Author Archives: Paeng KC

ຜູ້ນຳ ສ.ອາເມລິກາ ພົບປະກັບຜູ້ນຳ ສປປ ເກົາຫລີ ຄັ້ງທີ 3

ອ້າງຕາມແຫຼງຂ່າວ ເຊອຸນ, ວັນທີ 30 ມິຖຸນາ, ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ພົບປະກັບ ທ່ານຄືມຈອງອຶນ ຜູ້ນຳສູງສຸດ ສປປ ເກົາຫລີ ຢູ່ເຂດປອດທະຫານລະຫວ່າງ ຊາຍແດນຂອງ ສອງເກົາຫລີ ເປັນຄັ້ງທີ 3 ລະຫວ່າງ ຜູ້ນຳ ສ.ອາເມລິກາ ແລະ ສປປ ເກົາຫລີ. ຄາດວ່າ ສອງຝ່າຍ ຈະມີການຟື້ນຟູການ ເຈລະຈາ ໂຄງການນີວ ເຄຼຍອີກຄັ້ງ. ການພົບປະຄັ້ງນີ້, ທ່ານ ໂດນັນທຣຳ ໄດ້ເຊື້ອເຊີນ ທ່ານຜູ້ນຳ ສປປ ເກົາຫລີ ໄປຢ້ຽມຢາມ ປະເທດອາເມລິກາ. ຂະນະດຽວກັນນັ້ນ, ທ່ານໂດນັນທຣຳ, ທ່ານຄີມຈອງອຶນ ແລະ ປະທານາທິບໍດີ ສ.ເກົາຫລີ ໄດ້ພົບປະສົນທະນາກັນ ແລະ ເປັນການພົບປະທ່ີ ບໍ່ໄດ້ຄາດໝາຍໄວ້. ນອກຈາກນັ້ນ ທ່ານໂດນັນທຣຳ ແລະ ທ່ານ ຄີມຈອງອຶນ ໄດ້ປຶກສາຫາລືກັນຢ່າງບໍ່ເປັນທາງການ. ທີ່ມາ: ຂ່າວສານປະເທດລາວ

Read More »

ເຈົ້າໜ້າທີ່ຄຸ້ມຄອງສື່ມວນຊົນຮຽກຮ້ອງ ສື່ສັງຄົມອອນລາຍ ມາລົງທະບຽນ ຢ່າງຖືກຕ້ອງຕາມກົດໝາຍ

ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ໄດ້ແຈ້ງໃຫ້ຊາບວ່າ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ທີ່ຈະເຄື່ອນໄຫວສະໜອງ, ເຜີຍແຜ່, ໂຄສະນາຂໍ້ມູນຂ່າວສານດ້ານຕ່າງໆ ຫຼື ເອີ້ນວ່າການເຄື່ອນໄຫວວຽກງານສື່ມວນຊົນ ໃຫ້ແກ່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຜ່ານພາຫະນະສື່ມວນຊົນທຸກປະເພດ ລວມທັງສື່ອອນລາຍທຸກປະເພດ ຕ້ອງໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງສື່ມວນຊົນຈຶ່ງເຄື່ອນໄຫວໄດ້. ຕໍ່ວຽກງານສື່ມວນຊົນນີ້, ລັດຖະບານ ແຫ່ງ ສປປ ລາວ ຄຸ້ມຄອງສື່ມວນຊົນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງ ຖວທ (ເຊິ່ງມີກົມສື່ມວນຊົນເປັນເສນາທິການ) ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ຂະແໜງອື່ນ ແລະ ອົງການປົກຄອງທ້ອງຖິ່ນ. ໃນວັນທີ 27 ມິຖຸນາ 2019 ຜ່ານມານີ້, ສໍານັກຂ່າວສານປະເທດລາວ ໄດ້ອອກຂ່າວກ່ຽວກັບ ເຈົ້າໜ້າທີ່ກົມປະຊາສໍາພັນ, ຫ້ອງການສໍານັກງານນາຍົກລັດຖະມົນຕີ ແຈ້ງໃຫ້ຊາບວ່າ: ໜ້າຂ່າວອອນລາຍໃນເຟດສບຸກ (Facebook) ທີ່ໃສ່ນາມຕົນເອງວ່າ “Support Prime Minister Thongloun Sisoulith” ແມ່ນບໍ່ມີສ່ວນກ່ຽວຂ້ອງກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ...

Read More »

ຍັງອີກ 2 ມື້ເທົ່ານັ້ນ!!! ແຕ່ຍັງມີພາຫະນະຫຼາຍກວ່າ 7 ແສນຄັນບໍ່ທັນໄດ້ເສຍຄ່າທຳນຽມທາງ

ລັດຖະບານ ໄດ້ກຳນົດການເສຍຄ່າທຳນຽມທາງໃນປີນີ້ຈະສິ້ນສຸດ ໃນວັນທີ 30 ມິຖຸນາ 2019 ນີ້ ຄືຍັງອີກ 2 ມື້ເທົ່ານັ້ນ.  ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຮ່ວມກັບສ່ວຍສາອາກອນ, ທະນາຄານການຄ້າຕ່າງປະເທດລາວ ມາຫາຊົນ ແລະ ພາກສ່ວນກ່ຽວຂ້ອງເລີ່ມທົດລອງຕັ້ງດ່ານກວດພາຫະນະທີ່ບໍ່ເສຍຄ່າທໍານຽມທາງແລ້ວ ຜ່ານການກວດກາໃນໄລນະເບື້ອງຕົ້ນ ຍັງມີພາຫະນະຫຼາຍກວ່າ 7 ແສນຄັນບໍ່ທັນໄດ້ເສຍຄ່າທຳນຽມທາງ. ດັ່ງນັ້ນ, ຖ້າຫາກວ່າລົດຂອງທ່ານຍັງບໍ່ທັນເສຍຄ່າທຳນຽມທາງ ໃຫ້ຮີບຮ້ອນເຂົ້າໄປພົວພັນກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອປະຕິບັດຕາມແຈ້ງການດັ່ງກ່າວ. ຖ້າລົດຂອງທ່ານມີເອກະສານຖືກຕ້ອງ ແລະ ເສຍຄ່າທຳນຽມທາງແລ້ວ ການເດີນທາງຂອງທ່ານຈະສະດວກສະບາຍຂຶ້ນ ແລະ ຮຽກຮ້ອງໃຫ້ບັນດາທ່ານທີ່ຍັງບໍ່ທັນໄດ້ໄປເສຍຄ່າທຳນຽມທາງ ຈົ່ງສະຫຼະເວລາໃນການເຮັດທຸລະກິດສ່ວນຕົວ ແລະ ສ່ວນລວມໄປຈ່າຍຕາມເວລາທາງລັດຖະການ.

Read More »

ພາບຈຳລອງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ- ບຶງການ

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບຶງການ-ປາກຊັນ (Lao-Thai Friendship bridge) ໂຄງການເລີ່ມຕົ້ນປີ 2011 ໂດຍເຊື່ອມຕໍ່ທາງຫຼວງເລກທີ 13ໃຕ້ ທີ່ບ້ານກ້ວຍ ເມືອງປາກຊັນ ແຂວງບໍລິຄຳໄຊ ກັບ ທາງຫຼວງເລກທີ 212 ບ້ານ ດອນຍົມ ຕຳບົນ ໄຄສີ ອຳເພີ ບຶງການ ຈັງຫວັດບຶງການ ເຊີ່ງສອດຄ່ອງກັບແຜນພັດທະນາເສັ້ນທາງຫຼວງ ຂອງລາວທີ່ຈະກໍ່ສ້າງເສັ້ນທາງເວັ້ນ ເມືອງປາກຊັນດ້ານທິດຕາເວັນອອກ. -ຂົວມີຄວາມຍາວ 1,35 km ວັດຖຸກໍ່ສ້າງແມ່ນໃຊ້ຄອນກຣີດອັດແຮງ ເລີ່ມກໍ່ສ້າງປີ2019 ມາຮອດວັນທີ 14 ມິຖຸນາ 2019 ທີ່ແຂວງບືງການ ປະເທດໄທ. ຄະນະຜູ້ແທນຝ່າຍ ລາວ ນໍາໂດຍ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົ່ນສົ່ງ, ເຈົ້າແຂວງໆ ບໍລິຄຳໄຊ ພ້ອມຄະນະ ວິຊາການເຂົ້າຮ່ວມ ແລະ ຄະນະຝ່າຍໄທ ນຳໂດຍທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມແຫ່ງຣາຊະນາຈັກໄທ, ...

Read More »

ມາເບິ່ງ!!! 6 ພຶດຕິກຳ ທີ່ເຮັດໃຫ້ ເຮັດວຽກ ບໍ່ກ້າວໜ້າ.

ມັກວິພາກວິຈານ (ເວົ້າແຕ່ບໍ່ເຮັດ): ຫຼາຍຄົນມັກເປັນປະເພດວິຈານດີເດັ່ນ ມັກອອກຄໍາຄິດເຫັນ ແບບມີແຕ່ເວົ້າ ແຕ່ບໍ່ມີຜົນງານອອກມາໃຫ້ເຫັນ ນິດໄສແບບນີ້ບໍ່ດີຕໍ່ການພັດທະນາຕົວເອງ ຖ້າຫາກທ່ານຢາກກ້າວໜ້າໃນວຽກງານກໍຕ້ອງໝັ່ນຄິດໃຫ້ຫຼາຍແລ້ວລົງມືເຮັດທັນທີ. 2. ເຮັດວຽກແບບເກົ່າໆຊໍ້າໆ: ພະນັກງານປະຈໍາຫຼາຍໆຄົນທີ່ໄດ້ຮັບໜ້າທີ່ມອບໝາຍແບບເກົ່າໆຊໍ້າກັນຈົນລຶ້ງເຄີຍ ບາງຄົນ 5 ປີແລ້ວເຮັດແບບໃດ ປັດຈຸບັນກໍຍັງເຮັດແບບນັ້ນຄືເກົ່າ ຈົນເຮັດໃຫ້້ເກີດຄວາມລຶ້ງເຄີຍ ຈົນບໍ່ມີການຄົ້ນຄິດຄົ້ນຫາວິທີການເຮັດວຽກແບບໃໝ່ໆໃນການເຮັດວຽກ ສະນັ້ນ, ກໍຢ່າລືມຫາຄວາມຮູ້ຮອບຕົວ ເພື່ອເພີ່ມຄວາມຮູ້ຄວາມສາມາດໃນການເຮັດວຽກໃຫ້ຫຼາຍຂຶ້ນ. 3. ຂາດຄວາມໝັ້ນໃຈ ບໍ່ກ້າຕັດສິນໃຈ: ຖ້າຂາດສິ່ງນີ້ ຖືວ່າຈະເປັນອຸປະສັກ ທີ່ຈະເຮັດໃຫ້ທ່ານບໍ່ສາມາດເລື່ອນຕໍ່າແໜງໄດ້ ເພາະທ່ານບໍ່ສາມາດຕັດສິນໃຈໄດ້ຢ່າງເດັດຂາດ ຫຼາຍຄົນຢ້ານຜົນຈາກການຕັດສິນໃຈຂອງຕົນເອງ (ເຖິງວ່າຈະຍັງບໍ່ເກີດຂຶ້ນກໍຕາມ) ຢ້ານວ່າ ຖ້າຫາກຕັດສິນໃຈລົງໄປແລ້ວເກີດຂໍ້ຜິດພາດໃນການເຮັດວຽກ ຈະກາຍເປັນບັນຫາໃຫຍ່ ເຊິ່ງແນວທາງແກ້ໄຂນັ້ນສາມາດເຮັດໄດ້ໂດຍການປຶກສາຫົວໜ້າ ໂດຍເລົ່າເຖິງບັນຫາ ແລະ ແນວທາງການຕັດສິນໃຈ. ທຳອິດທ່ານອາດຈະຍັງບໍ່ກ້າ ແຕ່ຖ້າໝັ່ນເຝິກຝົນ ໝັ່ນນຳສະເໜີແນວທາງການຕັດສິນໃຈໃຫ້ຫົວໜ້າໄດ້ຮັບຮູ້ເລື້ອຍໆ ຈະຊ່ວຍໃຫ້ທ່ານມີຄວາມໝັ້ນໃຈ ແລະ ກ້າຕັດສິນໃຈໃນທີ່ສຸດ. 4. ມັກເພິ່ງພາຄົນອື່ນຫຼາຍເກີນໄປ: ຫຼາຍຄົນມີເພື່ອນຮ່ວມງານທີ່ດີຄອຍຊ່ວຍເຫຼືອເຮັດໃຫ້ວຽກສໍາເລັດໄປດ້ວຍດີ ຫຼື ບາງຄົນໄດ້ທີມງານທີ່ດີ ມີບັນຫາກໍຈະມີຄົນຊ່ວຍເຫຼືອ ສິ່ງນີ້ອາດສົ່ງຜົນໃຫ້ທ່ານຕິດນິດໄສເພິ່ງພາຄົນອື່ນຫຼາຍຈົນເກີນໄປ ລອງປັບປ່ຽນເປັນການຂໍຄຳແນະນຳຈາກເພື່ອນຮ່ວມງານ, ຄ່ອຍໆຮຽນຮູ້ແລ້ວເຮັດດ້ວຍຕົນເອງເລື້ອຍໆຈະເປັນການດີກວ່າ. 5. ບໍ່ມີການວາງເປົ້າໝາຍໃນຊີວິດ: ຄົນເຮັດວຽກຫຼາຍໆຄົນມັກບໍ່ມີເປົ້າໝາຍໃນການເຮັດວຽກຂອງຕົນເອງ ຂໍພຽງແຕ່ໃຫ້ມີວຽກເຮັດກໍພໍ ເຊິ່ງຈຸດນີ້ຈະເຮັດໃຫ້ທ່ານຄ່ອຍໆກາຍເປັນຄົນບໍ່ມີຄວາມກະຕື້ລືລົ້ນເຮັດໃນສິ່ງໃໝ່ໆ ຖ້າຮູ້ຕົວວ່າກຳລັງເປັນແບບນີ້ລອງຕັ້ງເປົ້າໝາຍໃນການເຮັດວຽກແບບໄລຍະສັ້ນໆເຊັ່ນ: ພາຍໃນໜຶ່ງປີ ຈະຕ້ອງເພີ່ມຄວາມສາມາດການເຮັດວຽກໃຫ້ຫຼາຍຂຶ້ນ ສາມາດຊ່ວຍຫົວໜ້າເຮັດວຽກໄດ້ຢ່າງຄ່ອງແຄ້ວ ...

Read More »

ລັດຖະບານ ກຳລັງພິຈາລະນາ ນໍາໃຊ້ລາຄາໄຟຟ້າໃຫ້ມີລາຄາດຽວ, ພ້ອມຫຼຸດ 50% ສຳລັບຜູ້ມີລາຍຮັບຕ່ຳ

ຄະນະລັດຖະບານ ກໍາລັງຂຸ້ນຂ້ຽວພິຈາລະນາກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ ສຳລັບປີ 2019-2025 ໂດຍຈະນໍາໃຊ້ລາຄາໄຟຟ້າທີ່ມີລາຄາດຽວຄື 700 ກີບ/ກິໂລວັດໂມງ ສຳລັບປະເພດທີ່ຢູ່ອາໃສ, ພ້ອມຈະຫຼຸດລາຄາ 50% ສຳລັບຜູ້ທີ່ມີລາຍຮັບຕ່ຳ. ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດ ໃນວັນທີ 27 ມິຖຸນາ 2019 ນີ້ວ່າ: ການປັບປຸງລາຄາໄຟຟ້າຄືນໃໝ່ນີ້ ແມ່ນເພື່ອຮັບປະກັນໃຫ້ລາຄາໄຟຟ້າສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແທດເໝາະກັບເປົ້າໝາຍການຊົມໃຊ້ ແລະ ປະເພດຜູ້ຊົມໃຊ້, ທັງຮັບປະກັນໃຫ້ລາຄາໄຟຟ້າມີສະຖຽນລະພາບ ແລະ ບໍ່ມີຜົນກະທົບຕໍ່ການລົງທຶນໃນການພັດທະນາໄຟຟ້າ, ຊຶ່ງລາຄາໃໝ່ນີ້ ຄາດວ່າຈະມີການປະກາດໃຊ້ໃນໄວໆ ພາຍຫຼັງມີແຈ້ງການຂອງລັດຖະບານອອກມາ. ໃນປັດຈຸບັນ, ການຊົມໃຊ້ໄຟຟ້າປະເພດທີ່ຢູ່ອາໃສມີ 6 ຂັ້ນ, ຊຶ່ງແຕ່ລະຂັ້ນມີລາຄາທີ່ແຕກຕ່າງກັນ ຈາກລາຄາຕ່ຳສຸດ 348 ກີບ/ກິໂລໂວນ ຈົນໄປຮອດ 999 ກີບ/ກິໂລໂວນ. ການປັບປຸງຄາລາໄຟຟ້າໃນຄັ້ງນີ້ ສ່ວນໃຫຍ່ແມ່ນຫຼຸດລົງ, ບໍ່ມີການເພີ່ມຂຶ້ນໃນປະເພດໃດໆເລີຍ ແຕ່ຈະມີຈຳນວນໜຶ່ງທີ່ຍັງຮັກສາໄວ້ຄືເກົ່າ ເນື່ອງຈາກວ່າເປັນການດຳເນີນທຸລະກິດທີ່ເຫັນວ່າມີປະສິດທິຜົນຢູ່. ໂດຍ: ຊາຍຄົນເດີມ ທີ່ມາ: ຂ່າວສານປະເທດລາວ.

Read More »

Iron OX ຜູ້ຊ່ວຍວຽກກະສິກໍາ ຍຸກໃໝ່…

ກະສິກໍາ ຂຶ້ນຊື່ວ່າເປັນຂະແໜງການຫຼັກຂອງປະເທດເຮົາ ປະຊາຊົນສ່ວນຫຼາຍມີອາຊີບເປັນຊາວກະສິກອນ, ຄົນສ່ວນຫຼາຍກໍລື້ງເຄີຍກັບການໃຊ້ແຮງງານຄົນ, ແຮງງານສັດ ແລະ ເຄື່ອງຈັກເຂົ້າໃນການເຮັດກະສິກໍາ ເຊິ່ງກໍຈະມີວິວັດທະນາການ ປ່ຽນແປງໄປຕາມແຕ່ລະຍຸກ ແຕ່ລະສະໄໝ. ແຕ່ຫຼັກໆແລ້ວກໍແມ່ນການໃຊ້ແຮງງານຄົນເປັນສ່ວນຫຼາຍ ເພາະວ່າເຄື່ອງຈັກທີ່ນໍາເຂົ້າມານັ້ນກໍເປັນພຽງຕົວຊ່ວຍບາງຢ່າງ ແຕ່ຖ້າຈະນໍາມາໃຊ້ແທນແຮງງານຄົນແທ້ໆກໍຍັງເປັນໄປບໍ່ໄດ້ເທື່ອ. ແຕ່ປັດຈຸບັນ ຍ້ອນການພັດທະນາທາງດ້ານເຕັກໂນໂລຊີຢ່າງກ້າວກະໂດດ ຈົນເຮັດໃຫ້ມີການສ້າງ “ຫຸ່ນຍົນ” ທີ່ສາມາດເຂົ້າມາເຮັດວຽກໃນຂົງເຂດກະສິກໍາ ແທນແຮງງານຄົນໄດ້ເກືອບທັງໝົດ ເລີ່ມຕັ້ງແຕ່ການກ້າແນວພັນພືດ, ຈັດສັນພື້ນທີ່ໃຫ້ໃໝ່ເມື່ອຕົ້ນເຕີບໃຫຍ່ຂຶ້ນ ໄປຈົນເຖິງການກໍາຈັດແມງໄມ້ ແລະ ປາບສັດຕູພືດ… ສໍາລັບຄວາມຄິດສຸດລໍ້າໜ້າຂອງຫຸ່ນຍົນຕົວນີ້ ໄດ້ມາຈາກ ບໍລິສັດ ຊານຄາລອດ ໃນລັດແຄລິຟໍເນຍ ປະເທດ ສະຫະລັດອາເມຣິກາ ໂດຍເປັນບໍລິສັດທໍາອິດ ທີ່ອາໄສຫຸ່ນຍົນພຽງ 2 ຕົວເຂົ້າມາເບິ່ງແຍງ ແລະ ເກັບກ່ຽວຜົນຜະລິດ, ເຊິ່ງມີລັກສະນະເປັນສວນຜັກໃນຮົ່ມ, ປູກຜັກແບບ”ໄຮໂດຣໂປນິກ” ຫຼື ການປູກພືດຜັກໂດຍບໍ່ໃຊ້ດິນເລີຍ. ຫຸ່ນຍົນຕົວທໍາອິດມີນໍ້າໜັກ 1.000 ປອນ ແລະ ມີຂະໜາດເທົ່າກັບລົດຄັນໜຶ່ງ ເຮັດໜ້າທີ່ໃນການຈັບຖາດແນວພັນພືດ ແລະ ເຄື່ອນຍ້າຍໄປຍັງສ່ວນຕ່າງໆຂອງເຮືອນແກ້ວ, ສ່ວນຫຸ່ນຍົນຕົວທີ່ 2 ມີລັກສະນະເປັນແຂນ ເຮັດໜ້າທີ່ເບິ່ງແຍງຄວາມຮຽບຮ້ອຍໃນສ່ວນອື່ນໆເຊັ່ນ: ການກ້າແນວພັນ ແລະ ການປູກຜັກເປັນຕົ້ນ. ເມື່ອຕົ້ນຜັກໃຫຍ່ເຕັມທີ່ ຫຸ່ນຍົນຕົວທໍາອິດຈະຍ້າຍຕົ້ນຜັກໄປພື້ນທີ່ສໍາລັບການປະມວນຜົນ ແລະ ກວດສອບຄຸນນະພາບ ...

Read More »

ຈະຢຸດຮັບຄູອາສາ, ສ່ວນຜູ້ທີ່ສອນມາຫຼາຍປີແມ່ນຈັດເປັນສອງບຸລິມະສິດ

ຍັງເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈຢ່າງຕໍ່ເນື່ອງ ກໍລະນີຄູເຫຼືອບໍ່ພໍ, ຄູອາສາທີ່ສອນມາຫຼາຍປີແຕ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນເທື່ອ ບັນຫານີ້ກະຊວງໄດ້ຫາທາງອອກໂດຍຈະລົງກວດຕົວຈິງ ແລະ ຈົດເປັນບັນຊີບຸລິມະສິດທີ່ແຕກຕ່າງກັນອີງໃສ່ຄວາມຂະຫຍັນໝັ່ນພຽນ, ສອນດີສອນເກັ່ງ ແລະຄວາມຮຽກຮ້ອງຕ້ອງການຕົວຈິງຂອງແຕ່ລະໂຮງຮຽນເປັນຫຼັກ. ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຮູ້ວ່າ: ປັດຈຸບັນມີຄູອາສາສະໝັກຈຳນວນຫຼາຍພັນຄົນ ທີ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນ ເຊິ່ງນັ້ນມັນເປັນບັນຫາ ແລະ ສິ່ງທ້າທາຍໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ກໍຄືລັດຖະບານຕ້ອງໄດ້ສືບຕໍ່ແກ້ໄຂໂດຍໄວ. ສາເຫດທີ່ພາໃຫ້ເກີດມີຂໍ້ຄົງຄ້າງໃນຂະແໜງການຄູ ແມ່ນດຳລັດວ່າດ້ວຍລັດຖະກອນຄູ ສະບັບເລກທີ 177/ລບ ກໍານົດການບັນຈຸລັດຖະກອນຄູ ໂດຍອີງໃສ່ອັດຕາສ່ວນນັກຮຽນຕໍ່ຄູເປັນຫຼັກ ໂດຍບໍ່ໄດ້ຄຳນຶງເຖິງຈຸດພິເສດ, ທີ່ຕັ້ງຂອງໂຮງຮຽນ, ຊັ້ນຮຽນ, ຫ້ອງຮຽນ ແລະ ວິຊາຮຽນ; ການສ້າງແຜນຄວາມຕ້ອງການຄູຍັງມີລັກສະນະແບບລວມໆ ຍັງບໍ່ໄດ້ເລີ່ມຈາກໂຮງຮຽນເປັນຫຼັກ, ຕົວເລກໂກຕາທີ່ໄດ້ຮັບມີໜ້ອຍກວ່າຈຳນວນຄູທີ່ສູນເສຍໃນຮູບການຕ່າງໆເຊັ່ນ: ໂກຕາຄູທີ່ລັດຖະບານອະນຸມັດໃນສົກປີ 2017 – 2018 ມີທັງໝົດ 1.850 ຄົນ, ແຕ່ສູນເສຍ ຈຳນວນ 2.750 ຄົນ ແລະ ໃນສົກປີ 2018 – ...

Read More »

ແຈ້ງການ!!! ໃຫ້ກວດຄືນການຂຶ້ນທະບຽນທຸລະກິດ ຮ້ານຂາຍຍົກ – ຍ່ອຍ ສຳລັບຜູ້ລົງທຶນຕ່າງປະເທດ

ລັດຖະບານອອກແຈ້ງການ ໃຫ້ກວດຄືນການຂຶ້ນທະບຽນວິສາຫະກິດ ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ສຳລັບຜູ້ລົງທຶນຕ່າງປະເທດ ວ່າດຳເນີນການຖືກຕ້ອງຕາມເງື່ອນໄຂບໍ່. ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເລກທີ 0764/ກທຄວ.ອຄ ນະຄອນຫຼວງວຽງ ລົງວັນທີ 25 ມິຖຸນາ 2019 ເຖິງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໃຫ້ກວດກາຄືນກ່ຽວກັບການຂຶ້ນທະບຽນວິສາຫະກິດ ກ່ຽວກັບທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍສຳລັບຜູ້ລົງທຶນຕ່າງປະເທດ ໂດຍໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ດັ່ງນີ້: 1. ກວດຄືນການຂຶ້ນທະບຽນວິສາຫະກິດ ກ່ຽວກັບທຸລະກິດຂາຍຍົກ ແລະ ການຂາຍຍ່ອຍໃຫ້ຄົນຕ່າງປະເທດ ໃຫ້ສອດຄ່ອງກັບເງື່ອນໄຂ ມາດຕາ 13 ຂອງຂໍ້ຕົກລົງວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສະບັບເລກທີ 1005/ອຄ.ຄພນ ລົງວັນທີ ...

Read More »

ສັນຍາຮ່ວມມື ເພື່ອສະໜອງຂໍ້ມູນຂ່າວສານດ້ານຕະຫຼາດແຮງງານ ໃຫ້ກັບສັງຄົມລາວ

ສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບບໍລິສັດ ຮ້ອຍແປດພັນເກົ້າກຣຸບ ໄດ້ເຊັນບົດບັນທຶກການຮ່ວມມື ກ່ຽວກັບການສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອຕອບໂຈດໃຫ້ກັບສັງຄົມ ກໍຄືອົງກອນຜູ້ທີ່ຢາກໄດ້ແຮງງານ ແລະ ຜູ້ທີ່ຢາກມີວຽກເຮັດງານທຳ ສາມາດມີຊ່ອງທາງ ແລະ ຂໍ້ມູນ ຄວາມຕ້ອງການໄດ້ເຂົ້າເຖິງໄດ້ງ່າຍ ຜ່ານເວັບໄຊຂອງ 108 Job ພິທີເຊັນບັດບັນທຶກ ການຮ່ວມມືລະຫວ່າງສູນບໍລິການຈັດຫາງານ ແລະ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ຈຳກັດ ( 108 Job)  ໄດ້ຈັດຂຶ້ນໃນຕອນເຊົ້າຂອງມື້ີ້ນີ້ ວັນທີ 26 ມິຖຸນາ 2019  ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ.  ໂດຍການປະທານຮ່ວມຂອງທ່ານ ຄຳແສນ ໄຊຍະວົງ  ຫົວໜ້າສູນບໍລິການຈັດຫາງານ ແລະ ທ່ານ ແກ້ວວິສຸກ ດາລາສານ ປະທານບໍລິສັດ ຮ້ອຍແປດພັນເກົ້າ ກຣູບ ແລະ ຮ່ວມເປັນສັກຂີພິຍານ ໂດຍທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມ ພັດທະນາສີມືແຮງງານ ແລະ ຈັດຫາງານ, ພ້ອມມີບັນດາບໍລິສັດຈັດຫາງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ...

Read More »