ຝຸ່ນລະອອງ pm 2.5 ເລີ່ມຫຼຸດລົງແລ້ວ!!! ພ້ອມເຜີຍສາເຫດທີ່ແທ້ຈິງຂອງການເກີດຝຸ່ນລະອອງດັ່ງກ່າວ…

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງຂ່າວ ສະພາບມົນລະພິດທາງອາກດ ສະບັບເລກທີ 1880/ກຊສ.ຫກ ລົງວັນທີ 15 ມີນາ 2019 ໃຫ້ຮູ້ວ່າ: ລະຫວ່າງວັນທີ 9-14 ມີນາ 2019 ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃກ້ຄຽງ ໄດ້ເກີດມີສະພາບໝອກຄວັນປົກຫຸ້ມບໍລິເວນກວ້າງ ເຊິ່ງໄດ້ວັດແທກຄຸນນະພາບອາກາດຢູ່ສະຖານີວັດແທກກົມອຸຕຸນິຍົມ ແລະ ອຸທົກກະສາດ ໂດຍວັດແທກຢ່າງຕໍ່ເນື່ອງຕະຫຼອດ 24 ຊົ່ວໂມງ ໃນແຕ່ລະວັນ ໄດ້ຊີ້ໃຫ້ເຫັນວ່າ ຄ່າຝຸ່ນລະອອງຂະໜາດ 2,5 ໄມຄຮອນ ຫຼື PM-2,5 ສູງກວ່າມາດຕະຖານ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.


ເລີ່ມແຕ່ວັນທີ 11 ມີນາ 2019 ເປັນຕົ້ນມາ ເຫັນວ່າຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ PM-2,5 ສູງເຖິງ 108,9 µg/m3 ໃນວັນທີ 12 ມີນາ ສູງຂຶ້ນເຖິງ 172,1 µg/m3 ເຊິ່ງສູງກວ່າຄ່າມາດຕະຖານສິ່ງແວດລ້ອມຂອງ ສປປ ລາວ ທີ່ກຳນົດໄວ້ 50 µg/m3 ຫຼື ສູງກວ່າມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ປະມານ 3,5 ເທົ່າຕົວ ເຊິ່ງຖືເປັນລະດັບອັນຕະລາຍ. ມາເຖິງວັນທີ 13 ມີນາ ຄ່າຝຸ່ນລະອອງ PM-2,5 ໄດ້ເລີ່ມຫຼຸດລົງມາ 140,6 µg/m3
PM-2,5 ແມ່ນຝຸ່ນລະອອງຂະໜາດນ້ອຍກວ່າ 2,5 ໄມຄຮອນ ເປັນມົນລະພິດທີ່ມີຂະໜາດນ້ອຍກວ່າ 1/25 ຂອງເສັ້ນຜ່າສູນກາງເສັ້ນຜົມຂອງຄົນ ຫຼື ຂະໜາດ ½ ຂອງເມັດເລືອດແດງຂອງຄົນ, ຝຸ່ນລະອອງດັ່ງກ່າວສາມາດລອຍຢູ່ໃນຊັ້ນບັນຍາກາດໄດ້ດົນ ແລະ ປົນເປື້ອນກັບມົນລະພິດອື່ນໆ ເຊິ່ງສາມາດແຜ່ກະຈາຍເຂົ້າສູ່ລະບົບທາງເດີນຫາຍໃຈຂອງຄົນ ໂດຍຜ່ານເນື້ອເຫຍື່ອຂອງລະບົບຫາຍໃຈ, ປອດຫາຍໃຈສ່ວນລຸ່ມ, ກະແສເລືອດ ແລະ ແຜ່ກະຈາຍເຂົ້າສູ່ອະໄວຍະວະຕ່າງໆໃນຮ່າງກາຍ ເຊິ່ງອາດສົ່ງຜົນກະທົບຕໍ່ລະບົບທາງເດີນຫາຍໃຈ, ຫາຍໃຈຝຶດເຄືອງ, ເກີດໂລກພູມແພ້, ເພີ່ມຄວາມສ່ຽງເປັນໂຣກຊໍ້າເຮື້ອ ແລະ ເປັນໂຣກມະເຮັງ.


ໂດຍທົ່ວໄປແລ້ວ ແຫຼ່ງກຳເນີດຂອງ PM-2,5 ແມ່ນເກີດມາຈາກການເຝົ້າໄໝ້ຢູ່ໃນບ່ອນໂລ່ງ (ຂູດຂີ້ເຫຍື່ອ ຫຼື ຈູດປ່າ) ການຄົມມະນາຄົມຂົນສົ່ງ, ການຜະລິດພະລັງງານໄຟຟ້າຄວາມຮ້ອນ ແລະ ການຜະລິດອຸດສາຫະກຳ.
ສຳລັບສະພາບໝອກຄວັນທີ່ເກີດຂຶ້ນໃນນະຄອນຫຼວງວຽງຈັນ ແລະ ເຂດໃກ້ຄຽງໃນຄັ້ງນີ້ ແມ່ນເກີດມາຈາກໄຟໄໝ້ປ່າ ແລະ ການຈູດປ່າເຮັດໄຮ່ ໃນເຂດເມືອງສັງທອງ, ເມືອງສີໂຄດຕະບອງ ແລະ ເມືອງ ນາຊາຍທອງ ລວມທັງໝອກຄວັນຂ້າມຊາຍແດນມາຈາກບັນດາປະເທດອ້ອມຂ້າງ.

ມາຮອດປັດຈຸບັນ ສະພາບການດັ່ງກ່າວກໍ່ເລີ່ມດີຂຶ້ນເປັນກ້າວໆ ເນື່ອງຈາກວ່າໄຟປ່າໄດ້ມອດລົງແລ້ວ, ອີງຕາມພະຍາກອນອາກາດຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດວ່າ: ໃນອີກ 2-3 ວັນຂ້າງໜ້າ ມີທ່າອ່ຽງຝົນຈະຕົກໃນລະດັບຄ່ອຍ ຢູ່ໃນນະຄອນຫຼວງວຽງຈັນ ແລະ ໃນວັນທີ 17-20 ມີນາ 2019  ຈະມີຝົນຕົກຟ້າຮ້ອງຢູ່ບາງບໍລິເວນໃນນະຄອນຫຼວງວຽງຈັນ ເຊິ່ງຈະເຮັດໃຫ້ສະພາບມົນລະພິດດັ່ງກ່າວຫຼຸດຜ່ອນລົງ (ຖ້າຫາກວ່າບໍ່ມີການຈູດຂີ້ເຫຍື່ອ ຫຼື ຈູດປ່າ ເພີ່ມເຕີມ)

 

Comments