ລາວສະເໜີໃຫ້ກຳປູເຈຍ ສະໜັບສະໜູນການລົງທຶນນັກທຸລະກິດລາວ, ຢູ່ກຳປູເຈຍ

ໃນໂອກາດເຂົ້າຢ້ຽມຂຳນັບ ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 4 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະເໜີໃຫ້ ກຳປູເຈຍສະໜັບສະໜູນການລົງທຶນຂອງນັກລົງທຶນລາວຢູ່ໃນກຳປູເຈຍ.

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ທຳການຢ້ຽມຢາມ ກຳປູເຈຍ ເພື່ອສຶກສາ-ແລກປ່ຽນ ການພັດທະນາທາງເສດຖະກິດ-ສັງຄົມຂອງກຳປູເຈຍ.

ໃນໂອກາດດຽວກັນນີ້ ທ່ານ ນາຍົກ ກຳປູເຈຍ ກໍໄດ້ສະເໜີໃຫ້ສອງປະເທດຄວນສືບຕໍ່ສົ່ງເສີມການທູດທາງດ້ານພະລັງງານ, ເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ຫຼາຍຂຶ້ນ ແລະ ສົ່ງເສີມການຮ່ວມມືທາງດ້ານການທ່ອງທ່ຽວ ແລະ ວັດທະນະທຳໃຫ້ຫຼາຍຂຶ້ນ.

ທີ່ມາ: Support Prime Minister Thongloun Sisoulith

Comments