Author Archives: Paeng KC

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!!

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ໃນລາວ!!! ໃນວັນທີ 28 ກັນຍາ 2019 ທີ່ຜ່ານມາ ທ່ານ ມິກິໂອະ ກຸລະຕະ  ແລະ ທ່ານນາງ ນົບພະການ ບົວພິມ CEO of Beauty Product Import, Export ທັງເປັນ CEO Shiseido Laos  ໄດ້ຈັດງານເປີດ Sheiseido Beauy Center ສາຂາ Beauty Avenue ຢ່າງເປັນທາງການ ເຊິ່ງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອິວາກາມິ ກັດຊຸ່ຍສິ  ຫົວຫນ້າອົງການສະພາການຄ້າຢີ່ປຸ່ນ ປະຈຳລາວ ທ່ານ ນັດຖະນັດ ປະຕິສຳພິທາ Senior Marketing & Brand Strategy Manager, Sheiseido Thailand ແລະ ທ່ານນາງ ແຕ້ວ ນັດທະພອນ ເຕມີຣັກ ...

Read More »

ທ່ານ H.E. John Pearson ເອກອັກຄະຣາຊະທູດອັງກິດ ປະຈຳລາວ ໃຫ້ກຽມຢ້ຽມຢາມ ສູນພາສາອັງກິດ Pingu…

ທ່ານ H.E. John Pearson ເອກອັກຄະຣາຊະທູດອັງກິດ ປະຈຳລາວ ໃຫ້ກຽມຢ້ຽມຢາມ ສູນພາສາອັງກິດ Pingu… ໃນຕອນແລງຂອງວັນທີ 27 ກັນຍາ 2019 ທີ່ຜ່ານມາ ໄດ້ມີການນັດພົບປະຢ້ຽມຢາມສູນພາສາອັງກິດ Pingu ຢູ່ທີ່ອາຄານ ເຄຊີ ໂດຍເປັນການພົບປະກັນລະຫວ່າງ ບັນດາຜູ້ບໍລິຫານ Pingu’s English In Laos  ແລະ ທ່ານ H.E. John Pearson ທ່ານເອກອັກຄະຣາຊະທູດອັງກິດ ປະຈຳ ສປປລາວ ແລະ ທ່ານ ນາງ Sara Wheeler MBE, Priminiter’s Trade Envoy Relationship Manager (London, UK )… ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.   ເຊິ່ງ Pingu’s English ນີ້ແມ່ນໄດ້ມີການເຊັນສັນຍາເປັນ Pingu’s English In Laos ຕັ້ງແຕ່ ວັນທີ 12 ມິຖຸນາ 2019, ...

Read More »

ແຈ້ງການ!!! ຍຸບເລີກຈຸດກວດກາຂອງເຈົ້າໜ້າທີ່ລັດ ເພື່ອຈຳກັດສ່ອງວ່າງ ການສວຍໃຊ້ໜ້າທີ່ຕໍ່າແໜ່ງ

ເຈົ້າ​ ແຂວງສະຫວັນນະເຂດ ອອກຄຳສັ່ງວ່າດ້ວຍ ການຍຸບເລີກຈຸດກວດກາຂອງເຈົ້າໜ້າທີ່ລັດ​ ພາຍໃນແຂວງສະຫວັນນະເຂດ ທັງນີ້ກໍເພື່ອສ້າງຄວາມເຊື່ອໝັ້ນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ດ້ວຍການແກ້ໄຂຂັ້ນຕອນຕ່າງໆ ທີ່ເປັນການກີດຂວາງ ແລະ ກົດໜ່ວງທ່ວງດຶງ, ສົ່ງເສີມການຜະລິດໃຫ້ຂະຫຍາຍຕົວ ແລະ ກາຍເປັນກຳລັງແຮງປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດເສດຖະກິດ-ສັງຄົມຂອງແຂວງ, ຄຽງຄູ່ກັນນັ້ນ ກໍເປັນຫານຈຳກັດສ່ອງຫວ່າງໃນການສວຍໃຊ້ໜ້າທີ່ຕໍ່າແໜ່ງເຄື່ອນໄຫວລະເມີດກົດລະບຽບ, ກົດໝາຍເຈົ້າໜ້າທີ່ລັດ ທັງເປັນການບຸກທະລຸດ້ານຕ່າງໆໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ. ເຈົ້າແຂວງສະຫວັນ ໄດ້ອອກຄຳສັ່ງດັ່ງນີ້:    

Read More »

ເຢຍລະມັນແມ່ນໜຶ່ງໃນບັນດາຄູ່ຮ່ວມພັດທະນາ ສໍາຄັນທີ່ສຸດຂອງສປປລາວ

ສະບັບເດືອນກໍລະກົດໄດ້ຮັບກຽດສໍາພາດທ່ານເຢັນສລຸດເຄັນແຮມເອກອັກຄະລັດຖະທູດສາທາລະນະລັດສະຫະພັນເຢຍລະມັນປະຈໍາສປປລາວ, ຊຶ່ງທ່ານຈະສະເໜີໃຫ້ຊາບເຖິງການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດເຊິ່ງໃນປີຜ່ານມາສອງປະເທດໄດ້ຮ່ວມກັນສະຫຼອງສາຍພົວພັນທາງດ້ານການທູດຄົບຮອບ 60 ປີ. ພ້ອມນີ້ທ່ານຍັງຈະສະເໜີໃຫ້ຊາບກ່ຽວກັບການຊ່ວຍເຫຼືອຂອງລັດຖະບານເຢຍລະມັນຕໍ່ລັດຖະບານສປປລາວແລະການພົວພັນຂອງສອງປະເທດໃນອະນາຄົດ. ສປປລາວແລະສສເຢຍລະມັນໄດ້ສ້າງຕັ້ງສາຍພົວພັນການທູດນຳກັນວັນທີ 31 ມັງກອນ 1958 ເຊິ່ງໄດ້ໝູນວຽນມາຄົບຮອບ 60 ປີໃນປີ 2018 ໃນຕະຫຼອດໄລຍະ 60 ປີທີ່ຜ່ານມາທັງສອງປະເທດໄດ້ດໍາເນີນການພົວພັນຮ່ວມມືຢ່າງຕັ້ງໜ້າແລະເພີ່ມທະວີຂຶ້ນຢ່າງໜັກແໜ້ນດ້ວຍການໃຫ້ການສະໜັບສະໜູນເຊິ່ງກັນແລະກັນທັງໃນຂອບການຮ່ວມມືສອງຝ່າຍແລະຂອບຫຼາຍຝ່າຍໃນເວທີສາກົນ, ລັດຖະບານເຢຍລະມັນໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ລາວຢູ່ໃນສອງຂະແໜງ ການບຸລິມະສິດຄື: ການຮ່ວມມືທາງດ້ານເຕັກນິກໂດຍຜ່ານອົງການຮ່ວມມືສາກົນເພື່ອການພັດທະນາເຢຍລະມັນ (GIZ) ແລະການຮ່ວມມືທາງດ້ານການເງິນຜ່ານທະນາຄານສິນເຊື່ອເພື່ອການພັດທະນາເຢຍລະມັນ, ໂດຍອີງໃສ່ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານລາວເປັນຕົ້ນແມ່ນເນັ້ນໜັກໃສ່ການພັດທະນາຊົນນະບົດວຽກງານອາຊີວະສຶກສາການພັດທະນາເສດຖະກິດແບບຍືນຍົງການພັດທະນາຊັບພະຍາກອນມະນຸດການອະນຸຮັກສິ່ງແວດລ້ອມກໍ່ສ້າງໂຄງລ່າງພື້ນຖານແລະການສົ່ງເສີມພາກທຸລະກິດ-ເອກະຊົນນອກຈາກນີ້ເຢຍລະມັນຍັງໄດ້ໃຫ້ການຊ່ວຍເຫຼືອລາວໂດຍຜ່ານອົງການຈັດຕັ້ງສາກົນອື່ນໆອີກເຊັ່ນ: ສະຫະພາບເອີຣົບແລະອົງການແມ່ນ້ຳຂອງ. ຕະຫຼອດ 60 ປີທີ່ຜ່ານມາ, ສາຍພົວພັນທາງການທູດລະຫວ່າງລາວແລະເຢຍລະມັນໄດ້ຮັບການພັດທະນາຄືແນວໃດ? ລາວແລະເຢຍລະມັນມີວິໄສທັດແນວໃນຕໍ່ສາຍພັວພັນດັ່ງກ່າວ? ເປັນເວລາຫຼາຍປີແລ້ວທີ່ທັງສອງຊາດຂອງພວກເຮົາໄດ້ພະຍາຍາມສ້າງສາຍພົວພັນຮ່ວມກັນໃຫ້ເກີດດອກອອກຜົນແລະແໜ້ນແຟ້ນຂຶ້ນກວ່າເກົ່າ. ໃນປີທີ່ຜ່ານມາ, ພວກເຮົາໄດ້ສະເຫຼີມສະຫຼອງສາຍພົວພັນທາງການທູດຄົບຮອບ 60 ປີທີ່ໄດ້ຮ່ວມກັນຜ່ານຜ່າອຸປະສັກນາໆປະການອັນໄດ້ກາຍເປັນປະຫວັດສາດຈາລຶກຂອງທັງສອງປະເທດ. ໃນປັດຈຸບັນ, ມີປະຊາຊົນລາວຈໍານວນຫຼວງຫຼາຍ, ໃນນັ້ນປະກອບມີການນໍາຂັ້ນສູງລວມທັງນັກທຸລະກິດພາກເອກະຊົນ, ທີ່ຈົບການສຶກສາຈາກເຢຍລະມັນແລະສືບຕໍ່ມີສາຍພົວພັນທີ່ດີກັບປະເທດຂອງພວກເຮົາ. ພວກເຮົາແນມເຫັນປະສົບການເຫຼົ່ານີ້ເປັນພື້ນຖານອັນໜັກແໜ້ນໃນການສົ່ງເສີມສາຍພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດທັງໃນປັດຈຸບັນແລະອະນາຄົດ. ເຢຍລະມັນແລະລາວຍັງຄົງຈື່ຈໍາໄດ້ດີເຖິງການຮ່ວມມືພັດທະນາຮ່ວມກັນຕະຫຼອດ 56 ປີທີ່ຜ່ານ. ຫຼາຍກວ່າ 5 ທົດສະວັດມາແລ້ວທີ່ທັງສອງປະເທດມີສາຍພົວພັນຮ່ວມມືທີ່ແໜ້ນແຟ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ,ໄດ້ເຮັດວຽກຮ່ວມກັນເພື່ອສົ່ງເສີມການພັດທະນາດ້ານເສດຖະກິດແລະສັງຄົມປະກອບສ່ວນຊ່ວຍໃຫ້ສປປລາວຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເສີມສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງດ້ວຍກົດໝາຍແລະເພີ່ມທະວີຄວາມຈະເລີນໃຫ້ແກ່ປະຊາຊົນຂອງຕົນ. ລາວແມ່ນໜຶ່ງໃນສະມາຊິກຂອງອາຊຽນທີ່ມີທີ່ຕັ້ງຢູ່ຈຸດໃຈກາງຂອງພາກພື້ນອາຊີຕາເວັນອອກສຽງໃຕ້, ເຊິ່ງເປັນໜຶ່ງໃນພາກພື້ນທີ່ມີສະພາບເສດຖະກິດທີ່ຟົດຟື້ນທີ່ສຸດໃນໂລກ. ປະເທດລາວສາມາດບັນລຸເປົ້າໝາຍການຂະຫຍາຍໂຕທາງເສດຖະກິດໄດ້ໃນອັດຕາ 7 ສ່ວນຮ້ອຍຕໍ່ປີມາເປັນເວລາຫຼາຍປິີ, ເຮັດໃຫ້ຕົນເອງກາຍເປັນໜຶ່ງໃນປະເທດທີ່ອັດຕາການຂະຫຍາຍໂຕໄວທີ່ສຸດໃນໂລກ. ເຢຍລະມັນ, ໃນຖານະເປັນຄູ່ຄ້າລາຍໃຫຍ່ແລະສະມາຊິກຂອງສະຫະພາບເອີຣົບ, ແມ່ນມີຄວາມສົນໃຈໃນການເສີມຂະຫຍາຍເສດຖະກິດຂອງຕົນຮ່ວມກັບພາກພື້ນອາຊຽນ, ລວມທັງສປປລາວ. ພວກເຮົາເຂົ້າໃຈເຖິງຄວາມຕ້ອງການຂອງລາວ, ລວມທັງບັນດາ “ປະເທດເສດຖະກິດໃໝ່,” ທີ່ຢາກຈະພັດທະນາໃຫ້ທັນກັບບັນດາປະເທດສະມາຊິກອື່ນໆຂອງອາຊຽນທີ່ມີເສດຖະກິດທີ່ກ້າວໜ້າກວ່າ. ດັ່ງນັ້ນ, ...

Read More »

ບາດກ້າວ-ຄວາມສະດວກ ໃນການດຳເນີນທຸລະກິດ

ທ່ານອາດໄດ້ຍິນຂ່າວວ່າ ສະພາບແວດລ້ອມຍັງ​ບໍ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດຢູ່ລາວ ໂດຍສະເພາະ ລະບຽບຄຸ້ມຄອງການສ້າງຕັ້ງວິສາຫະກິດ ແລະ ການເຄື່ອນໄຫວທຸລະກິດດ້ານອື່ນໆ. ໃນປີ 2019, ລາວຖືກຈັດຢູ່ໃນອັນດັບທີ 154 ໃນ 190 ປະເທດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ ເຊິ່ງຕົກຈາກອັນດັບທີ 141 ໃນປີ 2018 ທີ່ຜ່ານມານັ້ນ. ເມື່ອພິຈາລະນາມາດຖານລະອຽດ, ພົບວ່າປະເທດເຮົາຢູ່ໃນອັນດັບທີ່ຕໍ່າ ໃນດ້ານເວລາ ແລະ ຄ່າໃຊ້ຈ່າຍ ໃນການເລີ່ມຕົ້ນທຸລະກິດ (ໝາຍວ່າ ໄດ້ອັນດັບທີ 180), ການປົກປ້ອງນັກລົງທຶນຜູ້ຖືຮຸ້ນນ້ອຍ (ໄດ້ອັນດັບທີ 174) ແລະ ການແກ້ບັນຫາການລົ້ມລະລາຍຂອງທຸລະກິດ (ໄດ້ອັນດັບທີ 168). ຍ້ອນແນວນັ້ນ, ລັດຖະບານຈຶ່ງພະຍາຍາມປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນຫຼາຍໆດ້ານ ດ້ວຍການອອກຄຳສັ່ງເລກທີ 02/ນຍ ໃນຕົ້ນເດືອນກຸມພາ ປີ 2018 ເພື່ອໃຫ້ບັນດາກະຊວງ ຂະແໜງການຂຸ້ນຂ້ຽວດຳເນີນການ. ສະເພາະຕິດພັນກັບໜ້າວຽກ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນການປັບປຸງລະບຽບການ ແລະ ຂັ້ນຕອນ ເພື່ອອຳນວຍຄວາມສະດວກແກ່ການຂຶ້ນທະບຽນ ພາຍໃຕ້ກົດໝາຍວິສາຫະກິດ ແລະ ກົດໝາຍສົ່ງເສີມການລົງທຶນ ໂດຍສົ່ງຜົນໃຫ້ມີການຫຼຸດເວລາ ແລະ ຂັ້ນຕອນທີ່ຈໍາເປັນໃນການຂຶ້ນທະບຽນວິສາຫະກິດ ແລະ ...

Read More »

ໂຄງການທາງລົດໄຟ ລາວ-ຈີນ ຄືບໜ້າຕາມແຜນ

ໂຄງການກໍ່ສ້າງເສັ້ນທາງ​ລົດໄຟ ລາວ-ຈີນ ຖື​ເປັນ​ຂົວ​ຕໍ່​ທີ່​ສຳຄັນ​ຂອງ​ການ​ລິ​ເລີ່ມ “ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ” ຂອງ ​ສປ ຈີນ ເພື່ອ​ສະໜັບສະໜູນ​ແຜນ​ຍຸດ​ທະ​ສາດ​ຂອງ​ລັດຖະບານ ສປປ ​ລາວ​ ຈາກ​ປະເທດ Land Lock ໃຫ້​ເປັນ Land Link. ເສັ້ນທາງ​ລົດໄຟ ລາວ-ຈີນ ບໍ່​ພຽງ​ແຕ່​ປ່ຽນແປງ​ສະຖານະ​ພາບ​ຂອງ ສປປ ​ລາວ​ ຈາກ​ການ​ເປັນ​ປະເທດ​ບໍ່​ຕິດ​ກັບ​ທະເລ​ ມາ​ເປັນ​ປະເທດ​ເຊື່ອມ​ໂຍງ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ການ​ເປີດ​ໂສມ​ໜ້າ ແລະ ຍົກ​ລະດັບ​ຊື່​ສຽງ​ຂອງ​ປະເທດ​ໃຫ້​ຊາວ​ໂລກ​ໄດ້​ຮູ້​ໄດ້​ເຫັນ ແລະ ເຂົ້າໃຈ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ໂດຍ​ຜ່ານ​ການ​ໄປ​ມາຫາ​ສູ່ ແລກປ່ຽນ​ວັດທະນະທຳ,ການ​ຄ້າ,ການ​ລົງທຶນ,ການ​ບໍລິການ ແລະ ອື່ນໆ ພ້ອມ​ດຽວ​ກັນ​ນັ້ນ ​ເສັ້ນທາງ​ລົດໄຟ ລາວ-ຈີນ ຍັງ​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃຫ້​ມີ​ຄວາມ​ເຂັ້ມແຂງ ການ​ຂົນສົ່ງ​ສິນຄ້າ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ​ຈະ​ມີ​ຄາ​ລາ​ຖືກ​ລົງ ແລະ ປະຢັດ​ເວລາ ນອກ­ຈາກນີ້​ໂຄງ­ການ​ລົດ­ໄຟ ລາວ-ຈີນ ຍັງ​ໄດ້​ປະ­ກອບ­ສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ ໄວ​ໜຸ່ມ​ໃນ​ທ້ອງ­ຖິ່ນ ລວມ​ທັງ​ຊຸກ­ຍູ້​ດ້ານ​ການ​ບໍ­ລິ­ການ​ໂຮງ­ແຮມ,ເຮືອນ​ພັກ,ຮ້ານ​ອາ­ຫານ ຕະ­ຫຼອດ​ເຖິງຊຸກຍູ້​ກຸ່ມ​ການ​ຜະ­ລິດ​ທາງດ້ານກະ­ສິ­ກຳ ເພື່ອເປັນສິນຄ້າສົ່ງອອກ ໃນອະນາຄົດອີກດ້ວຍ. ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ລາວ-ຈີນ ເປັນ​ໂຄງ­ການ​ຮ່ວມ​ມື​ຂອງ​ສອງ​ລັດ­ຖະ­ບານ ລາວ ແລະ ຈີນ ໃນ​ນີ້ ລັດ​ຖະບານ​ລາວ ຖື​ຫຸ້ນ 30% ແລະ ...

Read More »

ໂອກາດ ແລະ ສິ່ງທ້າທາຍຂອງທຸລະກິດຂະໜາດນ້ອຍ ໃນຍຸກ “ດີຈິຕອນ”.

ຍຸກ”ດິຈິຕອນ”ກຳລັງສ້າງທັງກາລະໂອກາດ ແລະ ສິ່ງທ້າທ້າຍແກ່ຜູ້ປະກອບການໃນພາກພື້ນ ແລະ ທົ່ວໂລກ. ໂດຍພື້ນຖານແລ້ວ ຄວາມເຂົ້າໃຈສ່ວນໃຫຍ່ແມ່ນວ່າ ການຫັນເປັນ “ດີຈິຕອນ” (Digital Transformation) ກ່ຽວພັນກັບພຽງແຕ່”ເຕັກໂນໂລຊີ”ຂໍ້ມູນຂ່າວສານ (information technology: IT) ຫຼື “ເຕັກໂນໂລຊີ”ໂດຍລວມ. ແຕ່ຄວາມຈິງແລ້ວ ການຫັນເປັນ”ດີຈິຕອນ”ແມ່ນສອດຫ້ອຍກັບການປັບປ່ຽນນິຍາມຍຸດທະສາດທຸລະກິດທັງໝົດ ຂອງຜູ້ປະກອບການ ຊຶ່ງໃນບາງກໍລະນີອາດກ້າວໄປເຖິງການປ່ຽນແປງວັດທະນາທຳຂອງອົງກອນກໍໄດ້ ເພື່ອຮັບປະກັນຜົນສໍາເລັດໃນການດຳເນີນທຸລະກິດໃນອະນາຄົດ ບໍ່ວ່າຈະແມ່ນ ສຳລັບທຸລະກິດຂະໜາດໃຫຍ່ ຫຼື ນ້ອຍ ກໍຕາມ. ບັນດາຜູ້ປະກອບການ ລວມທັງຢູ່ປະເທດເຮົາ ຈຶ່ງຈຳເປັນຕ້ອງມາທຳຄວາມເຂົ້າໃຈຄືນໃໝ່ ກ່ຽວກັບໜ້າທີ່ຂອງ”ເຕັກໂນໂລຊີ” ທີ່ບໍ່ເປັນພຽງເຄື່ອງມືສະໜັບສະໜູນ ແຕ່ຍັງເປັນຄວາມອາດສາມາດໃນດ້ານຍຸດທະສາດຂອງອົງກອນນຳອີກ. ສະນັ້ນ ການຫັນເປັນ”ດີຈິຕອນ” ຈຶ່ງບໍ່ແມ່ນແຕ່ການນຳໃຊ້”ເຕັກໂນໂລຊີ”ເຂົ້າໃນການດຳເນີນທຸລະກິດເທົ່ານັ້ນ ແຕ່ຍັງໝາຍເຖິງການສ້າງທຸລະກິດຮູບແບບໃໝ່ທັງໝົດ ບົນພື້ນຖານກະດູກສັນຫຼັງດ້ານ”ເຕັກໂນໂລຊີ” ທີ່ມີຢູ່. ຕົວຢ່າງ: ເວັບໄຊ໌ ອາເມຊອນ (Amazon.com) ແລະ ເວັບໄຊ໌ ອາລີບາບາ (Alibaba.com) ໄດ້ກາຍເປັນຊ່ອງທາງການຊື້ຂາຍສິນຄ້າທີ່ສຳຄັນ ພ້ອມທັງໄດ້ປ່ຽນແນວຄວາມຄິດ ແລະ ປະສົບການທັງໝົດ ຕໍ່ການຊື້-ຂາຍສິນຄ້າ ແລະ ການບໍລິການອື່ນໆ ໄປຕະຫຼອດການ. ດ້ວຍວິຖີທາງຂອງໂລກ”ດີຈິຕອນ”, ພຶດຕິກໍາ ແລະ ຄວາມຄາດຫວັງຂອງລູກຄ້າ ແມ່ນໄດ້ຫັນປ່ຽນ ...

Read More »

ສະກຸນ ເງິນຄຣິບໂຕ (Cryptocurrency) ແມ່ນຫຍັງ? ມີຄວາມສ່ຽງຕໍ່ການລົງທຶນແນວໃດ?

ໃນຍຸກທີ່ເຕັກໂນໂລຊີມີຄວາມທັນສະໄໝ ແລະ ກ້າວໜ້າຢ່າງວ່ອງໄວ, ເຕັກໂນໂລຊີໃໝ່ໆຖືກນຳເຂົ້າມາໃຊ້ໃນຂະແໜງການຕ່າງໆຢ່າງກວ້າງຂວາງລວມເຖິງການນຳໃຊ້ເຂົ້າໃນທຸລະກຳການເງິນ ແລະ ການພັດທະນາຮູບແບບການໃຫ້ບໍລິການຕ່າງໆ ເຊິ່ງສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ບໍລິການ. ຫຼາຍທ່ານອາດເຄີຍໄດ້ຍິນກ່ຽວກັບ Cryptocurrency (ເງິນຄຣິບໂຕ) ທີ່ເລີ່ມມີຊື່ສຽງເມື່ອ 2-3 ປີຜ່ານມາເຊິ່ງເປັນມິຕິໃໝ່ຂອງການເຮັດທຸລະກຳການເງິນດ້ວຍຕົ້ນທຶນຕໍ່າ, ສະດວກແລະວ່ອງໄວຍ້ອນບໍ່ມີຕົວກາງຄືສະຖາບັນການເງິນເຮັດໜ້າທີ່ສະສາງ, ນອກນັ້ນຍັງມີຜົນຕອບແທນທີ່ໜ້າດຶງດູດໃຈໃຫ້ແກ່ການສະແຫວງກຳໄລ. ເຖິງຢ່າງໃດກໍຕາມ, ໃນທ້າຍປີ 2018ທະນາຄານແຫ່ງສປປລາວ (ທຫລ) ໄດ້ອອກແຈ້ງການເຕືອນປະຊາຊົນໃຫ້ຫຼີກການຊື້-ຂາຍແລະນຳໃຊ້ເງິນຄຣິບໂຕ, ພ້ອມທັງຫ້າມສະຖາບັນການເງິນໃນຂອບເຂດທົ່ວປະເທດດຳເນີນທຸລະກຳທີ່ກ່ຽວຂ້ອງກັບເງິນຄຣິບໂຕ. ໃນບົດຄວາມນີ້,ຜູ້ຂຽນຈຶ່ງຢາກນຳສະເໜີໃຫ້ເຫັນວ່າເງິນຄຣິບໂຕນີ້ແມ່ນຫຍັງແລະເປັນຫຍັງທຫລຈຶ່ງອອກແຈ້ງການດັ່ງກ່າວ. Cryptocurrency (ເງິນຄຣິບໂຕ) ເງິນຄຣິບໂຕແມ່ນ ເງິນດິຈິຕອນ (Digital Money) ຫຼື (Virtual Currency), ບໍ່ໄດ້ເປັນ ໃບເງິນ ຫຼື ຫຼຽນ ທີ່ເຮົາໃຊ້ເຂົ້າໃນການແລກປ່ຽນໃນປັດຈຸບັນ, ເຊິ່ງເງິນຄຣິບໂຕ ແມ່ນມີຫຼາຍກວ່າ 1.000 ສະກຸນເງິນ ເຊັ່ນ: Bitcoin, Ethereum, Litecoin ແລະ ອື່ນໆ. ໃນບົດຄວາມນີ້ ຜູ້ຂຽນຂໍຍົກຕົວຢ່າງເອົາສະກຸນ Bitcoin ທີ່ເປັນສະກຸນທີ່ມີຊື່ສຽງອັນດັບຕົ້ນໆໃນບັນດາເງິນຄຣິບໂຕທັງຫຼາຍ ເຊິ່ງຖືກເລີ່ມນໍາໃຊ້ໂດຍກຸ່ມຄົນໜຶ່ງໃນປີ 2009 ເພື່ອຊຳລະ, ໂອນ ແລະ ແລກປ່ຽນກັນສະເພາະໃນໂລກອອນໄລ໌. ໃນໄລຍະຜ່ານມາ Bitcoin ຖືກນຳໃຊ້ໃນວົງກວ້າງຂຶ້ນ ເມື່ອຖືກໃຊ້ເຂົ້າໃນການຊຳລະສິນຄ້າ ...

Read More »

ຄາດຄະເນການຈັດຕັ້ງປະຕິບັດ 6ເດືອນ ຕົ້ນປີ 2019

ສະບັບກ່ອນໄດ້ສະເໜີຜົນງານພົ້ນເດັ່ນໃນຮອບ 4 ເດືອນ, ມາໃນສະບັບນີ້ຈະສະເໜີຜົນຄາດຄະເນ 6 ເດືອນ ຕົ້ນປີ 2019 ເຊິ່ງສະເໜີລາຍງານໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຊັ່ນກັນໂດຍມີລາຍລະອຽດດັ່ງນີ້: ດ້ານລາຍຮັບ: ອີງຕາມແຜນການ 6 ເດືອນຕົ້ນປີທີ່ວາງໄວ້ໃນເບື້ອງຕົ້ນ ປະມານ 12.658 ຕື້ກີບ ເທົ່າກັບ 48,1% ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 4 ເດືອນຜ່ານມາ ແລະ ອີງຕາມຖານຂໍ້ມູນລາຍຮັບຄາດວ່າຈະປະຕິບັດໄດ້ 12.965 ຕື້ກີບ, ເທົ່າກັບ 49,2% ຂອງແຜນການປີ, ໃນນັ້ນ ລາຍຮັບພາຍໃນ 12.128 ຕື້ກີບ, ເທົ່າກັບ 50% ຂອງແຜນການເຊິ່ງມາຈາກ ລາຍຮັບສ່ວຍສາອາກອນ 5.918 ຕື້ກີບ ເທົ່າກັບ 48% ຂອງແຜນການປີ, ລາຍຮັບພາສີ 3.760 ຕື້ກີບ ເທົ່າກັບ 50% ຂອງແຜນການປີ, ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ 1.410 ຕື້ກີບ ເທົ່າກັບ 60% ຂອງແຜນການປີ, ລາຍຮັບຊັບສິນຂອງລັດ ...

Read More »

GOTEDDY ສະຕາດອັບລາວມາແຮງໄດ້ຮັບລາງວັນ LAO ICT Award 2019

ມື້ນີ້ພວກເຮົາມີໂອກາດມາຮູ້ຈັກກັບທຸລະກິດປະກອບການໃໝ່ຫຼືສະຕາດອັບ (Startup) ທີ່ມີຊື່ວ່າ “ໂກເທັດດີ້” (GOTEDDY) ເຊິ່ງເປັນທຸລະກິດທີ່ໃຫ້ບໍລິການສັ່ງອາຫານຈາກຮ້ານຕ່າງໆທົ່ວນະຄອນຫຼວງວຽງຈັນຜ່ານ “ແອັບພລີເຄຊັ່ນ” (application) ໃນມືຖືຂອງທ່ານແອັບນີ້ຍັງໃໝ່ອີ່ຫຼີເພາະຫາກໍເລີ່ມຕົ້ນເປີດຕົວໄດ້ພຽງແຕ່ 4 ເດືອນເທົ່ານັ້ນແຕ່ຖືວ່າກຳລັງມາແຮງເພາະມີຈຳນວນຜູ້ຊົມໃຊ້ (user) ເພີ່ມຂຶ້ນເຖິງເດືອນລະ 15% ແລະຫຼ້າສຸດຍັງໄດ້ຮັບລາງວັນຊະນະເລີດໃນງານລາວໄອຊີທີອະວອດ 2019 (Lao ICT Award 2019). ກ່ອນອື່ນທີມງານວາລະສານ ທາເກັດ ຂໍແນະນຳຕົວຜູ້ສ້າງຕັ້ງ ແລະ ປະທານບໍລິສັດໃຫ້ຜູ້ອ່ານໄດ້ຮູ້ຈັກກັນກ່ອນເພິ່ນມີຊື່ວ່າ ທ່ານ ປະສົງ ລັດຕະນະ ຫຼື ເອີ້ນວ່າ ສົງ ອາຍຸ 24 ປີ ຮຽນຈົບ ມັດທະຍົມປາຍ ທີ່ປະເທດສິງກະໂປ,  ປະລິນຍາຕີຈາກ ປະເທດອັງກິດ ແລະ ມີແຜນຈະໄປຮຽນຕໍ່ປະລິນຍາໂທ. ເພິ່ນມີແນວຄວາມຄິດຢາກສ້າງຕັ້ງ GOTEDDY ຕັ້ງແຕ່ຕອນທີ່ຮຽນຢູ່ຕ່າງປະເທດແລ້ວ ເນື່ອງຈາກລຶ້ງເຄີຍກັບການໃຊ້ບໍລິການສັ່ງຊື້ສິນຄ້າຕ່າງໆຜ່ານໂທລະສັບມືຖືໃນຮູບແບບ “ແອັບພລີເຄຊັ່ນ” ທີ່ສະດວກສະບາຍ ໂດຍສະເພາະການສັ່ງຊື້ອາຫານ ແຕ່ເມື່ອກັບມາຢາມບ້ານ ເວລາຢາກກິນຫຍັງກໍຕ້ອງເດີນທາງອອກໄປຊື້ ຫຼື ຕ້ອງຍົກຫູໂທລະສັບໄປສັ່ງຈາກຮ້ານອາຫານ ແລ້ວຍັງຕ້ອງໂທແຈ້ງບໍລິສັດສົ່ງສິນຄ້າມາສົ່ງຕ້ອງແຈ້ງທີ່ຢູ່ຂອງເຮົານຳອີກເຊິ່ງເຫັນວ່າຫຍຸ້ງຍາກ ແລະ ບໍ່ເໝາະກັບພຶດຕິກຳຜູ້ບໍລິໂພກລຸ້ນໃໝ່ແບບ ກຸ່ມ Gen Y ທີ່ໃຫຍ່ມາກັບ “ອິນເຕີເນັດ” ...

Read More »