Author Archives: Paeng KC

ຍຸກ Digital Transformation ແມ່ນຫຍັງ?

ເມື່ອຍຸກ Digital Transformation ເຂົ້າມາມີບົດບາດໃນໂລກທຸລະກິດ ການປ່ຽແປງ ຮູບແບບຂອງທຸລະກິດ (Business Model) ສູ່ການເປັນອົງກອນໃຫ້ທັນໂລກນັ້ນ ຕ້ອງມຸ້ງເນັ້ນເຕັກໂນໂລຊີ Digi-touch ເປັນຫົວໃຈຫຼັກ  ແລະ ເປັນໝາກຫົວໃຈທີ່ສຳຄັນໃນການບໍລິຫານທຸລະກິດໂດຍຂາດບໍ່ໄດ້. ຍຸກ Digital Transformation ແມ່ນຫຍັງ? ນັກວິເຄາະຈາກ Economic Intelligence Center (EIC) ໄດ້ອະທິບາຍວ່າ: ເປັນຍຸກສະໄໝທີ່ເຕັກໂນໂລຊີພັດທະນາໄປຢ່າງໄວວາ ເຫັນໄດ້ຈາກການມີລະບົບຄັງເກັບຂໍ້ມູນ Cloud, Big Data, Internet of Things (IOT), Smart phone, Device Driver, Social media ແລະ ເຕັກໂນໂລຊີອື່ນໆອີກຫຼາກຫຼາຍ. ໂດຍຫົວໃຈຫຼັກໆຂອງຍຸກນີ້ຄື ການນໍາເອົາ  Digital Technology ມາປັບໃຊ້ກັບທຸກຂະແໜງການຂອງທຸລະກິດ. ຕັ້ງແຕ່ຂະບວນການເຮັດວຽກ, ສ້ງສັນຜະລິດຕະພັນ, ການຕະຫຼາດ, ວັດທະນະທຳອົງກອນ ແລະ ການກຳນົດເປົ້າໝາຍການຂະຫຍາຍຕົວ ແລະ ການພັດທະນາໃນອະນາຄົດ ເພື່ອໃຫ້ທຸລະກິດປັບຕົວຕໍ່ການປ່ຽນແປງໄດ້ໄວ, ຕອບໂຈດທຸລະກິດໃໝ່ໆທີ່ຈະເກີດຂຶ້ນໃນໂລກທຸກມື້ນີ້ ລວມເຖິງຢູ່ບ້ານເຮົາ. ສະຫຼຸບແລ້ວວ່າ Age of ...

Read More »

ຊົມເຊີຍ!! ທ່ານນາຍົກ ຮ່ວມກອງປະຊຸມເວທີເສດຖະກິດໂລກກ່ຽວກັບ ອາຊຽນ ຄັ້ງທີ 27

ໃນຕອນເຊົ້າວັນທີ 12 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປືກສາຫາລືເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27, ທີ່ ສສ.ຫວຽດນາມ (Economic Forum on ASEAN). ເປີດຢ່າງເປັນທາງການ ໂດຍທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ທ່ານ Klaus Schwab, ປະທານຜູ້ບໍລິຫານເວທີເສດຖະກິດໂລກ. ກອງປະຊຸມຄັ້ງນີ້, ສະຫາຍ ຫງຽວນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໄດ້ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ ທີ່ເປັນຕົວແທນຈາກລັດຖະບານ ແລະ ຫົວໜວຍທຸລະກິດໃນພາກພື້ນ ແລະ ໃນໂລກເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ບັນດາຜູ້ນຳຂອງແຕ່ລະປະເທດສະມາຊິກອາຊຽນ ໄດ້ປະກອບຄຳເຫັນ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວິໃສທັດໃນການປະກອບທຸລະກິດ, ການປະຕິຮູບອຸດສະຫະກຳ ...

Read More »