Author Archives: Paeng KC

ເປັນ​ຫຍັງ​ຄົນ​ຈີນ ເຮັດການຄ້າ​ຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານ​ທີ່​ຮັກ​ແພງ ​ຂ້າ​ພະ​ເຈົ້າ​​ຂໍ​ອະ​ນຸ​ຍາດ​ຂຽນ​ບົດຄວາມ​​ກ່ຽວຫຼັກ​ປັດ​ຊະ​ຍາ​ການ​ຄ້າຂອງ​ຄົນ​ຈີນຕໍ່​ອີກ​ໃນ​ສະ​ບັບ​ເດືອນ​ມີ​ນາ ປີ 2019 ນີ້, ຫວັງ​ວ່າ​ທ່ານ​ນັກ​ອ່ານ​ຄົງ​ຈະ​ບໍ່ຢຸດ​​ເຊົາອ່ານ​ນໍ. ດຸໝັ່ນ ແລະ ອົດທົນ (ຕໍ່) ທ່ານ ແຈັກ​ມາ (Jack Ma) ມະ​ຫາ​ເສດ​ຖີອັນ​ດັບ​ໜຶ່ງ​ຂອງ​ຈີນ​ກໍ​ຖື​ວ່າ​ເປັນ​ອີກ​ຄົນ​ໜຶ່ງ​ມີ​ຄວາມ​ດຸ​ໝັ່ນ ແລະ ອົດ​ທົນ​​ເພື່ອ​ສ້າງ​ຕົນ​ເອງ​ໃຫ້​ກາຍ​ເປັນ​ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ ເຊິ່ງ​ທ່ານ​ເຄີຍກ່າວ​ວ່າ “ຢ່າ​ຍອມ​ຈຳ​ນົນ, ເຖິງມື້​ນີ້​ຈະ​ລຳ​ບາກ, ມື້​ອື່ນ​ອາດ​ຈະ​ລຳ​ບາກ​ຂຶ້ນ​ໄປ​ອີກ, ແຕ່​ວ່າມື້​ຮື​ອາດ​ຈະ​ເປັນ​ມື້​ທີ່​ສົດ​ໃສ​ສຳ​ລັບ​ທ່ານ” ຫຼື “Never give up. Today is hard, tomorrow will be worse, but the day after tomorrow will be sunshine”, ແຕ່​ໜ້າ​ເສຍ​ດາຍ​ທີ່​ຄົນ​ສ່ວນຫຼາຍ​ມັກ​ຈະ​ລົ້ມ​ລົງ​ໃນ​ຕອນ​ຄ່ຳ​ຂອງມື້​ອື່ນ ​ກ່ອນ​ທີ່​ຈະ​ເຖິງມື້​ຮື. ທ່ານ ແຈັກ​ມາ ກໍ​ເປັນ​ອີກ​ຄົນ​ໜຶ່ງທີ່​ມີ​ຄວາມ​ອົດ​ທົນ​ເປັນ​ເລີດ ໂດຍບໍ່​ຍອມ​ຈຳ​ນົນ​ຕໍ່​ໂຊກ​ຊາ​ຕາ ເຖິງຈະ​ລົ້ມຫຼາຍ​ຄັ້ງ​ ແລະ ຖືກ​ສັງ​ຄົມ​ປະ​ຕິ​ເສດຫຼາຍ​ປານ​ໃດ ທ່ານ​​ຍັງ​​ອົດ​ທົນ ແລະ ລຸກ​ຢືນ​ຂຶ້ນ​ສູ້​ຈົນ​ປະ​ສົບ​ຄວາມ​ສຳ​ເລັດ ຍ້ອນ​ທ່ານ​ຄິດ​ຢູ່​ສະ​ເໝີ​ວ່າ “ທຸກໆ​ຄວາມ​ລຳ​ບາກ ກໍ​ຈະ​ມີ​ຂອງ​ຂວັນ​ໃຫ້​ຢູ່​ສະ​ເໝີ ແລະ ເມື່ອ​ທ່ານ​ເສຍ​ຢ່າງ​ໜຶ່ງ​ໄປ ທ່ານ​ກໍ​ຈະ​ໄດ້​ສິ່ງ​ທີ່​ດີກວ່າ​ມາ​ແທນ​ຢູ່​ສະ​ເໝີ ຖ້າ​​ມີ​ຄວາມ​ອົດ​ທົນ​ພຽງ​ພໍ”, ...

Read More »

ຂ່າວດີ……ມີທຶນໃຫ້ຮຽນຟຣີ ສ້າງໂອກາດໃຫ້ຜູ້ບໍ່ມີວຽກເຮັດໄດ້ມີອາຊີບມີວຽກງານທຳ

ເລີ່ມສະໝັໄດ້ແຕ່ມື້ນີ້ໄປປິດຮັບເອກະສານວັນທີ 18.6.2019 ນີ້ເທົ່ານັ້ນ ທຶນມີຈຳກັດ ສະໝັກ່ອນມີສິດກ່ອນ ?? ມາແລ້ວທຶນຮຽນຟຣີ…….ບໍ່ໄດ້ເສຍຄ່າຮຽນ ແລະ ອຸປະກອນການຮຽນ ?? ໄລຍະຮຽນ 3 ເດືອນ ແລະ ໄປເຮັດວຽກຕໍ່ເອົາປະສົບການຕົວຈິງ. ມີ 2 ສາຂາວິຊາ 1.ວິຊາການໂຮງແຮມ 2. ວິຊາ ປຸງແຕ່ງອາຫານ ສະໜັບສະໜູນທຶນໂດຍ ໂຄງການລາວ/029 ?? ເງື່ອນໄຂຜູ້ສະໝັກ ? 1. ຕ້ອງຈົບປະຖົມ ແຕ່ບໍ່ຈົບມັດທະຍົມຕົ້ນ 2. ຄອບຄົວຂາດເຂີນທຶນໃຫ້ລູກຫລານຮຽນ 3. ຕ້ອງເປັນບຸກຄົນສັນຊາດລາວ ຢູ່ໃນນະຄອນຫຼວງວຽງຈັນ ຫລືຕ່າງແຂວງກໍ່ໄດ້ ?ແຕ່ຕ້ອງມີພາຫະນະ ເພື່ອຖຽວຕອນໄປເຮັດວຽກ? 4. ເປັນບຸກຄົນທີ່ບໍ່ມີຄະດີ ແລະ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດຜິດກົດຫມາຍ 5. ທີ່ສຳຄັນທີ່ສຸດຄືຄົນທີ່ວ່າງງານ ຮຽນເພື່ອຢາກໄປເຮັດວຽກແທ້ ເພາະຫຼັຈາກຮຽນຈົບທາງໂຮງຮຽນຈະຊອກວຽກເຮັດໃຫ້ພ້ອມ ? ມາຮຽນເພື່ອຢາກຮູ້ ຮຽນເພື່ອມາເອົາໃບປະກາດ ບໍ່ເອົາ? ຮຽນຈົບຕ້ອງໄປເຮັດວຽກຕາມສັນຍາເບື້ອງຕົ້ນ 6. ຕ່າງແຂວງ ແລະຄົນບ້ານໄກມີຫໍພັກໃຫ້ຢູ່ຟຣີໃນໄລຍະຮຽນ 3 ເດືອນ ແລະໄລຍະຊອກຫາງານອີກ 1 ເດືອນ 7. ອາຍຸ 18-35 ປີ ບໍ່ຈຳກັດເພດ ສົນໃຈໂທສອບຖາມ 021 540545. 021 261566 ...

Read More »

ບົດລາຍງານຂອງທ່ານ ນາຍົກ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ

ນາຍົກລັດຖະມົນຕີລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສຳລັບ 4 ເດືອນຕົ້ນປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII: ເສດຖະກິດຂອງລາວ ໂດຍລວມ ຍັງສືບຕໍ່ເຕີບໂຕໃນລະດັບດີ, ອີງຕາມບົດລາຍງານຂອງທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ໄລຍະ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການສຳລັບ 6 ເດືອນທ້າຍປີ 2019 ຕໍ່ມື້ທຳອິດຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019. ໃນບົດລາຍງານດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ລົງເລິກແຕ່ລະບັນຫາດັ່ງນີ້: 1. ສະພາບການຂອງພາກພື້ນ ແລະ ສາກົນ ໃນ 4 ເດືອນຜ່ານມາໄດ້ຜັນແປໄປຢ່າງສັບສົນ, ໂດຍສະເພາະແມ່ນບັນຫາເສດຖະກິດຂອງໂລກ ທີ່ຍັງບໍ່ທັນຂະຫຍາຍຕົວດີ ແລະ ຄວາມຂັດແຍ່ງທາງດ້ານການຄ້າ ລະຫວ່າງປະເທດມະຫາອຳນາດ ທາງດ້ານເສດຖະກິດ. ອັດຕາການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນຫຼຸດລົງ ຈາກລະດັບ 5,9% ໃນປີ ...

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2019

ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນເດືອນເມສາ ປີ 2019 ປະຕິບັດໄດ້ປະມານ 852 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 493 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 358 ລ້ານໂດລາສະຫະລັດ. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນເມສາ ປີ 2019 ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ມັນຕົ້ນ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ,  ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໜາກໄມ້ ແລະ ໜາກໄມ້ເປືອກແຂງທີ່ບໍລິໂພກໄດ້, ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 41.08% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ). ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ...

Read More »

ນາຍົກລາວ ສົ່ງສານຊົມເຊີຍເຖິງ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ດຳລົງຕຳແໜງນາຍົກໄທ ອີກສະໄໝ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ ​ເຖິງ ທ່ານ ພົນ​ເອກ ປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແຫ່ງ ລາຊະ​ອານາຈັກ​ໄທ ທີ່​ບາງກອກ. “ເນື່ອງໃນໂອກາດທີ່ ທ່ານ ໄດ້ຮັບເລືອກຕັ້ງ ແລະ ໄດ້ຮັບການສະໜັບສະໜູນ ຈາກລັດຖະສະພາຢ່າງຖ້ວມລົ້ນ ເພື່ອໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງທ່ານ”. “ຂ້າພະເຈົ້າຍິນດີ ທີ່ຈະເຮັດວຽກຮ່ວມກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ...

Read More »

ກຽມພົບກັບ ງານຕະຫຼາດນັດແຮງງານ (Job Fair 2019) ຈະຈັດຂຶ້ນໃນກາງ ເດືອນຕຸລານີ້

ໃນຕອນບ່າຍຂອງມື້ນີ້, ວັນທີ 7 ມິຖຸນາ 2018 ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບການຈັດງານຕະຫຼາດນັດແຮງງານ Job Fair 2019 ທີ່ຫ້ອງປະຊຸມ ພະແນກແຮງງານນະຄອນຫຼວງວຽງຈັນ, ໂດຍການແຫຼ່ງຂ່າວຂອງທ່ານ ນາງ  ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ສີບຸນທໍາ ສີບຸນມີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ. ເຊິ່ງງານຕະຫຼາດແຮງງານ ຫຼື Job Fair 2019 ນີ້ ຈະໄດ້ມີຂຶ້ນໃນວັນທີ 16-20 ຕຸລາ 2019 ທີ່ຈະມາເຖິງນີ້  5 ມື້ເຕັມ ຢູ່ທີ່ສູນການຄ້າ ລາວ-ໄອເຕັກ ຕືກເກົ່າ. ນັກຮຽນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່ໃຫ້ເໝາະກັບຕົນເອງ ແມ່ນບໍຄວນພາດງານນີ້. ເຊິ່ງນອກຈາກ, ຈະໄດ້ຊົມບູດງານວາງສະແດງຈາກສຳນັກງານ,​ອົງກອນຕ່າງໆທີ່ຕ້ອງການຮັບພະນັກງານເພີ່ມແລ້ວ ພາຍໃນງານນີ້,​ຍັງມີກິດຈະກຳຫຼາກຫຼາຍກ່ຽວກັບເລື່ອງແຮງງານດັ່ງນີ້: ຈັດເວທີສົນທະນາໃນຫົວຂໍ້ຕ່າໆເຊັ່ນ:  1. ຮຽນຫຍັງ? ຈຶ່ງຈະມີວຽກເຮັດ (ການສ້າງແຮງບັນດານໃຈໃຫ້ຊີວິດ), 2 ຫົວຂໍ້: ຫຼຸດຜ່ອນການວ່າງງານ ...

Read More »

ຄວາມຮູ້ກ່ຽວກັບການໃຊ້ເງິນຕາຕ່າງປະເທດ ໃນ ສປປ ລາວ

ເມື່ອເດືອນຕຸລາ 2018 ທີ່ຜ່ານມາ, ແຈ້ງການຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ເລື່ອງການເກັບຄ່າທໍານຽມໃນການມອບເງິນສົດທີ່ເປັນເງິນຕາຕ່າງປະເທດ ປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບ ສະກຸນໂດລາສະຫະລັດ ແລະ ບາດ ແມ່ນໄດ້ຖືກຍົກຂຶ້ນມາເປັນປະເດັນສຳຄັນໃນສັງຄົມ. ເຖິງແມ່ນວ່າ ມາດຕະຖານການເກັບຄ່າທຳນຽມໄດ້ຖືກນຳສະເໜີຜ່ານຫຼາຍບົດຄວາມໄປແລ້ວກໍຕາມ ຫຼາຍທ່ານອາດຍັງສົງໄສວ່າຍ້ອນເຫດຜົນອັນໃດທີ່ເຮັດໃຫ້ ຫທລ ຕ້ອງອອກແຈ້ງການທີ່ສົ່ງຜົນກະທົບຕໍ່ປະຊາຊົນຜູ້ໃຊ້ເງິນຕາຕ່າງປະເທດສະບັບດັ່ງກ່າວ, ໃນບົດຄວາມນີ້ ຈຶ່ງຂໍໄຂຂໍ້ຂ້ອງໃຈໃຫ້ບັນດາຜູ້ອ່ານໄດ້ຮັບຊາບ ເຖິງສາເຫດຕົ້ນຕໍຂອງການເກັບຄ່າທຳນຽມດັ່ງກ່າວຄື: ການຫັນເປັນທັນສະໄໝ ການເຕີບໂຕທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ສົ່ງຜົນໃຫ້ ເສດຖະກິດ-ການເງິນໂລກ ມີທ່າອ່ຽງ ຫັນເປັນທັນສະໄໝນັບມື້ນັບເພີ່ມຂຶ້ນ, ໃນນັ້ນ ການຊໍາລະສະສາງທັງພາຍໃນ ແລະ ລະຫວ່າງປະເທດ ແມ່ນໄດ້ມີການຫັນປ່ຽນຈາກການຊຳລະສະສາງດ້ວຍເງິນສົດ ໄປສູ່ ການຊຳລະສະສາງແບບທັນສະໄໝທາງເອເລັກໂຕຣນິກ (Electronic) ຫຼາຍຂຶ້ນ ເນື່ອງຈາກ ຂໍ້ສະດວກທາງດ້ານໄລຍະເວລາໃນການສົ່ງມອບ, ຄວາມປອດໄພ ແລະ ຕົ້ນທຶນການເຄື່ອນຍ້າຍ. ການເຄື່ອນຍ້າຍເງິນສົດ ແນ່ນອນວ່າ ການຂົນຍ້າຍເງິນສົດໄປຕ່າງປະເທດແມ່ນມີຄ່າໃຊ້ຈ່າຍຕິດພັນ ແລະ ມູນຄ່າເງິນສົດທີ່ຮັບເຄື່ອນຍ້າຍ ເຂົ້າ-ອອກ ກໍມີລັກສະນະຈຳກັດ ຈຶ່ງເຮັດໃຫ້ການສົ່ງມອບເງິນສົດທີ່ເປັນເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ກັບບັນດາທະນາຄານຄູ່ຄ້າຂອງຂະແໜງທະນາຄານ ມີຈຳນວນຫຼຸດໜ້ອຍຖອຍລົງ. ສ່ວນເງິນຕາຕ່າງປະເທດທີ່ເສື່ອມຄຸນນະພາບນັ້ນ ຂະແໜງການທະນາຄານກໍຕ້ອງໄດ້ເຄື່ອນຍ້າຍອອກໄປແລກປ່ຽນຢູ່ຕ່າງປະເທດ ເອົາເງິນໃບໃໝ່ ...

Read More »

ສສຊ ສະເໜີລັດຖະບານກວດກາຄືນໂຄງການລົງທຶນຂອງລັດ ແລະ ເອກະຊົນໃນທົ່ວປະເທດ

ເຖິງວ່າການຈັດຕັ້ງປະຕິບັດແຜນງົບປະມານໃນງວດທີ 1 ຂອງລັດຖະບານ ຈະບໍ່ໄດ້ຕາມແຜນກໍຕາມ ແຕ່ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ກໍໄດ້ສະເໜີທາງອອກໃຫ້ເລັ່ງກວດກາຄືນບັນດາໂຄງການລົງທຶນຂອງລັດ, ເອກະຊົນສໍາປະທານ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ສະເພາະໂຄງການທີ່ສະພາຮັບຮອງ ແລະ ໂຄງການທີ່ໃກ້ຈະສໍາເລັດ ເພື່ອສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນ. ສະພາແຫ່ງຊາດ ໄດ້ປະເມີນເຖິງຜົນການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດຖະບານ ເຫັນວ່າຍັງຊັກຊ້າ ເນື່ອງຈາກໃນງວດ 1 ບໍ່ສາມາດຈັດຕັ້ງປະຕິບັດຕາມແຜນທີ່ສະພາຮັບຮອງທີ່ກໍານົດໄວ້ລວມທັງການນໍາໃຊ້ທຶນຍັງບໍ່ຖືກຕ້ອງຕາມເປົ້າໝາຍ ແລະ ບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕາມມະຕິຂອງສະພາແຫ່ງຊາດ. ນອກນັ້ນ, ການປະຕິບັດການຊົດເຊີຍ, ທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆທີ່ກໍ່ສ້າງສໍາເລັດແລ້ວ ແລະ ກໍາລັງກໍ່ສ້າງມາຮອດປັດຈຸບັນຍັງມີຄວາມຊັກຊ້າ ຈຶ່ງເຮັດໃຫ້ ສສຊ ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍຈຸດສໍາຄັນ ຕະຫຼອດກອງປະຊຸມໃນ 2 ມື້. ທ່ານ ຈັນສີ ແສງຊົມພູ ສສຊ ເຂດ 2 ແຂວງຜົ້ງສາລີ ປະກອບຄຳເຫັນວ່າ: ຢາກໃຫ້ລັດຖະບານກວດກາຄືນໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ ແຕ່ລັດບໍ່ສາມາດຊໍາລະສະສາງຕາມແຜນງົບປະມານລາຍຈ່າຍຕົວຈິງເຮັດໃຫ້ພາກເອກະຊົນເດືອດຮ້ອນມີໜີ້ສິນຄຸມເຄືອ, ຂາດສະພາບຄ່ອງທາງດ້ານການເງິນ ແລະ ອື່ນໆ. ນອກຈາກນັ້ນ, ບັນຫາທີ່ເກີດຂຶ້ນໃນໂຄງການກໍ່ສ້າງເທສະບານແຂວງຜົ້ງສາລີໃໝ່ ຕັ້ງຢູ່ເມືອງບຸນເໜືອ ທີ່ຖືກຈັດຕັ້ງປະຕິບັດໄປແລ້ວ ແຕ່ບໍ່ໄປຕາມແຜນຜັງເມືອງ ແລະ ເຕັກນິກການກໍ່ສ້າງ ເນື່ອງຈາກມີການກໍ່ສ້າງຊະຊາຍເຮັດໃຫ້ປະຊາຊົນຖືກຜົນກະທົບ ແລະ ອັບປະໂຫຍດ ຈຶ່ງຂໍໃຫ້ພາກສ່ວນກ່ຽວຂ້ອງຊ່ວຍພິຈາລະນາຊ່ວຍທາງແຂວງພວກເຮົາ. ທ່ານ ທິບພະຈັນ ...

Read More »

ສະຖານທູດໄທ ຮ່ວມກັບ ເອັດສຊີຈີ ຈັດໂຄງການຮັກສາສຸຂະພາບແຂ້ວໃຫ້ແກ່ ພຣະສົງ 999 ອົງ

ເອັດສຊີຈີ ໄດ້ມອບເງິນຈໍານວນ 850.000 ບາດ ເພື່ອເປັນຄ່າອຸປະກອນການແພດ ແລະ ການຈັດໂຄງການກິດຈະກໍາ ແລະ ຈະມີພຣະພິຂຸສົງ ແລະ ສໍາມະເນນຈາກທົ່ວນະຄອນຫຼວງວຽງຈັນ ເດີນທາງມາຮັບບໍລິການຮັກສາທາງທັນຕະກໍາຫຼາຍກວ່າ 999 ອົງ. ສະຖານເອກອັກຄະຣາຊະທູດໄທປະຈໍານະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ເອັດສຊີຈີ ເຊີ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພຣະສົງ ແລະ ສໍາມະເນນຫຼາຍກວ່າ 999 ອົງ.  ໂດຍມີຄະນະທັນຕະແພດ ຈາກໜ່ວຍທັນຕະກໍາພຣະຣາດຊະທານ ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລພ້ອມເຈົ້າໜ້າທີ່ສະໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ສປປ ລາວ. ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ກ່າວວ່າ: ການບໍລິການທັນຕະກໍາໃນຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດ ພຣະຣາດຊະພິທີບໍຣົມຣາຊາພິເສກ 2019 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພຣະລາຊິນີ ປະຈໍາປີ 2019 ...

Read More »

ທ່ານ​ ສີ​ຈິ້ນ​ຜິງ​ ເດີນທາງຢ້ຽມຢາມ ລັດເຊຍ ພົບປະກັບ​ ທ່ານ​ ປູ​ຕິນ ທ່າມກາງຄວາມຂັດແຍ່ງທາງການຄ້າກັບອາເມລິກາ

ຕາມຂ່າວຊີອາໄອ, ວັນ​ທີ 5 ມິຖຸນາ​ນີ້ ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ລັດ​ເຊຍ​ ທາງ​ລັດ​ຖະ​ກິດ​ເປັນ​ຄັ້ງ​ທຳ​ອິດຫຼັງ​ຈາກ​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ ອີກ​ສະ​ໄໝ​ໜຶ່ງ, ການ​ພົບ​ປະ​ກັນ​ລະ​ຫວ່າງ​ ທ່ານ ​ສີ​ຈິ້ນ​ຜິງ ກັບ ​ທ່ານ ​ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ ເຊິ່ງ​ເວ​ລາ​ການ​ພົບ​ປະ​ໃກ້​ຈະ​ມາ​ເຖິງແລ້ວ. ທ່ານ​ ສີ​ຈິ້ນ​ຜິງ ໄດ້​​ສະ​ແດງ​ຄວາມ​ຮູ້​ສຶກ​ຕໍ່ການ​ພົວ​ພັນ​ແບບ​ສ່ວນ​ຕົວ​ລະ​ຫວ່າງ​ຕົນ​ ກັບ ​ທ່ານ​ ປູ​ຕິນ​ ດ້ວຍ​ຄຳ​ວ່າ “ນິໄສ​ເຂົ້າກັນ​ໄດ້”, “ເພື່ອນ​ມິດ​ທີ່​ຮູ້​ໃຈ​ກັນ”. ສ່ວນ​ທ່ານ​ປູ​ຕິນ​ໄດ້​ເອີ້ນ ທ່ານ​ ສີ​ຈິ້ນ​ຜິງ ​ເປັນ “ເພື່ອນມິດ​ທີ່​ດີ”, “ຄູ່​ຮ່ວມ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ”. ໃນ​ໄລ​ຍະ 6 ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ ​ແລະ​ ທ່ານ ​ປູ​ຕິນ ​ໄດ້​ພົບ​ປະ​ກັນ​ເຖິງ 28 ຄັ້ງ. ການ​ແລກ​ປ່ຽນ​ພົບ​ປະ​ກັນ​ຢ່າງ​ເນື່ອງ​ນິດ​ລຽນ​ຕິດ​ແບບນີ້ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວ​ພັນ​ຈີນ-ລັດ​ເຊຍ​ມີ​ລະ​ດັບ​ສູງ ​ແລະ​ ມີ​ຄວາມ​ໝາຍ​ພິ​ເສດ​ເທົ່າ​ນັ້ນ ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຖື​ເປັນ​ບູ​ລິ​ມະ​ສິດ​ໃນ​ວາ​ລະ​ວຽກ​​ງານການ​ຕ່າງ​ປະ​ເທດ​ຂອງ​ໃຜ​ລາວ.

Read More »