ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ເພີ່ມຂຶ້ນ 16% ທຽບໃສ່ໄລຍະດຽວກັນຂອງປີ 2018

ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວປະເທດລາວ ໃນ 3 ເດືອນຕົ້ນປີ ມີຈຳນວນ 259.205 ຄົນ, ເຊິ່ງທຽບໃສ່ໄລຍະດຽວກັນຂອງປີ 2018 ແມ່ນເພີ່ມຂຶ້ນ 16%, ຄາດວ່າຈະສາມາດບັນລຸຄາດ ໝາຍທີ່ວາງໄວ້ ບໍ່ຕໍ່າກວ່າ 1 ລ້ານເທື່ອຄົນ. ໃນຂະນະດຽວກັນ 4 ເດືອນຕົ້ນປີ 2019 ມີນັກທ່ອງທ່ຽວເຂົ້າມາລາວ ຫຼາຍກວ່າ 1.062.000 ເທື່ອຄົນ ເທົ່າກັບ 23% ຂອງແຜນການປີ, ຫຼຸດລົງຈາກໄລຍະດຽວກັນຂອງປີ 2018 ປະມານ 0,5%. ລາຍງານໂດຍ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໂອກາດໄຂກອງປະຊຸມ ສະໄໝສາ ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫງຊາດ ນະຄອນຫຼວງວຽງຈັນ.

ທີ່ມາ: ຂ່າວສານປະເທດລາວ.

Comments