ກອງປະຊຸມປຶກສາຫາລື ກ່ຽວກັບການຊ້ອມຮົບລົດຕັງ ຮ່ວມລະຫວ່າງກອງທັບລາວ-ລັດເຊຍ

ໃນວັນທີ 3 ມິຖຸນາ 2019 ນີ້, ຢູ່ກົມພົວພັນຕ່າງປະເທດກະ ຊວງປ້ອງກັນປະເທດ ໄດ້ມີການ ພົບປະສອງຝ່າຍ ເພື່ອປຶກສາ ຫາລືກ່ຽວກັບການຊ້ອມຮົບ ລົດຕັງຮ່ວມລະຫວ່າງກອງ ທັບລາວ-ລັດເຊຍ ເຊິ່ງຕາງ ໜ້າຝ່າຍລາວນຳໂດຍສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ແລະ ຕາງໜ້າຝ່າຍ ລັດເຊຍ ນຳໂດຍສະຫາຍ ພົນຈັດ ຕະວາ ບີຢູໂກບ ໂຣມານ ອາເລັກ ຊານໂດຼວິດຈ໌ ຫົວໜ້າອົບຮົມ ກອງທັບບົກ ກອງທັບຣັດເຊຍ ພ້ອມດ້ວຍຄະນະ ແລະ ວິຊາການ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທັງສອງຝ່າຍກໍໄດ້ປຶກສາຫາລື ແລະ ເປັນເອກະ ພາບກັນກ່ຽວກັບແຜນການຊ້ອມຮົບລົດຕັງຮ່ວມລະຫວ່າງສອງກອງທັບລາວ-ລັດເຊຍ ເຊິ່ງຈະຈັດຂຶ້ນເປັນຄັ້ງທຳອິດ ທັງນີ້ກໍເພື່ອ ເປັນການຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງກອງ ທັບໃຫ້ເປັນຮູບປະທຳ ແນໃສ່ຍົກລະດັບຍົກລະດັບຄວາມຮູ້, ຄວາມສາມາດໃນການຈັດຕັ້ງ ແລະ ບັນຊາສູ້ຮົບໃນເງື່ອນໄຂ ການນຳໃຊ້ພາຫະນະອາວຸດ ຍຸດໂທປະກອນທີ່ທັນສະໄໝ

ເຂົ້າໃນການເຄື່ອນໄຫວຊ້ອ ຮົບຄ້າຍຄືກັບການສູ້ຮົບ ແລະ ຮຽນຮູ້ໃນການນຳໃຊ້ພາຫະນະອາວຸດຍຸດໂທປະກອນທີ່ທັນສະ ໄໝ, ປະສານສົມທົບກັບອາວຸດຍຸດໂທປະກອນທີ່ມີໃນການປະກອບຂອງກົມກອງເຂົ້າໃນການ ດັບສູນເປົ້າໝາຍດ້ວຍລູກປືນ ແທ້ໃຫ້ມີຄວາມຊຳນິຊຳນານ.

ໂດຍ: ອາຫວຸ້ນ (ນສພ ກອງທັບ)

Comments