ສະບາຍດີ ທ່ານຜູ້ອ່ານທີ່ເຄົາລົບ , ສະບັບນີ້ ຂ້າພະເຈົ້າຮຽກຮ້ອງໃຫ້ຄົນລາວເຮັດວຽກເປັນມືອາຊີບ ເພາະວ່າຜູ້ປະກອບການຄົນລາວຫັນມາຈ້າງຄົນຕ່າງປະເທດມາເປັນຜູ້ຈັດການໃນຕຳແໜ່ງສູງໆຫຼາຍຂຶ້ນ ຈິ່ງເຮັດໃຫ້ຄົນລາວຜູ້ທີ່ມີທັກສະສູງເສຍໂອກາດດີໆໄປ. ຂ້າພະເຈົ້າໄດ້ມີໂອກາດໂອ້ລົມກັບນັກທຸລະກິດແຖວໜ້າໃນດ້ານໂຮງແຮມ, ຮ້ານອາຫານ ແລະ ທ່ອງທ່ຽວ ເພື່ອຢາກຮູ້ວ່າ ເປັນຫຍັງພວກເພິ່ນຈິ່ງຈ້າງຄົນຕ່າງປະເທດມາບໍລິຫານຮ້ານອາຫານ? ພວກເພິ່ນກໍຕອບກັບມາຢ່າງໄວວ່າ “ຈ້າງແລ້ວສະບາຍໃຈ” ຂ້າພະເຈົ້າ ຖາມເຈາະຈິ້ມຕໍ່ໄປອີກວ່າ “ເຖິງແມ່ນຈ້າງຄົນຕ່າງປະເທດແພງກວ່າຄົນເຮົາກໍຕາມບໍ?” ພວກເພິ່ນກໍຕອບກັບມາວ່າ “ແມ່ນ, ເຖິງຈະແພງກວ່າ ແຕ່ກໍກຸ້ມຄ່າກວ່າ ເພາະຄົນຕ່າງປະເທດເຮັດວຽກເປັນແບບມືອາຊີບກວ່າຄົນລາວ ໂດຍສະເພາະແມ່ນຄົນປະເທດໃນເອີຣົບ”. ບາງຄົນອາດຈະຄິດວ່າ ຂ້າພະເຈົ້າບໍ່ຄວນເອົາຄຳຕອບພຽງແຕ່ຈາກສອງສາມຄົນແລ້ວມາຕັດສິນຄົນທັງປະເທດ ຍ້ອນຄົນເອີຣົບເຮັດວຽກດີ ກໍເພາະພວກເຂົາໄດ້ເງິນເດືອນສູງກວ່າຄົນລາວແມ່ນບໍ? ແຕ່ແທນທີ່ຄົນລາວເຮົາຈະຕື່ນຈາກຝັນວ່າ ກ່ອນທີ່ຈະຮຽກຮ້ອງເງິນເດືອນສູງໆຂຶ້ນຈາກນາຍຈ້າງນັ້ນ ເຮົາຄວນຈະມາພັດທະນາສີມື ເພື່ອໃຫ້ສົມກັບຄ່າຈ້າງທີ່ແພງໆນັ້ນສາກ່ອນ ເພາະເຖິງຢ່າງໃດ ບໍ່ແມ່ນຂ້າພະເຈົ້າຕອບແທນຜູ້ປະກອບການ ຍ້ອນຄົນລາວກໍລ້ວນແຕ່ຢາກຊ່ວຍເຫຼືອຄົນລາວດ້ວຍກັນ ແລະ ໃຫ້ໂອກາດກັນຢູ່ແລ້ວ ເພາະຖ້າຈ້າງຄົນຕ່າງປະເທດ ນອກຈາກຈະແພງແລ້ວ ຍັງຕ້ອງມາຫຍຸ້ງຍາກເລື່ອງທີ່ພັກ ແລະ ອື່ນໆອີກແມ່ນບໍ? ແຕ່ທຸລະກິດ ກໍຄືທຸກລະກິດ ຜົນປະກອບການແມ່ນສຳຄັນກວ່າ. ຂໍອະນຸຍາດກັບເຂົ້າມາສູ່ເນື້ອໃນໃຈຄວາມດີກວ່າເນາະ ແລ້ວຈະເຮັດວຽກແບບໃດ ຈິ່ງຈະຖືວ່າເປັນມືອາຊີບທີ່ຖືກໃຈນາຍຈ້າງ?. ຄຳຕອບທີ່ຂ້າພະເຈົ້າໄດ້ຈາກນັກທຸລະກິດແຖວໜ້າຂອງປະເທດລາວ ກໍຄື ຄວາມຮັບຜິດຊອບສູງ ຫຼື Commitment ໝາຍເຖິງເວລາມອບວຽກໃຫ້ແລ້ວ ກໍສະບາຍຫາຍຫ່ວງ ບໍ່ແມ່ນຕ້ອງຕາມຖາມຕາມຈີ້ເອົາຄືດັ່ງເຮົາເຫັນ, ເພາະຄົນຕ່າງປະເທດນີ້ ຖ້າໄປຕາມວຽກນຳພວກເຂົາຫຼາຍ ເຂົາກໍຈະບໍ່ພໍໃຈ ເພາະນັ້ນຖືເປັນການດູຖູກ ...
Read More »Author Archives: Paeng KC
ກໍາແໜ້ນແຜນງົບປະມານແຫ່ງລັດ ແລະ ຄາດໝາຍສູ້ຊົນດ້ານເງິນຕາໃນປີ 2019
ສືບຕໍ່ຈາກສະບັບກ່ອນ; ສະບັບນີ້ຂໍນໍາສະເໜີບົດລາຍງານລວມຂອງລັດຖະບານໃນແຜນງົບປະມານແຫ່ງລັດ ແລະ ຄາດໝາຍສູ້ຊົນດ້ານເງິນຕາໃນປີ 2019 ເຊິ່ງມີບາງຈຸດດັ່ງລຸ່ມນີ້: ຄາດໝາຍແຜນງົບປະມານແຫ່ງລັດປີ 2019 4.1. ຄາດໝາຍລາຍຮັບ: ລາຍຮັບງົບປະມານ ລວມທັງໝົດປີ 2019 ມີຈໍານວນ 26.305,29 ຕື້ກີບ, ທຽບໃສ່ແຜນປີ 2018 ແມ່ນເພີ່ມຂຶ້ນ 3,35%, ຖ້າທຽບໃສ່ຄາດຄະເນປະຕິບັດປີ 2018 ເພີ່ມຂຶ້ນ 3,17%, ໃນນີ້; ລາຍຮັບຈາກການຊ່ວຍເຫຼືອລ້າ; 2.065,29 ຕື້ກີບ, ຫຼຸດລົງ 24,95% ທຽບໃສ່ແຜນປີ 2018 ແລະ ລາຍຮັບພາຍໃນ: 24.240,00 ຕື້ກີບ, ທຽບໃສ່ແຜນ 2018 ເພີ່ມຂຶ້ນ 6,78%, ທຽບໃສ່ຄາດຄະເນປະຕິບັດປີ 2018 ເພີ່ມຂຶ້ນ 8,11%. ແຜນລາຍຮັບສູນກາງ ແລະ ທ້ອງຖິ່ນ + ລາຍຮັບສູນກາງ ທັງໝົດ: 21.257,53 ຕື້ກີບ, ໃນນັ້ນ. ລາຍຮັບພາຍໃນ 19.192,24 ຕື້ກີບ. ລາຍຮັບຈາກການຊ່ວຍເຫຼືອລ້າ 2.065,29 ຕື້ກີບ. + ...
Read More »ລາວ-ອັງກິດ ເຊັນສັນຍາຮ່ວມມື ເປີດໂຮງຮຽນ Pingu’s English Laos
ວັນທີ 12 ມິຖຸນາ 2019, ທີ່ລອນດອນ, ປະເທດອັງກິດ ໄດ້ຈັດພິທີເຊັນສັນຍາຮ່ວມມື ເປີດໂຮງຮຽນ Pingu’s English In Laos ລະຫວ່າງ ກຸ່ມບໍລິສັດລິນກົວໂຟນ (Linguaphone Group) ສະຫະຣາຊະອານາຈັກອັງກິດ ແລະ ບໍລິສັດ K&C Group Sole Co.,LTDປະເທດລາວ. ຝ່າຍລາວລົງນາມໂດຍ ທ່ານ ນາງ ເກດສະຫັວນ ປັນຍາທິບ ອຳນວຍການບໍລິສັດ K&C Group ສຳລັບຝ່າຍອັງກິດລົງນາມໂດຍ ທ່ານ Derek Price, ປະທານບໍລິສັດ Linguaphone Group. ການເຊັນສັນຍາຮ່ວມມືເປີດໂຮງຮຽນ Pingu’s English In Laos ຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍທ່ານ Rt. Hon Ed Vaizey M.P ທູດການຄ້າອັງກິດ ປະຈຳລາວ, ກຳປູເຈຍ ແລະ ຫວຽດນາມ, ທ່ານ ພົງສະຫວັນ ສີສຸລາດ ເອກອັກຄະລັດຖະທູດລາວ ...
Read More »ສປປ ລາວ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຄວາມສໍາຄັນທາງຍຸດທະສາດ ຕໍ່ກັນຢ່າງຍິ່ງໃນທຸກດ້ານ
ຂຶ້ນປົກສະບັບເດືອນນີ້ໄດ້ຮັບກຽດສໍາພາດທ່ານກຽດຕິຄຸນຊາດປະເສີດເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈໍາສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງໄທ-ລາວໂດຍສະເພາະແມ່ນການພົວພັນທາງດ້ານການທູດຂອງສອງປະເທດຊຶ່ງໃນປີ 2020 ແມ່ນຈະຄົບຮອບ 70 ປີ, ພ້ອມທັງສະເໜີໃຫ້ຊາບເຖິງວິໄສທັດຂອງສອງລັດຖະບານກ່ຽວກັບການພົວພັນທາງດ້ານການຄ້າ. ການພົວພັນມິດຕະພາບແລະການຮ່ວມມືໄທ–ລາວມີບາດກ້າວຂະຫຍາຍຕົວແນວໃດ?. ນະໂຍບາຍການທູດຣາຊະອານາຈັກໄທໄດ້ວາງວິໄສທັດແນວໃດແດ່ໃນການພົວພັນສອງຝ່າຍ? ຜ່ານມາທາງລັດຖະບານໄທໃຫ້ການຊ່ວຍເຫຼືອດ້ານໃດແດ່ແກ່ລັດຖະບານສປປລາວ? ປະເທດເພື່ອນບ້ານ ແລະ ອາຊຽນເປັນຫົວໃຈຫຼັກຂອງນະໂຍບາຍການທູດຂອງໄທ, ປະເທດໄທ ແລະ ສປປລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສໍາຄັນທາງຍຸດທະສາດຕໍ່ກັນຢ່າງຍິ່ງໃນທຸກດ້ານ. ການພົວພັນໄທ-ລາວມີລັກສະນະພິເສດທີ່ໃກ້ສິດກັນແບບເຄືອຍາດປະຊາຊົນສອງປະເທດມີວິຖີຊີວິດ ແລະ ວັດທະນະທໍາທີ່ໃກ້ຄຽງກັນການພົວພັນລະຫວ່າງປະຊາຊົນທີ່ມີຄວາມເຂົ້າໃຈທີ່ດີຕໍ່ກັນຈຶ່ງເປັນຮາກຖານທີ່ສໍາຄັນຂອງການພົວພັນລະຫວ່າງສອງປະເທດ. ປັດຈຸບັນການພົວພັນຂອງທັງສອງປະເທດແມ່ນຢູ່ໃນລະດັບທີ່ດີຕະຫຼອດ ໄລຍະຫຼາຍປີຜ່ານມາສອງປະເທດໄດ້ເສີມຂະຫຍາຍການຮ່ວມມືລະຫວ່າງກັນໃນທຸກໆດ້ານເຫດການປະຫວັດສາດຕ່າງໆຖືໄດ້ວ່າເປັນການເປີດສັງກາດໃໝ່ຂອງການພົວພັນທາງການທູດໄທ-ລາວ ຂອງຍຸກປັດຈຸບັນຄືການສະເດັດຢ້ຽມຢາມ ສປປລາວ ຂອງພຣະບາດສົມເດັດພຣະເຈົ້າຢູ່ຫົວຣາຊະການທີ 9 ໃນປີ 1994 ເພື່ອເປັນປະທານເປີດຂົວມິດຕະພາບໄທ-ລາວແຫ່ງທໍາອິດຮ່ວມກັບ ພະນະທ່ານ ໜູຮັກ ພູມສະຫວັນປະທານປະເທດ ແຫ່ງສປປລາວ ແລະ ເປີດໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22) ທີ່ມຸ່ງເນັ້ນການຮ່ວມມືດ້ານວິຊາການແລະ ການຖ່າຍທອດເຕັກໂນໂລຊີໂດຍຄໍານຶງເຖິງສະພາບແວດລ້ອມ ແລະ ພູມປະເທດ ແລະ ເປັນໂຄງການສາທິດການພັດທະນາດ້ານການກະເສດທີ່ສາມາດຊ່ວຍສົ່ງເສີມການຫາລ້ຽງກຸ້ມຕົນເອງ ແລະ ຍົກລະດັບຊີວິດຄວາມເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ເມື່ອຫວນຄືນເຖິງວິໄສທັດ ແລະ ນະໂຍບາຍໃນການພັດທະນາປະເທດຢ່າງຍືນຍົງລວມເຖິງສັກກະຍະພາບຂອງສອງປະເທດ ແລະໃນໂອກາດທີ່ການພົວພັນທາງການທູດໄທ-ລາວຈະຄົບຮອບ 70 ປີໃນປີ 2020 ຈະມາເຖິງນີ້ລັດຖະບານໄທພ້ອມທີ່ຈະສະໜັບສະໜູນການຂັບເຄື່ອນນະໂຍບາຍຂອງສປປລາວ ທີ່ກໍານົດເປົ້າໝາຍໃຫ້ຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາໃຫ້ເປັນແຫຼ່ງຜະລິດພະລັງງານໄຟຟ້າແຫ່ງພາກພື້ນອາຊີ ...
Read More »ກວດພົບ ພະນັກງານລັດສໍ້ລາດບັງຫຼວງ 970 ລາຍ ເສຍຫາຍ 999 ຕື້ກີບ, 67 ລ້ານກ່ວາ ໂດລາ (ມີຄລິບ)
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍໆບັນຫາໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ພ້ອມຍົກໃຫ້ເຫັນບັນຫາສໍ້ລາດບັງຫຼວງ ໂດຍທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ ໃນປີ 2018 ຜ່ານມາ ອົງການກວດກາລັດຖະບານໄດ້ດຳເນີນການຕິດຕາມກວດກາ ສະເພາະ 1213 ເປົ້າໝາຍ ກວດກາປົກກະຕິ 408 ເປົ້າໝາຍ ກວດກາຕາມຄຳສັ່ງ 129 ເປົ້າໝາຍ ກວດກາຕາມຜົນຂອງການກວດສອບ 545 ເປົ້າໝາຍ ກວດກາການລົງທຶນຂອງລັດ 131 ເປົ້າໝາຍ ພົບເຫັນຜົນເສຍຫາຍທັງໝົດ 999 ຕື້ກີບ, 67 ລ້ານກ່ວາ ໂດລາ ເກັບກູ້ຄືນມາໄດ້ 26.5 ຕື້ກີບ ກັບ 17 ລ້ານໂດລາ ຜ່ານການຕິດຕາມກວດກາກວດພົບເຫັນຜູ້ມີພຶດຕິກຳສໍ້ລາດບັງຫຼວງທັງໝົດ 1285 ລາຍ ໃນນັ້ນມີພະນັກງານລັດທັງໝົດ 970 ລາຍ, ຜູ້ປະກອບການ 315 ລາຍ ກຳລັງດຳເນີນມາດຕະການຕາມລະບຽບກົດໝາຍຕໍ່ໄປ ພະນັກງານລັດຖືກລົງວິໄນແລ້ວ 849 ລາຍ, ດຳເນີນການສືບສວນ ສອບສວນ 153 ...
Read More »ລັດຖະມົນຕີ ກະຊວງການຕ່າງປະເທດ ຕີມໍ ເລສເຕ ຕີລາຄາສູງຕໍ່ ສປປ ລາວ…
ລັດຖະມົນຕີ ກະຊວງການຕ່າງປະເທດ ຕີມໍ ຕີລາຄາສູງຕໍ່ ສປປ ລາວ ໃນການສະໜັບສະໜູນ ເຂົ້າເປັນສະມາຊິກອາຊຽນຂອງ ຕີມໍ ເລສເຕ ທ່ານ ດິໂອນິຊິໂອ ດາ ຄອສຕາ ບາໂບ ໂຊອາເຣສ ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືຕີມໍ-ເລສເຕ ໄດ້ຕາງໜ້າໃຫ້ລັດຖະບານ ຕີມໍ ເລສເຕ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອປຶກສາຫາລື ການສະໝັກເຂົ້າເປັນສະມາຊິກອາຊຽນ ຂອງ ຕີມໍ ເລສເຕ ໃນໄລຍະຜ່ານມາ, ພ້ອມສະແດງຄວາມຍິນດີ ຕໍ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ທີ່ມາ: ຂ່າວສານປະເທດລາວ
Read More »ຈັດຕັ້ງປະຕິບັດມາດຕະການ ສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ
“ການຈັດຕັ້ງປະຕິບັດມາດຕະການ ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ, ເປັນຕົ້ນ ຮັກສາອັດຕາເງິນເຟີ້ສະເລ່ຍໃນລະດັບ 1,5% ຊຶ່ງຢູ່ໃນຂອບສະພາແຫ່ງຊາດຮັບຮອງໝົດປີບໍ່ເກີນ 5%, ຮັກສາປະລິມານເງິນ M2 ຢູ່ໃນລະດັບ 9% ຊຶ່ງສະພາແຫ່ງຊາດຮັບຮອງສະເລ່ຍບໍ່ເກີນ 20%, ຮັກສາຄ່າເງິນກີບຢູ່ໃນກອບເໜັງຕີງບໍ່ເກີນ +5% ຕາມມະຕິສະພາແຫ່ງຊາດກຳນົດ, ຄຸ້ມຄອງສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານທຸລະກິດ ແລະ ຕະຫຼາດ ສຳລັບເງິນກີບ ທຽບໃສ່ເງິນໂດລາສະຫະລັດ ສະເລ່ຍຢູ່ໃນລະດັບ 1,7% ແລະ ເງິນກີບ ທຽບໃສ່ເງິນບາດ ສະເລ່ຍຢູ່ໃນລະດັບ 0,4% ຊຶ່ງເປັນອັດຕາທີ່ບໍ່ຕ່າງກັນຫຼາຍ“ ນອກຈາກນີ້, ລັດຖະບານກໍມີຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານທີ່ກຳນົດໃນມາດຕະການນີ້ ເປັນຕົ້ນການສົ່ງເສີມການຊຳລະສະສາງຜ່ານລະບົບທະນາຄານ,ການປັບປຸງໂຄງສ້າງລາຄານໍ້າມັນ (ຕັດຕົ້ນທຶນທີ່ພາໃຫ້ລາຄານໍ້າມັນສູງຂຶ້ນ), ການສົ່ງເສີມການໃຊ້ພະລັງງານທົດແທນ-ສົ່ງເສີມການນຳໃຊ້ລົດໄຟຟ້າໂດຍກຳນົດນະໂຍບາຍຫຼຸດຜ່ອນພາສີນຳເຂົ້າ, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າ ແລະອື່ນໆ. ລັດຖະບານຈະເພີ່ມຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດບາງວຽກທີ່ກຳນົດໃນມາດຕະການກ່ຽວກັບການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍການເງິນເປັນຕົ້ນ ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອອຳນວຍຄວາມສະດວກ, ຊຸກຍູ້ ແລະ ຊ່ວຍເຫຼືອ ເພື່ອການຊຳລະສະສາງ; ການພັດທະນາຕະຫຼາດທຶນ ແລະ ຊຸກຍູ້ຕະຫຼາດຫຼັກຊັບ; ການຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການຜະລິດສິນຄ້າ. ທ່ານ ທອງລຸນ ສີສຸລິດ ...
Read More »ທົ່ວປະເທດ ມີຜູ້ຕິດເຊື້ອໄຂຍຸງລາຍ 4 ພັນກວ່າ ກໍລະນີ ເສຍຊີວິດ 14 ກໍລະນີ
6 ເດືອນຕົ້ນປີ 2019, ທົ່ວປະເທດ ມີຜູ້ຕິດເຊື້ອໄຂຍຸງລາຍ 4.527 ກໍລະນີ, ເສຍຊີວິດ 14 ກໍລະນີ. ໃນນັ້ນ, ແຂວງ ທີ່ຕິດເຊື້ອຫຼາຍກວ່າໝູ່ ແມ່ນແຂວງ ຈຳປາສັກ 1.549 ກໍລະນີ, ເສຍຊີວິດ 3 ກໍລະນີ, ແຂວງ ສະຫວັນນະເຂດ 719 ກໍລະນີ, ເສຍຊີວິດ 3 ກໍລະນີ, ນະຄອນຫຼວງວຽງຈັນ 718 ກໍລະນີ, ເສຍຊີວິດ 5 ກໍລະນີ, ແຂວງ ອັດຕະປື 466 ກໍລະນີ, ຫຼວງນ້ຳທາ 266 ກໍລະນີ, ຄຳມ່ວນ 234 ກໍລະນີ, ສາລະວັນ 244 ກໍລະນີ, ເສຍຊີວິດ 2 ກໍລະນີ, ບໍລິຄຳໄຊ 135 ກໍລະນີ, ເສຍຊີວິດ 1 ກໍລະນີ, ຖັດລົງມາແມ່ນ ແຂວງເຊກອງ, ວຽງຈັນ, ຫລວງພະບາງ, ໄຊຍະບູລີ, ...
Read More »Wear Space ຜູ້ຊ່ວຍໃໝ່ ເພີ່ມສະມາທິໃຫ້ກັບຄົນເຮັດວຽກ…
ສັງຄົມໂລກໃນປັດຈຸບັນມີການພັດທະນາຢ່າງບໍ່ຢຸດຢັ້ງ ເຮັດໃຫ້ພຶດຕິກໍາຂອງຄົນເຮົາກໍປ່ຽນໄປຕາມການພັດທະນາຂອງໂລກ ເຊັ່ນ: ພຶດຕິກໍາການໃຊ້ຊີວິດ, ການເຂົ້າສັງຄົມ ລວມໄປເຖິງພຶດຕິກໍາໃນການເຮັດວຽກທີ່ແຕກຕ່າງໄປຈາກເມື່ອກ່ອນ. ເພາະປັດຈຸບັນຄົນເຮັດວຽກມັກໃນຄວາມເປັນອິດສະຫຼະຫຼາຍຂຶ້ນ, ຫ້ອງການຖືກອອກແບບໃຫ້ມີຄວາມໂລ່ງສະບາຍຫຼາຍຂຶ້ນ ຫຼືຢາກເຮັດວຽກແບບບໍ່ຕ້ອງມີຫ້ອງການເປັນຂອງຕົວເອງຍັງໄດ້ ເຊັ່ນ ຕາມຮ້ານກາເຟ, ຮ້ານອາຫານ ແລະອື່ນໆ ໂດຍສະເພາະເທຣນຂອງ Co-Working Space ທີ່ເປັນສັງຄົມການເຮັດວຽກຂອງຄົນຍຸກໃໝ່ທີ່ໃຜໆກໍມານັ່ງເຮັດວຽກໄດ້, ເຮັດໃຫ້ການເຮັດວຽກແບບມີໂຕະປະຈໍາເປັນຂອງຕົວເອງ ເລີ່ມຈາງໄປເລີຍ. ແຕ່ຂໍ້ເສຍຂອງການເຮັດວຽກໃນ Office ທີ່ບໍ່ເປັນການສ່ວນຕົວຈະເຮັດໃຫ້ສຽງ ແລະ ຮູບຈາກຜູ້ຮ່ວມເຮັດວຽກຄົນອື່ນໆທີ່ເກີດຂຶ້ນ ຈົນເຂົ້າໄປຫຼຸດສະມາທິການເຮັດວຽກຂອງບາງຄົນໄດ້… ແລະ ຍ້ອນໂລກມີການພັດທະນາຢ່າງບໍ່ຢຸດຢັ້ງ ເຕັກໂນໂລຊີ ກໍຕ້ອງພັດທະນາໃຫ້ທັນກັບການປ່ຽນແປງຂອງຄົນເຊັ່ນກັນ. Future Life Factory ສະຕູດີໂອອອກແບບ ຂອງບໍລິສັດທີ່ມີຊື່ສຽງຈາກ ປະເທດຍີ່ປຸ່ນ Panasonic, ຮ່ວມມືກັບ Designer Kunihiko Morinaga ຮ່ວມກັນຄິດຄົ້ນ “Wear Space” ອຸປະກອນທີ່ຈະເຂົ້າມາຊ່ວຍເພີ່ມສະມາທິໃຫ້ກັບຄົນເຮັດວຽກ ດ້ວຍການໃຊ້ເຕັກໂນໂລຊີຕັດສຽງລົບກວນ ຫຼື Noise-Cancelling Technology. ຜູ້ຊ່ວຍຕົວນີ້ຈະຊ່ວຍເຮັດໃຫ້ຜູ້ໃຊ້ເບິ່ງເຫັນສະເພາະສິ່ງທີ່ຢູ່ຕໍ່ໜ້າເທົ່ານັ້ນ ຫຼືບໍ່ສາມາດເຫັນສິ່ງທີ່ຢູ່ອ້ອມຂ້າງໄດ້ນັ້ນເອງ. ສໍາລັບ Wear Space ຖືກອອກແບບມາໃນລັກສະນະໂຄ້ງ ແລະຍືດຫົດໄດ້ດີ ເພື່ອໃຫ້ສາມາດຢືດອ້ອມຫົວຂອງຜູ້ໃຊ້ໄດ້. ລະດັບການເບິ່ງເຫັນຂອງຜູ້ໃຊ້ສາມາດປັບໄດ້ຕາມການຂະຫຍາຍອອກ ຫຼືຫຸບເຂົ້າຂອງອຸປະກອນເຊິ່ງຂຶ້ນຢູ່ກັບລະດັບສະມາທິຂອງຜູ້ທີ່ຕ້ອງການໃຊ້. ນອກຈາກນີ້ ພາຍໃນແຖບໂຄ້ງຂອງ ...
Read More »ມາເບິ່ງ!!!! ສາເຫດຂອງການອອກໃບຕາດິນຊໍ້າຊ້ອນ….
ຖືເປັນສິ່ງທີ່ຕິດພັນກັບການດໍາລົງຊີວິດ ພົວພັນກັບການເປັນຢູ່ຂອງປະຊາຊົນທຸກຄົນທີ່ໜ້າຕິດຕາມ ແລະ ໄດ້ຮັບຄວາມສົນໃຈຫຼາຍຈາກມວນຊົນ ໂດຍສະເພາະການອອກໃບທະບຽນທີ່ດິນຊໍ້າຊ້ອນ ມີຄຳຖາມອອກມາຫຼວງຫຼາຍຈົນຫຼາຍຄົນໄດ້ຖົກຖຽງກັນຍ້ອນເກີດຂຶ້ນຊຳເຮື້ອມາດົນ.ຕໍ່ກັບບັນຫາດັ່ງກ່າວ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດສຸດທີ VIII ຄັ້ງວັນທີ 10 ມິຖຸນາ 2019 ວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການອອກໃບຕາດິນຊໍ້າຊ້ອນ ສັງລວມໄດ້ ດັ່ງນີ້: 1. ກວດກາ ແລະ ການເກັບຂໍ້ມູນທີ່ດິນ ບໍ່ຊັດເຈນ. 2 ການເກັບກໍາຂໍ້ມູນເອກະສານທີ່ພົວພັນກັບທີ່ດິນ ຍັງບໍ່ເປັນລະບົບ. 3 ການອອກໃບຕາດິນ ບໍ່ປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ເປັນຕົ້ນ ມາດຕາ 49, 50 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2003. ການອອກໃບຕາດິນ ບາງກໍລະນີ ບໍ່ມີການກວດກາພິສູດຫຼັກຖານໃຫ້ແນ່ນອນ ຊຶ່ງເປັນສາເຫດໜຶ່ງ ທີ່ພາໃຫ້ມີການນໍາເອົາເອກະສານທີ່ດິນ ໄປອອກໃບຕາດິນຊໍ້າຊ້ອນ. 4 ຍັງບໍ່ມີເຄື່ອງມືທີ່ທັນສະໄໝ ໃນການສໍາຫຼວດ, ວັດແທກ ແລະ ອອກໃບຕາດິນ. ...
Read More »