ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕອບຄວາມເປັນຫວ່ງ ຂອງນາໆຊາດກ່ຽວກັບບັນຫາໜີ້ສິນຂອງປະເທດ, ທີ່ກອງປະຊຸມ THE FUTURE OF ASIA 2019 ,ທີ່ ຍີ່ປຸ່ນ ວັນສຸກ ວັນທີ 7 ມິຖຸນາ 2019 ທີ່ຜ່ານມາ, ນາຍົກລັດຖະມົນຕີທອງລຸນ ໄດ້ກ່າວວ່າ: ປະເທດລາວ ໄດ້ຮັບການຊຸກຍູ້ການພັດທະນາຈາກສາກົນ ເປັນຕົ້ນປະເທດຈີນ ແລະ ຜູ້ໃຫ້ກູ້ຍືມຫຼາຍໆອົງການ, “ແຕ່ວ່າຄວາມໜັກແໜ້ນແມ່ນພາໃຫ້ມີການຄຸ້ມຄອງຫຼາຍຂຶ້ນ ແລະ ສປປລາວ ສາມາດຈັດການໄດ້ ” ແລະ ກ່າວເນັ້ນຕື່ມວ່າ “ຖ້າພວກເຮົາບໍ່ກູ້ຢືມ, ປະເທດລາວຈະບໍ່ພັດທະນາຕື່ມອີກ ແລະ ຈະບໍ່ສາມາດນໍາປະເທດຫຼຸດພົ້ນຈາກສະພາວະດ້ອຍພັດທະນາ.” , ເຊິ່ງໃນປີ 2018 ຜ່ານມາ ທ່ານກໍໄດ້ກ່າວໃນທີ່ປະຊຸມວ່າ: ທ່ານບໍ່ໄດ້ກັງວົນເລື່ອງໜີ້ສິນຂອງປະເທດ ແຕ່ຢ່າງໃດ. “ສປປລາວ ມີມາດຕະການຂອງຕົນເອງໃນການຄຸ້ມຄອງໜີ້ສິນ ແລະ ຮັບປະກັນຄວາມສົມດຸນໃນຂະແໜງການໜີ້ສາທາລະນະ”, ທ່ານກ່າວເພີ່ມ ເຊິ່ງນາໆຊາດໄດ້ຊັກຖາມເຖິງການກູ້ຢືມຕ່າງປະເທດຫຼາຍຄໍາຖາມເປັນຕົ້ນການລິເລີ່ມໂຄງການໜຶ່ງແລວ-ໜຶ່ງເສັ້ນທາງ ຂອງ ສປຈີນ ທ່ານກ່າວວ່າ “ເປັນກົນໄກໃໝ່ທີ່ມີຄຸນຄ່າສໍາລັບການຮ່ວມມືລະຫວ່າງປະເທດລາວ ທີ່ມີຊາຍແດນຕິດກັບ ສປຈີນ ແລະ ໄດ້ສະໜັບສະໜູນການລົງທຶນດ້ານໂຄງສ້າງພື້ນຖານ”. ເຊິ່ງໃນປີນີ້ເອງ ຄະນະກວດກາ ...
Read More »Author Archives: Paeng KC
ລາວສະເໜີໃຫ້ກຳປູເຈຍ ສະໜັບສະໜູນການລົງທຶນນັກທຸລະກິດລາວ, ຢູ່ກຳປູເຈຍ
ໃນໂອກາດເຂົ້າຢ້ຽມຂຳນັບ ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 4 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະເໜີໃຫ້ ກຳປູເຈຍສະໜັບສະໜູນການລົງທຶນຂອງນັກລົງທຶນລາວຢູ່ໃນກຳປູເຈຍ. ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ທຳການຢ້ຽມຢາມ ກຳປູເຈຍ ເພື່ອສຶກສາ-ແລກປ່ຽນ ການພັດທະນາທາງເສດຖະກິດ-ສັງຄົມຂອງກຳປູເຈຍ. ໃນໂອກາດດຽວກັນນີ້ ທ່ານ ນາຍົກ ກຳປູເຈຍ ກໍໄດ້ສະເໜີໃຫ້ສອງປະເທດຄວນສືບຕໍ່ສົ່ງເສີມການທູດທາງດ້ານພະລັງງານ, ເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ຫຼາຍຂຶ້ນ ແລະ ສົ່ງເສີມການຮ່ວມມືທາງດ້ານການທ່ອງທ່ຽວ ແລະ ວັດທະນະທຳໃຫ້ຫຼາຍຂຶ້ນ. ທີ່ມາ: Support Prime Minister Thongloun Sisoulith
Read More »5 Trends Digital Marketing ປີ 2019 ທີ່ທຸກຄົນຄວນຮູ້
ຍຸກນີ້ “ດີຈີຕອນ” ກາຍເປັນອີກໂລກໜຶ່ງທີ່ມີຜູ້ບໍລິໂພກເຂົ້າໄປຊົມໃຊ້ເປັນຈໍານວນຫຼວງຫຼາຍ ບໍ່ວ່າຈະເດັກນ້ອຍ, ຜູ້ໃຫຍ່, ໄວໜຸ່ມ ຈົນໄປເຖິງຜູ້ສູງອາຍຸບາງຄົນຈົນເຖິງຂັ້ນບໍ່ຍອມວາງສະມາດທ໌ໂຟນ ຫຼື ຫ່າງອອກຈາກໂລກສື່ສັງຄົມ“ອອນໄລ໌”. ເພາະ“ດີຈີຕອນ” ມັນໄດ້ຊ່ວຍອໍານວຍຄວາມສະດວກສະບາຍຫຼາຍຢ່າງໃນຊີວິດ ແລະ ຍັງສ້າງລາຍໄດ້ໃຫ້ກັບຄົນຍຸກນີ້. ເມື່ອຮູ້ແລ້ວວ່າກຸ່ມລູກຄ້າຢູ່ໃນໂລກ “ອອນໄລ໌” ເປັນສ່ວນຫຼາຍ. ດັ່ງນັ້ນ, ເພື່ອຈະໃຫ້ຜູ້ປະກອບມີແຜນການຕະຫຼາດເຮັດໃຫ້ທຸລະກິດຂະຫຍາຍຕົວຢ່າງໝັ້ນຄົງໄດ້ນັ້ນຕ້ອງມີຄວາມເຂົ້າໃຈກັບໂລກ“ດີຈີຕອນ”ຫຼາຍຂຶ້ນ, ຕ້ອງໄດ້“ອັບເດດ”ຮຽນຮູ້ ແລະປັບຕົວຢູ່ຕະຫຼອດເວລາ. ສະນັ້ນ, ວາລະສານທາເກັດສະບັບນີ້ ຈຶ່ງໄດ້ຍົກເອົາ 5 ທ່າອ່ຽງ ຫຼື Trend ໃໝ່ໆຂອງ Digital Marketing ໃນປີ 2019 ທີ່ທຸກຄົນຕ້ອງຮຽນຮູ້ໄວ້ມານໍາສະເໜີ ກຽມພ້ອມສຳລັບ 5G ກັບຈຸດປ່ຽນຄັ້ງສຳຄັນຂອງໂລກ “ເທຣນ”ທຳອິດຄື: 5Gແນ່ນອນວ່າ ປີນີ້ ເລື່ອງນີ້ຈະຖືກນຳມາເວົ້າຫຼາຍທີ່ສຸດ ສະນັ້ນ, ຖ້າຄວາມໄວຂອງອິນເຕີເນັດຫຼາຍຂຶ້ນເທົ່າໃດ, ຄວາມໃຈຮ້ອນຂອງຜູ້ບໍລິໂພກກໍຫຼາຍເພີ່ມຂຶ້ນເທົ່ານັ້ນ. ດັ່ງນັ້ນ, ທຸກທຸລະກິດຈະຕ້ອງນຳໃຊ້ນະໂຍບາຍ Brand for Now(ຍີ່ຫໍ້ສິນຄ້າສໍາລັບດຽວນີ້ຕອນນີ້) ຫຼື ຕ້ອງສາມາດເຊື່ອມຕໍ່ກັບຜູ້ບໍລິໂພກຕະຫຼອດ 24 ຊົ່ວໂມງ. ນອກຈາກນີ້, ເມື່ອທຸກຢ່າງມັນໄວຂຶ້ນ ຜູ້ບໍລິໂພກກໍຈະໄດ້ຮັບສື່ທີ່ສັ້ນລົງເລື້ອຍໆ. ດັ່ງນັ້ນ, ການເຮັດສື່ໂຄສະນາໃນຍຸກນີ້ນອກຈາກຕ້ອງເປັນແບບສັ້ນໆແລ້ວ ຕ້ອງເປັນ Short Form ...
Read More »ອັດຕາການພັດທະນາດ້ານເສດຖະກິດ ຂອງລາວ ຊ້າລົງຍ້ອນຫຼາຍປັດໄຈ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ໃນໂອ ກາດໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫງຊາດ ນະຄອນຫຼວງວຽງຈັນ, ໂດຍລັດຖະບານ ໄດ້ຕີລາຄາໂດຍລວມສະພາບການພັດທະນາທາງດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 6,5%, ເຊິ່ງຖືເປັນອັດຕາການເຕີບໂຕທີ່ສູງ ເມື່ອທຽບກັບຫຼາຍປະເທດໃນພາກພື້ນ, ແຕ່ເປັນອັດຕາທີ່ຊ້າລົງເມື່ອທຽບຫຼາຍປີຜ່ານມາ. ການເຕີບໂຕຂອງເສດຖະກິດຊ້າລົງ ແມ່ນຍ້ອນການປະກອບສ່ວນ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຫຼຸດລົງ, ຂະແໜງກະສິກຳ ຖືກກະທົບຈາກໄພພິບັດທາງທໍາມະຊາດ, ແຕ່ສຳລັບຂະແໜງບໍລິການ ແມ່ນຂະຫຍາຍຕົວໄວຂຶ້ນ. ທີ່ມາ: ຂ່າວສານປະເທດລາວ.
Read More »ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ເພີ່ມຂຶ້ນ 16% ທຽບໃສ່ໄລຍະດຽວກັນຂອງປີ 2018
ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວປະເທດລາວ ໃນ 3 ເດືອນຕົ້ນປີ ມີຈຳນວນ 259.205 ຄົນ, ເຊິ່ງທຽບໃສ່ໄລຍະດຽວກັນຂອງປີ 2018 ແມ່ນເພີ່ມຂຶ້ນ 16%, ຄາດວ່າຈະສາມາດບັນລຸຄາດ ໝາຍທີ່ວາງໄວ້ ບໍ່ຕໍ່າກວ່າ 1 ລ້ານເທື່ອຄົນ. ໃນຂະນະດຽວກັນ 4 ເດືອນຕົ້ນປີ 2019 ມີນັກທ່ອງທ່ຽວເຂົ້າມາລາວ ຫຼາຍກວ່າ 1.062.000 ເທື່ອຄົນ ເທົ່າກັບ 23% ຂອງແຜນການປີ, ຫຼຸດລົງຈາກໄລຍະດຽວກັນຂອງປີ 2018 ປະມານ 0,5%. ລາຍງານໂດຍ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໂອກາດໄຂກອງປະຊຸມ ສະໄໝສາ ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫງຊາດ ນະຄອນຫຼວງວຽງຈັນ. ທີ່ມາ: ຂ່າວສານປະເທດລາວ.
Read More »ການສ້າງນັກວິຊາການໄລຍະຜ່ານມາ ເຫັນວ່າຍັງບໍ່ສອດຄ່ອງກັບໂຄງປະກອບເສດຖະກິດ-ສັງຄົມ
ໃນໄລຍະຜ່ານມາ ການສ້າງນັກວິຊາການ ຍັງບໍ່ທັນສອດຄ່ອງກັບໂຄງປະກອບເສດຖະກິດ-ສັງຄົມ ເທົ່າທີ່ຄວນ, ການກໍ່ສ້າງໄປຕາມຄ່ານິຍົມ ເຮັດໃຫ້ຂາດດຸນທາງດ້ານແຮງງານ ລະຫວ່າງ ການສະໜອງ ແລະ ຄວາມຕ້ອງການ ໂດຍສະເພາະໃນຂະແໜງບູລິມະສິດ ເປັນຕົ້ນ ວິຊາສະເພາະໃນສາຂາວິຊາກະສິກຳ, ຄູ ແລະ ພະຍາບານ ເພື່ອຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດທາງດ້ານປະລິມານ ແລະ ຄຸນນະພາບ, ເຊິ່ງມີຫຼາຍສາເຫດ. ໃນນັ້ນ ສາເຫດຫຼັກແມ່ນສັງຄົມ ກໍຄື ພໍ່ແມ່ຜູ້ປົກຄອງ ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈ ຕໍ່ແຜນພັດທະນາຊັບພະຍາກອນມະນຸດ, ຂີດຄວາມສາມາດຂອງພະນັກງານຈຳນວນໜຶ່ງຍັງຈຳກັດໃນການຄົ້ນຄວ້າ, ຜັນຂະຫຍາຍຍຸດທະສາດໃຫ້ເປັນໂຄງການ, ແຜນງານ, ງົບປະມານໃນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ຍັງມີລັກສະນະຈຳກັດ.
Read More »ທີມນັກກິລາບານເຕະເດັກນ້ອຍລາວ ໄດ້ຮັບຂັນລາງວັນການແຂ່ງຂັນ ຢູ່ພັດທະຍາ, ປະເທດໄທ
ໃນວັນເສົາ ວັນທີ 1 ມິຖຸນາ 2019 ທີ່ຜ່ານມາ, ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວ ທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ໄປແຂ່ງຂັນໃນງານ BSS INTERNATIONAL TOURNAMENT 2019 ທີ່ພັດທະຍາ, ປະເທດໄທ. ໃນການແຂ່ງຂັນຄັ້ງນີ້, ມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ , ເຊິ່ງມີລຸ້ນອາຍຸຕັ້ງແຕ່ 7 ປີ ຫາ 12 ປີ. ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ. ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 ປີ ກໍສາມາດມີຜົນງານການແຂ່ງຂັນໃນຄັ້ງນີ້ໄດ້ດີຫຼາຍ ເຮັດໃຫ້ທີມ U11 ທີ່ມີຜົນງານການຫຼິ້ນທີ່ດີ ແລະ ໄດ້ຮັບຫຼຽນໄຊ ແລະ ຂັນລາງວັນລຸ້ນ “2008 Age Group Plate Winners”ມາຝາກຄົນລາວທຸກໆຄົນອີກດ້ວຍ. ສຳລັບການແຂ່ງຂັນບານເຕະໃນລະດັບໂຮງຮຽນນານາຊາດໃນເທື່ອນີ້ ...
Read More »ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້
ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ ວັນທີ 5 ມິຖຸນາ 2019, ທີ່ຫໍປະຊຸມສະພາແຫ່ງຊາດໂດຍມີການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. ມີບັນດາການນໍາພັກ-ລັດຜູ້ອື່ນໆພອ້ມດ້ວຍບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ. ໃນພາກເຊົ້າ ທ່ານນາຍົກລັດຖະມົນຕີ ຈະຂຶ້ນລາຍງານການຈັດຕັ້ງແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ,ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ແລະ ຮັບຟັງຜົນການປະຕິບັດ ປີທ່ອງທ່ຽວລາວ-ຈີນ2019. ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອອາທິດຜ່ານມາວ່າ: ກອງປະຊຸມດັ່ງກ່າວຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້: ...
Read More »ທົ່ວທຸກພາກ!!! ກຽມຮັບມືກັບສະພາບຝົນຕົກໜັກ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ
ອຸຕຸຄາດການ ອາທິດນີ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຈິ່ງຝາກເຖິງປະຊາຊົນກຽມຮັບມືກັບສະພາບອາກາດດັ່ງກ່າວ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ຍັງສືບຕໍ່ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນຕອນບ່າຍອາກາດຈະຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ອຸນຫະພູມຕໍ່າສຸດ 16-23 ອົງສາ ແລະ ...
Read More »ກອງປະຊຸມປຶກສາຫາລື ກ່ຽວກັບການຊ້ອມຮົບລົດຕັງ ຮ່ວມລະຫວ່າງກອງທັບລາວ-ລັດເຊຍ
ໃນວັນທີ 3 ມິຖຸນາ 2019 ນີ້, ຢູ່ກົມພົວພັນຕ່າງປະເທດກະ ຊວງປ້ອງກັນປະເທດ ໄດ້ມີການ ພົບປະສອງຝ່າຍ ເພື່ອປຶກສາ ຫາລືກ່ຽວກັບການຊ້ອມຮົບ ລົດຕັງຮ່ວມລະຫວ່າງກອງ ທັບລາວ-ລັດເຊຍ ເຊິ່ງຕາງ ໜ້າຝ່າຍລາວນຳໂດຍສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ແລະ ຕາງໜ້າຝ່າຍ ລັດເຊຍ ນຳໂດຍສະຫາຍ ພົນຈັດ ຕະວາ ບີຢູໂກບ ໂຣມານ ອາເລັກ ຊານໂດຼວິດຈ໌ ຫົວໜ້າອົບຮົມ ກອງທັບບົກ ກອງທັບຣັດເຊຍ ພ້ອມດ້ວຍຄະນະ ແລະ ວິຊາການ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທັງສອງຝ່າຍກໍໄດ້ປຶກສາຫາລື ແລະ ເປັນເອກະ ພາບກັນກ່ຽວກັບແຜນການຊ້ອມຮົບລົດຕັງຮ່ວມລະຫວ່າງສອງກອງທັບລາວ-ລັດເຊຍ ເຊິ່ງຈະຈັດຂຶ້ນເປັນຄັ້ງທຳອິດ ທັງນີ້ກໍເພື່ອ ເປັນການຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງກອງ ທັບໃຫ້ເປັນຮູບປະທຳ ແນໃສ່ຍົກລະດັບຍົກລະດັບຄວາມຮູ້, ຄວາມສາມາດໃນການຈັດຕັ້ງ ແລະ ບັນຊາສູ້ຮົບໃນເງື່ອນໄຂ ການນຳໃຊ້ພາຫະນະອາວຸດ ຍຸດໂທປະກອນທີ່ທັນສະໄໝ ເຂົ້າໃນການເຄື່ອນໄຫວຊ້ອ ຮົບຄ້າຍຄືກັບການສູ້ຮົບ ແລະ ຮຽນຮູ້ໃນການນຳໃຊ້ພາຫະນະອາວຸດຍຸດໂທປະກອນທີ່ທັນສະ ໄໝ, ປະສານສົມທົບກັບອາວຸດຍຸດໂທປະກອນທີ່ມີໃນການປະກອບຂອງກົມກອງເຂົ້າໃນການ ດັບສູນເປົ້າໝາຍດ້ວຍລູກປືນ ແທ້ໃຫ້ມີຄວາມຊຳນິຊຳນານ. ໂດຍ: ...
Read More »