາດຈະເບິ່ງວ່າເປັນການໝົກໝຸ້ນຢູ່ກັບການແຂ່ງຂັນນັ້ນບໍ່ແມ່ນເລື່ອງທີ່ດີ, ແຕ່ການທີ່ບໍ່ສົນໃຈເລື່ອງນີ້ເລີຍຈະເປັນອີກປັດໃຈທີ່ເຮັດໃຫ້ທຸລະກິດໄປຕໍ່ບໍ່ໄດ້ ວາງແຜນແບບຄ່ອຍເປັນຄ່ອຍໄປ ການວາງແຜນທຸລະກິດຊ່ວຍໃຫ້ເບິ່ງເຫັນແນວທາງໃນການດໍາເນີນທຸລະກິດ ວ່າຈະຕ້ອງເຮັດຫຍັງແດ່ ແລະ ສາມາດຮັບມືກັບບັນກຫາທີ່ອາດຈະເກີດຂຶ້ນໄດ້ແນວໃດ? ນອກຈາກນີ້ ຖ້າວາງແຜນແບບຄ່ອຍໆກ້າວເທື່ອລະຂັ້ນ ກໍຈະຊ່ວຍຫຼຸດຄວາມສ່ຽງໃນການເຮັດທຸລະກິດໄດ້ ຢ່າຖອດໃຈງ່າຍ ສິ່ງນີ້ເປັນຄາຖາປະຈໍາຕົວຂອງຜູ້ປະກອບການປ້າຍແດງກໍເວົ້າໄດ້ ເພາະຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງພົບບັນຫາໃນການເຮັດທຸລະກິດ ເຊິ່ງບາງຄົນທໍ້ຖອຍ ແລະ ບໍ່ຍອມໄປຕໍ່ ເຮັດໃຫ້ທຸລະກິດທີ່ເຮັດມາຕ້ອງປິດສາກລົງ. ແນວໃດກໍຕາມ ຕາມການສໍາຫຼວດ ຜູ້ປະກອບໃໝ່ທີ່ຫາກໍເລີ່ມຕົ້ນທຸລະກິດນັ້ນ ຈະພົບບັນຫາ ແລະ ລົ້ມເຫຼວພາຍໃນ 8 ເດືອນທໍາອິດທີ່ເລີ່ມຕົ້ນ. ຖ້າຜ່ານໄລຍະນີ້ໄປໄດ້ທຸລະກິດກໍຈະຄ່ອຍໆດີຂຶ້ນ ເພາະຜູ້ປະກອບການຮູ້ຈັກວິທີຮັບມືກັບບັນຫາໃນສ່ວນໜຶ່ງແລ້ວ. ...

Read More »

ການແຂ່ງຂັນ carlsberg golf classic 2019 ຈົບລົງດ້ວຍຜົນສຳເລັດຢ່າງຍິ່ງໃຫຍ່….

ວັນທີ 30 ມີນາ 2019 ຜ່ານມາ, ມີການແຂ່ງຂັນກ໊ອຟລາຍການ ຄາລສະເບີກ ກ໊ອຟ ຄລາສສິກ 2019 ( Carlsberg Golf Classic 2019 ) ທີ່ ສປປ ລາວ ຢູ່ສະໜາມກ໊ອຟຊີເກມ ຫຼັກ 16 ເຊິ່ງເປັນສະໜາມທໍາອິດຂອງປີ ແລະ ປິດສາກການແຂ່ງຂັນລົງຢ່າງຈົບງາມ ໂດຍການຊະນະເລີດສາຍບໍ່ມີແຕ້ມຕໍ່ເປັນຂອງ ທ່ານ Choi Jong Sik, ສ່ວນສາຍມີແຕ້ມຕໍ່ຕົກເປັນຂອງ ທ່ານ ສຸລະເພັດ ແກ້ວວຽງຄໍາ. ພິທີປິດການແຂ່ງຂັນງານດັ່ງກ່າວ,  ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມິເກລ ໂອເລີມານ ຜູ້ອໍານວຍການດ້ານການຂາຍ ແລະ ການຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ວິດເຕີ ຊ໊ອງ ຜູ້ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ຈັນສະໝອນ ຜອງຈັນທາ ຜູ້ຈັດການການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ...

Read More »

ທຶນການສຶກສາ POSCO Asia Fellowship ທີ່ປະເທດ ເກົາຫລີໃຕ້ ! ຄົນລາວ ສະໝັກໄດ້ ທຶນ 100%

ເປີດຮັບສະໝັກແລ້ວ ! ທຶນການສຶກສາ POSCO Asia Fellowship ທີ່ປະເທດ ເກົາຫຼີໄຕ້ ! ຄົນລາວ ສະໝັກໄດ້ ທຶນ 100% ສາມາດເລືອກຮຽນ ສາຂາໃດກໍ່ໄດ້ ! ປິດຮັບສະໝັກ: 15/04/2019 ລາຍລະອຽດເພີ່ມຕື່ມທີ່: www.postf.org Call for Application forPOSCO Asia Fellowship Overseas Scholarship Program Scholarship covers * tuition fees and living expenses (approx 900USD/month) for masters or doctoral degree study for 2 years in S. Korea Korean School Enrollment Fall semester 2019 and Spring semester 2020 ...

Read More »

Mark zuckerberg ປະກາດ Face book ຈະເນັ້ນຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ

Mark zuckerberg ປະກາດວ່າ ເຟສບຸກຈະເນັ້ນຄວາມເປັນສ່ວນຕົວ ເພີ່ມທາງເລືອກໃຫ້ສາມາດໂພສຊົ່ວຄາວໄດ້ຕາມຕ້ອງການ ເພີ່ມການເຊື່ອມຕໍ່ກັນກັບແອັບອື່ນໆ ແລະ ສ້າງສູນຂໍ້ມູນເພີ່ມໃນປະເທດເປັນປະຊາທິປະໄຕ. Mark zuckerberg ໂພສໃນເຟສບຸກສ່ວນຕົວ ປະກາດເຖິງທິດທາງໃນອະນາຄົດຂອງເຟສບຸກວ່າ ຈະເນັ້ນ 4 ເລື່ອງຕໍ່ໄປນີ້:…. ເນັ້ນຄວາມເປັນສ່ວນຕົວ ແລະ ການເຂົ້າລະຫັດການແຊັດ ເພື່ອໃຫ້ຜູ້ໃຊ້ໝັ້ນໃຈວ່າ ຄົນອື່ນຈະບໍ່ສາມາດອ່ານຂໍ້ຄວາມຂອງທ່ານໄດ້ ບໍ່ວ່າຈະເປັນແຮັກເກີ້ ຫຼື ເຈົ້າໜ້າທີ່ລັດ ຫຼື ແມ້ແຕ່ຈາກທີມງານເຟສບຸກເອງ ເພີ່ມທາງເລືອກໃຫ້ໂພສຂໍ້ຄວາມ,​ ຮູບ ຫຼື ຄຼິບໄດ້ຊົ່ວຄາວໄດ້ຕາມຄວາມຕ້ອງການ ຈະເປັນປີ, ເປັນເດືອນ, ເປັນຊົ່ວໂມງ ຫຼື ເປັນນາທີໄດ້. ເພີ່ມການເຊື່ອມຕໍ່ກັນລະຫວ່າງ Facebook, Messenger, Instagram, ແລະ WhatsApp ໂດຍສະເພາະແຊັດສ່ວນຕົວ ສ້າງສູນຂໍ້ມູນເພີ່ມໃນປະເທດຕ່າງໆ ແຕ່ຈະບໍ່ສ້າງໃນປະເທດທີ່ຈຳກັດສິດທິມະນຸດ ເພາະສ່ຽງທີ່ຈະຖືກລັດຖະບານປະເທດນັ້ນໆ ແຊກແຊງ. ຫຼັງຈາກຜູ້ນຳປະກາດທິດທາງແບບນີ້ ຝ່າຍທີມວິສາວະກຳ, ນັກພັດທະນາ ກໍຕ້ອງໄປພັດທະນາຕໍ່ ສ່ວນຝ່າຍຜູ້ໃຊ້ງານຄືເຮົາເຈົ້າຂ້ອຍກໍລໍຖ້າເບິ່ງກັນໄປວ່າ ເຟສບຸກຈະເພີ່ມຟີເຈີ້ ຫື ລູກຫຼິ້ນໃຫມ່ໆມາໃຫ້ເຮົາໃຊ້ກັນແບບໃດ. ຂ່າວ:  facebook.com/notes/mark-zuckerberg/a-privacy-focused-vision-for-social-networking/10156700570096634 ພາບຈາກ: facebook.com/markzuckerberg

Read More »

ມູນຄ່າກໍ່ສ້າງເສັ້ນທາງສູງ ແຕ່ຄຸນນະພາບຕ່ຳ ບັນຫາທີ່ ຍທຂ ຈະສຸມໃສ່ແກ້ໄຂ

ຫາງສຽງຈົ່ມວ່າຂອງສັງຄົມຈາກກໍລະນີເສັ້ນທາງທີ່ມີມູນຄ່າສູງແຕ່ຄຸນນະພາບຂອງເສັ້ນທາງຕໍ່າ, ທາງເປ່ເພໄວກວ່າກຳນົດ, ເສັ້ນທາງສ້າງແລ້ວຊ້າກວ່າກຳນົດ ເປັນບັນຫາສຳຄັນທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຈະຕ້ອງໄດ້ປະເມີນຄົ້ນຄວ້າ ແລະ ຫາທາງແກ້ໄຂໂດຍໄວ. ແນວໃດກໍຕາມ, ສັນຍາລະ ຫວ່າງ ຍທຂ ກັບ ບໍລິສັດຮັບເໝົາກໍ່ສ້າງຍັງເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ມີການເຈລະຈາຄືນ. ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນລະຫວ່າງວັນທີ 28 – 29 ມີນາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຍທຂ ທົ່ວປະເທດເຂົ້າຮ່ວມ. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂະແໜງ ຍທຂ ທົ່ວປະເທດ ປີ 2017 ແລະ 2018 ຜ່ານມາ ແລະ ຄົ້ນຄວ້າຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງ ປະຈຳປີ 2019 ...

Read More »

ມີເງິນທຶນໜ້ອຍ ແຕ່ຢາກເປີດຮ້ານອາຫານ…ເຮັດແນວໃດດີ? (ອ່ານເລີຍ)

ຫາກເຈົ້າມີເງິນທຶນນ້ອຍ ແຕ່ເຈົ້າຍັງລົງມືເຮັດໜ້ອຍ ເຈົ້າຕາຍແນ່ນອນ ເຫດຜົນທີ່ຄົນເປີດຮ້ານອາຫານມີບໍ່ຫຍັງຫຼາຍດອກ, ມີຫຼາຍຄົນເປີດຮ້ານອາຫານຍ້ອນວ່າໝູ່ບອກວ່າ ເຮົາເຮັດອາຫານແຊບ! ຫຼາຍຄົນເປີດຮ້ານອາຫານ ພຽງເພາະຕົວເອງຢາກເປີດ ໂດຍບໍ່ຄິດວ່າມັນເປັນທຸລະກິດ! ມາເບິ່ງວ່າເຮັດແນວໃດ? ເມື່ອມີທຶນນ້ອຍ ຈະເປີດຮ້ານອາຫານບໍ່ໃຫ້ເຈັ້ງ “ 7  ໃນ 10 ຄົນຈະເຈັ້ງຕັ້ງແຕ່ປີທໍາອິດ, 2 ໃນ 10 ຄົນຈະເຈັ້ງພາຍໃນປີທີ 3–5 ສຸດທ້າຍຈະເຫຼືອພຽງແຕ່ຮ້ານດຽວເທົ່ານັ້ນ ທີ່ຈະຢູ່ລອດໃນໂລກທຸລະກິດ” ເປັນຄໍາເວົ້າຂອງນັກທຸລະກິດໜຸ່ມ  ເຈົ້າຂອງຮ້ານຊາບູບຸ໊ບເຟ້  ຊື່ດັງທີ່ຕ່າງປະເທດ. ທ່ານອາດຈະເຄີຍເຫັນຫຼາຍຄົນໃຊ້ງົບປະມານບານປາຍໃນການຕົກແຕ່ງຮ້ານອາຫານສຸດທ້າຍ..ກໍເຈັ້ງ, ແຕ່ບາງຄົນມີງົບປະມານໜ້ອຍ ຫຼື ເງິນທຶນບໍ່ຫຼາຍ ແຕ່ກະເປີດຮ້ານອາຫານແລ້ວຮັ່ງມີ… ຮ້ານອາຫານ ເປັນທຸລະກິດປະເພດໜຶ່ງທີ່ຕ້ອງໄດ້ຄໍານຶງເຖິງປັດໄຈຫຼາຍຢ່າງ  ເມື່ອມາວິເຄາະຄວາມເປັນໄປໄດ້ກ່ອນການລົງທຶນທຸລະກິດ ແລະ ການຕະຫຼາດເພື່ອເຮັດໃຫ້ຮ້ານອາຫານນັ້ນບໍ່ເຈັ້ງຕ້ອງໄດ້ມີການເຮັດແຜນສູງໆໄວ້ : FEASIBILITY STUDY ການສຶກສາຄວາມເປັນໄປໄດ້ຂອງທຸລະກິດ LOCATION ANALYSIS ການວິເຄາະຄວາມເປັນໄປໄດ້ເລືອກທີ່ຕັ້ງທີ່ເໝາະສົມ ຫາໂອກາດ ແລະ  ຫາທີ່ຕັ້ງທີ່ກໍາລັງຈະດັງໃຫ້ໄດ້, ເພາະທີ່ຕັ້ງທີ່ດັງແລ້ວ ດີແລ້ວຄື: ແຖວສີຫອມ ,ແຖວແຄມຂອງ…. ກໍຈະໝາຍເຖິງຄ່າເຊົ່າທີ່ແພງ, ແຕ່ຖ້າເຮົາເປັນ SME  ໃຫ້ເຮົາລອງຊອກສະຖານທີ່  ປຽບຄືກ້ວຍທີ່ກຳລັງຈະສຸກ ແຕ່ມັນຍັງບໍ່ສຸກດີເທື່ອ, ເຮົາຕ້ອງຊອກຫາໂອກາດອັນນີ້ໃຫ້ພົບ MARKET ANALYSIS ...

Read More »

ຈີນ ລົງໂທດຈຳຄຸກ 14 ປີ ອາດີດເຈົ້າໜ້າທີລະດັບສູງ ຖານຮັບສິນບົນ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 27 ມີນາ 2019 ວ່າ ສານປະຊາຊົນຊັ້ນກາງນະຄອນຫນິງປົວ ປະກາດຄຳພິພາກສາ ທ່ານ ຫລູ່ ເຫວ່ຍ ອາດີດຮອງຫົວຫນ້າຝ່າຍການເຜີຍແຜ່ຂ່າວຂອງຄະນະກຳມະການພັກຄອມມິວນິສຈີນ (CPC) ຊື່ງຖືກລົງໂທດຈຳຄຸກ 14 ປີ ແລະ ປັບໃຫມເງິນ 3 ລ້ານຢວນ ຖານຮຽກຮັບສິນບົນ ຄຳພິພາກສາຂອງສານລະບຸວ່າເງິນ ແລະ ຊັບສິນທີ່ທ່ານ ຫລູ່ ໄດ້ຮັບມາໃນຮູບແບບສິນບົນ ລວມເຖິງຜົນປະໂຫຍດອື່ນໆ ທີ່ເກີດຈາກເງິນ ແລະຊັບສິນເຫຼົ່ານັ້ນ ຈະຖືກສືບສວນລາຍລະອຽດ ແລະ ຮຽກຄືນທັງໝົດກ່ອນສົ່ງຕໍ່ໄປຍັງໜ່ວຍງານຄັງເງິນແຫ່ງລັດ ອີກຢ່າງ ທ່ານ ຫລູ່ ກ່າວຍອມຮັບຄຳພິພາກສາຂອງສານ ແລະ ຈະບໍ່ຢືນອຸທອນຕໍ່ສານປະຊາຊົນຊັ້ນສູງສຸດ ສານລະບຸວ່າ: ທ່ານ ຫລູ່ ຖືກກວດພົບວ່າໃຊ້ປະໂຫຍດຈາກຕຳແໜ່ງໜ້າທີ່ຊ່ວຍເຫຼືອອົງກອນ ແລະ ບຸກຄະລາກອນຈຳນວນໜຶ່ງທີ່ເຮັດວຽກກ່ຽວກັບການຈັດການອິນເຕີເນັດ ລວມເຖິງຊ່ວຍສົ່ງເສີມການປະກອບທຸລະກິດ ການເລືອກຕຳແຫນ່ງ ແລະການໂຍກຍ້າຍວຽກລະຫວ່າງ 2002-2017 ດ້ວຍການກະທຳອັນທຸຈະລິດດັ່ງກ່າວ ທ່ານຫລູ່ ໄດ້ຮຽກຮ້ອງ ຫຼືຍອມຮັບເງີນ ແລະຊັບສິນ ມູນຄ່າລວມ 32 ລ້ານຢວນ  ຈາກກຸ່ມອົງກອນ ແລະບຸກຄະລາກອນຂ້າງຕົ້ນ ທັງທາງກົງ ຫຼືທາງອ້ອມໂດຍຜ່ານບຸກຄົນອື່ນ

Read More »