ການສ້າງນັກວິຊາການໄລຍະຜ່ານມາ ເຫັນວ່າຍັງບໍ່ສອດຄ່ອງກັບໂຄງປະກອບເສດຖະກິດ-ສັງຄົມ

ໃນໄລຍະຜ່ານມາ ການສ້າງນັກວິຊາການ ຍັງບໍ່ທັນສອດຄ່ອງກັບໂຄງປະກອບເສດຖະກິດ-ສັງຄົມ ເທົ່າທີ່ຄວນ, ການກໍ່ສ້າງໄປຕາມຄ່ານິຍົມ ເຮັດໃຫ້ຂາດດຸນທາງດ້ານແຮງງານ ລະຫວ່າງ ການສະໜອງ ແລະ ຄວາມຕ້ອງການ ໂດຍສະເພາະໃນຂະແໜງບູລິມະສິດ ເປັນຕົ້ນ ວິຊາສະເພາະໃນສາຂາວິຊາກະສິກຳ, ຄູ ແລະ ພະຍາບານ ເພື່ອຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດທາງດ້ານປະລິມານ ແລະ ຄຸນນະພາບ, ເຊິ່ງມີຫຼາຍສາເຫດ. ໃນນັ້ນ ສາເຫດຫຼັກແມ່ນສັງຄົມ ກໍຄື ພໍ່ແມ່ຜູ້ປົກຄອງ ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈ ຕໍ່ແຜນພັດທະນາຊັບພະຍາກອນມະນຸດ, ຂີດຄວາມສາມາດຂອງພະນັກງານຈຳນວນໜຶ່ງຍັງຈຳກັດໃນການຄົ້ນຄວ້າ, ຜັນຂະຫຍາຍຍຸດທະສາດໃຫ້ເປັນໂຄງການ, ແຜນງານ, ງົບປະມານໃນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ຍັງມີລັກສະນະຈຳກັດ.

Comments