ທີມນັກກິລາບານເຕະເດັກນ້ອຍລາວ ໄດ້ຮັບຂັນລາງວັນການແຂ່ງຂັນ ຢູ່ພັດທະຍາ, ປະເທດໄທ

ໃນວັນເສົາ ວັນທີ 1 ມິຖຸນາ 2019 ທີ່ຜ່ານມາ, ຄູເຝິກ  Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວ ທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10)  ໄປແຂ່ງຂັນໃນງານ BSS INTERNATIONAL TOURNAMENT 2019 ທີ່ພັດທະຍາ, ປະເທດໄທ.

ໃນການແຂ່ງຂັນຄັ້ງນີ້, ມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ , ເຊິ່ງມີລຸ້ນອາຍຸຕັ້ງແຕ່ 7 ປີ ຫາ 12 ປີ. ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ.

ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 ປີ ກໍສາມາດມີຜົນງານການແຂ່ງຂັນໃນຄັ້ງນີ້ໄດ້ດີຫຼາຍ ເຮັດໃຫ້ທີມ U11 ທີ່ມີຜົນງານການຫຼິ້ນທີ່ດີ ແລະ ໄດ້ຮັບຫຼຽນໄຊ ແລະ ຂັນລາງວັນລຸ້ນ “2008 Age Group Plate Winners”ມາຝາກຄົນລາວທຸກໆຄົນອີກດ້ວຍ.

ສຳລັບການແຂ່ງຂັນບານເຕະໃນລະດັບໂຮງຮຽນນານາຊາດໃນເທື່ອນີ້ ໄດ້ຮັບການສະໜັບສະໜູນເສື້ອທີມໂດຍຮ້ານ Kaogee Cafe

Comments