Author Archives: Paeng KC

ຖ້າອາຊີບທີ່ເຮັດຢູ່ບໍ່ເປັນທີ່ຕ້ອງການຂອງຕະຫຼາດອີກຕໍ່ໄປ ຕ້ອງປັບຕົວແນວໃດ?

ໃນຍຸກທີ່ທຸກຢ່າງອ້ອມຕົວເຮົາເຕັມໄປດ້ວຍເຕັກໂນໂລຊີ ເຮັດໃຫ້ຄົນເຮົາຕ້ອງໄດ້ປ່ຽນແປງຕົວເອງໄປນໍາເພື່ອຢາກໃຫ້ຢູ່ລອດໃນສັງຄົມ ບໍ່ວ່າຈະເປັນການໃຊ້ຊີວິດ, ການເຮັດທຸລະກິດ ແລະ ການປະກອບອາຊີບຕ່າງໆ. ນັບຕັ້ງແຕ່ເຈົ້າຂອງທຸລະກິດຂະໜາດໃຫຍ່, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ທີ່ຕ້ອງໄດ້ປ່ຽນທັງວິທີຄິດ ແລະ ການບໍລິຫານເພື່ອໃຫ້ຢູ່ລອດໃນຍຸກທີ່ເອີ້ນວ່າ: ຍຸກ Digital ເຊິ່ງກໍອາດຈະເຮັດໃຫ້ບາງສາຂາອາຊີບທີ່ມີຢູ່ໃນປັດຈຸບັນຕ້ອງຖືກຕັດອອກໄປ, ເພື່ອໃຫ້ບໍລິສັດກ້າວຕໍ່ໄປໄດ້. ແລ້ວມະນຸດເງິນເດືອນທັງຫຼາຍທີ່ຢູ່ໃນບັນດາອາຊີບນັ້ນ ຈະເຮັດແນວໃດຖ້າອາຊີບທີ່ເຂົາເຈົ້າເຮັດຢູ່ຖືກຕັດອອກໄປ. ມື້ນີ້ ວາລະສານທາເກັດຂອງພວກເຮົາຈະມາແນະນໍາ ກ່ຽວກັບການປັບຕົວໃຫ້ຢູ່ລອດໃນຍຸກປັດຈຸບັນຂອງມະນຸດເງິນເດືອນ ໂດຍສະເພາະບາງອາຊີບທີ່ອາດຈະໝົດໄປໃນອະນາຄົດ ທໍາຄວາມເຂົ້າໃຈກັບບໍລິສັດ ແລະ ອົງກອນ ເນື່ອງຈາກຄວາມຫຼາກຫຼາຍຂອງຄົນເຮົາເພີ່ມຂຶ້ນ ເມື່ອ 10 ປີກ່ອນ ຈະມີກຸ່ມຄົນທີ່ເອີ້ນວ່າ Gen Y ເຊິ່ງມີວິຖີຊີວິດ ແລະ ຄວາມຄິດທີ່ແຕກຕ່າງຈາກຄົນລຸ້ນກ່ອນ. ຈົນເຮັດໃຫ້ປັດຈຸບັນ Gen Y ຫຼາຍຄົນເຂົ້າມາມີບົດບາດເປັນຜູ້ບໍລິຫານທັງໃນລະດັບກາງ ແລະ ລະດັບສູງຫຼາຍອົງກອນແລ້ວ. ແຕ່ມາໃນປັດຈຸບັນ Gen Z ເລີ່ມເຂົ້າມາເປັນສ່ວນໜຶ່ງຂອງຄົນເຮັດວຽກແລ້ວ. ຈຶ່ງເປັນການປັບຕົວອີກເທື່ອໜຶ່ງຂອງຜູ້ບໍລິຫານ ແລະ ຝ່າຍບຸກຄະລາກອນ ເພາະບັນຫາໃຫຍ່ຄື ຈະເຮັດແນວໃດໃຫ້ທັງ Gen Y ຕອນປາຍ ແລະ Gen Z ຕອນຕົ້ນ ໂດຍສະເພາະຄົນທີ່ມີສັກກະຍາພາບຢາກເຂົ້າມາເຮັດວຽກໃນອົງກອນ. ໃນຂະນະທີ່ ...

Read More »

ລັດຖະບານລາວ ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ

ໃນຕອນເຊົ້າມື້ນີ້ 31 ພຶດສະພາ 2019, ຢູ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມລາວ-ຢີ່ປຸ່ນ ຫຼື ໄອຊີທີຊີ ຫຼັກ 5, ນະຄອນຫຼວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່ ແລະ ເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໄດ້ຈັດງານສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍີງ, ແລະ ແມ່ແລະເດັກ, ໂດຍມີການນໍາພັກ-ລັດ, ຜູ້ຕາງໜ້າຈາກອົງການຢູນີເຊັບປະຈໍາລາວ, ແລະ ນັກຮຽນທີ່ມາຈາກ 7 ແຂວງ ໃນທົ່ວປະເທດ ພ້ອມດ້ວຍຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງອີນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍີງລາວ ທັງເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່ ແລະເດັກ ໄດ້ຂຶ້ນມີຄໍາເຫັນວ່າ: “ການຈັດງານສະເຫຼີມສະຫຼອງວັນເດັກສາກົນ, ວັນທີ 1 ມິຖຸນາ ໃນຄັ້ງນີ້ ເປັນໂອກາດດີສໍາລັບປະເທດຂອງພວກເຮົາ ຮ່ວມກັບ ປະເທດຕ່າງໆໃນໂລກ ໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ...

Read More »

4 ສາເຫດຫຼັກ ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງ (ແລ້ວເຮົາຈະມີວິທີແກ້ໄຂໄດ້ແນວໃດ?)

ຄ່າຄອງຊີບທີ່ສູງ ຜູ້ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີລາຍຮັບຂັ້ນຕ່ຳ 1. 85 ລ້ານກີບຕໍ່ເດືອນ ຈຶ່ງສາມາດປະຄອງຕົວຢູ່ໄດ້; ສາເຫດຫຼັກແມ່ນເກີດຈາກສິນຄ້າທີ່ຈຳໜ່າຍຢູ່ທ້ອງຕະຫຼາດຍັງເພິ່ງການນຳເຂົ້າ, ສ່ວນການຜະລິດຢູ່ພາຍໃນຍັງມີໜ້ອຍ, ສິນຄ້າທີ່ຜະລິດເອງມີລາຄາທີ່ແພງ. ອີງຕາມບົດຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກ່ຽວກັບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ( ນວ ) ພົບວ່າ: ຄ່າຄອງຊີບຂັ້ນຕ່ຳຢູ່ນະຄອນຫຼວງວຽງຈັນ ມີຄ່າສະເລ່ຍປະມານ 1.85 ລ້ານກີບຕໍ່ເດືອນ.  ໃນນັ້ນ, ລວມມີຄ່າອາຫານ 9 ແສນກີບຕໍ່ຄົນຕໍ່ເດືອນ, ຄ່າທີ່ພັກອາໄສ 3 ແສນກີບ, ຄ່ານ້ຳມັນເຊື້ອໄຟ 150.000 ກີບຕໍ່ຄົນຕໍ່ເດືອນ ແລະ ຄ່າໃຊ້ຈ່າຍອື່ນໆໃນການດຳລົງຊີວິດປະຈຳວັນ. ບົດຄົ້ນຄວ້າດັ່ງກ່າວໄດ້ກຳນົດກຸ່ມຕົວຢ່າງ: ຈຳນວນ 60 ຄົນ ທີ່ເປັນພະນັກງານລັດຖະກອນ, ກຳມະກອນ, ນັກສຶກສາ ໂດຍໄດ້ດຳເນິີນການສຳພາດເຈາະເລິກກຸ່ມຕົວຢ່າງໃນເດືອນກຸມພາ 2019. ບົດຄົ້ນຄວ້າດັ່ງກ່າວຍັງໄດ້ປຽບທຽບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ສູງກວ່າຄ່າຄອງຊີບຢູ່ນະຄອນຫຼວງບາງກອກ ປະເທດໄທ ເຖິງ 16% ແລະ ສູງກວ່ານະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ເຖິງ 42%. ສ່ວນສາເຫດທີ່ເຮັດໃຫ້ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງນັ້ນ ບົດວິໄຈດັ່ງກ່າວໄດ້ວິເຄາະ 4 ສາເຫດຫຼັກ ຄື: ...

Read More »

ປະເທດຍີ່ປຸ່ນ ວາງແຜນ ຈະຜະລິດເງິນ ດິຈິຕອລ J-Coin ຂອງຕົນເອງ ພ້ອມເປີດໃຊ້ ປີ 2020 !!!

ປະເທດຍີ່ປຸ່ນ ຖືເປັນປະເທດໜຶ່ງ ທີ່ມີຄວາມຈະເລີນກ້າວໜ້າ ທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນ ໃນຂະແໜ່ງ ການເງິນ ເຕັກໂນໂລຊີ ( FinTech) ໂດຍມີການນໍາໃຊ້ Blockchain ແລະ Crytocurrencies ເຂົ້າມາ ພ້ອມມີກົດໝາຍຮັບຮອງເປັນທາງການ ກ່ຽວກັບການນໍາໃຊ້ Bitcoin ໃນຕົ້ນປີນີ້. ມີຫຼາຍຫ້າງຮ້ານບໍລິສັດ ໃນປະເທດຍີ່ປຸ່ນ ທີ່ໄດ້ເລີ້ມນໍາໃຊ້ ເງິນອີເລັກໂຕນິກ ເຂົ້າໃນການຈ່າຍເງິນ. ເຫັນໄດ້ຄວາມສໍາຄັນດັ່ງກ່າວ, ລັດຖະບານຍີ່ປຸ່ນ ຈຶ່ງຕັດສິນໃຈ ພັດທະນາໄປອີກຂັ້ນ ພັດທະນາເງິນອີເລັກໂຕຮນິກ ຂອງຕົນເອງ ໂດຍມີເປົ້າໝາຍ ສ້າງໃຫ້ສັງຄົມຍີ່ປຸ່ນ ກາຍເປັນສັງຄົມ ທີ່ບໍ່ໃຊ້ເງິນສົດ. ລະບົບເງິນອີເລັກໂຕຮນິກ J-Coin ນີ້ ຈະເປີດນໍາໃຊ້ເປັນທາງການ ກ່ອນການເປີດງານແຂ່ງຂັນ ກິລາໂອລິມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ !!! Japan Plans To Launch Their Own Digital Currency “J-Coin” By 2020 ! Japan is one of ...

Read More »

ວິຊາ ເລືອກສອບເສັງ ຊັ້ນ ມ 7 ອອກມາແລ້ວ!!! ເອກະພາບກັນທົ່ວປະເທດ

ວິຊາເລືອກ ສອບເສັງ ຂອງນ້ອງນັກຮຽນຊັ້ນ ມ 7 ເອກະພາບ ທົ່ວປະເທດ ອອກມາແລ້ວ!! ສາຍທຳມະຊາດໄດ້ແກ່ ວິຊາ ເຄມີສາດ ແລະ  ສາຍສັງຄົມໄດ້ແກ່ ວິຊາ ປະຫວັດສາດ !!! ສ່ວນວິຊາຫຼັກໆທີ່ຈະເສັງແມ່ນ: ວິຊາຄະນິດສາດ ແລະ ວິຊາ ພາສາລາວ-ວັນນະຄະດີ ຢູ່ແລ້ວ ລວມເສັງໃນປີນີ້, ນ້ອງນັກຮຽນຈະໄດ້ສອບເສັງທັງໝົດ 4 ວິຊານັ້ນເອງ. ຫວັງວ່າຈະ ຖືກໃຈນ້ອງນັກຮຽນ ຊັ້ນ ມ7 ກັນໝົດທຸກຄົນ.

Read More »

ສານຂອງພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ ວັນທີ 1 ມິຖຸນາ 2019

ພີ່ນ້ອງຮ່ວມຊາດ ທີ່ນັບຖື ຮັກແພງ ລູກຫຼານລາວບັນດາເຜົ່າ ທີ່ຮັກທັງຫຼາຍ ! ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ພວກເຮົາພ້ອມກັບປະຊາຊາດໃນທົ່ວໂລກສະເຫຼີມສະຫຼອງວັນເດັກສາກົນ ວັນ​ທີ 1 ມິຖຸນາ 2019 ຄຽງຄູ່ກັບການຈັດຕັ້ງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ. ປີນີ້ ເປັນປີທີ່ພິເສດ ເພາະພວກເຮົາຈະໄດ້ມາຮ່ວມກັນທົບທວນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ພາຍໃຕ້ຄຳຂວັນ “ສຸມທຸກກຳລັງເຫື່ອແຮງ ແລະ ຄວາມສາມາດ ເພື່ອພັດທະນາແມ່ຍິງ ແລະ ເດັກ ໃຫ້ມີສຸຂະພາບສົມບູນ, ແຂງແຮງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາໃນການດຳລົງຊີວິດ, ຊຸກຍູ້ໃຫ້ຄອບຄົວໃນທົ່ວສັງຄົມ ເປັນເຈົ້າການໃນການປະຕິບັດສິດທິຕໍ່ແມ່ຍິງ ແລະ ເດັກ, ປ້ອງກັນ, ຕ້ານ ...

Read More »

ພິທີເຊັນສັນຍາຮ່ວມມືຍຸດທະສາດລະຫວ່າງ ບໍລິສັດພົງສະຫວັນປະກັນໄພ ແລະ ບໍລິສັດ ເຈແອນຊີ ເຊີວິດ

ວັນທີ 24 ພຶດສະພາ 2019 ທີ່ໂຮງແຮມ ຄລາວພຣາຊ່າ,  ບໍລິສັດພົງສະຫວັນປະກັນໄພ (ເອພີເອ) ໄດ້ເຕີບໃຫຍ່ໄປອີກບາດກ້າວໜຶ່ງໃນການຂະຫຍາຍທຸລະກິດປະກັນໄພໃນລາວໂດຍໄດ້ເຊັນສັນຍາການຮ່ວມມືຍຸດທະສາດກັບບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດນາຍໜ້າປະກັນໄພທີ່ໃຫຍ່ທີ່ສຸດໃນລາວ ທີ່ມີຄວາມຊໍານານໃນການໃຫ້ບໍລິການປະກັນໄພໃຫ້ແກ່ບໍລິສັດ ແລະ ສະມາຄົມຄົນຕ່າງປະເທດທີ່ເຮັດວຽກ ແລະ ອາໃສຢູ່ໃນສປປລາວ. ຂໍ້ຕົກລົງເຊັນສັນຍາຮ່ວມດັ່ງກ່າວໄດ້ລົງນາມໂດຍທ່ານໂດມິນິກວິນລ້ຽມຜູ້ອໍານວຍການໃຫຍ່ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ)  ແລະ ທ່ານ ສະເຕຟານແອັສແບັກຜູ້ກໍ່ຕັ້ງ ແລະ ອໍານວຍການໃຫຍ່ຂອງບໍລິສັດເຈແອນຊີເຊີວິດ ຈຳກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມງານ ໂດຍ ທ່ານ ໄພບູນ ພົງສະຫວັນ ຜູ້ຖືຫຸ້ນໃຫຍ່ ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ), ມາດາມ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ເຂົ້າຮ່ວມ. ທ່ານ ໂດມິນິກ ວິນລ້ຽມ ໄດ້ກ່າວວ່າ “ນີ້ແມ່ນບາດກ້າວໜຶ່ງທີ່ສໍາຄັນ ແລະ ຍິນດີທີ່ສຸດໃນການຂະຫຍາຍທຸລະກິດຂອງ ບໍລິສັດພົງສະຫວັນປະກັນໄພ, ເຊິ່ງການຮ່ວມມືຄັ້ງນີ້ ແມ່ນຈະເຮັດໃຫ້ໄດ້ຮັບໃຊ້ ແລະ ບໍລິການ ລູກຄ້າໄດ້ຫຼາກຫຼາຍກຸ່ມຍິ່ງຂຶ້ນ ແລະ ແນ່ໃຈໄດ້ວ່າຜະລິດຕະພັນຂອງພົງສະຫວັນປະກັນໄພ ທີ່ໄດ້ມີການຮ່ວມມືຈາກບໍລິສັດ ເຈແອນຊີ ເຊີວິດຜູ້ດຽວແມ່ນ ຈະກາຍເປັນຜູ້ນຳໃນຕະຫຼາດປະກັນໄພ ທີ່ສາມາດຕອບສະໜອງຄວາມຕ້ອງການແກ່ລູກຄ້າໄດ້ຢ່າງທົ່ວເຖິງ ແລະ ...

Read More »

ວາງສີລາເລີກ ການກໍ່ສ້າງສະໜາມກິລາ ເບສບອນ ແຫ່ງທໍາອິດ ຂອງ ສປປ ລາວ !

ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019 ຢູ່ທີ່ບໍລິເວນ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ໄດ້ມີພິທີ ວາງສີລາເລີກ ການກໍ່ສ້າງ ສະໜາມກິລາ ເບສບອນລາວ ຊຶ່ງໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອລ້າ 100% ໂດຍທະນາຄານ DGB ແຫ່ງ ສ. ເກົາຫຼີ ມູນຄ່າການກໍ່ສ້າງທັງຫມົດແມ່ນ 265,000 ໂດລ້າສະຫະລັດ. ການກໍ່ສ້າງ ຄາດວ່າຈະສໍາເລັດ ແລະ ເປີດໃຊ້ໃນວັນທີ 23 ກໍລະກົດ 2019 ນີ້. ສະໜາມກິລາແຫ່ງນີ້ ກວມເອົາເນື້ອທີ 3 ແຮັກ ປະກອບມີ ເດີນນອກຮົ່ມ, ເດີນໃນຮົ່ມ, ຫ້ອງນໍ້າ, ຫ້ອງການ ແລະ ຫໍພັກນັກກິລາ. ພາຍຫຼັງສ້າງສະໜາມກິລາແຫ່ງນີ້ສໍາເລັດ ແມ່ນມອບໃຫ້ ສະຫະພັນເບສບອນແຫ່ງຊາດລາວ (Lao Baseball Federation) ເປັນຜູ້ຄຸ້ມຄອງ ນໍາໃຊ້ ແລະ ຈັດເຝິກ ແຂ່ງຂັນທັງໃນລະດັບພາຍໃນ ແລະ ຕ່າງປະເທດ. ທີ່ມາ: Lao Youth Radio ...

Read More »

ລົ້ມ 3 ຄັ້ງ ສາມາດປ່ຽນແປງຊີວິດຂອງທ່ານໄດ້!!!

ຄັ້ງໜຶ່ງໃນຊີວິດຂອງໝົດທຸກຄົນຈະມີຈຸດໜຶ່ງວ່າເຮົາບໍ່ຮູ້ຫຍັງເລີຍ ຄືຕອນທີ່ເຮົາບໍ່ປະສົບຄວາມສໍາເລັດ ຫຼື ຜິດພາດ. ເພາະກ່ອນໜ້ານີ້ເຮົາຈະຄິດວ່າເຮົາຮູ້ທຸກຢ່າງ ແຕ່ການລົ້ມລົງຂອງແຕ່ລະຄົນບໍ່ຄືກັນບາງຄົນລົ້ມລົງແລ້ວ ກໍຮຽນຮູ້ຈາກຂໍ້ຜິດພາດ ແລະ ລຸກຂື້ນມາໃໝ່ ສຶກສາສິ່ງທີ່ຜິດພາດ ເຮັດໃໝ່, ແລ້ວເລີ່ມໃໝ່ຈົນກວ່າຈະປະສົບຜົນສຳເລັດ ສະນັ້ນ ມື້ນີ້ຈະມາເວົ້າເຖິງການລົ້ມ 3 ຄັ້ງວ່່າມັນຈະປ່ຽນແປງຊີວິດຂອງທ່ານໄດ້ແນວໃດ? ລົ້ມຄັ້ງທີ 1 ລົ້ມຍ້ອນຄວາມບໍ່ຮູ້, ລົ້ມຍ້ອນເຂົ້າໃຈວ່າເຮົາເຂົ້າໃຈທຸກຢ່າງ, ລົ້ມຍ້ອນຂາດປະສົບການ… ການລົ້ມຄັ້ງນີ້ຈະເປັນຄູສອນໃຫ້ເຮົາໄດ້ອ່ານ, ໄດ້ຂຽນເປັນ ແລະ ຄຳນວນເປັນ. ທຽບໃສ່ແລ້ວ ການລົ້ມຄັ້ງນີ້ປຽບດັ່ງຄູຄົນທຳອິດຂອງເຮົາ ນັ້ນກໍຄືຄູປະຖົມ ການລົ້ມຄັ້ງນີ້ຈະສອນໃຫ້ເບິ່ງທຸລະກິດເປັນ ໃຫ້ຄິດໄລ່ເປັນ ສອນໃຫ້ຮູ້ເຫັນເຖິງການແຂ່ງຂັນຢ່າງແທ້ຈິງ. ຫຼາຍຄົນລົ້ມແລ້ວ ຍົກເລີກໄປເຮົາບໍ່ນັບ, ເຮົານັບແຕ່ຄົນທີ່ຈະປະສົບຜົນສຳເລັດຕ້ອງເດີນໜ້າ ໄປລົ້ມໄດ້ອີກໃນຄັ້ງຕໍ່ໄປ. ລົ້ມຄັ້ງທີ 2 ເປັນການລົ້ມຍ້ອນຄວາມດື້ດ້ານ ແລະ ຄວາມຮູ້ສຶກ. ປຽບດັ່ງແຟນຄົນທໍາອິດຂອງເຮົາ ຕອນສະໄໝຮຽນຢູ່ລະດັບມັດທະຍົມ ເພາະການລົ້ມຄັ້ງນີ້ປຽບຄືເຮົາເປັນເດັກນ້ອຍຮຽນໜັງສື ແລະ ມີຈິດໃຈທີ່ມັກສາວໃນຫ້ອງຮຽນ ແນ່ນອນ 99% ເຮົາຈະບໍ່ສົມຫວັງໃນຮັກຄັ້ງນີ້ ເຮົາຈະໄດ້ຮຽນຮູ້ວ່າສິ່ງທີ່ເຮົາຄາດຫວັງ, ຄວາມຜິດຫວັງ, ທີ່ເຮົາຕ້ອງໄດ້ປັບປຸງ, ອາລົມ ແລະ ຄວາມມັກຮັກໃນສິ່ງທີ່ເຮັດ.ໍ ລົ້ມຄັ້ງທີ 3 ຄືການລົ້ມທີ່ປຽບໄດ້ດັ່ງຂັ້ນມະຫາວິທະຍາໄລ ການລົ້ມຄັ້ງນີ້ຈະເຮັດໃຫ້ເຮົາຮູ້ແທ້ເຫັນຈິງ ແລະ ການລົ້ມຄັ້ງນີ້ ...

Read More »

ແຈ້ງການປັບລາຄານໍ້າແອັດຊັງລົງ ແຕ່ນໍ້າມັນກາຊວນຂຶ້ນ!!! ທົ່ວປະເທດໃນມື້ອື່ນຕອນເຊົ້າ!!!

ແຈ້ງການປັບລົງລາຄາ ນ້ຳມັນແອັດຊັງພິເສດ 50 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 50 ກີບ/ລິດ ແລະ ປັບຂຶ້ນນ້ຳມັນກາຊວນ 80 ກີບ/ລິດ ເລີ່ມຈັດຕັ້ງປະຕິບັດ ແຕ່ເວລາ 6:00 ໂມງ ຂອງວັນທີ 31 ພຶດສະພາ 2019 ເປັນຕົ້ນໄປ.

Read More »