ນາຍົກ ຕອບຄວາມຫ່ວງໃຍ ຂອງນາໆຊາດກ່ຽວກັບບັນຫາໜີ້ສິນຂອງປະເທດລາວ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕອບຄວາມເປັນຫວ່ງ ຂອງນາໆຊາດກ່ຽວກັບບັນຫາໜີ້ສິນຂອງປະເທດ, ທີ່ກອງປະຊຸມ THE FUTURE OF ASIA 2019 ,ທີ່ ຍີ່ປຸ່ນ

ວັນສຸກ ວັນທີ 7 ມິຖຸນາ 2019 ທີ່ຜ່ານມາ, ນາຍົກລັດຖະມົນຕີທອງລຸນ ໄດ້ກ່າວວ່າ: ປະເທດລາວ ໄດ້ຮັບການຊຸກຍູ້ການພັດທະນາຈາກສາກົນ ເປັນຕົ້ນປະເທດຈີນ ແລະ ຜູ້ໃຫ້ກູ້ຍືມຫຼາຍໆອົງການ, “ແຕ່ວ່າຄວາມໜັກແໜ້ນແມ່ນພາໃຫ້ມີການຄຸ້ມຄອງຫຼາຍຂຶ້ນ ແລະ ສປປລາວ ສາມາດຈັດການໄດ້ ” ແລະ ກ່າວເນັ້ນຕື່ມວ່າ “ຖ້າພວກເຮົາບໍ່ກູ້ຢືມ, ປະເທດລາວຈະບໍ່ພັດທະນາຕື່ມອີກ ແລະ ຈະບໍ່ສາມາດນໍາປະເທດຫຼຸດພົ້ນຈາກສະພາວະດ້ອຍພັດທະນາ.” , ເຊິ່ງໃນປີ 2018 ຜ່ານມາ ທ່ານກໍໄດ້ກ່າວໃນທີ່ປະຊຸມວ່າ: ທ່ານບໍ່ໄດ້ກັງວົນເລື່ອງໜີ້ສິນຂອງປະເທດ ແຕ່ຢ່າງໃດ.

“ສປປລາວ ມີມາດຕະການຂອງຕົນເອງໃນການຄຸ້ມຄອງໜີ້ສິນ ແລະ ຮັບປະກັນຄວາມສົມດຸນໃນຂະແໜງການໜີ້ສາທາລະນະ”, ທ່ານກ່າວເພີ່ມ

ເຊິ່ງນາໆຊາດໄດ້ຊັກຖາມເຖິງການກູ້ຢືມຕ່າງປະເທດຫຼາຍຄໍາຖາມເປັນຕົ້ນການລິເລີ່ມໂຄງການໜຶ່ງແລວ-ໜຶ່ງເສັ້ນທາງ ຂອງ ສປຈີນ ທ່ານກ່າວວ່າ “ເປັນກົນໄກໃໝ່ທີ່ມີຄຸນຄ່າສໍາລັບການຮ່ວມມືລະຫວ່າງປະເທດລາວ ທີ່ມີຊາຍແດນຕິດກັບ ສປຈີນ ແລະ ໄດ້ສະໜັບສະໜູນການລົງທຶນດ້ານໂຄງສ້າງພື້ນຖານ”.

ເຊິ່ງໃນປີນີ້ເອງ ຄະນະກວດກາ ສະຫະປະຊາຊາດ ກໍໄດ້ສົ່ງທີມກວດກາຊຸດໜຶ່ງ ມາກວດກາຄວາມຄືບໜ້າການພັດທະນາຂອງ ສປປລາວ

ນັບຕັ້ງແຕ່ປີ 2013, IMF ໄດ້ສ້າງຄວາມສົງໄສກ່ຽວກັບຄວາມສາມາດໃນການບໍລິການຂອງໜີ້ສິນຂອງລາວ ຖ້າວ່າລາວ ສືບຕໍ່ເດີນຫນ້າກັບແຜນການກໍ່ສ້າງທາງລົດໄຟຈີນ – ລາວ, ນອກເໜືອຈາກບັນດາໂຄງການທີ່ຕ້ອງລະມັດລະວັງອື່ນໆ. ຄ່າໃຊ້ຈ່າຍຂອງເສັ້ນທາງລົດໄຟປະມານ 6 ຕື້ໂດລາແມ່ນ ເກືອບເຄິ່ງໜຶ່ງຂອງຜະລິດຕະພັນພາຍໃນຂອງປະເທດ.

ທີ່ມາ: ຂ່າວສານປະເທດລາວ.

Comments