ອັດຕາການພັດທະນາດ້ານເສດຖະກິດ ຂອງລາວ ຊ້າລົງຍ້ອນຫຼາຍປັດໄຈ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ໃນໂອ ກາດໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫງຊາດ ນະຄອນຫຼວງວຽງຈັນ, ໂດຍລັດຖະບານ ໄດ້ຕີລາຄາໂດຍລວມສະພາບການພັດທະນາທາງດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 6,5%, ເຊິ່ງຖືເປັນອັດຕາການເຕີບໂຕທີ່ສູງ ເມື່ອທຽບກັບຫຼາຍປະເທດໃນພາກພື້ນ, ແຕ່ເປັນອັດຕາທີ່ຊ້າລົງເມື່ອທຽບຫຼາຍປີຜ່ານມາ. ການເຕີບໂຕຂອງເສດຖະກິດຊ້າລົງ ແມ່ນຍ້ອນການປະກອບສ່ວນ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຫຼຸດລົງ, ຂະແໜງກະສິກຳ ຖືກກະທົບຈາກໄພພິບັດທາງທໍາມະຊາດ, ແຕ່ສຳລັບຂະແໜງບໍລິການ ແມ່ນຂະຫຍາຍຕົວໄວຂຶ້ນ.

ທີ່ມາ: ຂ່າວສານປະເທດລາວ.

Comments