5 Trends Digital Marketing ປີ 2019 ທີ່ທຸກຄົນຄວນຮູ້

ຍຸກນີ້ “ດີຈີຕອນ” ກາຍເປັນອີກໂລກໜຶ່ງທີ່ມີຜູ້ບໍລິໂພກເຂົ້າໄປຊົມໃຊ້ເປັນຈໍານວນຫຼວງຫຼາຍ ບໍ່ວ່າຈະເດັກນ້ອຍ, ຜູ້ໃຫຍ່, ໄວໜຸ່ມ ຈົນໄປເຖິງຜູ້ສູງອາຍຸບາງຄົນຈົນເຖິງຂັ້ນບໍ່ຍອມວາງສະມາດທ໌ໂຟນ ຫຼື ຫ່າງອອກຈາກໂລກສື່ສັງຄົມ“ອອນໄລ໌”. ເພາະ“ດີຈີຕອນ” ມັນໄດ້ຊ່ວຍອໍານວຍຄວາມສະດວກສະບາຍຫຼາຍຢ່າງໃນຊີວິດ ແລະ ຍັງສ້າງລາຍໄດ້ໃຫ້ກັບຄົນຍຸກນີ້. ເມື່ອຮູ້ແລ້ວວ່າກຸ່ມລູກຄ້າຢູ່ໃນໂລກ “ອອນໄລ໌” ເປັນສ່ວນຫຼາຍ. ດັ່ງນັ້ນ,​ ເພື່ອຈະໃຫ້ຜູ້ປະກອບມີແຜນການຕະຫຼາດເຮັດໃຫ້ທຸລະກິດຂະຫຍາຍຕົວຢ່າງໝັ້ນຄົງໄດ້ນັ້ນຕ້ອງມີຄວາມເຂົ້າໃຈກັບໂລກ“ດີຈີຕອນ”ຫຼາຍຂຶ້ນ, ຕ້ອງໄດ້“ອັບເດດ”ຮຽນຮູ້ ແລະປັບຕົວຢູ່ຕະຫຼອດເວລາ. ສະນັ້ນ, ວາລະສານທາເກັດສະບັບນີ້ ຈຶ່ງໄດ້ຍົກເອົາ 5 ທ່າອ່ຽງ ຫຼື Trend ໃໝ່ໆຂອງ Digital Marketing ໃນປີ 2019 ທີ່ທຸກຄົນຕ້ອງຮຽນຮູ້ໄວ້ມານໍາສະເໜີ

ກຽມພ້ອມສຳລັບ 5G ກັບຈຸດປ່ຽນຄັ້ງສຳຄັນຂອງໂລກ

“ເທຣນ”ທຳອິດຄື:  5Gແນ່ນອນວ່າ ປີນີ້ ເລື່ອງນີ້ຈະຖືກນຳມາເວົ້າຫຼາຍທີ່ສຸດ ສະນັ້ນ, ຖ້າຄວາມໄວຂອງອິນເຕີເນັດຫຼາຍຂຶ້ນເທົ່າໃດ, ຄວາມໃຈຮ້ອນຂອງຜູ້ບໍລິໂພກກໍຫຼາຍເພີ່ມຂຶ້ນເທົ່ານັ້ນ. ດັ່ງນັ້ນ, ທຸກທຸລະກິດຈະຕ້ອງນຳໃຊ້ນະໂຍບາຍ Brand for Now(ຍີ່ຫໍ້ສິນຄ້າສໍາລັບດຽວນີ້ຕອນນີ້) ຫຼື ຕ້ອງສາມາດເຊື່ອມຕໍ່ກັບຜູ້ບໍລິໂພກຕະຫຼອດ 24 ຊົ່ວໂມງ. ນອກຈາກນີ້, ເມື່ອທຸກຢ່າງມັນໄວຂຶ້ນ ຜູ້ບໍລິໂພກກໍຈະໄດ້ຮັບສື່ທີ່ສັ້ນລົງເລື້ອຍໆ. ດັ່ງນັ້ນ, ການເຮັດສື່ໂຄສະນາໃນຍຸກນີ້ນອກຈາກຕ້ອງເປັນແບບສັ້ນໆແລ້ວ ຕ້ອງເປັນ Short Form ທີ່ອັດແໜ້ນດ້ວຍຄຸນນະພາບຖືກໃຈຜູ້ບໍລິໂພກໃຫ້ໄດ້ ແລະ ເລື່ອງອື່ນໆທີ່ກ່ຽວຂ້ອງກໍຕ້ອງໄວເຊັ່ນ: ການຕອບຄຳຖາມຂອງລູກຄ້າໃນຊ່ອງທາງຕ່າງໆໃຫ້ໄວທັນໃຈ,​ການສົ່ງສິນຄ້າ ທຸກຢ່າງຕ້ອງຂັບເຄື່ອນໃຫ້ໄວທັນໃຈກຸ່ມເປົ້າໝາຍ.

ຖານຂໍ້ມູນ Data ກາຍເປັນເຄື່ອງມືຫຼັກໃນການເຮັດການຕະຫຼາດ

“ເທຣນ”ທີສອງຄື: Data ຍັງເປັນສິ່ງທີ່ຫຼາຍອົງກອນຍົກຂຶ້ນມາເວົ້າຕໍ່ເນື່ອງແຕ່ສິ່ງສຳຄັນກໍຄືຈະນຳເອົາ Data ນັ້ນໄປວິເຄາະນຳໃຊ້ໃຫ້ເກີດປະໂຫຍດຕໍ່ທຸລະກິດໄດ້ແນວໃດ?ບໍ່ວ່າຈະເປັນຮູບແບບຕົວເລກ, ຮູບພາບ,ໄຟຣ໌ສຽງ, ພຶດຕິກໍາອື່ນໆຂອງລູກຄ້າ…. ເຊິ່ງຂໍ້ມູນຫຼວງຫຼາຍນີ້ສາມາດຖືກນໍາມາໃຊ້ໃຫ້ເກີດປະໂຫຍດໃນທຸລະກິດໄດ້ແນ່ນອນ.ເພາະ Data Driven World ຫຼື ໂລກຈະສາມາດຂັບເຄື່ອນດ້ວຍຂໍ້ມູນມັນຈະມີປະໂຫຍດທີ່ສຸດ ເມື່ອຮີບໂຮມຂໍ້ມູນເຫຼົ່ານັ້ນໄດ້ຫຼາຍທີ່ສຸດ ແລະ ຮູ້ວ່າຈະນຳໄປໃຊ້ກ່ຽວກັບຫຍັງ. ດັ່ງນັ້ນ,ຢ່າລືມ ກັບໄປເບິ່ງຂໍ້ມູນຂອງຕົນເອງ ແລະ ນຳມັນມາພັດທະນາເພື່ອໃຊ້ງານໄດ້ຢ່າງມີປະສິດທິພາບ.

Omni Channelຈະບໍ່ໄດ້ຢູ່ພຽງແຕ່ກັບຮ້ານຄ້າ.

Omni Channel Marketing ຫຼາຍຄົນອາດຈະບໍ່ເຄີຍໄດ້ຍິນ ແຕ່ຍຸດທະສາດນີ້ຖືກນຳມາໃຊ້ໃນຫຼາຍອົງກອນຂະໜາດໃຫຍ່ໃນຕ່າງປະເທດ.ເປັນການເຮັດທຸລະກິດທີ່ສາມາດປະສົມປະສານກັບເຕັກໂນໂລຊີໄດ້ເປັນຢ່າງດີເຊື່ອມໂຍງຕະຫຼາດ“ອອນໄລ໌”(Online) ແລະ “ອ໋ອບໄລ໌”(Offline) ທີ່ຮ້ານຄ້າທົ່ວໄປນິຍົມໃຊ້ກັນຫຼາຍໃນປັດຈຸບັນ.ຕົວຢ່າງ:ຮ້ານຄ້າ Amazon Goໃນອາເມຣິກາແມ່ນໄດ້ເອົາເຕັກໂນໂລຊີເຂົ້າມາປະຍຸກໃຊ້ໃຫ້ລູກຄ້າມີຄວາມມ່ວນຊື່ນ ແລະ ມີປະສົບການໃໝ່ໃນການຊື້ສິນຄ້າທີ່ບໍ່ຈໍາເປັນຕ້ອງໃຊ້ເງິນສົດ ແລະ ມີພະນັກງານມາບໍລິການ. Omni Channel ຄືການສາມາດຕິດຕໍ່ສື່ສານກັບລູກຄ້າໃນຫຼາກຫຼາຍຊ່ອງທາງເພື່ອສ້າງປະສົບການດີທີ່ສຸດໃຫ້ກັບລູກຄ້າ ແລະໃນປີນີ້“ເທຣນ” ນີ້ຈະສາມາດກະຈາຍໄປໃນທຸກອຸດສາຫະກຳເຊັ່ນ: ລະບົບທະນາຄານ, ໂທລະຄົມມະນາຄົມ ແລະ ອື່ນໆໃນຊ່ອງທາງ“ອອນໄລ໌” ເຊິ່ງເລື່ອງນີ້ບ້ານເຮົາກໍໄດ້ລິເລີ່ມແລ້ວ ຄືຮ້ານຄ້າທົ່ວໄປບາງຮ້ານກໍບໍ່ຈຳເປັນຕ້ອງໃຊ້ເງິນສົດ ມີລະບົບ“ແອັບ”ຂອງທະນາຄານມາຊ່ວຍໃນການຊໍາລະສິນຄ້າແລ້ວຄືກັນແລະ ຖ້າບໍລິການຈັດການເລື່ອງໄດ້ດີການສ້າງຄວາມຮູ້ສຶກຈົງຮັກພັກດີຕໍ່ຍີ່່ຫໍ້ສິນຄ້າໃຫ້ກັບລູກຄ້າກໍຈະເກີດຂຶ້ນໄດ້ບໍ່ຍາກ.​

Digital Transformationຕ້ອງເລີ່ມຕົ້ນຈາກຜູ້ບໍລິຫານ

“ເທຣນ”ທີສີ່ຄື: ຕໍ່ໄປນີ້ການເຮັດDigital Transformationຈະບໍ່ເຮັດພຽງແຕ່ບາງສ່ວນຂອງອົງກອນເທົ່ານັ້ນ ແຕ່ຕ້ອງເລີ່ມປ່ຽນຕັ້ງແຕ່ປະທານຜູ້ບໍລິຫານໄປເຖິງທຸກຂະແໜງການ. ເນື່ອງຈາກໂລກນີ້ປ່ຽນແປງໄວຫຼາຍ ທິດທາງທຸລະກິດຕ້ອງເນັ້ນການລົງທຶນເລື່ອງ“ດີຈີຕອນ”ໃຫ້ຫຼາຍຂຶ້ນເພາະເປັນສິ່ງທີ່ຈໍາເປັນທີ່ສຸດ.ດັ່ງນັ້ນ,​ ກຸ່ມຜູ້ບໍລິຫານລະດັບສູງຈະຕ້ອງເຂົ້າມາສຶກສາເລື່ອງນີ້ຢ່າງເຖິງຖອງ ເພື່ອຜ່ານຄວາມທ້າຍນີ້ໄປໃຫ້ໄດ້ ນອກຈາກນີ້ ການຊ່ວຍໃຫ້ຄວາມຮູ້ ຫຼື ຄວາມລຶ້ງເຄີຍໃນເລື່ອງ “ດີຈີຕອນ”ໃຫ້ກັບພະນັກງານໃນອົງກອນທຸກຄົນ ກໍເປັນອີກໜຶ່ງວິທີທີ່ເຮັດໃຫ້ອົງກອນໄປສູ່ຍຸກDigital Transformation ໄດ້ຢ່າງສົມບູນແບບ.

AI ແລະ Chatbotຈະເຂົ້າມາມີສ່ວນຮ່ວມຫຼາຍຂຶ້ນ.

“ເທຣນ”ທີຫ້າຄື:AI ແລະ Chatbot ຈະເຂົ້າມາມີສ່ວນຮ່ວມໃນຫຼາກຫຼາຍອຸດສາຫະກໍາບໍ່ໄດ້ມີພຽງແຕ່ການຄ້າຂາຍອີກຕໍ່ໄປ.ການນໍາເອົາເຕັກໂນໂລຊີນີ້ເຂົ້າມາກ່ຽວກັບການຕອບບັນຫາທົ່ວໄປເຊິ່ງມີພະນັກງານບໍ່ພຽງພໍທີ່ຈະຕອບໄດ້ຕະຫຼອດ 24 ຊົ່ວໂມງ. ປັດຈຸບັນ, ບໍລິການດັ່ງກ່າວນັ້ນເລີ່ມຖືກໃຊ້ໃນກຸ່ມCall Center ແລ້ວ ແຕ່ຫຼັງຈາກນີ້ມັນຈະຫຼັ່ງໄຫຼເຂົ້າມາໃນ Social Commerce ແລະ “ເວັບໄຊ໌”E-Commerce ຕ່າງໆ ທີ່ຈະມີຈຳນວນຜູ້ໃຊ້ຫຼາຍຂຶ້ນ ເພື່ອໃຫ້ແກ້ໄຂບັນຫາຕອບຮັບຂໍ້ໍຄວາມຕາມຄວາມຕ້ອງການຂອງຜູ້ບໍລິໂພກໃຫ້ດີຍິ່ງຂຶ້ນ.

Digital Marketing ທີ່ກ່າວມາເທິງນັ້ນ ພົບເຫັນໄດ້ແນ່ນອນໃນປີ 2019 ເຊິ່ງບາງຂໍ້ອາດຈະເລີ່ມມີການປະຍຸກໃຊ້ແລ້ວໃນປີ 2018. ແຕ່ຫຼັງຈາກນີ້ຈະຖືກພັດທະມາໃຊ້ງານຢ່າງຫຼວງຫຼາຍຂຶ້ນ ແລະ ບຸກຄົນ ຫຼື ທຸລະກິດໃດທີ່ບໍ່ໄດ້ນໍາ”ເທຣນ”ເຫຼົ່ານີ້ກໍກຽມຕົວຕົກຍຸກ ແລະ ຈະນຳຄູ່ແຂ່ງທີ່ລົງທຶນໃນເລື່ອງ Digitalໄດ້ຍາກ.

 

5 trends of digital marketing in 2019 that you should know

In this era, the “digital” world has been widely used by people regardless of their age to the point that they cannot put down their smart phones or stay away from “online” social media. “Digital” hugely facilitates life and helps people of this generation making money from customers in the “online” world. Therefore, entrepreneurs in need of a marketing plan to promote their consistent business growth must understand more of the “digital” world. They must always keep themselves updated with new knowledge. In this issue of Target Magazine, we will present to you 5 trends of digital marketing in 2019 that you should know.

Get ready for 5G, the important global turning point

The first “trend” refers to 5G. Certainly, this will be a hot topic for this year. The faster the Internet is, the more impatient customers will be. Therefore, every business must implement the Brand-for-Now policy which stay connected with consumers 24 hours. When everything is faster, consumers will have a tendency of receiving less and less information. Thus, advertisement in this era has to be concise. It can be in a form of a short film filled with quality contents which are attractive to viewers. Other things have to become faster as well. For example, customer response system has to be instant, good delivery has to be prompt based on a target group and so on.

Database is becoming a main tool for marketing

The second “trend” refers to data. Data is another topic of discussion among business organizations. The most important thing is how to analyze data in the way that help benefiting business. Such data can appear in the forms of numbers, images, audio files and customer’s behaviors which can certainly be beneficial for business. The data driven world will be highly useful when we can collect as much as information possible and know how to utilize such data. With that in mind, please do not forget to check out the information you collected to find out which can be improved and effectively used for your business.

Omni channel will no longer rely only on an actual shop

Many people might not be family with the Omni Channel Marketing. However, this approach has been implemented widely by foreign large-scale organizations. This technology allows business to effectively link with both “online” and “offline” markets which are highly popular among shops at the moment. For instance, Amazon Go in the US improvises this technology to create fun cashless and cashier-free shopping experience for customers. Omni Channel enables business to interact with their consumer through various channels aiming to create the best experience for them. This year, the “trend” will be expanded into line of industries, namely banking, telecommunication and so on. In Laos, some shops have already implemented this technology to allow a digital payment via a banking “App.” If businesses are able to well manage this, it would not be too difficult to create customer loyalty upon their brand.

Digital transformation must begin from the top down

The forth “trend” refers to digital transformation which will be done from the top down across every sector. Due to the world’s rapid change, it is extremely necessary for businesses to focus more on “digital” investment. Therefore, group of top directors have to discuss this issue thoroughly in order to overcome this challenge. In addition, educating and familiarizing employees with knowledge about “digital” is another perfect method for digital transformation.

AI and Chatbot will get more involved.

The fifth “trend” refers to AI and Chatbot which will get more involved with various industries, and not only with trade. This technology will help companies with insufficient employees responding to customers 24 hours. Currently, the technology is also used in place of a call center. From now on, it will also be used with social and e-commerce to keep up with tons of inquiries from customers whose number is constantly rising.

The above-mentioned digital marketing can surely be seen in 2019 with some of them already in use in 2018. After this, they will be further developed and applied widely. Individuals or businesses who do not follow these “trends” will lack behind their competitors who invest in digital.

Comments